ຄວາມເສລີໃນການສື່ຂ່າວ, ການປາກເວົ້າ ແລະ ຂອບເຂດກົດໝາຍແຫ່ງຊາດ

​  ​(vovworld)-  ຍັງ​ອີກ​ສອງ​ສາມ​ວັນ​ທີ່​ດຳລັດເລກທີ 72 ຂອງ​ລັດຖະບານ​ກ່ຽວ​ກັບ​ການ​ຄຸ້ມ​ຄອງ, ສະໜອງ, ນຳ​ໃຊ້​ການບໍລິການອິນ​ເຕີ​ແນັດ ​ແລະ ຂໍ້​ມູນ​ຂ່າວ​ໃນ​ເຄືອ​ຂ່າ​ຍອິນ​ເຕີ​ແນັດ​ມີ​ຜົນ​ສັກສິດ​ຢ່າ​ງ​ເປັນ​ທາງ​ການ. ການ​ສ້າງ ​ແລະ ປະກາດ​ໃຊ້​ດຳລັດນີ້​ ແມ່ນ​ຄວາມ​ມານະ​ພະຍາຍາມ​ຢ່າງ​ບໍ່​ຢຸດ​ຢັ້ງ​ ເພື່ອ​ສ້າງ​ລະບົບ​ກົດໝາຍ​ແຫ່ງ​ຊາດ​​ໃກ້​ສົມບູນ​ແບບ ​ແລະ ສືບ​ຕໍ່​ຢັ້ງຢືນ​ນະ​ໂຍບາຍ​ຄຸ້ມ​ຄອງ​ໄປ​ຄຽງ​ຄູ່​ກັບ​ການ​ສ້າງ​ເງື່ອນ​ໄຂ​ອຳນວຍ​ຄວາມ​ສະດວກ​ເພື່ອ​ໃຫ້​ອິນ​ເຕີ​ແນັດ​ພັດທະນາ​ຂອງ​ລັດຖະບານ​ຫວຽດນາມ.

ຄວາມເສລີໃນການສື່ຂ່າວ, ການປາກເວົ້າ ແລະ ຂອບເຂດກົດໝາຍແຫ່ງຊາດ - ảnh 1

(ພາບປະກອບ:vietbao.vn)

​ ດຳລັດ​ເລກທີ 72 ມີ​ຜົນ​ສັກສິດ​ຢ່າງ​ເປັນ​ທາງ​ການ​ນັບ​ແຕ່​ວັນ​ທີ 1/9/2013 ຈະ​ມາ​ເຖິງ​ນີ້ ຊື່​ງ​ໄດ້​ກຳນົດ​ໂດຍ​ລະອຽ​ດກ່ຽວ​ກັບ​ການ​ບໍລິການ​ອິນ​ເຕີ​ແນັດ, ຫຼັກການ​ຄຸ້ມ​ຄອງ, ສະໜອງ, ນຳ​ໃຊ້​ຂໍ້​ມູນ​ຂ່າວ​ໃນ​ເຄືອ​ຂ່າຍ​ອິນ​ເຕີ​ແນັດ, ຄຸ້ມ​ຄອງ​ການ​ສ້າງ​ໜ້າ​ເວັບ​, ​ເຄືອ​ຂ່າຍ​ສັງຄົມ. ຈຸດ​ໃໝ່​ອຽມ​ທີ່​ໜ້າ​ສົນ​ໃຈ​ແມ່ນ ດຳລັດ​ເລກທີ 72 ​ໄດ້​ເພີ່ມ​ທະວີ​ການ​ຮັບປະກັນ​ຄວາມ​ປອດ​ໄພຂອງ​ຂໍ້​ມູນ​ຂ່າວ​ໃນ​ເຄືອ​ຂ່າຍ​ອິນ​ເຕີ​ແນັດ. ​ເປັນ​ອັນວ່າ, ດຳລັດ​ເລກທີ 72 ບໍ່​ກີດຂວາງ​ສິດ​ເສລີພາບ​​ໃນ​ການ​ສື່​ຂ່າວ, ສິດເສລີພາບ​ໃນ​ການ​ປາກ​ເວົ້າຂອງ​ແຕ່​ລະ​ສ່ວນ​ບຸກຄົນ​ຄື​ດັ່ງ​ບາງ​ອົງການ​ຈັດຕັ້ງ, ສ່ວນ​ບຸກຄົນ​ຂາດ​ເຈດ​ຕະນາ​ດີ​ເຄີຍ​ເວົ້າ, ຫາກ​ພຽງ​ແຕ່​ຄຸ້ມ​ຄອງ​ການ​ສະໜອງ, ນຳ​ໃຊ້​ການ​ບໍລິການ​ອິນ​ເຕີ​ແນັດ​ຖືກຕ້ອງ​ຕາມ​ມາດຕະຖານ​ດ້ານ​ຄຸນສົມບັດ, ວັດທະນະທຳ, ຄວາມ​ສະຫງົບ​ປອດ​ໄພ​ແຫ່ງ​ຊາດ, ສອດ​ຄ່ອງ​ກັບ​ກົດໝາຍ​ຫວຽດນາມ ​ແລະ ກົດໝາຍ​ສາກົນ​ເທົ່າ​ນັ້ນ.

ຄວາມເສລີໃນການສື່ຂ່າວ, ການປາກເວົ້າ ແລະ ຂອບເຂດກົດໝາຍແຫ່ງຊາດ - ảnh 2

(ພາບ:reds.vn)

      ​ໃນ​ສັງ​ກາ​ດອິນ​ເຕີ​ແນັດ ​ແລະ ການ​ພັດທະນາ​ຂໍ້​ມູນ​ຂ່າວ​ທົ່ວ​ໂລກ, ​ສິດ​ເສລີພາບ​​ໃນ​ການ​ສື່​ຂ່າວ, ສິດ​ເສລີພາບ​ໃນ​ການ​ປາກ​ເວົ້າຕ້ອງ​ໄດ້​ຮັບ​ການ​ເຄົາລົບ​ຢ່າງ​ສຸດ​ຂີດ. ​ແຕ່​ການ​ສະກັດ​ກັ້ນບັນດາ​ການສະ​ແດງ​ທີ່​ຫຍໍ້​ທໍ້​ກ່ຽວ​ຂອ້ງ​ເຖິງ​ຄວາມ​ເສລີພາບ​ດ້ານ​ຂໍ້​ມູນ​ຂ່າວ ​ແລະ ​ໃນ​ການ​ປາກ​ເວົ້າ​​ໃນ​ເຄືອ​ຂ່າຍ​ອິນ​ເຕີ​ແນັດແມ່ນຄວາມ​ຮັບຜິດຊອບ​ຂອງ​ບໍ່​ວ່າ​ລັດຖະບານ​ໃດ, ​ເພື່ອ​ໃຫ້​ຄວາມ​ເສລີພາບ​ໃນ​ການ​ສື່​ຂ່າວ ​ແລະ ​ໃນ​ການ​ປາກ​ເວົ້າຮັບ​ໃຊ້​ຜົນ​ປະ​ໂຫຍ​ດອັນ​ຊອບ​ທຳ​ຂອງ​ ປຊຊ ​ເປັນ​ຈຳນວນ​ຫຼວງ​ຫຼາຍ, ຮັບປະກັນ​ສະຖຽນ​ລະ​ພາບ ​ແລະ ການ​ພັດທະນາ​ປະ​ເທດ​ຊາດ. ຍ້ອນ​ເຫດ​ນັ້ນ, ຕາມ​ເງື່ອນ​ໄຂ ​ແລະ ສະພາບ​ການ​ຂອງ​ຕົນ, ປະ​ເທດ​ຕ່າງໆ​ໃນ​ໂລກ​ລ້ວນ​ແຕ່​ມີ​ນະ​ໂຍບາຍ​ເພື່ອ​ແນ​ໃສ່​ຮັບປະກັນ​ສິດ​ເສລີພາບ​ໃນ​ການ​ປາກ​ເວົ້າ​ໃນ​ຂອບ​ເຂດ​ກົດໝາຍ​ຂອງ​ປະ​ເທດ​ນັ້ນ. ​ແລະ ​ສິດ​ເສລີພາບ​ໃນ​ການ​ສື່​ຂ່າວ, ສິດ​ເສລີພາບ​ໃນ​ການ​ປາກ​ເວົ້າຈະ​ໄດ້​ຮັບ​ການ​ປົກ​ປ້ອງ​ໃນ​ຂະນະ​ທີ່​ບໍ່​ລະ​​ເມີ​ດບັນດາ​ສິດ​ເສລີພາ​ບອັນ​ຊອບ​ທຳ, ຖືກຕ້ອງ​ຕາມ​ກົດໝາຍ​ຂອງ​ປະ​ເທດ​ຊາດ, ວົງ​ຄະນາ​ຍາດ ​ແລະ ບໍ່​ລະ​ເມີດ​ບັນດາ​ສິດ​ອັນ​ເປັນ​ພື້ນຖານ​ອື່ນໆ​ຄື: “ຖະ​ແຫຼ​ງການ​ໂລກ​ກ່ຽວ​ກັບ​ສິດທິ​ມະນຸດ“ ຂອງ ສປຊ ​ໄດ້​ກຳນົດ​ວ່າ: “​ແຕ່ລະຄົນ​ລ້ວນ​ແຕ່​ມີ​ພັນທະ​ຕໍ່​ວົງ​ຄະນາຍາດ ​ໃນ​ຂະນະ​ທີ່ໄດ້​ຊົມ​ໃຊ້​ບັນດາ​ສິດ​ກ່ຽວ​ກັບ​ຄວາມເສລີພາບສ່ວນ​ຕົວ, ຕ້ອງ​ຮັບ​ຄວາມ​ຈຳກັດ​ໂດຍ​ກົດໝາຍ​ກຳນົດ​ເພື່ອ​ແນ​ໃສ່​ຮັບປະກັນ​ການ​ຮັບ​ຮູ້ ​ແລະ ​ເຄົາລົບຕໍ່​ບັນດາ​ສິດ​ເສ​ລີ​ພາບ​ຂອ​ງຄົນ​ອື່ນ ​ແລະ ສອດ​ຄ່ອງ​ກັບ​ບັນດາ​ຄຳ​ຮຽກຮ້ອງ​ອັນ​ຊອບ​ທຳ​ດ້ານ​ຄຸນສົມບັດ ​ແລະ ຜົນ​ປະ​ໂຫຍ​ດລວມ​ໃນ​ສັງຄົມ​ປະຊາທິປະ​ໄຕ“. ຄວາມ​ຈິງ​ໃຫ້​ເຫັນ​ວ່າ: ກົດໝາຍ​ຂອງ​ຫຼາຍ​ປະ​ເທດ​ໄດ້​ຮັບ​ຮູ້​ສິດ​ເສລີພາບ​ໃນ​ການ​ສື່​ຂ່າວ, ສິດ​ເສລີພາບ​ໃນ​ການ​ປາກ​ເວົ້າ ​ແລະ ສິດ​ເສລີພາບ​ທາງ​ສື່​ມວນ​ຊົນ ​ແຕ່​ບໍ່​ຖືວ່ານີ້​ແມ່ນ “ສິດ​ເສລີພາບ​ເດັດດຽວ“. ກົດໝາຍ​ອາຍາ ອາ​ເມ​ລິ​ກາ ​ເກືອດຫ້າມ​ທຸກໆ​ການ​ກະທຳ “ພິມ​ຈຳໜ່າຍ, ບັນນາທິການ, ກະຈາຍສຽງ, ​ໂຄສະນາ, ຄ້າຂາຍ, ​ແຈກ​ຢາຍ ຫຼື​ສະ​ແດງ​ຢ່າງ​ເປີດ​ເຜີຍ​ບໍ່​ວ່າ​ເອກະສານ​ທີ່​ມີ​ເນື້ອ​ໃນ​ຂົນຂວາຍ, ກະຕຸກ​ຊຸກຍູ້​ ຫຼື​ອະທິບາຍ​ກ່ຽວ​ກັບ​ຄວາມ​ຮັບຜິດຊອບ ຫລື​ລັກສະນະ​ຖືກຕ້ອງ​ຂອງ​ການ​ກະທຳ​ໂຄ່ນ​ລົ້ມບໍ່​ວ່າ​ອຳນາດ​ການ​ປົກຄອງຂັ້ນ​ໃດ​ຢູ່​ອາ​ເມ​ລິ​ກາ….“.ອົງການ ​ພັດທະນາ​ສື່ສານ ສັງກັດ​ກະຊວງຖະ​ແຫຼ​ງຂ່າວ ​ແລະ ສື່ສານ​ສິງກະ​ໂປ ກຳນົດ​ວ່າ: ບັນດາ​ເວັບ​ໄຊ​ໄດ້​ຮັບ​ໜັງສື​ອະນຸຍາດ​ມີ​ພັນທະ​ຕ້ອງ​ຖອນ​ບັນ​ດາ​ເນື້ອ​ໃນ​ທີ່​ “ທຳລາຍ​ຄວາມ​ກົມ​ກຽວດ້ານ​ເຊື້ອ​ຊາດ​ຜິວ​ພັນ ​ແລະ ສາສະໜາ​ໃນ​ຮອບ​ເວລາ 24 ຊົ່ວ​ໂມງ“ ພາຍຫຼັງ​ອົງການ​ຄຸ້ມ​ຄອງ​ສື່ສານ​ແຫ່ງ​ຊາດ​ມີ​ຄຳ​ຮຽກຮ້ອງ. ສ່ວນ​ລັດຖະທຳ​ມະນູນ​ເຊ​ເນ​ການ ຮັບ​ຮູ້​ການ​ຮັບປະກັນ​ສິດ​ເສລີພາບ​ໃນ​ການ​ສື່​ຂ່າວ, ສິດ​ເສລີພາບ​ໃນ​ການ​ປາກ​ເວົ້າ ​​ແຕ່​ພັດ​ຖື​ວ່າ ບັນດາ​ສິດ​ດັ່ງກ່າວ​ແມ່ນ​ເປົ້າໝາຍ​ຖືກ​ປັບປຸງ​ຍ້ອນ​ບັນດາ​ການ​ກຳນົດ​ຂອງ​ກົດໝາຍ….

  ອິນ​ເຕີ​ແນັດ​ໄດ້ ​ແລະ ພວມ​ນັບ​ມື້​ນັບ​ໄດ້​ຮັບ​ການ​ເຜີຍ​ແຜ່ ​ແລະ ກາຍ​ເປັນ​ສ່ວນ​ໜື່ງທີ່​ຂາດ​ບໍ່​ໄດ້​​ໃນ​ຊີວິດ​ສັງຄົມ. ຜູ້​ໃດ​​ເຄີຍນຳ​ໃຊ້ອິນ​ເຕີ​ແນັດ​ລ້ວນ​ແຕ່​ເຂົ້າ​ໃຈ​ຜົນ​ຮ້າຍ​ໃນເບື້ອງ​ຫຼັງ​ຂອງ​ມັນໄດ້​ ຖ້າ​ຫາກ​ຂາດ​ບັນ​ດາ​ເຄື່ອງມື​ຄຸ້ມ​ຄອງ​ທີ່ມີ​ປະສິດທິ​ຜົນ, ​ເພື່ອ​ໄປ​ທັນ​ກັບ​ການ​ພັດທະນາ​ຢ່າງ​ແຮງ​ຂອງ​ອິນ​ເຕີ​ແນັດ. ​ເປັນ​ທີ່​ຈະ​​ແຈ້ງ​ແລ້ວວ່າ, ທຸກໆ​ການ​ກະທຳ​ໃນ​ເຄື​ຍຂ່າຍ​ອິນ​ເຕີ​ແນັດ​ຂອງ​ພົນລະ​ເມືອງ​ໃນ​ບໍ່​ວ່າ​ປະ​ເທດ​ໃດ ກໍ່​ຕ້ອງ​ປະຕິບັດ​ຕາມການ​ກຳນົດ​ຂອງ​ກົດໝາຍ​ຂອງ​ປະ​ເທດ​ນັ້ນ. ​ເລື່ອງ​ຫວຽດນາມ​ ສ້າງ ​ແລະ ປະກາດ​ໃຊ້​ດຳລັດ​ເລກທີ 72 ​ແມ່ນ​ເພື່ອ​ແນ​ໃສ່​ຈຸດປະສົງ​ປົກ​ປ້ອງ​ຜົນ​ປະ​ໂຫຍ​ດອັນ​ຊອບ​ທຳ​ຂອງ​ພົນລະ​ເມືອງ​ຫວຽດນາມ ​ໃຫ້​ດີ​ກ່ວາ​ອີກ. ດຳລັດ​ເລກທີ 72 ​ໄດ້​ສ້າງ​ກອບ​ກົດໝາຍ​ທີ່​ຈະ​ແຈ້ງ​ກ່ວາ​ອີກ ​ເພື່ອ​ພັດທະນາ​ອິນ​ເຕີ​ແນັດ, ​ແມ່ນ​ຄວາມຈຳ​ເປັນ ​ແລະ ຊອບ​ທຳ​ຊື່​ງຫວຽດນາມ ກໍ່​ຄື​ປະ​ເທດ​ຕ່າງໆ​ໃນ​ໂລກ ​ໄດ້ ​ແລະ ພວມປະຕິບັດ​ໃນ​ສັງ​ກາ​ດອິນ​ເຕີ​ແນັດ​ນີ້./.

ຕອບກັບ

ຂ່າວ/ບົດ​ອື່ນ