ກອງປະຊຸມຄັ້ງປະຖົມມະເລີກ ສະພາແຫ່ງຊາດຊຸດທີ 14: ສຳເລັດພາລະກຳໃຫ້ແກ່ໄລຍະພັດທະນາໃໝ່

ພາຍຫຼັງ​ເຮັດ​ວຽກ​ມາ​ເປັນ​ກວ່າ 1 ອາ​ທິດ, ຕອນ​ບ່າຍ​ວັນ​ທີ 29/7, ກອງ​ປະ​ຊຸມ​ສະ​ໄໝ​ສາ​ມັນ​ຄັ້ງ​ປະ​ຖົມ​ມະ​ເລີກ ສະ​ພາ​ແຫ່ງ​ຊາດ​ຫວຽດ​ນາມ​ຊຸດ​ທີ 14 ໄດ້​ອັດ​ລົງ​ຢູ່​ຮ່າ​ໂນ້ຍ. ໂດຍ​ແມ່ນກອງ​ປະ​ຊຸມ​ຄັ້ງ​ທຳ​ອິດ​ຂອງສະ​ພາ​ແຫ່ງ​ຊາດ​ອາ​ຍຸ​ການ 5 ປີ 2016-2021,  ກອງ​ປະ​ຊຸມ​ສະ​ໄໝ​ສາ​ມັນ​ຄັ້ງ​ປະ​ຖົມ​ມະ​ເລີກໄດ້​ເຮັດ​ສຳ​ເລັດຫຼາຍ​ໜ້າ​ທີ່​ສຳ​ຄັນ​ພິ​ເສດ, ບໍ່​ພຽງ​ແຕ່​ສ້າງ​ປະ​ຖົມ​ປັດ​ໄຈ​ໃຫ້​ແກ່​ການ​ເຄື່ອນ​ໄຫວ​ຂອງ​ສະ​ພາ​ແຫ່ງ​ຊາດ​ໃນ​ທັງ​ອາ​ຍຸ​ການ​ເທົ່າ​ນັ້ນ, ຫາກ​ຍັງ​ປະ​ກອບ​ສ່ວນ​ບູ​ລະ​ນະ​ກົງ​ຈັກ​ແຫ່ງ​ລັດ​ດ້ວຍ​ບັນ​ດາ​ຕຳ​ແໜ່ງ​ໄດ້​ຮັບ​ການ​ເລືອກ​ຕັ້ງ​ໃຫ້​ສັດ​ຕະ​ຍາ​ບັນ, ໃນ​ນັ້ນ, ມີ​ປະ​ທານ​ສະ​ພາ​ແຫ່ງ​ຊາດ, ປະ​ທານ​ປະ​ເທດ, ນາ​ຍົກ​ລັດ​ຖະ​ມົນ​ຕີ.

                   

  

ກອງປະຊຸມຄັ້ງປະຖົມມະເລີກ ສະພາແຫ່ງຊາດຊຸດທີ 14: ສຳເລັດພາລະກຳໃຫ້ແກ່ໄລຍະພັດທະນາໃໝ່ - ảnh 1
ສະ​ພາ​ແຫ່ງ​ຊາດ​ໄດ້​ເລືອກ​ຕັ້ງ, ໃຫ້​ສັດ​ຕະ​ຍາ​ບັນ​ຕຳ​ແໜ່ງສຳ​ຄັນ​ຂອງ​ປະ​ເທດ​ຊາດ

        ກອງ​ປະ​ຊຸມ​ສະ​ໄໝ​ສາ​ມັນ​ຄັ້ງ​ປະ​ຖົມ​ມະ​ເລີກ ສະ​ພາ​ແຫ່ງ​ຊາດ​ຫວຽດ​ນາມ​ຊຸດ​ທີ 14 ຖືກ​ດຳ​ເນີນ​ເປັນ​ເວ​ລາ 9 ວັນ, ດ້ວຍ​ຈຸດ​ສຸມ​ແມ່ນ​ພິ​ຈາ​ລະ​ນາ, ຕັດ​ສິນ​ຕໍ່​ການ​ຈັດ​ຕັ້ງ, ບຸກ​ຄະ​ລາ​ກອນ​ຂັ້ນ​ສູງ​ຂອງ​ລັດ ໃຫ້​ຖືກ​ຕາມ​ທຳ​ນຽມ​ບັນ​ດາ​ກອງ​ປະ​ຊຸມ​ຄັ້ງ​ທຳ​ອິດ​ຂອງ​ອາ​ຍຸ​ການ​ສະ​ພາ​ແຫ່ງ​ຊາດ. ແຕ່​ໃນ​ກອງ​ປະ​ຊຸມ​ຄັ້ງ​ນີ້, ທ່ານ​ນາງ​ປະ​ທານ​ສະ​ພາ​ແຫ່ງ​ຊາດ​ຫວຽດ​ນາມ ຫງວຽນ​ທິ​ກິມ​ເງິນ ກໍ​ສະ​ເໜີວ່າ ບໍ່​​ຍ້ອນ

ວຽກ​ງານ​ບຸກ​ຄະ​ລາ​ກອນຈຶ່ງ​ແກ້​ໄຂ​ບັນ​ດາ​ບັນ​ຫາ​ໃນ​ການ​ດຳ​ລົງ​ຊີ​ວິດ​ຢ່າງ​ຊັກ​ຊ້າ, ດັ່ງ​ນັ້ນ, ສະ​ພາ​ແຫ່ງ​ຊາດ​ກໍ​ໄດ້​ດຳ​ເນີນ​ວຽກ​ງານ​ນິ​ຕິ​ບັນ​ຍັດ, ປຶກ​ສາ​ຫາ​ລື​ບົດ​ລາຍ​ງານ​ຂອງ​ລັດ​ຖະ​ບານ​ກ່ຽວ​ກັບ​ສະ​ພາບ​ການ​ປະ​ຕິ​ບັດ​ແຜນ​ພັດ​ທະ​ນາ​ເສດ​ຖະ​ກິດ-ສັງ​ຄົມ ແລະ ງົບ​ປະ​ມານ​ແຫ່ງລັດ ໂດຍ​ຜ່ານ​ການ​ຕິດ​ຕາມກວດ​ກາ​ຕາມ​ຫົວ​ເລື່ອງ.

     ບູ​ລະ​ນະ​ບຸກ​ຄະ​ລາ​ກອນ ສ້າງ​ກຳ​ລັງ​ແຮງ​ສັງ​ລວມ​ໃຫ້​ທັ​ງ​ລະ​ບົບ​ການ​ເມືອງ

    ບູ​ລະ​ນະ​ບຸກ​ຄະ​ລາ​ກອນແມ່ນ​ໜ້າ​ທີ່​ຈຸດ​ສຸມ​ທີ່ ກອງ​ປະ​ຊຸມ​ສະ​ໄໝ​ສາ​ມັນ​ຄັ້ງ​ນີ້ ຂະ​ນະ​ທີ່​ໄດ້​ກວມ​ເຖິງ 2/3 ເວ​ລາ​ດຳ​ເນີນກອງ​ປະ​ຊຸມ. ບົນ​ພື້ນ​ຖານ​ຊາບ​ຊຶມ ແລະ ປະ​ຕິ​ບັດ​ທິດ​ທາງ​ວຽກ​ງານ​ພະ​ນັກ​ງານໂດຍກອງ​ປະ​ຊຸມ​ໃຫຍ່​ທົ່ວ​ປະ​ເທດ​ຄັ້ງ​ທີ 12 ຂອງ​ພັກ​ໄດ້​ວາງ​ອອກ, ໂດຍ​ອີງ​ໃສ່​ສະ​ພາບ​ຕົວ​ຈິງ​ຂອງ​ຖັນ​ແຖວ​ພະ​ນັກ​ງານ​ທີ່​ພວມມີ​ຢູ່ແລ້ວ ແລະ ຄວາມ​ຮຽກ​ຮ້ອງ​ທາງ​ດ້ານ​ໂຄງ​ປະ​ກອບ​ການ​ຈັດ​ຕັ້ງ, ບຸກ​ຄະ​ລາ​ກອນ​ຂອງ ສະ​ພາ​ແຫ່ງ​ຊາດ​, ປະ​ທານ​ປະ​ເທດ, ລັດ​ຖະ​ບານ, ບັນ​ດາ​ສະ​ມາ​ຊິກ​ລັດ​ຖະ​ບານ, ບັນ​ດາ​ອົງ​ການ​ຕຸ​ລາ​ການ, ອົງ​ການກວດ​ສອບ​ແຫ່ງ​ລັດ​ອາ​ຍຸ​ການ​ທີ 14, ບັນ​ດາ​ສະ​ມາ​ຊິກ​ສະ​ພາ​ແຫ່ງ​ຊາດໄດ້​ປຶກ​ສາ​ຫາ​ລື​ຢ່າງ​ມີ​ປະ​ຊາ​ທິ​ປະ​ໄຕ, ເລືອກ​ເຟັ້ນ ແລະ ເລືອກ​ຕັ້ງ, ໃຫ້​ສັດ​ຕະ​ຍາ​ບ​ັນ​ບັນ​ດາ​ຜູ້​ທີ່​ສົມ​ກັບ​ບັນ​ດາ​ຕ​ຳ​ແໜ່ງ​ນຳ​ພາ​ທີ່ຫຼັກ​ແຫຼ່ງ​ຂອງ​ບັນ​ດາ​ອົງ​ການ​ນິ​ຕິ​ບັນ​ຍັດ, ບໍ​ລິ​ຫານ, ຕຸ​ລາ​ການ, ຮັບ​ປະ​ກັນ​ການ​ນຳ​ພາຢ່າງ​ຮອບ​ດ້ານ​ຂອງ​ພັກ, ການ​ຄຸ້ມ​ຄອງ​ຢ່າງ​ມີ​ປະ​ສິດ​ທິ​ພາບ, ປະ​ສິດ​ທິ​ຜົນ​ຂອງ​ລັດ, ສ້າງ​ກຳ​ລັງ​ແຮງ​ສັງ​ລວມ​ຂອງ​ທັງ​ລະ​ບົບ​ການ​ເມືອງ.

     ສະ​ພາ​ແຫ່ງ​ຊາດ​ໄດ້​ເລືອກ​ຕັ້ງ, ໃຫ້​ສັດ​ຕະ​ຍາ​ບັນ​ຕຳ​ແໜ່ງ​ປະ​ທານ ສະ​ພາ​ແຫ່ງ​ຊາດ​, ຮອງ​ປະ​ທານ ສະ​ພາ​ແຫ່ງ​ຊາດ​ ແລະ ບັນ​ດາ​ກຳ​ມະ​ການ​ຄະ​ນະ​ປະ​ຈຳ ສະ​ພາ​ແຫ່ງ​ຊາດ​, ປະ​ທານ​ສະ​ພາ​ຊົນ​ເຜົ່າ, ປະ​ທານ​ບັນ​ດາ​ກຳ​ມາ​ທິ​ການ​ຂອງ ສະ​ພາ​ແຫ່ງ​ຊາດ​. ສະ​ພາ​ແຫ່ງ​ຊາດ​ເລືອກ​ຕັ້ງ ປະ​ທານ​ປະ​ເທດ, ຮອງປະ​ທານ​ປະ​ເທດ, ນາ​ຍົກ​ລັດ​ຖະ​ມົນ​ຕີ , ປະ​ທານ​ສານ​ປະ​ຊາ​ຊົນ​ສູງ​ສຸດ, ຫົວ​ໜ້າ​ອົງ​ການ​​ໄອ​ຍະ​ການປະ​ຊາ​ຊົນ​ສູງ​ສຸດ, ຫົວ​ໜ້າ​ອົງ​ການກວດ​ສອບ​ແຫ່ງລັດ. ພາຍຫຼັງ​ທີ່​ໄດ້​ຕົກ​ລົງ​ໂຄງ​ປະ​ກອບ​ການ​ຈັດ​ຕັ້ງ, ຈຳ​ນວນ​ສະ​ມາ​ຊິກ​ລັດ​ຖະ​ບານ, ສະ​ພາ​ແຫ່ງ​ຊາດ​ໄດ້​ໃຫ້​ສັດ​ຕະ​ຍາ​ບັນ​ການ​ແຕ່ງ​ຕັ້ງ 26 ສະ​ມາ​ຊິກ​ລັດ​ຖະ​ບານ​ຊຶ່ງ​ລວມ​ມີ ບັນ​ດາ​ຮອງ​ນາ​ຍົກ​ລັດ​ຖະ​ມົນ​ຕີ, ລັດ​ຖະ​ມົນ​ຕີ ແລະ ບັນ​ດາ​ສະ​ມາ​ຊິກ​ອື່ນໆ​ຂອງ​ລັດ​ຖະ​ບານ, ໃຫ້​ສັດ​ຕະ​ຍາ​ບັນ​ບັນ​ຊີ​ລາຍ​ຊື່​ບັນ​ດາ​ສະ​ມາ​ຊິກ​ສະ​ພາ​ປ້ອງ​ກັນ​ຊາດ ປ້ອງ​ກັນ​ຄວາມ​ສະ​ຫງົບ.

     ອັດ​ຕາ​ສ່ວນບັດ​ເຫັນ​ດີຂອງ ສະ​ພາ​ແຫ່ງ​ຊາດ​​ສຳ​ລັບ​ບັນ​ດາ​ຕຳ​ແໜ່ງ​ການ​ນຳ ລ້ວນ​ແຕ່​ຢູ່​ໃນ​ລະ​ດັບ​ສູງ. ສິ່ງນີ້ ທັງ​ແມ່ນ​ຄວາມ​ເຊື່ອ​ໝັ້ນ, ທັງ​ແມ່ນ​ຄວາມ​ໄວ້​ວາງ​ໃຈ​ຂອງ​ຜູ້​ມີ​ສິດ​ເລືອກ​ຕັ້ງ​ສຳ​ລັບ​ບັນ​ດາ​ຜູ້​ໄດ້​ຮັບ​ການ​ເລືອກ​ເຟັ້ນ​ໃຫ້​ແບກ​ຫາບ​ໜ້າ​ທີ່​ນຳ​ພາ​ປະ​ເທດ​ຊາດ. ທ່ານ ເຈີນ​ວັນ​ຣ້ອນ ສະ​ມາ​ຊິກ​ສະ​ພາ​ແຫ່ງ​ຊາດ ແຂວງ ວິ້ງ​ລອງ ຖື​ວ່າ :

    “ ພວກ​ຂ້າ​ພະ​ເຈົ້າ​ມີ​ຄວາມ​ໝັ້ນ​ໃຈ​ກ່ຽວ​ກັບ​ວຽກ​ງານ​ບຸກ​ຄະ​ລາ​ກອນ ເພາະ​ໄດ້​ຮັບ​ການ​ເລືອກ​ຕັ້ງ​ດ້ວຍ​ອັດ​ຕາ​ສ່ວນ​ບັດ​ເຫັນ​ດີ​ຢ່າງ​ສູງ. ສິ່ງນີ້​ໄດ້​ພິ​ສູດ​ໃຫ້​ເຫັນ​ຄວາມ​ໄວ້​ເນື້ອ​ເຊື່ອ​ໃຈ​ນັບ​ທັງ​ໃນ​ວິ​ວັດ​ການ​ຕົວ​ຈິງ​ນັບ​ແຕ່​ສິ້ນ​ສຸດ ສະ​ພາ​ແຫ່ງ​ຊາດ​​ຊຸດ​ທີ 13 ຈົນ​ເຖິງ​ຈຸດ​ເວ​ລາ​ເລີ່ມ​ຕົ້ນ​ອາ​ຍຸ​ການ​ຂອງ ສະ​ພາ​ແຫ່ງ​ຊາດ​​ຊຸດ​ທີ 14. ບັນ​ດາ​ຜູ້​ໄດ້​ຮັບ​ການ​ເລືອກ​ຕັ້ງ, ໄດ້​ນຳ​ພາ​ຢ່າງ​ຂະ​ຫຍັນ​ຂັ່ນ​ເຄື່ອ​ນ, ມີ​ຫົວ​ຄິດ​ປະ​ດິດ​ສ້າງ, ເລັ່ງ​ໃສ່​ແກ້​ໄຂ​ບັນ​ດາ​ບັນ​ຫາ​ຢ່າງ​ຂ້ຽວ​ຂາດ ແລະ ດ້​ວຍ​ຄວາມ​ຕັດ​ສິນ​ໃຈ​ຢ່າງ​ສ​ູງ. ສິ່ງ​ດັ່ງ​ກ່າ​ວ​ໄດ້​ພາ​ໃຫ້​ເທດ​ຊາດ​ພັດ​ທະ​ນາ​ດີ​ກ່​ວາ  ”

    ສ່ວນ​ທ່ານ ຫງວຽນ​ກວາງ​ຕ້ວນ ສະ​ມາ​ຊິກ​ສະ​ພາ​ແຫ່ງ​ຊາດ ນະ​ຄອນ​ຮ່າ​ໂນ້ຍ ໃຫ້​ຮູ່​ວ່າ : 

    “ ບຸກ​ຄະ​ລາ​ກອນ​ຂອງ​ຍຸກ​ໃໝ່ ແມ່ນ​ຮຽກ​ຮ້ອງໃຫ້​ມີ​ລະ​ດັບ​ສູງກວ່າຫຼາຍ​ເມື່ອທຽບ​ໃສ່​ກ່ອນນີ້. ນັ້ນ​ແມ່ນ​ບັນ​ດາ​ຜູ້​ທີ່​ມີ​ລະ​ດົບ​ຕົວ​ຈິງ, ກ້າ​ຄິດ​ກ້າ​ເຮັດ ແລະ ມີ​ຄວາມ​ເຂົ້າ​ໃຈກ້​ວາງ​ຂວາງ ບໍ່​ພຽງ​ແຕ່​ໃນ​ທຸກ​ຂົງ​ເຂດ​ຂອງ​ປະ​ເທດ​ຊາດ​ເທົ່າ​ນັ້ນ, ຫາກ​ຍັງ​ເຂົ້າ​ໃຈ​ບັນ​ຫາ​ສາ​ກົນ​ອີກ​ດ້ວຍ, ເພື່ອ​ເຮັດ​ແນວ​ໃດ​ໃຫ້​ພວກ​ເຮົາ​ເຊື່ອມ​ໂຍງ​ໄດ້​ເປັນ​ຢ່າງ​ດີ. ນັ້ນ​ແມ່ນ​ຄວາມ​ຄອງ​ຄອຍ, ຄວາມ​ຕ້ອງ​ການ​ຂອງ​ປະ​ຊາ​ຊົນ ”

  ຮັບ​ຮອງ​ເອົາ​ໂຄງ​ການ​ສ້າງ​ກົດ​ໝາຍ, ເພີ່ມ​ທະ​ວີ​ການ​ຕິດ​ຕາມກວດ​ກາ​ຕາມ​ຫົວ​ເລື່ອງ

    ທີ່ກອງ​ປະ​ຊຸມ​ສະ​ໄໝ​ສາ​ມັນ​ຄັ້ງ​ປະ​ຖົມ​ມະ​ເລີກ ສະ​ພາ​ແຫ່ງ​ຊາດ​ຫວຽດ​ນາມ​ຊຸດ​ທີ 14, ບັນ​ດາ ສະ​ມາ​ຊິກ​ສະ​ພາ​ແຫ່ງ​ຊາດ​ຍັງ​ພິ​ຈາ​ລະ​ນາ, ຮັບ​ຮອງ​ເອົາ​ບັນ​ດາ​ມະ​ຕິ​ຂອງ ສະ​ພາ​ແຫ່ງ​ຊາດ​​ກ່ຽວ​ກັບ​ໂຄງ​ການ​ສ້າງກົດ​ໝາຍ, ລັດ​ຖະ​ບັນ​ຍັດ​ປີ 2017 ແລະ ປັບ​ປຸງ ໂຄງ​ການ​ສ້າງກົດ​ໝາຍ, ລັດ​ຖະ​ບັນ​ຍັດ​ປີ 2016, ໂຄງ​ການ​ເຄື່ອນ​ໄຫວ​ຕິດ​ຕາມກວດ​ກາ​ຂອງ​ສະ​ພາ​ແຫ່ງ​ຊາດ​ປີ 2017 ແລະ ການ​ສ້າງ​ຕັ້ງ​ຄະ​ນະ​ຕິດ​ຕາມກວດ​ກາ​ຕາມ​ຫົວ​ເລື່ອງ.

      ກອງ​ປະ​ຊຸມ​ສະ​ໄໝ​ສາ​ມັນ​ຄັ້ງ​ປະ​ຖົມ​ມະ​ເລີກ ສະ​ພາ​ແຫ່ງ​ຊາດ​ຫວຽດ​ນາມ​ຊຸດ​ທີ 14ໄດ້​ອັດ​ລົງ​ແລ້ວ. ບັນ​ດາ​ເນື້ອ​ໃນ​ທີ່​ສຳ​ຄັນ​ຊຶ່ງ​ໄດ້​ຮັບ​ການ​ຮັບ​ຮອງ​ເອົາ​ທີ່ກອງ​ປະ​ຊຸມ​ຄັ້ງ​ນີ້ ໄດ້ປະ​ກອບ​ສ່​ວນສຳ​ຄັນ​ເຂົ​້າໃນ​ການ​ບູ​ລະ​ນະ​ກົງ​ຈັກ​ແຫ່ງ​ລັດ ກໍ​ຄື​ປະ​ກອບ​ສ່ວນບໍ່​ໜ້ອຍ​ໃຫ້​ແກ່​ການ​ພັດ​ທະ​ນາ​ຂອງ​ປະ​ເທດ​ຊາດ​ໃນ​ໄລ​ຍະ​ທີ່​ຈະ​ມາ​ເຖິງ.

ຕອບກັບ

ຂ່າວ/ບົດ​ອື່ນ