ຊຸກຍູ້ການພັດທະນາແມ່ນຳ້ຂອງແບບຍືນຍົງ

ຊຸກຍູ້ການພັດທະນາແມ່ນຳ້ຂອງແບບຍືນຍົງ - ảnh 1
ບັນດາຜູ້ແທນເຂົ້າຮ່ວມກອງປະຊຸມ
ພາບ:thanhnien.com.vn

(vovworld)- ກອງ​ປະຊຸມ​ຂັ້ນ​ສູງ​ຄັ້ງ​ທີ 2 ຄະນະ​ກຳມາ​ທິການ​ແມ່​ນຳ້ຂອງ ສາກົນ ຈະ​ດຳ​ເນີນ​ໄປ​ໃນ​ວັນ​ທີ 5/4/2014 ຢູ່ ນະຄອນ ​ໂຮ່ຈິ​ມີນ.​ທ່ານ​ນາຍົກລັດຖະມົນຕີ ຫວຽດນາມ ຫງວຽນ​ເຕີນ​ຢູງ ນຳ​ຫນ້າ​ຄະນະ​ຜູ້​ແທນ​ຫວຽດນາມ ພ້ອມ​ກັບ​ການ​ນຳ​ບັນດາ​ປະ​ເທດ​ສະມາຊິກ ຄະນະ​ກຳມາ​ທິການ, ຄູ່​ຮ່ວມ​ມື, ຄູ່​ເຈລະຈາ ພັດທະນາ, ບັນດາ​ນັກ​ອຸປະ​ຖຳ, ອົງການ​ຈັດ​ຕັ້ງ​ສາກົນ, ບັນດາ​ອົງການ​ຈັດ​ຕັ້ງ​ລຸ່ມ​​ແມ່​ນຳ້ຂອງ​ສາກົນ… ​ໄດ້​ເຂົ້າຮ່ວມ​ກອງ​ປະຊຸມ. ​ໂດຍ​ສື​ບທອດ​ກອງ​ປະຊຸ​ມຂັ້ນ​ສູງ​ຄັ້ງ​ທີ 1 ຈັດ​ຂຶ້ນ​ຢູ່ ຫົວ​ຫີນ ປະ​ເທດ​ໄທ ​ເມື່ອ​ປີ 2010, ກອງ​ປະຊຸມ​ຄັ້ງ​ນີ້ ສືບ​ຕໍ່​ສະ​​ແດງ​ເຈດ​ຈຳນົງ ​ແລະ ຄຳ​ໝັ້ນ​ສັນຍາ​ດ້ານ​ການ​ເມືອງ​ຂອງ​ການ​ນຳບັນດາ​ປະ​ເທດ​ສະມາຊິກ​ຄະນະ​ກຳມາ​ທິການ​ໃນ​ການ​ຮ່ວມ​ມື​ຜ່ານ​ຜ່າ​ຄວາມ​ຫຍຸ້ງຍາກ, ສິ່ງ​ທ້າ​ທາຍ​ມຸ່ງ​ໄປ​ເຖິງ​ການ​ພັດທະນາ ລຸ່ມ​ແມ່​ນຳ້ຂອງ ​ແບບ​ຍືນ​ຍົງ​.

        ພາຍ​​ໃຕ້​ຫົວ​ຂໍ້“ຄວາມ​ໝັ້ນຄົງ​ແຫ​ລ່ງນຳ້, ພະລັງງານ ​ແລະ ສະບຽງ​ອາຫານ ​ໃນ​ສະພາບ​ການ​ປ່ຽນ​ແປງ​ຂອງ​ດິນ​ຟ້າ​ອາກາດ​ຢູ່ ລຸ່ມ​ແມ່​ນຳ້ຂອງ”, ກອງ​ປະຊຸມ​ຂັ້ນ​ສູງ​ຄັ້ງນີ້ ຈະ​ສືບ​ຕໍ່​ຢືນຢັນ​ຄຳ​ໝັ້ນ​ສັນຍາ​ຮ່ວມ​ມື​​ນາ​ໆ​ຊາດ​ໃນ​ການ​ພັດທະນາ​ຊັບພະຍາກອນ​ນຳ້ ​ແລະ ຊັບພະຍາກອນ​ທີ່​ກ່ຽວຂ້ອງ​ເຖິງແມ່​ນຳ້ຂອງແບບ​ຍືນ​ຍົງ ​ໃນ​ສະພາບ​ຄວາມ​ຕ້ອງການ​ແຫ​ລ່ງ​ນຳ້, ພະລັງງານ ​ແລະ ສະບຽງ​ອາຫານເພີ່ມ​ຂຶ້ນ ​ແລະ ຖືກ​ຜົນ​ສະທ້ອນ​ຈາກ​ການ​ປ່ຽນ​ແປງ​ຂອງ​ດິນ​ຟ້າ​ອາກາດທົ່ວ​ໂລກ.

        ຈາກ​ຖະ​ແຫລ​ງການ​ຫົວ​ຫີນ​ຕະຫລອດ​ຮອດ​ຖະ​ແຫລງການ​ໂຮ່ຈິ​ມີນ

        ສັນຍາ​ຮ່ວມ​ມື​ພັດທະນາ​​ແມ່​ນຳ້ຂອງແບ​ບຍືນ​ຍົງ​ ຊ່ື​ງ​ໄດ້​ຮັບ​ການ​ລົງ​ນາມ​ເມື່ອ​ປີ 1995 ລະຫວ່າງ​ຫວຽດນາມ,​ລາວ, ກຳປູ​ເຈຍ ​ແລະ ໄທ. ນີ້ ​ໄດ້​ຮັບ​ຖື​ວ່າ ​ແມ່ນ​ນຫນຶ່ງ​​ໃນ​ບັນດາ​ເອກະສານ​ນິຕິ​ກຳ​ກ່ຽວ​ກັບ​ການຈັດ​ຕັ້ງ​ລຸ່ມ​ແມ່​ນຳ້ຂອງ ມີ​ລັກສະນະ​ນຳ​ຫນ້າ​ທີ່​ສຸດ​ໃນ​ໂລກ, ຢືນຢັນ​ຄຳ​ໝັ້ນ​ສັນຍາ​ຂອງ​ບັນດາ​ປະ​ເທດ​ເຂົ້າ​ຮ່ວມ​ການ​ລົງ​ນາມ​​ໃນການ​ຮ່ວມ​ມື​ທຸກ​ຂົງ​ເຂດ​ຂອງ​ການ​ພັດທະນາ, ນຳ​ໃຊ້,​ ຄຸ້ມ​ຄອງ​​ແຫ​ລ່ງນຳ້​ແບບ​ຍືນ​ຍົງ ​ແລະ ປົກ​ປັກ​ຮັກສາ​ຊັບພະຍາກອນນຳ້ ​ແລະ ບັນດາຊັບພະຍາກອນ​ກ່ຽວ​ຂອ້ງ​​ໃນ​ລຸ່ມ​ແມ່​ນຳ້ຂອງ.  ນັບ​ແຕ່​ນັ້ນ​ມາ​ຮອດ​ປະຈຸ​ບັນ,ການ​ຮ່ວມ​ມື​ໃນ​ຄະນະ​ກຳມາ​ທິການ​ແມ່​ນຳ້ຂອງ ສາກົນ ຍາມ​ໃດ​ກໍ​ເປັນ​ຫົວ​ເລື່ອງ​​ການ​ພົບ​ປະ​ຂັ້ນ​ສູງ​ຂອງ​ຂໍ້​ລິ​ເລີ່​ມອະນຸ​ພາກ​ພື້ນ​ແມ່​ນຳ້ຂອງ​ເປີດ​ກວ້າງ, ​ໃນ​ອາ​ຊຽນ ກໍ​ຄື​ບັນດາ​ຂໍ້​ລິ​ເລີ່​ມອະນຸ​ພາກ​ພື້ນ​ອື່ນ.

        ປີ 2010, ​ເນື່ອງ​ໃນ​ໂອກາດ​ສະ​ເຫລີ​ມສະຫລອງ 15 ປີ​ແຫ່ງ​ວັນ​ລົງ​ນາມ​ໃນ​ສັນຍາ​ຮ່ວມ​ມື​ພັດທະນາ​ແມ່​ນຳ້ຂອງ​ແບບ​ຍືນ​ຍົງ, ການ​ນຳ 4 ປະ​ເທດ ຄະນະ​ກຳມາ​ທິການ​ແມ່​ນຳ້ຂອງ ​ໄດ້​ເຫັນດີ ຈັດ​ຕັ້ງ​ກອງ​ປະຊຸມ​ຂັ້ນ​ສູງ ຄະນະ​ກຳມາ​ທິການ​ແມ່​ນຳ້ຂອງ  ​​​ດ້ວຍ 4 ປີ/​​ເທື່ອ​ຫນຶ່ງ ​ແລະ ກອງ​ປະຊຸມ​ຄັ້ງ​ທີ 1 ຖືກ​ຈັດ​ຂຶ້ນ​ຢູ່ ນະຄອນຫົວ​ຫີນ ປະ​ເທດ​ໄທ. ກອງ​ປະຊຸມ​ໄດ້​ເຫັນ​ດີ​ຖະ​ແຫລ​ງການ​ຮ່ວມ, ບັນດາ​ການ​ກະທຳ​ບຸລິມະສິດ​ຄວນ​ປະຕິບັດ ​ເພື່ອ​ບັນລຸ​ວິ​ໄສ​ທັດ ​ແລະ ການ​ກຳນົດ​ທິດ​ຍຸດ​ທະ​ສາດ​ໃຫ້​ແກ່​ໄລຍະ​ຕໍ່​ໄປ​ຂອງ ຄະນະ​ກຳມາ​ທິການ​ແມ່​ນຳ້ຂອງ. ທ່ານ ​ເລ​ດືກຈູງ, ຫົວຫນ້າ​ຫ້ອງ​ວ່າການ​ປະຈຳ ຄະນະ​ກຳມາ​ທິການ​ແມ່​ນຳ້ຂອງ ຫວຽດນາມ ​ຢືນຢັນ​ວ່າ:

        “ຖະ​ແຫລ​ງການ​ຫົວ​ຫີນ ​ໄດ້​ເປີດ​ຊ່ອງ​ທາງ​ໃຫ້​ແກ່ ຄະນະ​ກຳມາ​ທິການ​ແມ່​ນຳ້ຂອງ​ສາກົນ ປະຕິບັດ​​ໄດ້​ຫລາຍ​ບັນຫາ​ທີ່​ມີ​ລັກສະນະ​ຍຸດ​ທະ​ສາດ​ໃນ​ເຂດ. ທີ​ຫນຶ່ງ ​ແມ່ນ​ຜ່ານ​ບັນດາ​ແຜນການ​ເຂດ ​ແລະ ປະ​ເທດ​ປະຕິບັດ​ຍຸດ​ທະ​ສາດ​ພັດທະນາ​ລຸ່ມ​ແມ່​ນຳ້ຂອງ ​ໂດຍ​ອີງ​ໃສ່​ການ​ຄຸ້ມ​ຄອງ​ຊັບພະຍາກອນ​ນຳ້. ນີ້​ແມ່ນ​ບັນຫາ​ຊ່ື​ງກ່ອນ​ປີ 2010, ຄະນະ​ກຳມາ​ທິການ​ແມ່​ນຳ້ຂອງ ສາກົນ​ບໍ່​ທັນ​ຮັບຮອງ​ເອົາ ​ແຕ່​ພາຍຫລັງ ​ ມີ​ຄຳ​ໝັ້ນ​ສັນຍາ​ຂອງ​ບັນດາ​ທ່ານ​ນາຍົກລັດຖະມົນຕີ, ບັນດາ​ແຜນການ​ນີ້​ໄດ້​ຮັບ​ການ​ຮັບຮອງ​ເອົາ.”

        ກອງ​ປະຊຸມ​ຄັ້ງນີ້ ດຳ​ເນີນ​ໄປ​ຢູ່​ນະຄອນ ​ໂຮ່ຈິມີນ ​ໃນ​ສະພາບ​​ເຂດລຸ່ມ​ແມ່ນ​ນຳ້ຂອງ ພວມ​ຖືກ​ກຳລັງ​ດັນ​ຫລາຍ​ຢ່າງ​ກ່ຽວ​ກັບ​ຄວາມ​ຕ້ອງການ​ພັດທະນາ, ຈຳນວນ​ພົນລະ​ເມືອງ​ເພີ່ມ​ຂຶ້ນ, ບັນດາ​ການ​ເຄື່ອນ​ໄຫວ​ພັດທະນາ​ເຂື່ອນ​ໄຟຟ້າ​ນຳ້ຕົກ, ພັດທະນາ​ກະສິກຳ, ສິນ​ໃນ​ນຳ້, ຄົມມະນາຄົມ​ທາງ​ນຳ້. ຄຽງ​ຄູ່​ກັບ, ບັນດາ​ຜົນ​ປະ​ໂຫຍ​ດ​ໃຫ້​ແກ່​ການ​ພັດທະນາ​ເສດຖະກິດ​ສັງຄົມ ​ໂດຍບັນດາ​ໂຄງການ​ດັ່ງກ່າວ​ນ​ຳມາ​​ໃຫ້, ມັນ​ຍັງ​ສົ່ງຜົນ​ສະທ້ອນ​ບໍ່​ດີ​ເຖິງ​ສະພາບ​ແວດ​ລ້ອມ​ຊີວະ​ພາບ, ຄຸນ​ນະພາ​ບນຳອີກ​ດ້ວຍ. ້ ​​ໃນ​ສະພາບ​ການ​ນັ້ນ, ກອງ​ປະຊຸມ​ຂັ້ນ​ສູງ​ຄັ້ງ​ນີ້ ມີ​ຄວາມ​ໝາຍ​ຫລາຍ​ຢ່າງ. ທ່ານ ​ເລ​ດືກຈູງ ​ໃຫ້​ຮູ້​ຕື່ມອີກ​ວ່າ:

        “ກອງ​ປະຊຸມ​ຂັ້ນ​ສູງ​ຄັ້ງ​ນີ້ ມີ​ຄວາມ​ໝາຍສຳຄັນ. ທີ​ຫນຶ່ງ ​ແມ່ນ​ຢືນ​ຢັນ​ຄື​ນຄຳ​ໝັ້ນ​ສັນຍາ​ສູງ​ສຸດ​ຂອງ 4 ປະ​ເທດ ສະມາຊິກ​ໃນ​ການ​ຮັບປະກັນ​ການ​ພັດທະນາ​ລຸ່ມ​ແມ່​ນຳ້ຂອງແບບ​ຍືນຍົງ. ທີ​ສອງ ​ແມ່ນ​ສຳ​ຫລວດ​ກວດຄືນ​ບັນດາ​ຜົນງາ​ນຂອງ​ການ​ປະຕິບັດ​ຖະ​ແຫລ​ງການ​ຫົວ​ຫີນ ​ແລະ ທີ​ສາມ ​ແມ່ນ​ກຳນົດ​ບັນດາ​ຂົງ​ເຂດ​ບຸລິ​ມະ​ສິດ ​ແລະ ທິດ​ທາງ​ໃນ​ໄລຍະ​ຈະ​ມາ​ເຖິງ.”

        ຖະ​ແຫລ​ງການ​ນະຄອນ​ໂຮ່ຈິ​ມີນ, ຖະ​ແຫລ​ງການ​ຮ່ວມ​ຂອງ​ກອງ​ປະຊຸມ ຈະ​ແມ່ນ​ຄຳ​ໝັ້ນ​ສັນຍາ​ດ້ານ​ການ​ເມືອງ​ຢ່າງ​ແຮງທີ່​ສຸດ​ຂອງ​ບັນດາ​ການ​ນຳ ຄະນະ​ກຳມາ​ທິການ​ແມ່​ນຳ້ຂອງ​ສາກົນ ທີ່​ກອງ​ປະຊຸມ​ຄັ້ງນີ້.

        ຂຸດ​ຄົ້ນ ​ແລະ ນຳ​ໃຊ້​ແມ່​ນຳ້ຂອງ​ຢ່າງ​ມີ​ປະສິດທິ​ຜົນ

        ຊື່​ງ​ແມ່ນ​ຫນຶ່ງ​ໃນ​ບັນດາ​ແມ່​ນຳ້​ລຳໃຫຍ່​ກວ່າ​ໝູ່​ໃນ​ໂລກ, ​ແມ່​ນຳ​້ຂອງ​ໄຫລ​ຜ່ານ 6 ປະ​ເທດ ຊື່​ງລວມມີ: ຈີນ, ລາວ, ມຽນມາ, ​ໄທ, ກຳປູ​ເຈຍ ​ແລະ ຫວຽດນາມ. ​ແມ່​ນຳ້ຂອງ ຕິດ​ພັນ​ກັບ​ຊີວິດ​ຂອງ​ພົນລະ​ເມືອງ​ນັບ​ສີ​ບໆ​ລ້ານ​ຄົນ​ທີ່​ດຳລົງ​ຊີວິດ​ຢູ່ລຽ​ບຕາມ​ລົ່ງແມ່​ນຳ້. ຄຽງ​ຄູ່​ກັນ​ນັ້ນ, ​ແມ່​ນຳ້ຂອງ ກໍ​ຕິດ​ພັນ​ກັບ​ລະບົບ​ຊີວະ​ພາບ​ ເປັນຫລາຍ​ຮູບ​ຫລາຍ​ແບບ ດ້ວຍ​ສັດ, ພືດ​ອັນ​ລຳ້​ຄ່າ​ຫລາຍ​ຊະນີ​ດ ພວມ​ຖືກ​ຈັດ​ເຂົ້າໃນ​ປື້​ມ​ແດງ​ຂອງ​ໂລກ.

        ​ໂດຍ​ແມ່ນ​ປະ​ເທດ​ຢູ່​ລຸ່ມ​ແມ່​ນຳ້ຂອງ, ຍາມ​ໃດຫວຽດນາມ ປະກອບ​ສ່ວນ​ຢ່າງ​ຕັ້ງຫນ້າ​ໃນ​ກາ​ນປົກ​ປັກ​ຮັກສາ​ແຫ​ລ່ງນຳ້. ຫວຽດນາມ ກໍ​ມີ​ຂໍ້​ລິ​ເລີ່​ມຫລາຍ​ຢ່າງ​ຄື: ພັດທະນາ​ລະບົບ​ຂົນ​ສົ່ງ​ດ້ວຍຫລາຍ​ຮູບ​ການ ​ເພື່ອ​ນຳ​ໃຊ້​ລະບົບ​ແມ​່ນຳ້​ລຳ​ເຊ, ສົມທົບ​ ​ແລະ ຫນູນ​ຊ່ວຍ​ໃຫ້​ແກ່​ການ​ຂົນ​ສ່ົງ​ທາງບົກ ​ແລະ ທາງ​ທະ​ເລ. ບັນດາ​ຂໍ້​ລິ​ເລີ່​ມນີ້ ​ໄດ້​ນຳ​ມາ​ເຊິ່ງຜົນ​ປະ​ໂຫຍ​ດສຳຄັນ​ຫລາຍ​ຢ່າງ​ໃຫ້​ແກ່​ພາກ​ພື້ນ​ຄື: ຊ່ວຍ​ຂຸດ​ຄົ້ນ​ລະບົບ​ທາງບົກ​​ແລວ​ຄົມມະນາຄົມຢ່າງ​ມີ​ປະສິດທິ​ຜົນ ​ແລະ ຫລຸດຜ່ອນ​ການ​ເຄື່ອນ​ໄຫວ​​ເກີນ​ຂອບ​ເຂດຢູ່​ເສັ້ນທາງ​ຄົມມະນາຄົມ​ຕົ້ນຕໍ, ສ້າງ​ຄວາມ​ສະດວກ​ໃຫ້​ແກ່​ການທ່ອງທ່ຽວ, ຈໍ​ລະ​ຈອນ​ການ​ຄ້າ. ຍ້ອນ​ຫລຸດຜ່ອນ​ລາຍ​ຈ່າຍ ​ແລະ ​ເວລາ​ຂົນ​ສົ່ງ, ປະກອບສ່ວນ​ປົກ​ປັກ​ຮັກສາ​ສິ່ງ​ແວດ​ລ້ອມ ຜ່ານ​ການ​ຫລຸດຜ່ອນ​ການ​ປ່ອຍ​ອາຍ​ແກ​ສ ຈາກ​ການ​ຄົມມະນາຄົມ.

        ກອງ​ປະຊຸມ​ຂັ້ນ​ສູງ​ຄັ້ງ​ທີ 2 ຂອງ ຄະນະ​ກຳມາ​ທິການ​ແມ່​ນຳ້ຂອງ ສາກົນ​ແມ່ນ​ໂອກາດ​ເພື່ອ​ໃຫ້​ຫວຽດນາມ ສືບ​ຕໍ່​ຢືນຢັນ​ຄຳ​ໝັ້ນ​ໝາຍ​ຮ່ວມ​ແຮງ​ຮ່ວມ​ໃຈ​ພ້ອມ​ກັບ​ບັນດາ​ປະ​ເທດ​ໃນ​ພາກ​ພື້ນ, ບັນດາ​ປະ​ເທດ​ຄູ່​ຮ່ວມ​ມື, ນັກ​ອຸປະ​ຖຳ ຮັບປະກັນ​ຄວາມ​ໝັ້ນຄົງ​ແຫ​ລ່ງນຳ້, ​ເພີ່ມ​ທະວີ​ການ​ຄຸ້ມ​ຄອງ ​ແລະ ພັດທະນາ​ແມ່ນ​ນຳ້ຂອງ​ແບບ​ຍືນ​ຍົງ.

ຕອບກັບ

ຂ່າວ/ບົດ​ອື່ນ