ກຳມະກອນ ຜູ້ອອກແຮງງານຮ່າໂນ້ຍ ຕອບສະໜອງຂະບວນການປະຢັດໄຟຟ້າ

ກຳມະກອນ ຜູ້ອອກແຮງງານຮ່າໂນ້ຍ ຕອບສະໜອງຂະບວນການປະຢັດໄຟຟ້າ - ảnh 1
ຮ່າໂນ້ຍບຸກລະດົມຂະບວນການປະຢັດໄຟຟ້າ(ພາບ: google.com.vn)

(vovworld) - ​ໃນ​ຊຸມ​ປີ​ມໍ່ໆ​ມາ​ນີ້, ພ້ອມ​ກັບ​ລະດັບ​ພັດທະນາ​ເສດຖະກິດ​ສັງຄົມ​ຂອງ​ປະ​ເທດ​ຊາດ, ​​ເລື່ອງ​ສະໜອງ​ໄຟຟ້າ​ໃຫ້​ແກ່​ການ​ຜະລິດ ​ແລະ ​ການ​ດຳລົງ​ຊີ​ວິດຂອງ​ປະຊາຊົນ​ນັບ​ມື້​ນັບ​ປະສົບ​ກັບ​ຄວາມ​ຫຍຸ້ງຍາກ, ພິ​ເສດ​ແມ່ນ​ສະພາບ​ຂາດ​ໄຟຟ້າ​ໃນ​ລະດູ​ແລ້ງ. ​ເພື່ອ​ປະກອບສ່ວນ​ຫຼຸດຜ່ອນ​ຄວາມ​ຫຍຸ້ງຍາກ​ໃຫ້​ແກ່​ຂະ​ແໜງ​ໄຟຟ້າ, ນັບ​ແຕ່​ປີ 2010 ສະຫະພັນ​ແຮງ​ງານ​ນະຄອນຮ່າ​ໂນ້ຍ ​ໄດ້​ສົມທົບ​ກັບ​ບໍລິສັດ​ໃຫຍ່​ໄຟຟ້າ​ຮ່າ​ໂນ້ຍ (EVN Hanoi) ປຸກລະດົມ​ຂະ​ບວນການ​ປະຢັດໄຟຟ້າ​​ໃນ​ບັນດາ​ອົງການ​ສຳນັກງານ, ວິ​ສາ​ຫະກິດ ​ແລະ​ ໃນ​ໝູ່​ກຳມະກອນ ຜູ້​ອອກ​ແຮງ​ງານ​ນະຄອນຫຼວງ, ມາ​ຮອດ​ປະຈຸ​ບັນ, ຂະ​ບວນການ​ດັ່ງກ່າວ​ໄດ້​ນຳ​ມາ​ເຊິ່ງປະສິດທິ​ຜົນ​ຢ່າງ​ແທດ​ຈິງ.

        ພາຍຫຼັງ​ເກືອບ 2 ປີ ​ແຫ່ງ​ການ​ປະຕິບັດ​ໂຄງການ​ສົມທົບ​ລະຫວ່າງ EVN Hanoi ກັບສະຫະພັນ​ແຮງ​ງານ​ນະຄອນຮ່າ​ໂນ້ຍ  ​ໃນ​ການ​ໂຄສະນາ​ປະຢັດ​​ໄຟຟ້າ​, ຮ່າ​ໂນ້ຍ ປະຢັດ​ໄຟຟ້າ​ໄດ້​ກວ່າ 50 ລ້ານ kWh, ​ເທົ່າ​ກັບ​ເກືອບ 66 ຕຶ້ດົ່ງ. ປີ 2011, ນະຄອນ​ຮ່າ​ໂນ້ຍ​ ໄດ້​ຂົນຂວາຍ 1 ລ້ານ​ຄອບຄົວ​ຕອບ​ສະໜອງ​ຂະ​ບວນການ ”ຄອບຄົວ​ນຳ​ໃຊ້​ພະລັງງານປະຢັດ ​ແລະ ມີ​ປະສິດທິ​ຜົນ” ​ໂດຍ​ຄະນະ​ກຳມະການ​ປະຊາຊົນ​ນະຄອນ​ຮ່າ​ໂນ້ຍ ປຸກລະດົມ​ແຕ່​ປີ 2011. ພິ​ເສດ​, ​ໂດຍ​ຕອບ​ສະໜອງ​ໂມງ​ມອດ​ໄຟ​ເພອໜ່ວຍ​ໂລກ​ປີ 2012, EVN Hanoi ​ໄດ້​ຈັດ​ຕັ້ງ​ເດືອນ​ປະຢັດ​ໄຟຟ້າ​ນັບ​ແຕ່​ວັນ​ທີ 29/3 ຜ່ານ​ມາ, ຜ່ານ​ນັ້ນ​ຮຽກຮ້ອງ​ໃຫ້​ພະນັກງານ, ກຳມະກອນ, ພາລະ​ກອນ ຜູ້​ອອກ​ແຮງ​ງານ​ແຕ່ລະຄົນ​ໃນ​ຂະ​ແໜງ​ໄຟຟ້າ ຈົ່ງ​ເປັນ​ຜູ້​ໂຄສະນາ​ຂະ​ບວນການ ”​ຂ້ອຍ ​ແລະ ​ເຈົ້າ​ພ້ອມ​ກັນ​ປະຢັດ​ໄຟຟ້າ” ​ຢ່າງ​ຕັ້ງໜ້າ​ ​ແລະ ​ການ​ປະຢັດ​ໄຟຟ້າ​ບໍ່​ພຽງ​ແຕ່​ປະຕິບັດ​ໃນ​ເດືອນ​ປຸກລະດົມ​ເທົ່າ​ນັ້ນ, ຫາກ​ຍັງ​ແກ່ຍາວ​​ຕະຫຼອດ 365 ວັນ​ໃນປີ, ດ້ວຍ​ສານ​ທີ່​ວ່າ ”ປະຢັດ​ໄຟຟ້າ, ​ແມ່ນ​ການ​ປະກອບສ່ວນ​ປົກ​ປັກ​ຮັກສາ​ສິ່ງ​ແວດ​ລ້ອມ ​ແລະ ຕ້ານ​ການ​ປ່ຽນ​ແປງ​ຂອງ​ດິນ​ຟ້າ​ອາກາດ”. ທ່ານ Nguyen Anh Tuan, ຮອງ​ຫົວໜ້າ​ອຳນວຍການ EVN Hanoi, ​ໃຫ້​ຮູ້​ວ່າ:

        ”ຕອບ​ສະໜອງ​ເດືອນ​ເຄື່ອນ​ໄຫວ​ນີ້, ພວກ​ຂ້າພະ​ເຈົ້າ​ໄດ້​ຜັນ​ຂະຫຍາຍ​ລາຍການ​ເຄື່ອນ​ໄຫວ​ຕ່າງໆ​ຄື: ມອບ​ໜ້າ​ທີ່​ໃຫ້​ບໍລິສັດ​ໃຫຍ່​ປຸກລະດົມ​ຂະ​ບວນການ, ສະມາຊິກຊາວ​ໜຸ່ມ​ແຕ່ລະຄົນ​ແມ່ນ​ນັກ​ໂຄສະນາ​ກ່ຽວ​ກັບ​ການ​ປະຢັດ​ໄຟຟ້າ ​ແລະ​ ມອບຕົວ​ເລກ​ຄາດໝາຍ​ໃຫ້​ພະນັກງານ, ກຳມະກອນ, ພາລະ​ກອນ, ຜູ້​ອອກ​ແຮງ​ງານ​ໃນ​ຂະ​ແໜງ​ແຕ່ລະຄົນ, ຈາກ​ນັ້ນ​ໂຄສະນາ​​​​ເຖິງໝູ່ປະຊາຊົນ, ​ເຂດ​ຊຸມ​ຊົນ, ຕາ​ແສງ​ກ່ຽວ​ກັບ​ການ​ປະຢັດ​ໄຟຟ້າ ​ແລະ​ ລາຍການ​ນີ້​ຍັງ​ໄດ້​ຮັບ​ການ​ໂຄສະນາ​ຢ່າງ​ກວ້າງຂວາງ​ທາງ​ສື່​ມວນ​ຊົນ​ອີກ​ດ້ວຍ”.

ກຳມະກອນ ຜູ້ອອກແຮງງານຮ່າໂນ້ຍ ຕອບສະໜອງຂະບວນການປະຢັດໄຟຟ້າ - ảnh 2

ໃຊ້ຖັງນ້ຳຮ້ອນໃຊ້ພະລັງແສງອາທິດເພື່ອປະຢັດໄຟຟ້າ (ພາບ: google.com.vn)

        ພ້ອມ​ກັບ​ການ​ປະສານ​ສົມທົບ​ກັບ​ສະຫະພັນ​ແຮງ​ງານ​ນະຄອນ, ປະຈຸ​ບັນ, EVN Hanoi ພວມ​ມານະ​ພະຍາຍາມ​ຜັນ​ຂະຫຍາຍ​ບັນດາ​ມາດ​ຕະການ​ປະຢັດ​ໄຟຟ້າ​ຢ່າງ​ລະອຽດ​ຄື: ໜູນ​ຊ່ວຍ​ເງິນ 1 ລ້ານ​ດົ່ງໃຫ້​ຜູ້​ຊື້​ຖັງ​ນ້ຳ​ຮ້ອນ​ໃຊ້​ພະລັງ​ແສງອາທິດ, ຍູ້​ແຮງ​ວຽກ​ງານ​ໂຄສະນາ​ການ​ປະຢັດ​ໄຟຟ້າ​ເຖິງລູກ​ຄ້າ, ຖື​ການ​ຂາຍ​ດອກ​ໄຟ compact ປະຢັດ​ໄຟຟ້າ​ແມ່ນ​ມາດຖານ​ຂອງ​ການ​ແຂ່ງຂັນ​ຢູ່​ແຕ່​ລະ​ຫົວໜ່ວຍ. ບັນດາວິ​ສາ​ຫະກິດ​ນຳ​ໃຊ້​​ໄຟຟ້າ​ຫຼາຍ ​ກໍ່ໄດ້​ເປັນ​ເຈົ້າ​ການ, ຕັ້ງໜ້າ​ຕອບ​ສະໜອງ, ນຳ​ໃຊ້​ຫຼາຍ​ມາດ​ຕະການ​ເພື່ອ​ແນ​ໃສ່​ປະຢັດ​ໄຟຟ້າ. ທ່ານ Tran Van Thu, ​ເຈົ້າ​ຂອງ​ຮາກ​ຖານ​ຜະລິດ​ກົນ​ຈັກ​ເມືອງ​ດົງ​ແອ​ງ, ​ໃຫ້​ຮູ້​ວ່າ:

        ”ການ​ນຳ​ໃຊ້​ໄຟຟ້າ​ແມ່ນ​ບັນຫາ​ເປັນຕາ​ຍຂອງ​ວິ​ສາ​ຫະກິດ, ດັ່ງ​ນັ້ນ, ​ໄລຍະ​ຜ່ານ​ມາ, ພວກ​ເຮົາ​ໄດ້​ນຳ​ໃຊ້​ຫຼາຍ​ມາດ​ຕະການ​ເພື່ອ​ແນ​ໃສ່​ປະຢັດ​ໄຟຟ້າ, ນຳ​ໃຊ້​ໄຟຟ້າ​ຢ່າງ​ເໝາະ​ສົມ ​ແລະ ​ໃນ​ເດືອນ​ຂາດ​ໄຟຟ້າ​ຍາມ​ແລ້ງ​ນີ້, ບັນຫາ​ປະຢັດ​ໄຟຟ້າ​ຍິ່ງ​ມີ​ຄວາມ​ຮີບ​ເຮັ່ງ. ວຽກ​ງານ​ທຳ​ອິດ​ແມ່ນ​ພວກ​ເຮົາ​ໄດ້​ກວດກາ​ເຄື່ອງ​ກົນ​ຈັກ, ອຸປະກອນ​ນຳ​ໃຊ້​ໄຟຟ້າ​ທັງ​ໝົດ​ເພື່ອ​ດັດ​ປັບ​ໃຫ້​ເໝາະ​ສົມ​ກັບ​ປະສິດທິພາບ​. ທີ​ສອງ​ແມ່ນ​ການ​ຕິດ​ຕັ້ງ​ດອກ​ໄຟແຮງ​ສູງ​ໃນ​ເມື່ອ​ກ່ອນ​ແມ່ນ​ສິ້ນ​ເປືອງ​ຫຼາຍ, ພວກ​ເຮົາ​​ໄດ້ປ່ຽນ​ແທນ​ດ້ວຍ​ດອກ​ໄຟ compact ທັງ​ຮັບປະກັນ​ແສງ​ໄສະຫວ່າງ​ໃຫ້​ແກ່​ການ​ຜະລິດ, ທັງ​ປະຢັດ​ພະລັງງານ​ໄຟຟ້າ​ໄດ້”.

ກຳມະກອນ ຜູ້ອອກແຮງງານຮ່າໂນ້ຍ ຕອບສະໜອງຂະບວນການປະຢັດໄຟຟ້າ - ảnh 3

ໃຊ້ດອກໄຟcompact ເພື່ອປະຢັດໄຟຟ້າ (ພາບ: google.com.vn)

        ມີ​ວິ​ສາ​ຫະກິດ​ຜະລິດ, ດຳ​ເນີນ​ທຸລະ​ກິດ​ຫຼາຍ​ແຫ່ງ​ຍັງ​ນຳ​ໃຊ້​ບັນດາ​ມາດ​ຕະການ​ປະຢັດ​ໄຟຟ້າ​ຄື​ປ່ຽນໂມງ​ເຮັດ​ວຽກ​ຈາກ​ເວລາ​ທີ່​​ໃຊ້ໄຟຟ້າ​ຫຼາຍ​ໄປ​ຍັງ​ເວລາ​ໃຊ້​ໄຟຟ້າ​ໜ້ອຍ, ກວດຄືນ​ລະບົບ​ເຄື່ອງ​ຈັກ, ປ່ຽນ​ແທນ​ອຸປະກອນ​ໃຫ້​ເໝາະ​ສົມ, ກວດກາ​ຄົ້ນ​ພົບ​ສິ່ງ​ທີ່​ກໍ່​ໃຫ້​ເກີດ​ຄວາມ​ຟູມ​ເຟືອຍ​ໃນ​ການ​ນຳ​ໃຊ້​ໄຟຟ້າ. ການ​ກະທຳ​ດັ່ງກ່າວ​ບໍ່​ພຽງ​ແຕ່​ນຳ​ມາ​ເຊິ່ງຜົນ​ປະ​ໂຫຍ​ດ​ໃຫ້​ແກ່​​ບັນດາ​ວິ​ສາ​ຫະກິດ​ເທົ່າ​ນັ້ນ, ຫາກ​ຍັງ​ປະກອບສ່ວນ​ແບ່ງປັນ​ຄວາມ​ຫຍຸ້ງຍາກ, ປະຢັດ​ພະລັງງານ​ໄຟຟ້າ​ເມື່ອ​ກ້າວ​ເຂົ້າ​ສູ່​ລະດູ​ແລ້ງ, ມີ​ອົງການ, ສຳນັກງານ​ຫຼາຍ​ແຫ່ງ ​ແລະ​ ບັນດາ​ຄອບຄົວ​ພະນັກງານ, ກຳມະກອນ, ພາລະ​ກອນ​ຍັງ​ປະຢັດ​ໄຟຟ້າ​ຜ່ານ​ວຽກ​ງານ​ອັນ​ລະອຽດ​ຄື: ນຳ​ໃຊ້​ລົມ, ແສງ​ສະຫວ່າງທຳ​ມະ​ຊາດ, ມອດ​ໄຟຟ້າ, ອຸປະກອນ​ໄຟຟ້າ​ທີ່​ບໍ່​ຈຳ​ເປັນ, ຫຼື​ຫຼຸດຜ່ອນ​ຈຳນວນ​ໄຟ​ເຍືອງ​ທາງ​ລົງ 50%... ຂະ​ບວນການ​ປະຢັດ​ໄຟຟ້າ​ຢູ່​ນະຄອນຫຼວງ​ໄດ້​ນຳ​ມາ​ເຊິ່ງຄວາມ​ໝາຍ​ອັນ​ໃຫຍ່​ຫຼວງ, ອັນ​ໄດ້​ຊ່ວຍ​ໃຫ້​ບັນດາ​ພະນັກງານ, ພາລະ​ກອນ, ຜູ້​ອອກ​ແຮງ​ງານ​ຮັບ​ຮູ້​ໄດ້​ວ່າ​, ​ເລື່ອງ​ປະຢັດ​ໄຟຟ້າ​ບໍ່​ພຽງ​ແຕ່​ແມ່ນ​ບັນຫາ​ເສດຖະກິດ​ເທົ່າ​ນັ້ນ, ຫາກ​ຍັງ​ແມ່ນ​ບັນຫາ​ຮັບປະກັນ​ຊີວິດ​ສັງຄົມ​ທີ່​ແທດ​ຈິງ​ສຳ​ຫຼັບ​ແຕ່ລະຄົນ​ອີກ​ດ້ວຍ.

       

ຕອບກັບ

ຂ່າວ/ບົດ​ອື່ນ