ການເຈລະຈາກ່ຽວກັບບັນຫານິວເຄຼຍຂອງອີຣານ : ຍາກທີ່ຈະມີບາດກ້າວຖອຍຫຼັງ

ວັນ​ທີ 31/3 ແມ່ນ​ກຳ​ນົດ​ເວ​ລາ​ສຸດ​ທ້າຍ​ເພື່ອ​ໃຫ້​ຝ່າຍ​ຕາ​ເວັນ​ຕົກ ແລະ ອີ​ຣານ​ຕ້ອງ​ບັນລຸ​ກອບ​ຂໍ້​ຕົກ​ລົງ​ກ່ຽວ​ກັບ​ໂຄງ​ການນິວ​ເຄຼຍ​ຂອງ​ອີ​ຣານ. ການ​ເຈ​ລະ​ຈາ​ລະ​ຫວ່າງ​ອີ​ຣານ ແລະ ກຸ່ມ P5+1 (​ລວມ​ມີ 5 ປະ​ເທດ​ປະ​ຈຳ​ສະ​ພາ​ຄວາມ​ໝັ້ນ​ຄົງ ສ.ປ.ຊ ແລະ ເຢັຍ​ລະ​ມັນ) ພວມ​ກ້າວ​ເຂົ້າ​ສູ່ໄລ​ຍະ​ທີ່​ເຕັມ​ໄປ​ດ້ວຍ​ຄວາມ​ທົດ​ສອບ, ແຕ່​ກໍ​ມີ​ບາດ​ກ້າວ​ເດີນ​ທີ່​ຕັ້ງ​ໜ້າ.

ການເຈລະຈາກ່ຽວກັບບັນຫານິວເຄຼຍຂອງອີຣານ : ຍາກທີ່ຈະມີບາດກ້າວຖອຍຫຼັງ - ảnh 1
ການ​ເຈ​ລະ​ຈາ​ອີ​ຣານ ແລະ ກຸ່ມ P5+1 ເມື່ອ​ວັນ​ທີ 29/3
(ພາບ:reuters)

   ຖ້າ​ຫາກວ່າ ການ​ເຈ​ລະ​ຈາ​ຮອບນີ້​ຢູ່​ສະ​ວິດ​ປະ​ສົບ​ຜົນ​ສຳ​ເລັດ​ນັ້ນ, ບັນ​ດາ​ຝ່າຍ​ຈະ​ເຊັ່ນ​ກອບ​ຂໍ້​ຕົກ​ລົງ ເພື່ອ​ເປີດ​ຊ່ອງ​ທາງ​ໃຫ້​ແກ່​ການ​ເຈ​ລະ​ຈາ​ເປັນ​ເວ​ລາ 90 ວັນ​ຕໍ່​ໄປ , ມຸ່ງ​ໄປ​ສູ່ຂໍ້​ຕົກ​ລົງ​ສະ​ບັບ​ໜຶ່ງ​ທີ່​ຮອບ​ດ້ານ ແນ​ໃສ່​ຢຸດ​ຕິ​ວິ​ກິດ​ການ​ນິວ​ເຄຼຍ​ອີ​ຣານ​ທີ່​ແກ່​ຍາວ​ເປັນ​ເວ​ລາ 12 ປີ​ທີ່​ຜ່ານ​ມາ.

   ມາ​ນະ​ພະ​ຍາ​ຍາມ​ແກ້​ໄຂ​ສະ​ພາບບໍ່​ມີ​ທາງ​ອອກ

  ນັບ​ແຕ່​ພາຍຫຼັງ​ເຊັນ​ສັນ​ຍາ​ແມ່ຢູ່​ເຊີ​ແນວ ປະ​ເທດ​ສະ​ວິດ​ເມື່ອ​ເດືອນ 11/2013, ບັນ​ດາ​ຝ່າຍ​ໄດ້​ຜ່ານ​ໄລ​ຍະ​ທາງ​ທີ່​ຍາວ​ໄກ, ແຕ່​ຍັງ​ບໍ່​ທັນ​ໄປ​ຮອດ​ຈຸດ​ໝາຍ​ປາຍ​ທາງ​ເທື່ອ. ສິ່ງ​ທີ່​ສຳ​ຄັນ​ຂອງ​ບັນ​ຫາ​ແມ່ນ​ຍັງ​ຄົງສຸມ​ໃສ່​ຄວາມບໍ່​ລົງ​ລອຍ​ກັນ​ກ່ຽວ​ກັບ​ການ​ຈຳ​ກັດ​ເສີມ​ທາດ​ຢູ​ເຣ​ນຽມ​ຂອງ​ເຕ​ເຮ​ຣານ ແລະ ເລື່ອງ​ຈະ​ມີ​ສາງ​ເຊື້ອ​ໄຟ​ນິວ​ເຄຼຍ​ຂອງ​ອີ​ຣານ​ຕ້ອງ​ຍົກ​ຍ້າຍ​ໄປ​ຍັງ​ຕ່າງ​ປະ​ເທດຫຼືບໍ່?. ພ້ອມ​ກັນ​ນັ້ນ ແມ່ນ​ວິ​ວັດ​ທະ​ນາ​ການ​ຍົກ​ເລີກ​ບັນ​ດາ​ຄຳ​ສັ່ງ​ລົງ​ໂທດ​ດ້ານ​ເສດ​ຖະ​ກິດ​ຂອງ​ອີ​ຣານ.

    ກ່ອນ​ທີ່​ຮອດ​ກຳ​ນົດ​ເວ​ລາ​ສຸດ​ທ້າຍ​ໃຫ້​ແກ່​ຂໍ້​ຕົກ​ລົງ​ການ​ເມືອງ​ໂດຍ​ພື້ນ​ຖານ​ເພື່ອ​ແກ້​ໄຂ​ບັນ​ຫາ​ນິວ​ເຄຼຍ​ຂອງ​ອີ​ຣານ, ການ​ເຈ​ລະ​ຈາລະ​ຫວ່າງບັນ​ດາ​ປະ​ເທດ​ມະ​ຫາ​ອຳ​ນາດ​ໃນ​ກຸ່ມ P5+1 ແລະ​ເຕ​ເຮ​ຣານ​ສືບ​ຕໍ່​ດຳ​ເນີນ​ໃນ​ບັນ​ຍາ​ກາດ​ທີີ​່ຮີບ​ເຮັ່ງ. ໃນ​ສັນ​ຍານ​ໜຶ່ງ​ທີ່​ສະ​ແດງ​ໃຫ້​ເຫັນ​ວ່າ ການ​ເຈ​ລະ​ຈາ​ກ່ຽວ​ກັບ​ບັນ​ຫາ​ນິວ​ເຄຼຍ​ຂອງ​ອີ​ຣານຈະ​ຕ້ອງ​ໄປ​ເຖິງ​ນາ​ທີ​ສຸດ​ທ້າຍ, ໃນ​ວັນ​ທີ 30/3, ທ່ານ​ລັດ​ຖະ​ມົ​ນ​ຕີການ​ຕ່າງ​ປະ​ເທດ​ອາ​ເມ​ລິ​ກາ Jonh Kerry ໄດ້​ລົບ​ລ້າງ​ແຜນ​ການ​ເຂົ້າ​ຮ່ວມ​ເຫດ​ການ​ທີ່​ສຳ​ຄັນ​ຢູ່​ນະ​ຄອນ Boston ເພື່ອ​ສືບ​ຕໍ່​ດຳ​ເນີນ​ບັນ​ດາ ການ​ເຈ​ລະ​ຈາ​ກ່ຽວ​ກັບ ​ໂຄງ​ການນິວ​ເຄຼຍ​ຂອງ​ອີ​ຣານ​ທີ່​ຈັດ​ຂຶ້ນ​ຢູ່​ສະ​ວິດ. ບັນ​ດາ​ນັກ​ເຈ​ລະ​ຈາ​ຝ່າຍ​ຕາ​ເວັນ​ຕົກ ກໍ​ມີ​ຄວາມ​ປະ​ເອີບ​ໃຈ​ທີ່​ສຸດ​ກ່ຽວ​ກັບ​ຂໍ້​ຕົກ​ລົງ​ສະ​ບັບ​ໜຶ່ງ​ກັບ​ອີ​ຣານ, ໃນ​ນັ້ນ, ບັນ​ດາ​ນັກ​ເຈ​ລະ​ຈາ​ອັນ​ດັບ​ໜຶ່ງ​ຂອງ​ອີ​ຣານ ທ່ານ Abbas Araqchiໄດ້​ຢືນ​ຢັນ​ໃນ​ການ​ຕອບ​ສຳ​ພາດ​ນັກ​ຂ່າວ​ວ່າ ຂໍ້​​ຕົກ​ລົງກ່ຽວ​ກັບ​ບັນ​ຫາ​ນິວ​ເຄຼຍ​ລະ​ຫວ່າງ​ອີ​ຣານ ແລະ ​ກຸ່ມ P5+1 ແມ່ນ​ອາດ​ເປັນ​ໄປ​ໄດ້ ແລະ ຍັງ​ເຫຼືອ​ພຽງ 2-3 ບັນ​ຫາ​ຄວນ​ແກ້​ໄຂ​ເທົ່າ​ນັ້ນ.

    ກຳ​ລັງ​ດັນ ແລະ ສິ່ງ​ກີດ​ຂວາງ

  ເຖິງ​ຢ່າງ​ໃດ​ກໍ​ຕາມ, ເສັ້ນ​ທາງ​ກ້າວ​ໄປ​ເຖິງກອບ​ສັນ​ຍາກ່ຽວ​ກັບໂຄງ​ການ​ນິວ​ເຄຼຍ​ຂອງ​ອີ​ຣານຍັງ​ຄົງ​ມີ​ສິ່ງ​ກີດ​ຂວາງ​ບາງຢ່າງ. ຢູ່​ອາ​ເມ​ລິ​ກາ, ອຳ​ນາດ​ການ​ປົກ​ຄອງ​ຂອງ​ປະ​ທາ​ນາ​ທິ​ບໍ​ດີ​ອາ​ເມ​ລິ​ກາ Barak Obama ພວມ​ຕົກ​ຢູ່​ໃນ​ສະ​ພາບ​ຫຍຸ້ງ​ຍາກ​ທີ່​ສຸດ​ຕໍ່​ໜ້າ​ບັນ​ດາ​ການ​ກະ​ທຳ​ຢ່າງ​ຂ້ຽວ​ຂາດຂອງ​ສະ​ພາ​ຕ່ຳ ແລະ ສະ​ພາ​ສູງ​ໂດຍ​ພັກ​ສາ​ທາ​ລະ​ນະ​ຄວບ​ຄຸມ ແນ​ໃສ່​ກີດ​ຂວາງ​ການ​ເຊັນ​ຂໍ້​ຕົກ​ລົງດ້ານ​ນິວ​ເຄຼຍ​ກັບ​ອີ​ຣານ. ບັນ​ດາ​ສະ​ມາ​ຊິກ​​ສະ​ພາ​ຕ່ຳ ແລະ ສະ​ພາ​ສູງອາ​ເມ​ລິ​ກາ ໄດ້​ສົ່ງ​ຈົດ​ໝາຍ​ເຖິງ​ທຳ​ນຽບ​ຂາວ ໂດຍ​ທວງ​ໃຫ້​ມີ​ທັດ​ສະ​ນະ​ແຂງ​ກະ​ດ້າງກວ່າ​ໃນ​ ຂໍ້​ຕົກ​ລົງທຸກ​ສະ​ບັບກັບ​ອີ​ຣານ, ພ້ອມ​ກັນ​ນັ້ນ ກໍ​ມີ​ແຜນ​ການ​ປ່ອນ​ບັດ​ກ່ຽວ​ກັບ​ຮ່າງ​ກົດ​ໝາຍ​ໃໝ່​ທີ່​ກ່ຽວ​ຂ້ອງ​ເຖິງ​ປະ​ເທດນີ້. ຊ້ຳ​ບໍ​ໜຳ ຍັງ​ມີ​ກຸ່​ມ​ສະ​ມາ​ຊິກ​ສະ​ພາ​ສູງ​ສັງ​ກັດ​ພັກ​ສາ​ທາ​ລະ​ນະ​ໄດ້​ສົ່ງ​ຈົດ​ໝາຍ​ເຖິງ​ບັນ​ດາ​ການ​ນຳ​ອີ​ຣານ ຊຶ່ງ​ກ່າວ​ເຕືອນ​ວ່າ  ບໍ​ວ່າຂໍ້​ຕົກ​ລົງໃດ​ກ່ຽວ​ກັບ​ນິວ​ເຄຼຍທີ່​ບັນ​ລຸ​ໄດ້​ນັ້ນ, ອາດ​ຈະ​ຖືກ​ດັດ​ປັບຫຼື​ຖອນ​ຄືນ​ຂະ​ນະ​ທີ່ ປະ​ທາ​ນາ​ທິ​ບໍ​ດີ​ອາ​ເມ​ລິ​ກາ Barak Obama ໝົດ​ອາ​ຍຸ​ການໃນ​ຕົ້ນ​ປີ 2017. ສ່ວນ​ຢູ່​ອີ​ຣານ, ຝ່າຍ​ເດີນ​ຕາມ​ລັດ​ທິຮັກ​ສາ​ເດີມ ຍາມ​ໃດ​ກໍ​ຊອກ​ຫາ​ວິ​ທີກໍ່​ຄວາມ​ຫຍຸ້ງ​ຍາກ​ໃຫ້​ແກ່​ອຳ​ນາດ​ການ​ປົກ​ຄອງ​ຂອງ ປະ​ທາ​ນາ​ທິ​ບໍ​ດີ​ Hassan Rowhani ໃນ​ບັນ​ດາການ​ເຈ​ລະ​ຈາ​ດ້ານ​ນິວ​ເຄຼຍ​ກັບ 6 ປະ​ເທດ​ມະ​ຫາ​ອຳ​ນາດ​ໃນ​ໂລກ. ນອກ​ຈາກ​ເລື່ອງ​ຕຳ​ໜິ​ຕິ​ຕຽນ​ວິ​ທີ​ແກ້​ໄຂ​ຂອງ ປະ​ທາ​ນາ​ທິ​ບໍ​ດີ​ Hassan Rowhani ໃນ​ບັນ​ດາການ​ເຈ​ລະ​ຈາ​ດ້ານ​ນິວ​ເຄຼຍນັ້ນ, ສະ​ພາ​ແຫ່ງ​ຊາດ​ອີ​ຣານ​ດ້ວຍ​ຈຳ​ນວນ​ສະ​ມ​າ​ຊິກ​ສະ​ພາ​ແຫ່ງ​ຊາດ​ສັງ​ກັດ​ຝ່າຍ​ເດີນ​ຕາມ​ລັດ​ທິຮັກ​ສາ​ເດີມກວມ​ອັດ​ຕາ​ສ່ວນຫຼາຍ ໄດ້​ຮຽກ​ຮ້ອງ​ໃຫ້​ຝ່າຍ​ຕາ​ເວັນ​ຕົກ​ຈົ່ງ​ຍົກ​ເລີກ​ບັນ​ດາ​ມາດ​ຕະ​ການ​ລົງ​ໂທດ​ໃນ​ທັນ​ທີ່ ຂະ​ນະ​ທີ່ 2 ຝ່າຍ​ບັນ​ລຸ​ໄດ້ຂໍ້​ຕົກ​ລົງດ້ານ​ນິວ​ເຄຼຍ​, ຄຳ​ຮຽກ​ຮ້ອງນີ້​ຖືກ​ຖື​ວ່າ ແມ່ນ​ຍາກ​ທີ່​ສາ​ມາດ​ຕອບ​ສະ​ໜອງ​ໄດ້.

    ຍາກ​ທີ່​ຈະ​ມີ​ບາດ​ກ້າວ​ຖອຍຫຼັງ

  ເຖິງວ່າ​ຍັງ​ປະ​ສົບ​ກັບ​ສິ່ງ​ກີດ​ຂວາງຫຼາຍ​ຢ່າງ​ກໍ​ຕາມ, ແຕ່​ບັນ​ດາ​ນັກ​ໄຈ້​ແຍກ​ໃຫ້​ຂໍ້​ສັງ​ເກດ​ວ່າ ກາ​ລະ​ໂອກ​າດ​ບັນ​ລຸ​ຂ້ໍ​ຕົກ​ລົງ ແນ​ໃສ່​ຢຸດ​ຕິ​ວິ​ກິດ​ການ​ທີ່​ຮ້າຍ​ແຮງນີ້. ກຳ​ລົງ​ດັນ ແລະ ບັນ​ດາ​ສິ່ງ​ກີດ​ຂວາງ​ດັ່ງ​ກ່າວ ຈະ​ຍິ່ງ​ເຮັດ​ໃຫ້​ທັງ​ອາ​ເມ​ລິ​ກາ ແລະ ອີ​ຣານຕັດ​ສິນ​ໃຈ​ບັນ​ລຸ​ກອບ​ຂໍ​້​ຕົກ​ລົງກ່ອນ​ທີ່​ຈະ​ຮອດ​ກຳ​ນົດ​ເວ​ລາ​ສຸດ​ທ້າຍ. ສັງ​ເກດ​ໃນ​ສະ​ພາ​ວະ​ປະ​ຈຸ​ບັນ, ກອບ​ຂໍ້​ຕົກ​ລົງ​ໄດ້​ຮັບ​ການ​ລົງ​ນາ​ມໃນກຳ​ນົດ​ເວ​ລາ​ສຸດ​ທ້າຍ ຈະ​ນຳ​ມາ​ເຊິ່ງ​ຜົນ​ປະ​ໂຫຍດ​ໃຫ້​ແກ່​ທຸກໆ​ຝ່າຍ. ສຳ​ລັບ​ອີ​ຣານ, ຂໍ້​ຕົກ​ລົງ​ນີ້ບໍ່ພຽງ​ແຕ່​ອະ​ນຸ​ຍາດ​ໃຫ້ອີ​ຣານ​ມີ​ການ​ເຄ​ື່ອນ​ໄຫວ​ນິວ​ເຄຼຍ​ພົນ​ລະ​ເຮືອນ​ເປັນ​ປົກ​ກະ​ຕິ​ເທົ່າ​ນັ້ນ, ຫາກ​ຍັງ​ໄດ້​ຮັບ​ການ​ຍົກ​ເລີກ​ມາດ​ຕະ​ການ​ລົງ​ໂທດ​ດ້ານ​ເສດ​ຖະ​ກິດ​ຈາກ​ຝ່າຍ​ຕາ​ເວັນ​ຕົກ​ອີກ​ດ້ວຍ. ສຳ​ລັບ​ອາ​ເມ​ລິ​ກາ​ການ​ທີ່​ບັນ​ລຸ​ຂໍ້​ຕົກ​ລົງ​ກັບ​ອີ​ຣານນັ້ນ, ຈະ​ຢຸດ​ຕິ​ຊຸມ​ວັນ​ເດືອນ​ປີ​ແຫ່ງ​ຄວາມ​ເຄັ່ງ​ຕຶງ​ກັບ​ອີ​ຣານ, ຈາກ​ນັ້ນ, ມີ​ແງ່​ຫວັງ​ເປີດ​ໄລ​ຍະ​ຮ່ວມ​ມື​ໃໝ່​ກັບ​ໂລກ​ອາ​ຣັບ.

     ບ​ັນ​ດາ​ການ​ຜັນ​ແປ​ໃນ​ປະ​ຈຸ​ບັນ ໄດ້​ສະ​ແດງ​ໃຫ້​ເຫັນ​ວ່າ ບັນ​ຫານິວ​ເຄຼຍ​ຂອງ​ອີ​ຣານຍາກ​ທີ່​ຈະ​ແກ່​ຍາວ​ຕື່ມ​ອີກ​ໄລ​ຍະ​ໜຶ່ງ. ປະ​ທາ​ນາ​ທິ​ບໍ​ດີ​ອາ​ເມ​ລິ​ກາ Barak Obama ບໍ່​ເຫຼືອ​ເວ​ລາຫຼາຍ​ໃຫ້​ແກ່ການ​ເຈ​ລະ​ຈາ​ຂະ​ນະ​ທີ່​ຜົນ​ຂອງ​ມັນ​ສົ່ງ​ຜົນ​ກະ​ທົບ​ໂດຍ​ກົງ​ເຖິງ​ການ​ເລືອກ​ຕັ້ງປະ​ທາ​ນາ​ທິ​ບໍ​ດີ​ອາ​ເມ​ລິ​ກາ​ໃນ​ທ້າຍ​ປີ 2016, ເມື່ອ​ບັນ​ຫານີ້​ສົ່ງ​ຜົນ​ສະ​ທ້ອນ​ເຖິງ​ທີ່​ຕັ້ງ​ບົດ​ບາດ​ຂອງ​ອາ​ເມ​ລິ​ກາ​ຢູ່​ຕາ​ເວັນ​ອອກ​ກາງ ແລະ ໃນ​ໂລກ. ໃນ​ຂະ​ນະ​ນັ້ນ, ອີ​ຣານກບໍ່​ຢາກ​ປະ​ລະ​ໂອ​ກາດ​ໄດ້​ເຊື່ອມ​ໂຍງ​ເຂົ້າ​ກັບ​ສາ​ກົນ​ຄືນ​ໃໝ່​ເພື່ອ​ພັດ​ທະ​ນາ. ຖ້າ​ຫາກວ່າບໍ່​ສາ​ມາດ​ບັນ​ລຸ​ໄດ້​ຂໍ້​ຕົກ​ລົງ ກໍ​ອາດ​ຈະ​ພາ​ໃຫ້​ເກີດ​ການ​ຊວງ​ເສງປະ​ກອບ​ອາ​ວຸດ​ນິວ​ເຄຼຍ​ຢູ່ ຕາ​ເວັນ​ອອກ​ກາງ ເຮັດ​ໃຫ້​ພາກ​ພື້ນນີ້​ຂາດ​ສະ​ຖຽນ​ລະ​ພາບກວ່າ. ນີ້​ແມ່ນ​ສິ່ງທີ່​ທັງ​ອາ​ເມ​ລິ​ກາ ແລະ ຝ່າຍ​ຕາ​ເວັນ​ຕົກ​ຕ່າງ​ກໍ​ບໍ່​ມີ​ຄວາມ​ຫວັງ. ເພາະ​ສະນັ້ນ, ຮອບ​ເຈ​ລະ​ຈາ​ກ່ຽວ​ກັບ​ນິວ​ເຄຼຍ​ຄັ້ງ​ນີ້​ຢູ່​ສະ​ວິດ ຖືກຄາດ​ຄະ​ເນວ່າ ຈະ​ສິິ້ນ​ສຸດ​ລົງ​ໃນ​ຈຸດ​ເວ​ລາ​ສຸດ​ທ້າຍ​ດ້ວຍ​ການ​ຜ່ອນ​ສັ້ນ​ຜ່ອນ​ຍາວ​ໃດ​ໜຶ່ງ​ຂອງ​ທຸກ​ຝ່າຍ.

ຕອບກັບ

ຂ່າວ/ບົດ​ອື່ນ