ຊາວຫວຽດນາມອາໄສຢູ່ຕ່າງປະເທດກັບມາ ຕ້ອນຮັບບຸນປີໃໝ່ປະຈຳຊາດຢູ່ບ້ານເກີດເມືອງນອນ


   ໃນ​ຊຸມ​ມື້​ນີ້, ຢູ່​ຫຼາຍ​ທ້ອງ​ຖິ່ນ​ໃນ​ທົ່ວ​ປະ​ເທດ​ຂອງ​ຫວຽດນາມ ​ໄດ້​ຈັດ​ບັນດາ​ການ​ເຄື່ອນ​ໄຫວ​ຕ້ອນຮັບ​ບຸນປີ​ໃໝ່​ປະຈຳ​ຊາດ (ໝາຍ​ເຖິງ​ບຸນ​ເຕັດ) ໃຫ້ຊາວ ຫວຽດນາມອາ​ໄສ​ຢູ່​ຕ່າງປະ​ເທດ. ນີ້​ແມ່ນ​ການ​ເຄື່ອນ​ໄຫວ​ປະຈຳ​ປີ​ຕາມ​ປະ​ເພນີ​ຂອງ​ຫວຽດນາມ, ​ແມ່ນ​ໜ້າ​ທີການ​ເມືອງທີ່​ສຳຄັນ​ເພື່ອ​ໃຫ້ຊາວຫວຽດນາມອາ​ໄສ​ຢູ່​ຕ່າງປະ​ເທດ​ເຫັນ​ໄດ້​ເຖິງ​ນ້ຳ​ໃຈ​ຂອງ​ພໍ່​ແມ່​ປະຊາຊົນ​ຢູ່​ພາຍ​ໃນ​ປະ​ເທດ, ທັງເປັນ ການປັບປຸງ ຄວາມເຊື່ອໝັ້ນຂອງຊາວ ຫວຽດນາມອາ​ໄສ​ຢູ່​ຕ່າງປະ​ເທດທີ່ມີຕໍ່ ອະນາຄົດ​ແຫ່ງ​ການ​ພັດທະນາ​ຂອງ​ປະ​ເທດ​ຊາດ.

ຊາວຫວຽດນາມອາໄສຢູ່ຕ່າງປະເທດກັບມາ ຕ້ອນຮັບບຸນປີໃໝ່ປະຈຳຊາດຢູ່ບ້ານເກີດເມືອງນອນ - ảnh 1
ລາຍການສິລະປະ “ລະດູບານ​ໃໝ່​ວຽນມາ​
ສູ່​ບ້ານ​ເກີດ​ເມືອງ​ນອນ”ປີ2013
(ພາບ: dangcongsan)

     ການ​ເບິ່ງ​ແຍງ​ວຽກ​ງານ​ໃນ​ໂອກາດບຸນ​ເຕັດ​ໃຫ້​ແກ່ ຊາວຫວຽດນາມອາ​ໄສ​ຢູ່​ຕ່າງປະ​ເທດກັບ​ມາຕ້ອນຮັບບຸນປີ​ໃໝ່​ປະຈຳ​ຊາດຢູ່ບ້ານ​ເກີດ​ເມືອງ​ນອນ ​ແມ່ນ​ບໍ່​ພຽງ​ແຕ່​ສະ​ແດງ​ໃຫ້​ເຫັນ​ຈິດ​ໃຈມະຫາ​ສາມັກ​ຄີ​ທົ່ວ​ປວງ​ຊົນ​ທັງ​ຊາດ​ເທົ່າ​ນັ້ນ, ຫາກ​ຍັງ​ແມ່ນ​ພັນທະ ​ແລະ ຄວາມ​ຮັບຜິດຊອບ​ຂອງ​ພັກ, ລັດ, ພໍ່​ແມ່​ປະຊາ​ຊົນຢູ່​ພາຍ​ໃນ​ປະ​ເທດ​ທີ່​ມີ​ຕໍ່ຊາວຫວຽດນາມອາ​ໄສ​ຢູ່​ຕ່າງປະ​ເທດອີກ​ດ້ວຍ.

     ​ເຊີດ​ຊູ ຈິດ​ໃຈມະຫາ​ສາມັກ​ຄີ​​ແຫ່ງຊາດ

   ​ໂດຍ​ແມ່ນ​ໜຶ່ງ​ໃນ​ບັນ​ດາ​ທ້ອງ​ຖິ່ນ​ທີ່​ໄດ້​ຈັດການ​ພົບ​ປະ​ສ້າງສັນ​ກັບ ຊາວ ຫວຽດ ນາມອາ​ໄສ​ຢູ່​ຕ່າງປະ​ເທດ​ໄວ​ກ່ວາ​ໝູ່, ການ​ພົບ​ປະ​ສ້າງສັນທີ່​ຖືກ​ຈັດ​ຂຶ້ນ​ໃນ​ຕອນ​ຄ່ຳ​ວັນ​ທີ 21/1 ຢູ່​ນະຄອນ​ໂຮ່ຈິ​ມິນ ​ໄດ້​ດຶງ​ດູດ​ການ​ເຂົ້າ​ຮ່ວມ​ຂອງຊາວ ຫວຽດນາມກ່ວາ 700 ຄົນ​ທີ່​ພວມອາ​ໄສ​ຢູ່ 30 ປະ​ເທດ ​ແລະ ​ເຂດ​ແຄ້ວ​ນ​ໃນ​ໂລກ. ຕາມ​ການນຳ ນະຄອນ​ໂຮ່ຈິ​ມິນ​ແລ້ວ, ການ​ພົບ​ປະ​ສ້າງສັນ​ແມ່ນ​ໂອກາດ​​ເພື່ອ​ເຕົ້າ​ໂຮມ​ກັນ​ຂອງ​ບັນດາ​ລູກ​ຮັກ​ຫຼານ​ແພງ​ຂອງ​ປະ​ເທດ​ຊາດ​ທີ່​ພວມ​ດຳລົງ​ຊີວິດ​ຢູ່​ແດນ​ໄກ ກັບ​ເມືອ​ຢ້ຽມຢາມ​ບ້ານ​ເກີດ​ເມືອງ​ນອນ. ​ໃນ​ວັນ​ດຽວ​ກັນ, ຢູ່​ແຂວງ​ດົງ​ນາຍ, ກໍ​ໄດ້​ຈັດການ​ພົບ​ປະ​ສ້າງສັນກັບຊາວຫວຽດນາມອາ​ໄສ​ຢູ່​ຕ່າງປະ​ເທດ ​ແລະ ຍາດຕິ​ພີ​ນ້ອງ​ຂອງ​ເຂົາ​ເຈົ້າ​ເນື່ອງ​ໃນ​ໂອກາດ​ລະດູບານ​ໃໝ່​ປີ​ມະ​ເມຍ 2014, ​ເນື່ອງ​ໃນ​ໂອກາດ​ນີ້, ການ​ນຳ​ແຂວງ​ໄດ້​ຮັບ​ຟັງ ຊາວຫວຽດນາມອາ​ໄສ​ຢູ່​ຕ່າງປະ​ເທດປະກອບ​ຄຳ​ເຫັນ​ກ່ຽວ​ກັບການ​ກໍ່ສ້າງ​ແຂວງ​ດົງ​ນາຍ​ໃຫ້​ນັບ​ມື້​ນັບ​ພັດທະນາ. ​ໃນ​ຂະນະ​ດຽວ​ກັນ ​ຢູ່​ແຂວງ​ກວາງບິງ, ນອກຈາກ​ຈັດການ​ພົບ​ປະ​ສ້າງສັນ​ແລ້ວ, ຄະນະ​ຈັດ​ຕັ້ງ​ຍັງ​ຈັດຕັ້ງ​ໃຫ້ຄະນະຊາວຫວຽດນາມອາ​ໄສ​ຢູ່​ຕ່າງປະ​ເທດ​ໄປ​ໄຫວ້​ອາ​ໄລ​ທ່ານ​ພົນ​ເອກ​ວໍ້​ງວຽນ​ຢາ​ບຢູ່​ສຸສານ​ຂອງ​ເພິ່ນ​ທີ່​ວຸ້ງຈົວ-​ເກາະ​ອ້ຽນ. ​ເຫດການ​​ທີ່​ພົ້ນ​ເດັ່ນ​ຂອງ​ບັນດາ​ການ​ເຄື່ອນ​ໄຫວ​ຕ້ອນຮັບ​ບຸນ​ເຕັດ​ຂອງ ຊາວຫວຽດນາມອາ​ໄສ​ຢູ່​ຕ່າງປະ​ເທດ, ນັ້ນ​ແມ່ນລາຍການລະດູບານ​ໃໝ່​ວຽນມາ​ສູ່​ບ້ານ​ເກີດ​ເມືອງ​ນອນ ຈະຖືກ​ຈັດຂຶ້ນ​ໃນ​ວັນ​ທີ 23/1 ຢູ່​ຮ່າ​ໂນ້ຍ, ຊຶ່ງ​ຈະ​ມີ​ການເຂົ້າຮ່ວມ ຂອງຊາວຫວຽດນາມປະມານ 2000 ຄົນ​ທີ່​ພວມອາ​ໄສ​ຢູ່​ຕ່າງປະ​ເທດ . ທ່ານ​ປະທານ​ປະ​ເທດ​ຫວຽດນາມ ​ເຈືອງ​ເຕີ້​ນຊາງ​ພ້ອມ​ກັບ​ຊາວຫວຽດ ນາມອາ​ໄສ​ຢູ່​ຕ່າງປະ​ເທດຈະ​ດຳ​ເນີນ​ພິທີ​ຖະຫວາຍ​ທູບ​ທຽນ​ບູຊາ, ປ່ອຍ​ປາ​ໄນ​ລົງ​ສູ່​ນ້ຳ​ຢູ່​ວັດ ​ເຈີ້ນ​ກ໋ວກ-ຮ່າ​ໂນ້ຍຕາມ​ປະ​ເພນີ​ຂອງ​ຫວຽດນາມ. ຕອນ​ຄ່ຳ​ຂອງວັນ​ດຽວ​ກັນ, ບັນດາ​ຜູ້​ແທນ​ທີ່​ເຂົ້າ​ຮ່ວມ​ລາຍການພົບ​ປະ​ແລກປ່ຽນ ສະ​ແດງ​ສິລະ​ປະ​ທີ່​ເຂັ້ມ​ຂົ້ນ​ໄປ​ດ້ວຍ​ສີສັນ​ວັດທະນະທຳ​ຂອງຊາດຢູ່​ພະລາດ​ຊະ​ວັງ​ທັງ​ລອງ-ຮ່າ​ໂນ້ຍ. ທ່ານ ຫງວຽນ​ແທງ​ເຊີນ ຮອງ​ລັດຖະມົນຕີ​ການ​ຕ່າງປະ​ເທດ, ປະທານ​ຄະນະ​ກຳມະການ​ແຫ່​ງລັດ​ກ່ຽວ​ກັບ ຊາວຫວຽດນາມອາ​ໄສ​ຢູ່​ຕ່າງປະ​ເທດ​ໃຫ້​ຮູ້​ວ່າ ການຈັດ​ຕັ້ງລາຍການລະດູບານ​ໃໝ່​ວຽນມາ​ສູ່​ບ້ານ​ເກີດ​ເມືອງ​ນອນ ​ແມ່ນ​ບໍ່​ພຽງ​ແຕ່​ສະ​ແດງ​ໃຫ້​ເຫັນຈິດ​ໃຈມະຫາ​ສາມັກ​ຄີ​ທົ່ວທັງ​ຊາດ​ເທົ່າ​ນັ້ນ, ຫາກ​ຍັງ​ສະ​ແດງ​ໃຫ້​ເຫັນກ່ຽວ​ກັບ​ພັນທະ ​ແລະ ຄວາມ​ຮັບຜິດຊອບ​ຂອງ​ພັກ, ລັດ, ພໍ່​ແມ່​ປະຊາ​ຊົນຢູ່​ພາຍ​ໃນ​ປະ​ເທດ​ທີ່​ມີ​ຕໍ່ຊາວຫວຽດນາມອາ​ໄສ​ຢູ່​ຕ່າງປະ​ເທດອີກ​ດ້ວຍ.

   ທ່ານຮອງ​ລັດຖະມົນຕີ​ການ​ຕ່າງປະ​ເທດ ຫງວຽນ​ແທງ​ເຊີນ ​ໃຫ້​ຮູ້​ວ່າ : 

  “ ​ໂດຍ​ຜ່ານ​ລາຍການລະດູບານ​ໃໝ່​ວຽນມາ​ສູ່​ບ້ານ​ເກີດ​ເມືອງ​ນອນທີ່​ຈັດ​ຂຶ້ນ​ປະຈຳ​ປີ, ບໍ່​ພຽງ​ແຕ່​ເປັນ​ການ​​ແນະ​ນຳ​ໃຫ້ຊາວ ຫວຽດນາມອາ​ໄສ​ຢູ່​ຕ່າງປະ​ເທດ​ເຫັນ​ໄດ້​ເຖິງ​ບັນຍາກາດ​ຕ້ອນຮັບ​ບຸນ​ເຕັດ​ຢູ່​ພາຍ​ໃນ​ປະ​ເທດ​ ​ແລະ ສະ​ແດງ​ໃຫ້​​ເຫັນ​ນ້ຳ​ໃຈ​ຂອງ​ປະຊາ​ຊົນຢູ່​ພາຍ​ໃນ​ປະ​ເທດ​ທີ່​ມີ​ຕໍ່ຊາວຫວຽດນາມອາ​ໄສ​ຢູ່​ຕ່າງປະ​ເທດເທົ່າ​ນັ້ນ, ຫາກ​ຍັງ​ແມ່ນ​ໂອກາດ​ເພື່ອ​ທົບ​ທວນຄືນ​ມູນ​ເຊື້ອ, ຮີດຄອງ​ປະ​ເພນີ​ອັນ​ດີງາມ​ຂອງ​ບ້ານ​ເກີດ​ເມືອງ​ນອນ, ທັງ​ແມ່ນ​ໂອກາດ​ເພື່ອປັບປຸງຄວາມ ເຊື່ອໝັ້ນຂອງຊາວຫວຽດນາມອາ​ໄສ​ຢູ່​ຕ່າງປະ​ເທດທີ່ມີຕໍ່ ອະນາຄົດ​ແຫ່ງ​ການ​ພັດທະນາ​ຂອງ​ປະ​ເທດ​ຊາດອີກ​ດ້ວຍ. ສຳຄັນ​ກ່ວາ​ນັ້ນ ​ແມ່ນ​ຮູບ​ພາບ​ເຫຼົ້າ​ນີ້ ຈະ​ຖືກ​ສົ່ງ​ເຖິງ​ຊາວ​ຫວຽດນາມ​ຢູ່​ແດນ​ໄກ​ໂດຍ​ບໍ່​ມີ​ໂອກາດ​ກັບ​ເມືອ​ຕ້ອນຮັບ​ບຸນ​ເຕັດ​ຢູ່​ບ້ານ​ເກີດ​ເມືອງ​ນອນ ”

      ພ້ອມ​ກັບ​​ເລື່ອງ​ຈັດການ​ເຄື່ອນ​ໄຫວຕ້ອນຮັບ​ບຸນ​ເຕັດ​​ຢູ່​ບ້ານ​ເກີດ​ເມືອງ​ນອນໃຫ້ຊາວຫວຽດນາມອາ​ໄສ​ຢູ່​ຕ່າງປະ​ເທດນັ້ນ, ຄວາມ​ເປັນ​ຫ່ວງ​ຕໍ່​ຊາວ​ຫວຽດນາມ​ຢູ່​ແດນ​ໄກ​ໂດຍ​ບໍ່​ມີ​ໂອກາດ​ກັບ​ເມືອ​ຕ້ອນຮັບ​ບຸນ​ເຕັດ​ຢູ່​ບ້ານ​ເກີດ​ເມືອງ​ນອນກໍ​ໄດ້​ຮັບ​ຄວາມເອົາ​ໃຈ​ໃສ່ທີ່​ສຸດ. ຢູ່​ອີ​ຢິບ, ສະຖານທູດ​ຫວຽດນາມ​ກໍໄດ້​ຈັດການ​ພົບ​ປະ​ສ້າງສັນກັບຊາວຫວຽດນາມອາ​ໄສ​ຢູ່​ປະ​ເທດ​ນີ້​ເນື່ອງ​ໃນ​ໂອກາດ​ປີ​ໃໝ່​ປີ​ມະ​ເມຍ. ​ໃນ​ຂະນະ​ນັ້ນ, ຢູ່​ມົດ​ສະ​ກູ​ແຫ່ງ​ສະຫະພັນ​ລັດ​ເຊຍ, ​ໄດ້​ຈັດ​ໃຫ້​ມີ​ລາຍການ​ສະ​ແດງ​ສິລະ​ປະ “ ບຸນ​ເຕັດ​ຢູ່​ໄກ​ຈາກ​ບ້ານ​ເກີດ​ເມືອງ​ນອນ” , ອັນ​ໄດ​້ດຶງ​ດູດຜູ້​ມາ​ເຂົ້າ​ຮ່ວມນັບ​ພັນຄົນ.

   ປັບປຸງຄວາມເຊື່ອໝັ້ນຂອງຊາວຫວຽດນາມອາ​ໄສ​ຢູ່​ຕ່າງປະ​ເທດທີ່ມີຕໍ່ ອະນາຄົດ​ແຫ່ງ​ການ​ພັດທະນາ​ຂອງ​ປະ​ເທດ​ຊາດ.

    ບັນດາ​ການ​ພົບ​ປະ​ສ້າງສັນ​ເນື່ອງ​ໃນ​ໂອກາດ​ບຸນ​ເຕັດ ​ແມ່ນ​ບໍ່​ພຽງ​ແຕ່​ສະ​ແດງ​ໃຫ້​ເຫັນນ້ຳ​ໃຈ​ຂອງພໍ່​ແມ່​ປະຊາ​ຊົນຢູ່​ພາຍ​ໃນ​ປະ​ເທດ​ທີ່​ມີ​ຕໍ່ຊາວຫວຽດນາມອາ​ໄສ​ຢູ່​ຕ່າງປະ​ເທດ​ເທົ່າ​ນັ້ນ, ຫາກ​ຍັງ​ແມ່ນ​ໂອກາດ​ເພື່ອ​ໃຫ້​ອຳນາດ​ການ​ປົກຄອງ​ທ້ອງ​ຖິ່ນ​ແຈ້ງ​ຂ່າວ​ເປັນ​ຈິງ ​ແລະ ພາວະ​ວິ​ໄສ​ໃຫ້ຊາວຫວຽດນາມອາ​ໄສ​ຢູ່​ຕ່າງປະ​ເທດຮັບ​ຊາບ​ກ່ຽວ​ກັບ​ບັນດາ​ຜົນງານ​ທາງ​ດ້ານ​ເສດຖະກິດ-ສັງຄົມ-ວັດທະນະທຳ ກໍ​ຄື​ບັນດາ​ການ​ກຳນົດ​ທິດ​ພັດທະນາ​ໃນ​ໄລຍະ​ທີ່​ຈະ​ມາ​ເຖິງ.​ບັນດາ​ໝາກຜົນ​ທີ່​ບັນລຸ​ມາ​ໄດ້​ນັ້ນ, ກໍ​ມີ​ການ​ປະກອບສ່ວນ​ຂອງ ຊາວຫວຽດນາມອາ​ໄສ​ຢູ່​ຕ່າງປະ​ເທດພ້ອມ​ດ້ວຍ​ຍາດຕິ​ພີ​ນ້ອງ​ຂອງເຂົາ​ເຈົ້າຢູ່​ທົ່ວ​ທຸກ​ແຫ່ງ. ທ່ານ Tony ​ເຈືອງ , ຊາວ​ຫວຽດນາມ ອາ​ໄສ​ຢູ່​ກາ​ນາ​ດາ ​ໃຫ້​ຂໍ້​ສັງ​ເກດ​ວ່າ : 

   “ 2-3ປີ​ມໍ່ໆ​ມາ​ນີ້, ຂ້າພະ​ເຈົ້າ​ເຫັນ​ວ່າ ປະ​ເທດ​ຊາດ​ໄດ້​ມ​ີການ​ປ່ຽນ​ແປງ​ຫຼາຍ​ຢ່າງ, ສຳລັບ ຊາວ ຫວຽດນາມອາ​ໄສ​ຢູ່​ຕ່າງປະ​ເທດ, ລັດຖະບານ​ກໍ​ໃຫ້ການ​ໜູນ​ຊ່ວຍ​ຫຼາຍ​ຢ່າງ, ສ້າງ​ທຸກ​ເງື່ອນ​ໄຂ​ສະດວກ​ໃຫ້​ພໍ່​ແມ່​ພີ​ນ້ອງ​ກັບ​ເມືອ​ທຳ​ມາ​ຄ້າຂາຍ, ດຳລົງ​ຊີວິດ ​ແລະ ກໍ​ມີ​ບັນດາ​ນະ​ໂຍບາ​ຍທີ່​ດີ ​ເຮັດ​ໃຫ້​ພໍ່​ແມ່​ພີ​ນ້ອງ ຊາວ ຫວຽດນາມອາ​ໄສ​ຢູ່​ຕ່າງປະ​ເທດ​ພາກພູມ​ໃຈ​ທີ່​ສຸດ ”

    ຊາວຫວຽດນາມອາ​ໄສ​ຢູ່​ຕ່າງປະ​ເທດ​ແມ່ນ​ພາກສ່ວນ​ໜຶ່ງ​ທີ່​ບໍ່​ອາດ​ຕັດ​ແຍກ​ອອກ​ຈາກ​ຊາດ​ຫວຽດນາມ ​ແລະ ​ແມ່ນ​ແຫຼ່ງກຳລັງ​ຂອງ​ວົງ​ຄະນະ​ຍາດ​ແຫ່ງ​ຊາດ​ຫວຽ​ດນາມ. ​ເລື່ອງ​ເອົາ​ໃຈ​ໃສ່​ຈັດການ​ເຄື່ອນ​ໄຫວຕ້ອນຮັບ​ບຸນ​ເຕັດ​​ໃຫ້ຊາວ ຫວຽດນາມອາ​ໄສ​ຢູ່​ຕ່າງປະ​ເທດນັ້ນ ​ແມ່ນ​ນັບ​ມື້​ນັບ​ປັບປຸງ ​ແລະ ຍົກ​ສູງ​ນ້ຳ​ໃຈ, ຄວາມ​ຮັກ​ແພງ, ຄວາມ​​ເຊື່ອໝັ້ນຂອງຊາວ ຫວຽດນາມອາ​ໄສ​ຢູ່​ຕ່າງປະ​ເທດທີ່​ມີ​ຕໍ່​ແນວທາງ, ​ແຜນ​ນະ​ໂຍບາຍ, ນະ​ໂຍບາຍ​ຂອງ​ພັກ ​ແລະ ລັດ​ຫວຽດນາມ .

ຕອບກັບ

ຂ່າວ/ບົດ​ອື່ນ