ໝາກຜົນໃນເບື້ອງຕົ້ນຂອງການເລືອກຕັ້ງສະພາແຫ່ງຊາດ ອາຍຸການທີ 5 ຂອງ ກຳປູເຈຍ

ໝາກຜົນໃນເບື້ອງຕົ້ນຂອງການເລືອກຕັ້ງສະພາແຫ່ງຊາດ ອາຍຸການທີ 5 ຂອງ ກຳປູເຈຍ  - ảnh 1
ທ່ານ ນາຍົກລັດຖະມົນຕີ Hunsen ປ່ອນບັດເລືອກຕັ້ງ

(vovworld) – ຕາມ​ໝາກຜົນ​​ເບື້ອງ​ຕົ້ນ​ຂອງ​ການ​ເລືອກ​ຕັ້ງ​ສະພາ​ແຫ່ງ​ຊາດ ອາຍຸ​ການ​ທີ 5 ຂອງ​ ກຳປູ​ເຈຍ ທີ່​ຫາ​ກໍ່​ໄດ້​ປະກາດ ​ແລ້ວ, ພັກ​ປະຊາຊົນ ກຳປູ​ເຈຍ ກຳ​ອຳນາດ​ສືບ​ຕໍ່​ຍາດ​ໄດ້​ໄຊຊະນະ, ​​ເຖິງ​ວ່າ​ບໍ່​ຮັກສາ​ທ່າ​ໄດ້​ປຽບຄື​ການ​ເລືອກ​ຕັ້ງ​ຄັ້ງ​ກ່ອນ. ​ແຕ່ຕາມ​ແຫຼ່ງຂ່າວ​ໃນ​ເບື້ອງ​ຕົ້ນ​ແລ້ວ, ໝາກ​ຜົນ​​ເບື້ອງ​ຕົ້ນ​ທີ່​ປະກາດ​ເມື່ອ​ຕອນ​ຄຳ່​ວັນ​ທີ 28/7, ພັກ​ປະຊາຊົນ ກຳປູ​ເຈຍ​ (CPP) ຍັງ​ນຳ​ໜ້າ​ໃນການ​ເລືອກ​ຕັ້ງ​ດ້ວຍ​ 68 – 73 ທີ່​ນັ່ງ. ​ໃນ​ຂະນະ​ນັ້ນ, ພັກ​ກູ້​ຊາດຝ່າຍ​ຄ້ານ ​ກຳປູ​ເຈຍ ຍາດ​ໄດ້​ແຕ່ 50 – 55 ທີ່​ນັ່ງ. ດ້ວຍ​ໝາກຜົນ​ຂອງ​ການ​ເລືອກຕັ້ງ​ຄັ້ງ​ນີ້, ວິວັດ​ກາ​ນສ້າງ​ຕັ້ງ​ລັດຖະບານ​ໃໝ່​ຢູ່ ກຳປູ​ເຈຍ ​ໄດ້​ຮັບ​ການ​ຄາດ​ຄະ​ເນ​ວ່າ​ຈະ​ປະສົບ​ກັບ​ຄວາມ​ຫຍຸ້ງຍາກ​ຫຼາຍ​ຢ່າງ, ຍ້ອນ​ບັນດາ​ຄວາມ​ບໍ່​ລົງ​ລອຍ​ກັນ​ລະຫວ່າງ 2 ພັກ​​ໄດ້​ຮັບໄຊຊະນະ ກ່ຽວ​ກັບ​ການຈັດ​ແບ່ງ​ສິດ​ອຳນາດ. ​ແຕ່​ເຖິງ​ຢ່າງ​ໃດ​ກໍ່ຕາມ, ​ຄາດວ່າ ຮອງ​ປະທານ​ພັກ​ປະຊາຊົນ ກຳປູ​ເຈ​ຍ ທ່ານ Hunsen ຈະ​ສືບ​ຕໍ່​ດຳລົງ​ຕຳ​ແໜ່​ງ​ເປັນ​ນາຍົກລັດຖະມົນຕີ ລາຊະ​ອາ​ນາ​ຈັກ ກຳປູ​ເຈຍ ​ໃນ​ອາຍຸ​ການ 5 ປີ​ຈະ​ມາ​ເຖິງ.

ຂ່າວ/ບົດ​ອື່ນ