ການ​ເຕີບ​ໂຕ​ເສດ​ຖະ​ກິດ 6 ເດືອນ​ຕົ້ນ​ປີ 2021 : ພື້ນ​ຖານ​ທີ່​ດີ​ແກ່​ການ​ເຕີບ​ໂຕ​ເສດ​ຖະ​ກິດ​ທັງ​ປີ

(VOVWORLD) -ກົມໃຫຍ່ສະຖິຕິ ຂຶ້ນກັບກະຊວງແຜນການ ແລະ ການລົງທຶນ ຫວຽດນາມ ຫາກໍ່ປະກາດດັດຊະນີການເຕີບໂຕເສດຖະກິດ 6 ເດືອນຕົ້ນປີ ຂອງຫວຽດນາມ. ຕາມນັ້ນແລ້ວ, ເຖິງວ່າ ໂລກລະບາດຜັນແປໄປຢ່າງສັບສົນກໍຕາມ ແຕ່ການເຕີບໂຕເສດຖະກິດຂອງຫວຽດນາມ ໃນ 6 ເດືອນຜ່ານມາ ຍັງຄົງບັນລຸ 5,64%, ໄພເງິນເຟີ້ ພຽງຢູ່ໃນລະດັບ 1,47%. ນີ້ແມ່ນໝາກຜົນເປັນຫນ້າປະທັບໃຈ ແມ່ນພື້ນຖານທີ່ດີເພື່ອໃຫ້ຫວຽດນາມ ມຸ່ງໄປເຖິງຄາດໝາຍການເຕີບໂຕເສດຖະກິດທັງປີ 2021 ແມ່ນ 6,5% ຄືດັ່ງສະພາແຫ່ງຊາດໄດ້ວາງອອກ. ເພື່ອບັນລຸໄດ້ຄາດໝາຍການເຕີບໂຕຂອງທັງປີ, ຫວຽດນາມ ພວມມຸ່ງໄປເຖິງບາງມາດຕະການລະອຽດ.
ການ​ເຕີບ​ໂຕ​ເສດ​ຖະ​ກິດ  6 ເດືອນ​ຕົ້ນ​ປີ 2021 : ພື້ນ​ຖານ​ທີ່​ດີ​ແກ່​ການ​ເຕີບ​ໂຕ​ເສດ​ຖະ​ກິດ​ທັງ​ປີ - ảnh 1GDP 6 ເດືອນຕົ້ນປີ 2021

ກ່ອນນີ້ຫນຶ່ງປີເຕັມ, GDP 6 ເດືອນປີ 2020 ຂອງຫວຽດນາມ ໄດ້ປະກາດວ່າເພີ່ມຂຶ້ນ 1,82% ແມ່ນລະດັບຕ່ຳສຸດໄລຍະ 2011 -2020. ໃນໄລຍະນັ້ນ ໃຜໆກໍ່ຕີລາຄາວ່າ ສາເຫດແມ່ນຍ້ອນໂລກລະບາດໂຄວິດ 19 ສົ່ງຜົນກະທົບຢ່າງແຮງຕໍ່ທຸກຂົງເຂດ, ຂະແຫນງອາຊີບ. ມາຮອດປະຈຸບັນ ເຖິງວ່າ ມີຜູ້ຊ່ຽວຊານຫລາຍທ່ານໄດ້ໃຫ້ຂໍ້ສັງເກດວ່າເສດຖະກິດ ຫວຽດນາມ ຍັງຄົງປະສົບກັບຄວາມຫຍຸ້ງຍາກຫລາຍຢ່າງຈາກໂລກລະບາດ ແຕ່ GDP ໃນ 6 ເດືອນແມ່ນບັນລຸລະດັບ 5,64%. ນີ້ແມ່ນຕົວເລກບໍ່ພຽງແຕ່ໃນລະດັບສູງກວ່າເທົ່ານັ້ນ ຫາກສູງທົບ 3 ເທົ່າເມື່ອທຽບໃສ່ໄລຍະດຽວກັນຂອງປີກ່ອນ. ທ່ານ ຫງວຽນຈິຮຽວ ຜູ້ຊ່ຽວຊານເສດຖະກິດ ໄດ້ໃຫ້ຂໍ້ສັງເກດວ່າ:

“ເດືອນ ທັນວາປີ 2020 ການເຕີບໂຕຂອງຫວຽດນາມ ແມ່ນຫລຸດລົງຢູ່ໃນລະດັບຕ່ຳ ສະນັ້ນ 6 ເດືອນຕົ້ນປີນີ້ ແມ່ນຟື້ນຕົວຄືນ ບັນລຸການເຕີບໂຕ 5,64%. ນັ້ນແມ່ນສັນຍານເປັນຫນ້າຊື່ນຊົມ. ດັດຊະນີທີສອງ ແມ່ນໄພເງິນເຟີ້, 6 ເດືອນຕົ້ນປີ ພວກເຮົາຄວບຄຸມໄດ້ນັ້ນກໍ່ແມ່ນສັນຍານເປັນຫນ້າຊື່ນຊົມອີກ. ໃນສະພາບໂລກລະບາດຄືແນວນັ້ນ ຂ້າພະເຈົ້າຄິດວ່າ ພວກເຮົາອາດສາມາດບັນລຸໄດ້ລະດັບເຕີບໂຕ 5,6%ແມ່ນດີແລ້ວ”

ຕາມຕົວເລກສະຖິຕິຈາກກົມໃຫຍ່ສະຖິຕິແລ້ວ, ຍອດວົງເງິນສົ່ງອອກນຳເຂົ້າສິນຄ້າເດືອນ ມີຖຸນາປີ 2021 ຄາດວ່າ ບັນລຸ 54 ຕື້ USD, ເພີ່ມຂຶ້ນ 25% ເມື່ອທຽບໃສ່ໄລຍະດຽວກັນຂອງປີກາຍ ໃນນັ້ນ ການສົ່ງອອກບັນລຸ 157,63 ຕື້ USD ເພີ່ມຂຶ້ນ 28,4% (5 ເດືອນຜ່ານມາ ວົງເງິນສົ່ງອອກນຳເຂົ້າສິນຄ້າ ຄາດວ່າ ບັນລຸ 130,94 ຕື້ USD ເພີ່ມຂຶ້ນກວ່າ 30% ໄລຍະດຽວກັນຂອງປີກາຍ). ໃນນັ້ນ 22 ປະເພດສິນຄ້າບັນລຸວົງເງິນສົ່ງອອກກວ່າ 1 ຕື້ USD ຄື: ຜະລິດຕະພັນເອເລັກໂຕນິກ, ເຄື່ອງຕ່ຳແຜ່ນຕັດຫຍິບ, ເກີບຫນັງ, ໄມ້ ແລະ ຜະລິດຕະພັນໄມ້, ເຫລັກກ້າ, ສິນໃນນ້ຳ.. ສະເພາະ ການສົ່ງອອກສິນໃນນ້ຳ ທ່ານ ຫງວຽນຮ່ວາຍນາມ ຮອງເລຂານຸການສະຫະສະມາຄົມປຸງແຕ່ງ ແລະ ສົ່ງອອກສິນໃນນ້ຳ ຫວຽດນາມ ຖືວ່າ ຂະແຫນງສິນໃນນ້ຳ ໄດ້ບັນລຸການເຕີບໂຕສູງກວ່າເມື່ອທຽບໃສ່ປີ 2020.

“ປີກາຍນີ້ ຍ້ອນຜົນສະທ້ອນຈາກໂລກລະບາດໂຄວິດ 19, ຂະແຫນງສິນໃນນ້ຳຖືກຫລຸດລົງຢ່າງແຮງ. ແຕ່ໃນປີ 2021 ດ້ວຍຜົນງານຂອງວຽກງານປ້ອງກັນ ຕ້ານໂລກລະບາດຂອງລັດຖະບານ, ບັນດາເຂດຈຸດສຸມຂອງອາຊີບຫາປາ, ສິນໃນນ້ຳ ມາຮອດປະຈຸບັນ ບໍ່ຖືກຜົນສະທ້ອນປານໃດຈາກໂລກລະບາດ. ສິ່ງນັ້ນເຮັດໃຫ້ການສົ່ງອອກສິນໃນນ້ຳໃນປີນີ້ ພວມມີສັນຍານເຕີບໂຕດີພໍສົມຄວນ, ລະອຽດ ເດືອນເມສາ ແມ່ນ 22%, ເດືອນ ພຶດສະພາເພີ່ມຂຶ້ນ 24%”

ສາເຫດຂອງການເຕີບໂຕຢ່າງແຮງ ຂອງ 6 ເດືອນຕົ້ນປີເມື່ອທຽບໃສ່ໄລຍະດຽວກັນຂອງປີກາຍ ນັ້ນແມ່ນ ຍ້ອນມີການຊີ້ນຳບໍລິຫານຢ່າງຂ້ຽວຂາດຂອງລັດຖະບານ, ການຮ່ວມແຮງຮ່ວມໃຈ ເປັນຈິດຫນຶ່ງໃຈດຽວຂອງທັງລະບົບການເມືອງ, ປະຊາຄົມວິສາຫະກິດ, ປະຊາຊົນໃນທົ່ວປະເທດ ແລະ ກຳລັງແນວຫນ້າໃນການປ້ອງກັນ ຕ້ານໂລກລະບາດໂຄວິດ 19 ແລະ ການປະຕິບັດເປົ້າໝາຍຄວບຄູ່ ທັງປ້ອງກັນ ຕ້ານໂລກລະບາດ ທັງພັດທະນາເສດຖະກິດ. ດ້ານອື່ນ ສິ່ງທີ່ເປັນຫນ້າຊື່ນຊົມນັ້ນແມ່ນ ການປັບຕົວໃຫ້ແທດເໝາະກັບສະພາບການຂອງປະຊາຄົມສຳລັບການພັດທະນາເສດຖະກິດໃນຊ່ວງເວລາເກີດໂລກລະບາດ ແມ່ນດີກວ່າ ສະນັ້ນ ການຟື້ນຕົວຂອງພື້ນຖານເສດຖະກິດກໍ່ດີຂຶ້ນ.

ເຖິງຢ່າງໃດກໍຕາມ ເພື່ອຮັກສາລະດັບການເຕີບໂຕເສດຖະກິດຄືໃນ 6  ເດືອນຜ່ານມາ, ຫວຽດນາມ ຕ້ອງຄວບຄຸມໄພເງິນເຟີ້ ແລະ ຄວາມກົດດັນຍ້ອນໂລກລະບາດພວມຜັນແປໄປຢ່າງສັບສົນໃຫ້ດີ. ບັນດາມາດຕະການຊ່ວຍພື້ນຖານເສດຖະກິດໃຫ້ບັນລຸປະສິດທິຜົນຕັ້ງຫນ້າ, ຫລາຍສຸດກໍ່ແມ່ນໃນໄລຍະຕໍ່ໄປ, ຫນ້ອຍສຸດແມ່ນ 6 ເດືອນຈະມາເຖິງ. ທ່ານນາງ ຫງວຽນທິເຮືອງ, ຫົວຫນ້າກົມໃຫຍ່ ສະຖິຕິ ກະຊວງແຜນການ ແລະ ການລົງທຶນ ສະເຫນີວ່າ:

“ຄວນຜັນຂະຫຍາຍບັນດາມາດຕະການຫນູນຊ່ວຍໃຫ້ແກ່ປະຊາຊົນ ວິສາຫະກິດ ຖືກຜົນສະທ້ອນຈາກໂລກລະບາດຢ່າງທັນການ, ພິເສດ ແມ່ນ ຄົນງານຖືກວ່າງງານໃນບັນດາເຂດອຸດສາຫະກຳ. ນະໂຍບາຍຫນູນຊ່ວຍຕ້ອງງ່າຍດາຍ, ມີປະສິດທິຜົນ ແລະ ທັນການ. ຄວນຜັນຂະຫຍາຍຢ່າງວ່ອງໄວເທົ່າທີ່ຈະໄວໄດ້, ຫນູນຊ່ວຍພິເສດໃຫ້ແກ່ບັນດາວິສາຫະກິດ ເພື່ອສົ່ງເສີມວິສາຫະກິດສ້າງຕັ້ງໃຫມ່, ວິສາຫະກິດ ເລີ່ມດຳເນີນທຸລະກິດ ແລະ ວິສາຫະກິດເປີດກວ້າງການລົງທຶນ ຜະລິດ ດຳເນີນທຸລະກິດ.”

ບັນດາຜູ້ຊ່ຽວຊານເສດຖະກິດ ກໍ່ຍົກໃຫ້ເຫັນບົດບາດຂອງລັດໃນການສຸມໃສ່ຫນູນຊ່ວຍຊີວິດສັງຄົມໃຫ້ແກ່ປະຊາຊົນ ຍິ່ງໄວກໍ່ຍິ່ງດີ ແລະ ຜັນຂະຫຍາຍການແກ່ຍາວບັນດາມາດຕະການແກ່ຍາວ, ໂຈະ ການເກັບພາສີອາກອນສຳລັບວິສາຫະກິດ . ໃນວິວັດການນີ້ ບັນດາມາດຕະການຫັນເປັນດີຈີຕອນ ຫວຽດນາມຄວນຍູ້ແຮງກວ່າ. ໃນຈຸດເວລານີ້ ຫວຽດນາມ ຈະຍາດແຍ່ງບັນດາຄວາມສະດວກ ສິ່ງທ້າທາຍຈາກບັນດາສັນຍາການຄ້າເສລີໂດຍໄດ້ຮັບການລົງນາມໃຫ້ດີກວ່າເພື່ອຮັກສາຄາດໝາຍການເຕີບໂຕເສດຖະກິດ.

ຕອບກັບ

ຂ່າວ/ບົດ​ອື່ນ