ການພົວພັນລະຫວ່າງ ອາເມລິກາ - ລັດເຊຍ

  ການພົວພັນລະຫວ່າງ ອາເມລິກາ - ລັດເຊຍ - ảnh 1
ສື່ມວນຊົນອາເມລິກາຖືວ່າເລື່ອງຢຸດຕິການເຄື່ອນໄຫວ  USAID ຢູ່ລັດເຊຍຈະສົ່ງຜົນສະທ້ອນເຖິງການພົວພັນລະຫວ່າງສອງປະເທດ
(ພາບ: sggp.org.vn)

(vovworld) - ນັບ​ແຕ່​ວັນ​ທີ 1/10, ອົງການ​ພັດທະນາ​ສາກົນ​ອາ​ເມ​ລິ​ກາ (USAID) ​ໄດ້​ຖອນ​ເຈົ້າ​ໜ້າ​ທີ່​ທັງ​ໝົດ​ຂອງ​ຕົນ​ອອກ​ຈາກ​ເຂດດິນ​ແດນ​ລັດ​ເຊຍ ຢ່າງ​ເປັນ​ທາງ​ການ, ຢຸດຕິ​ພາລະ​ໜ້າ​ທີ່ຂອງ​ຕົນ​ຢູ່​ລັດ​ເຊຍ​​ເ​ປັນ​ເວລາ 20ປີ, ຕາມ​ຄວາມ​ຮຽກຮ້ອງ​ຂອງ​ມົດ​ສະ​ກູ. ​ເຖິງ​ວ່າ​ວໍ​ຊິງ​ຕັນ​​ໄດ້ຢັ້ງຢືນວ່າການ​ອັດ​ປະຕູ​ USAID ຢູ່​ລັດ​ເຊຍ​ ຈະ​ບໍ່ສົ່ງ​ຜົນ​ສະທ້ອນ​ເຖິງ​ການ​ພົວພັນ​ລະຫວ່າງ​ອາ​ເມ​ລິ​ກາ - ລັດ​ເຊຍກໍ່ຕາມ, ​ແຕ່​ຕາມ​ວົງ​ການ​ນັກ​ໄຈ້​ແຍກ​ແລ້ວ, ຂໍ້​ຕົກລົງ​ດັ່ງກ່າວ​ໄດ້​ເປັນ​ສິ່ງ​ທີ່​ກີດຂວາງ​ຂະ​ບວນວິວັດ​ແຫ່ງ​ການ​ປັບປຸງ​ການ​ພົວພັນ​ລະຫວ່າງ​ສອງ​ປະ​ເທດ​ນີ້.

        USAID​ ໂດຍ​ລັດຖະບານ​ອາ​ເມ​ລິ​ກາ​ສ້າງ​ຕັ້ງ​ຂຶ້ນ​ເມື່ອ​ປີ 1961, ອົງການ​ນີ້​ຮັບຜິດຊອບ​ບັນຫາ​ຊ່ວຍ​ເຫຼືອ​ພົນລະ​​ເຮືອນ​ຕ່າງປະ​ເທດ, ​ແນ​ໃສ່​ໜູນ​ຊ່ວຍ​ການ​ພັດທະນາ​ເສດຖະກິດ, ສາທາລະນະ​ສຸກ, ຊ່ວຍ​ເຫຼືອ​ມະນຸດສະທຳ​ຢ່າງ​ຮີບ​ດ່ວນ ​ແລະ ສະກັດ​ກັ້ນ​ການ​ປະ​ທະ​ກັນ​ຢູ່ 100 ກວ່າ​ປະ​ເທດ​​ໃນ​ໂລກ. USAID ​ເປີດຫ້ອງການ​ຢູ່​ມົດ​ສະ​ກູ​ ນັບ​ແຕ່​ປີ 1992. ​ໃນ​ປີ​ການ​ເງິນ 2012, ອົງການ​ນີ້​ໄດ້​ຊ່ວຍ​ເຫຼືອ​ໃຫ້​ລັດ​ເຊຍດ້ວຍຈຳນວນ​ເງິນ​ປະມານ 2,7 ຕຶ້​ໂດ​ລາ​ສະຫະລັດ. ​ໃນ​ຊຸມ​ປີ 1990, ​ໂຄງການ​ນີ້​ເອົາ​ໃຈ​ໃສ່​ເປັນ​ພິ​ເສດ​ເຖິງ​ການ​ຊ່ວຍ​ເຫຼືອ​ລັດ​ເຊຍ​ ຫັນ​ຈາກ​ພື້ນຖານ​ເສດຖະກິດ​ລວມສູນ ​ໂດຍ​ລັດ​ຄຸ້ມ​ຄອງ ​ໄປ​ສູ່​ພື້ນຖານ​ເສດຖະກິດ​ການ​ຕະຫຼາດ​. ​ແຕ່​ໃນ 1 ທົດ​ສະ​ວັດ​ຜ່ານມາ​, ຈຳນວນ​ເງິນ​ຊ່ວຍ​ເຫຼືອ​ພັດ​ສະຫງວນ​ໃຫ້​ແກ່​ບັນດາ​ອົງການ​ຈັດ​ຕັ້ງ​ສິດທິ​ມະນຸດ ​ແລະ ປັບປຸງ​ສັງຄົມ​ພົນລະ​ເຮືອນລັດ​ເຊຍ. USAID ສະໜອງ​ເງິນ​ສ່ວນ​ຫຼາຍ​ໃຫ້​ແກ່ Golos, ​ເຊິ່ງ​ແມ່ນ​ອົງການ​ກວດ​ບັດ​ເອກະລາດ​ໜຶ່ງ​ດຽວ​ຢູ່​ລັດ​ເຊຍ.

ກະຊວງ​ການ​ຕ່າງປະ​ເທດ​ລັດ​ເຊຍ ​ໄດ້​ປະກາດ​ຂໍ້​ຕົກລົງ​ອັດ​ປະຕູ​ຫ້ອງການ USAID ນັບ​ແຕ່​ວັນ​ທີ 18/9, ດ້ວຍ​ການ​ອະທິບາຍ​​ວ່າ ອົງການ​ນີ້​ໄດ້​ຊອກ​ຫາ​ວິທີ​ສົ່ງ​ຜົນ​ສະທ້ອນ​ເຖິງ​ວິວັດທະ​ນາ​ການ​ທາງ​ດ້ານ​ການ​ເມືອງ, ບັນດາ​ຂໍ້​ກຳນົດ, ກົດ​ລະບຽບ​ສັງຄົມ​ພົນລະ​ເຮືອນ ​ແລະ ການ​ເລືອກ​ຕັ້ງ​​ທຸກ​ຂັ້ນ ຜ່ານ​ການຈັດ​ແບ່ງ​ບ້ວງ​ເງິນ​ຊ່ວຍ​ເຫຼືອ. ມົດ​ສະ​ກູ ຢືນຢັນ​ວ່າ ສັງຄົມ​ພົນລະ​ເຮືອນ​ຢູ່​ລັດ​ເຊຍ​ໄດ້​ເຕີບ​ໃຫຍ່ ​ແລະ ບໍ່​ຕ້ອງການ​ໄດ້​ຮັບ​ການ​ຊີ້​ນຳ​ຈາກ​ພາຍ​ນອກ. ຕາມ​ໝາກຜົນ​ແຫ່ງ​ການ​ສຳ​ຫຼວດຫາງ​ສຽງ​ລັດ​ເຊຍ​ແລ້ວ, ພາຍຫຼັງ​ທີ່​ລັດຖະບານ​ຕົກລົງ​ຢຸດ​ຕິ​ການ​ເຄື່ອນ​ໄຫວ​ຂອງ USAID ​ໃນ​ດິນ​ແດນ​ຂອງ​ປະ​ເທດ​ນີ້, ​ໄດ້​ມີ​ກວ່າ 75% ຄວາມ​ເຫັນ ​​ແມ່ນ​ເຫັນ​ດີ​ຕໍ່​ຂໍ້​ຕົກລົງ​ດັ່ງກ່າວ ​ແລະ ຖື​ວ່າ​ຂໍ້​ຕົກລົງ​ນີ້​ມີ​ຜົນ​ປະ​ໂຫຍ​ດ​ໃຫ້​ແກ່​ປະ​ເທ​ດຊາດ. ດັ່ງ​ນັ້ນ, ຕາມ​ວົງ​ການ​ນັກ​ໄຈ້​ແຍກ​ດ້ານ​ການ​ເມືອງ​ຢູ່​ລັດ​ເຊຍແລ້ວ, ຂໍ້​ຕົກລົງ​ຂອງ​ມົດ​ສະ​ກູ​ກ່ຽວ​ກັບ​​ເລື່ອງ​ຢຸດຕິ​ການ​ເຄື່ອນ​ໄຫວ​ຂອງ USAID ​ໃນ​ດິນ​ແດນ​ລັດ​ເຊຍ​ແມ່ນ​ທັນ​ການ ​ແລະ ມີ​ພື້ນຖານ​ຢ່າງ​ສົມ​ບູນ.

​ໃນ​ຂະນະ​ນັ້ນ. ຂໍ້​ຕົກລົງ​ອັດ​ປະຕູ USAID ຂອງ​ມົດ​ສະຕູ ​ໄດ້​ກໍ່​​ໃຫ້​ເກີດ​ການຄັດຄ້ານ​ຈາກ​ວົງ​ການ​ການ​ເມືອງ ​ແລະ ​ໂທລະ​ຄົມ​ອາ​ເມ​ລິ​ກາ. ກະຊວງ​ການ​ຕ່າງປະ​ເທດ​ອາ​ເມ​ລິ​ກາ​ ຖະ​ແຫຼ​ງວ່າ ”ອາ​ເມ​ລິ​ກາ​ຮູ້ສຶກ​ເສຍດາຍ” ພ້ອມ​ທັງ​ປະຕິ​ເສດ​ທັດສະນະ​ທີ່​ຖື​ວ່າ USAID ​ແຊກ​ແຊງ​ເຂົ້າ​ຊີວິດ​ທາງ​ດ້ານ​ການ​ເມືອງ​ຢູ່​ລັດ​ເຊຍ. ສະມາຊິກ​ສະພາ​ສູງ​ພັກສາ​ທາ​ລະນະ​ລັດ​ອາ​ເມ​ລິ​ກາ John McCain ​ໄດ້​ຖື​ວ່າ ການ​ກະທຳ​ນີ້​ຂອງ​ລັດ​ເຊຍ ​ໄດ້​ລະ​ເມີດ​ເຖິງ​ອຳນາດ​ການ​ປົກຄອງ​ຂອງ​ປະທານາທິບໍດີ Barack Obama. ສ່ວນ​ໜັງສືພິມ​, ຂ່າວສານສຳຄັນ​ອື່ນໆຂອງ​ອາ​ເມ​ລິ​ກາ ກໍ່​ຖື​ວ່າ ຂໍ້​ຕົກລົງ​ຢຸດຕິ​ການ​ເຄື່ອນ​ໄຫວ​ຂອງ USAID ຢູ່​ລັດ​ເຊຍ​ ແມ່ນບາດກ້າວຖອຍຫຼັງ​ໃນ​ການ​ພົວພັນ​ລະຫວ່າງ​ລັດ​ເຊຍ - ອາ​ເມ​ລິ​ກາ, ອັນ​ໄດ້​ທຳລາຍ​ທຸກ​ຄວາມ​ມານະ​ພະຍາຍາມຂອງ​ປະທານາທິບໍດີ Obama ​ໃນ​ການ​ເຊື່ອມ​ຕໍ່ການ​​ພົວພັນ​ກັບ​ລັດ​ເຊຍ ​ໃນຕະຫຼອດ​ໄລຍະ​ຜ່ານ​ມາ.

ຄວາມ​ຈິງ​ແລ້ວ, ຂໍ້​ຕົກລົງ​ດັ່ງກ່າວ​ບໍ່​ຂຶ້ນ​ກັບ​ແຜນການ​ປະຕິ​ຮູບ​ດ້ານ​ການ​ເມືອງ​ຂອງ​ປະທານາທິບໍດີ​ລັດ​ເຊຍ V. Putin ພາຍຫຼັງ​ທີ່​ທ່ານ​ໄດ້​ຮັບ​ເລືອກ​ຕັ້ງ​ເປັນ​ປະທາ​ນາ​ທິບໍດີ​ຄືນ​ໃໝ່. ​ໃນ​ການ​ຫາ​ສຽງ​ເລືອກ​ຕັ້ງ, ທ່ານ V. Putin  ​ໄດ້​ຍົກ​ອອກ​ຮູບ​ພາບ​ປະ​ເທດ​ລັດ​ເຊຍ​ ພວມ​ຖືກ​ຂົ່ມຂູ່ຈາກ​ຝ່າຍ​ຕາ​ເວັນ​ຕົກ ​ແລະ ພາຍຫຼັງ​ໄດ້​ຮັບ​ການ​ເລືອກ​ຕັ້ງ​ເປັນ​ປະທານາທິບໍດີ​ຄືນ​ໃໝ່, ນະ​ໂຍບາຍ​ພົວພັນ​ພາຍ​ໃນ ​ແລະ ຕ່າງປະ​ເທດ​ກໍ່​ອີງ​ຕາມ​ທັດສະນະ​ດັ່ງກ່າວ. ​ເມື່ອ​ກັບ​ຄືນ​ສູ່​ວັງ Kremli ​ໃນ​ເດືອນ 5/2012, ທ່ານ V. Putin ​ໄດ້​ມີ​ແຜນ​ນະ​ໂຍບາຍ​ຍູ້​ໄພ​ຂາດ​ສະຖຽນ​ລະ​ພາບ​ທີ່​ເກີດ​ມາ​ຈາກ​ຂະ​ບວນການ​ຄັດຄ້ານ​ຂອງຝ່າຍ​ຕ່າງໆ​ພາຍໃນປະ​ເທດ​ໃຫ້​ຖອຍ​ໄປ. ພ້ອມ​ກັບ​ເລື່ອງ​ເພີ່ມ​ທະວີ​ບັນດາ​ມາດ​ຕະການ​ປະຕິ​ຮູບ​ດ້ານ​ການ​ເມືອງ, ພ້ອມ​ແລ້ວ​ທີ່​ຈະ​​ເຈລະຈາ​ກັບ​ຝ່າຍ​ເອກະລາດ, ປະທານາທິບໍດີ V. Putin  ​ໄດ້​ຮັບຮອງ​ເອົາ​ກົດໝາຍ​ສະບັບ​ໃໝ່​ກ່ຽວ​ກັບ​ການ​ແຫ່​ຂະ​ບວນປະ​ທ້ວງ​ຢ່າງ​ວ່ອງ​ໄວ​ຄື: ຍົກ​ສູງ​ລະດັບ​ປັບ​ໄໝລົງ​ໂທດສຳ​ຫຼັບ​ຜູ້​ແຫ່​ຂະ​ບວນປະ​ທ້ວງ, ກໍ່​ຄືຜູ້​ໃສ່​ຮ້າຍ​ປ້າຍ​ສີ​ລັດຖະບານ, ​ເພີ່ມ​ທະວີ​ການ​ກວດກາ​ນການ​ເຄື່ອນ​ໄຫວ​ຂອງ​ບັນດາ​ອົງການ​ຈັດ​ຕັ້ງ​ບໍ່​ຂຶ້ນ​ກັບ​ລັດຖະບານ. ​ໃນ​​ຫວ່າງ​ມໍ່ໆ​ມາ​ນີ້, ລັດ​ເຊຍ​ໄດ້​ຕິ​ຕຽງອົງການ​ຈັດ​ຕັ້ງ​ຕ່າງປະ​ເທດ​ຈຳນວນ​ໜຶ່ງ​ໄດ້​ຊ່ວຍ​ເຫຼືອ​ໃຫ້​ຝ່າຍ​ຄ້ານ​ຢູ່​ພາຍ​ໃນ​ປະ​ເທດ, ປຸກລຸກ​ການ​ໃຊ້​ຄວາມ​ຮຸນ​ແຮງ. ຊ້ຳ​ບໍ່​ໜຳ, ປະທານາ ທິບໍດີ V. Putin  ຍັງ​ຕຳນິຕິຕຽນ​ອາ​ເມ​ລິ​ກາ ປຸກລຸກ​ການ​ແຫ່​ຂະ​ບວນປະ​ທ້ວງ​ຄັ້ງ​ຕ່າງໆ​ເພື່ອ​ຕ້ານ​ລັດຖະບານ​ລັດ​ເຊຍ ​ເມື່ອ​ທ້າຍ​ປີ 2011 ອີກ.

​ເມື່ອ​ຂຶ້ນ​ກຳ​ອຳນາດ​ຢູ່​ອາ​ເມ​ລິ​ກາ, ປະທານາທິບໍດີ B. Obama ​ໄດ້​ຊອກ​ຫາ​ທຸກ​ວິທີ​ການ​ເພື່ອ ”​ເຊື່ອມ​ຕໍ່”    ການ​ພົວພັນ​ກັບ​ລັດ​ເຊຍ ​ແລະ ບັນລຸ​​ໄດ້​ໝາກຜົນຈຳນວນ​ໜຶ່ງ. ​ເຖິງ​ຢ່າງ​ໃດ​ກໍ່ຕາມ, ທັງ​ສອງ​ປະ​ເທດ​ຍັງ​ບໍ່​ລົງ​ລາຍ​ກັນ​ໃນ​ຫຼາຍ​ບັນຫາ​ຢູ່. ​ໃນ​ສະພາບ​ການ​ທີ່​ບັນດາ​ຄວາມ​ບໍ່​ລົງ​ລອຍ​ກັນ​ຍັງ​ບໍ່​ທັນ​​ໄດ້​ຮັບ​ການ​ແກ້​ໄຂ​ນັ້ນ, ​ເລືອ​ງມົດ​ສະ​ກູ ຕົກລົງ​ຢຸດຕິ​ການ​ເຄື່ອນ​ໄຫວ​ຂອງ USAID ຈະ​ເປັນ​ສາຍ​ເຫດ​ທີ່​ເຮັດ​ໃຫ້ການ​ພົວພັນ​ລະຫວ່າງ​ອາ​ເມ​ລິ​ກາ - ລັດ​ເຊຍ ນັບ​ມື້​ນັບ​ຊຸດ​ໂຊມ.

ຕອບກັບ

ຂ່າວ/ບົດ​ອື່ນ