ໝູ່ບ້ານ ວີເຣີແງວ ບູຮານຢູ່ກາງປ່າດອກໄມ້

(VOVWORLD) -ໂດຍນອນຢູ່ທ່າມກາງພູຜາປ່າໄມ້ຢູ່ຕາແສງ ດັກຕັງ ໃນເມືອງ ກອນປະຣົງ ແຂວງ ກອນຕູມ, ໝູ່ບ້ານ ວີເຣີແງວ, ໝູ່ບ້ານໂຮມສະເຕຂອງພໍ່ແມ່ປະຊາຊົນເຜົ່າ ເຊີດັງ ໄດ້ຖືກທຳມະຊາດດົນບັນດານໃຫ້ດອກໄມ້ປ່າຫຼາຍຊະນິດທີ່ງົດງາມ ໃນຕະຫຼອດສີ່ລະດູ. ນີ້ແມ່ນສະຖານທີ່ທ່ອງທ່ຽວທີ່ເປັນເອກະລັກສຳລັບແຂກທ່ອງທ່ຽວທີ່ມັກຄົ້ນຫາວັດທະນະທຳ ແລະ ທຳມະຊາດຢູ່ເຂດ ເຕິຍງວຽນ. 
ໝູ່ບ້ານ ວີເຣີແງວ ບູຮານຢູ່ກາງປ່າດອກໄມ້ - ảnh 1ໝູ່ບ້ານ ວີເຣີແງວ

    ໂດຍນອນຢູ່ຫ່າງຈາກເທສະບານ ມັງແດນ ເມືອງ ກອນປະຣົງ ເກືອບ 50 ກິໂລແມັດໄປທາງທິດເໜືອ ໝູ່ບ້ານ ວິເຣີແງວ ນອນຢູ່ແຄມແມ່ນ້ຳ ດັກແງ໊. ດ້ວຍຄວາມສູງ 1.200 ແມັດ ເມື່ອທຽບໃສ່ໜ້ານ້ຳທະເລ, ວິເຣີແງວ ມີອຸນຫະພູມແຕ່ 16 ຫາ 25 ອົງສາ. ນີ້ແມ່ນໝູ່ບ້ານບູຮານຂອງຊາວເຜົ່າ ເຊີດັງ, ຢູ່ທີ່ນີ້ອາກາດເຢັນສະບາຍປອດໂປງ ແລະ ສວຍງາມກວ່າໝູ່ໃນແຂວງ ກອນຕູມ. ໃນໝູ່ບ້ານມີເຮືອນ 63 ຫຼັງຄາ ດ້ວຍພົນລະເມືອງຫຼາຍກວ່າ  300 ຄົນ ພວມດຳລົງຊີວິດ. ຢູ່ນີ້ຍັງເກັບຮັກສາຈຸດພິເສດສະເພາະທາງດ້ານສະຖາປັດຕະຍະກຳຂອງໝູ່
ບ້ານຊາວເຜົ່າສ່ວນໜ້ອຍ. ນາງຟ້າມທິຮົ່ງ ແຂກທ່ອງທ່ຽວມາຈາກ ຮ່າໂນ້ຍໃຫ້ຮູ້ວ່າ:

  “ຢູ່ທີ່ນີ້ຍັງແມ່ນເຂດປ່າດົງດິບ ປະຊາຊົນມີຄວາມສະໜິດຕິດພັນ ແລະ ເປັນຜູ້ໃຈດີ. ຄະນະທ່ອງທ່ຽວພວກຂ້າພະເຈົ້າໄດ້ມາພັກຢູ່ທີ່ນີ້ ແລະ ໄດ້ມີໂອກາດເຊື່ອມຕົວເຂົ້າກັບການດຳລົງຊີວິດຂອງເຜົ່າ ເຊີດັງ ຂ້າພະເຈົ້າຮູ້ສຶກເປັນໜ້າຈັບໃຈອີຫຼີ”.

ໃນໝູ່ບ້ານບູຮານ ວີເຣີແງວ, ປະຕູໂຂງ ແລະ ຮົ້ວອ້ອມຮອບກໍ່ມີຄວາມເປັນເອກະລັກສະເພາະ ເຮືອນທຸກໆຂອງ 63 ຄອບຄົວກໍ່ລ້ວນແຕ່ເຮັດປະຕູໂຂງດ້ວຍຕົ້ນໄມ້. ຊາວບ້ານໄດ້ວາງຕົ້ນໄມ້ຂຶ້ນກອງກັນກາຍເປັນປະຕູໂຂງເຂົ້າໄປເຮືອນ ມີຄວາມລຽບງ່າຍ ແລະ ປະຫຼາດໃຈ. ວິເຣີແງວ ຍັງເປັນທີ່ຮູ້ຈັກກັນດີ ແມ່ນດິນແດນຂອງດອກກ້ວຍໄມ້ ຄອບຄົວໃດກໍ່ມີດອກກ້ວຍໄມ້ແຕ່ 30 ຫາ 100 ໂຖ. ນາງ ອີຣານ ຊາວບ້ານ ວີເຣີແງວ ໃຫ້ຮູ້ວ່າ:

        “ເມື່ອກ່ອນນີ້ ດອກກ້ວຍໄມ້ສ່ວນຫຼາຍປົ່ງຢູ່ຕາມພູຜາ ແລະ ໃນປ່າ. ເມື່ອໝູ່ບ້ານກາຍເປັນໝູ່ບ້ານທ່ອງທ່ຽວຊຸມຊົນ, ຊາວບ້ານໄດ້ນຳມາປູກ ແລະ ບົວລະບັດຮັກສາໃນວັນບຸນເຕັດດອກກ້ວຍໄມ້ບານສະພັງງົດງາມສຸດ”.

        ທ່າໄດ້ປຽບທາງດ້ານພູມສາດ ພ້ອມກັບທຳມະຊາດດົນບັນດານໃຫ້ສິ່ງທີ່ດີ ກໍ່ແມ່ນເງື່ອນໄຂສະດວກເພື່ອໃຫ້ໝູ່ບ້ານ ວີເຣແງວ ພັດທະນາການທ່ອງທ່ຽວ. ທ່ານ ຟ້າມວັນຖັງ ຮອງປະທານຄະນະກຳມະການປະຊາຊົນເມືອງ ກອນປະຣົງ ໃຫ້ຮູ້ວ່າ:

      “ພວກຂ້າພະເຈົ້າໄດ້ຂົນຂວາຍແຕ່ລະຄອບຄົວຟື້ນຟູຄຸນຄ່າວັດທະນະທຳທັງໝົດ. ພວກຂ້າພະເຈົ້າໄດ້ສ້າງແຕ່ລະກຸ່ມຄອບຄົວ ເພື່ອຂະຫຍາຍການປູກຜັກ, ສະໜອງໄກ່ ເປັດ ໝູ ແລ້ວກໍ່ຈັດຕັ້ງການປຸງແຕ່ງອາຫານ. ພວກຂ້າພະເຈົ້າຍັງໂຄສະນາຂົນຂວາຍປະຊາຊົນ ແລະ ກໍ່ນຳເຂົ້າລະບຽບການເພື່ອສ້າງເງື່ອນໃຫ້ຊາວທ້ອງຖິ່ນທຸກໆຄົນເຮັດທ່ອງທ່ຽວ ແລະ ໄດ້ຮັບຜົນປະໂຫຍດຈາກທ່ອງທ່ຽວ.”

       ທ່ານ ອາຫ່ຽນ ຫົວໜ້າສະຫະກອນທ່ອງທ່ຽວ ວີເຣແງວ ຕາແສງ ດັກຕັງ ເມືອງ ກອນປະຣົງ ຖືວ່າ:

“ຂ້າພະເຈົ້າຖືວ່າ ເຮັດທ່ອງທ່ຽວເພື່ອຊ່ວຍໃຫ້ປະຊາຊົນມີລາຍຮັບຕື່ມອີກ. ຖ້າຫາກເຮັດໄດ້ດີ ແຂກທ່ອງທ່ຽວກໍ່ຄ່ອຍໆມາທ່ຽວຢູ່ແຫ່ງນີ້.ແຂກທ່ອງທ່ຽວມາທັດສະນະສຶກສາ ແລະ ຈະພັກເຊົາຢູ່ທີ່ນີ້ ຊ່ວຍໃຫ້ພໍ່ແມ່ພີ່ນ້ອງມີລາຍຮັບ ແລະ ປົວແປງຊີວິດການເປັນຢູ່”.

        ມາຮອດປັດຈຸບັນມີ 50 ຈຳນວນ 63 ຄອບຄົວໃນໝູ່ບ້ານ ວີເຣີແງວ ໄດ້ເຂົ້າຮ່ວມສະຫະກອນທ່ອງທ່ຽວ. ດ້ວຍການຊ່ວຍເຫຼືອຈາກອຳນາດການປົກຄອງ ແລະ ຄວາມມານະພະຍາຍາມຂອງປະຊາຊົນ, ໝູ່ບ້ານ ວີເຣີແງວ ໄດ້ສ້າງກອງສິປະຟ້ອນຊວາງ ຕີຄ້ອງຮັບໃຊ້ແຂກທ່ອງທ່ຽວເມື່ອມາຢຽມ. ທາງເມືອງກໍ່ໄດ້ເຊື່ອມຕໍ່ບັນດາລາຍການທ່ອງທ່ຽວຄົ້ນຫາທຳມະຊາດຢູ່ອ້ອມບ້ານ. ໃນໄລຍະທີ່ຈະມາເຖິງ ທາງເມືອງຈະແຕ່ງຕັ້ງບັນດາຄອບຄົວໄປຖອດຖອນບົດຮຽນຢູ່ຕາມຮູບແບບເຮັດທ່ອງທ່ຽວຊຸມຊົນທີ່ໄດ້ປະສົບຜົນສຳເລັດຢູ່ແຂວງອື່ນໆຈາກນນຊາວເຜົ່າ ເຊີດັງ ຈະກໍ່ສ້າງໝູ່ບ້ານຂອງຕົນໃຫ້ນັບມື້ນັບພັດທະນາ. 

ຕອບກັບ

ຂ່າວ/ບົດ​ອື່ນ