ການ​ເລືອກ​ຕັ້ງ​ປະ​ທາ​ນາ​ທິ​ບໍ​ດີ ອາ​ເມ​ລິ​ກາ ກ້າວ​ເຂົ້າ​ສູ່​ໄລ​ຍະ​ໃໝ່

(VOVWORLD) - ການເລືອກຕັ້ງປະທານາທິບໍດີ ອາເມລິກາ ໄດ້ກ້າວເຂົ້າສູ່ໄລຍະໃໝ່ ພາຍຫຼັງທີ່ທ່ານນາງ Kamala Harris ໄດ້ຮັບການສະເໜີອອກສະໝັ້ກເລືອກຕັ້ງປະທານາທິບໍດີຂອງພັກປະຊາທິປະໄຕ ຢ່າງເປັນທາງການໃນວັນທີ 22 ສິງຫາ. ຕາມວົງການນັກສັງເກດການແລ້ວ, ພາຍຫຼັງໄລຍະທຳອິດທີ່ເບີກບານສຳລານໃຈ, ການແຂ່ງຂັນໃນໄລຍະຈະມາເຖິງຈະຫຍຸ້ງຍາກກວ່າ ສຳລັບຜູ້ສະໝັກເລືອກຕັ້ງຂອງພັກປະຊາທິປະໄຕ.
ການ​ເລືອກ​ຕັ້ງ​ປະ​ທາ​ນາ​ທິ​ບໍ​ດີ ອາ​ເມ​ລິ​ກາ ກ້າວ​ເຂົ້າ​ສູ່​ໄລ​ຍະ​ໃໝ່ - ảnh 1ທ່ານນາງຮອງປະທານາທິບໍດີ ອາເມລິກາ  Kamala Harris  ແລະ ທ່ານ Donald Trump (ພາບ: getty)

ວັນທີ 22 ສິງຫາ, ທ່ານນາງຮອງປະທານາທິບໍດີ ອາເມລິກາ  Kamala Harris ໄດ້ຮັບການສະເໜີອອກສະໝັກເລືອກຕັ້ງປະທານາທິບໍດີຂອງພັກປະຊາທິປະໄຕຢ່າງເປັນທາງການ. ເຫດການນີ້ ໄດ້ສ້າງຂີດໝາຍຕໍ່ໄລຍະໃໝ່ໃນການແຂ່ງຂັນເລືອກຕັ້ງປະທານາທິບໍດີ ອາເມລິກາ, ເມື່ອສອງພັກໃຫຍ່ສຸດຂອງປະເທດ ອາເມລິກາ ໄດ້ສຳເລັດຂັ້ນຕອນການຄັດເລືອກຜູ້ອອກສະໝັກເລືອກຕັ້ງຢ່າງເປັນທາງການ.

ສັດບປະດາ “ຮັນນີມູນ” ຂອງທ່ານນາງ Kamala Harris

ກອງປະຊຸມໃຫຍ່ທົ່ວປະເທດພັກປະຊາທິປະໄຕ, ໄດ້ດຳເນີນແຕ່ວັນທີ 19 – 22 ສິງຫາ ຢູ່ນະຄອນ Chicago, ລັດ Illinois, ເຊິ່ງຢັ້ງຢືນຄືນຄວາມກ້າວໜ້າຂອງທ່ານນາງ Kamala Harris ຢູ່ພາຍໃນພັກນີ້ ກໍຄື ໃນຫາງສຽງ ອາເມລິກາ, ນັບແຕ່ເມື່ອທ່ານປະທານາທິບໍດີ Joe Biden ໄດ້ມອບໝາຍໃຫ້ດຳລົງຕຳແໜ່ງເປັນຜູ້ຕາງໜ້າພັກປະຊາທິປະໄຕ ອອກຫາສຽງເລືອກຕັ້ງປະທານາທິບໍດີ ໃນວັນທີ 21 ກໍລະກົດ. ບັນດານັກການເມືອງໃຫຍ່ຂອງພັກປະຊາທິປະໄຕສ່ວນຫຼາຍ, ນັບແຕ່ອະດີດປະທານາທິບໍດີ Bill Clinton, Barack Obama ຕະຫຼອດຮອດທ່ານນາງປະທານສະພາຕ່ຳ, Nancy Pelosi ລ້ວນແຕ່ຮຽກຮ້ອງໃຫ້ສະໜັບສະໜູນທ່ານນາງ Kamala Harris.

ຄວາມຫ້າວຫັນ ແລະ ຄວາມໝັ້ນໃຈຂອງພັກປະຊາທິປະໄຕ ໄດ້ຮັບການສະແດງຜ່ານບັນດາຕົວເລກ. ຍອດຈຳນວນເງິນຫາສຽງເລືອກຕັ້ງທັງໝົດ ທີ່ທ່ານນາງ Kamala Harris ລະດົມໃນເວລາກວ່າ 1 ເດືອນຜ່ານມາ ໄດ້ຂຶ້ນເຖິງກວ່າ 540 ລ້ານ USD, ສູງກວ່າທົບຫຼາຍເທົ່າເມື່ອທຽບໃສ່ຈຳນວນເງິນທີ່ທ່ານ Joe Biden  ຫຼື ຄູ່ແຂ່ງຂອງພັກສາທາລະນະ ນັ້ນແມ່ນທ່ານ Donald Trump ຂົນຂວາຍມາເປັນປີ.  ໃນບັ້ນສຳຫຼວດຫາສຽງ, ຄູ Kamala Harris – Tim Walz ກ້າວໜ້າຢ່າງລຽນຕິດ ແລະ ປັດຈຸບັນ, ພວມນຳໜ້າຕໍ່ຄູ່ຂອງຄູ່ແຂ່ງຂອງພັກສາທາລະນະ Donald Trump – J.D Vance ແຕ່ 4 – 7 ຄະແນນໃນທົ່ວປະເທດ ອາເມລິກາ. ຕາມທ່ານນາງ Jennifer Lawless, ສາດສະດາຈານວິທະຍາສາດການເມືອງຂອງມະຫາວິທະຍາໄລ Virginia (ອາເມລິກາ) ແລ້ວ, ໄລຍະນີ້ຈະສິ້ນສຸດໃນໄວໆນີ້, ເມື່ອທ່ານນາງ Kamala Harris ກຽມໂຕປະເຊີນໜ້າກັບການໂຕ້ວາທີກັບທ່ານ Donald Trump ເລີ່ມແຕ່ຕົ້ນເດືອນ ກັນຍາ.

ນອກຈາກບັນຫານີ້, ຕາມທ່ານສາດສະດາຈານປະຫວັດສາດ Allan Lichtman ຈາກມະຫາວິທະຍາໄລ ອາເມລິກາ ແລ້ວ, ເສດຖະກິດແມ່ນສິ່ງທ້າທາຍສຳລັບທ່ານນາງ Kamala Harris, ເມື່ອບັນດາຂໍ້ສະເໜີນະໂຍບາຍເສດຖະກິດຂອງທ່ານນາງ ຍັງບໍ່ທັນຈະແຈ້ງ ແລະ ກໍ່ໃຫ້ເກີດການໂຕ້ຖຽງກັນຫຼາຍຢ່າງ, ພິເສດ ໃນສະພາບການເສດຖະກິດ ອາເມລິກາ ໃນໄລຍະມໍ່ໆມານີ້, ກໍ່ໃຫ້ເກີດຄວາມວິຕົກກັງວົນຫຼາຍຢ່າງໃຫ້ແກ່ບັນດາຜູ້ມີສິດເລືອກຕັ້ງ

“ຖ້າຫາກວ່າຕ້ອງໂຕ້ຖຽງກັນກ່ຽວກັບຄຳກ່າວປາໄສຂອງທ່ານນາງ Kamala Harris ໃນກອງປະຊຸມໃຫຍ່ທົ່ວປະເທດພັກປະຊາທິປະໄຕ, ຂ້າພະເຈົ້າຢາກໃຫ້ມີຫຼາຍຂໍ້ມູນທີ່ລະອຽດກວ່າ ກ່ຽວກັບບັນດາຂໍ້ສະເໜີແນະຂອງທ່ານນາງ ກ່ຽວກັບເສດຖະກິດ. ຂ້າພະເຈົ້າເຂົ້າໃຈວ່າ ກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດພັກປະຊາທິປະໄຕ ບໍ່ແມ່ນບ່ອນທີ່ຄວນຍົກອອກເນື້ອໃນລາຍລະອຽດນະໂຍບາຍ, ແຕ່ຖ້າຫາກວ່າມີຄຳຕຳໜິຕິຕຽນໃດ, ນີ້ກໍແມ່ນບັນຫາ”.

      ຍຸດທະສາດໃດ ສຳລັບທ່ານ Donald Trump?

        ໃນຂະນະທີ່ທ່ານນາງ Kamala Harris ຍັງຮັກສາໄດ້ທ່າໄດ້ປຽບໃນຈຸດເວລານີ້, ພ້ອມທັງໄດ້ຮັບກຳລັງຜັກດັນໃຫຍ່ຈາກກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດພັກປະຊາທິປະໄຕ, ບັ້ນຫາສຽງເລືອກຕັ້ງຂອງທ່ານ Donald Trump ໃນໄລຍະຜ່ານມາໄດ້ປະສົບກັບຄວາມຫຍຸ້ງຍາກຫຼາຍຢ່າງ. ຕາມທ່ານສາດສະດາຈານ Allan Lichtman ແລ້ວ, ປັດຈຸບັນ, ຖັນແຖວຫາສຽງເລືອກຕັ້ງຂອງພັກສາທາລະນະ ແລະ ສ່ວນຕົວທ່ານ Donald Trump ຍັງບໍ່ທັນສ້າງສຳເລັດຍຸດທະສາດຫາສຽງເລືອກຕັ້ງໃດທີ່ເໝາະສົມ ພາຍຫຼັງທີ່ທ່ານ Joe Biden ຖອນຕົວ ແລະ ທ່ານນາງ Kamala Harris ມາປ່ຽນແທນ. ສິ່ງດັ່ງກ່າວໄດ້ສ່ອງແສງຜ່ານເລື່ອງ ໃນໄລຍະຜ່ານມາ, ທ່ານ Donald Trump ສຸມໃສ່ເລື່ອງຕຳໜິຕິຕຽນທ່ານນາງ Kamala Harris ຫຼາຍໂພດ ແທນທີ່ສົນໃຈເຖິງບັນດາຂໍ້ສະເໜີແນະນະໂຍບາຍຫາສຽງເລືອກຕັ້ງຂອງທ່ານນາງ Kamala Harris ແລະ ພັກປະຊາທິປະໄຕ. ໄປຄຽງຄູ່ກັນນັ້ນ, ຜູ້ສະໝັກເລືອກຕັ້ງຂອງພັກສາທາລະນະ ຈັດງານຊຸມນຸມມິດຕິງ ຂົນຂວາຍຜູ້ມີສິດເລືອກຕັ້ງຢູ່ລັດຍຸດທະສາດສຳຄັນເປັນຈຳນວນໜ້ອຍ.

        ເຖິງຢ່າງໃດກໍຕາມ, ວົງການນັກສັງເກດການ ຖືວ່າ ຍັງໄວໂພດທີ່ຈະໃຫ້ຂໍ້ສັງເກດວ່າ ທ່ານ Donald Trump ບໍ່ມີທ່າໄດ້ປຽບຄືກັບທ່ານນາງ Kamala Harris, ເພາະວ່າທ່ານອະດີດປະທານາທິບໍດີ ອາເມລິກາ ຍັງໄດ້ຮັບການຕີລາຄາສູງກ່ຽວກັບຄວາມສາມາດຄຸ້ມຄອງເສດຖະກິດ. ດັ່ງນັ້ນ, ທ່ານ Donald Trump ອາດຈະປິ້ນຕ່າວທ່າຊຸດໂຊມໃນປັດຈຸບັນ, ຖ້າຫາກວ່າມີຍຸດທະສາດທີ່ເໝາະສົມ. ທ່ານນາງສາດສະດາຈານ Jennifer Lawless ໃຫ້ຂໍ້ສັງເກດວ່າ:

        “ຂ້າພະເຈົ້າຄິດວ່າ ທ່ານ Donald Trump ມີບາງໜ້າວຽກຕ້ອງເຮັດ. ກ່ອນອື່ນໝົດ, ໃນການຫາສຽງເລືອກຕັ້ງຄັ້ງຕ່າງໆ ທ່ານຕ້ອງສະແດງອອກໃຫ້ເປັນຢ່າງດີ ເພື່ອພິສູດວ່າ ທ່ານເປັນຄົນມີລະບຽບວິໄນ ແລະ ມີຄວາມສາມາດກຳແໜ້ນບັນຫາຕ່າງໆ. ດ້ານອື່ນ ແມ່ນໃນອະຍຸການທຳອິດ, ທ່ານ Donald Trump ໄດ້ປະຫຼາຍບັນຫາໄວ້ໃຫ້ອຳນາດການປົກຄອງຂອງທ່ານ Joe Biden, ດັ່ງນັ້ນ, ທ່ານຕ້ອງພິສູດໃຫ້ໄດ້ວ່າ ການເລືອກຕັ້ງທ່ານນັ້ນ ບໍ່ແມ່ນການຖອຍຫຼັງ, ຫາກແມ່ນການກ້າວໄປຂ້າງໜ້າ”.

        ວົງການນັກສັງເກດການຫາສຽງເລືອກຕັ້ງຄັ້ງຈະມາເຖິງ, ຄາດວ່າຈະດຳເນີນໃນວັນທີ 10 ກັນຍາ, ລະຫວ່າງທ່ານ Donald Trump ແລະ ທ່ານນາງ Kamala Harris ຈະມີຄວາມໝາຍຕັດສິນ ເພາະວ່າ ອາດຈະແມ່ນການແຂ່ງຂັນແບບປະເຊີນໜ້າກັນໂດຍກົງຄັ້ງໜຶ່ງດຽວລະຫວ່າຜູ້ອອກສະໝັກເລືອກຕັ້ງ 2 ຄົນ ໃນການຍາດເອົາທ່າໄດ້ປຽບທີ່ໃຫຍ່ຫຼວງນີ້ ເພາະວ່າ ໃນຈຸດເວລາທີ່ຍັງເຫຼືອພຽງແຕ່ 3 ອາທິດ (ຮອດວັນທີ 5/11) ກໍຮອດເວລາດຳເນີນການເລືອກຕັ້ງປະທານາທິບໍດີຢ່າງເປັນທາງການແລ້ວ./.

ຕອບກັບ

ຂ່າວ/ບົດ​ອື່ນ