ຂີດ​ໝາຍ​ສຳ​ຄັນ​ໃຫ້​ແກ່​ຜົນ​ສຳ​ເລັດ​ຂອງ​ທັງ​ອາ​ຍຸ​ການ

(VOVWORLD) -ກອງປະຊຸມສະໄໝສຸດທ້າຍຂອງອາຍຸການ ສະພາແຫ່ງຊາດຫວຽດນາມ ຊຸດທີ 14 ໄດ້ອັດລົງໃນຕອນບ່າຍຂອງວັນທີ 8 ເມສາ, ສິ້ນສຸດອາຍຸການສະພາແຫ່ງຊາດເປັນເວລາ 5 ປີ (2016 – 2021) ດ້ວຍບັນດາຜົນງານທີ່ພົ້ນເດັ່ນ. ໝາກຜົນຂອງສະໄໝປະຊຸມເທື່ອທີ 11 ໄດ້ປະກອບສ່ວນເຂົ້າໃນຜົນງານລວມຂອງສະພາແຫ່ງຊາດຫວຽດນາມ ຊຸດທີ 14, ປະກອບສ່ວນສ້າງພື້ນຖານສຳຄັນ ເພື່ອສະພາແຫ່ງຊາດຊຸດຕໍ່ໄປ ສືບຕໍ່ຍົກສູງຄຸນນະພາບ, ປະສິດທິຜົນໃນການເຄື່ອນໄຫວຂອງສະພາແຫ່ງຊາດໃຫ້ດີກ່ວາອີກ.
 
ຂີດ​ໝາຍ​ສຳ​ຄັນ​ໃຫ້​ແກ່​ຜົນ​ສຳ​ເລັດ​ຂອງ​ທັງ​ອາ​ຍຸ​ການ - ảnh 1

ພິທີເຄົາລົບທຸງຊາດອັດກອງປະຊຸມສະໄໝສາມັນເທື່ອທີ 11 ສະພາແຫ່ງຊາດຫວຽດນາມ ຊຸດທີ 14 (ພາບ: Văn Điệp/TTXVN)

      ປະຫວັດສາດສະພາແຫ່ງຊາດຫວຽດນາມ ໃນ 75 ປີຜ່ານມາມີຫຼາຍເສັ້ນທາງພັດທະນາ ແລະ ແຕ່ລະສະໄໝມີສະພາບການທີ່ແຕກຕ່າງກັນ. ແຕ່ 14 ຊຸດຂອງສະພາແຫ່ງຊາດ ຍັງແມ່ນການສືບຕໍ່ບັນດາຄຸນຄ່າດ້ານຄວາມຕັດສິນໃຈ ແລະ ເຈດຈຳນົງເອກະລາດ, ເສລີພາບ, ການຄັດເລືອກ ແລະ ກໍ່ສ້າງປະເທດຂອງປະຊາຊົນ, ໂດຍປະຊາຊົນ ແລະ ເພື່ອປະຊາຊົນ.

ຜົນສຳເລັດຂອງສະໄໝປະຊຸມ ປະກອບສ່ວນສຳຄັນເຂົ້າໃນຜົນສຳເລັດຂອງທັງອາຍຸການ

   ກອງປະຊຸມເທື່ອທີ 11 ສະພາແຫ່ງຊາດຫວຽດນາມ ຊຸດທີ 14 ໄດ້ດຳເນີນແຕ່ວັນທີ 24 ມີນາ ຫາວັນທີ 8 ເມສາ ຊື່ງມີເວລາເຮັດວຽກສັ້ນກ່ວາສະໄໝປະຊຸມອື່ນໆຂອງທັງຊຸດ ແຕ່ພັດມີຄວາມໝາຍສຳຄັນທີ່ສຸດ. ສະໄໝປະຊຸມຄັ້ງນີ້ ໄດ້ຮັບຮູ້ຫວນຄືນບັນດາຜົນງານ, ໝາກຜົນທີ່ບັນລຸໄດ້, ບັນດາສິ່ງທີ່ຍັງຄົງຄ້າງ, ຂໍ້ຈຳກັດໃນບັນດາຂົງເຂດນິຕິບັນຍັດ, ບໍລິຫານ, ຕຸລາການ ແລະ ວຽກງານອື່ນໆຂອງບັນດາອົງການສຳຄັນໃນກົງຈັກລັດ, ຈາກນັ້ນ ໄດ້ຖອດຖອນບັນດາບົດຮຽນເພື່ອເປັນພື້ນຖານໃຫ້ແກ່ການສືບຕໍ່ປ່ຽນແປງໃໝ່, ຍົກສູງປະສິດທິຜົນ, ປະສິດທິພາບໃນການເຄື່ອນໄຫວໃນໄລຍະຈະມາເຖິງ, ສ້າງທ່ວງທ່າ ແລະ ກຳລັງເພື່ອນຳປະເທດຊາດ ກ້າວເຂົ້າສູ່ໄລຍະພັດທະນາໃໝ່ຢ່າງໝັ້ນຄົງ.

   ໃນສະໄໝປະຊຸມຄັ້ງນີ້, ສະພາແຫ່ງຊາດໄດ້ສະຫງວນເວລາຢ່າງເໝາະສົມ ເພື່ອບູລະນະ 25 ຕຳແໜ່ງການນຳ, ໃນນັ້ນມີປະທານສະພາແຫ່ງຊາດ, ປະທານປະເທດ ແລະ ນາຍົກລັດຖະມົນຕີ ຊື່ງໄດ້ຮັບປະກັນລັກສະນະສືບທອດ, ແມ່ນບາດກ້າວຖ່າຍຖອດສຳຄັນ ເພື່ອໃຫ້ບັນດາອົງການແຫ່ງລັດ ປະຕິບັດບັນດາໜ້າທີ່, ສິດອຳນາດຕາມການກຳນົດຂອງກົດໝາຍ ຈົນໝົດອາຍຸການໃຫ້ເປັນຢ່າງດີ. ພະມະຫາອາຈານ ທິກບາວງຽມ ສສຊ ນະຄອນຮ່າໂນ້ຍ ກ່າວວ່າ:

   ດ້ວຍຄຳກ່າວປາໄສ, ສາບານຕົວ ຂອງບັນດາທ່ານການນຳຕໍ່ສະພາແຫ່ງຊາດ ແລະ ຜູ້ມີສິດເລືອກຕັ້ງທົ່ວປະເທດ, ພວກຂ້າພະເຈົ້າຫວັງວ່າ ໃນ 5 ປີຈະມາເຖິງ, ປະເທດຊາດຈະມີການປ່ຽນແປງໃໝ່ຫຼາຍກ່ວາອີກ, ພັດທະນາກ່ວາອີກ ແລະ ສາມາດຜ່າຜ່າບັນດາຄວາມຫຍຸ້ງຍາກ.

  ທ່ານ ງຽມຫວຸຂາຍ ສສຊ ນະຄອນ ຫາຍຟ່ອງ ຖືວ່າ:

   ຂ້າພະເຈົ້າຖືວ່າ, ໝາກຜົນຂອງກອງປະຊຸມຄັ້ງນີ້ ມີຄວາມໝາຍສຳຄັນທີ່ສຸດ ສຳລັບໄລຍະຈະມາເຖິງຂອງປະເທດຊາດ ເພື່ອກະກຽມການເລືອກຕັ້ງ ສສຊ ຊຸດທີ 15, ສະພາ ປຊຊ ທຸກຂັ້ນ ກໍ່ຄືການຖ່າຍຖອດສິດອຳນາດຂອງລັດ ເພື່ອໃຫ້ລຸ້ນຕໍ່ໄປຮັບປະກັນວຽກງານສຳຄັນນີ້ໃນຊຸມປີຕໍ່ໄປ.

ຂີດ​ໝາຍ​ສຳ​ຄັນ​ໃຫ້​ແກ່​ຜົນ​ສຳ​ເລັດ​ຂອງ​ທັງ​ອາ​ຍຸ​ການ - ảnh 2

ທ່ານ ປະທານສະພາແຫ່ງຊາດເວືອງດິ່ງເຫ້ວ ກ່າວຄຳເຫັນທີ່ພິທີ ອັດກອງປະຊຸມສະໄໝສາມັນເທື່ອທີ 11 ສະພາແຫ່ງຊາດຫວຽດນາມ ຊຸດທີ 14 (ພາບ: Trọng Đức /TTXVN)

 ສີ້ນສຸດອາຍຸການທີ່ປະສົບຜົນສຳເລັດ

   ກ່າວຄຳເຫັນໄຂກອງປະຊຸມເມື່ອທີ 11 ເມື່ອວັນທີ 24 ມີນາ, ທ່ານນາງ ຫງວຽນທິກີມເງິນ, ຕອນນັ້ນເປັນປະທານສະພາແຫ່ງຊາດ ໄດ້ຢືນຢັນວ່າ: “ມາຮອດຈຸດເວລານີ້, ພວກເຮົາມີສິດເອກອ້າງທະນົງໃຈ ກ່ຽວກັບບັນດາຜົນງານທີ່ບັນລຸໄດ້ໃນທັງອາຍຸການ”. ສ່ວນກ່າວຄຳເຫັນອັດກອງປະຊຸມ, ທ່ານ ເວືອງດິ່ງເຫ້ວ ປະທານສະພາແຫ່ງຊາດ ໄດ້ຢືນຢັນວ່າ:

       ໃນຕະຫຼອດໄລຍະ 5 ປີຜ່ານມາ, ດ້ວຍຄວາມຮັບຜິດຊອບ, ຄວາມສຸດຈິດສຸດໃຈ, ພູມປັນຍາ ແລະ ຄວາມຄາດຫວັງຢາກອຸທິດສ່ວນ, ບັນດາທ່ານ ສສຊ ໄດ້ຕິດພັນກັບຜູ້ມີສິດເລືອກຕັ້ງຢ່າງໃກ້ຊິດສະໜິດສະໜົມ, ຄອງຄອຍກັບບັນດາຄວາມໃນໃຈ, ຄວາມມຸ່ງຫວັງອັນສອບທຳຂອງ ປຊຊ ກໍ່ຄືບັນດາບັນຫາຕົວຈິງທີ່ຮ້ອນເຮັ່ງ, ສ່ອງແສງ ແລະ ສະເໜີບັນດາມາດຕະການແກ້ໄຂທີ່ຕິດແທດກັບຕົວຈິງ, ເປັນພື້ນຖານ, ນຳສະພາບຕົວຈິງໃນການດຳລົງຊີວິດ ເຂົ້າແຕ່ລະເນື້ອໃນຂອງກອງປະຊຸມ ເພື່ອໃຫ້ສະພາແຫ່ງຊາດພິຈາລະນາ, ຕັດສິນ.

   ກອງປະຊຸມເມື່ອທີ 11 ສະພາແຫ່ງຊາດຫວຽດນາມ ຊຸດທີ 14 ໄດ້ອັດລົງ ກໍ່ເປັນການສິ້ນສຸດອາຍຸການຂອງສະພາແຫ່ງຊາດຊຸດທີ 14. ບັນດາການປ່ຽໜແປງໃໝ່, ຂີດໝາຍຂອງບັນດາລັດຖະນະໂຍບາຍສຳຄັນ ໃນການພັດທະນາປະເທດຊາດ ກໍ່ຄືການບູລະນະບຸກຄະລາກອນ ໃນບັນດາຕຳແໜ່ງການນຳຫຼັກແຫຼ່ງ ໃນອາຍຸການສະພາແຫ່ງຊາດ 2016 - 2021 ແມ່ນກຳລັງໜູນເພື່ອໃຫ້ສະພາແຫ່ງຊາດຊຸດໃໝ່ ສືບຕໍ່ບົດບາດເປັນອົງການສິດອຳນາດແຫ່ງລັດສູງສຸດ, ສະແດງພາລະກຳເປັນຜູ້ຕາງໜ້າໃຫ້ເຈດຈຳນົງ, ຄວາມມຸ່ງຫວັງຂອງຜູ້ມີສິດເລືອກຕັ້ງ ແລະ ປຊຊ ທົ່ວປະເທດ.

           

           

ຕອບກັບ

ຂ່າວ/ບົດ​ອື່ນ