ການພົວພັນລະຫວ່າງ ຫວຽດນາມ ແລະ ອີຢູ ເຂົ້າສູ່ລວງເລິກ

(vovworld) - ວັນ​ທີ 2/11, ປະທານສະພາ​ເອີ​ລົບ Herman Van Rompuy ​ແລະ ພັນ​ລະ​ຍາ​ໄດ້​ສິ້ນ​ສຸດ​ການ​ຢ້ຽມຢາມ ຫວຽດນາມ ຢ່າງ​ເປັນ​ທາງ​ການ​​ໃນ​ເວລາ 3 ວັນ(​ແຕ່​ວັນ​ທີ 31/10- 2/11) ຕາມ​ຄຳ​ເຊື້ອ​ເຊີນ​ຂອງ​ທ່ານ​ປະທານ​ປະ​ເທດ ຫວຽດນາມ Truong Tan Sang. ໝາກຜົນ​ການ​ຢ້ຽມຢາມ​ຫວຽດນາມ​ຄັ້ງ​ທຳ​ອິດ​ ຂອງ​ທ່ານ Herman Van Rompuy ນັບ​ແຕ່​ເມື່ອ​ສອງ​ຝ່າຍ​ສ້າງສາ​ຍພົວພັນ​ທາງ​ການ​ທູດ​ເມື່ອ​ປີ 1990 ​ໄດ້ສະ​ແດງ​ໃຫ້​ເຫັນ​ 3 ​ເສົາ​ຄ້ຳ​ຄື: ເສດ​ຖະກິດ​ການ​ຄ້າ, ການ​ເມືອງ ​ແລະ ການ​ຮ່ວມ​ມື​ພັດທະນາ​ສືບ​ຕໍ່​ແມ່ນ​ຈຸດ​ສຸມ​ຂອງ​ການ​ພົວພັນ​ລະຫວ່າງ ຫວຽດນາມ ​ແລະ ສະຫະ​ພາບ​ເອີ​ລົບ (EU) ​ໃນ​ໄລຍະ​ຈະ​ມາ​ເຖິງ.

        ກ່ຽວ​ກັບ​ດ້ານ​ການ​ເມືອງ, ​ໃນ​ການ​ຢ້ຽມຢາມ ຫວຽດນາມ ຄັ້ງ​ນີ້, ການ​ນຳອົງການ​ທີ່​ມີ​ສິດ​ອຳນາດ​ສູງ​ສຸດ​ຂອງ EU, ທ່ານ​ Herman Van Rompuy ​ໄດ້​ຮັບ​ການ​ຕ້ອນຮັບ​ຈາກ​ບັນດາ​ການ​ນຳ​ພັກ, ລັດ, ລັດຖະບານ ​ແລະ ສະພາ​ແຫ່ງ​ຊາດ ຫວຽດນາມ. ທີ່​ການ​ພົບ​ປະ​ຄັ້ງ​ຕ່າງໆ​ນັ້ນ, ບັນດາ​ການ​ນຳ ຫວຽດນາມ ລ້ວນ​ແຕ່​ຢືນຢັນ: ພັກ ​ແລະ ລັດ ຫວຽດນາມ ຢືດໝັ້ນ​ແນວທາງ​ປ່ຽນ​ແປງ​ໃຫມ່ ​ແລະ ນ​ະ​ໂຍບາຍ​ການ​ຕ່າງປະ​ເທດ​ເປີດ​ກວ້າງ, ຖື​ເປັນ​ສຳຄັນ​ການ​ເພີ່ມ​ທະວີ​ການ​ພົວພັນ​ຮ່ວມ​ມື​​ໃນຫລາຍ​ດ້ານກັບ EU. ການ​ນຳ​ສອງ​ຝ່າຍ​ກໍ​ເຫັນ​ດີ​ຕໍ່​ທັດສະນະ​ຈະ​ຮ່ວມ​ມື​ໃນ​ບັນດາ​ເວທີ​ປາ​ໄສ​ພາກ​ພື້ນ ​ແລະ ສາກົນ, ​ເປັນ​ຕົ້ນ​ຢູ່ ສປຊ, ກອງ​ປະຊຸມ​ຂັ້ນ​ສູງ ອາຊີ - ​ເອີ​ລົບ (ASEM) ​ແລະ ​ໃນ​ຂອບ​ເຂດ​ການ​ຮ່ວມ​ມື ອາ​ຊຽນ - ອີ​ຢູ. ນອກ​ນັ້ນ, ສອງ​ຝ່າຍ​ໄດ້​ເນັ້ນ​ຫນັກ​ຄວາມ​ຈຳ​ເປັນ​ຕ້ອງ​ຮັບປະກັນ​ຄວາມ​ໝັ້ນຄົງ, ຄວາມ​ປອດ​ໄພ ​ແລະ ຄວາມ​ເສລີ​ໃນ​ການ​ເດີນ​ທະລຢູ່​ທະ​ເລ​ຕາ​ເວັນ​ອອກ, ສະ​ຫນັບ​ສະ​ຫນູນ​​​ເລື່ອງແກ້​ໄຂ​ການ​ພິພາດ​ໂດຍ​ສັນຕິ​ວິທີ, ບົນ​ພື້ນຖານ​ກົດໝາຍ​ສາກົນ, ປະຕິບັດ​ຖະ​ແຫລ​ງການກ່ຽວ​ກັບ​ການ​ປະພຶດ (DOC) ຢ່າງ​ຄົບ​ຖ້ວນ ​ແລະ ບັນລຸ​ປະມວນ​ຂໍ້​ກຳນົດ​ການ​ປະພຶດ (COC) ​ໂດຍ​ໄວ.

ການພົວພັນລະຫວ່າງ ຫວຽດນາມ ແລະ ອີຢູ ເຂົ້າສູ່ລວງເລິກ - ảnh 1
ທ່ານປະທານປະເທດ Truong Tan Sang ຕ້ອນຮັບປະທານສະພາເອີລົບ
Herman Van Rompuy
ພາບ:vtv4.vn

        ກ່ຽວ​ກັບ​ຂົງ​ເຂດ​ເສດຖະກິດ - ການ​ຄ້າ, ຊື່​ງ​ແມ່ນ​ຂົງ​ເຂດ​ສຳຄັນ​ໃນ​ການ​ພົວພັນ​ລະຫວ່າງ ຫວຽດນາມ ​ແລະ ອີ​ຢູ, ຜ່ານ​ການ​ຢ້ຽມຢາມ​ຄັ້ງນີ້, ການນຳ ຫວຽດນາມ ​ແລະ ອີ​ຢູ ​ເຫັນ​ດີ​ຈະ​ສືບ​ຕໍ່​ສົ່ງ​​ເສີມ ​ແລະ ສ້າງ​ເງື່ອນ​ໄຂ​ສະ​ດວກ​ ກວ່າ​ອີກ​ເພື່ອໃຫ້​​ວິ​ສາ​ຫະກິດ​ສອງ​ຝ່າຍ​ລົງທຶນ, ດຳ​ເນີນ​ທຸລະ​ກິດ​ຢ່າງ​ຍາວ​ນານ​ຢູ່​ຕະຫລາດ​ຂອງ​ກັນ, ພິ​ເສດ ​ໃນ​ບັນດາ​ຂົງ​ເຂດ​ອຸດສາຫະກຳ, ພື້ນຖານ​ໂຄງ​ລ່າງ, ຄົມມະນາຄົມ​ຂົນ​ສູ່​ງ, ພະລັງງານ​, ການ​ເງິນ, ສາທາລະນະ​ສຸກ, ການທ່ອງທ່ຽວ ​ແລະ ບໍລິການ. ອີ​ຢູ ກໍ​ໃຫ້​ຄຳ​ໝັ້ນ​ສັນຍາ​ຫນູນ​ຊ່ວຍ​ດ້ານ​ເຕັກນິກ, ຊຸກຍູ້​ການ​ເຈລະຈາ​ເພື່ອ​ໃຫ້​ສອງ​ຝ່າຍ​ສາມາດ​ປັບປຸງ ​ແລະ ລົງ​ນາມ​ໃນ​ສັນຍາ​ການ​ຄ້າ​ເສລີ (FTA) ລະຫວ່າງ ຫວຽດນາມ ​ແລະ ອີ​ຢູ​ໂດຍ​ໄວ, ຊຸກຍູ້​ການ​ຮັບ​ຮອງ​ກົດ​ລະບຽບ​ເສດຖະກິດ​ການ​ຕະຫລາດ​ຂອງ​ຫວຽດນາມ​ໂດຍ​ໄວ. ບັນດາ​ການ​ກຳນົດ​ທິດ​ຮ່ວມ​ມື​ດັ່ງກ່າວ​​​ໄດ້​ຍົກ​ອອກ​ມາ​ໂດຍ​ອີງ​ໃສ່​ໝາກຜົນ​​ແຫ່ງ​ການ​ຮ່ວມ​ມື​ເສດຖະກິດ​ສອງ​ຝ່າຍ​ໃນ​ໄລຍະ​ຜ່ານ​ມາ​ລະຫວ່າງ ຫວຽດນາມ ​ແລະ ອີ​ຢູ ​ໃນ​ຂະນະ​ທີ່ ອີ​ຢູ​ແມ່ນ​ຫນຶ່ງ​ໃນ​ບັນດາ​ຄູ່​ຄ້າ, ຄູ່​ຮ່ວມ​ມື​ລົງທຶນ ​ແລະ ນັກ​ອຸປະຖຳ​ຕົ້ນຕໍ​ຂອງ ຫວຽດນາມ ​ແລະ ຫວຽດນາມ ​ແມ່ນ​ຄູ່​ຮ່ວມ​ມື​ດ້ານ​ການ​ຄ້າ​ໃຫຍ່​ອັນ​ດັບ 5 ຂອງ​ ອີ​ຢູ​ໃນ​ອາ​ຊຽນ. ການ​ແລ​ກປ່ຽນ​ດ້ານ​ການ​ຄ້າ​ສອງ​ສົ້ນ​ໃນ​ປີ 2011 ບັນລຸ​ກວ່າ 24 ຕື້ USD ຈາກ​ລະດັບ​ກວ່າ 17 ຕື້ USD ​ໃນ​ປີ 2010 ​ແລະ ​ໃນ​ສະພາບ​​ເສດຖ​ະກິດ​ໂລກ​ພວມ​ປະ​ສົບ​ກັບ​ຄວາມ​ຫຍຸ້ງຍາກນັ້ນ​ໄດ້ຊີ້​ໃຫ້​ເຫັນ​ວ່າ: ທ່າ​ອ່ຽງຕັ້ງຫນ້າ ​ແລະ ຄວາມ​ສາມາດ​ບົ່ມ​ຊ້ອນ​​ອັນ​ໃຫຍ່​ຫລວງ​, ຫວຽດນາມ ​ແລະ ອີ​ຢູຄວນ​ສືບ​ຕໍ່​ຂຸດ​ຄົ້ນ. ນອກ​ນັ້ນ, ​ເລື່ອງ​ສອງ​ຝ່າຍ​ລົງ​ນາມ​ໃນ​ສັນຍາ​ຄູ່​ຮ່ວມ​ມື ​ແລະ ການ​ຮ່ວມ​ມື​ຮອບດ້ານ (PAC) ​ແລະ ການ​ເຈລະຈາ​ຮອບ​ທີ 1 ຂອງ​ສັນຍາ​ການ​ຄ້າ​ເສລີ (FTA) ​ໃນ​ເດືອນ 10/2012 ຜ່ານ​ມາ ​ແມ່ນ​ບາດກ້າວ​ລະອຽດ, ສຳຄັນ​ໃນ​ການ​ຊຸກຍູ້​ການ​ພົວພັນ​ຮ່ວມ​ມື​ເສດຖະ​ກິດ​ລະຫວ່າງ ຫວຽດນາມ ​ແລະ ອີ​ຢູ ພ້ອມ​ກັບ​ບັນດາ​ປະ​ເທດ​ສະມາຊິກຍີ່​ງກວ່າ​ອີກ. ທ່ານ Franz Jessen ຫົວຫນ້າ​ຄະນະ​ກຳມະການ ​ເອີ​ລົບ ປະຈຳ ຫວຽດນາມ ​ໄດ້​ໃຫ້​ຂໍ້​ສັງ​ເກດ​ວ່າ:

        “​ໂດຍ​ບໍ່​ຫົວຊາ​ຕໍ່​ວິ​ກິດ​ການ, ການ​ພົວພັນ​ດ້ານ​ການ​ຄ້າ​ສອງ​ຝ່າຍ ຫວຽດນາມ ​ແລະ ອີ​ຢູ ບໍ່​ຖືກ​ຜົນ​ສະທ້ອນ. ຄວາມ​ຈິງ​ໃຫ້​ເຫັນວ່າ ປີ​ນີ້ ວົງ​ເງິນ​ການ​ຄ້າ​ສອງ​ສົ້ນ​ລະຫວ່າງ ຫວຽດນາມ ​ແລະ ອີ​ຢູ ຈະ​ເພີ່ມ​ຂຶ້ນ​ຫລາຍ​ພໍ​ສົມຄວນ. ປະຈຸ​ບັນ ຫວຽດນາມ ​ແລະ ອີ​ຢູ ລ້ວນ​ແຕ່​ແມ່ນ​ຄູ່​ຮ່ວມ​ມື​ດີ​ຂອງ​ກັນ ສະ​ນັ້ນ ສອງ​ຝ່າຍ​ຄວນ​ມຸ່ງ​ໄປ​ເຖິງ​ເຂດ​ການ​ຄ້າ​ເສລີ​​,​ ນຳ​ມາ​ເຊິ່ງຜົນ​ປະ​ໂຫຍດດີທີ່​ສຸດ​ໃຫ້​ແກ່​ສອງ​ຝ່າຍ.”

ການພົວພັນລະຫວ່າງ ຫວຽດນາມ ແລະ ອີຢູ ເຂົ້າສູ່ລວງເລິກ - ảnh 2
ທ່ານເລຂາທິການໃຫຍ່ Nguyen Phu Trong ຕ້ອນຮັບທ່ານ Herman Van Rompuy ປະທານສະພາເອີລົບ
ພາບ:internet

        ​ກ່ຽວ​ກັບ​ຂົງ​ເຂດ​ຮ່ວມ​ມື​ພັດທະນາ, ດ້ວຍ​ຖານະ​ແມ່ນ​ອົງການ​ຊ່ວຍ​​ເຫລືອ​ລ້າ​ໃຫຍ່​ສຸດ​ໃຫ້​ແກ່ ຫວຽດນາມ (ຍອດ​ທຶນ ODA ​ໃຫ້​ຄຳ​ໝັ້ນ​ສັນຍາໃນ​ໄລຍະ​ແຕ່​ປີ 1993 - 2011 ​ແມ່ນ​ກວ່າ 13 ຕື້ USD), ຜ່ານ​ການ​ຢ້ຽມຢາມ​ຄັ້ງ​ນີ້, ທ່ານ​ປະທານ​ສະ​ພາ​ເອີ​ລົບ Herman Van Rompuy ສືບ​ຕໍ່​ຢືນຢັນ​ການ​ຫນູນ​ຊ່ວຍ ຫວຽດນາມ ​ໃນ​ການຜັນ​ຂະຫຍາຍ​ບັນດາ​ໂຄງການ​ຊ່ວຍ​ເຫລືອ​ໄລຍະ 2011 - 2013 ຢ່າງ​ມີ​ປະສິດທິ​ຜົນ ​ແລະ ກຳນົດ​ການ​ບຸລິ​ມະ​ສິດ​ການ​ຮ່ວມ​ມື​ໃນ​ໄລຍະ 2014 - 2020 ​ໃນ​ບັນດາ​ຂົງ​ເຂດ​ສຳຄັນ​ຄື: ຫລຸ​ດຜ່ອນ​ຄວາມທຸກ​ຍາກ, ພັດທະນາ​ແບບ​ຍືນ​ຍົງ, ປົກ​ປັກ​ຮັກສາ​ສິ່ງ​ແວດ​ລອ້ມ, ຮັບ​ມື​ກັບ​ການ​ປ່ຽນ​ແປງ​ຂອງ​ດິນ​ຟ້າ​ອາກາດ. ປະກົດ​ການ​ອັນ​ລະອຽດທຳ​ອິດ​​ໃນ​ໄລຍະ​ຮ່ວມ​ມື​ໃຫມ່​ນີ້ ນັ້ນ​ແມ່ນ​ໃນ​ການ​ຢ້ຽມຢາມ, ສອງ​ຝ່າຍ​ໄດ້​ລົງ​ນາມ​ໃນ​ສັນຍາ​ອຸປະຖຳ​​ເພື່ອ​ຮັບ​ມື​ກັບການ​ປ່ຽນ​ແປງ​ຂອງ​ດິນ​ຟ້າ​ອາກາດ​ປີ 2012 ລວມມູນ​ຄ່າ 150 ລ້ານ​ເອີ​ໂຣ ​ໂດຍ​ທະນາຄານ​ລົງທຶນ ​ເອີ​ລົບ ອຸປະຖຳ ​ແລະ ຖະ​ແຫລ​ງການ​ລົງ​ນາມ​ໃນ​ສັນຍາ​ການ​ເງິນ​ຂອງ ​ໂຄງການ​ຫນູນ​ຊ່ວຍ​ນະ​ໂຍບາຍ​ການ​ຄ້າ ​ແລະ ການ​ລົງທຶນ​ຂອງ​ເອີ​ລົບ. ຫວຽດນາມ ​ແລະ ອີ​ຢູ ​ກໍ​ເຫັນ​ດີ​ເພີ່ມ​ທະວີການ​ຮ່ວມ​ມື​ວິຊາ​ສະ​ເພາະ, ​ພິ​ເສດ​ໃນ​ຂົງ​ເຂດ​ສຶກສາ, ບຳລຸງ​ສ້າງ, ວິທະຍາສາດ -​ເຕັກ​ໂນ​ໂລ​ຊີ, ຊັບພະຍາກອນ ​ແລະ ສິ່ງ​ແວ​ດລ້ອມ, ກະສິກຳ ​ແລະ ພັດທະນາ​ຊົນນະບົດ.. ​ແລະ ດ້ວຍ​ບັນດາ​ຄຳ​ໝັ້ນ​ສັນຍາ​ຫນູນ​ຊ່ວຍ​ດ້ານ​ເຕັກນິກຢ່າງ​ລະອຽດ​ຂອງ ອີ​ຢູ ທີ່ສະຫງວນ​ໃຫ້​ແກ່ ຫວຽດນາມ.

        ​ໃນ​ໄລຍະ 20 ປີ ​ແຫ່​ງາ​ການ​ສ້າງ​ຕັ້ງ​ສາຍ​ພົວພັນ​ທາງ​ການ​ທູດ, ຍາມ​ໃດການ​ພົວພັນ​ລະຫວ່າງ ຫວຽດນາມ ​ແລະ ອີ​ຢູ ກໍ​ໄດ້​ຮັບ​ການ​ປັບປຸງ​ເພື່ອ​ພັດທະນາ. ​ແລະ ໝາກຜົນ​ແຫ່ງ​ການ​ຢ້ຽມຢາມ​ຫວຽດນາມ​ຄັ້ງ​ທຳ​ອິດ​ຂອງ​ການ​ນຳ​ອົງການ​ທີ່​ມີ​ສິດ​ອຳນາດ​ສູງ​ສຸດຂອງ​ສະຫະພາບ​ເອີ​ລົບ ນັບ​​ແຕ່​ປີ 1990 ນັ້ນ​ຈະສືບ​ຕໍ່​ປະກອບສ່ວນ​ສຳຄັນ​ເພື່ອ​​ເຮັດ​ໃຫ້ສາຍ​ພົວພັນ​ນີ້​ເຂົ້າ​ສູ່​ລວງ​ເລິກ.

ຕອບກັບ

ຂ່າວ/ບົດ​ອື່ນ