ການແກ້ໄຂວິກິດການຢູ່ ຊີຣີ - ບໍ່ທັນມີທາງອອກ


(vovworld) - ເຫດການ​ເຂັ່ນຂ້າ​ສາມັນ​ຊົນ ຢູ່​ເທດສະບານ​ເມືອງ Houla ພາກ​ກາງ ຊີຣີ ​ໃນ​ທ້າຍ​ອາທິດ​ຜ່ານ​ມາ ​ໄດ້​ເຮັດ​ໃຫ້​ກວ່າ 100 ຄົນ​ເສຍ​ຊີວິດ  ​ແລະ ​ເຮັດ​ໃຫ້​ບັນດາ​ຄວາມ​ມານະ​ພະຍາຍາມ​ຂອງ ສະ​ປະຊາ​ປະຊາ​ຊາດ (ສປຊ) ກໍ​ຄື​ປະຊາ​ຄົມ​ໂລກ​ໃນ​ການ​ແກ້​ໄຂ​ວິ​ກິດ​ການ​ການ​ເມືອງ​ຢູ່​ປະ​ເທດ​ນີ້ ບໍ່​ມີ​ຄວາມ​ໝາຍ​ອີກແລ້ວ. ​ເຫດການ​ດັ່ງກ່າວ​ແມ່ນ​ຫນຶ່ງ​ໃນ​ບັນດາ​​ເຫດການ​ຈາລະ​ຈົນ​ຮ້າຍ​ແຮງ​ທີ່​ສຸດ​ນັບ​ແຕ່​ເມື່ອ​ຂະ​ບວນການ​ລຸກ​ຮື​ຂຶ້ນ​ຕ້ານ​ອຳນາດ​ການ​ປົກຄອງ ຊີ​ຣີ ​ເກີດ​ຂຶ້ນ​ກ່ອນ​ນີ້​ກວ່າ 1 ປີ ສະ​ແດງ​ໃຫ້​ເຫັນ​ທ່າ​ອ່ຽງບໍ່​ດີ​ສຳລັບ​ແງ່​ຫວັງ​ສັນຕິພາບ​ຢູ່ ຊີຣີ ​ແລະ ຍັງສະ​ແດງ​ໃຫ້​ເຫັນ​ວ່າ ການ​ແກ້​ໄຂ​ວິ​ກິດ​ການ​ການ​ເມືອງ​ຢູ່​ປະ​ເທດ​ນີ້ ​ແມ່ນ​ມາດ​ຕະການ​​ແກ້​ໄຂຫຍຸ້ງຍາກ​ທີ່​ສຸດ.

ການແກ້ໄຂວິກິດການຢູ່ ຊີຣີ - ບໍ່ທັນມີທາງອອກ - ảnh 1
ສາມັນຊົນຫລາຍຄົນຖືກເສຍຊີວິດຍ້ອນເຫດເຂັ່ນຂ້າ

        ກ່ອນ​ອື່ນ​ໝົດ ຕ້ອງ​ຢືນຢັນ​ວ່າ ​ເຫດການ​ເຂັ່ນຂ້າສາມັນ​ຊົນ​ຢູ່​ເທດສະບານ Houla ​ໄດ້​ເຮັດ​ໃຫ້​ປະຊາ​ຄົມ​ໂລກ​ຕົກສ​ະ​ເ​ງີ້ ​ເພາະວ່າ ຈຳນວນ​ຜູ້​ຖືກ​ເສຍ​ຊີວິດ ​ແລະ ບາດ​ເຈັບ​​ແມ່ນ​ຫລວງຫລາຍ ​ແລະ 1/3 ​ໃນ​ຈຳນວນ​ກວ່າ 100 ຄົນ​ຖືກ​ເຄາະ​ຮ້າຍ​ນັ້ນ ​ແມ່ນ​ເດັກນ້ອຍ. ສະພາ​ຄວາມ​ໝັ້ນ​ຄົງ ສປຊ ​ໄດ້​ອອກ​ຖະ​ແຫລ​ງການ​ກ່າວ​ປະນາມ​ຢ່າງ​​ແຮງ​ຕໍ່​ເຫດການ​ເຂັ່ນຂ້າ​ດັ່ງກ່າວ ​ແລະ ຖື​ວ່າ ນີ້​ແມ່ນ​ການ​ກະທຳ​ລະ​ເມີດ​ຄຳ​ໝັ້ນ​ສັນຍາ​ຢຸດ​ຍິງ​ລະຫວ່າງ ລັດຖະບານ ​ແລະ ຝ່າຍ​ຄ້ານ ຢູ່ ຊີຣີ. ສະພາ​ຄວາມ​ໝັ້ນຄົງ ສປຊ ກໍ​ສະ​ເຫ​ນີໃຫ້​ລັດຖະບານ ຊີຣີ ຕ້ອງ​ຢຸດຕິ​ການ​ນຳ​ໃຊ້​ອາວຸດ​ຫນັກ​ຢູ່​ບັນດາ​ຕົວ​ເມືອງ​ໃຫຍ່​​ໂດຍທັນ​ທີ ​ແລະ ຖອນ​ທະຫານ​, ອາວຸດ​ຫນັກ​ອອກ​ຈາກ​ບັນດາ​ນະຄອນ​ດັ່ງກ່າວ​ໂດຍ​ໄວ. ​ໃນ​ຂະນະ​ນັ້ນ ວັນ​ທີ 28/5, ທູດ​ພິ​ເສດ​ຂອງ ສປຊ ​ແລະ ສະຫະພັນ ອາຣັບ ທ່ານ Kofi Annan ​ໄດ້​ເດີ​ນທາງ​ເຖິງ​ນະຄອນຫລວງ Damascus ຂອງ ຊີຣີ ຮຽກຮ້ອງ​ໃຫ້​ບັນດາ​ຝ່າຍ​ປະ​ທະ​ກັນ ຕ້ອງ​ມີ​ການ​ເຄື່ອນ​ໄຫວ​ເພື່ອ​ມຸ່ງ​ໄປ​ເຖິງ​ວິວັດທະນາ​ການ​ການ​ເມືອງ​ເພື່ອ​ຢຸດຕິ​ການ​ໃຊ້​ຄວາມ​ຮຸນ​ແຮງ.

        ​ໃນ​ຂະນະ​ນັ້ນ ຫລາຍ​ປະ​ເທດ​ກໍ​ຮຽກຮ້ອງ​ໃຫ້​ບັນດາ​ຝ່າຍຢູ່ ຊີຣີ ຕ້ອງ​ຢຸດຕິ​ການ​ຈາລະ​ຈົນ​ທີ່​ແກ່ຍາວ​ໃນ 14 ​ເດືອນ​ຜ່ານ​ມາ ຊຶ່ງ​ເຮັດ​ໃຫ້ 12.600 ຄົນ​ເສຍ​ຊີວິດ. ທ່ານ Sergay Lavrov ລັດຖະມົນຕີ​ການ​ຕ່າງປະ​ເທດ ລັດ​ເຊຍ ​ໃຫ້​ຮູ້​ວ່າ: ມົດ​ສະ​ກູ​ບໍ່ພໍ​ໃຈ​ກ່ຽວ​ກັບ​ວິວັດທະນາ​ການ ກໍ​ຄື​ໝາກຜົນ​ປະຕິບັດ​ແຜນການ​ສັນຕິພາບ ​ໂດຍ​ ທູດ​ພິ​ເສດ​ຂອງ ສປຊ ​ແລະ ສະຫະພັນ ອາຣັບ ທ່ານ Kofi Annan ​ ຍົກ​ອອກ​ມາ ​ເພື່ອ​ແກ້​ໄຂ​ການ​ປະ​ທະ​ກັນ​ຢູ່ ຊີຣີ. ​ໃນ​ຂະນະ​ນັ້ນ ຜ່ານ​ການ​ໂອ້​ລົມ​ທາງ​ໂທລະສັບ​ເມື່ອ​ວັນ​ທີ 28/5, ທ່ານ​ປະທານາທິບໍດີ ຝລັ່ງ ​ແລະ ນາຍົກລັດຖະມົນຕີ ອັງກິດ ​​ໄດ້​ເຫັນ​ດີ​ເປັນ​ເອກະ​ສັນ​ກັນຈະ​ເຄື່ອນ​ໄຫວ​ເພື່ອ​ເພີ່ມ​ກຳລັງ​ດັນ​ຈາກສາກົນ​ຕໍ່​ອຳນາດ​ການ​ປົກຄອງ​ຂອງ​ປະທານາທິບໍດີ ຊີຣີ ​ແລະ ຈັດ​ຕັ້ງ​ກາ​ນພົບ​ປະ “ບັນດາ​ເພື່ອນ​ມິດ​ ຊີຣີ” ຢູ່ ຝລັ່ງ ​ໃນ​ໄລຍະ​ຈະ​ມາ​ເຖິງ.

        ​ໃນ​ສະພາບ​ການ​ນັ້ນ, ບັນດາ​ຝ່າຍ​ປະ​ທະ​ກັນ​ຢູ່ ຊີຣີ ຍັງ​ຄົງ​ໃສ່​ຖີ້ມ​ໃສ່ກັນ​​​​ໃນ​ເຫດການ​ເຂັ່ນຂ້າ​ດັ່ງກ່າວ. ​ໂຄສົກ​ກະຊວງ​ການ​ຕ່າງປະ​ເທດ ຊີຣີ ທ່ານ Jihad Majdisi ຖະ​ແຫລ​ງວ່າ ກອງທັບລັດຖະບານ​ບໍ່​ຢືນ​ຢູ່ເບື້ອງ​ຫລັງ​ເຫດການ​ເຂັ່ນ​ຂ້າ​ດັ່ງກ່າວ.  ສ່ວນ​ບັນດາ​ຝ່າຍ​ຄ້ານ​ຢູ່ ຊີຣີ ​ໄດ້​ຮຽກຮ້ອງ​ ສປຊ ຈົ່ງ​ແຊກ​ແຊງຢ່າງ​ຮີບ​ດ່ວນ​ເພື່ອ​ໃຫ້​ລັດຖະບານ Damascus ຢຸດຕິ​ບັນດາ​ເຫດການ​ເຂັ່ນ​ຂ້າ​​ໃນທັນ​ທີ່.    

ການແກ້ໄຂວິກິດການຢູ່ ຊີຣີ - ບໍ່ທັນມີທາງອອກ - ảnh 2
ປະຊາຊົນ ຊີຣີ ແຫ່ຂະບວນປະທ້ວງກ່ຽວກັບເຫດເຂັ່ນຂ້າສາມັນຊົນ
ພາບ:giaoduc.net

ຕາມ​​ວົງ​ການ​ນັກສັງ​ເກດ​ການ​ແລ້ວ, ​ເຖິງ​ວ່າ ກຳລັງ​ໃດ​ກໍ່​ໃຫ້​ເກີດ​ກໍລະນີ​ດັ່ງກ່າວ​ກໍ​ຕາມ, ​ແຕ່​ເຫດການ​ເຂັ່ນຂ້າ​ຢູ່ Houla ບໍ່​ພຽງ​ແຕ່​ສະ​ແດງ​ໃຫ້​ເຫັນ​ການ​ປະ​ທະ​ກັນ​ຍັງ​ຄົງ​ເກີດ​ຂຶ້ນ​ຢູ່ ປະ​ເທດ​ຕາ​ເວັນ​ອອກ​ກາງ​ນີ້ ​ເທົ່າ​ນັ້ນ ຫາກ​ແຜນການ​ສັນຕິພາບ 6 ຂໍ້​ຂອງ​ທູດ​ພິ​ເສດ​ຂອງ ສປຊ ​ແລະ ສະຫະພັນ ອາຣັບ Kofi Annan ​​ຍິ່ງ​​ຊົ່ວ​ຮ້າຍລົງ.

        ບັນ​ຫາ​ຕົ້ນຕໍ ​ໃນ​ການ​ແກ້​ໄຂ​ວິ​ກິດ​ການ​ການ​ເມືອງ ຢູ່ ຊີຣີ ນັ້ນ​ແມ່ນ​ຄວາມ​ໄວ​້​ເນື້ອ​ເຊື່ອ​ໃຈ​ລະຫວ່າງ​ບັນດາ​ຝ່າຍ​ບໍ່​ທັນ​ໄດ້​ຮັບ​ການ​ຟື້ນ​ຟູ​ເທື່ອ. ຖ້າ​ຫາກ​ລັດຖະບານ​ຂອງ​ປະທານາ​ທິບໍດີ ຊີຣີ Bashar al Assad ໝັ້ນ​ໝາຍ​ປະຕິບັດ​ແຜນການ​ສັນຕິພາບ​ຂອງ ທູດ​ພິ​ເສດ​ຂອງ ສປຊ ​ແລະ ສະຫະພັນ ອາຣັບ ທ່ານ Kofi Annan ​, ກົງກັນຂ້າມ ບັນດາ​ຝ່າຍ​ຄ້ານ​ຢູ່​ປະ​ເທດ​ນີ້ ພັດ​ບຸກ​ໂຈມ​ຕີ​ເພ່ືອ​ຍາດ​ເອົາ​ສິດ​ຄວບ​ຄຸມບັນດາ​ເຂດ​ສຳຄັນ​ຢູ່​ນະຄອນ​ຈຳນວນ​ຫນຶ່ງ. ສິ່ງ​ດັ່ງກ່າວ​ກໍ​ໝາຍ​ຄວາມ​ວ່າ ການ​ແກ້​ໄຂ​ໂດຍ​ສັນຕິ​ວິທີ​ໃຫ້​ແກ່​ປະ​ເທດ​ຕາ​ເວັນ​ອອກ​ກາງ​ນີ້ ບໍ່​ທັນ​ມີ​ທາງ​ອອກ​ເທື່ອ.
ນັກຂ່າວ Thuy Van

ຕອບກັບ

ຂ່າວ/ບົດ​ອື່ນ