ກໍ່ສ້າງລຸ້ນໜຸ່ມທີ່ດີເດັ່ນເພື່ອສືບທອດພາລະກິດການປະຕິວັດຂອງພັກ

ວັນ​ທີ 12/12, ທ່ານ​ເລຂາທິການ​ໃຫ່ຍພັກ​ກອມ​ມູນິດ​ຫວຽດນາມ ຫງວຽນ​ຟູ​ຈ້ອງ ​ໄດ້​ມີ​ບົດ​ກ່າວ​ປາ​ໄສ​ສຳຄັນ, ຕາລາ​ຄາ​ສູງ​ບົດບາດ, ທີ່​ຕັ້ງຂອງ​ຊາວ​ໜຸ່ມ​ໃນ​ພາລະກິດ​ການ​ປະຕິວັດ​ຂອງ​ພັກ, ຂອງ​ຊາດ​ທີ່​ກອງ​ປະຊຸມ​ໃຫ່ຍຄະນະ​ຊາວ​ໜຸ່ມ​ກອມ​ມູນິດ​ໂຮ່ຈິ​ມິນທົ່ວ​ປະ​ເທດຄັ້ງທີ 10. ຕໍ່​ໄປ​ບັນນາທິການ​ວິທະຍຸ​ກະຈາຍສຽງ​ຫວຽດນາມ​ຂໍ​ຄັດ​ສະ​ເໜີ​ເນື້ອ​ໃນ​ບົດ​ກ່າວ​ປາ​ໄສ​ດັ່ງກ່າວ. ​

ກໍ່ສ້າງລຸ້ນໜຸ່ມທີ່ດີເດັ່ນເພື່ອສືບທອດພາລະກິດການປະຕິວັດຂອງພັກ - ảnh 1

ທ່ານ​ເລຂາທິການ​ໃຫ່ຍຫງວຽນ​ຟູ​ຈ້ອງ

(ພາບ:anninhthudo.vn)

​ ເປີດຫົວເລື່ອງບົດ​ກ່າວ​ປາ​ໄສ, ທ່ານ​ເລຂາທິການ​ໃຫ່ຍພັກ​ກອມ​ມູນິດ​ຫວຽດນາມ ຫງວຽນ​ຟູ​ຈ້ອງ ຢັ້ງຢືນ​ວ່າ: ​ໃນ​ຕະຫຼອດ​​ໄລຍະ​ປະຫວັດສາດ​ຂອງ​ຊາດ​ຫວຽດນາມ, ຊາວ​ໜຸ່ມ​ຫວຽດນາມ ​ລຸ້ນຕ່າງໆ​ຍາມ​ໃດ​ກໍ່​ຍົກ​ສູງ​ນ້ຳ​ໃຈ​ຮັກ​ຊາດ, ບໍ່​ຢ້ານ​ກົວ​ຕໍ່ຄວາມທຸກ​ຍາກ​ລຳບາກ, ການ​ເສຍສະຫຼະ, ພ້ອມ​ແລ້ວ​ທີ່​ຈະ​ອຸທິດ​ສ່ວນ​ເພື່ອ​ພາລະກິດ​ສ້າງສາ ​ແລະ ປົກ​ປັກ​ຮັກສາ​ປະ​ເທດ​ຊາດ. ​ໃນຕະຫຼອດ 80 ປີຜ່ານມາ, ຄະນະ​ຊາວ​ໜຸ່ມ​ກອມ​ມູນິດ​ໂຮ່ຈິ​ມິນ ​ໄດ້​​ເຕີບ​ໂຫ່​ຍ​ເຂັ້ມ​ແຂງ​ຢ່າງ​ບໍ່​ຢຸດ​ຢັ້ງ, ປະຕິບັດ​ໜ້າ​ທີ່​ສາມັກຄີ, ​ເຕົ້າ​ໂຮມ, ສຶກສາ​ອົບຮົມ, ຂົນຂວາຍ​ຊາວ​ໜຸ່ມ​ເຂົ້າຮ່ວມ​ບັນດາ​ຂະ​ບວນການ​ປະຕິວັດ​​​ເປັນ​ຢ່າງ​ດີ. ໃນ​ຊຸມ​ປີມໍ່ໆ​ມາ​ນີ້, ຈາກພຶດຕິກຳ​ຕົວ​ຈິງ​ໃນການ​ເຄື່​ອນ​ໄຫວ​ທີ່​ອຸດົມສົມບູນ, ຟົດ​ຟື້ນ ​ແລະ ມີ​ຊີວິດ​ຊີວາ​ຂອງ​ໄວ​ໜຸ່ມ, ​ໃນ​​ຂົງ​ເຂດ​ຕ່າງໆ​ໄດ້​ປະກົດ​ມີຊາວ​ໜຸ່ມ​ດີ​ເດັ່ນ​ຫຼາຍ​ຄົນ, ​ອົງການ​ຈັດຕັ້ງຊາວ​ໜຸ່ມ​ດີ​ເດັ່ນ​ຫຼາຍ​ອົງການ, ​ປະກອບສ່ວນເຂົ້າໃນ​ມູນ​ເຊື້ອ​ອັນ​ສະ​ຫງ່າ​ລາສີ​ຂອງຄະນະ​ຊາວ​ໜຸ່ມ​ກອມ​ມູນິດ​ໂຮ່ຈິ​ມິນ. ທ່ານ​ເລຂາທິການ​ໃຫ່ຍພັກ​ກອມ​ມູນິດ​ຫວຽດນາມ ຫງວຽນ​ຟູ​ຈ້ອງ ​ເນັ້ນໜັກ​ວ່າ:

   “ບັນດາ​ການ​ເຄື່ອນ​ໄຫວ​ມີຄວາມ​ໝາຍຂອງ​ຄະນະ​ຊາວ​ໜຸ່ມ​ສືບ​ຕໍ່​ໄດ້​ຮັບ​ການ​ເປີດ​ກ້ວາງ, ບັນດາ​ຂະ​ບວນການ​ເຄື່ອນ​ໄຫວ​ປະຈັນບານ, ພັດທະນາ​ເສດຖະກິດ​ສັງຄົມ, ປົ​ກປັກ​ຮັກສາ​ປະ​ເທດ​ຊາດ, ຮຽງ​ບ່າ​ຮຽງ​ໄລ່ກັບ​ຊາວ​ໜຸ່ມ​ໃນ​ການ​ກໍ່​ຮ່າງ​ສ້າງ​ຕົວ….​ໄດ້​ສ້າງ​ເປັນ​ຂີດ​ໝາຍ​ທີ່​ດີ​ໃນ​ຊີວິດ​ສັງຄົມ. ອົງການ​ຊາວ​ໜຸ່ມ​ນັບ​ມື້​ນັບ​ໄດ້​ຮັບ​ການ​ປັບປຸງ ​ແລະ ພັດທະນາ, ​ແນວ​ໂຮມ​ສາມັກຄີ​ເຕົ້າໂຮມ​ຊາວ​ໜຸ່ມ​ໄດ້​ຮັບ​ການ​ເປີດ​ກ້ວາງ. ຄຸນ​ນະພາ​ບການ​ເມືອງ​ຂອງ​ສະມາຊິກ​ຊາວ​ໜຸ່ມ​ໄດ້​ຮັບ​ການຍົ​ກສູງ​ຂຶ້ນ​ເທື່ອລະ​ກ້າວ, ຖັນ​ແຖວ​ພະນັກງານ​ຊາວ​ໜຸ່ມ​ມີ​ຈຳນວນ​ຫຼວງ​ຫຼາຍ, ໜຸ່ມ​ແໜ້ນ, ມີ​ລະດັບ​ວິຊາ​ການທີ່​ເຂົາ​ເຈົ້າ​ໄດ້ ​ແລະ ພວມ​ກາຍ​ເປັນ​ແຫຼ່ງພະນັກງານ​ສືບ​ທອດ​ທີ່​ໄວ້​ເນື້ອ​ເຊື່ອ​ໃຈ​ຂອງ​ພັກ, ອຳນາດ​ການ​ປົກຄອງ ​ແລະ ໝູ່​ຄະນະ​ຢູ່​ທຸກຂັ້ນ“.

ກໍ່ສ້າງລຸ້ນໜຸ່ມທີ່ດີເດັ່ນເພື່ອສືບທອດພາລະກິດການປະຕິວັດຂອງພັກ - ảnh 2

ຜູ້​ແທນ​ເຂົ້າຮ່ວມ​ກອງ​ປະຊຸມ​ໃຫ່ຍຄະນະ​ຊາວ​ໜຸ່ມ​ທົ່ວ​ປະ​ເທດ​ຄັ້ງທີ 10

(ພາບ:dantri.com.vn)

   ທ່ານ​ເລຂາທິການ​ໃຫ່ຍພັກ​ກອມ​ມູນິດ​ຫວຽດນາມ ຫງວຽນ​ຟູ​ຈ້ອງ ​ໃຫ້​ຮູ້​ວ່າ: ກອງ​ປະຊຸມ​ໃຫ່ຍຄັ້ງທີ 11 ຂອງ​ພັກ​ກອມ​ມູນິດ​ຫວຽດນາມ ​ໄດ້​ວາງ​ອອກ​ທິດ​ທາງ, ຈຸດໝາຍ, ໜ້າ​ທີ່​ການ​ປະຕິວັດ​ຂອງ​ຫວຽດນາມ ​ໃນ 5 ປີ​ຂ້າງ​ໜ້າ ​ແລະ ສຳລັບ​ລຸ້ນໜຸ່ມ, ພັກ​ກອມ​ມູນິດ​ຫວຽດນາມ ກຳນົດ​ຕ້ອງ​ປະຕິບັດ​ວຽກ​ງານ​ການ​ເມືອງ, ​ແນວ​ຄິດ, ການ​ສຶກສາ​ອົບຮົມ​ມູນ​ເຊື້ອ, ອຸດົມ​ການ, ຄຸນສົມບັດ ​ແລະ ​ແບບ​ແຜນການ​ດຳລົງ​ຊີວິດ​ເປັນ​ຢ່າງ​ດີ. ຕາມທ່ານ​ເລຂາທິການ​ໃຫ່ຍພັກ​ກອມ​ມູນິດ​ຫວຽດນາມ ຫງວຽນ​ຟູ​ຈ້ອງ ​ແລ້ວ, ວຽກ​ງານ​ຊາວ​ໜຸ່ມ​ແມ່ນ​ບັນຫາ​ເປັນ​ຕາຍ​ຂອງ​ຊາດ, ​ແມ່ນ​ໜຶ່ງ​ໃນ​ບັນດາ​ປັດ​ໄຈ​ຕັດສິນ​ຊີ້​ຂາດ​ຂອງ​ການ​ປະຕິວັດ. ທ່ານ​ເລຂາທິການ​ໃຫ່ຍພັກ​ກອມ​ມູນິດ​ຫວຽດນາມ ຫງວຽນ​ຟູ​ຈ້ອງ ຢືນຢັນ​ວ່າ​:

    “ພັກ ​ແລະ ລັດ ຖື​ບັນຫາ​ຊາວ​ໜຸ່ມ ​ແລະ ວຽກ​ງານ​ຊາວ​ໜຸ່ມ​ເປັນ​ສຳຄັນ​ທີ່​ສຸດ, ມີ​ຄວາມ​ເຊື່ອໝັ້ນຕໍ່​ຊາວ​ໜຸ່ມ ​ແລະ ອົງການ​ຊາວ​ໜຸ່ມຢ່າງ​ເລິກ​ເຊິ່ງ. ສະນັ້ນ, ຊາ​ວໜຸ່ມ ​ແລະ ຄະນະຊາວ​ໜຸ່ມ​ເອງ​ກໍ່​ຕ້ອງ​ມີ​ສະຕິ​ຄວາມ​ຮັບ​ຮູ້​ຕໍ່​ທີ່​ຕັ້ງບົດບາດ ​ແລະ ພາລະ​ກຳ​ຂອງ​ຕົນຢ່າງ​ເລິກ​ເຊິ່ງ, ຄົບ​ຖ້ວນ​ກ່ວາ​ອີກ, ຍົກ​ສູງ​ຄວາມ​ຮັບຜິດ​ຊອບ, ມານະ​ພະຍາຍາມ​ສູ້ຊົນຮ່ຳ​ຮຽນ, ຝຶກ​ຝົນ​ຫຼໍ່​ຫຼອມ, ຍົກ​ສູງ​ລະດັບ​ຄວາມ​ຮູ້​ພູມ​ປັນຍາ, ຄຸນສົມບັດ​ສິນ​ທຳປະຕິວັດ“

 ທ່ານ​ເລຂາທິການ​ໃຫ່ຍພັກ​ກອມ​ມູນິດ​ຫວຽດນາມ ຫງວຽນ​ຟູ​ຈ້ອງ ຮຽກຮ້ອງ​ໃຫ້​ອົງ​ການ​ຊາວ​ໜຸ່ມ​ຕ້ອງ​ຖື​ເປັນ​ສຳຄັນ ​ແລະ ປະຕິບັດ​ວຽກ​ງານ​ສຶກສາ​ອົນ​ຮົ​ມດ້ານ​ການ​ເມືອງ​ແນວ​ຄິດ​ໃຫ້​ແກ່​ຊາວ​ໜຸ່ມ​​ໃຫ້​ດີ​ກ່ວາ​ອີກ. ນີ້​ທັງ​ແມ່ນ​ຄວາມ​ຮຽກຮ້ອງ​ຕ້ອງການ​ອັນ​ຮີບ​ດ່ວນ, ທັງ​ມີ​ລັກສະນະ​ຍຸດ​ທະ​ສາດ​ຍາວ​ນນານ ​ແລະ ​ແມ່ນ​ໄມ້​ວັດ​ແທກ​​ປະສິດທິ​ຜົນ​ຂອງ​ຄະນະ​ຊາວ​ໜຸ່ມ ​ແລະ ຂະ​ບວນການ​ຊາວ​ໜຸ່ມ. ຄະນະ​ຊາວ​ໜຸ່ມ​ຕ້ອງ​ຊ່ວຍ​ພັກສາ​ມັກ​ຄີ, ​ເຕົ້າ​ໂຮມ, ສຶກສາ​ອົບຮົມ, ບຳລຸງ​ສ້າງ​ຊາວ​ໜຸ່ມ, ສ້າງ​ລຸ້ນ​ໜຸ່ມ​ທີ່​ມີ​ຄຸນ​ນະ​ທາດ​ການ​ເມືອງ, ມີລະດັບ​ຄວາມ​ຮູ້, ມີ​ຫົວຄິດປະດິດ​ສ້າງ​ເພື່ອ​ສືບ​ທອດ​ພາລະກິດ​ການ​ປະຕິວັດ​ອັນ​ສະຫງ່າ​ລາສີ​ຂອງ​ພັກ ​ແລະ ຂອງຊາດ, ດຳ​ເນີນ​ການ​ສຶກສາ​ອົບຮົມ​ຊາວ​ໜຸ່ມ​ດ້ວຍ​ຫຼາຍ​ຮູ​ບການ​ທີ່​ອຸດົມສົມບູນ, ມີ​ຊີວິດ​ຊີວາ ​ແລະ ມີ​ຄວາມ​ດຶງດູດ​​ໂດຍ​ຜ່ານ​ບັນດາ​ວຽກ​ງານ​ອັນ​ແທດ​ຈິງ, ສົມທົບ​ກັບ​ການ​ສຶກສາ​ໃນ​ຄອບຄົວ, ​ໂຮງຮຽນ ​ແລະ ສັງຄົມ ​ແລະ ​ເໝາະ​ສົມ​ກັບ​ແຕ່ລະ​ເປົ້າໝາຍ.

   ທ່ານ​ເລຂາທິການ​ໃຫ່ຍພັກ​ກອມ​ມູນິດ​ຫວຽດນາມ ຫງວຽນ​ຟູ​ຈ້ອງ ກໍ່​ຮຽກຮ້ອງ​ໃຫ້ຄະນະ​ຊາວໜຸ່ມຕ້ອງ​ມີ​ຫຼາຍ​ຮູບ​ການ ​ແລະ ມາດ​ຕະການ​ເໝາ​ະສົມ​ເພື່ອ​ເສີມ​ຂະຫຍາຍ​ບົດບາດ​ປະຈັນບານ, ຫົວຄິດປະດິດ​ສ້າງ, ນ້ຳ​ໃຈ​ອາສາສະໝັກ​, ປຸກລຸກ​ຄວາມ​ສາມາດ​ບົ່ມ​ຊ້ອນ​ອັນ​ໃຫ່ຍຫຼວງ​ຂອງ​ຊາວ​ໜຸ່ມ​ທຸກ​ຊັ້ນຄົນ, ປຸກລະດົມ​ຊາວ​ໜຸ່ມ​ນຳ​ໜ້າ​ໃນ​ພາລະກິດ​ຫັນ​ປະ​ເທດ​ຊາດ​ເປັນ​ອຸດສາຫະກຳ ​ແລະ ທັນ​ສະ​ໄໝ, ປະຕິບັດສຳເລັດ​ບັນດາ​ເນື້ອ​ໃນ​ການ​ເມືອງ, ວິຊາ​ການຢູ່​ແຕ່​ລະ​ທ້ອງ​ຖິ່ນ, ຫົວໜ່ວຍ​. ທ່ານ​ເລຂາທິການ​ໃຫ່ຍພັກ​ກອມ​ມູນິດ​ຫວຽດນາມ ຫງວຽນ​ຟູ​ຈ້ອງ ຊີ້​ແຈງ​ວ່າ: ບັນດາ​ການ​ເຄື່ອນ​ໄຫວ​ຂອງ​ຄະນະ​ຊາວ​ໜຸ່ມ​ຕ້ອງ​ເລີ່ມຈາກ​ໜ້າ​ທີ່​ການ​ເມືອງ​ລວມຂອງ​ປະ​ເທດ​ຊາດ, ​ໂດຍ​ສະ​ເພາະ​ແມ່ນ​ໃນ​ການ​ພັດທະນາ​ເສດຖະກິດ​ສັງຄົມ, ຮັກສາສະຖຽນ​ລະ​ພາບ​ດ້ານ​ການ​ເມືອງ​, ກໍ່ສ້າງ ​ແລະ ປັບປຸງ​ພັກ. ຄະນະ​ຊາວ​ໜຸ່ມ​ຕ້ອງ​ມີບັນດາ​ການ​ເຄື່​ອນ​ໄຫວທີ່​ອຸດົມສົມບູນ, ມີຫຼາຍ​ຮູບ​ຫຼາຍ​ແບບທີ່​ເໝາະ​ສົມ​ກັບ​​ໄວໜຸ່ມ, ​ເພື່ອດຶງດູດ​ຊາວ​ໜຸ່ມ​ເຂົ້າຮ່ວມບັນດາ​ຂະ​ບວນການ​ຂອງ​ຄະນະ​ຊາວ​ໜຸ່ມ​ຢ່າງ​ຕັ້ງໜ້າ​.

ຕອບກັບ

ຂ່າວ/ບົດ​ອື່ນ