ຊີວະປະຫວັດຂອງຜູ້ອຳນວຍການໃຫຍ່VOVຄົນໃໝ່

(vovworld) - ອາທິດ​ຜ່ານ​ມາ, ພາກ​ພາສາ​ລາວ, ວິທະຍຸ​ກະຈາຍ​ສຽງ ຫວຽດນາມ ​ໄດ້​ຮັບ​ຈົດໝາຍ, ອີ​ແມວ, ​ໂທລະສັບຫຼາຍ​ສະບັບຈາກ​ທ່ານ​ຜູ້​ຟັງ​ລາວ. ​ໃນ​ລາຍການ “​ໂອ້​ລົ​ມກັບ​ເພື່ອນ​ລາວ” ມື້​ນີ້, ພວກ​ເຮົາ​ຂໍ​ຄັ​ດ​ສະ​ເໜີ​ເນື້ອ​ໃນ​ຈົ​​ດໝາຍ ​ແລະ ຕອບ​ບາງ​ຄຳ​ຖາມ​ທີ່​ທ່ານ​ຜູ້​ຟັງ​ຝາກ​ມ​າລາຍການ. ​

        ​ໃນ​ອາທິດ, ​ເພື່ອນ ວິ​ຊາຕີ ພົມ​ປານ​ຢາ, ​ແຂວງ ວຽງ​ຈັນ; ​ທ່ານ ​ເພັດ​ສະຫວັນ, ​ແຂວງ ອັດ​ຕະປື; ​ເພື່ອນ ທອນ​ສະ​ໄໝ, ​ແຂວງ ຄຳ​ມ່ວນ; ​ເພື່ອນ​ ນູນ ອິນ​ຄາ​ວິ​ໄລ, ຢູ່ ຮ່າ​ໂນ້ຍ ​ໄດ້​ສົ່ງ​ຂໍ້ຄວາມ, ອີ​ແມວ ອວຍພອນ​ເນື່ອງ​ໃນ​ໂອກາດ​ວັນ​ແມ່​ຍິງ​ສາກົນ ​ເຖິງ​ບັນນາທິການ​ຍິງ ພາກ​ພາສາ​ລາວ ​ເວົ້າ​ສະ​ເພາະ ​ແລະ ບັນດາ​ແມ່ຍິງ​ທີ​່​ເຮັດ​ວຽກ​ຢູ່ວິທະຍຸ​ກະຈາຍສຽງ ຫວຽດນາມ ​ເວົ້າ​ລວມ, ​ເນື່ອງ​ໃນ​ໂອກາດ​ວັນ​ແມ່​ຍິງສາກົນ (8/3), ອວຍພອນ​ໃຫ້​ແມ່ຍິງ​ທຸກ​ຄົນ​ຈົ່ງ​ມີ​ສຸຂະພາບ​ເຂັມ​​ແຂງ, ມີ​ຄວາມ​ຜາ​ສຸກ, ບັນລຸ​ຜົນສຳ​ເລັດ​ໃນໜ້າ​ທີ່​ການ​ງານ​ຂອງ​ຕົນ.

ຊີວະປະຫວັດຂອງຜູ້ອຳນວຍການໃຫຍ່VOVຄົນໃໝ່ - ảnh 1
ທ່ານ ຫງວຽນເທ໋ກີ້

​​ໃນ​ອາທິດ, ​ເພື່ອນ ພຽນ ພົມມະ​ສອນ, ​ແຂວງ ຫົວພັນ, ​ເຊິ່ງ​ແມ່ນຜູ້​ຟັງ​ເປັນ​ປະຈຳ​ຂອງ​ພາກ​ພາສາ​ລາວ ​ໄດ້​ຝາກ ອີ​ແມວ ມາ​ຍັງ​ລາຍການ​ດ້ວຍ​ເນື້ອ​​ໃນ​ວ່າ: “ຂ້າພະ​ເຈົ້າ​ໄດ້​ຟັງ​ຂ່າວ​ກ່ຽວ​ກັບ ​ເລື່ອງ ວິ​ທະ​ຍຸ​ກະຈາຍສຽງ ຫວຽດນາມ ມີ​ຜູ້ອຳນວຍການ​ໃຫຍ່​ຄົນ​ໃໝ່. ຂ້າພະ​ເຈົ້າ​ຢາກ​ຮູ້​ຂໍ້​ມູນ​ຂ່າວ​ຕື່ມ​ອີກ​ກ່ຽວ​ກັບ​ຜູ້ອຳນວຍການ​ໃຫຍ່​ຜູ້​ນີ້​ແດ່?”

ຂໍ​ຂອບ​ໃຈ​ເພື່ອນ ພຽນ ພົມມະ​ສອນ ທີ່​ໄດ້​ເອົາ​ໃຈ​ໃສ່​ເຖິງ​ວິ​ທະ​ຍຸ​ກະຈາຍສຽງ ຫວຽດນາມ (VOV) ​ເວົ້າ​ລວມ ​ແລະ ພາກ​ພາສາ​ລາວ ​ເວົ້າ​ສະ​ເພາະ. ​ໃນ​ອາທິດ, ທ່ານນາຍົກລັດ​ຖະມົນຕີ ​ໄດ້​ແຕ່ງ​ຕັ້ງທ່າ​ນ ຫງວຽນ​​ເທ໋ກີ​​້, ກຳມະການ​ສູນ​ກາງ​ພັກ, ຮອງ​ຫົວໜ້າ​ຄະນະ​ໂຄສະນາ​ສຶກສາ​ສູນ​ກາງ ດຳລົງ​ຕຳ​ແໜ່​ງ ​ເປັນຜູ້ອຳ​ນວຍ​ການ​ໃຫຍ່ VOV (​ແທນ​ໃຫ້​ທ່ານ ຫງວຽນ​ດັງ​ຕ໋ຽນ). ທ່ານ​ຮອງ​ສາດສະດາຈານ - ດຣ ຫງວຽນ​​ເທ໋ກີ້, ​ເກີດ​ປີ 1960, ຢູ່​ແຂວງ ​​ເງະ​ອານ. ທ່ານ ຫງວຽນ​ເທ໋ກີ້ ​ເຄີຍ​ດຳລົງ​ຕຳ​ແໜ່​ງຕ່າງໆ​ຄື: ຜູ້ອຳນວຍການສະຖານີ​ວິທະຍຸ​ກະຈາຍສຽງ - ​ໂທລະພາບ​ແຂວງ ​ເງະ​ອານ, ບັນນາທິການ​ໃຫຍ່​ໜັງສືພິມ ​ເງະ​ອານ, ຮອງ​ຫົວໜ້າ​ຄະນະ​​ໂຄສະນາ​ສຶກສາ​ຄະນະ​ພັກ​​ແຂວງ ​ເງະ​ອານ, ​ເລຂາ​ຄະນະ​ພັກ​ເມືອງ ນາມ​ດ່ານ, ​ແຂ​ວງ ​ເງະ​ອານ, ຫົວໜ້າ​ກົມ​ສື່ມວນ​ຊົນພິມ​ຈຳໜ່າຍ ຂຶ້ນ​ກັບ​ຄະນະ​ໂຄສະນາ​ສຶກສາ​ສູນ​ກາງ, ຮອງ​ຫົວໜ້າ​ຄະນະ​ໂຄສະນາ​ສຶກສາ​ສູນ​ກາງ. ​ທີ່​ກອງ​ປະຊຸມ​ໃຫຍ່​ຄັ້ງ​ທີ 12 ຂອງ​ພັກ​ຜ່ານ​ມາ, ທ່ານ ຫງວຽນ​​ເທ໋ກີ້ ​ໄດ້​ຮັບ​​ເລືອກ​ຕັ້ງ​ເປັນ​ກຳມະການ​ຄະນະ​ບໍລິຫານ​ງານ​ສູນ​ກາງ​ພັກ​ຊຸດ​ທີ 12.

ຊີວະປະຫວັດຂອງຜູ້ອຳນວຍການໃຫຍ່VOVຄົນໃໝ່ - ảnh 2

​ເພື່ອນ ຈັນທະ​ນາ​ຊີ, ​ນະຄອນຫຼວງ ວຽງ​ຈັນ, ​ໄດ້​ຝາກ ອີ​ແມວ​ມາ​ຍັງ​ລາຍການ, ​ໂດ​ຍຖາມ​ວ່າ: “​ເມື່ອ​ຟັງ​ຂ່າວ​ບົດ​ທາງວິ​ທະ​ຍຸ, ຂ້າພະ​ເຈົ້າ​ໄດ້​ຮູ້​ກ່ຽວ​ກັບ​ສະມາຄົມ​ຜູ້​ປະສົບ​ເຄາະ​ຮ້າຍ​ຈາກ​ທາດ​ພິດ​ສີ​ສົ້ມ ຫວຽດນາມ. ​ແຕ່ຂ້າພະ​ເຈົ້າ​ຢາກ​ຮູ້​​ແຈ້ງ​ກ່ວາ​ກ່ຽວ​ກັບ​ສະມາຄົມ​ນີ້, ຫວັງ​ວ່າ​ລາຍການ​ຈະ​ສະໜອງ​ຂໍ້​ມູນ​ຂ່າວ​ໃຫ້​ຂ້າພະ​ເຈົ້າ​ແດ່​ເດີ. ຂໍ​ຂອບ​ໃຈ”

​ເພື່ອນ ຈັນທະ​ນາ​ຊີ ທີ່​ຮັກ​ແພງ, ວັນ​ທີ 10/01/2004, ສະມາຄົມ​ຜູ້​ປະສົບ​ເຄາະ​ຮ້າຍ​ຈາກ​ທາດ​ພິດ​ສີ​ສົ້ມ/ດີ​ໂອ​ຊິນ ຫວຽດນາມ (Vietnam Association for Victims of Agent Orange/dioxin – VAVA) ​ໄດ້​ຮັບ​ການ​ສ້າງ​ຕັ້ງ ​ເພື່ອ​ແນ​ໃສ່​ຊ່ວຍ​ເຫຼືອ, ປົກ​ປ້ອງ​ສິດຜົນປະ​ໂຫຍ​ດ​ໃຫ້​ແກ່​ບັນດາ​ຜູ້​ປະສົ​ບ​ເຄາະ​ຮ້າຍ​ຈາກທາດ​ພິດ​ສີ​ສົ້ມ, ປະກອບສ່ວນ​ແກ້​ໄຂ​ຜົນ​ຮ້າຍ​ຢ້ອນ​ຫຼັງ​ຈາກ​ທາດ​ພິດ​ເຄມີ​ໂດຍ ອາ​ເມ​ລິ​ກາ ນຳ​ໃຊ້​ໃນ​ສົງຄາມຢູ່ ຫວຽດນາມ ​ແລະ ຕາງໜ້າ​ໃຫ້​ບັນດາ​ຜູ້​ປະສົບ​ເຄາະ​ຮ້າຍ​ຈາກ​ທາດ​ພິດ​ສີ​ສົ້ມຢູ່ ຫວຽດນາມ ​ໃນ​ການ​ພົວພັນ​ກັບ​ບັນດາ​ອົງການ​, ຫົວໜ່ວຍ​ທັງ​ພາຍ​ໃນ​ ​ແລະ ຕ່າງປະ​ເທດ. ໜຶ່ງ​ໃນ​ບັນດາ​ວຽກ​ງານ​ທຳ​ອິດ​ຂອງ​ສະມາຄົມ​ນັ້ນ​ແມ່ນ ສ້າງ​ໂຄງການ “ຊ່ວຍ​ເຫຼືອ​ບັນດາ​ຜູ້​ປະສົບ​ເຄາະ​ຮ້າຍ​ຈາກ​ທາດ​ພິດ​ສີ​ສົ້ມ​ໃນ​ຊີວິດ​ການ​ເປັນ​ຢູ່”, ພ້ອມ​ທັງ “ຈັດ​ຕັ້ງ​ການ​ເກັບ​ກຳ​ສຳ​ເນົາ​ເອກະສານ, ຫຼັກ​ຖານ​ເພື່ອ​ດຳ​ເນີນ​ການ​ຮ້ອງ​ຟ້ອງ​ພົນລະ​ເຮືອນ ບັນດາ​ບໍລິສັດ​ຂອງ ອ​າ​ເມ​ລິ​ກາ ທີ່​ໄດ​້ຜະລິດທາດ​ພິດ​ສີ​ສົ້ມ ​ເພື່ອ​ກອງທັບ ອາ​ເມ​ລິ​ກາ ນຳ​ໃຊ້​ໃນ​ສົງຄາມ​ຢູ່ ຫວຽດນາມ”. ສູນ​ກາງ​ສະມາຄົມ​ກໍ​ມີ​ການ​ກຳນົດ​ທິດພັດທະນາ​ເປີດ​ກ້ວາງ, ສ້າງ​ຕັ້ງ​ສະມາຄົມ​ຜູ້​ປະສົບ​ເຄາະ​ຮ້າຍ​ຈາກ​ທາດ​ພິດ​ສີ​ສົ້ມ/ ດີ​​ໂອ​ຊີນ ທ້ອງ​ຖິ່ນ ​ເຖິງ 63 ​ແຂວງ, ນະຄອນ​ໃນ​ທົ່ວ​ປະ​ເທດ. ຮອດ​ຈຸດ​ເວລາ​ນີ້, ມີ 58 ​ແຂວງ, ນະຄອນ​ໃນ​ທົ່ວ​ປະ​ເທດ​ໄດ້​ສ້າງ​ຕັ້ງ​ສະມາຄົມ​ຜູ້​ປະສົບ​ເຄາະ​ຮ້າຍ​ຈາກ​ທາດ​ພິດ​ສີ​ສົ້ມ/ດີ​ໂອ​ຊີ​ນ. ວັນ​ທີ 10/8 ປະຈຳ​ປີ​ໄດ້​ເລືອກ​ເຟັ້ນ​ເປັນ “ວັນ​ເພື່ອ​ຜູ້​ປະສົບ​ເຄາະ​ຮ້າຍ​ຈາກ​ທາດ​ພິດ​ສີ​ສົ້ມ”.

ທ່ານ​ຜູ້​ຟັງ​ທີ່​ເຄົາລົບ, ດັ່ງ​ທີ່​ກ່າວ​ມາ​ຂ້າງ​ເຖິງ​ແມ່ນ​ເນື້ອ​ໃນ​ຄຳ​ເຫັນຂອງ​ທ່ານ​ຜູ້ຟັງ​ບາງ​ທ່ານ ​ທີ່ຝາກ​ມາລາ​ຍການ​ໃນ​ອາທິດ​ຜ່ານ​ມາ, ຫວັງ​ວ່າ ທ່ານ​ຜູ້​ຝັງ​ຈະ​ສືບ​ຕໍ່​​ຝາກ​ຈົດໝາຍ, ອີ​ແມວ ຫຼື ​ໂທລະສັບມາ​ຫາ​ລາຍການເພື່ອ​ປະກອບ​ຄຳ​ເຫັນ​ຊ່ວຍ​ລາຍການ​ຂອງ​ພວກ​ເຮົາ​​ໃຫ້ນັບ ​ມື​ມັບ​ດີ​ກວ່າ​​ເກົ່າ. ພວກ​ເພື່ອນ​ສາ​ມາດ​ຝາກຈົດໝາຍ​ມາ​ຍັງ​ລາຍການ​ໂດຍ​ຈ່າ​ລະ​ຊ່ອງ​ວ່າ: ພາກ​ພາສາ​ລາວ, ວິທະຍຸ​ກະຈາຍສຽງ​ຫວຽດນາມ, ​ເຮືອນ​ເລກທີ 45 ​ຖະໜົນ ບ່າ​ຈ້ຽວ, ຮ່າ​ໂນ້ຍ. ຫຼືໂທລະສັບ​ໂດຍ​ກົງ​​ກໍ່​ໄດ້​ຕາມ​ເບີ​ໂທ 0084​.43.8256631 ຫຼື ອີ​ແມວ laovov5@gmail.com.


ຂ່າວ/ບົດ​ອື່ນ