ການຮ່ວມມືສາກົນນັບມື້ນັບມີຄວາມໝາຍສຳຄັນໃນການສະກັດກັ້ນໂລກລະບາດໂຄວິດ-19

(VOVWORLD) -ໂດຍບໍ່ຫົວຊຕໍ່ບັນດາຄວາມມານະພະຍາຍາມຢ່າງແຮງຂອງຫຼາຍປະເທດ, ໂລກລະບາດໂຄວິດ-19 ສືບຕໍ່ແຜ່ລະບາດອອກສູ່ວົງກວ້າງ ແລະ ມີການຜັນແປຢ່າງສັບສົນໃນຂອບເຂດທົ່ວໂລກ

ການຮ່ວມມືສາກົນນັບມື້ນັບມີຄວາມໝາຍສຳຄັນໃນການສະກັດກັ້ນໂລກລະບາດໂຄວິດ-19 - ảnh 1ທ່ານເລຂາທິການໃຫຍ່ສະຫະປະຊາຊາດ Antonio Guterres

(ພາບ: Getty Images)

ມາຮອດປະຈຸບັນໄດ້ແຜ່ລະບາດເຖິງກວ່າ 200 ປະເທດ ແລະ ເຂດແຄ້ວນ, ດ້ວຍກໍລະນີຕິດໂລກລະບາດແມ່ນກວ່າ 1 ລ້ານຄົນ. ສະພາບຕົວຈິງດັ່ງກ່າວ ຮຽກຮ້ອງໃຫ້ຫຼາຍປະເທດ ແລະ ປະຊາຄົມສາກົນຄວນມີບັນດາມາດຕະການຮັບມືຢ່າງຂ້ຽວຂາດ ແລະ ມີປະສິດທິຜົນກວ່າອີກ. ໃນນັ້ນ, ການຮ່ວມມືສາກົນນັບມື້ນັບໄດ້ຮັບຖືວ່າມີຄວາມຈຳເປັນ, ຊ້ຳບໍ່ໜຳແມ່ນ ສວມບົດບາດຕັດສິນຊີ້ຊາດໃນການຕໍ່ສູ້ສະກັດກັ້ນໂລກລະບາດໂຄວິດ-19 ອີກດ້ວຍ.

ຕາມບັນດານັກຊ່ຽວຊານສາກົນແລ້ວ, ດ້ວຍບັນດາການຜັນແປທີ່ສັບສົນຄືໃນປະຈຸບັນຂອງໂລກລະບາດໂຄວິດ-19, ບັນດາມາດຕະການຮັບມືພຽງລຳພັງຝ່າຍດຽວຂອງບັນດາປະເທດ, ເຖິງວ່າຈະຂ້ຽວຂາດຄືແນວໃດກໍ່ຕາມແຕ່ກໍ່ຍາກທີ່ຈະສະກັດກັ້ນໂລກລະບາດຢ່າງມີປະສິດທິຜົນໄດ້. ສາຍເຫດແມ່ນຍ້ອນໂລກລະບາດພວມສົ່ງຜົນສະທ້ອນ ແລະ ໄດ້ສົ່ງຜົນກະທົບເຖິງການເຄື່ອນໄຫວທາງດ້ານເສດຖະກິດ-ສັງຄົມເກືອບທັງໝົດຂອງບັນດາປະເທດຢ່າງເລິກເຊິ່ງ, ກວ້າງຂວາງ. ໃນຂະນະນັ້ນ, ແຕ່ລະປະເທດ/ກຸ່ມປະເທດພັດພຽງມີທ່າໄດ້ປຽບ, ທ່າແຮງໃດໜຶ່ງ, ພ້ອມທັງຖືກການຄອບງຳຢ່າງແຮງຂອງເລື່ອງເຊື່ອມໂຍງເຂົ້າກັບສາກົນ ແລະ  ໂລກາພິວັດ. ຍ້ອນເຫດນັ້ນ, ການຮ່ວມມືສາກົນ, ລະດົມແຫຼ່ງກຳລັງຂອງທົ່ວໂລກເພື່ອຮັບມື ແລະ ຜ່ານຜ່າຜົນກະທົບຂອງໂລກລະບາດ, ແມ່ນມີຄວາມຈຳເປັນທີ່ສຸດ.

ສະມັດຊາໃຫຍ່ສະຫະປະຊາຊາດ ອອກຄຳຮຽກຮ້ອງ, ສະຫະພາບເອີລົບ ຢືນຢັນຄວາມສຳຄັນຂອງການຮ່ວມມືສາກົນໃນການຮັບມືກັບໂລກລະບາດ.

ວັນທີ 02 ເມສາ, ສະມັດຊາໃຫຍ່ສະຫະປະຊາຊາດ ໄດ້ຮັບຮອງເອົາມະຕິສະບັບໜຶ່ງເຊິ່ງຮຽກຮ້ອງໃຫ້ມີການຮ່ວມມືສາກົນ ແລະ ລັດທິຫຼາຍຝ່າຍໃນການຕໍ່ສູ້ສະກັດກັ້ນໂລກລະບາດໂຄວິດ-19. ຮ່າງມະຕິໂດຍ ສະວິດ, ອິນໂດເນເຊຍ, ສິງກະໂປ, ນອກແວ… ຍື່ນສະເໜີ, ໃນນັ້ນ ມີ 188ປະເທດ ໃນຈຳນວນ 193 ປະເທດສະມາຊິກໄດ້ໃຫ້ສັດຕະຍາບັນ. ນີ້ແມ່ນເອກະສານສະບັບທຳອິດຂອງອົງການສາກົນໃຫຍ່ທີ່ສຸດໃນໂລກກ່ຽວກັບບັນຫາການຮັບມືກັບໂລກລະບາດໂຄວິດ-19 ນັບແຕ່ເມື່ອໂລກລະບາດນີ້ເກີດຂຶ້ນໃນໄລຍະທ້າຍປີ 2019. ເຖິງວ່າບໍ່ມີລັກສະນະບັງຄັບຄືບັນດາມະຕິເຊິ່ງສະພາຄວາມໝັ້ນຄົງສະຫະປະຊາຊາດຮັບຮອງເອົາ, ແຕ່ມະຕິຂອງສະມັດຊາໃຫຍ່ສະຫະປະຊາຊາດພັດມີຄຸນຄ່າທາງດ້ານການເມືອງຢ່າງແຮງ, ສ່ອງແສງທັດສະນະຂອງທົ່ວໂລກກ່ຽວກັບລັກສະນະຮີບດ່ວນ ແລະ ການກະທຳຫຼາຍຝ່າຍໃນການຕໍ່ສູ້ກະກັດກັ້ນໂລກລະບາດໂຄວິດ-19.

ຕໍ່ຈາກນັ້ນ, ໃນຖະແຫຼງການຢ່າງເປັນທາງການໃນວັນທີ 05 ເມສາ ຜ່ານມາ, ທ່ານ Josep Borrell, ຜູ້ຕາງໜ້າຂັ້ນສູງຮັບຜິດຊອບນະໂຍບາຍຄວາມໝັ້ນຄົງ ແລະ ການຕ່າງປະເທດສະຫະພາບເອີລົບ (ອີຢູ) ໄດ້ກ່າວເຕືອນວ່າ, ໂລກລະບາດໂຄວິດ-19 ອາດຈະເກີນລະດັບຄວາມສາມາດໃນການຄວບຄຸມຢູ່ອາຟະລິກາ ຢ່າງໄວວາ ແລະ ອີຢູ ຕ້ອງເຂົ້າຮ່ວມເພື່ອຫຼີກລ້ຽງຜົນສະທ້ອນໃຫ້ແກ່ ເອີລົບ ເອງ. ເຈົ້າໜ້າທີ່ອີຢູ ຢືນຢັນວ່າ, ຖ້າຫາກມີພຽງແຕ່ສະເພາະເອີລົບ ສະກັດກັ້ນໂລກລະບາດໄດ້ ແມ່ນຈະບໍ່ມີຄວາມໝາຍຫຍັງຫຼາຍ, ຍ້ອນໂລກລະບາດອາດຈະແຜ່ລະບາດຢູ່ ເອີລົບຄືນໃໝ່ບໍ່ວ່າໃນຈຸດເວລາໃດ ເມື່ອບັນຫາຢູ່ອາຟະລິກາ ຫຼື ຢູ່ທະວີບອື່ນໆຍັງບໍ່ທັນໄດ້ຮັບການແກ້ໄຂເທື່ອ.

ການຮ່ວມມືລະຫວ່າງບັນດາປະເທດມະຫາອຳນາດຍັງບໍ່ທັນຕອບສະໜອງຕາມຄວາມມຸ່ງມາດປາດຖະໜາ

ທັດສະນະເນັ້ນໜັກເຖິງການຮ່ວມມືສາກົນຕາມຮູບແບບ “ຊ່ວຍເພື່ອນກໍ່ແມ່ນຊ່ວຍຕົນເອງ” ຂອງເຈົ້າໜ້າທີ່ເອີລົບ, ກໍ່ແມ່ນທັດສະນະລວມຂອງບັນດານັກໄຈ້ແຍກສາກົນກ່ຽວກັບມາດຕະການສະກັດກັ້ນໂລກລະບາດໂຄວິດ-19. ຕາມບັນດານັກຊ່ຽວຊານແລ້ວ, ໃນສະພາບການ ໂລກາພິວັດຢ່າງແຮງ ແລະ ການເຊື່ອມໂຍງຢ່າງເລິກເຊິ່ງຄືໃນປະຈຸບັນນັ້ນແມ່ນກຸນແຈເພື່ອຮັບປະກັນວ່າໂລກສາມາດຜ່ານຜ່າໂລກລະບາດໂຄວິດ-19 ຫຼຼືບໍ່ວ່າໂລກລະບາດໃດທີ່ອັນຕະລາຍໃນອະນາຄົດ.

ພິເສດ, ມີນັກຊ່ຽວຊານທີ່ມີປະສົບການໃນຂົງເຂດສາທາລະນະສຸກ ແລະ ຮັບມືກັບໂລກລະບາດສາກົນຫຼາຍທ່ານໄດ້ມີທັດສະນະເຊັ່ນດຽວກັນວ່າ: ການຮ່ວມມືລະຫວ່າງບັນດາພື້ນຖານວິທະຍາສາດ ແລະ ການແພດພັດທະນາແຖວໜ້າໃນໂລກເພື່ອຮັບມືກັບໂລກລະບາດແມ່ນມີຄວາມຈຳເປັນທີ່ສຸດ. ໃນນັ້ນ, ການຮ່ວມມືລະຫວ່າງອາເມລິກາ ແລະ ຈີນ, ເຊິ່ງແມ່ນ 2 ພື້ນຖານເສດຖະກິດໃຫຍ່ແຖວໜ້າ, ພ້ອມທັງມີກຳມະສິດເຕັກໂນໂລຊີວິທະຍາສາດ, ການແພດທີ່ກ້າວໜ້າອັນດັບຫນຶ່ງຂອງໂລກ, ສາມາດຊ່ວຍໃຫ້ໂລກຊອກຫາຢາປິ່ນປົວໄວຣັດ SARS-CoV-2 ໄດ້ໂດຍໄວ, ກໍ່ຄືການຄົ້ນຄວ້າຜະລິດວັກຊິນປ້ອງກັນພະຍາດ. ນອກນັ້ນ, ການຮ່ວມມືລະຫວ່າງບັນດາປະເທດມະຫາອຳນາດຢ່າງມີປະສິດທິຜົນຍັງຊ່ວຍໃນການຈັດແບ່ງ, ແຈກຢາຍ ແລະ ສະໜອງແຫຼ່ງກຳລັງການແພດ, ການເງິນ, ພະລາທິການ… ຢ່າງມີໄຫວພິບ ແລະ ທັນການ ເພື່ອຮັບມືກັບໂລກລບາດໃນຂອບເຂດທົ່ວໂລກ, ໂດຍສະເພາະແມ່ນໃຫ້ແກ່ບັນດາພາກພື້ນທີ່ມີແຫຼ່ງກຳລັງ ຍັງຈຳກັດຢູ່ໃນໂລກ.

ໜ້າເສຍດາຍວ່າ, ຍ້ອນມີສາຍເຫດທີ່ແຕກຕ່າງກັນຫຼາຍຢ່າງ, ມາຮອດປະຈຸບັນ, ການຮ່ວມມືລະຫວ່າງອາເມລິກາ ແລະ ຈີນ ເວົ້າສະເພາະ, ລະຫວ່າງບັນດາປະເທດມະຫາອຳນາດເວົ້າລວມ ແລະ ກວ້າງກວ່າແມ່ນລະຫວ່າງບັນດາປະເທດໃນທົ່ວໂລກຍັງບໍ່ທັນຕອບສະໜອງໄດ້ຄືດັ່ງຄວາມມຸ່ງຫວັງ. ໃນບົດຕອບສຳພາດຕໍ່ໜັງສືພິມ New York Time, ເມື່ອວັນທີ 05 ເມສາ, ທ່ານເອກອັກຄະລັດຖະທູດຈີນ ປະຈຳອາເມລິກາ ຊຸຍທຽນຂາຍ,ຍອມຮັບວ່າ, ລະຫວ່າງອາເມລິກາ ແລະ ຈີນ ຍັງບໍ່ທັນມີຈຸດທີ່ເປັນເອກະພາບກັນ, ແຕ່ໃນຈຸດເວລານີ້ແມ່ນໄລຍະ 2 ປະເທດຄວນສາມັກຄີກັນ, ໜູນຊ່ວຍ ແລະ ຮ່ວມມືເຊິ່ງກັນແລະກັນ ເພື່ອຮັບມືກັບໂລກລະບາດໂຄວິດ-19. ຫວັງວ່າ, ຄຳຮຽກຮ້ອງຂອງສະມັດຊາໃຫຍ່ສະຫະປະຊາຊາດ, ຂອງເອກອັກຄະລັດຖະທູດຈີນ ຫຼື ການກະທຳໜູນຊ່ວຍພະລາທິການດ້ານການແພດໃນຫວ່າງມໍ່ໆມານີ້ຂອງລັດເຊຍ ທີ່ສະຫງວນໃຫ້ແກ່ອາເມລິກາ, ຈະຊຸກຍູ້ບັນດາການຮ່ວມມືທີ່ມີເຈດຕະນາດີ, ມີປະສິດທິຜົນລະຫວ່າງບັນດາປະເທດ ແລະ ນັບທັງປະຊາຄົມສາກົນໃນໄລຍະຈະມາເຖິງ, ເພື່ອຕໍ່ສູ້ ແລະ ຮັບໄຊຊະນະຕໍ່ໂລກລະບາດເກີດຂຶ້ນເປັນຄັ້ງທຳອິດໃນຂອບຂະຫນາດທົ່ວໂລກ ຂອງມວນມະນຸດໃນສະຕະວັດທີ 21.

ຕອບກັບ

ຂ່າວ/ບົດ​ອື່ນ