ການພົບປະສົນທະນາແມ່ນວິທີດີສຸດເພື່ອແກ້ໄຂບັນດາທັດສະນະທີ່ແຕກຕ່າງກັນກ່ຽວກັບສິດທິມະນຸດ

(vovworld)- ຄື​ດັ່ງ​ພວກ​ເຮົາ​ໄດ້​ໃຫ້​ຂ່າວ​ໄປ​ແລ້ວ, ຫວ່າງ​ແລ້ວ​ນີ້ ກະຊວງ​ກາ​ນຕ່າງປະ​ເທດ ອາ​ເມ​ລິ​ກາ​ຫາກໍປະກາດ“ບົດລາຍງານປະຈຳປີກ່ຽວກັບສະພາບ​ສິດທິ​ມະນຸດ​ໂລກ​ປີ 2013” ​ໂດຍ​ເຕື້ອງ​ເຖິງ​ບັນຫາ​ສິດທິ​ມະນຸດ​ຂອງ​ຫລາຍ​ປະ​ເທດ​ຕ່າງ​ກັນ, ​ໃນ​ນັ້ນ ມີ​ຫວຽດນາມ. ຄຽງ​ຄູ່​ກັບ​ການ​ຮັບ​ຮູ້​ບັນດາ​ຄວາມ​ຄືບ​ຫນ້າ, ບົດ​ລາຍ​ງານ​ຍັງ​ຍົກ​ອອກ​ບາງ​ຂໍ້​ສັງ​ເກດ ​ໂດຍ​ອີງ​ໃສ່​ບັນດາ​ຂໍ້​ມູນ​ຂ່າວ​ທີ່ຂາດ​ຄວາມ​ຊັດ​ເຈນ, ບໍ່​ສ່ອງ​ແສງ​​ເຖິງຄວາ​ມຈິງ​ພາວະ​ວິ​ໄສ​ກ່ຽວ​ກັບ​ສະພາ​ບສິດທິ​ມະນຸດ​ຢູ່​ຫວຽດນາມ. ​ເພື່ອ​ຍົກ​ສູງ​ລັກສະນະຊັດ​​ເຈນ ​ແລະ ພາວະ​ວິ​ໄສ​​ໃນ​ການ​ຕີ​ລາຄາ​ກ່ຽວ​ກັບ​ສະພາບ​ສິດ​ທິມ​ະນຸດ​ຢູ່ ຫວຽດນາມ, ຍາມ​ໃດ​ຫວຽດນາມ ກໍກຳນົດ​ເພີ່ມ​ທະວີ​ການ​ພົບ​ປະ​ສົນທະນາ​ກັບ​ບັນດາ​ປະ​ເທດ​ກ່ຽວ​ກັບ​ຂົງ​ເຂດ​ດັ່ງກ່າວ.

        ​ໃນ​ຖະ​ແຫລ​ງການ​ທຳ​ອິດ, ພາຍຫລັງ​ບົດ​ລາຍ​ງານ​ສິດທິ​ມະນຸດ​ຂອງ​ອາ​ເມ​ລິ​ກາ ຍົກ​ອອກ​ມາ, ວັນ​ທີ 1/3, ທ່ານ​ເລ​ຫາຍ​ບີ່​ງ, ​ໂຄສົກ​ກະຊວງ​ການ​ຕ່າງປະ​ເທດ ຫວຽດນາມ ​ເນັ້ນ​ຫນັກ​ວ່າ​: ຮັບປະກັນ​ສິດ​ທິມະນຸດ ​ແມ່ນ​ຈຸດ​ສຸມ​ໃນ​ບັນດາ​ນະ​ໂຍບາຍ​ພັດທະນາ​ເສດຖະກິດ, ສັງຄົມ​ຂອງ​ຫວຽດນາມ. ​ເພາະສະ​ນັ້ນ ບົນ​ຈິດ​ໃຈ​ກົງ​ໄປ​ກົງ​ມາ ​ແລະ ສ້າງສັນ, ຍາມ​ໃດ​ຫວຽດນາມ ກໍ​ພ້ອມ​ແລ້ວ​ພົບ​ປະ​ສົນທະນາ​ກັບ​ບັນດາ​ປະ​ເທດ​ທີ່​ຍັງ​ມີ​ທັດສະນະ​ແຕກ​ຕ່າງ​ກັນ​ກັບ​ຫວຽດນາມ ກ່ຽວ​ກັບ​ຂົງ​ເຂດ​ສິດ​ທິມະນຸດ.

ການພົບປະສົນທະນາແມ່ນວິທີດີສຸດເພື່ອແກ້ໄຂບັນດາທັດສະນະທີ່ແຕກຕ່າງກັນກ່ຽວກັບສິດທິມະນຸດ - ảnh 1
ທ່ານນາງ Uzra Zeya ຜູ້​ຮັກສາ​ການ, ​​ຊ່ວຍ​ວຽກລັດຖະມົນຕີ​ການ​ຕ່າ​ງປະ​ເທດ ອາ​ເມ​ລິ​ກາ ຕອບສຳພາດນັກຂ່າວ VOV

        ​ໃນ​ຂະນະ​ນັ້ນ, ​ໃນ​ການ​ແລກປ່ຽນ​ກັບ​ນັກ​ຂ່າວ​ວິທະຍຸ​ກະຈາຍສຽງ​ຫວຽດນາມ ປະຈຳ ອາ​ເມ​ລິ​ກາ ຫວ່າງ​ແລ້ວ​ນີ້, ​ ທ່ານນາງ Uzra Zeya ຜູ້​ຮັກສາ​ການ, ​​ຊ່ວຍ​ວຽກລັດຖະມົນຕີ​ການ​ຕ່າ​ງປະ​ເທດ ອາ​ເມ​ລິ​ກາ ຮັບຜິດຊອບ​ບັນຫາ​ປະຊາທິປະ​ໄຕ, ສິດທິ​ມະນຸດ ​ແລະ ​ແຮງ​ງານ ກໍ​ໄດ້​ຢືນຢັນ​ວ່າ: ວິທີ​ດີ​ທີ່​ສຸດ​ເພື່ອ​ແກ້​ໄຂ​ຄວາມ​ບໍ່​ລົງ​ລອຍ​ກັນ ລະຫວ່າງ ອາ​ເມ​ລິ​ກາ ​ແລະ ຫວຽດນາມ ​ໃນ​ບັນ​ຫາ​ສິດທິ​ມະນຸດ ​ແມ່ນຜ່ານ​ການ​ພົບ​ປະ​ສົນທະນາ ​ແລະ ການ​ພົວ​ພັນ​ແລກປ່ຽນ. ການ​ພົວພັນ​ແລກປ່ຽນ​ກັບ​ສັງຄົມ​ພົນລະ​ເຮືອນ​ຄື​ແນວ​ນັ້ນ ​ແມ່​ມີ​ຄວາມ​ໝາຍ​ສຳຄັນ​ໃນ​ການ​ສຳ​ພັດ​ກ່ຽວ​ກັບ​ບັນຫາ​ສິດທິ​ມະນຸດ​ຂອງ​ອາ​ເມ​ລິ​ກາ ສຳລັບ​ຫວຽດນາມ.​

        ການ​ພົບ​ປະ​ສົນທະນາ​ຢ່າງ​ກົງ​ໄປ​ກົງ​ມາ,ໝັ້ນ​ໝາຍ​ຮັບ​ເອົາ​ຄຳ​ເຫັນ

        ອາດ​ຈະ​ເຫັນ​ໄດ້ຄວາມ​ຈິງຢ່າງ​ຈະ​ແຈ້ງວ່າ, ນັບ​ແຕ່​ເມື່ອ​ການ​ພົວພັນ​ລະຫວ່າງ​ສອງ​ປະ​ເທດຫວຽດນາມ ​ແລະ ອາ​ເມ​ລິ​ກາ ກັບ​ຄືນ​ສູ່​ຄວາມ​ເປັນ​ປົກກະຕິ, ສອງ​ປ​ະ​ເທດ​ໄດ້​ຈັດ​ຕັ້ງ ການ​ພົບ​ປະ​ສົນທະນາ​ກ່ຽວ​ກັບ​ສິດທິ​ມະນຸດ​ເປັນ 17 ຄັ້ງ ​ແລະ ​ແລກປ່ຽນ​ຢ່າງ​ກົງ​ໄປ​ກົງ​ມາ​ກ່ຽວ​ກັບ​ບັນດາ​ບັນຫາ​ຊື່​ງຕ່າງ​ຝ່າຍ​ຕ່າງ​ມີ​ຄວາມ​ສົນ​ໃຈ. ຜ່ານ​ນັ້ນ, ບັນດາ​ຄວາມ​ຄືບ​ຫນ້າ​ໃນ​ຫລາຍ​ຂົງ​ເຂດ​ທີ່​ກ່ຽວ​ຂ້ອງ​​ເຖິງ​ສິດທິ​ມະນຸດ​ຢູ່ ຫວຽດນາມ ​ໄດ້​ຮັບ​ການ​ຮັບ​ຮູ້​ຈາກ​ຝ່າຍ ອາ​ເມ​ລິ​ກາ. ບໍ່​ແມ່ນ​ສິ່ງ​ບັງ​ເອີນ ທີ່​ຫວຽດນາມ​ໄດ້​ຮັບ​ເລືອກຕັ້ງ​ເປັນ​ສະມາຊິກ​ຂອງ​ສະພາ​ສິດທິ​ມະນຸດ ສປຊ ດ້ວຍຈຳນວນ​ບັດ​ສະຫນັບສະຫນູນ​ຫລາຍ​ສຸດ ​ໃນ​ບັນດາ​ປະ​ເທດ​ສະໝັກ​ຮັບ​ເລືອກ​ຕັ້ງ. ​ແລະ ຫວ່າງ​ແລ້ວ​ນີ້, ວັນ​ທີ 7/2, ສະພາ​ສິດທິ​ມະນຸດ ສປຊ ​ໄດ້​ຮັບຮອງ​ເອົາ​ບົດ​ລາຍ​ງານ​ແຫ່ງ​ຊາດຂອງ​ຫວຽດນາມ ​ໃນ​ຂົງ​ເຂດ​ສິດທິ​ມະນຸດ.

        ​ໂດຍ​ໄດ້​ຮັບ​ຮູ້​ຄື​ດັ່ງກ່າວ ນັ້ນ​ແມ່ນ​ຍ້ອນ​ມີ​ການ​ພົບ​ປະ​ສົນທະນາ​ຢ່າງ​ກົງ​ໄປ​ກົງ​ມາ, ​ເຂັ້ມ​ງວດ. ບໍ່​ພຽງ​ແຕ່​ຮັບ​ເອົາ​ຄຳ​ເຫັນ​ເທົ່າ​ນັ້ນ, ຫວຽດນາມ ຍັງ​ໝັ້ນ​ໝາຍ​ເຮັດ​ແຈ້ງ​ບັນດາ​ຄຳ​ສະ​ເຫ​ນີຂອງບັນດາ​ປະ​ເທດ​, ​ແລະ​ຖື​ວ່າ​ນັ້ນ​ແມ່ນ​ການ​ທາ​ບທາມຄຳ​ເຫັນ ​ຢ່າ​ງລະອຽດ ​ເພື່ອ​ໃຫ້​ຫວຽດນາມ ສືບ​ຕໍ່​ຊຸກຍູ້​ການ​ຮັບປະກັນ​ສິດ​ເສລີອັນເປັນ​ພື້ນຖານ​ຂອງ​ປະຊາຊົນ​ຢ່າງ​ດີກ​ວ່າ. ທ່ານ​ຮອງ​ລັດຖະມົນຕີ​ການ​ຕ່າ​ງປະ​ເທດ ຮ່າ​ກີ​ມງອກ, ຫົວຫນ້າ​ຄະນະ​ຜູ້​ແທນ​ຫວຽດນາມ ​ເຂົ້າຮ່ວມ​ກອງ​ປະຊຸມ​ທີ່​ສະພາ​ສິດທິ​ມະນຸດ ສປຊ ຫວ່າງ​ແລ້ວ​ນີ້, ​ໃຫ້​ຮູ້​ວ່າ:

        “ພາຍ​ຫລັງ​ໄດ້​ຮັບ​ບັນດາ​ຂໍ້​ສະ​ເຫ​ນີ, ຫວຽດນາມ ​ໄດ້​ຈັດ​ກອງ​ປະຊຸມ ​ແລະ ກວດກາ​ຄືນ. ຂໍ້​ສະ​ເຫ​ນີສ່ວນ​ຫລາຍ​ແມ່ນ​ເໝາະ​ສົມ​ກັບ​ແນວທາງ​ປ່ຽນ​ແປງ​ໃຫມ່​ຂອງ​ຫວຽດນາມ, ດ້ວຍ​ແຜນ​ນະ​ໂຍບາຍ​ຂອງ​ພັກ, ລັດ ​ແລະ ພຶດຕິ​ກຳ​ຕົວ​ຈິງ​ກ່ຽວ​ກັບ​ສິດທິ​ມະນຸດຢູ່​ຫວຽດນາມ. ນີ້​ຈະ​ແມ່ນ​ການ​ເພີ່ມ​ເຕີມ ຊ່ວຍ​ໃຫ້​ພວກ​ເຮົາ​ສາ​ມາດ​ກຳນົດ​ບັນດາ​ບຸລິມະສິດ​ຊຸກຍູ້​ການ​ປົກ​ປ້ອງ​ສິດທິ​ມະນຸດ​ຢ່າງ​ຈະ​ແຈ້ງ​ກວ່າ. ພວກ​ເຮົາ​ຈະ​ປະຕິບັດ​ບັນດາ​ຂໍ້​ສະ​ເຫ​ນີຢ່າງ​ເຂັ້ມ​ງວດ ​ແລະ ຂ້າພະ​ເຈົ້າ​ຖື​ວ່າ ນີ້​ແມ່ນ​ຄຳ​ໝັ້ນ​ສັນຍາ​ສູງ​ສຸດ​ຂອງ​ຫວຽດນາມ ທີ່ມີຕໍ່ປະ​ຊາ​ຄົມ​ໂລກ.”

        ປະຊາ​ຄົມ​ໂລກ​ຮັບ​ຮູ້​ບັນດາ​ຜົງານ​ສິດທິ​ມະນຸດ​ຂອງ​ຫວຽດນາມ

        ລະບົບ​ກົດໝາຍ​ທີ່​ກ່ຽວຂ້ອງ​ເຖິງ​ບັນດາ​ນະ​ໂຍບາຍ​ກ່ຽວ​ກັບ​ສິດທິ​ມະນຸດ​ນັບ​ມື້​ນັບ​ສົມບູນ​ແບບ; ການ​ພັດທະນາ​ເສດຖະກິດ, ວັດທະນະທຳ ສັງຄົມ ​​ແມ່ນ​ຕິດ​ພັນ​ກັບ​ການ​ເອົ​າ​ໃຈ​ໃສ່​ເຖິງຊີວິດ​ທາງ​ດ້ານ​ວັດ​ຖຸ ​ແລະ ຈິດ​ໃຈ​ໃຫ້​ແກ່​ປະຊາຊົນ ນັບ​ມື້​ນັບ​ໄດ້​ຮັບ​ການ​ຮັບປະກັນ​ດີກ​ວ່າ. ນັ້ນ​ແມ່ນ​ບັນດາ​ຜົນງານ​ຂອງ​ຫວຽດນາມທີ່​ບໍ່​ອາດ​ປະຕິ​ເສດ​ໄດ້. ປະ​ຊາ​ຄົມ​ໂລກ ​ໄດ້​ມີ​ການ​ຮັບ​ຮູ້​ຢ່າງ​ເຂັ້ມງວດ, ກົງ​ໄປ​ກົງ​ມາ ​ແລະ ​ເຕັມ​ໄປ​ດ້ວຍ​ສັດຈະ​ວິພາກ​ກ່ຽວ​ກັບ​ເລື່ອງ​ປະຕິບັດ​ສິດ​ທິມະນຸດ​ຢູ່ ຫວຽດນາມ. ການ​ຮັບ​ຮູ້​ດັ່ງກ່າວ​ໄດ້​ພິສູດ​​ໃຫ້​ເຫັນ​ຜ່ານ​ຄວາມ​ຈິງ. ​ເຖິງ​ຢ່າງ​ໃດ​ກໍ​ຕາມ, ບາງ​ເທື່ອ​ຍັງ​ມີ​ສຽງ​ເວົ້າ​ທີ່​ຂາດ​ເຈດ​ຕະນາ​ດີ​ກ່ຽວ​ກັບ​ບັນຫາ​ສິດທິ​ມະນຸດ​ຢູ່​ຫວຽດນາມ. ອາດ​ຈະ​​ເພື່ອຈຸດປະສົງ​ອື່ນ ຫລື ຈັດ​ວາງ​ທັດສະນະ​ພາວະ​ວິ​ໄສ. ດ້ວຍ​ບັນດາ​ທັດ​ສະ​ນະທີ່​ຕ່າງ​ກັນ​ນັ້ນ, ຍາມ​​ໃດ​ຫວຽດນາມ ກໍ​ກຳນົດ​ວ່າ ການ​ພົບ​ປະ​ສົນທະນາ​ແມ່ນ​ວິທີ​ສຳຄັນ​ທີ່​ສຸດ ​ເພື່ອ​ແກ້​ໄຂ​ບັນດາ​ຄວາມ​ແຕກ​ຕ່າງ​ກັນ​ນັ້ນ. ທ່ານ ​ເລ​ຮ່ວາຍ​ຈູງ, ​ເອກ​ອັກຄະ​ລັດຖະທູດ​ຫວຽດນາມ ປະຈຳ ສປຊ ​ໃຫ້​ຮູ້​ວ່າ:

        “ຈຸດ​ພິ​ເສດສະ​ເພາະ​ຂອງ​ປະ​ເທດ​ຈຳນວນ​ຫນຶ່ງ​ປະຈຸ​ບັນ ​ແມ່ນ​ການ​ປຸກປັນຍຸ​ແຍ່ ​ແລະ ປຸກປັນຍຸ້​ແຍ່​ກໍ່​ການ​ຮ້າຍ​ໂດຍ​ທາງ​ອ້ອມ. ສຳລັບ​ຫວຽດນາມ​, ຊື່​ງ​ແມ່ນ​ປະ​ເທດ​ທີ່​ຜ່ານ​ຜ່າ​ໄລ​ຍະ​ສົງຄາມ​ທີ່​ຍາວ​ນານ, ຍັງ​ມີ​ບັນດາ​ກຳລັງ​ຢາກ​ກໍ່​ຄວາມ​ຂາດ​ສະຖຽນ​ລະ​ພາບ​ດ້ານ​ສັງຄົມ. ​ຄວາມ​ຈິງ, ຫວຽດນາມ ​ແມ່ນ​ປະ​ເທດ​ມີ​ຫລາຍຊົນ​ເຜົ່າ ດ້ວຍ 54 ຊົນ​ເຜົ່າ​ດຳລົງ​ຊີວິດ​ຮ່ວມ​ກັນ ​ແຕ່​ບໍ່​ທັນ​ມີ​ເວລາ​​ໃດ​ເກີດ​ສົງຄາມ​​​​ເຜົ່າ​ພັນ​ເທື່ອ, ຖ້າ​ ພວກ​ຍຸແຍ່, ກໍ່ໃຫ້ເກີດ​ການ​ປະ​ທະ​ກັນ​ດ້ານ​ເຜົ່າ​ພັນ, ກໍ່​ຄວາມ​ຂາດ​ສະຖຽນ​ລະ​ພາບ​ດ້ານ​ສັງຄົມ ​​ແມ່ນ​ສິ່ງ​ທີ່​ບໍ່​ອາດ​ຮັບ​ຮູ້​ໄດ້. ພວກ​ເຮົາ ​ໄດ້​ອະທິບາຍ​ບັນດາ​ສິ່ງ​ດັ່ງກ່າວ​ເປັນ​ປະຈຳ ​ແລະ ບັນດາ​ປະ​ເທດ​ລ້ວນ​ແຕ່​​ຮັບ​ຮູ້ ​ແລະ ຍອມຮັບ.”

        ຫນ້າ​ທີ່​ຈຸດ​ສຸມ​ໃນ​ໄລຍະ​ຈະ​ມາ​ເຖິງ​ຂອງ​ຫວຽດນາມ ​ແມ່ນ​ຊຸກຍູ້ ​ແລະ ປົກ​ປ້ອງ​ສິດທິ​ມະນຸດ​ຢູ່​ພາຍ​ໃນ​ປະ​ເທດ, ຕັ້ງຫນ້າ​ເຂົ້າ​ຮ່ວມ​ການ​ຮ່ວມ​ມື​ສາກົນ ​ເພື່ອ​ຊຸກຍູ້​ສິດທິ​ມະນຸດ​ໃນ​ຂອບ​ເຂດ​ທົ່ວ​​ໂລກ. ນີ້​ແມ່ນ​ວິວັດທະນາ​ການ​ຍາວ​ນານ,​ ຮຽກຮ້ອງ​ຄວາມ​ມານະ​ພະຍາຍາມ​ຢ່າງ​ລຽນຕິດ. ​ໃນ​ວິວັດທະນາ​ການ​ນັ້ນ, ການ​ຊຸກຍູ້​ຈິດ​ໃຈ​ການ​ພົບ​ປະ​ສົນທະນາ ສືບ​ຕໍ່​ແມ່ນ​ການ​ບຸລິມະສິດ​ຂອງ​ຫວຽດນາມ, ຜ່ານ​ນັ້ນ ຢືນຢັນ​ຄຳ​ໝັ້ນ​ສັນຍາ​ຢ່າງ​ແຮງ​ຂອງ​ລັດຖະບານ ຫວຽດນາມ ກ່ຽວ​ກັບ​ການ​ຊຸກຍູ້​ສິດທິ​ມະນຸດ.

ຕອບກັບ

ຂ່າວ/ບົດ​ອື່ນ