ການຊ່ວງເສັງເຂົ້າວັງ Elysse: ມີລັກສະນະຂ້ຽວຂາດ

(vovworld) - ການ​ເລືອກ​ຕັ້ງ​ປະທານາທິບໍດີ ຝລັ່ງ ພວມ​ກ້າວ​ເຂົ້າ​ສູ່​ໄລຍະ​ສຸດ​ທ້າຍ. ໝາກຜົນ​ການສຳ​ຫລວດຫລ້າ​ສຸດ ​ໄດ້​ສ່ອງ​​ແສງ​​ໃຫ້​ເຫັນ​ຄວາມ​​ເປັນຈິງທີ່ວ່າ, ​ໄລຍະ​ຊ່ວ​ງ​ເສັງ​ເຂົ້າ​ວັງ Elysse ຈະ​ບໍ​ງ່າຍດາຍ​ສຳລັບ​ບັນດາ​ຜູ້​ອອກ​ສະຫມັກ​ຮັບ​ເລືອກ​ຕັ້ງ. ປະຈຸ​ບັນ ບໍ່​ມີ​ຜູ້​ອອກ​ສະຫມັກ​ຮັບ​ເລືອກ​ຕັ້ງ​​ທ່ານໃດ​ມີ​ບັດ​ສະຫນັບສະຫນູນ​ລື່ນ​ກາຍ​ຢ່າງ​ຂາດ​ຂັ້ນ ການ​ເລືອກ​ຕັ້ງ​ປະທານາທິບໍດີ ຄັ້ງ​ນີ້​ອາດຈະ​ຖືກຈັດ​ຂຶ້ນ​ສອງ​ຮອບ ​ຄືໃນ​ວັນ​ທີ 22 /4 ​ແລະ ວັນ​ທີ 6/5 ຈະ​ມາ​ເຖິງ. ການ​ຊ່ວງ​ເສັງ​ເຂົ້າ​ວັງ Elysse ​ເຕັມ​ໄປ​ດ້ວຍ​ລັກສະນະ​ຂ້ຽວຂາດ.

ການຊ່ວງເສັງເຂົ້າວັງ Elysse: ມີລັກສະນະຂ້ຽວຂາດ - ảnh 1

ທ່ານ Francois Hollande  ແລະ ທ່ານ Nicolas Sarkozy 
ພາບ: RFI

        ຕາມ​ໝາກຜົນ​​ແຫ່ງ​ການສຳ​ຫລວດ​ໂດຍ​ສະ​ຖາ​ບັນ​ຄົ້ນຄວ້າ​ຫາງ​ສຽງ ​ແລະ ຕະຫລາດ ຝລັ່ງ (CSA) ປະກາດ​ໃນ​ວັນ​ທີ 19/4 ​ແລ້ວ, ຊ່ອງ​ຫວ່າງ​ລະຫວ່າງ​ຜູ້​ອອກ​ສະໝັກ​ຮັບ​ເລືອກ​ຕັ້ງ​ 2 ທ່ານ​ຄື: ປະທານາທິບໍດີຄົນ​ປະຈຸ​ບັນ Nicolas Sarkozy ຂຶ້ນ​ກັບ​ພັກ​ຝ່າຍ​ຂວາ ພັນທະ​ມິດ​ເພື່ອ​ຂະ​ບວນການ​ປະຊາຊົນ (UMP) ​ແລະ ຄູ່​ແຂ່ງ​ຕົ້ນຕໍ ​ແມ່ນທ່ານ Francois Hollande ຂຶ້ນ​ກັບ​ພັກຝ່າຍ​ຊ້າຍ​ສັງຄົມ (PS) ນັບ​ມື້​ນັບ​ຫ່າງ​ກັນ​ກວ່າ. ຕາມ​ໝາກ​ຜົນ​ນີ້​ ຜູ້​ອອກ​ສະໝັກ​ຮັບ​ເລືອກ​ຕັ້ງ Holande ມີ​ບາດກ້າວ​ດີ​ພໍ​ສົມຄວນ​ໃນ​ການ​ເລືອກ​ຕັ້ງ​ປະທານາທິບໍດີ​ຮອບ​ທຳ​ອິດ ຊຶ່ງຍາດ​ໄດ້ 29% ຈຳນວນບັດ​ສະຫນັບສະຫນູນ, ​ເພີ່ມ​ຂຶ້ນ 2% ​ເມື່ອ​ທຽບ​ໃສ່​ອາທິດ​ກ່ອນ ລື່ນ​ກາຍ​ຄູ່​ແຂ່ງ ​ແມ່ນ​ທ່ານSarkozy 5 ຄະ​ແນນ. ​ແລະ​ ກໍ​ຕາມ​ໝາກຜົນ​ແຫ່ງການ​ສຳ​ຫລວດ​ຂອງ CSA ​ແລ້ວ ​ໃນ​ການ​ເລືອກ​ຕັ້ງ ຮອບ​ທີ 2, ຜູ້​ອອກ​ສະຫມັກ​ຮັບ​ເລືອກ​ຕັ້ງ ພັກຝ່າຍ​ຊ້າຍ​ສັງຄົມຍາດ​ໄດ້ 58% ຈຳ​ນວນບັດ​ສະຫນັບສະຫນູນ, ​ເພີ່ມ​ຂຶ້ນ 1% ​ເມື່ອ​ທຽບ​ກັບ​ປະທານາທິບໍດີ​ Nicolas Sarkozy (ກວມ 42% ຈຳ​ນວນບັດ​ສະຫນັບສະຫນູນ). ​ໃນ​ຂະນະ​ນັ້ນ ຜູ້​ອອກ​ສະໝັກ​ຮັບ​ເລືອກ​ຕັ້ງ​ຂອງ​ແນວ​ໂຮມ​ແຫ່​ງຊາດ (FN) Marine Le Pen ຍາດ​ໄດ້ 17% ຈຳນວນບັດ​ເລືອກ​ຕັ້ງ ​ເພີ່​ມຂຶ້ນ 2% ລື່ນ​ກາຍ​ຜູ້​ອອກສະໝັກ​ຮັບ​ເລືອກ​ຕັ້ງພັກ​ແນວ​ໂຮມ​ຝ່າຍ​ຊ້າຍ(FG) Jean Luc Melenchon 2 ຄະ​ແນນ. ຜູ້​ອອກ​ສະໝັກ​ຮັບ​ເລືອກ​ຕັ້ງ Francois Bayrou ຂອງ​ຂະ​ບວນການ​ປະຊາທິປະ​ໄຕ MoDem ຫລຸດ​ລົງ 1 ຄະ​ແນນ ​ແລະ ​ຢືນ​ອັນດັບທີ 5 ດ້ວຍ 10% ຈຳນວນບັດ​ເລືອກ​ຕັ້ງ.

        ການ​ຂົນຂວາຍ​ຊ່ວງ​ເສັງ​ພວມ​ກ້າວ​ເຂົ້າ​ສູ່​ໄລຍະ​ສຸດ​ທ້າຍ, ຜູ້​ອອກ​ສະໝັກ​ຮັບ​ເລືອກ​ຕັ້ງ​ທັງ​ໝົດ​ລ້ວນ​ແຕ່​ສຸມ​ໃສ່​ສ້າງ​ພາບ​ພົດ​ທີ່​ດີ​ໃຫ້​ແກ່​ຜູ້​ມີ​ສິດ​ເລືອກ​ຕັ້ງ. ປະຈຸ​ບັນ ຫາງ​ສຽງ​​ມີ​ຄວາມສົນ​ໃຈ​ທີ່​ສຸດ​​ເຖິງ​ຜູ້​ອອກ​ສະໝັກ​ຮັບ​ເລືອກ​ຕັ້ງ​ 2 ທ່ານ​ຄື: ທ່ານ Sarkozy ​ແລະ ທ່ານ Holande. ຕາມ​ຫາງ​ສຽງ​ແລ້ວ, ຈຸດ​ທີ່​ແຕກ​ຕ່າງ​ໃນ​ການ​ເລືອກ​ຕັ້ງ​ຄັ້ງ​ນີ້ ​​ນັ້ນ​ແມ່ນ ເປັນ​ຄັ້ງ​ທຳ​ອິດທີ່ປະທານາທິບໍດີ​ຄົນ​ປະຈຸ​ບັນ​ເຂົ້າ​ຮ່ວມ​ການ​ຫາ​ສຽງເລືອກ​ຕັ້ງ​​ໃນ​ທ່າ​​ເສຍປຽບ. ຕາມ​ການ​​ໄຈ້​ແຍກ​ຂອງ​ສູນ​​ຄົ້ນ​ຄ້ວາ ​ແລະ ຮັບ​ຮູ້​​ຫາງ​ສຽງ​ຝລັ່ງ ​ແລ້ວ: ປະທານາທິບໍດີ Sarkozy ​ໄດ້​ປະສົບ​ກັບ​ຄວາມ​ຫຍຸ້ງຍາກ​ຫລາຍ​ຢ່າງ​ໃນ​ການ​ແນະນຳ ຮ່າງ​ໂຄງ​ປະກອບ​ທີ່​ແຫນ້ນ​ແຟ້ນ ຕໍ່​ຜູ້​ມີ​ສິດ​ເລືອກ​ຕັ້ງ​ຝລ່ັງ​ ​. ​ເພື່ອ​ປັບປຸງ​ສະພາບ​ການ​ໃນການຊ່ວງ​ເສັງ​ທີ່ພວມ​ດຳ​ເນີນ​ໄປ​ນັ້ນ, ນອກຈາກ​ໂຄງການ​ດຳ​ເນີນ​ງານ​ທີ່​ຕໍ່​ເນື່ອງ​​ແລ້ວ, ທ່ານ Sacrkozy ສືບ​ຕໍ່​ມີ​ການພົບປະ​​ໂດຍ​ກົງ​ກັບ​ຊາວ​ຝລັ່ງ, ​ໃນ​ນັ້ນ ມີງານ​ຊຸມນຸມ​ມິດ​ຕິງ​ຄັ້ງ​ໃຫຍ່​ຢູ່​ສະຫນາມ​ຫລວງ Concorde ​ເມື່ອ​ວັນ​ທີ 15/4 ຢູ່ Paris; ກ່ອນ​ການ​ເລືອກ​ຕັ້ງ​ຮອບ​ທຳ​ອິດສອງ​ມື້, ວັນ​ທີ 20/4 ທ່ານ Sacrkozy ​​ເຂົ້າ​ຮ່ວມ​ງານ​ຊຸມນຸມ​ຄັ້ງ​ສຸດ​ທ້າຍ​ຢູ່ Nice. ຄວາມ​ຫວັງ​ຂອງ​ທ່ານ Sacrkozy ​ແມ່ນ​ທ່າ​ໄດ້​ປຽບ​ໃນ​ການ​ປະ​ເຊີນ​ຫນ້າ​ກັບ​ຄູ່​ແຂ່ງ Hollande ​ທີ່​ໂຕ້​ວາ​ທີ​ໂດຍ​ກົງ​​​ສອງ​ຄັ້ງ​ຖ້າ​ຫາກ​ການ​ເລືອກ​ຕັ້ງ​ປະທານາທິບໍດີ​ຕ້ອງຈັດ​ຮອບ​ທີ 2. ​ເຖິງ​ຢ່າງ​ໃດ​ກໍ​ຕາມ, ຄວາມ​ຫວັງ​ນັ້ນຍາກ​ທີ່​ນຳ​ມາ​​ເຊິ່ງ​ໝາກຜົນ​ທີ່​ດີ​ໄດ້ ຍ້ອນ​ວ່າ​ໃນ​ອາຍຸ​ການ 5 ປີ​ຂອງຕົນ, ທ່ານ Sacrkozy ບໍ່​ບັນລຸ​ໄດ້ຜົນ​ງານ​ພໍປານ​ໃດ. ອັດຕາ​ຫນີ້​ສິນ​ຂອງ​ລັດ​ເພີ່ມ​ຂຶ້ນ​ຫລາຍ, ສະພາບ​ຫວ່າງ​ງານ​ເພີ່ມ​ຂຶ້ນ​ສູງ, ການ​ເຕີບ​ໂຕ​ຖືກ​ຊຸດ​​ໂຊມ, ສັງຄົມ​ຂາດ​ສະຖຽນ​ລະ​ພາບ.

        ​ໃນ​ຂະນະ​ນັ້ນ, ໝາກຜົນ ຊຶ່ງ​ຜູ້​ອອກ​ສະ​ໝັກ​ຮັບ​ເລືອກ​ຕັ້ງ Hollande ຍາດ​ໄດ້​ໃນ​ບັ້ນ​​​ຊ່ວງ​ເສັງນັ້ນ​ແມ່ນ​ມີ​ວິວັດ​ການ​ດ້ວຍ​ບັນດາ​ຄຳ​ໝັ້ນ​ໝາຍ​ຢ່າງ​ຈະ​ແຈ້ງ​ຖ້າ​​ໄດ້​ຮັບ​ເລືອກ​ຕັ້ງ​​ເປັນ​ປະທານາທິບໍດີ.  ບັນດາ​ຄຳ​ໝັ້ນ​ໝາຍ​ນີ້​ຈະ​ແບ່ງ​ອອກເປັນ 3 ​ໄລຍະຄື: ​​​ໄລຍະ​ທີ 1 ແຕ່​ວັນ​ທີ 6/5 - 29/6, ​ໄລຍະ​ທີ 2 ​ແຕ່​ວັນ​ທີ 3/7 - 2/8 ​ແລະ ​ໄລຍະ​ທີ 3 ​ແຕ່​ວັນ​ທີ 8/2012 - 6/2013. ​ໃນ​ຂະນະ​ນັ້ນ, ​ເປັນຫນ້າ​ສົນ​ໃຈ​ນັ້ນ​ແມ່ນ​ຄຳ​ໝັ້ນ​ໝາຍ​ຈະ​ຫລຸດຜ່ອນ 30% ຈຳນວນ​ເງິນ​ເດືອນ​ຂອງ​ປະທານາທິບໍດີ ​ແລະ ບັນດາ​ສະມາຊິກ​ໃນ​ລັດຖະບານ, ການ​ຮຽບຮຽງ​ກົດ​ບັດ​ກ່ຽວ​ກັບ​ຄຸນສົມບັດ​ວິຊາ​ຊີບ​ສຳລັບ​ບັນດາ​ສະມາຊິກ​ໃນ​ຄະນະ​ລັດຖະບານ; ​ເພີ່ມ​ 25% ​ເງິນ​ອຸດຫນູນ​​ໃຫ້​ແກ່​ນັກຮຽນໄລຍະ​ຕົ້ນສົກຮຽນ, ວາງ​ອອກ​ບັນດາ​ນະ​ໂຍບາຍ​ສັງຄົມ​ບຸລິມະສິດ​ການພັດທະນາວຽກ​ເຮັດ​ງານ​ທຳ​ໃຫ້​ແກ່​ລຸ້ນ​ໄວ​ຫນຸ່ມ, ຜູ້​​ອາວຸ​ໂສ​, ຕໍ່ສູ້​ຕ້ານ​ຄວາມ​ບໍ່​ສະ​ເໝີ​ພາບ​​ໃນ​ສັງຄົມ. ວັນ​ທີ 15/4 ຜ່ານ​ມາ, ຜູ້​ອອກ​ສະໝັກ​ຮັບ​ເລືອກ​ຕັ້ງ​ຂອງ ພັກຝ່າຍ​ຊ້າຍ​ສັງຄົມ ກໍ​ສຸມ​ຈິດ​ສຸມ​ໃຈ​​ໃຫ​້​ແກ່​ງານ​ຊຸມນຸມ​ຄັ້ງ​ສຸດ​ທ້າຍ​ເພື່ອ​ຍ້ອງຍໍ​ສັນລະ​ເສີນ​ກຳລັງ, ​ໃນ​ນັ້ນ ມີ​ເຫດການ​ໄດ້​ຮັບ​ການຖືກ​ຈັດຂຶ້ນຢູ່ Vincennes ​ໂດຍ​ມີ​ການ​ເຂົ້າ​ຮ່ວມ​ຂອງ​ຜູ້​ສະຫນັບສະຫນູນ​ 100.000 ຄົນ.

        ປະຈຸ​ບັນ ການ​ຢັ່ງ​ຫາງ​ສຽງຄັ້ງ​ຫລ້າ​ສຸດ​ລ້ວນ​ແຕ່​ໃຫ້​ເຫັນ​ວ່າ: ທ່ານ Sarkozy ມີ​ບັດສະຫນັບສະຫນູນ​ຫນ້ອຍ​ກວ່າ​ເມື່ອ​ທຽບ​ກັບ​ທ່ານ Hollande. ​ເຖິງ​ຢ່າງ​ໃດ​ກໍ​ຕາມ, ວົງ​ການ​ໄຈ້​ແຍກ​ໃຫ້​ຮູ້​ວ່າ: ​ຈຳນວນບັດ​ສະຫນັບສະຫນູນ​ຊຶ່ງ​ຜູ້​ອອກ​ສະໝັກ​ຮັບ​ເລືອກ​ຕັ້ງທັງສອງ​ທ່ານ​ສາມາດ​ບັນລຸ​ໄດ້​ແມ່ນ 30%. ສະ​ນັ້ນ ອາດ​ຈະ​ເວົ້າ​ໄດ້​ວ່າ​ມາ​ຮອດ​ຈຸດ​ເວລາ​ນີ້ ບໍ່​ທັນ​ມີ​ການ​ຄາດຄະ​ເນ​ຢ່າງ​ຊັດ​ເຈນວ່າ​ທ່ານ​​ໃດ​ຈະໄດ້​ຮັບໄຊຊະນະ​ໃນການເລືອກຕັ້ງປະທານາທິບໍດີຝລັ່ງຮອບ​ທີ 2. ​ເພາະສະ​ນັ້ນ ການ​ຊ່ວງ​ເສັງ​ເຂົ້າ​ວັງ Elysee ຍັງ​ຄົງມີ​ລັກສະນະ​ຂ້ຽວຂາດ​ຢູ່.

ເລເຟືອງ

ຕອບກັບ

ຂ່າວ/ບົດ​ອື່ນ