CPTPP: ຫວຽດນາມ ສະແດງໃຫ້ເຫັນການເຊື່ອມໂຍງເຂົ້າກັບສາກົນ ໃນລະດັບໃໝ່

(VOVWORLD) - ສັນຍາຄູ່ຮ່ວມມືຮອບດ້ານ ແລະ ກ້າວໜ້າຂ້າມປາຊີຟິກ (CPTPP) ຫາກໍ່ໄດ້ຮັບການລົງນາມ. ນີ້ແມ່ນກາລະໂອກາດເພື່ອໃຫ້ 11 ປະເທດສະມາຊິກ ເຊິ່ງລວມມີທັງ ຫວຽດນາມ ຊຸກຍູ້ການຄ້າ ແລະ ການພັດທະນາປະເທດຊາດ.
CPTPP: ຫວຽດນາມ ສະແດງໃຫ້ເຫັນການເຊື່ອມໂຍງເຂົ້າກັບສາກົນ ໃນລະດັບໃໝ່ - ảnh 1 ຜູ້ຕາງໜ້າປະເທດສະມາຊິກ CPTPP ຖ່າຍຮູບທີ່ລະນຶກກັບທ່ານນາງນາຍົກລັດຖະມົນຕີ ຈີເລ

ເລື່ອງເຈລະຈາ ແລະ ລົງນາມໃນສັນຍາ CPTPP ໄດ້ສະແດງໃຫ້ເຫັນລະດັບໃໝ່ຂອງ ຫວຽດນາມ ໃນການເຊື່ອມໂຍງເຂົ້າກັບພາກພື້ນ ແລະ ສາກົນ. ບົດຂຽນຂອງ ຟ້າມຮວນ, ນັກຂ່າວ VOV ປະຈຳ ອາເມລິກາ.

        ເພື່ອໄດ້ຮັບການລົງນາມນັ້ນ, ສັນຍາ CPTPP ຕ້ອງຜ່ານວິວັດການເຈລະຈາຍາວນານ ແລະ ຫຍຸ້ງຍາກ. ຫວຽດນາມ ພ້ອມກັບບາງປະເທດໄດ້ປະກອບສ່ວນສຳຄັນເຂົ້າໃນວິວັດການດັ່ງກ່າວ, ພິເສດ, ໃນຈຸດເວລາທີ່ ອາເມລິກາ ຖອນອອກຈາກສັນຍາ TPP 12 ແລະ ເມື່ອບັນດາປະເທດໄດ້ເຫັນດີເຫັນພ້ອມນຳກັນໃນກອງປະຊຸມລັດຖະມົນຕີ TPP ທີ່ຈັດຕັ້ງຢູ່ ດ່ານັ້ງ, ຫວຽດນາມ ໃນເດືອນ ພະຈິກ 2017 ນັ້ນແມ່ນຈະລົງນາມໃນສັນຍາ CPTPP ໃນວັນທີ 8 ມີນາ 2018 ຢູ່ປະເທດ ຈີເລ. ຫວຽດນາມ ໄດ້ປະກອບສ່ວນສຳຄັນເຂົ້າໃນການຕັດສິນໃຈນີ້.

CPTPP ສະແດງໃຫ້ເຫັນ ຫວຽດນາມ ເປັນເຈົ້າການໃນການເຊື່ອມໂຍງຢ່າງເລິກເຊິ່ງກ້ວາງຂວາງ

       CPTPP ແມ່ນສັນຍາການຄ້າເສລີລຸ້ນໃໝ່ ເຊິ່ງຫຼາຍປະເທດພັດທະນາພວມເຂົ້າຮ່ວມ, ພ້ອມທັງມີຫຼາຍປະເທດອື່ນ, ໃນນັ້ນມີ ອາເມລິກາ, ກໍ່ສະແດງຄວາມມຸ່ງມາດປາດຖະໜາຈະເຂົ້າຮ່ວມໃນຂະນະທີ່ສັນຍາຫາກໍ່ໄດ້ຮັບການລົງນາມ. ເລື່ອງ ຫວຽດນາມ ເຂົ້າຮ່ວມ CPTPP ໂດຍໄວ ດ້ວຍຖານະເປັນປະເທດເອກະລາດ ແລະ ມີອະທິປະໄຕສູງໃນບັນດາການເຄື່ອນໄຫວການພົວພັນຕ່າງປະເທດດ້ານການເມືອງ ກໍ່ຄືດ້ານເສດຖະກິດ, ສະແດງໃຫ້ເຫັນນະໂຍບາຍຫັນບັນດາການພົວພັນດ້ານການຄ້າ ກໍ່ຄືດ້ານເສດຖະກິດເປັນຫຼາຍຝ່າຍ ແລະ ຫຼາຍຮູບຫຼາຍແບບເພື່ອປົກປັກຮັກສາເອກະລາດ, ອະທິປະໄຕຂອງປະເທດຊາດ. ທ່ານ ເຈີ່ນຕ໋ວນແອງ, ລັດຖະມົນຕີກະຊວງອຸດສາຫະກຳ ການຄ້າ ຫວຽດນາມ ໄດ້ໄຈ້ແຍກວ່າ:

        “ໃນສະພາບການຕົວຈິງພວກເຮົາໄດ້ເຫັນແຈ້ງແລ້ວວ່າ: ໃນສະພາບການຫັນເປັນໂລກາພິວັດພວມຜັນແປຢ່າງສັບສົນ ແຕ່ມີບັນດາສັນຍານ, ສະແດງໃຫ້ເຫັນຢ່າງຈະແຈ້ງຂອງລັດທິອາລັກຂາການຄ້າຂອງລັດທິປະຊານິຍົມ, ລັດທິໂດດດ່ຽວ, ກີດຂວາງ ແລະ ສົ່ງຜົນກະທົບບໍ່ສະດວກເຖິງການຫັນເປັນໂລກາພິວັດ, ເລື່ອງພວກເຮົາປະຕິບັດແຜນນະໂຍບາຍຍຸດທະສາດຂອງພັກ, ນະໂຍບາຍຂອງລັດໃນການເຊື່ອມໂຍງຢ່າງເລິກເຊິ່ງ ແລະ ກ້ວາງຂວາງ ຢ່າງສຸດຈິດສຸດໃຈ ແລະ ສະເໝີຕົ້ນສະເໝີປາຍນັ້ນ, ແນ່ນອນວ່າຈະແມ່ນກາລະໂອກາດ ແລະ ພ້ອມທັງເປັນເຄື່ອງມື, ມາດຕະການເພື່ອໃຫ້ພວກເຮົາປະຕິບັດຍຸດທະສາດການຕ່າງປະເທດນັ້ນໃຫ້ປະສົບຜົນສຳເລັດ.”

CPTPP ສະແດງໃຫ້ເຫັນລະດັບການເຊື່ອມໂຍງໃໝ່ຂອງ ຫວຽດນາມ

       CPTPP ກໍ່ແມ່ນການສະແດງໃຫ້ເຫັນລະດັບໃໝ່ຂອງ ຫວຽດນາມ ໃນການເຊື່ອມໂຍງເຂົ້າກັບພາກພື້ນ ແລະ ສາກົນ. ດ້ວຍທີ່ຕັ້ງບົດບາດແມ່ນປະເທດກໍ່ຕັ້ງ CPTPP, ຫວຽດນາມ ບັນລຸໄດ້ຈຸດປະສົງຫຼາຍຢ່າງ. ທ່ານ ເຈີ່ນຕ໋ວນແອງ, ລັດຖະມົນຕີກະຊວງອຸດສາຫະກຳ ການຄ້າ ຫວຽດນາມ ໄດ້ໄຈ້ແຍກຕໍ່ໄປວ່າ:

        “ໜຶ່ງແມ່ນກ່ຽວກັບການພົວພັນຕ່າງປະເທດດ້ານການເມືອງຂອງພວກເຮົາ ໄດ້ຢືນຢັນວ່າແມ່ນປະເທດມີທີ່ຕັ້ງບົດບາດນັບມື້ນັບເພີ່ມຂຶ້ນໃນບັນດາເວທີປາໄສການເມືອງ 2 ຝ່າຍ, ຫຼາຍຝ່າຍຢູ່ພາກພື້ນ ກໍ່ຄືຢູ່ສາກົນ ແລະ ພິເສດ, ກ່ຽວກັບບັນດາທ່າໄດ້ປຽບຂອງພວກເຮົາໃນການເຊື່ອມໂຍງຄືແນວນີ້, ພວກເຮົາຢັ້ງຢືນໄດ້ທີ່ຕັ້ງດ້ານການເມືອງຂອງພວກເຮົາໃນທົ່ວໂລກ. ທີສອງແມ່ນ, ພວກເຮົາເຊື່ອມໂຍງເຂົ້າກັບ CPTPP, ກ່ຽວກັບດ້ານລະບອບລະບຽບການ, ພວກເຮົາມີບັນດາເງື່ອນໄຂເພື່ອສ້າງລັດແຫ່ງອຳນາດນິຕິບັນຍັດຂອງພວກເຮົາໃຫ້ສົມບູນແບບ ແລະ ພື້ນຖານເສດຖະກິດເຊິ່ງກຳລັງຄວາມສາມາດໃນການແກ່ງແຍ້ງນັບມື້ນັບສູງ ໂດຍອີງໃສ່ພື້ນຖານຂອງການຫັນເປັນກະຈ່າງແຈ້ງ, ເປີດເຜີຍ ກໍ່ຄືຫັນບັນດາການເຄື່ອນໄຫວດ້ານການຄ້າເປັນສະດວກຕາມຫຼັກການເສດຖະກິດການຕະຫຼາດ.”

        ກ່ຽວກັບດ້ານຫຼັກການ, ຫວຽດນາມ ແມ່ນປະເທດໜຶ່ງທີ່ກໍ່ຕັ້ງ CPTPP, ດັ່ງນັ້ນ, ບໍ່ວ່າບັນດາພື້ນຖານເສດຖະກິດໃດຢາກເຂົ້າຮ່ວມສັນຍາສະບັບນີ້ໃນອະນາຄົດນັ້ນ, ຫວຽດນາມ ລ້ວນແຕ່ມີບັນດາເງື່ອນໄຂປົກປ້ອງ ກໍ່ຄືສືບຕໍ່ຫັນບັນດາຜົນປະໂຫຍດຂອງຕົນໃຫ້ຫຼາຍສຸດ. ສິ່ງສຳຄັນນັ້ນແມ່ນ, CPTPP ຈະຕິດພັນກັບບັນດາຜົນປະໂຫຍດດ້ານເສດຖະກິດການຄ້າ ກັບບັນດາຜົນປະໂຫຍດທີ່ມີລັກສະນະຍຸດທະສາດຍາວນານກ່ຽວກັບການປະຕິຮູບລະບອບລະບຽບການຂອງ ຫວຽດນາມ.

ຫວຽດນາມເສີມຂະຫຍາຍທ່າໄດ້ປຽບຂອງ ສັນຍາ  CPTPPໂດຍໄວ

ບັນດາປະເທດປາດຖະໜາວ່າ ໃນທ້າຍປີ 2018, ຕົ້ນປີ 2019 ສັນຍາ  CPTPP ຈະມີຜົນສັກສິດ ເພື່ອຊຸກຍູ້ການປະຕິຮູບຂອງແຕ່ລະປະເທດ, ສ້າງຄວາມສະດວກໃຫ້ແກ່ບັນດາວິສາຫະກິດ, ປະຊາຊົນທີ່ມີເງື່ອນໄຂໄດ້ຊົມໃຊ້ບັນດາຄວາມສະດວກ ແລະ ບັນດາກົນໄກນະໂຍບາຍບຸລິມະສິດຂອງສັນຍາສະບັບນີ້.  ສະເພາະສຳລັບຫວຽດນາມ, ທ່ານລັດຖະມົນຕີເຈິນຕ໋ວນແອັງ ໃຫ້ຮູ້ວ່າ: 

“ລັດຖະບານຊີ້ນຳພາຍຫຼັງສັນຍາ  CPTPP ໄດ້ຮັບການລົງນາມ, ວຽກທຳອິດທີ່ຄວນເຮັດແມ່ນ ກະຊວງອຸດສາຫະກຳ ແລະ ການຄ້າຕ້ອງສ້າງແຜນການເຄື່ອນໄຫວເພື່ອລາຍງານ ແລະ ຢື່ນຕໍ່ສະພາແຫ່ງຊາດ. ພ້ອມກັບເລື່ອງສະພາແຫ່ງຊາດໃຫ້ສັດຕະຍາບັນສັນຍາ  CPTPP ນັ້ນ, ພວກເຮົາ ຈະມີແຜນການເຄື່ອນໄຫວເຊິ່ງ ລັດຖະບານປະກາດໃຊ້  ເພື່ອກໍານົດບັນດາເນື້ອໃນ, ໜ້າທີ່ຕ້ອງເຮັດ, ໃນນັ້ນ, ໜ້າທີ່ທຳອິດແມ່ນຕ້ອງກວດກາຄືນດ້ານນິຕິກຳ ເພື່ອປະຕິບັດບັນດາຄຳໝັ້ນສັນຍາໃນການເຊື່ອມໂຍງ”.

ຫວຽດນາມກໍ່ຈະຈັດຕັ້ງການປະກາດ ແລະ ສະໜອງຂໍ້ມູນຂ່າວສານຢ່າງຄົບຖ້ວນ ແລະ ປະຕິບັດບັນດາການເຄື່ອນໄຫວໂຄສະນາເຜີຍແຜ່, ແນະນຳ ກ່ຽວກັບສັນຍາ  CPTPP ໃຫ້ທຸກພາກສ່ວນທີ່ເຊື່ອມໂຍງ, ໃນນັ້ນ ຄວນເອົາໃຈໃສ່ເຖິງບົດບາດ ຄວາມຮັບຜິດຊອບຂອງບັນດາອົງການຄຸ້ມຄອງແຫ່ງລັດໃນເລື່ອງຈັດຕັ້ງການຜັນຂະຫຍາຍປະຕິບັດ ກໍຄື ບົດບາດ ຂອງປະຊາຄົມວິສາຫະກິດໃນການສຳຜັດກັບເນື້ອໃນ, ບັນດາສິ່ງທ້າທາຍ, ຄວາມຮຽກຮ້ອງຕ້ອງການຂອງ ສັນຍາ  CPTPP.

ຕອບກັບ

ຂ່າວ/ບົດ​ອື່ນ