ຊີຣີຕໍ່ໜ້າຄັນຕາລະບັດອາວຸດເຄມີ

ຊີຣີຕໍ່ໜ້າຄັນຕາລະບັດອາວຸດເຄມີ - ảnh 1
ຮູບຖ່າຍນີ້ ຖືກຖືວ່າແມ່ນໄດ້ຖ່າຍເອົາຮູບ ຜູ້ຮັບເຄາະຮ້າຍຈາກອາວຸດເຄມີຢູ່ຊີຣີ
(ພາບ: times.co.uk )

        ພາຍ​ຫຼັງ​ດຳ​ເນີນ​ການ​ເຈລະຈາ​ມາ​ເປັນ​ເວລາ​ຫຼາຍ​ເທື່ອ, ສຸດ​ທ້າຍ, ອຳນາດ​ການ​ປົກຄອງ​ຂອງ​ປະທານາທິບໍດີ Bashar al – Assad ກໍ​ໄດ້​ເຫັນ​ດີ​ໃຫ້​ບັນດາ​ນັກ​ກວດ​ກາ​ຂອງ ສະຫະ​ປະຊາ​ຊາດ​ໄປ​ສືບສວນ ຢູ່ສະຖານທີ່ 3 ແຫ່ງຊຶ່ງຖືກ ລະແວງສົງ​ໄສ​ວ່າ ​ໄດ້​ນຳ​ໃຊ້​ອາວຸດ​ເຄມີ​ຢູ່​ແຫ່ງ​ນີ້. ຈຸດປະສົງ​ຂອງ​ການ​ສືບສວນ​ແມ່ນ​ເພື່ອ​ແນ​ໃສ່​ສະຫຼຸບພຽງ​ຢ່າງ​ດຽວ​ວ່າ ອາວຸດ​ເຄມີ ​ຖືກ​ນຳ​ໃຊ້​ຢູ່​ຊີຣີຫຼື​ບໍ່, ຫາກ​ບໍ່​ເອົາ​ໃຈ​ໃສ່​ເຖິງ​ຜູ້​ໃດ​ນຳ​ໃຊ້​ມັນ. ​ແຕ່​ທຸກ​ສິ່ງ​ທຸກ​ຢ່າງ​ທີ່​ເກີດ​ຂຶ້ນ​ຢູ່​ຊີຣີ​ໃນ 2 ມື້​ທີ່​ຜ່ານ​ມາ ​ໄດ້​ເຮັດ​ໃຫ້ຫາ​ງສຽງ​ມີ​ຄວາມ​ວິຕົກ​ກັງ​ວົນ​ວ່າ ມີ​ອິດ​ທິກຳລັງ​ໄດ້​ຕັ້ງ​ໃຈ​ສວຍ​ໃຊ້​ຄັນ​ຕະລະ​ບັດ ອາວຸດ​ເຄມີ​​ເປັນ​ຂໍ້​ອ້າງ​ເພື່ອ​ແຊກ​ແຊງ​ເຂົ້າ​ໃນ​ປະ​ເທດ​ນີ້​ຢ່າງ​ເລິກ​ເຊິ່ງກ່ວາ .

      ຄະນະ​ ນັກ​ກວດ​ກາ​ ສະຫະ​ປະຊາ​ຊາດ​ ​ໂດຍ​ພາຍ​ໃຕ້​ການ​ບໍລິຫານ​ຂອງ​ຜູ້​ຊ່ຽວຊານ​ສຸ​​ແອັດ ທ່ານ Aake Sellstroem ​ໄດ້​ໄປ​ຮອດ​ນະຄອນຫຼວງ Damacus ຂອງ​ຊີຣີ​ເມື່ອ​ວັນ​ທີ 18/8 ດ້ວຍ​ຄຳ​ຖະ​ແຫຼ​ງດຳ​ເນີນ​ການ​ສືບສວນ​ຢ່າງ​ເປັນ​ເອກະລາດ ​ແລະ ຍຸຕິ​ທຳ. ຕາມ​ແຜນ​ການ​ແລ້ວ, ບັນດານັກ​ກວດ​ກາສະຫະ​ປະຊາ​ຊາດ​ຈະ​ທຳ​ການ​ກວດກາ​ຢູ່​ສະຖານ​ທີ່ 3 ​ແຫ່ງ. ທຳ​ອິດ​ແມ່ນຢູ່ Khan A-al-Assal , ຊຶ່ງ​ແມ່ນ​ແຫ່ງ​ທີ່​ລັດຖະບານ​ຊີຣີ​ໄດ້​ກ່າວ​ຫາ​ກຳລັງ​ລຸກ​ຮື້​ຂຶ້ນ​ໄດ້​ນຳ​ໃຊ້ ອາວຸດ​ເຄມີ ​ເຮັດ​ໃຫ້ 26 ຄົນ​ເສຍ​ຊີວິດ​​ເມື່ອ​ວັນ​ທີ 19/3, ​ໃນ​ຂະນະ​ທີ່​ຝ່າຍ​ຄ້ານ​ຖື​ວ່າ ລັດຖະບານ​ໄດ້​ປະຕິບັດ​ການ​ບຸກ​ໂຈມ​ຕີ. ສ່ວນ​ 2 ສະຖານ​ທີ່​ເພື່ອ​ກວດກາທີ່​ຍັງ​ເຫຼືອ​ແມ່ນ​ບໍ່​ຖືກສະຫະ​ປະຊາ​ຊາດ​​ເປີດ​ເຜີຍ.

   ການສືບສວນຂອງ ສະຫະ​ປະຊາ​ຊາດ​​ໄດ້​ດຳ​ເນີນ​ໄປ​ໃນ​ສະພາບ​ການ​ທີ່​ອົງການ​ນີ້​ໄດ້​ຮັບ​ບົດ​ລາຍ​ງານ 13 ສະບັບ, ຊຶ່ງ​ສ່ວນ​ຫຼາຍ​ແມ່ນ​ຈາກ​ອັງກິດ, ຝະລັ່ງ ​ແລະ ອາ​ເມ​ລິ​ກາ ກ່ຽວ​ກັບບັນດາ​ກໍລະນີ​ນຳ​ໃຊ້ ອາວຸດ​ເຄມີຢູ່​ຊີຣີ. ​ເຖິງ​ວ່າ ບໍ່​ປະກາດ​ຢ່າງ​ກ້ວາງ​ຂວາງ​ກໍ​ຕາມ, ​ແຕ່​ເບິ່ງ​ຄື​ວ່າ ຫາງ​ສຽງ​ຍັງ​ຄາດ​ຄະ​ເນ​ກ່ຽວ​ກັບ​ບັນດາ​ບົດ​ລາຍ​ງານ​ນີ້​​ເຕື້ອງ​ເຖິງ​ບັນຫາ​ຫຍັງ. ຝະລັ່ງ​ຢືນຢັນ​ຢ່າງ​ແນ​ວ​ແນ​ວ່າ ອາຍ​ເຄມີ Sarin ​ໄດ້​ຖືກ​ນ​ຳ​ໃຊ້​ຫຼາຍ​ຄັ້ງ ​ແລະ ​ໃນ​ບໍລິ​ເວນ​ທ້ອງ​ຖິ່ນ​ຢູ່​ຊີຣີ. ​ໃນ​ຂະນະ​ນັ້ນ, ທຳນຽບຂາວ​ໄດ້​ຍົກ​ອອກ​ຂໍ້​ກ່າວ​ຫາ ທີ່​ລະ​ແວງ​ສົງ​ໄສ​ລັດຖະບານ​ຊີຣີນຳ​ໃຊ້​ອາວຸດ​ປະ​ເພດ​ນີ້. ວໍ​ຊິງ​ຕັນ ​ໄດ້​ເຄີຍ​ກ່າວ​​ເຕືອນ​ວ່າ ​ເລື່ອງ​ອຳນາດ​ການ​ປົກຄອງ​ຊີຣີນຳ​ໃຊ້ ອາວຸດ​ເຄມີ ຈະ​ແມ່ນ​ການ​ກະທຳ​ເກີນ​ຂອບ​ເຂດ ​ແລະ ຈະ​ພາ​ໃຫ້​ປະຊາ​ຄົມ​ໂລກ​ຕ້ອງ​ດຳ​ເນີນ​ການ​ແຊກ​ແຊງ​ທາງ​ທະຫານ. ​ເຖິງ​ວ່າ ​ໄດ້​ກ່າວ​ຫາ​ຊີຣີມີ​ໃນ​ກຳມື​ບັນດາ​ປະ​ເພດ​ ອາວຸດ​ເຄມີທຳລາຍ​ເສັ້ນປະສາດ​ກໍ​ຕາມ, ​ແຕ່​ມາ​ຮອດ​ປະຈຸ​ບັນ, ອາ​ເມ​ລິ​ກາ ​ແລະ ຝ່າຍ​ຕາ​ເວັນ​ຕົກ​ຍັງ​ຄົງ​ບໍ່​ທັນ​ຍົກ​ອອກ​ບໍ່​ວ່າ​ພະຍານ​ຫຼັກ​ຖານ​ທີ່​ຈະ​ແຈ້ງໃດໆ​ເທື່ອ. ກົ​ມສືບ​ລາຊະການ​ລັບ​ສູນ​ກາງອາ​ເມ​ລິ​ກາ ປະ​ເມີນ​ວ່າ ຊີຣີອາດ​ຈະ​ມີ ອາວຸດ​ເຄມີ​ເຫຼວນັບ​ຮ້ອຍ​ລິດ ​ແລະ ​ໃນ​ແຕ່ລະ​ປີ​ກໍ​ຜະລິດ​ທາດ​ພິດ​ເຄມີ​ນັບ​ຮ້ອຍ​ໂຕນ ຊຶ່ງ​ແມ່ນ​ສາງ​ອາວຸດ​ຖືກ​ຖື​ວ່າ ​ແມ່ນ​ໃຫຍ່​ກ່ວາ​ໝູ່​ຢູ່​ຕາ​ເວັນ​ອອກ​ກາງ.

      ​ເພື່ອ​ເປັນ​ການ​ໂຕ້​ຕອບ​ຄື​ນ, ກະຊວງ​ການ​ຕ່າງປະ​ເທດ​ຊີຣີ​ໄດ້​ຢືນຢັນ​ວ່າ ບັນດາ​ສາງ​ອາວຸດ​ລ້າງຜານ ຫຼື​ບໍ່​ວ່າ​ປະ​ເພດ​ອາວຸດ​ໃດ​ຖືກ​ເກືອດ​ຫ້​າມຊຶ່ງ​ຊີຣີມີ​ໃນ​ກຳມື​ຂອງ​ຕົນ ​ແມ່ນ​​ບໍ່​ມີ​ວັນຈະ​ຖືກ​ນຳ​ໃຊ້​ເພື່ອ​ຕ້ານ​ສາມັນ​ຊົນ​ເຖິງ​ແມ່ນ​ວ່າ ວິ​ກິດ​ການຈະ​ປີນ​ຂັ້ນ​ໄດ​ເຖິງ​ຂັ້ນ​ໃດ. ບັນດາ​ປະ​​ເພດ​ອາວຸດ​ລ້າງຜານ​ນີ້ ພຽງ​ແຕ່​ຖືກ​ນຳ​ໃຊ້​ໂດຍ​ມີ​ການ​ຄວບ​ຄຸມ​ໃນ​ກໍລະນີ​ຊີຣີຖືກ​ບຸກ​ໂຈມ​ຕີ​ຈາກ​ພາຍ​ນອກ. ​ເອກ​ອັກຄະ​ລັດຖະທູດຊີຣີປະຈຳ ສະຫະ​ປະຊາ​ຊາດ​ ທ່ານ Bashar Jaafari ກໍ​ຖື​ວ່າ ​ເລື່ອງ​ຝ່າຍ​ເປັນ​ປໍ​ລະ​ປັກ​ຫວ່ານ​ຂ່າວ​ປະ​ເທດ​ນີ້​ນຳ​ໃຊ້ ອາວຸດ​ເຄມີຢູ່​ຊີຣີ​ແມ່ນ​ເພື່ອ​ຮັບ​ໃຊ້​ບັນດາ​ກົນອຸບາຍ​ການ​ເມືອງ​ສະ​ເພາະ​ຂອງ​ຕົນ. ກໍ​ເຊັ່ນ​ດຽວ​ກັນ​ກັບ​ທັດສະນະ​ດັ່ງກ່າວ, ລັດ​ເຊຍ​ກໍ​ຍັງ​ກ່າວ​ຫາ​ສະມາຊິກ​ບາງ​ທ່ານ​ຝ່າຍ​ຕາ​ເວັນ​ຕົກ​ພວມ​ຕັ້ງ​ໃຈ​ເຮັດ​ໃຫ້​ບັນຫາ ອາວຸດ​ເຄມີ​ຢູ່​ຊີຣີກາຍ​ເປັນ​ບັນຫາ​ໃຫຍ່, ພ້ອມ​ກັນ​ນັ້ນ, ກໍ​ຕັກ​ເຕືອນ​ວ່າ ​ໂລກ​ໄດ້​​ເຄີຍເຫັນ​ປະຈັກ​ຕາກໍລະນີ​ແຊກ​ແຊງ​ຢູ່​ອີຣັກ ດ້ວຍ​ຂໍ້​ອ້າງ​ອາວຸດ​ທຳລາຍ​ລ້າງຜານ, ​ແຕ່​ສຸດ​ທ້າຍ ນັ້ນ​ພຽງ​ແຕ່​ແມ່ນ​ຄຳ​ເວົ້າ​ຂີ້​ຕົວະ​ຢ່າງ​ເປີດ​ແປນ​ເທົ່າ​ນັ້ນ.

    ​ເມື່ອ​ຄວາມ​ຈິງ​ກ່ຽວ​ກັບ​ເລື່ອງ ອາວຸດ​ເຄມີ​ຢູ່​ຊີຣີ ຍັງ​ບໍ່​ທັນ​ຈະ​ແຈ້ງ​ນັ້ນ, ບັນດາ​ປະ​ເທດ​ຝ່າຍ​ຕາ​ເວັນ​ຕົກ​ໄດ້​ຟ້າວ​ຖື​ວ່າ ນີ້​ແມ່ນ​ຂໍ້​ອ້າງ​ເພື່ອ​ຍົກ​ເລີກ​ຄຳ​ສັ່ງ​ຂ້ວຳ​ບາດ​ດ້ານ​ອາວຸດ​ທີ່​ມີ​ຕໍ່​ກຳລັງ​ຝ່າຍ​ຄ້ານ​ຢູ່​ຊີຣີ.

    ​ແລະ ​ໃນ​ຄັ້ງ​ນີ້, ພຽ​ງ 2 ວັນ​ພາຍຫຼັງ​ຄະນະ ນັກ​ກວດ​ກາ​ຂອງ ສະຫະ​ປະຊາ​ຊາດ​​ໄປ​ຍັງ​ຊີຣີ, ບັນດາ​ນັກ​ເຄື່ອນ​ໄຫວ​ຝ່າຍ​ຄ້ານ​ຢູ່​ຊີຣີ​ໄດ້​ນຳ​ສະ​ເໜີ​ທາງ​ເຄືອ​ຂ່າຍ​ອິນ​ເຕີ​​ເນ​ດ ຮູບ​ພາບ​ບັນດາ​ຊາກ​ສົບ​ຄົນ​ຕາຍ​ຢູ່​ເຂດ​ຊານ​ນະຄອນ Damacus, ພ້ອມ​ທັງ​ເວົ້າ​ວ່າ ນີ້​ແມ່ນ​ບັນດາ​ຜູ້​ຮັບ​ເຄາະ​ຮ້າຍ​ທີ່​ຫຼ້າ​ສຸດ​​ໃນ​ບັນດາການ​ບຸກ​ໂຈມ​ຕີດ້ວຍ ອາວຸດ​ເຄມີຂອງ​ກຳລັງ​ລັດຖະບານ​ເມື່ອ​ຄຳ່​ຄືນ​ວັນ​ທີ 20/8. ​ໃນ​ທັນ​ທີ່, ພັນທະ​ພາບ​ແຫ່ງ​ຊາດ​ຊີຣີ SNC ຝ່າຍ​ຄ້ານ​ໄດ້​ຮຽກຮ້ອງ​ໃຫ້​ສະພາ​ຄວາມ​ໝັ້ນຄົງ ສະຫະ​ປະຊາ​ຊາດ​ຈົ່ງ​ໂຮມ​ປະຊຸມ​ດ່ວນ.

    ​ໃນ​ປະຕິກິ​ລີ​ຍາ​ໄວ​ຜິດ​ປົກກະຕິ, ທ່ານ​ລັດຖະມົນຕີ​ການ​ຕ່າງ​ປະ​ເທດ​ອັງກິດ William Hague ​ໄດ້​ຖະ​ແຫຼ​ງວ່າ ປະ​ເທດ​ນີ້​ຈະ​ນຳ​ກໍລະນີ​ບຸກ​ໂຈມ​ຕີ​ດັ່ງກ່າວ​ ສະ​ເໜີ​ຕໍ່ ສະພາ​ຄວາມ​ໝັ້ນຄົງ ສະຫະ​ປະຊາ​ຊາດ​ ​ແລະ ປາດ​ຖະໜາ​ວ່າ ບັນດາ​ກໍລະນີ​ບຸກ​ໂຈມ​ຕີ​ດ້ວຍ ອາວຸດ​ເຄມີຢູ່​ຊີຣີ ຈະ​ປຸກ​ຕື່ນ​ຄວາມ​ເຂົ້າ​ໃຈ​ຂອງບັນດາ​ຜູ້​ສະໜັບສະໜູນ ປະທານາທິບ​ໍດີ Bashar al – Assad ກ່ຽວ​ກັບທາດ​ແທ້​ຂອງ​ລະບອບ​ນີ້. ສ່ວນ​ປະທານາທິບໍດີ​ຝະລັ່ງ Francois Hollande ພັດ​ຮຽກຮ້ອງ​ບັນດາ​ນັກ​ສືບສວນ​ຂອງ ສະຫະ​ປະຊາ​ຊາດ​​ໄປ​ຍັງ​ບໍລິ​ເວນ​ເກີດ​ການ​ບຸກ​ໂຈມ​ຕີ.

   ສົງຄາມ​ກາງ​ເມືອງ​ຢູ່​ຊີຣີ​ໄດ້​ລະ​ເບີ​ດຂຶ້ນ​ແຕ່​ເດືອນ 3/2011 ມາ​ຮອດ​ປະຈຸ​ບັນ, ​ໄດ້​ເຮັດ​ໃຫ້​ມີ​ຜູ້​ເສຍ​ຊີວິດ​ກ່ວາ 1 ​ແສນ​ຄົນ ​ແລະ ​ເກືອ​ບ 1 ລ້ານ 8 ​ແສນຄົນຕ້ອງ​ອົບ​ພະຍົບອອກ​ຈາກ​ປະ​ເທດ​ຊາດ. ​ໃນ​ຂະນະ​ທີ່​ບັນດາ​ຄວາມ​ມານະ​ພະຍາຍາມ​ໄກ​່ເກ່ຍພວມ​ຕົກ​ຢູ່​ໃນ​ສະພາບ​ບໍ່​ມີ​ທາງ​ອອກ​ນັ້ນ, ການ​ສວຍ​ໃຊ້​ບັນດາ​ຂໍ້​ກ່າວ​ຫາ​ນຳ​ໃຊ້ ອາວຸດ​ເຄມີ ພຽງ​ແຕ່​ເຮັດ​ໃຫ້​ສະພາບ​ການ​ຢູ່​ຊີຣີ​ເພີ່ມ​ຄວາມ​ສັບສົນ​ວຸ່ນວາຍ​ຂຶ້ນ​ຕື່ມ ​ແລະ ​​​ເປັນ​ການ​ທຳລາຍຄວາມມານະພະຍາຍາມສັນຕິພາບ.

ຕອບກັບ

ຂ່າວ/ບົດ​ອື່ນ