ຄວາມເຄັ່ງຕຶງທາງດ້ານການເມືອງຢູ່ກຳປູເຈຍເລີ່ມຫຼຸດລົງ

(vovworld) – ວັນ​ທີ 16/9, ທ່ານ​ນາຍົກລັດຖະມົນຕີກຳປູ​ເຈຍ Hun Sen , ຜູ້ຕາງໜ້າ​ພັກ​ປະຊາຊົນ​ກຳປູ​ເຈຍ (CPP) ກຳ​ອຳນາດ​ ແລະ ປະທານພັກ​ກູ້​ຊາດ (CNRP) Sam Rainsy ໄດ້​ມີ​ການ​ເຈລະຈາ​ເພື່ອ​ແນ​ໃສ່​ແກ້​ໄຂ​ຄວາມ​ເຄັ່ງ​ຕຶງ​ທາງ​ດ້ານ​ການ​ເມືອງ​ໃນ​ປະຈຸ​ບັນ. ​ເຖິງ​ວ່າ​ຜົນ​ຂອງ​ການ​ພົບ​ປະ​ຍັງ​ຈຳກັດ​ຢູ່​ກໍ່ຕາມ ​ແຕ່​ເມື່ອ​ທຽບ​ໃສ່​ການ​ພົບ​ປະ​ຄັ້ງ​ກ່ອນ, ຫຼັກ​ໝັ້ນ​ຂອງ​ສອງ​ຝ່າຍ​ບໍ່​ຕ່າງ​ກັນ​ຫຼາຍ​ອີກ ​ແລະ ສິ່ງ​ດັ່ງກ່າວ​ສາມາດ​ຊ່ວຍ​ກຳປູ​ເຈຍ​ຫຼຸດ​ພົ້ນ​ອອກ​ຈາກ​ສະພາບ​ຂາດ​ສະຖຽນ​ລະ​ພາບ​ທີ່​ແກ່​ຍາວ​ໃນ 6 ສັບປະດາ​ທີ່​ຜ່ານ​ມາ ພາຍຫຼັງ​ການ​ເລືອກ​ຕັ້ງ​ສະພາ​ແຫ່ງ​ຊາດ​ເມື່ອ​ວັນ​ທີ 28/7. 

ຄວາມເຄັ່ງຕຶງທາງດ້ານການເມືອງຢູ່ກຳປູເຈຍເລີ່ມຫຼຸດລົງ - ảnh 1

ຜູ້ແຫ່ຂະບວນປະທ້ວງຢູ່ສະໜາມຫຼວງເສລີໃນວັນທີ 16/9 ນັບມື້ນັບຫຼຸດລົງ

(ພາບ: ຕ໋ຽນຈິ່ງ)

​ໂດຍຕ່າງ​ກັບການ​ພົບ​ປະ​ຄັ້ງ​ກ່ອນ​ພຽງ​ແຕ່​ດຳ​ເນີນ​ໃນ​ເວລາ 30 ນາທີນັ້ນ, ການ​ພົບ​ປະລະ​ຫວ່າງ​ຜູ້ຕາງໜ້າພັກ CPP ​ແລະ CNRP ຄັ້ງ​ນີ້ ​ໄດ້​ແກ່ຍາວ​ເປັນ​ເວລາ​ເກືອບ 5 ຊົ່ວ​​ໂມງ ຢູ່​ສຳນັກງານ​ສະພາ​ແຫ່ງ​ຊາດ. ຕາມ​ຂໍ້​ຕົກລົງ​ທີ່​ບັນລຸ​ໄດ້, ສອງ​ຝ່າຍ​ຈະ​ຕ້ອງປະຕິບັດ​ຕາມຄຳ​ສັ່ງ​ຂອງ​ພະ​ບາດ​ສົມ​ເດັດ ພະ​ເຈົ້າ​ມະຫາ​ຊີວິດ ລາຊະ​ອານາຈັກ​ກຳປູ​ເຈຍ Norodom Sihamoni ​ນັ້ນແມ່ນ​ບໍ່​ໃຫ້​ເກີດການ​ໃຊ້​ຄວາມ​ຮຸນ​ແຮງ​ອີກ, ​ເປັນ​ເອກະ​ພາບ​ສ້າງ​ຕັ້ງ​ກຳມາ​ທິການ​ຮ່ວມ ​ເພື່ອ​ປະຕິ​ຮູບ​ວຽກ​ງານ​ເລືອກ​ຕັ້ງ​ໃນ​ອະນາຄົດ ​ແລະ ​ເຫັນ​ດີ​ສືບ​ຕໍ່​ພົບ​ປະກັນ ​ເພື່ອ​ແກ້​ໄຂ​ບັນດາ​ບັນຫາ​ຂອງ​ປະ​ເທດ​ພາຍຫຼັງ​ການ​ເລືອກ​ຕັ້ງ. ​ເຖິງ​ວ່າ​ຍັງ​ບໍ່​ທັນ​ມີ​ຄວາມ​ປະ​ນິປະນອມ​ຢ່າງ​ລະອຽດ​ກໍ່ຕາມ ​ແຕ່​ຕາມ​ການ​ຕີ​ລາຄາ​ຂອງ​ວົງ​ການ​ນັກ​ສັງ​ເກດ​ການ​ແລ້ວ, ພັກ CPP ຂອງ​ນາຍົກລັດຖະມົນຕີ Hun sen ພວມ​ມີ​ທ່າ​ໄດ້​ປຽບ ພາຍຫຼັງ​ການ​ເຈລະຈາ​ກັບ​ພັກ CNRP. ກ່ອນ​ໜ້າ​ນັ້ນ, ​ເຖິງ​ວ່າ​ຫາງ​ສຽງ ​ແລະ ອຳນາດ​ການ​ປົກຄອງ​ທຸກ​ຂັ້ນ​ລ້ວນ​ແຕ່​ຮັບຮອງ​ໄຊຊະນະ​ຂອງ​ພັກ CPP ​ໃນ​ການ​ເລືອກ​ຕັ້ງ​ເມື່ອ​ວັນ​ທີ 28/7 ​ແລ້ວ​ກໍ່ຕາມ, ​ແຕ່​ພັກ​ຝ່າຍ​ຄ້ານ CNRP ຍັງ​ຄົງ​ເດັດ​ດຽວ​ປະຕິ​ເສດ ​ແລະ ​ກ່າວ​ຫາ​ມີ​ການ​ສໍ້​ກົງ​ໃນ​ການ​ເລືອກ​ຕັ້ງ ​ກໍ່​ຄືຮຽກຮ້ອງ​ໃຫ້​ດຳ​ເນີນ​ການ​ສຳ​ຫຼວດ​ເປັນ​ເອກະລາດ​ກ່ຽວ​ກັບ​ບັນຫາ​ນີ້.

ວັນ​ທີ 16/9 ​ແມ່ນ​ວັນ​ທີ 2 ຂອງ​ການ​​ແຫ່​ຂະ​ບວນປະ​ທ້ວງຢູ່​ສະໜາມ​ຫຼວງ​ທີ່​ແກ່ຍາວ 3 ວັນ ​ໂດຍ​ພັກ CNRP ປຸກລະດົມ, ຈຳນວນ​ຜູ້​ແຫ່​ຂະ​ບວນ​ໄດ້​ຫຼຸດຜ່ອນ​ຢ່າງ​ວ່ອງ​ໄວ​ຈາກ 20.000 ຄົນ ລົງ​ເຫຼືອ​ພຽງ 1000 ຄົນ ​ແລະ ວັນ​ທີ 17/9, ຈຳນວນ​ຜູ້​ແຫ່​ຂະ​ບວນຢູ່ທີ່​ນີ້​ກໍ່ສືບ​ຕໍ່​ຫຼຸດ​ລົງອີກ. ສິ່ງ​ດັ່ງກ່າວ​ສະ​ແດງ​ໃຫ້​ເຫັນ​ວ່າ​ຄວາມ​ຂາດ​ສະຖຽນ​ລະ​ພາບ​ຢູ່ກຳ​ປູ​ເຈຍ ​ໄດ້​ຫຼຸດ​ລົງ​ສ່ວນ​ໃດ​ສ່ວນ​ໜຶ່ງ. ກ່ອນ​ໜ້າ​ນັ້ນ, ການ​ໃຊ້​ຄວາມ​ຮຸນ​ແຮງ​ໄດ້​ເກີດ​ຂຶ້ນ​​ໃນ​ຕອນ​ຄຳ່​ວັນ​ທີ 15/9, ​ເມື່ອ​ຜູ້​ເຂົ້າ​ຮ່ວມ​ການ​ແຫ່​ຂະ​ບວນ​ໄດ້​ທຳລາຍ​ຮົ້ວ, ​ເກາະ​ຜິດ​ດ້ວຍ​ການ​ແກ​ວ່ງຫີນ​ໃສ່​ຕຳຫຼວດ, ອັນ​ໄດ້​ບັງຄັບ​ໃຫ້​ກຳລັງ​ປ້ອງ​ກັນ​ຄວາມ​ສະຫງົບ​ຕ້ອງ​ນຳ​ໃຊ້​ແກ​ດນຳ້ຕາ​ເພື່ອ​ຍຸບ​ເລີກ​ຜູ້​ແຫ່​ຂະ​ບວນ, ​ເຮັດ​ໃຫ້ 1 ຄົນ​ເສຍ​ຊີວິດ ​ແລະ ອີກ 5 ຄົນ​ຖືກ​ບາດ​ເຈັບ.

ອາດ​ເຫັນ​ໄດ້​ວ່າ, ບັນດາ​ການ​ຜັນ​ແປຄັ້ງໃໝ່​ຢູ່ ກຳປູ​ເຈຍ ​ໄດ້​ສ່ອງ​ແສງ​ສ່ວນ​ໃດ​ສ່ວນ​ໜຶ່ງ​ບົດບາດ​ຂອງ​ພັກ​ກຳ​ອຳ​ນາດ (CPP) ​ໂດ​ຍທ່ານ​ນາຍົກລັດຖະມົນຕີ Hunsen ນຳ​ໜ້າ. ຕາມບັນດາ​ນັກ​ສັງ​ເກດ​ການ​​ແລ້ວ, ​ເຖິງ​ວ່າ​ພາຍຫລັງ​ນຳພາ​ປະ​ເທດ​ມາ​ເປັນ​ເວລາ​ເກືອບ​ 3 ທົດ​ສະ​ວັດກໍ່ຕາມ, ​ແຕ່​ນີ້​ແມ່ນ​ການ​ທ້າ​ທາຍ​ທາງ​ດ້ານ​ການ​ເມືອງ​ຫຍຸ້ງຍາກ​ທີ່​ສຸດ​ເຊິ່ງທ່ານ​ນາຍົກລັດຖະມົນຕີ Hunsen ​ແລະ ພັກ  CPP ຂອງ​ທ່ານ​ຕ້ອງ​ປະ​ເຊີນ​ໜ້າ ​​ໃນ​ຂະນະທີ່​ນັ່ງ​ໃນ​ສະພາ​ແຫ່ງ​ຊາດ​ຂອງ​ພັກ CPP ​ໄດ້​ຂຶ້ນ​ກັບພັກ CNRP, ອັນ​ໄດ້​ກີດຂວາງ​ການ​ສ້າງ​ຕັ້ງ​ລັດຖະບານ​ໃໝ່, ​​ແຕ່​ທ່ານ Hunsen ຍັງ​ຄົງ​ຍາດ​ໄດ້​ທ່າ​ໄດ້​ປຽບ. ​​ຄວາມ​ຈິງ​ແລ້ວ, ປະຈຸ​ບັນ, ທ່ານ Hunsen ຍັງ​ກຳ​ໄດ້​ສິດ​ຄວບ​ຄຸມສູງ​ສຸດດ້ວຍ​ກົງ​ຈັກລັດທັງ​ໝົດ ​ແລະ ບັນດາ​ກຳລັງ​ປ້ອງ​ກັນ​ຄວາມ​ສະຫງົບ. ຍິ່ງ​ກ່ວາ​ນັ້ນ, ທ່ານ Hunsen ຍັງ​ແມ່ນ​ຜູ້ທີ່​ເຄີຍ​ມີ​​ປະສົບ​ການໃນ​ການດຶງ​ດູດບັນດາບຸກຄົນ​ຝ່າຍ​ຄ້ານ​ຈາກ​ພັກ​ການ​ເມືອງ​ອື່ນໆ ​ເຊິ່ງທ່ານເຄີຍນຳ​ໃຊ້​ໃນ​ການ​ເລືອກຕັ້ງ​ຄັ້ງ​ກ່ອນ ​ແລະ ​ແນ່ນ​ອນວ່າ​ໃນ​ຄັ້ງ​ນີ້​ການ​ນຳ CPP ຈະ​ສືບ​ຕໍ່​ນຳ​ໃຊ້​ເພື່ອ​ແນ​ໃສ່​ສ້າງ​ຕັ້ງ​ລັດຖະບານ​​ໂດຍບໍ່​ຕ້ອງ​ເຈລະຈາ​ກັບ CNRP ອີກ. ຕາມ​ການ​ຄາດ​ຄະ​ເນ​ແລ້ວ, ​ທ່ານ Hunsen ພວມ​ກະກຽ​ມ​ແຜນການ​ບຸກ​​ຕີ​ຝ່າຍ​ຄ້ານ​ຢູ່​ສານ ຍ້ອນ​ວ່າການ​ນຳ​ຝ່າຍ​ຄ້ານ​ທ່ານ Rainsy ​ເຄີຍ​ຖືກ​ຕັດສິນ​ລົງ​ໂທດຄຸມ​ຂັງ 11 ປີຍ້ອນ​ບັນດາ​ຄຳ​ກ່າວ​ຫາ​​ແມ່ນເລີ່​ມມາ​ຈາກ​ຈຸດປະສົງດ້ານ​ການ​ເມືອງ. ​ແຕ່​ນີ້​ພຽງ​ແຕ່​ແມ່ນ​ຄັນ​ຕະລາ​ບັດ​ສຸດ​ທ້າຍ​ຂອງ​ທ່ານ Hunsen ຍ້ອນ​ວ່າ​ມັນ​ຈະ​ສົ່ງ​ຜົນ​ສະທ້ອນ​ເຖິງຮູ​ບ​ພາບ​ຂອງ​ການ​ນຳທີ່​ສະຫງ່ຽມ​ຄ່ຽມຄົມ​ຜູ້​ໜຶ່ງ ​ເຊິ່ງທ່ານ Hunsen ໄດ້​ມານະ​ພະຍາຍາມ​ກໍ່ສ້າງ​ໃນ​ຊຸມ​ປີ​ມໍ່ໆ​ມາ​ນີ້. ກ່ອນ​ທີ່​ດຳ​ເນີນ​ການ​ປ່ອນ​ບັດ, ທ່ານ Hunse ​ແມ່ນ​ຜູ້​ທີ່​ໄດ້​ຈັດ​ຄຳ​ສັ່ງ​ອະນຸ​ໂລມ ລາຊະ​ອານາຈັກ​ໃຫ້​ທ່ານ Rainsy ​ເພື່ອ​ສາມາດ​ກັບ​ຄືນ​ກຳປູ​ເຈຍ, ການ​ກະທຳ​ນີ້ໄດ້​ເຮັດ​ໃຫ້​ຜູ້​ມີ​ສິດ​ເລືອກ​ຕັ້ງ​ເຄົາລົບ​ນັບຖື​​ການ​ນຳທີ່​ສະຫງ່ຽມ​ຄ່ຽມຄົມ​ນີ້​ກວ່າ​ອີກ.

​ບັນດາ​ໝາກຜົນຂອງ​ການ​ເລືອກ​ຕັ້ງ​ປີ 1998, 2003, 2008, ຍິ່ງ​ເປັນ​ການ​ຢືນຢັນ​ໃຫ້​ເຫັນ​ວ່າ, ປະຊາຊົນ​ມີ​ຄວາມ​ໄວ້​ເນື້ອ​ເຊື່ອ​ໃຈ​ຕໍ່​ທ່ານ Hunsen. ​ໃນ​ໄລຍະ​ທີ່​ປະ​ເທດປະສົບ​ກັບ​ຄວາມ​ຫຍຸ້ງຍາກທີ່​ສຸດ. ບໍ່​ອາກປະຕິ​ເສດ​ບົດບາດ​ຂອງ​ທ່ານ Hunsen ​ໃນ​ການ​ນຳ​ປະ​ເທດ​ກ້າວ​ຂຶ້ນ ​ແລະ ພັດທະນາ. ຍຸດ​ທະ​ສາດ​ຮອບດ້ານ​ຂອງ​ທ່ານ​ແມ່ນ​ກ່ຽວຂ້ອງ​ເຖິງ 3 ປັດ​ໃຈ​ຄື: ຄວາມ​ໝັ້ນຄົງ​ດ້ານ​ການ​ເມືອງ, ​ແຫຼ່ງຊ່ວຍ​ເຫຼືອ ​ແລະ ການ​ລົງທຶນ​ຕ່າງປະ​ເທດ, ການສ້າງ​ວຽກ​ເຮັດ​ງານ​ທຳ ​ແລະ ​ເຮັດ​ໃຫ້​ປະຊາຊົນ​ກຳປູ​ເຈຍ​ ໄດ້​ດຳລົງ​ຊີວິດ​ໃນ​ສັນຕິພາບ ​ແລະ ວັດ​ທະນາ​ຖາວອນ.

ຕາມບັນດາ​ນັກ​ສັງ​ເກດການ​​ແລ້ວ, ການເຈລະຈາ​ລະຫວ່າງ​ພັກ CPP ​ແລະ CNRP ອາດ​ຈະ​ຖືກ​ແກ່ຍາວ. ​ແຕ່​ບັນດາ​ຂໍ້​ຕົກລົງ​ທີ່​ຫາ​ກໍ່​ບັນລຸ​ໄດ້​ລະຫວ່າງ​ຜູ້ຕາງໜ້າ​ສອງ​ພັກ​ໄດ້​ຊ່ວຍ​ຫຼຸດຜ່ອນ​ຄວາມ​ເຄັ່ງ​ຕຶງ​ຢູ່ກຳ​ປູ​ເຈຍ ​ລົງສ່ວນ​ໃດ​ສ່ວນ​ໜຶ່ງ, ​ເມື່ອ​ທັງ​ສອງ​ຝ່າຍ​ໃຫ້​ຄຳ​ໝັ້ນ​ສັນຍາ​ບໍ່​ປະ​ໃຫ້​ສະພາບ​ໃຊ້​ຄວາມ​ຮຸນ​ແຮງ​ເກີດ​ຂຶ້ນ​ອີກ. ນີ້​​ແມ່ນ​ເງື່ອນ​ໄຂ​ທີ່​ຈຳ​ເປັນ ​ເພື່ອ​ໃຫ້​ກຳປູ​ເຈຍ ​ມີ​ສະຖຽນ​ລະ​ພາບ, ສ້າງ​ເປັນ​ລັດຖະບານ​ສາມັກຄີ ​ແລະ​ ເຮັດ​ໃຫ້​ກຳປູ​ເຈຍ​ສືບ​ຕໍ່​ວັດທະນາ​ຖາວອນ.

ຕອບກັບ

ຂ່າວ/ບົດ​ອື່ນ