ການພົວພັນລະຫວ່າງອາເມລິກາ-ມຽນມາກ້າວເຂົ້າສູ່ໜ້າປະຫວັດສາດໃໝ່

(vovworld) - ທ່ານ​ປະ​ທາ​ນາ​ທິ​ບໍ​ດີ​ອາ​ເມ​ລິ​ກາ Barack Obama ຫາກໍ່​ຍົກເວັ້ນ​ບັນ​ດາ​ມາດ​ຕະ​ການ​ລົງ​ໂທດ​ມຽນ​ມ​າ ທີ່​​ນຳ​ໃຊ້​ໃນ​ເວ​ລາ​ເກ​ືອບ 2 ທົ​ດ​ສະ​ວັດ​ຜ່ານ​ມາຢ່າງ​ເປັນ​ທາງ​ການ. ພ້ອມ​ກັນ​ນັ້ນ, ກະ​ຊວງ​ການ​ເງິນ​ອາ​ເມ​ລິ​ກາ ກໍ​​ຍົກ​ເວັ້ນ​ບັນ​ດາ​​ຄຳ​ສັ່ງ​ລົງ​ໂທດ​ດ້ານ​ເສດ​ຖະ​ກິດ ແລະ ການ​ເງິນ​ສຳ​ລັບ​ມຽນ​ມາ. ນີ້​ໄດ້​ຮັບ​ຖື​ວ່າ​ແມ່ນ​ບາດ​ກ້າວ​ປະ​ຫວັດ​ສາດ​ໃໝ່ ໃນ​ວິ​ວັດ​ທະ​ນາ​ການ​ປັບ​ປຸງ​ການ​ພົວ​ພັນ​ລະ​ຫວ່າງ 2 ປະ​ເທດ, ພາຍ​ຫຼັງ 2 ທົດ​ສະ​ວັດ​ທີ່​ການ​ພົວ​ພັນ​ຖືກຢຸ​​ດສະ​ງັກ. ບົດ​ຂຽນ “ການ​ພົວ​ພັນ​ອາ​ເມ​ລິ​ກາ - ມຽນ​ມາ ກ້າວ​ເຂົ້າ​ສູ່​ໜ້າ​ປະ​ຫວັດ​ສາດ​ໃໝ່”.


ການພົວພັນລະຫວ່າງອາເມລິກາ-ມຽນມາກ້າວເຂົ້າສູ່ໜ້າປະຫວັດສາດໃໝ່ - ảnh 1
ທ່ານ​ປະ​ທາ​ນາ​ທິ​ບໍ​ດີ Obama ​ພົບ​ປະ​ຄັ້ງກັບ
ທີ່​ປຶກ​ສາ​ລັດ​ມຽນ​ມາ ທ່ານ​ນາງ Aung San Suu Kyi ຢູ່​ທຳ​ນຽບ​ຂາວ
(ພາບ: AFP/TTXVN)

ຂໍ້​ຕົກ​ລົງ​ຂອງ​ທ່ານ​ປະ​ທາ​ນາ​ທິ​ບໍ​ດີ Obama ໄດ້​ຍົກ​ອອກ​ມາ ພາຍ​ຫຼັງ​ການ​ພົບ​ປະ​ຄັ້ງ​ປະ​ຫວັດ​ສາດໃນ​ວັນ​ທີ 14/09 ຜ່ານ​​ມາ​ລະ​ຫວ່າງ​ທ່ານ ກັບ ທີ່​ປຶກ​ສາ​ລັດ​ມຽນ​ມາ ທ່ານ​ນາງ Aung San Suu Kyi ຢູ່​ທຳ​ນຽບ​ຂາວ ເປັນ​ເວ​ລ​າ 1 ເດືອ​ນ. ພ້ອມ​ກັບ​ບັນ​ດາ​ມາດ​ຕະ​ການ​​ຍົກ​​ເວັ້ນ​ຄຳ​ສັ່ງ​ຂວ້ຳ​ບາດ​ດ້ານ​ການ​ເງິນ, ເສດ​ຖະ​ກ​ິດ, ​ວໍ​ຊິງ​ຕັນ ​ຍັງສະ​ແດງ​ຄວາມ​ປາດ​ຖະ​ໜາ​ວ່າ Naypyidaw ຈະ​ກາຍ​ເປັນ​ຄ່​ູ​ຮ່ວມ​ມື​ປະ​ຊາ​ທິ​ປະ​ໄຕ ແລະ ວັດ​ທະ​ນາ​ຖາ​ວອນ​ຂອງ​ອາ​ເມ​ລິ​ກາ ໃນ​ພາກ​ພື້ນ.

ວິ​ວັດ​ການ​​ສ້າງ​ການ​ພົ​ວ​ພັນ​ເປັນ​ປົກ​ກະ​ຕິ

        ອ​າ​ເມ​ລິ​ກາ ເລີ່ມ​ເພີ່ມ​ທະ​ວີ​ການ​ລົງ​ໂທດ​ມຽນ​ມາ ​ໃນ​ປີ 1988, ເມື່ອກອງ​ທັບ​ຂຶ້ນ​ກຳ​ອຳ​ນາດ ແລະ ເພີ່ມ​ມະ​ວີການ​ປາບ​ປາມບັນ​ດາ​ນັກ​ເຄື່ອນ​ໄຫວ​ເພື່ອ​ປະ​ຊາ​ທິ​ປະ​ໄຕ. ຄຳ​ສັ່ງ​ສະ​ພາ​ວະ​ສຸກ​ເສີນ, ​ເຊິ່ງ​ແມ່ນ​ຮູບ​ການ​ລົງ​ໂທດ​ຂອງ ວ​ໍ​ຊິງ​ຕັນ ສຳ​ລັບ​ມຽນ​ມາ, ໂດຍ​ອຳ​ນາດ​ການ​ປົກ​ຄອງ​ປະ​ທາ​ນາ​ທິ​ບໍ​ດີ Bill Clinton ຈັດ​ວາງ​ເມື່ອ​ວັນ​ທີ 20/05/1997 ດ້ວຍ​ເຫດ​ຜົນ​ທີ່​ວ່າ ບັນ​ດາ​ນະ​ໂຍ​ບາຍ​ຂອງ​ອຳ​ນາດ​ການ​ປົກ​ຄ້ອ​ງ​ການ​ທະ​ຫານ​ເມື່ອ​ກ່ອນນີ້​ຢູ່ Naypyidaw ແມ່ນ​ໄພ​ນາບ​ຂູ່​ເຖິງ​ຄວາມ​ໝັ້ນ​ຄົງ​ຂອງ​ອາ​ເມ​ລິ​ກາ. ແລະ​ກໍ່​ໃນ​ປີ​ດຽວ​ກັນ, ສະ​ພາ​ແຫ່ງ​ຊາດ​ອາ​ເມ​ລິ​ກາ ໄດ້​ປະ​ກາດ​ຄຳ​ສັ່ງ​ຫ້າມ​ບັນ​ດາ​ບໍ​ລິ​ສັດ​ອາ​ເມ​ລິ​ກາ ລົງ​ທຶນ​ເຂົ້າ​ມຽນ​ມາ ແລະ ປີ 2003 ຫ້າມ​ນຳ​ເຂົ້າ​ສິນ​ຄ້າ​ຈາກ​ປະ​ເທດນີ້. ປີ 2007, ອຳ​ນາດ​ການ​ປົກ​ຄອງ​ຂອງ​ປະ​ທາ​ນາ​ທິ​ບໍ​ດີ George Bush ສືບ​ຕໍ່​ປະ​ກາດໃຊ້ລັດ​ຖ​ະ​ດຳ​ລັດ​ ເພື່ອຮັດ​​ກຸມ​ມາດ​ຕະ​ການ​ລົງ​ໂທດ. ​ເຖິງ​ຢ່າງ​ໃດ​ກໍ່​ຕາມ, ທຸກ​​ສິ່ງ​ທຸກຢ່າງ​ໄດ້​ມີ​ການ​ປ່ຽນ​ແປງ​ ​ເມື່ອ​ປະ​ທາ​ນາ​ທິ​ບໍ​ດີ​ມຽນ​ມາ Thein Sein ຂຶ້ນ​ກຳ​ອຳ​ນ​າດ​ປີ 2011, ໄດ້ເປີດ​ຊ່ອງ​ທາງ​ໃຫ້​ການ​ຫັນ​ເປັນອຳ​ນາດ​ການ​ປົກ​ຄ​ອງ​ ພົນ​ລະ​ເມືອງ. ປີ 2012, ການ​ນຳ​​ຝ່າຍ​ຄ້ານ Aung San Suu Kyi ໄດ້ຮັບ​ການ​ປ່ອຍ​ຕົວ. ໃນ​ປີນັ້ນ, ທ່ານ​ປະ​ທາ​ນາ​ທິ​ບໍ​ດີ Barack Obama ກໍ​ແມ່ນ​ປະ​ທາ​ນາ​ທິ​ບໍ​ດີ​​ຜູ້ທຳ​ອິດ​​ໄປ​ຢ້ຽມ​ຢາມ​ປະ​ເທດ ມຽນ​ມາ. ອາ​ເມ​ລິ​ກາ ກໍ່​ຍົກ​​ເວັ້ນ​ຫຼາຍ​ຄຳ​ສັ່ງ​ຫ້າມ​ລົງ​ທຶນ ແລະ ການ​ຄ້າ​​ກັບ​ມຽນ​ມາ. ພາຍ​ຫຼັງ​ທີ່​ພັກສະ​ຫະ​ພັນ​ແຫ່ງ​ຊາດ​ເພື່ອ​ປະ​ຊາ​ທິ​ປະ​ໄຕ (NLD) ຂອງ​ທ່ານ​ນາງ Suu Kyi ຍາດ​ໄດ້​ໄຊ​ຊະ​ນະ​ໃນ​ການ​ເລືອກ​ຕັ້ງ​ສະ​ພາ​ແຫ່ງ​ຊາດ​ເມື່ອ​ເດືອນ 11/2015, ອາ​ເມ​ລິ​ກາ ​ໄດ​້ອະ​ນຸ​ຍາດ​ໃຫ້​ບັນ​ດາ​ບໍ​ລິ​ສັດ​ເຂົ້າ​ຮ່ວມ​ການ​ທຳ​ມາ​ຫາ​ກິນ​ຢູ່​ບັນ​ດາ​ສະ​ໜາມ​ບິນ, ທ່າ​ກ່ຳ​ປັ່ນ​ໃຫຍ່ກວ່າ​ໝູ່​ຂອງ​ມຽນ​ມາ.

        ໃນ​ການ​ຢ້ຽມ​ຢາມ​ອາ​ເມ​ລິ​ກາ ຂອງ​ທ່ານ​ລັດ​ຖະ​ມົນ​ຕີ​ການ​ຕ່າງ​ປະ​ເທດ, ທີ່​ປຶກ​ສາ​​ແຫ່ງລັດ, ລັດ​ຖະ​ມົນ​ຕີ​ຫ້ອງວ່າ​ການ​ປະ​ທາ​ນາ​ທິ​ບໍ​ດີ​ມຽນ​ມາ Aung San Suu Kyi, ທ່ານ​ປະ​ທາ​ນາ​ທິ​ບໍ​ດີ Obama ໄດ້​ເນັ້ນ​ໜັກ​ວ່າ ຈະ​ນຳ​ມຽນ​ມາ ກັບ​ຄືນ​ສູ່​ບັນ​ຊີ​ລາຍ​ຊື່​ບັນ​ດາ​ປະ​ເທດ​ໄດ້​​ຊົມ​ໃຊ້​ກົດ​ລະ​ບ​ຽບ​ລະ​ບົບ​ບຸ​ລິ​ມະ​ສິດ​ທົ່ວ​ໄປ (GSP), ກົນ​ໄກ​ຍົກ​​ເວັ້ນ​ພາ​ສີ​ສຳ​ລັບ​ສິນ​ຄ້າ​ທີ່ນ​ຳ​ເຂົ້າ​ອາ​ເມ​ລິກ​າ, ພ້ອມ​ທັງ​ສະ​ແດງ​ຄວາມ​ຫວັງ​ວ່າ Naypyidaw ຈະ​ນັບ​ມື້​ນັບ​ກາຍ​ເປັນ​ຄູ່​ຮ່ວມ​ມື​ປະ​ຊາ​ທິ​ປະ​ໄ​ຕ ແລະ ວັດ​ທະ​ນາ​ຖາ​ວອນ​ຂອງ​ອາ​ເມ​ລິ​ກາ​ ຢູ່​ພາກ​ພື້ນ.

ການ​ແກ່ງ​ແຍ້ງ​ສົ່ງ​ຜົນ​ສະ​ທ້ອນ​ຢູ່​ມຽນ​ມາ

        ເລື່ອງ​ອາ​ເມ​ລິ​ກາ ຍົກ​ເລີກ​ບັນ​ດາ​ມາດ​ຕະ​ການ​ຂວ້ຳ​ບາດ​ສຳ​ລັບ​ມຽນ​ມາ ໄດ້​ຊີ້​ໃຫ້​ເຫັນ​ວ່າ ອາ​ເມ​ລິ​ກາ ພວ​ມ​​ພະ​ຍາ​ຍາມ​ເພີ່ມ​ທະ​ວີ​ຜົນ​ສະ​ທ້ອນ​ຢູ່​ປະ​ເທດ​ພວມ​ມີ​​ຄວາມ​ກ້າວ​ໜ້າ​​ຫຼາຍ​ຢ່າງ​ໃນ​ການປະ​ຕິ​ຮູບ ແລະ ​ຄວາມ​ສາ​ມາດ​​ບົ່ມ​ຊ້ອນ​​ໃນ​ການຮ່ວມ​ມື, ໂດ​ຍ​ສະ​ເພາະ​ແມ່ນ​ໃນ​ສະ​ພາບ​ທີ່​ຈີນ, ​ເຊິ່ງ​ແມ່ນປະ​ເທດ​ພວມ​ມີ​ຜົນ​ສະ​ທ້ອນ​ຢ່າງ​ໃຫຍ່​ຫຼວງ​ສຳ​ລັບ Naypyidaw, ກໍ​ພວມ​ມາ​ນະ​ພະ​ຍາ​ຍາມ​ປັບ​ປຸງ​ການ​ພົວ​ພັນ​ກັບ​ປະ​ເທດນີ້.

        ​ກ່ອນ​ການ​ຢ້​ຽມ​ຢາມ​ອາ​ເມ​ລິ​ກາ, ​ທ່ານ​ນາງ Suu Kyi, ເຊິ່ງ​ເປັນ​ຜູ້​ໄດ້​ຮັບການ​ຕີ​ລາ​ຄາ​ວ່າ​​ມີ​ສິດ​ຫຼາຍ​ຢູ່​ມຽນ​ມາ, ເຖິງວ່າບໍ່​ສາ​ມາດ​ເປັນ​ປະ​ທານ​າ​ທິ​ບໍ​ດີ​ມຽນ​ມາ ຍ້ອນບໍ່​ເໝາະ​ສົມ​ກັບ​ບັນ​ດາ​ຂໍ້​ກຳ​ນົດ​ຂອງ​ລັດ​ຖະ​ທຳ​ມະ​ນູນກໍ່​ຕາມ, ​ແຕ່​ລາວໄດ້​ເລືອກ​ຈີນ ແມ່ນ​ປະ​ເທດ​ໄປ​ປະ​ຕິ​ບັດ​ງານ​ທຳ​ອິດ ນັບ​ແຕ່​ເມື່ອ​ພັກ​ຂອງ​ທ່ານ​ນາງ​ຂຶ້ນ​ກຳ​ອຳ​ນາດ. ໃນ​ການ​ຢ້ຽມ​ຢາມນັ້ນ, ທ່ານ​ນາງ​ຢືນ​ຢັນ​ວ່າ, ເຖິງວ່າ​ສະ​ພາບ​ການ​ສາ​ກົນ​ມີ​ການ​ປ່ຽນ​ແປງ​ກໍ່​ຕາມ, ແຕ່ມຽນ​ມາ ​ຍັງຈະ​​ສືບ​ຕໍ່ມາ​ນະ​ພະ​ຍາ​ຍາມ​ປັບ​ປຸງ ແລະ ພັດ​ທະ​ນາ​ການ​ພົວ​ພ​ັນ​ກັບ 2 ປະ​ເທດກວ່າ​ອີກ. ເພາະ​ສະ​ນັ້ນ, ອາ​ເມ​ລິ​ກາ ກໍ່​ບໍ່​ຢາ​ກ​ພາດ​ໂອ​ກາດ​ເປີດກ​ວ້າງ​ຜົນ​ສະ​ທ້​ອ​ນຢູ່​ມຽນ​ມາ. ຖ້າ​ຫາກ ວໍ​ຊິງ​ຕັນ ນັບ​ມື້​ນັບ​ສ້າງ​ຕັ້ງ​ການ​ພົວ​ພັນ​ດ້ານ​ເສດ​ຖະ​ກິດ, ການ​ເມືອງ ແລະ ການ​ທະ​ຫານ​ໄລ​ຍະຍາວ​​ກັບ Naypyidaw ເທົ່າ​ໃດ ອາ​ເມ​ລິ​ກາ​ ຍິ່ງມີ​ຜົນ​ສະ​ທ້ອນ​ຫຼາຍ​ເທົ່າ​ນັ້ນ​ໃນ​ການ​ແກ່ງ​ແຍ້ງ​​ຍາດ​ເອົາ​ຜົນ​ສະ​ທ້ອນ​ກັບ​ຈີນ ​ທັງ​ດ້ານ​ພູມ​ສາດ ແລະ ການ​ເມືອງ ຢູ່​ອາ​ຊີ - ປາ​ຊີ​ຟິກ ແລະ ​ມະ​ຫາ​ສະ​ມຸດ​ອິນ​ເດຍ. ຄວາມ​ຈິງ​ແລ້ວ, ໃນ​​ຕະ​ຫຼອດຊຸມ​ປີ​ຜ່ານ​ມາ, ມຽນ​ມາ ຖືກ​ອາ​ເມ​ລິ​ກາ ແລະ ຝ່າຍ​ຕາ​ເວັນ​ຕົກ ຈັດ​ວາງ​ຄຳ​ສັ່ງ​ລົງ​ໂທດ, ຈີນ ທັງ​​ເປັນ​ຜູ້ອຸ​ປະ​ຖຳ​ດ້ານ​ເສດ​ຖະ​ກິດ ແລະ ການ​ທະ​ຫານ​ໃຫ້​ມຽນ​ມາ, ດ້ານ​ໜຶ່ງ​ສ້າງ​ດ່ານຢູ່​ທະ​ເລ​ເທື່​ອ​ລະ​ກ້າວ ເພື່ອ​ຄວບ​ຄຸມ​​ສາຍ​ທາງຂົນ​ສົ່ງ​ພະ​ລັງ​ງານ​ຈາກ​ເຂດ​ອ່າວ ຜ່ານ​ມະ​ຫາ​ສະ​ມຸດ​ອິນ​ເດຍ ໄປ​ຍັງ​ປະ​ເທດ​ຈີນ. 50 ປີ​ຖືກ​ປິດ​ລ້ອມ​ດ້ານ​ເສດ​ຖະ​ກິດ ໄດ້​ຍູ້​ໃຫ້ ມຽນ​ມາ ​ຍັບ​ເຂົ້າ​ໃກ້​ກັບ​ຈີນ, ພິ​ເສດ​ແມ່ນ​ບັນ​ດາ​ການ​ໜູນ​ຊ່ວຍ​ດ້ານ​ເສດ​ຖະ​ກິດ.

        ເລື່ອ​ງ​ຍົກ​​ເວັ້ນ​ຄຳ​ສັ່ງ​ຂວ້ຳ​ບາດ​ກັບ​ມຽນ​ມາ ນອນ​ໃນ​ແຜນ​​ສຳ​ຄັນ​ຂອງ​ອາ​ເມ​ລິກ​າ ຢູ່​ພາ​ກ​ພື້ນ​ອາ​ຊີ - ປາ​ຊີ​ຟິກ. ເຖິງວ່າ, ຍາມ​ໃດ​ອາ​ເມ​ລິ​ກາ ກໍ​ເນັ້ນ​ໜັກ​ເຖິງ​ເລື່ອງ​ອາ​ເມ​ລິ​ກາ ກັບ​ຄືນ​ສູ່​ອາ​ຊ​ີ - ປາ​ຊີ​ຟິກ ບໍ່​ແມ່ນ​ເພື່ອ “ລະ​ງັບ ​ຈີນ ໄວ້”, ແຕ່​ໃນ​ຕົວ​ຈິງ ອາ​ເມ​ລິ​ກາ ບໍ່​ສາ​ມາດ​ຊ້າກວ່າ​ຈີນ ໃນ​ການ​ສ້າງ​ຜົນ​ສະ​ທ້ອນ​ຢູ່​ພາກ​ພື້ນ. ​ເປັນ​ທີ່​ຈະ​ແຈ້ງ​ແລ້ວ​ວ່າ, ການ​ພົວ​ພັນ​ອາ​ເມ​ລິ​ກາ - ມຽນ​ມາ ແຮງ​ນັບ​ໃກ້​ກັນ, ທັງ 2 ຝ່າຍ​ແຮງ​ມີ​ຜົນ​ປະ​ໂຫຍດ. ​ບັນ​ດາ​ນັກ​ປະ​ຕິ​ຮູບ​ມຽນ​ມາ ເອງກໍ​ເຊື່ອ​ໝັ້ນ​ວ່າ ເລື່ອງ​ຮ່ວມ​ມື​ກັບ​ອາ​ເມ​ລິ​ກາ ແລະ ພັນ​ທະ​ມິດ ຈະ​ປະ​ກອບ​ສ່ວນ​ໃດ​ສ່ວນ​ໜຶ່ງ​ເຂົ້າ​ໃນ​ການ​ສ້າງ​ຄວາມ​ດຸ​່ນ​ດ່ຽງ ແລະ ແກ້​ໄຂ​ຄວາມດັນ​ຈາກ​ການ​ຂຶ້ນ​ກັບ​ຈີນ. ບົດ​ບາດ​ຂອງ ວ​ໍ​ຊິງ​ຕັນ ສຳ​ລັບ​ວິ​ວັດ​ທະ​ນາ​ການ​​ຫັນ​ມຽນ​ມາ ເປັນ​ປະ​ຊາ​ທິ​ປະ​ໄຕ ແມ່ນ​ສຳ​ຄັນ​ທີ່​ສຸດ ແລະ ສິ່ງ​ດັ່ງ​ກ່າວ ​ອຳ​ນາດ​ການ​ປົກ​ຄອງ​​ສືບ​ທອດ​ຂອງ​ທ່ານ​ນາງ Suu Kyi ໃນ​ປະ​ຈຸ​ບັນ​ໄດ້​ມີ​ຄວາມ​ຮັບ​ຮູ້​ແຈ້ງ​ໃນ​ວິ​ວັດ​ການ​ເຊື່ອມ​ໂຍງ ແລະ ປະ​ຕິ​ຮູບ.

ຂ່າວ/ບົດ​ອື່ນ