ຜູ້ສຸດຈິດສຸດໃຈກັບສິລະປະພື້ນເມືອງຂອງຊົນເຜົ່າ ຂະແມ

(VOVWORLD) -ວົງການນັກປະພັນສິລະປິນກໍ່ຄືບັນດາຜູ້ນິຍົມສິລະປະພື້ນເມືອງຊົນເຜົ່າ ຂະແມ ກໍ່ລ້ວນແຕ່ຮູ້ຈັກ ແລະ ນິຍົມຮັກແພງທ່ານ ແທັກເທຍເຊໄຣ ຊົນເຜົ່າ ຂະແມ ຢູ່ບ້ານ ດ່າຍມອງ ຕາແສງ ຝູເກິ່ນ ເມືອງ ຕ໋ຽວເກິ່ນ ແຂວງ ຈ່າວິງ ຍອ້ນວ່າທ່ານບໍ່ພຽງແຕ່ມີຄວາມເກັ່ງກ້າສາມາດໃນການເສບເຄື່ອງດົນຕີພື້ນເມືອງປະເພດຕ່າງໆຂອງເຜົ່າຂະແມເທົ່ານັ້ນ ຫາກຍັງແມ່ນຜູ້ສຸດຈິດສຸດໃຈໃນການສິດສອນການເສບເຄື່ອງດົນຕີພື້ນເມືອງຫຼາຍຊະນິດໃຫ້ແກ່ໄວໜຸ່ມອີກດ້ວຍ.
ຜູ້ສຸດຈິດສຸດໃຈກັບສິລະປະພື້ນເມືອງຂອງຊົນເຜົ່າ ຂະແມ - ảnh 1ທ່ານ ແທັກເທຍເຊໄຣ ພວມສອນວິທີເສບເຄື່ອງດົນຕີພື້ນເມືອງເຜົ່າຂະແມໃຫ້ພວກນ້ອງ

     ທ່ານ ແທັກເທຍເຊໄຣ ບ້ານເກີດຢູ່ ຟຸມກອມ ປົງເຈີໄຣ ເທດສະບານ ເຈົາແທັ່ງ ແຂວງ ຈ່າວິງ ປັດຈຸບັນເຖິງວ່າ ມີອາຍຸ 60 ປີປາຍແລ້ວກໍ່ຕາມ ແຕ່ທ່ານໄດ້ມີຄວາມຜູກພັນກັບສິລະປະພື້ນເມືອງຂອງເຜົ່າ ຂະແມ ເປັນເວລາກວ່າ 45 ປີ, ຄາວເປັນໄວໜຸ່ມ, ທ່ານໄດ້ເຂົ້າຮ່ວມຄະນະສິລະປະກອນ ຂະແມ ແອ໋ງບິ່ງມິງ ແຂວງ ຈ່າວິງ. ທ່ານໄດ້ສ້າງຄອບຄົວ ແລະ ຍ້າຍໄປດຳລົງຊີວິດຢູ່ບ້ານ ດ່າຍມອງ ຕາແສງ ຝູເກິ່ນ ເມືອງ ຕ໋ຽວເກິ່ນ ຈົນມາຮອດປັດຈຸບັນ. ໃນຕະຫຼອດໄລຍະຍາວນານ ທ່ານໄດ້ຊ່ວຍທ້ອງຖິ່ນແຫ່ງທີ່ທ່ານດຳລົງຊີວິດ ຈັດສ້າງ ຝຶກແອບບັນດາລາຍການເຂົ້າຮ່ວມງານປະກວດການສະແດງສິລະປະເຜົ່າ ຂະແມ ໃນແຂວງ ແລະ ເຂດພາກໃຕ້. ທ່ານໄດ້ຮັບຫຼາຍລາງວັນ ແລະ ໃບຍ້ອງຍໍ. ທ່ານແບ່ງປັນວ່າ:

“ແຕ່ຄາວເຍົາໄວຂ້າພະເຈົ້າໄດ້ເມົາມົວກັບສິລະປະພື້ນເມືອງຂອງເຜົ່າຕົນ ແລະ ໄດ້ຊອກຮູ້ເອງກ່ຽວກັບການເປົ່າຂຸ່ຍ. ແລະ ໂຊກດີຂ້າພພະເຈົ້າໄດ້ຮັບການຖ່າຍທອດ ແລະ ບອກສອນການເສບເຄື່ອງດົນຕີບາງຊະນິດ ຈາກອ້ານຄູຢູ່ໃກ້ໆເຮືອນ. ຈາກນັ້ນຂ້າພະເຈົ້າໄດ້ມີຄວາມຜູກພັນກັບດົນຕີ. ສຳລັບຂ້າພະເຈົ້າແລ້ວ ດົນຕີທັງແມ່ນຄວາມເມົາມົວທັງແມ່ນອາຊີບເພື່ອຫາເງິນລ້ຽງຊີບ”.

ໃນໄລຍະທີ່ຜ່ານມາ ຫຼາຍວັດເຜົ່າຂະແມ ໃນແຂວງ ຈ່າວິງ ໄດ້ເຊື້ອເຊີນທ່ານ ແທັກເທຍ ເຊໄຣ ໄປສອນດົນຕີ 5 ຊະນິດ. ເຖິງວ່າໄດ້ມີອາຍຸສູງແລ້ວກໍຕາມ ແຕ່ທ່ານກໍ່ບໍ່ຫວາດຫວັ່ນຕໍ່ຄວາມຫຍຸ້ງຍາກ ໃນການເດີນທາງໃກ ແລະ ດິນຟ້າອາກາດບໍ່ອຳນວຍຄວາມສະດວກ, ທ່ານມີຄວາມຫວັງຢາກປະກອບສ່ວນຮັກສາ ແລະ ເສີມຂະຫຍາຍສິລະປະພື້ນເມືອງຂອງເຜົ່າຕົນ. ທ່ານໄດ້ມີລູກສິດຫຼາຍຄົນເຂົ້າຮ່ວມງານປະກວດສິລະປະຄັ້ງຕ່າງໆ ແລະ ໄດ້ບັນລຸຜົນງານ 

      ອ້າຍ ແທັກຈອມຣອງ ແມ່ນໜຶ່ງໃນບັນດາລູກສິດທີ່ເມົາມົວກັບສິລະປະພື້ນເມືອງ ແລະ ໄດ້ຮັບການບອກສອນຖ່າຍທອດຈາກທ່ານ ເທບເຊໄຣ. ເມື່ອເວົ້າເຖິງອ້າຍຄູຂອງຕົນ, ອ້າຍ ແທັກຈອມຣອງ ເປີດເຜີຍວ່າ:

 “ຂ້າພະເຈົ້າໄດ້ຮຽນດົນຕີນັບແຕ່ປີ 2014, ໃນເບືື້ອງຕົ້ນຂ້າພະເຈົ້າຮຽນເສບສີຊໍແລ້ວກໍ່ຮຽນເປົ່າຂຸ່ຍ. ຂ້າພະເຈົ້າຮູ້ບຸນຄຸນຕໍ່ອ້າຍຄູ ແທັກເທຍເຊໄຣ ທີ່ໄດ້ສິດສອນຖ່າຍທອດດົນຕີໃຫ້ຂ້າພະເຈົ້າຢ່າງສຸດໃຈ ເພາະສະນັ້ນ ຂ້າພະເຈົ້າພະຍາຍາມຮຽນໃຫ້ດີ”.

ດ້ວຍຈິດໃຈມານະອົດທົນຮຽນຮູ້ ແລະ ມີສີມືອັນຄ່ອງແຄ້ວ, ປັດຈຸບັນອ້າຍ ແທັງຈອມຣອງ ຍັງສາມາດຜະລິດຂຸ່ຍ ແລະ ຊໍ ພ້ອມກັບເຄື່ອງດົນຕີພື້ນເມືອງອີກຈຳນວນໜຶ່ງ. ເມື່ອເຫັນປະຈັກຕາບັນດາລູກສິດຂອງຕົນປະສົບຜົນສຳເລັດ, ທ່ານ ແທັກເທຍເຊໄຣ ໄດ້ເວົ້າດ້ວຍຄວາມຕື້ນຕັນໃຈວ່າ:

 “ຂ້າພະເຈົ້າດີໃຈຫຼາຍ ເພາະວ່າມີລູກສິດ ຈອມຣອງ ແມ່ນໜຶ່ງໃນບັນດາລູກສິດທີ່ມີຄວາມເກັ່ງກ້າສາມາດ ແລະ ມີພອນສະຫວັນທາງດ້ານດົນຕີ ໂດຍເປັນຜູ້ຖ່າຍທອດດົນຕີໃຫ້ຫຼານ, ຂ້າພະເຈົ້າເພິ່ງພໍໃຈຍ້ອນມີບັນດາໝາກຜົນອັນດີງາມນີ້”.

ສັງເກດຕີລາຄາຕໍ່ການປະກອບສ່ວນຂອງທ່ານ ແທັກເທຍເຊໄຣ, ທ່ານ ແທັກຮວ່າງນາມ ຮອງເລຂາຄະນະພັກຕາແສງ ຝູເກິ່ນ ໃຫ້ຮູ້ວ່າ:

 “ທ່ານ ເທຍເຊໄຣ ໄດ້ມີການປະກອບສ່ວນເຂົ້າໃນການຮັກສາ ແລະ ເສີມຂະຫຍາຍສິລະປະວັດທະນະທຳເຜົ່າ ຂະແມ. ໃນຊຸມປີທີ່ຜ່ານມາທ່ານໄດ້ຊ່ວຍຈັດສ້າງລາຍການສະແດງສິລະປະວັນນະຄະດີຢູ່ທ້ອງຖິ່ນ ເພື່ອເຂົ້າຮ່ວມການວະແດງໃນບັນດາງານປະກວດສິລະປະໃນແຂວງ ແລະ ເຂດ ແລະ ບັນລຸບັນດາລາງວັນສູງທີ່ເປັນໜ້າຊື່ນຊົມ ທ່ານແມ່ນແບບຢ່າງເພື່ອໃຫ້ໄວໜຸ່ມຮຽນຕາມ”.

 ປັດຈຸບັນເຖິງວ່າໄດ້ອອກພັກບຳນານແລ້ວກໍ່ຕາມ ແຕ່ທ່ານຍັງຄົງເມົາມົວຄົ້ນຄວ້າປະດິດຄິດສ້າງບັນດາຮູບແບບວັດທະນະທຳບໍ່ເປັນວັດຖຸຂອງເຜົ່າ ຂະແມ. ທ່ານສືບຕໍ່ສຸມຈິດສຸມໃຈເຂົ້າໃນການບຳລຸງສ້າງໄວໜຸ່ມໃຫ້ສືບທອດຮັກສາ ແລະເສີມຂະຫຍາຍສິລະປະພື້ນເມືອງຂອງເຜົ່າ ຂະແມ

ຕອບກັບ

ຂ່າວ/ບົດ​ອື່ນ