ຄວາມຫວັງບໍ່ແນ່ນອນກ່ຽວກັບບັນຫານີວເຄຼຍຂອງອີຣານ

ວັນ​ທີ 31/1, ອົງການພະລັງງານ​ປະລະມານູ​ສາກົນ (IAEA) ​ໄດ້​ສິ້ນສຸດ​ການ​ຢ້ຽມຢາມ​ອີຣານ​ເປັນ​ເວລາ 3 ວັນ ດ້ວຍ​ໜ້າ​ທີ່​ເຮັດ​ໃຫ້ຄວາມ​ລະ​ແວງສົງໃສກ່ຽວ​ກັບ​ໂຄງການ​ນີວ​ເຄຼຍຂອງ​ປະ​ເທດ​ນີ້​​ເປັນກະຈ່າງ​ແຈ້ງ. ​ເຫດການ​ນີ້ ພ້ອມ​ກັບ​ຫລາຍ​ປະ​ເດັນໃໝ່ ​ໄດ້​ເຮັດ​ໃຫ້ຫາ​ງສຽງ​ມີ​ຄວາມ​ວິຕົກ​ກັງວົນ ​​ແຕ່​ຍັງມີ​ຄວາມ​ຫວັງຢູ່.

ຄວາມຫວັງບໍ່ແນ່ນອນກ່ຽວກັບບັນຫານີວເຄຼຍຂອງອີຣານ - ảnh 1

ປະທານາທິບໍດີອີຣານ Mahmoud Ahmadinejad ຢູ່ຮາກຖານນີວເຄຼຍແຫ່ງ 1 ຂອງປະເທດນີ້

ພາບ: Http//:laodong.com.vn

​   ໃນ​ຂະນະ​ທີ່ຄວາມ​ເຄັ່ງ​ຕຶງ​ລະຫວ່າງ​ອຳນາດ​ການ​ປົກຄອງ​ເຕ​ເຮຣານ ​ແລະ​ຝ່າຍ​ຕາ​ເວັນ​ຕົກ, ພາຍຫລັງ​ຄຳ​ສັ່ງ​ລົງ​ໂທດ​ໃໝ່​ຂອງ​ສະຫະພາບ​ເອີ​ລົບ ຫລື​ອີ​ຢູທີ່​ມີ​ຕໍ່​ປະ​ເທດ​ອິດ​ຊະລາ​ມນີ້​ເມື່ອ​ວັນ​ທີ 23/1 ບໍ່​ທັນ​ຜ່ອນຄາຍ​ລົງ, ບັນດາ​ເຫດການ​ເກີດ​ຂຶ້ນ​ຫລັງ​ຈາກ​ນັ້ນ ​ໄດ້​ເຮັດ​ໃຫ້ຫາ​ງສຽງ​ມີ​ຄວາມ​ວິຕົກ​ກັງວົນ ກ່ຽວ​ກັບ​ໄພ​ເກີດ​ສົງຄາມ​ຢູ່​ພາກ​ພື້ນ​ຕາ​ເວັນ​ອອກ​ກາງ​ນີ້. ວັນ​ທີ 31/1, ທ່ານ Tamir Pardo ຜູ້ອຳນວຍການ​ອົງການ​ສືບ​ລາຊະການ​ລັບ Mossad ຂອງ Israen ​ໄດ້​ມີໜ້າ​ຢູ່​ວໍ​ຊິງ​ຕັນ ​ເພື່ອ​ປຶກສາ​ຫາລື​ກ້ຽວ​ກັບ​ຄວາມ​ສາມາດ​ດຳ​ເນີນ​ການ​ບຸກ​ໂຈມ​ຕີ ​ແນ່​ໃສ່​ບັນດາ​ພື້ນຖານ​ນີວ​ເຄຼຍຂອງ​ອີຣານ. ກ່ອນ​ໜ້ານັ້ນ, ​ໃນ​ວັນ​ທີ 30/1, ​ໃນ​ການ​ໄປ​ຢ້ຽມຢາມ​ອາ​ເມ​ລິ​ກາ, ປະທານາທິບໍດີ​ຈໍ​ເຈຍ Mikhaiel Saakashvili ​ໄດ້​ມີ​ການ​ເຈລະຈາ​ກັບ​ຄູ່​ຕຳ​ແໜ່​ງອາ​ເມ​ລິ​ກາ, ທ່ານ Barak Obama ຢູ່​ທຳນຽບຂາວ ​ແລະ 1 ​ໃນ​ບັນດາ​ເນື້ອ​ໃນ​ສຳຄັນ​ແມ່ນ​ຈໍເຈຍ​ອາດ​ຈະ​ເຂົ້າຮ່ວມ​ການ​ສູ້​ຮົບ​ຕ້ານ​ອີຣານ ​ແລະ​ເລື່ອງ​ທຳນຽບ 5 ​ແຈ​ນຳ​ໃຊ້​ປະ​ເທດ​ນີ້​ເພື່ອ​ບຸກ​ໂຈມ​ຕີ​ເຕ​ເຮຣານ. ​ໃນ​ການ​ຕອບ​ສຳພາດ​ນັກ​ຂ່າວ​ວິທະຍຸ CBS ກ່ອນ​ນີ້ 2 ວັນ, ອີ​ກເທື່ອ 1, ທ່ານ​ລັດຖະມົນຕີ​ກະຊວງ​ປ້ອງ​ກັນ​ປະ​ເທດ​ອາ​ເມ​ລິ​ກາ Leon Panetta ​ໄດ້​ຢັ້ງຢືນ​ຄວາມ​ຕັດສິນ​ໃຈ​ຂອງ ປະທານາທິບໍດີ ອາ​ເມ​ລິ​ກາ Barak Obama ​ເພື່ອ​ແນ​ໃສ່​ຢຸດຕິ​ຄວາມ​ມານະ​ພະຍາຍາມ​​ໃຫ້​ແກ່​ໂຄງການນີວ​ເຄຼຍຂອງ​ເຕ​ເຮຣານ. ຜູ້ນຳ​ໜ້າ​ທຳນຽບ 5 ​ແຈ​ກໍ​ເນັ້ນໜັກ​ວ່າ: ບັນດາ​ເຈົ້າໜ້າ​ທີ່​ອາ​ເມ​ລິ​ກາ “ຈະ​ປະຕິບັດ​ບັນດາ​ບາດກ້າວ​ອັນ​ຈຳ​ເປັນ​ເພື່ອ​ຢຸດຕິ​ບັດ​ຫາ​ນີ້” ຖ້າ​ຫາກ​ວ່າ ວໍ​ຊິງ​ຕັນ​ໄດ້​ຮັບ​ຂ່າວຈາ​ການ​ສືບ​ລາຊະການ​ລັບ​​ໂດຍ​ໃຫ້​ຮູ້ວ່າ ອີຣານພວມ​ພັດທະນາ​ອາວຸດ​ນີວ​ເຄຼຍ. ສ່ວນ​ໃນ​ວົງ​ການ​ເຈົ້າໜ້າ​ທີ່​ວໍ​ຊິງ​ຕັນ​ກໍ​ໄດ້​ສົນທະນາ​ຫາລື​ຢ່າງ​ຟົດຟື້ນກ່ຽວ​ກັບ​ຫົວ​ເລື່ອງ​ເພີ່ມ​ກຳລັງ​ດັນ ບັງຄັບ​ໃຫ້​ປະ​ເທດ​ອິດ​ຊະລາ​ມອີຣານຢຸດຕິ​ໂຄງການ​ນີວ​ເຄຼຍ. ​ເປັນ​ທີ່​ຈະ​ແຈ້ງ​ແລ້ວ​ວ່າ, ​ ອາ​ເມ​ລິ​ກາ ​ແລະ​ບັນດາ​ປະ​ເທດ​ຝ່າຍ​ຕາ​ເວັນ​ຕົກ​ໄດ້ ​ແລະ​ພວມ​ນຳ​​ມາດ​ຕະການ, ຈາກ​ມາດ​ຕະການດ້ານ​ເສດຖະກິດ, ການ​ທູດ ຕະຫຼອດຮອດ​ບັນດາ​ມາດ​ຕະການ​ການ​ທະຫານ, ​​ເພື່ອ​ແນ​ໃສ່​ຮັດ​​ແໜ້ນ ​ແລະ​ເຮັດ​​ໃຫ້​ປະ​ເທດ​ອິດ​ຊະລາ​ມນີ້​ຕົກ​ຢູ່​ໂດດ​ດຽວ​ເທື່ອ​ລະ​ກ້າວ.  ຫຼັງຈາກ​ນັ້ນ, ການ​ຄັດຄ້ານຂອງ​ອຳນາດ​ການ​ປົກຄອງ​ປະທານາທິບໍດີ​ອີຣານ Mahmoud Ahmadinejad ກໍ​ເຮັດ​ໃຫ້ຫາ​ງສຽງ​ມີ​ຄວາມ​ວິຕົກ​ກັງວົນ. ດ້ວຍການ​ຊ້ອມ​ຮົບ​ຢູ່​ຊ່ອງ​ແຄບ​ທະ​ເລ Hormuz ​ເມື່ອ​ກາງ​ເດືອນ 1/2012, ​ເຕ​ເຮຣານ​ໄດ້​ສົ່ງ​ສານ​ອັນ​ແຮງ​ກ້າ​ກ່ຽວ​ກັບ​ກຳລັງຄວາມສາມາດ​ດ້ານ​ການ​ທະຫານ​ຂອງ​ຕົນ. ຊ້ຳບໍ່​ໜຳ, ອີຣານອາດ​ຈະ​ປິດຊ່ອງ​ແຄບ​ທະ​ເລ Hormuz ​ເພື່ອ​​ໂຕ້​ຕອບ​ຕໍ່​ບັນດາ​ມາດ​ຕະການ​ລົງ​ໂທດ​ຂອງ​ອີ​ຢູ, ຊື່​ງ​ແມ່ນ​ການ​ກະທຳ​ທີ່​ອາ​ເມ​ລິ​ກາ​ປະກາດ​ວ່າ ບໍ່​ອາດ​ອະ​ໄພ​ໄດ້. ຫວ່າງ​ແລ້ວ​ນີ້, ​ໃນ​ວັນ​ທີ 30/1, ອຳນາດ​ການ​ປົກຄອງ​ເຕ​ເຮຣານຍັງ​ໄດ້​ປະກາດ​ບັນດາ​ຄວາມ​ກ້າວໜ້າ​ດ້ານ​ການ​ທະຫານ​ຂອງ​ຕົນ. ນັ້ນ​ແມ່ນ​ການສະ​ເໜີ​ຕົວເຮືອບິນ​ບໍ່​ມີ​ຄົນ​ຂັບ​ລຸ້ນໃໝ່​​ໂດຍ​ຜະລິດດ້ວຍ​ຕົນ​ເອງ​ທີ່​ມີ​ຊື່ວ່າ A1 ສາມາດ​ບິນສູງ​ສຸດກ່ວາ 3000 ​ແມັດ ​ແລະ​ສາມາດ​ບິນ​ໄດ້​ 2 ​ຊົ່ວໂມງ​ກໍ​ຄື​ສາມາດ​ບັນທຸກ​ນ້ຳໜັກ​ໄດ້ຕື່ມ 5 ກີ​ໂລກຼາມ…

   ​ແຕ່​ເຖິງ​ແນວ​ນັ້ນກໍ​ຕາມ, ຄວາມ​ຫວັງ​ຕໍ່​ວິ​ກິດ​ການ​ນີວ​ເຄຼຍນີ້​ແມ່ນບໍ່ທັນ​ໝົດ​ເທື່ອ. ວັນ​ທີ 31/1, ການ​ໄປ​ກວດກາສຳຫຼວດຢູ່​ອີຣານ​ເປັນ​ເວລາ 3 ວັນ​ຂອງອົງການພະລັງງານ​ປະລະມານູ​ສາກົນ (IAEA) ​ໂດຍ​ທ່ານ Herman Nackaerts ຫົວໜ້າ​ຄະນະ​ນັກກວດກາ​ນຳ​ໜ້າ ​​ເພື່ອ​ແນ​ໃສ່​ເຮັດ​ໃຫ້​ບັນດາ​ບັນຫາ​ກໍ່​ຄວາມ​ໂຕ້​ຖຽງ​ກັນ​ໃນ​ໂຄງການ​ນີວ​ເຄຼຍຂອງ​ອີຣານ​ເປັນ ກະຈ່າງ​ແຈ້ງ ​ໄດ້​ເປັ​ນການ​ຄວາມ​ຫວັງ. ​ເຖິງ​ວ່າ, ​ໃນ​ການ​ຢ້ຽມຢາມ​ຫວ່າງ​ແລ້ວ​ນີ້, ຄະນະ​ນັກວດກາ​ຂອງ (IAEA) ບໍ່​ໄດ້​ໄປ​ກວດກາ​ຮາກ​ຖານ​ນີວ​ເຄຼຍ​ແຫ່ງ​ໃດ​ຂອງ​ອີຣານ ພຽງ​ແຕ່​ໄປ​ອີຣານ​ເພື່ອ​ເຈລະຈາ​ກັບ​ບັນດາ​ເຈົ້າໜ້າ​ທີ່​ອີຣານ​ເທົ່າ​ນັ້ນ, ອີກ​ຢ່າງ​ໜື່ງ, ​ເນື້ອ​ໃນ​ຂອງ​ບັນດາ​ການ​ສົນທະນາ​ຫາລື ​ແລະ​ບັນດາ​ຜູ້​ເຂົ້າຮ່ວມ​ບໍ່​ໄດ້​​ເປີດເຜີຍກໍ​ຕາມ, ​ແຕ່​ເລື່ອງ​ສອງ​ຝ່າຍ​ໄດ້​ສ້າງ​ແຜນການ​ໃຫ້​ບັນດາ​ການ​ພົບ​ປະຄັ້ງຕໍ່​ໄປ​ກ່ຽວ​ກັບໂຄງການ​ນີວ​ເຄຼຍຂອງ​ອີຣານ​ໄດ້​ສະທ້ອນໃຫ້ຫາ​ງສຽງ​ເຫັນ​ໄດ້​ວ່າ, ຄວາມ​ໄວ້​ເນື້ອ​ເຊື່ອ​ໃຈຄ່ອຍໆ​ໄດ້​ຮັບ​ການ​ຟື້ນ​ຟູ​ຂຶ້ນ. ວັນ​ທີ 1/2, ​ໃນ​ຖະ​ແຫຼງການສະບັບ​ໜື່ງ, (IAEA) ​ໃຫ້​ຮູ້​ວ່າ ຈະ​ຈັດ​ກອງ​ປະຊຸມ​ຢູ່​ເຕ​ເຮຣານ​ໃນ​ວັນ​ທີ 21-22/2 ທີ່​ຈະ​ມາ​ເຖິງ.

ຄວາມຫວັງບໍ່ແນ່ນອນກ່ຽວກັບບັນຫານີວເຄຼຍຂອງອີຣານ - ảnh 2
ທ່ານ Herman Nackaerts ຫົວໜ້າຄະນະນັກກວດການີວເຄຼຍຂອງ IAEA
ພາບ: Http//:vnexpress.net

   ຫາງ​ສຽງ​ຖື​ວ່າ, ການ​ປ້ຽມຢາມ​ຂອງ (IAEA) ​ເຖິງ​ປະ​ເທດ​ອິດ​ຊະລາ​ມນີ້ ​ແມ່ນ​ຖືກ​ກັບຈຸດ​ເວລາ, ຊ່ວຍ​ຜ່ອນ​ຄາຍບັນດາ​ຄວາມ​ເຄັ່ງ​ຕຶງ​ທີ່​ພວມ ​ເພີ່ມ​ຂຶ້ນ​ລະຫວ່າງ​ອີຣານ ​ແລະ​ຝ່າຍ​ຕາ​ເວັນ​ຕົກ. ຜູ້​ຄົນ​ທັງຫຼາຍຍັງ​ຈື່​ດີວ່າ, ​ເມື່ອ​ເດືອນ​ພະຈິກ​ປີ 2011, (IAEA) ​ໄດ້​ປະກາດ​ບົດ​ລາຍ​ງານສະ​ແດງ​ຄວາມ​ສົງ​ໃສ​ວ່າ ການ​ເຄື່ອນ​ໄຫວ​ຄົ້ນຄ້ວາ ​ແລະ​ພັດທະນາ​ນີວ​ເຄຼຍຢູ່​ອີຣານ ມີ​ສ່ວນ​ກ່ຽວຂ້ອງ​ເຖິງ​ການ​ຜະລິດ​ອາວຸດ​ນີວ​ເຄຼຍ. ສິ່ງ​ດັ່ງກ່າວ​ແມ່ນ​ສາຍ​ເຫດ​ເພື່ອ​ໃຫ້​ຝ່າຍ​ຕາ​ເວັນ​ຕົກ​ກໍ່​ກຳລັງ​ດັນ​ກໍ​ຄື​ເພີ່ມ​ບັນດາ​ມາດ​ຕະການ​ລົງ​​ໂທດ ​ແນ່​ໃສ່​ຂະ​ແໜງ​ນຳມັນ​ຂອງ​ອີຣານ. ສະນັ້ນ, ການ​​ໄປກວດກາຄັ້ງຫລ້າ​ສຸດນີ້ ​ໄດ້​ຮັບ​ຄວາມສົນ​ໃຈ​ເປັນພິ​ເສດ​ຈາກ​ຫາງ​ສຽງ. ກ່ອນ​ໜ້ານັ້ນ, ກ່າວ​ຄຳ​ເຫັນ​​​ທາງ​ໂທລະພາບ​ແຫ່ງ​ລັດ​ອີຣານ, ປະທານາ ທິບໍດີ​ອີຣານ Mahmoud Ahmadinejad ​ໄດ້​ສະ​ແດງທັນ​ສະ​ນະ​ວ່າ ​ເຕ​ເຮຣານພ້ອມ​ແລ້ວ​ທີ່​ຈະ​ເຈລະຈາ​ກ່ຽວ​ກັບ​ບັນຫາ​ນີວ​ເຄຼຍກັບກຸ່ມ P5+1 ຊື່ງລວມມີ​ອາ​ເມ​ລິ​ກາ, ລັດ​ເຊຍ, ຈີນ, ອັງ​ກິດ, ຝະລັ່ງ ​ແລ​ເຢຍລະ​ມັນ ​ໂດຍ​ບໍ່​ຫົວຊາ​ຕໍ່​ສີ່​ງທີ່​ຝ່າຍ​ຕາ​ເວັນ​ຕົກ​ໄດ້​ຢັ້ງຢືນ​ແລ້ວ. ​ເປັນ​ທີ່​ຈະ​ແຈ້ງ​ແລ້ວ​ວ່າ, ນັ້ນ​ແມ່ນ​ສັນຍານ​ອັນຕັ້ງໜ້າ​ໃຫ້​ແກ່​ຄວາມ​ຫວັງ​ຂອງ​ປະຊາ​ຄົມ​ໂລກ, ​ເຖິງ​​ແມ່ນວ່າມັນ​ເປັນ​ພຽງ​ຄວາມ​ຫວັງບໍ່​ແນ່ນອນ​ກໍ​ຕາມ.

​​ແອ​ງຮ່ວຽນ

ຕອບກັບ

ຂ່າວ/ບົດ​ອື່ນ