ຂີດໝາຍແຫ່ງການພົວພັນລະຫວ່າງ ຫວຽດນາມ ແລະ ສະຫະພາບເອີລົບ ໃນປີ 2012

(vovworld)- ປີ 2012, ການ​ພົວພັນ​ລະຫວ່າງ ຫວຽດນາມ ​ແລະ ສະຫະພາບ​ເອີ​ລົບ (ຫລື ອີ​ຢູ) ​ໄດ້​ມີ​ບາດກ້າວ​ຫັນປ່ຽນ​ສຳຄັນ ດ້ວຍ​ບັນດາ​ເຫດການ​ພິ​ເສດ​ນັບ​ທັງ​ດ້ານ​ການ​ເມືອງ ​ແລະ ​ເສດຖະກິດ. ບັນດາ​ຜົນງານ​ຊຶ່ງ ຫວຽດນາມ ​ແລະ ອີ​ຢູ ບັນລຸ​ໄດ້​ໃນ​ປີ 2012 ​ເປັນ​ການ​ປະກອບສ່ວນ​ນຳ​ການ​ພົວພັນ​ລະຫວ່າງ​ສອງ​ຝ່າຍ​ຂຶ້ນ​ບາດກ້າວ​ພັດທະນາ​ໃຫມ່ ພາຍຫລັງ 20 ປີ​ແຫ່ງ​ການ​ສ້າງ​ຕັ້ງ​ສາຍ​ພົວພັນ​ທາງ​ການ​ທູດ.

        ປີ 2012 ​ເປັນ​ຂີດ​ໝາຍ​ແຫ່ງ​ການ​ເຄື່ອນ​ໄຫວ​ຮ່ວມ​ມື​ຢ່າງ​ມີ​ປະສິດທິ​ຜົນ​ລະຫວ່າງ​ສອງ​ຝ່າຍ ຊຶ່ງ​ຈຸດ​ສຸມ​ແມ່ນ​ເລື່ອງ ຫວຽດນາມ ​ແລະ ອີ​ຢູ ລົງ​ນາມ​ໃນ​ສັນຍາ​ຄູ່​ຮ່ວມ​ມື ​ແລະ ການ​ຮ່ວມ​ມືຮອບດ້ານ ຫວຽດນາມ - ອີ​ຢູ (PCA) ຢ່າງ​ເປັນ​ທາງ​ການ ​ເນື່ອ​ງ​ໃນ​ໂອກາດ​ການ​ຢ້ຽມຢາມ ອີ​ຢູ ຂອງ​ທ່ານ ຟ້າ​ມບີ່​ນມິນ ລັດຖະມົນຕີ​ການ​ຕ່າງປະ​ເທດ ຫວຽດນາມ. ສັນຍາ​ດັ່ງກ່າວ​ແມ່ນ​ສະ​ແດງ​ໃຫ້​ເຫັນ​ການ​ພັດທະນາ​ຮອບດ້ານ ​ແລະ ​ເລິກ​ເຊິ່ງຂອງ​ການ​ພົວພັນ​ລະຫວ່າງ ຫວຽດນາມ ​ແລະ ອີ​ຢູ ພາຍຫລັງ 20 ປີ​ແຫ່ງ​ການ​ສ້າງ​ຕັ້ງ​ສາຍ​ພົວພັນ​ທາງ​ການ​ທູດ ພ້ອມ​ທັງ​ເປ​ັນຂີດ​ໝາຍ​ສຳຄັນ, ນຳ​ການ​ພົວພັນ​ລະຫວ່າງ​ສອງ​​ຝ່າຍ​ຂຶ້ນ​ສູ່​ລະດັບ​ສູງ​ໃຫມ່, ສອດ​ຄອ່ງກັບ​ລະດັບ​ການ​ຮ່ວມ​ສຳພັນ​ຢ່າງ​ເລິກ​ເຊິ່ງ, ກວ້າງຂວາງ ​ແລະ ທີ່​ຕັ້ງ​ບົດບາດ​ຂອງ ອີ​ຢູ ​ໃນ​ສັດຕະວັດ​ທີ 21 ກໍ​ຄື​ບົດບາດ​ທີ່​ຕັ້ງ​ຂອງ ຫວຽດນາມ ນັບ​ມື້​ນັບ​​ເພີ່ມ​ຂຶ້ນ ພາຍຫລັງ 25 ປີ​ແຫ່ງ​ການ​ປ່ຽນ​ແປງ​ໃຫມ່ ​ແລະ ການ​ເຊື່ອ​ມ​ໂຍງ​ເຂົ້າ​ກັບ​ສາກົນ​ສຳ​ເລັດ​ຜົນ.  ທ່ານ ຟ້າ​ມບີ່​ນມິນ ລັດຖະມົນຕີ​ການ​ຕ່າງປະ​ເທດ ຫວຽດນາມ ຢືນຢັນ​ວ່າ ​ເມື່ອ​ທຽບ​ໃສ່​ສັນຍາ​ແມ່​ຊຶ່ງ​ໄດ້​ຮັບ​ການ​ລົງ​ນາມ​ເມື່ອ​ປີ 1995 ລະຫວ່າງ ຫວຽດນາມ ​ແລະ ຄະນະ​ກຳມະການ​ເອີ​ລົບ (EC), ສັນຍາ​ຄູ່​ຮ່ວມ​ມື ​ແລະ ການ​ຮ່ວມ​ມືຮອບດ້ານ ຫວຽດນາມ - ອີ​ຢູ (PCA) ຄັ້ງ​ນີ້​ສະ​ແດງ​ໃຫ້​ເຫັນ​ຄວາມ​ກົມກຽວ​ລະຫວ່າງ​ຜົນ​ປະ​ໂຫຍ​ດ ​ແລະ ການ​ໃຫ້​ບຸລິມະສິດ​ຂອງ​ສອງ​ຝ່າຍ. ທ່ານ ຟ້າ​ມບີ່​ນມິນ ກ່າວ​ວ່າ:

        “ສັນຍາ​ຄູ່​ຮ່ວມ​ມື ​ແລະ ການ​ຮ່ວມ​ມືຮອບດ້ານ ຫວຽດນາມ - ອີ​ຢູ (PCA) ​ແມ່ນ​ເປີດ​ກວ້າງ​ບັນດາ​ຂອບ​ເຂດ​ຊຶ່ງ ຫວຽດນາມ ຕ້ອງການ​ທີ່​ສຸດ. ຕົວຢ່າງ​ຄື: ຂົງ​ເຂດ​ວິທະຍາສາດ ​ເຕັກ​ໂນ​ໂລ​ຊີ, ການ​ສຶກສາ​ບຳລຸງ​ສ້າງ. ພ້ອມ​ກັນ​ນັ້ນ ສຳລັບ PCA, ອີ​ຢູ ສາມາດ​ຊຸກຍູ້​ການ​ຮ່ວມ​ມື​ກັບ ຫວຽດນາມ ​ໃນ​ບັນດາ​ຂົງ​ເຂດ​ສາກົນ, ທົ່ວ​ໂລກ. ນັ້ນ​​ແມ່ນ​ການ​ປ່ຽນ​ແປງ​ຂອງ​ດິນ​ຟ້າ​ອາກາດ, ການ​ຮັບ​ມື​ກັບ​​ໄພ​ກໍ່ກາ​ນຮ້າຍ, ຕ້ານ​ການ​ແຜ່​ຂະຫຍາຍ​ອາວຸດ​ລ້າງຜານ.”

        ​ແລະ​ກໍ​ໃນ​ປີ 2012,​ ຫວຽດນາມ ຕ້ອນຮັບ​ເຈົ້າ​ຫນ້າ​ທີ່​ຂັ້ນ​ສູງ​ຂອງ ອີ​ຢູ ຫລາຍ​ທ່ານ​ຄື: ກຳມະການ​ສະພາ​ເອີ​ລົບ​ກ່ຽວ​ກັບ​ການ​ຮ່ວມ​ມື​ພັດທະນາ, ຜູ້ອຳນວຍການ​ໃຫຍ່​ບໍລິຫານ​ອົງການ​ພົວພັນຕ່າງປະ​ເທດ ອີ​ຢູ, ​ໃນ​ນັ້ນ ພົ້ນ​ເດັ່ນ​ແມ່ນ​ການ​ຢ້ຽມຢາມ ຫວຽດນາມ ຢ່າງ​ເປັນ​ທາງ​ການ​ຂອງ​ທ່ານ Herman Van Rompuy ປະທານ​ສະພາ​ເອີ​ລົບ ຕາມ​ຄຳ​ເຊີນ​ຂອງ​ປະທານ​ປະ​ເທດ ຫວຽດນາມ ​ເຈືອງ​ເຕີນ​ຊາງ. ນີ້​ແມ່ນ​ການ​ຢ້ຽມຢາມ​ຫວຽດນາມ ​ເປັນ​ຄັ້ງ​ທຳ​ອິດ​ຂອງ​ປະທານ​ສະພາ​ເອີ​ລົບ​ ນັບ​ແຕ່​ເມື່ອ​ສອງ​​ຝ່າຍ​ສ້າງ​ຕັ້ງ​ສາຍ​ພົວພັນ​ທາງ​ການ​ທູດ​ເມື່ອປີ 1990. ຜ່ານ​ການ​ຢ້ຽມຢາມ​ຄັ້ງນີ້, ສອງ​ຝ່າຍ​ເຫັນ​ດີ​ສືບ​ຕໍ່​ເພີ່ມ​ທະວີ​ການ​ຮ່ວມ​ມື​ໃນ​ທຸກ​ຂົງ​ເຂດ, ​ໃນ​ນັ້ນ ​ມີ​ການແລກປ່ຽນ​ຄະນະ​ຜູ້​ແທນ​ຂັ້ນ​ສູງ, ສ້າງ​ເງື່ອນ​ໄຂ​ສະດວກ​ໃຫ້​ແກ່​ວິສາຫະກິດ ຫວຽດນາມ ​ແລະ ອີ​ຢູ ລົງທຶນ, ດຳ​ເນີນ​ທຸລະ​ກິດ​ຍາວ​ນານ​ຢູ່​ຕະຫລາດ​ຂອງ​ກັນ, ພິ​ເສດ ​ໃນ​ບັນດາ​ຂົງ​ເຂດ​ອຸດສາຫະກຳ, ພື້ນຖານ​ໂຄງ​ລ່າງ, ຄົມມະນາຄົມ​ຂົນ​ສົ່ງ ພະລັງງານ, ການ​ເງິນ, ສາທາລະນະ​ສຸກ, ການທ່ອງທ່ຽວ ​ແລະ ບໍລິການ. ສອງ​ຝ່າຍ​ກໍ​ໄດ້​ກຳນົດ​ການ​ໃຫ້​ບຸລິມະສິດ​ຮ່ວມ​ມື​ໃນ​ໄລຍະ 2014 - 2020 ​ແມ່ນ​ຫລຸດຜ່ອນ​ຄວາມທຸກ​ຍາກ, ພັດທະນາ​ແບບ​ຍືນ​ຍົງ, ປົກ​ປັກ​ຮັກສາ​ສິ່ງ​ແວດ​ລ້ອມ, ຮັບ​ມື​ກັບ​ການ​ປ່ຽນ​ແປງ​ຂອງ​ດິນ​ຟ້າ​ອາກາດ. ສອງ​ຝ່າຍ​ກໍ​ເປັນ​ເອກະ​ພາບ​ສະຫນັບສະຫນູນ​ການ​ສ້າງ​ສາ​ພາກ​ພື້ນ ອາຊີ​ຕາ​ເວັນ​ອອກສຽງ​ໃຕ້ ​​ໃຫ້​ເປັນ​ພາກ​ພື້ນ​ສັນຕິພາບ,​ ສະຖຽນ​ລະ​ພາບ, ການ​ຮ່ວມ​ມື ​ແລະ ມິດຕະພາບ; ສອງ​ຝ່າຍ​ໄດ້ເນັ້ນ​ຫນັກ​ຢ່າງ​ແຮງ​ຄວາມ​ຈຳ​ເປັນ​ຮັບປະກັນ​ຄວາມ​ໝັ້ນຄົງ, ປອດ​ໄພ ​ແລະ ຄວາມ​ເສລີ​ໃນ​ການ​ເດີນ​​ເຮືອຢູ່ ທະ​ເລ​ຕາ​ເວັນ​ອອກ. ​ເມື່ອ​ຕີ​ລາຄາ​ກ່ຽວ​ກັບ​ຄວາມ​ສຳຄັນ​ໃນ​ການ​ຮ່ວມ​ມື​ກັບ ຫວຽດນາມ, ທ່ານ​ປະທານ​ສະພາ​ເອີ​ລົບ Herman Van Rompuy ​ໄດ້​ເນັ້ນ​ຫນັກ​ວ່າ:

        “ຫວຽດນາມ ​ແມ່ນ​ຄູ່​ຮ່ວມ​ມື​ສຳຄັນພິ​ເສດ ຂອງ​ອີ​ຢູ ​ໃນ​ພາກ​ພື້ນ ອາຊີ ​ແລະ ອາ​ຊຽນ.  ຫວຽດນາມ​ແມ່ນ​ປະ​ເທດ​ມີ​ພື້ນຖານ​ເສດຖະກິດ ​ແລະ ສັງຄົມ​ພັດທະນາ​ຢ່າງ​ວ່ອງ​ໄວ, ພົນລະ​ເມືອງ​ຫນຸ່ມ ​ແລະ ​ໄດ້​ຮັບ​ການ​ສຶກສາ​ຢ່າງ​ລອບ​ຄອບ. ຂ້າພະ​ເຈົ້າ​ປາດ​ຖະຫນາ​ວ່າ ສາຍ​ພົວພັນ​ລະຫວ່າງ​ສອງ​ຝ່າຍ ຈະ​​ໄດ້​ຮັບ​ການເປີດ​ກວ້າງ ບົນ​ພື້ນຖານ​ສັນຍາ PCA ທີ່​ໄດ້​ຮັບ​ການ​ລົງ​ນາມ​ໃນ​ໄລຍະ​ຕົ້ນ​ປີ 2012. ພວກ​ຂ້າພະ​ເຈົ້າ ມີ​ຄວາມ​ເອົາ​ໃຈ​ໃສ່​ຢ່າງ​ເລິກ​ເຊິ່ງຕໍ່​ຜົນສຳ​ເລັດ​ຂອງ ຫວຽດນາມ, ​ເພາະວ່າ ​ເມື່ອ ຫວຽດນາມ ປະສົບ​ຜົນສຳ​ເລັດ​ ຈະ​ນຳ​ມາ​ເຊິ່ງຜົນ​ປະ​ໂຫຍ​ດ​ໃຫ້​ພາກ​ພື້ນ ​ແລະ ​ເພື່ອນ​ມິດ​ຂອງ​ຕົນ​ຢູ່​ໃນ​ໂລກ.”

ຂີດໝາຍແຫ່ງການພົວພັນລະຫວ່າງ ຫວຽດນາມ ແລະ ສະຫະພາບເອີລົບ ໃນປີ 2012 - ảnh 1
ທ່ານນາຍົກລັດຖະມົນຕີ ຫວຽດນາມ ຫງວຽນເຕີນຢູງ
ແລະ ທ່ານ Herman Van Rompuy ປະທານ​ສະພາ​ເອີ​ລົບ
ພາບ:internet

        ປີ 2012 ​ເປັນ​ຂີດ​ໝາຍ​​ແຫ່ງ​ບັນດາ​ຜົນງານ​ກ່ຽວ​ກັບ​ການ​ຮ່ວມ​ມື​ເສດ​ຖະກິດ - ການ​ຄ້າ ລະຫວ່າງ ຫວຽດນາມ ​ແລະ ອີ​ຢູ. ​ເຖິງ​ວ່າ​ປະສົບ​ກັບ​ຄວາມ​ຫຍຸ້ງຍາກ​ຫລາຍ​ຢ່າງ ຍ້ອນ​ວິ​ກິດ​ການ​ການ​ເງິນ​ກໍ​ຕາມ ​ແຕ່​ໄລ່​ມາ​ຮອດ​ເດືອນ 8/2012, ວົງ​ເງິນ​ການ​ຄ້າ​ສອງ​ສົ້ນ ອີ​ຢູ - ຫວຽດນາມ ຍັງ​ຄົງ​ບັນລຸ​ກວ່າ 18 ຕື້ USD, ​ເພີ່ມ​ຂຶ້ນກວ່າ 23% ​ເມື່ອ​ທຽບ​ໃສ່​ໄລຍະ​ດຽວ​ກັນ​ຂອງ​ປີ​ 2011. ນອກ​ນັ້ນ ມີ 20 ປະ​ເທດ​ໃນ​ຈຳນວນ 27 ປະ​ເທດ​ຂອງ​ສະຫະພາບ​ເອີ​ລົບ ລົງທຶນ​ເຂົ້າ​ຫວຽດນາມ ດ້ວຍ ກວ່າ 1200 ​ໂຄງການ​ຍັງ​ມີ​ຜົນ​ສັກສິດ ​ແລະ ຍອດ​ຈຳ​ນວນ​ທຶນ​ຈົດ​ທະບຽນ​ກວ່າ 18 ຕື້ USD. ພິ​ເສດ​, ​ໃນ​ປີ 2012,​ ສອງ​ຝ່າຍ​ໄດ້​ດຳ​ເນີນ​ການ​ເຈລະຈາ​ຮອບ 1 ກ່ຽວ​ກັບ​ສັນຍາ​ການ​ຄ້າ​ເສລີ​ (FTA), ສ້າງ​ປະຖົມ​ປັດ​ໄຈ​ເພື່ອ​ຊ່ວຍ​ສອງ​ຝ່າຍ​ຂຸດ​ຄົ້ນ​ຄວາມ​ສາມາດ​ບົ່ມ​ຊ້ອນ​ດ້າ​ນ​ເສດຖະກິດ ການ​ຄ້າ ​ແລະ ການ​ລົງທຶນ​ຢ່າງມີປະສິດທິ​ຜົນກວ່າ. ທ່ານ​ເອກ​ອັກຄະ​ລັດຖະທູດ Franz Jessen ຫົວຫນ້າ​ຜູ້ຕາງຫນ້າຄະນະ​ກຳມະ​ການ​ເອີ​ລົບ ປະຈຳ ຫວຽດນາມ ຖື​ວ່າ:

          “​ໂດຍ​ບໍ່​ຫົວຊາ​ຕໍ່​ວິ​ກິດ​ການ, ການ​ພົວພັນ​ດ້ານ​ການ​ຄ້າ​ສອງ​ຝ່າຍ ຫວຽດນາມ - ອີ​ຢູ ບໍ່​ຖືກ​ຜົນ​ສະທ້ອນ. ຂ້າພະ​ເຈົ້າ​ຖື​ວ່າ ການ​ເຈລະຈາ FTA ບໍ່​ພຽງ​ແຕ່​ນຳ​ມາ​ເຊິ່ງຜົນ​ປະ​ໂຫຍ​ດ​ໃຫ້​ແກ່ ຫວຽດນາມ​ເທົ່າ​ນັ້ນ ຫາກນັບ​ທັງ ​ອີ​ຢູ ອີກ​ດ້ວຍ.  ປະຈຸ​ບັນ, ຫວຽດນາມ ​ແລະ ອີ​ຢູ ລ້ວນ​ແຕ່​ແມ່ນ​ຄູ່​ຮ່ວມ​ມື​ທີ່​ດີ​ຂອງ​ກັນ ສະ​ນັ້ນ ສອງ​ຝ່າຍ​ຕ້ອງ​ມຸ່ງ​ໄປ​ເຖິງ​ເຂດ​ການ​ຄ້າ​ເສລີ ມີ​ຄວາມ​​​ໄຝ່ຝັນ​ໃຫຍ່ກວ່າ, ນຳ​ມາ​ເຊິ່ງຜົນ​ປະ​ໂຫຍ​ດດີ​ທີ່ສຸດ​ໃຫ້​ແກ່​ທັງ​ສອງ​ຝ່າຍ.”

        ດ້ວຍ​ຄວາມ​ຕັດສິນ​ໃຈ​ດ້ານ​ການ​ເມືອງ​ຂອງ​ການ​ນຳ​ຂັ້ນ​ສູງ ພ້ອມ​ກັບ​ບັນດາ​ຜົນງານ​ຊຶ່ງ ສອງ​ຝ່າຍ​ບັນລຸ​ໄດ້​ໃນ 23 ປີ ນັບ​ແຕ່​ເມື່ອ​ສ້າງສາ​ຍພົວພັນ​ທາງ​ການ​ທູດ, ພິ​ເສດ ​ໃນ​ປີ 2012 ຈະ​ສ້າງ​ທ່ວງທ່າ​ໃຫ້​ແກ່​ການ​ພົວພັນ​ລະຫວ່າງ ຫວຽດນາມ ​ແລະ ອີ​ຢູ ​ໃນ​ປີ 2012 ​ເຂົ້າ​ສູ່​ລວງ​ເລິກ, ​ແທດ​ຈິງ​ໃນ​ທຸກ​ໆຂົງ​ເຂດ.

ຕອບກັບ

ຂ່າວ/ບົດ​ອື່ນ