ຄັດສະເໜີເນື້ອໃນຈົດໝາຍ ແລະ ຕອບບາງຄຳຖາມເຊິ່ງທ່ານຜູ້ຟັງໄດ້ຝາກມາລາຍການ

(vovworld) – ໃນ​ອາ​ທິດ​ຜ່ານ​ມາ, ລາຍ​ການ​ພາກ​ພາ​ສາ​ລາວ, ວິ​ທະ​ຍຸ​ກະ​ຈາຍ​ສຽງ​ຫວຽດ​ນາມ, ໄດ້​ຮັບ​​ໂທ​ລະ​ສັບ, ອີ​ແມວ ແລະ ​ຈົດໝາຍຈ​າກ​ຜູ້​ຟັງ​ລາວ ທີ່​ສົ່ງ​ມາລາຍການ​​. ໃນ​ລາຍ​ການ​ໂອ້​ລົມ​ກັບ​ເພື່ອນ​ລາວ ມື້​ນີ້, ພວກ​ເຮົາ​ຂໍ​ຄັດ​ສະ​ເໜີ​ເນື້ອ​ໃນ​ຈົດ​ໝາຍ ແລະ ຕອບ​ບາງ​ຄຳ​ຖາມ​ເຊິ່ງ​ທ່າ​ນ​ຜູ້​ຟັງ​​ໄດ້ຝ​າກ​ມາ​ລາຍ​ການ.

ເພື່ອນ​ດາ​ລາ​ວັນ ​ພິ​ຈິດ ຢ​ູ່​ແຂວງ ຈຳ​ປາ​ສັກ; ເພື່ອນ ເພັດ​ສະ​ໝອນ ຢູ່​ແຂວງ​ຄຳ​ມ່ວນ ​ໄດ້​ສົ່ງ​ອີ​ແມວ​ມາ​ຍັງ​ລາຍການ​ໂດຍ​ແບ່ງ​ປັນວ່າ: ເນື່ອ​ງ​ໃນ​ໂອ​ກາດ​ວັນ​ແມ່​ຍິງ​ສາ​ກົນ 08/03/2016. ຂ້າ​ພະ​ເຈົ້າ​ຂໍ​ອວຍ​ພອນ​ໃຫ້​ບັນ​ດາ​ເອື້ອ​ຍ​ນ້ອງ​ແມ່​ຍິງ​ຫວຽດ​ນາມ ເວົ້າ​ລວ​ມ ແລະ ເອື້ອຍ​ນ້ອງ​ແມ່​ຍິງ​ທີ່​ເຮັດ​ວຽກ​ຢູ່ VOV ກໍ​ຄືພ​າກ​ພາ​ສາ​ລາວ, VOV5 ເວົ້າ​ສະ​ເພາະ ຈົ່ງ​ມີ​ສຸຂະພາບ​ເຂັ້ມ​ແຂງ ​ແລະ ມີ​ຄວາມ​ຜາ​ສຸກ, ບັນ​ລຸ​ຜົນ​ສຳ​ເລັດ​ໃນ​​ໜ້າ​ທີ່ວຽກ​ງານ​ຂອງ​ຕົນ.


ຄັດສະເໜີເນື້ອໃນຈົດໝາຍ ແລະ ຕອບບາງຄຳຖາມເຊິ່ງທ່ານຜູ້ຟັງໄດ້ຝາກມາລາຍການ - ảnh 1
(ຫໍ​ພິ​ພິດ​ຕະ​ພັນ​ທຳ​ມະ​ຊາດ​ຫວຽດ​ນາມ)

     ເພື່ອນ ວິ​ໄລ​ສຸກ, ແຂວງ ຫົວ​ພັນ ໄດ້ສົ່ງ​ອີ​ແມວ​ມາ​ຍັງ​ລາຍການ​​​ໂດຍຖາມ​ວ່າ: ຂ້າ​ພະ​ເຈົ້າ​ໄດ້​ຮູ້​ຂ່າວ​ວ່າ, ຢ​ູ່​ຫວຽດ​ນາມ ມີ​ຫໍ​ພິ​ພິດ​ຕະ​ພັນ​ທຳ​ມະ​ຊາດ​ຫວຽດ​ນາມ. ​ສະ​ນັ້ນ, ຂ້າ​ພະ​ເຈົ້າ​ຢາກ​ຮູ້​ວ່າ, ຫໍ​ພິ​ພິດ​ຕະ​ພັນດັ່ງ​ກ່າວ​ຕັ້ງ​ຢູ່​ໄສ? ​ແລະ​ໄດ້ວາງ​ສະ​ແດງວັດ​ຖຸ​ສິ່ງ​ຂອງໃດແດ່? ເວ​ລາ​ເປີດ​​ບໍ​ລິ​ການ​ຮັບ​ໃຊ້​​ມື​ໃດ​ໃນ​ສັບ​ປະ​ດາ?

     ເພື່ອນ ວິ​ໄລ​ສຸກ, ທີ່​ຮັກ​ແພງ, ຫໍ​ພິ​ພິດ​ຕະ​ພັນ​ທຳ​ມະ​ຊາດ​ຫວຽດ​ນາມ, ຕັ້ງຢູ່​ເຮືອນ​ເລກ​ທ​ີ 18A, ​ຖະ​ໜົນຮ່​ວາງ​ກ໋ວກ​ຫວຽດ, ເມືອງ​ເກົາ​ໄຢ, ນະ​ຄອນ​ຫຼວ​ງ​ຮ່າ​ໂນ້ຍ. ຫ​ໍ​ພິ​ພິດ​ຕະ​ພັນ​ດັ່ງ​ກ່າວ​ໄດ້​ວາງ​ສະ​ແດງວັດ​ຖຸ​ພັນ​ນັບ​ພັນ​ຢ່າງ ທີ່​​ຄວາມ​ເປັນ​ມາ​ມະ​ນຸດ ພ້ອມ​ກັບ​ທຳ​ມ​ະ​ຊາດ​ຫຼາຍ​ຮູບ​ຫຼາຍ​ແບບ. ດ້ວຍ​ເນື້ອ​ທີ່ກວ້າງກວ່າ 300 ຕາ​ແມັດ, ຫໍ​ພິ​ພິດ​ຕະ​ພັນ​ທຳ​ມະ​ຊາດ​ຫວຽດ​ນາມ ໄດ້​ວ​າງ​ສະ​ແດງ​ວັດ​ຖະ​ພັນ​ ບັນ​ດາ​ສັດ, ​ພືດ​ຢູ່​ຫວຽດ​ນາມ ກວ່າ 40.000 ຢ່າງ, ​ໂດຍບັນ​ດາ​ນັກ​ຊ່ຽວ​ຊານ, ອົງ​ການ​​ຊີ​ວະ​ສາດສະ​ສົມ. ບໍ່​ພຽງ​ແຕ່​ແມ່ນ​ສະ​ຖານ​ທີ່​ຢ້ຽມ​ຊົມ​ທັດ​ສະ​ນະ​ສຶກ​ສາເທົ່າ​ນັ້ນ, ຫາກຫໍ​ພິ​ພິດ​ຕະ​ພັນ​ທຳ​ມະ​ຊາດ​ຫວຽດ​ນາມ ​ຍັງ​ແມ່ນ​ສະ​ຖານ​ທີ່​ເພື​່ອ​ຄົ້ນ​ຄວ້​າ​ວິ​ທະ​ຍາ​ສາດ​ຂອງ​ບັນ​ດາ​ນັກ​ຊ່ຽວ​ຊານ ແລະ ບັນ​ດາ​ນັກ​ສຶກ​ສາ​ພວມ​ຮ່ຳ​ຮຽນ​ຂະ​ແໜງ​​ຊີວະ​​ສາດ, ກະ​ສິ​ກຳ, ປາ​ໄມ້… ອີກ​ດ້ວຍ. ຢູ່​ທີ່ນີ້​​ຍັງມີ​ບັນ​ດາ​ວັດ​ຖຸ​ສິ່ງ​ຂອງ​ທີ່​ມີ​ມາ​ແຕ່​ບູ​ຮານ​ ຄື​ຫີນ Granit ທີ່​ໄດ້​ຮັບ​ການ​ຕ​ີ​ລາ​ຄາ​ຈາກ​ບັນ​ດາ​ນັກ​ຊ່ຽວ​ຊາ​ນ​ວ່າ​ແມ່ນ​ຫີນ​ມາ​ແຕ່​ບູ​ຮານ​ທີ່​ສຸດ​ໃນ​ອາ​ຊີ​ຕາ​ເວັນ​ອອກ​ສ່ຽງ​ໃຕ້ ແລະ ໄດ້​ຄົ້ນ​ພົບ​ຢູ່​ອຽນ​ບ໋າຍ ດ້ວຍ​ອາ​ຍຸ​ໄດ​້ 2,9 ຕື້​ປ​ີ. ປະ​ຈຸ​ບັນ, ຫໍ​ພິ​ພິດ​ຕະ​ພັນ​ໄດ້​ເປີດ​ການ​ບໍ​ລິ​ການ​ຮັບ​ໃຊ້ແຕ່ວັນ​ພະ​ຫັດ ຮອດ​ວັນ​ອາ​ທິດ ໂດຍບໍ່​ເສຍ​ຄ່າ.

     ເພື່ອນ ຫງວຽນ​ຮ່​ວາ​ງ​ຮ່າ, ຊາວ​ຫວຽດ​ນາມ ອາ​ໄສ​ຢູ່​​ແຂວງ​ຫົວ​ພັນ, ປະ​ເທດລາວ, ​ໄດ້ສົ່ງ​ອີ​ແມວ​ມາ​ຍັງ​ລາຍການ​​​ໂດຍຖາມ​ວ່າ: ຂ້າ​ພະ​ເຈົ້າ​ໄດ້​ຍິນ​ວ່າ ​​ສະ​ຖາ​ນີທ​ລະ​ພາບ​ແຫ່ງ​ຊາດ​ລາວ ມີ​ລາຍ​ການຂ່າວ​​ເປັນ​ພາ​ສາ​ຫວຽດ​ນາມ. ຂ້າ​ພະ​ເຈົ້າ​ຢາກ​ຮູ້​ແຈ້ງ​ຕື່ມ​ກ່ຽວ​ກັບ​ບັນ​ດາ​ລາຍ​ການ​ຂ່າວ​​ດັ່ງ​ກ່າວ ແລະ ເວ​ລາອອກ​ອາ​ກາດ​​?

        ເພື່ອນ ຫງວຽນ​ຮ່​ວາ​ງ​ຮ່າ, ທີ່​ຮັກ​ແພງ, ລາຍ​ການ​ຂ່າວ​ເປັນພາ​ສາ​ຫວຽ​ດນາມ ໄດ້​ອອກ​ອາ​ກາດ​ໃນ​ຊ່ອງ 1, ​ສະ​ຖານ​ີໂທ​ລະ​ພາບ​ແຫ່ງ​ຊາດ​ລາວ, ໂ​ດຍ​ພະ​ແນກຂ່າວ​ພາ​ສາ​ຫວຽດ​, ຊ່ອງ​ໂທ​ລະ​ພາບ​ແຫ່ງ​ຊາດ​ລ​າວ ປະ​ຕິ​ບັດ, ໄດ້​ອອກ​ກາດ​ໃນ​ເວ​ລາ 18 ໂມ​ງ​, ແຕ່​ວັນ​ຈັນຫາ​ວັນ​ສຸກ ​ດ້ວຍ​ເວ​ລາ 15 ນາ​ທີ. ລາຍ​ການ​ຂ່າວ​ທີ່​ອອກ​ອາກ​າດ​​ດ້ວຍ​ພາ​ສາ​ຫວຽດ​ນາມ ໄດ້​ສຸ​ມ​ໃສ່​ໂຄ​ສະ​ນາ​ແນວ​ທາງ, ແຜນ​ນະ​ໂຍ​ບາຍ​ຂອງ​ພັກ ແລະ ລັດ​ລາວ. ທ່ານ ບຸນ​ເຈົ້າ ພິ​ຈິດ, ຜູ້​ອຳ​ນວຍ​ການ​ໃຫຍ່​​ສະ​ຖາ​ນີໂທ​ລະ​ພາບແຫ່ງ​ຊາດ​ລາວ ໃຫ້​ຮ​ູ້​ວ່າ: ເລື່ອງ​​ສະ​ຖາ​ນີວິ​ທະ​ຍຸ​ໂທ​ລະ​ພາບ​ແຫ່ງ​ຊາດ​ລາວ ສ້າງ ແລະ ອອກອ​າກາດ​ລາຍ​ການ​ເປັນ​ພາ​ສາ​ຫວຽດ ໄດ້​ປະ​ກອບ​ສ່ວນ​ຢ່າງ​ຕັ້ງ​ໜ້າ​ເຂົ້າ​ໃນ​ການ​ເພີ່ມ​ທະ​ວີ​ການ​ຮ່ວມ​ມື​ລະ​ຫວ່​າງ 2 ປະ​ເທດ​ໃນ​ບັນ​ດາ​ພາ​ຫະ​ນະການ​ສື່​ສານ​ຕ່າງໆ. ນີ້​ແມ່ນ​ຊ່ອງ​ຂໍ້​ມູນ​ຂ່າວ​ທີ່​ມີ​ປະ​ສິດ​ທິ​ຜົນ ເພື່ອ​ໃຫ​້​ປະ​ຊາ​ຄົມ​ຊາວ​ຫວຽດ​ນາມ ອາ​ໄສ​ຢູ່​ລາວ ມີ​ຄວາມ​ເຂົ້າ​ໃຈ​ກ່ຽວ​ກັບແນວ​ທາງ, ​ແຜນ​ນະ​ໂຍ​ບາຍ, ​ນະ​ໂຍ​ບາຍຂອງ​ພັກ, ລັດ​ປ​ະ​ຊາ​ຊົນ​ປະ​ຕິ​ວັດ​ລາວ, ຂອງ​ລັດ​ ສ​ປ​ປ.ລາວ ຢ່າງ​ເລິກ​ເຊິ່ງກວ່າ. ທ່ານ ບຸນ​ເຈົ້າ ພິ​ຈິດ ກ່າວ​ວ່າ.

 

(ທ່ານ ບຸນ​ເຈົ້າ ພິ​ຈິດ)

ທ່ານ​ຜູ້​ຟັງ​ທີ່​ເຄົສລົບ, ດັ່ງ​ທີ່​ກ່າວ​ມາ​ຂ້າງ​ເຖິງ​ແມ່ນ​ເນື້ອ​ໃນ​ຄຳ​ເຫັນຂອງ​ທ່ານ​ຜູ້ຟັງ​ບາງ​ທ່ານ​ທີ່ຝາກ​ມາລາ​ຍການ​ໃນ​ອາທິດ​ຜ່ານ​ມາ, ຫວັງ​ວ່າ ທ່ານ​ຜູ້​ຝັງ​ຈະ​ສືບ​ຕໍ່​​ຝາກ​ຈົດໝາຍ, ອີ​ແມວ ຫຼື ​ໂທລະສັບມາ​ຫາ​ລາຍການເພື່ອ​ປະກອບ​ຄຳ​ເຫັນ​ຊ່ວຍ​ລາຍການ​ຂອງ​ພວກ​ເຮົາ​​ໃຫ້ນັບ​ມື​ມັບ​ດີ​ກວ່າ​​ເກົ່າ. ພວກ​ເພື່ອນ​ສາ​ມາດ​ຝາກຈົດໝາຍ​ມາ​ຍັງ​ລາຍການ​ໂດຍ​ຈ່າ​ໜ້າ​ຊ່ອງ​ວ່າ: ພາກ​ພາສາ​ລາວ, ວິທະຍຸ​ກະຈາຍສຽງ​ຫວຽດນາມ, ​ເຮືອນ​ເລກທີ 45 ​ຖະໜົນ ບ່າ​ຈ້ຽວ, ຮ່າ​ໂນ້ຍ. ຫຼືໂທລະສັບ​ໂດຍ​ກົງ​​ກໍ່​ໄດ້​ຕາມ​ເບີ​ໂທ 0084​.43.8256631 ຫຼື ອີ​ແມວ laovov5@gmail.com.

ຕອບກັບ

ຂ່າວ/ບົດ​ອື່ນ