ການທູດຫວຽດນາມປີ2014ດ້ວຍຈຸດໝາຍເຊື່ອມໂຍງຮອບດ້ານ

(vovworld) ໂດຍ​ສືບ​ຕໍ່​ຜັນ​ຂະ​ຫ​ຍາຍ​ແນວ​ທາງ​ການ​ຕ່າງ​ປະ​ເທດ​ຂອງກອງ​ປະ​ຊຸມ​ໃຫ​ຍ່​ຄັ້ງ​ທີ 11 ຂອງພັກ​ກອມ​ມູ​ນິດ ຫວຽດ​ນາມ, ປີ 2014 ໄດ້​ຮັບ​ຖື​ວ່າ​ແມ່ນ​ປີ​ສຳ​ຄັນ​​ເພື່ອຜັນ​ຂະ​ຫ​ຍາຍ​ແຜນ​ນະ​ໂຍ​ບາຍ​ເປັນ​ເຈົ້າ​ການ, ຕັ້ງ​ໜ້າ​ເຊື່ອມ​ໂຍງ​ເຂ​ົ້າ​ກັນ​ສາ​ກົນ​ຂອງ​ປະ​ເທດ​ຊາດ​ເຊິ່ງ​ມະ​ຕິ​ເລກທີ 22 ຂອງ​ກົມ​ການ​ເມືອງ​ ຄະ​ນະ​ບໍ​ລິ​ຫານ​ງານ​ສູນ​ກາງ​ພັກ ກອມ​ມູ​ນິດ ຫວຽດ​ນາມ ຫາ​ກໍ່ປະ​ກາດ​ໃຊ້, ໃນ​ນັ້ນ​ມີ​ເນື້ອ​ໃນ​ພົ້ນ​ເດັ່ນ​ແມ່ນ​ສືບ​ຕໍ່​ເຊື່ອມ​ໂຍງ​ເຂົ້າ​ກັບ​ສາ​ກົນ​ຢ່າງ​ຮອບ​ດ້ານ. ນີ້​ແມ່ນ​ຈຸດ​ໝາຍ​ໃຫ​ຍ່​ຂອງ​ການ​ເຄື່ອນ​ໄຫວ​ການ​ຕ່າງ​ປະ​ເທດ​ໃນປິ 2014. ຕໍ່​ໄປ​ນີ້​ພວກ​ເຮົາ​ມີບົດ​ຂຽນ​ຂອງ​ບັນ​ນາ​ທິ​ການ​ວິ​ທະ​ຍຸ​ກະ​ຈາຍ​ສຽງ ຫວຽດ​ນາມ ແອ໋ງ​ຮ່ວຽນ ດ້ວຍ​ຫົວ​ຂໍ້​ວ່າ: ການ​ທູດ ຫວຽດ​ນາມ ປີ 2014 ດ້​ວຍ​ຈຸດ​ໝາຍ​ເຊື່ອມ​ໂຍງ​ຮອບ​ດ້ານ. ​ເຊີນ​ທ່ານ​ຕິດຕາມ​ຮັບ​ຟັງ.

ການທູດຫວຽດນາມປີ2014ດ້ວຍຈຸດໝາຍເຊື່ອມໂຍງຮອບດ້ານ - ảnh 1

ກອງປະຊຸມວົງແຄບລັດຖະມົນຕີການຕ່າງປະເທດ ຈັດຕັ້ງຢູ່ ໄທ ແຕ່13- 14/8/2013
(ພາບປະກອບ)

ປີ 2014, ຫວຽດ​ນາມ ສືບ​ຕໍ່​ຜັນ​ຂະ​ຫ​ຍາຍ​ແນວ​ທາງ​ການ​ຕ່າງ​ປະ​ເທດ​ຂອງກອງ​​ປະ​ຊຸມໃຫ​ຍ່ຄັ້ງ​ທີ 11 ຂອງ​ພັກ​ກອມ​ມູ​ນິດ ຫວຽດ​ນາມ, ສືບ​ຕໍ່​ເຊື່ອມ​ໂຍງ​ເຂົ້າ​ກັບ​ສາ​ກົນ​ຢ່າງ​ຮອບ​ດ້ານ. ບໍ່​ພຽງ​ແຕ່​ປະ​ກອບ​ສ່ວນ​​ໂຄ​ສະ​ນາ​ເຜີຍ​ແຜ່​ພາບ​ພົດ​ປະ​ເທດ​ຊາດ, ຊາວ ຫວຽດ​ນາມ, ມູນ​ເຊື້ອ​ປະ​ຫວັດ​ສາດ ແລະ ວັດ​ທະ​ນະ​ທຳ ຫວຽດ​ນາມຢ່າງ​ຕັ້ງໜ້າ, ເຮັດ​ໃຫ້​ເພື່ອນ​ມິດ​ສາ​ກົນ​ເຂົ້າ​ໃຈຢ່າງ​ຖືກ​ຕ​້ອງ​ແນວ​ທາງ, ແຜນ​ນະ​ໂຍ​ບາຍ, ນະ​ໂຍ​ບາຍ​ຂອງ​ຫວຽດ​ນາມ, ຍາດ​ແຍ່ງ​ຄວາມ​ເຫັນດີເຫັນ​ພ​້ອມ, ການ​ສະ​ໜັບ​ສະ​ໜູນ ແລະ ການ​ຊ່ວຍ​ເຫຼືອ​ຕໍ່​ພາ​ລະ​ກິດ​ປ່ຽນ​ໃໝ່​ຂອງ​ຫວຽດ​ນາມ, ສ້າງ​ສະ​ພາບ​ແວດ​ລ້ອມ​ແຫ່ງ​​ສັນ​ຕິ​ພາບ, ສະ​ຖຽນ​ລະ​ພາບ​ເພື່ອກໍ່​ສ້າງ ແລະ ພັດ​ທະ​ນາ​ປະ​ເທດ​ຊາດ, ວຽກ​ງານ​ການ​ຕ່າງ​ປະ​ເທດ​ປີ 2014 ຍັງ​ສະ​ແດງ​ພາບ​ພົ​ດ ປະ​ເທດ ຫວຽດ​ນາມ ສວມ​ບົດ​ບາດ​ສຳ​ຄັນ​ກ່​ວາ​ໃນ​ບັນ​ດາ​ບັນ​ຫາ​ທົ່ວ​ໂລກ.

ນຳ​ບັນ​ດາ​ຂອບ​ເຂດ​ການ​ພົວ​ພັນ​ກ້າວ​ເຂົ້າ​ສູ່​ປະ​ສິດ​ທິ​ຜົນ

        ດ້ວຍການ​ພົວ​ພັນ​ຄູ່​ຮ່ວມ​ມື​ຍຸດ​ທະ​ສາດກັບ 13 ປະ​ເທດ ​ແລະ ການ​ພົວ​ພັນ​ຄູ່​ຮ່ວມ​ມື​ຮອບ​ດ້ານກັບ 11 ປະ​ເທດເຊິ່ງ ຫວຽດ​ນາມ ​ໄດ້ສ້າງ​​​ຂອບ​ເຂດ​ການ​ພົວ​ພັນ​ໃນ​ປີ 2013, ບຸ​ລິ​ມະ​ສິດຕົ້ນ​ຕໍ່ຂອງ​ການ​ເຄື່ອນ​ໄຫວ​​ການຕ່າງ​ປະ​ເທດ​ປີ 2014 ແມ່ນ​ສືບ​ຕໍ່​ເຮັ​ດ​ໃຫ້​ບັນ​ດາ​ການ​ພົວ​ພັນ​ຄູ່​ຮ່ວມ​ມື​ຍຸດ​ທະ​ສາດ, ຄູ່​ຮ່ວມ​ມື​ຮອບ​ດ້ານ ​ເຫຼົ່ານັ້ນ​​ນຳ​ມາ​ເຊິ່ງ​ປະ​ສິດ​ທິ​ຜົນ, ຜົນ​ປະ​ໂຫຍດ​ຢ່າງ​ແທດ​ຈິງ. ພ້ອມ​ກັ​ນນັ້ນແມ່ນ​ເພີ່ມ​ທະ​ວີ​ຊຸກ​ຍູ້​ການ​ພົວ​ພັນ​ກັບ​ບັນ​ດາ​ປະ​ເທດ​ເພື່ອນ​ມິດ​ທີ່​ເປັນ​ມູ​ນ​ເຊື້ອ, ບັນ​ດາ​ປະ​ເທດ​ຢູ່​ພາກ​ພື້ນ​ຕ່າງ​ທ​ໃນ​ໂລກ. ທ່ານ​ຮອງ​ນາ​ຍົກ​ລັດ​ຖະ​ມົນ​ຕີ, ລັດ​ຖະ​ມົນ​ຕີ​ການ​ຕ່າງ​ປະ​ເທດ ຫວຽດ​ນາມ ຟ້າມ​ບິ່ງ​ມິງ ຖື​ວ່າ:

​“ປີ 2013, ພ​ວ​ກ​ເຮົາ​ສຸມ​ໃສ່​ເຂົ້າ​ໃນ​ການ​ພົວ​ພັນ​ກັບ​ບັນ​ດາ​ປະ​ເທດ​ໃຫ​ຍ່, ປະ​ເທດ​ທີ່​ເປັນ​ເປົ້າ​ໝາຍສຳ​ຄັນ, ປີ 2014, ດ້ານ​ໜຶ່ງ​ພວກ​ເຮົາ​ສືບ​ຕໍ່​ຊຸກ​ຍູ້​ການ​ພົວ​ພັນ​ກ້າວ​ເຂົ້າ​ສູ່​ແທດ​ຈິງ, ມີ​ປະ​ສິດ​ທິ​ຜົນ​ຢ່າງ​ລະ​ອຽດ, ພ້ອມ​ທັງ​ພວກ​ເຮົາ​ຍັງ​ຄົງ​ສືບ​ຕໍ່​ເປີດ​ກ້​ວາງ​ບັນ​ດາ​ການ​ພົວ​ພັນ​ກັບ​ປະ​ເທດ​​ຕ່າງໆ. ນອກ​ຈາກນັ້ນ, ການ​ເຄື່ອນ​ໄຫວ​ການ​ທູດ​ເສດ​ຖະ​ກິດ, ການ​ທູດ​ວັ​ດ​ທະ​ນະ​ທຳ ແລະ ວຽກ​ງານ​ປ້ອງ​ກັນພົນ​ລະ​ເມືອງກໍ່​ແມ່ນ​ໜ້າ​ທີ່​ເຊິ່ງ​ການ​ເຄື່ອນ​ໄຫວ​ການ​ຕ່າງ​ປະ​ເທດ​ສຸມ​ໃສ່”

ການທູດຫວຽດນາມປີ2014ດ້ວຍຈຸດໝາຍເຊື່ອມໂຍງຮອບດ້ານ - ảnh 2

ຮອງນາຍົກລັດຖະມົນຕີ, ລັດຖະມົນຕີການຕ່າງປະເທດ ຫວຽດນາມ ຟ້າມບິ່ງມິງ (ກາງ) ເຂົ້າຮ່ວມກອງປະຊຸມລັດຖະມົນຕີການຕ່າງປະເທດອາຊຽນ ຄັ້ງທີ 46

ດຶງ​ດູດ​ແຫຼ່ງ​ທຶນ,ຊຸ​ກ​ຍູ້​ການ​ເຈ​ລະ​ຈາ​ບັນ​ດາ​ສັນ​ຍາ​ການ​ຄ້າ​ເສ​ລ​ີ

ໄປ​ຄຽງ​ຄູ່​ກັບ​ການ​ສ້າງ​ລະ​ບອບບັນຍັດ, ພະ​ລັງ​ງານ ແລະ ພື້ນ​ຖານ​ໂຄງ​ລ່າງ, ບັນ​ດາ​ການ​ເຄື່ອນ​ໄຫວ​ການ​ທູດ​ເສດ​ຖະ​ກິດ​ປີ 2014 ສຸ​ມ​ໃສ່​ດຶງ​ດູດ​ແຫຼ່ງ​ເງິນ​ລົງ​ທຶນ, ຕອບ​ສະ​ໜອງ​ຄຳ​ຮຽກ​ຮ້ອງ​ຕ້ອງ​ການ​ພັດ​ທະ​ນາ​ເສດ​ຖະ​ກິດ - ສັງ​ຄົມ​ຂອງ​ປະ​ເທດ​ຊາດ ດ້ວຍ​ຈຸດ​ໝາຍ​ເຕີບ​ໂຕ​ໂດຍ​ອີງ​ໃສ່​ການ​ພັດ​ທະ​ນາ​ແບບ​ຍືນ​ຍົງ. ທ່ານ​ຮອງ​ນາ​ຍົກ​ລັດ​ຖະ​ມົນ​ຕີ, ລັດ​ຖະ​ມົນ​ຕີ​ການ​ຕ່າງ​ປະ​ເທດ ຫວຽດ​ນາມ ຟ້າມ​ບິ່ງ​ມິງ ໃຫ້​ຮູ້ອີກ​ວ່າ:

“ເວ​ລາ​ຜ່ານ​ມາ, ກອງ​ປະ​ຊຸມ​ການ​ທູດ​ຄັ້ງ​ທີ 28 ຫາກໍ່​ໄດ້​ຮັບ​ການ​ຈັດ​ຕັ້ງຂຶ້ນ, ໜຶ່ງ​ໃນ​ບັນ​ດາ​ເນື້ອ​ໃນ​ຈຸດ​ສຸມ​ເຊິ່ງກອງ​ປະ​ຊຸມ​ໄດ້​ວາງ​ອອກ​ໃຫ້​ບັນ​ດາ​ເອກ​ອັກ​ຄະ​ລັດ​ຖະ​ທູດ, ຫົວ​ໜ​້າ​ສຳນັກງານອົງ​ການ​ຕາງ​ໜ້າ​ຢູ່​ຕ່າງ​ປະ​ເທດນັ້ນ​ແມ່ນ ເຮັດ​ແນວ​ໃດ​ເພື່ອ​ສຸ​ມ​ໃສ່​ເຂົ້າ​ໃນ​ບັນ​ດາ​ປະ​ເທດ, ບັນ​ດາ​ຄູ່​ຮ່ວມ​ມື​ສຳ​ຄັນ​​ເພື່ອດຶງ​ດູດ​ເງິນ​ລົງ​ທຶນ, ດຶງ​ດູດ​ແຫຼ່ງ​ທຶນ​ໜູນ​ຊ່ວຍ​ພັດ​ທະ​ນາ ODA ເຂົ້າ​ໃນ​ບັນ​ດາ​ຂ​ົງ​ເຂດ​ເຊິ່ງ ຫວຽດ​ນາມ ມີ​ຄວາມ​ຕ້ອງ​ການ”

        ປະ​ຈຸ​ບັນ, ຫວຽດ​ນາມ ພວມ​ເຂົ້າ​ຮ່ວມ​ການ​ເຈ​ລະ​ຈາສັນ​ຍາ​ການ​ຄ້າ​ເສ​ລີ (FTA) 6 ສະ​ບັບ. ສະ​ເພາະ​ໃນ​ປີ 2014, ຕ້ອງ​ປະ​ຕິ​ບັດ​ສຳ​ເລັດ​ການເຈ​ລະ​ຈາ​ສັນ​ຍ​າ​ຮ່ວມ​ມື​ເສດ​ຖະ​ກິດ​ຂ້າມ​ປາ​ຊີ​ຟິກ (TPP) ແລະ ສັນ​ຍາ​ການ​ຄ້າ​ເສ​ລີ​ກັບ​ສະ​ຫະ​ພາບ ເອີ​ລົບ (EU). ນີ້​ແມ່ນ​ກາ​ລະ​ໂອ​ກາດ ພ້ອມ​ທັງ​ກໍ່​ແມ່ນ​ສິ່ງ​ທ້າ​ທາຍ​ສ​ຳ​ລັບ​ບັນ​ດາ​ວິ​ສາ​ຫະ​ກິດ ຫວຽດ​ນາມ. ພິ​ເສດ​ໃນ​ສະ​ພາບ​ການທີ່​ຍັງ​ເຫຼືອ​ມີ​ພຽງ​ບໍ່​ຮອດ 2 ປີ​ອີກ, ອາຊຽນ ຈະ​ກາຍ​ເປັ​ນ​ປະ​ຊາ​ຄົມ​ລວມ ເຊິ່ງ​ບັນ​ຫາ​ວາງ​ອອກ​ແມ່ນ​ຕ້ອ​ງ​ເພີ່​ມ​ທະ​ວີ​ຂໍ້​ມ​ູນ​ຂ່າວສານ, ເພີ່​ມ​ທະ​ວີ​ການ​ໂຄ​ສະ​ນາ​ກ່ຽວ​ກັບ​ປ​ະຊາ​ຄົມ ອາ​ຊຽນ, ບັນ​ດາ​ຜົນ​ປະ​ໂຫຍດ​ເມື່ອ​ປະ​ຊາ​ຊົນ, ວິ​ສາ​ຫະ​ກິດ​ບັນ​ລຸ​ມາ​ເມື່ອ​​ໄດ້​ເຂົ້າ​ຮ່ວມ​ການເຄື່ອນ​ໄຫວ​ໃນ​ປະ​ຊາ​ຄົມ​ອາ​ຊຽນ. ທ່ານ​ຮອງ​ນາ​ຍົກ​ລັດ​ຖະ​ມົນ​ຕີ, ລັດ​ຖະ​ມົນ​ຕີ​ການ​ຕ່າງ​ປະ​ເທດ ຫວຽດ​ນາມ ຟ້າມ​ບິ່ງ​ມິງ ໃຫ້​ຮູ້​ຕື່ມ​ອີກວ່າ:

“ປີ 2014 ແລະ ປີ 2015 ແມ່ນ​ປີ​ບານ​ພັບ​ໃນ​ເລື່ອງ​ພວກ​ເຮົ​າ​ຕ້ອງ​ປະ​ຕິ​ບັ​ດ​ທຸກໆຄຳ​ໝັ້ນ​ສັ​ນ​ຍາ​ເພື່ອ​ໃຫ້ ອາ​ຊຽນ ກາຍ​ເປັນ​ປະ​ຊາ​ຄົມ​ໃນ​ປີ 2015. ມາ​​ຮອດ​ປະ​ຈຸ​ບັນ, ຫວຽດ​ນາມ ໄດ້​ປະ​ຕິ​ບັດ​ສຳ​ເລັ​ດ​ປະ​ມານ 84% ​ແຕ່​ບັນ​ຫາ​ພື້ນ​ຖານ​​ແມ່ນ: ບັນ​ດາ​ຄ​ຳ​ໝັ້ນ​ສັນ​ຍານັ້ນ​ແມ່ນ​ຫ​ຍັງ? ປະ​ຊາ​ຊົນ ແລະ ວິ​ສາ​ຫະ​ກິດບໍ່​ທັນ​ຮູ້​ຈັກເທື່ອ. ວິ​ສາ​ຫະ​ກິດບໍ່​ທັນ​ເຫັນ​ໄດ້​ຜົນ​ປ​ະ​ໂຫຍດຂອງຕະຫຼາດ​ທີ່​ມີ​ປະຊາກອນ 500 ລ້ານ​ຄົນ ດ້ວຍ​ສະ​ພາບ​ແວດ​ລ້ອມ​ການ​ຜະ​ລິດ​ລວມນັ້ນ​ແມ່ນ​ບັນ​ດາ​ປັດ​ໄຈ​ເຊິ່ງ​ລັດ​ຖະ​ບານຫຼື ບັນ​ດາ​ກະ​ຊວງ, ຂະ​ແໜງ​ການ​ການ​ຕ່າງ​ປະ​ເທດ​ມີ​ຄວາມ​ຮັບ​ຜິດ​ຊອບ​ຖະ​ແຫຼ​ງຂ່າວ, ໂຄ​ສະ​ນາ​ໃຫ້​ປະ​ຊາ​ຊົນ ແລະ​ ວິ​ສາ​ຫ​ະ​ກິດ”

ປົກ​ປັກ​ຮັກ​ສາ​ອະ​ທິ​ປະ​ໄຕ​ຜື​ນ​ແຜ່ນ​ດິນ,ຮັກ​ສາ​ສະ​ພາບ​ແວດ​ລ້ອມ​​ແຫ່ງສັນ​ຕິ​ພາບ, ສະ​ຖຽນ​ລະ​ພາບ​ເພື່ອ​ພັດ​ທະ​ນາ

ໂດຍ​ເສີມ​ຂະ​ຫ​ຍາຍ​ຜົນ​ງານ​ການ​ຕ່າງ​ປະ​ເທດ​ປີ 2013, ການ​ທູດ ຫວຽດ​ນາມ ສືບ​ຕໍ່​ແກ້​ໄຂ​ບັນ​ດາ​ບັນ​ຫາ​ກ່ຽວ​ຂ້ອງ​ເຖິງ​ອະ​ທິ​ປະ​ໄຕ​ທະ​ເລ​, ໝູ່​ເກາະ​ຢ່າງ​ມີ​ໄຫວ​ພິບ, ທັງ​ຕໍ່​ສູ້​ປົກ​ປັກ​ຮັກ​ສາ​ອະ​ທິ​ປະ​ໄຕ​ຜືນ​ແຜ່ນ​ດິນ, ທັງ​ຮັກ​ສາ​ສະ​ພາບ​ແວດ​ລ້ອມ​ສັນ​ຕິ​ພາບ, ສະ​ຖຽນ​ລະ​ພາບ​ໃຫ້​ແກ່​ພາ​ລະ​ກິດ​ພັດ​ທະ​ນາ​ປະ​ເທດ​ຊາດ. ປີ 2014, ຄວາມປາດ​ຖະ​ໜາ​ຂອງບັນ​ດາ​ປະ​ເທດ ອາ​ຊຽນ ແລະ ກໍ່​ແມ່ນ​ຄວາມ​ປາດ​ຖະ​ໜາ​ຂອງ ຫວຽດ​ນາມ ແມ່ນ​ລົງ​ນາມ​​ໃນປະ​ມວນ​ກົດ​ລະ​ບຽບ​ຂອງ​ຝ່າຍ​ຕ່າງໆ​ຢູ່​ທະ​ເລ​ຕາ​ເວັນ​ອອກ (COC) ກັບ ຈີນ ​ໂດຍ​ໄວ. ປີ 2014 ກໍ່​ແມ່ນ​ປີ​ທຳ​ອິ​ດ ຫວຽດ​ນາມ ຮັບ​ຜິດ​ຊອບ​ບັນ​ດາ​ຕຳ​ແໜ່ງ​ສຳ​ຄັນ​ໃນ​ກົນ​ໄກ​ຮ່ວມ​ມືຫຼາຍ​ຝ່າຍ​ຄື​ກາຍ​ເປັນສະ​ມາ​ຊິກ​ສະ​ພາ​ສິດ​ທິ​ມະ​ນຸດ ສ​ປ​ຊ, ສະ​ພາ​ຜູ້​ວ່າ​ກາ​ນ​ອົງ​ການ​ພະ​ລັງ​ງານ​ປະ​ລະ​ມາ​ນູ​ສາ​ກົນ (IAEA), ສະ​ມາ​ຊິກ​ຄະ​ນະ​ກຳ​ມະ​ການ​ມໍ​ລະ​ດົກ​ໂລກ​ຂອງ UNESCO ແລະ ກ​ະ​ກຽມ​ໃຫ​້​​ເຫດການ​ເປັນ​ເຈົ້າ​ພາບ​ຈັດ​ຕັ້ງຂອງ​ປະຊຸມ​ສະ​ມັດ​ຊາ​ໃຫ​ຍ່​ລັດ​ຖະ​ສະ​ພາ​ໂລກ IPU ຄັ້ງ​ທີ 132 ໃນ​ປີ 2015.

        ບົດ​ພື້ນ​ຖານ​ຂອງ​ບັນ​ດາ​ຜົນ​ງານດ້ານ​ການ​ຕ່າງ​ປະ​ເທດ, ປີ 2014, ຫວຽດນາມ ສືບ​ຕໍ່​ປະ​ຕິ​ບັ​ດ​ແຜນ​ນະ​ໂຍ​ບາຍ​ເຊື່ອມ​ໂຍ​ງ​ຮອບ​ດ້ານ. ບໍ່​ພຽງ​ແຕ່​ເປີດ​ກ້​ວາງ​ການ​ພົວ​ພັນ​ກັບ​ທຸກໆ​ປະ​ເທດ​ເທົ່າ​ນັ້ນ ​ຫວຽດ​ນາມ ຍັງ​ແມ່ນ​ສະ​ມາ​ຊິກ​ມີ​ຄວາມ​ຮັບ​ຜິດ​ຊອບ​ຂອງ​ປະ​ຊາ​ຄົມ​ໂລກ ອີກ​ດ້ວຍ, ບໍ່​ພ​ຽງ​ແຕ່​ເຂົ້າ​ຮ່ວມ​ວຽກ​ງານ​ກ່ຽວ​ຂ້ອງ​ເຖິງ​ຜົນ​ປະ​ໂຫຍດ​​ສະ​ເພາະຂອງ​ຕົນ​ເທົ່າ​ນັ້ນ ຫາກ​ຍັງ​ເຂົ້​າ​ຮ່ວມ​ບັນ​ດ​າ​ບັນ​ຫາ​ອື່ນໆ​ຂອງ​ໂລກ​ອ​ີກ​ດ້ວຍ. ປີ 2014, ແມ່ນ​ປີ​ບານ​ພັບ​ສຳ​ຄັນ​ທີ່​ສຸດ, ​ເຊິ່ງໝາຍ​ໝັ້ນຈະ​ສ້າງ​ບາ​ດ​ລ້ຽວ​​ເພື່ອໃຫ້ ຫວຽດ​ນາມ ຫັນ​​ໄປ​ສູ່ໄລ​ຍະ​ພັດ​ທະ​ນາ​ໃໝ່.



ຕອບກັບ

ຂ່າວ/ບົດ​ອື່ນ