ຍູ້ແຮງການປ້ອງກັນ, ຕ້ານການສໍ້ລາດບັງຫລວງ ຢູ່ ທ້ອງຖິ່ນ

(vovworld) - ທີ່​ການ​ໂອ້​ລົມ​ສົນທະນາ​ກ່ຽວ​ກັບ​ການ​ປ້ອງ​ກັນ ​ແລະ ຕ້ານ​ການ​ສໍ້​ລາດ​ບັງ​ຫລວງ​ຄັ້ງ​ທີ 11 ຊຶ່ງ ​ດຳ​ເນີນ​ໄປ​​ໃນ​ວັນ​ທີ 6/12 ຢູ່ ຮ່າ​ໂນ້ຍ, ບັນດາ​ຜູ້​ແທນ​ຢູ່​ພາຍ​ໃນ ​ແລະ ຕ່າງປະ​ເທດ ລ້ວນ​ແຕ່​ຮັບ​ຮູ້​ວ່າ ກິດຈະການ​ປ້ອງ​ກັນ ​ແລະ ຕ້ານ​ການ​ສໍ້​ລາດ​ບັງ​ຫລວງ ຢູ່ ຫວຽດນາມ ໄດ້ຮັບການ​ປັບປຸງ​ດີ​ພໍ​ສົມຄວນ ​ແລະ ການ​ເຄື່ອນ​ໄຫວ ປ້ອງ​ກັນ ​ແລະ ຕ້ານ​ການ​ສໍ້​ລາດ​ບັງ​ຫລວງ ຢູ່ ບັນດາ​ທ້ອງ​ຖິ່ນ​ມີ​ບົດບາດ​ສຳຄັນ​ເພື່ອ​ຍົກ​ສູງ​ປະສິດທິ​ຜົນ​ໃນ ການປ້ອງ​ກັນ ​ແລະ ຕ້ານ​ການ​ສໍ້​ລາດ​ບັງ​ຫລວງຂອງ ຫວຽດນາມ.

        ທີ່​ການ​ໂອ້​ລົ​ມສົນທະນາ​ພາຍ​ໃຕ້​ຫົວ​ຂໍ້​ວ່າ: “ວຽກ​ງານ ປ້ອງ​ກັນ ​ແລະ ຕ້ານ​ການ​ສໍ້​ລາດ​ບັງ​ຫລວງ ຢູ່ ທ້ອງ​ຖິ່ນ, ສະພາບ​ຕົວ​ຈິງ ​ແລະ ມາດ​ຕະການ​”, ບັນດາ​ນັກ​ອຸປະຖຳສາກົນ ​ໄດ້​ຕີ​ລາຄາ​ສູງ 3 ຈຸດ​ໃຫມ່​ໃນ​ວຽກ​ງານປ້ອງ​ກັນ ​ແລະ ຕ້ານ​ການ​ສໍ້​ລາດ​ບັງ​ຫລວງຂອງ ຫວຽດນາມ ນັ້ນ​ແມ່ນ: ສູນ​ກາງ​ພັກ​ກອມ​ມູນິດ ຫວຽດນາມ ​ໄດ້​ມີ​ບົດ​ສະຫລຸບ​ກ່ຽວ​ກັບ​ການ​ສືບ​ຕໍ່​ຍູ້​ແຮງ​ວຽກ​ງານປ້ອງ​ກັນ ​ແລະ ຕ້ານ​ການ​ສໍ້​ລາດ​ບັງ​ຫລວງ ​ແລະ ສ້າງ​ຕັ້ງ​ຄະນະ​ຊີ້​ນຳ​ສູນ​ກາງ​ກ່ຽວ​ກັບ​ການປ້ອງ​ກັນ ​ແລະ ຕ້ານ​ການ​ສໍ້​ລາດ​ບັງ​ຫລວງ ​ໂດຍ​ທ່ານ​ເລຂາທິການ​ໃຫຍ່​ພັກ​ກອມ​ມູນິດ ຫວຽດນາມ ​ເປັນ​ຫົວຫນ້າ; ສະພາ​ແຫ່ງ​ຊາດ​ໄດ້​ຮັບຮອງ​ເອົາ​ກົດໝາຍ​ວ່າ​ດ້ວຍ​ການ​ປັບປຸງ, ​ເພີ່ມ​ເຕີມ​ບາງ​ຂໍ້​ມາດຕາ​ຂອງ​ກົດໝາຍ​ວ່າ​ດ້ວຍ​ການ​ປ້ອງ​ກັນ ​ແລະ ຕ້ານ​ການ​ສໍ້​ລາດ​ບັງ​ຫລວງ; ​ໃຫ້​ຄຳ​ເຫັນ​ໃສ່​ກົດໝາຍ​ວ່າ​ດ້ວຍ​ທີ່​ດິນ (ສະບັບ​ປັບປຸງ), ຊຶ່ງ​ແມ່ນ​ຂົງ​ເຂດ​ໄດ້​ຮັບ​ຖື​ວ່າ ​ແມ່ນ​ບັນຫາ​ຮີບ​ເຮັ່ງ​ຂອງ​ການ​ສໍ້​ລາດ​ບັງ​ຫລວງ ​ແລະ ລັດຖະບານ​ໄດ້​ຮັບຮອງ​ເອົາ​ໂຄງກາ​ນດຳ​ເນີນ​ງານ​ປະຕິບັດ​ວຽກ​ງານປ້ອງ​ກັນ ​ແລະ ຕ້ານ​ການ​ສໍ້​ລາດ​ບັງ​ຫລວງ, ການ​ຟູມ​ເຟືອຍ ​ໄລຍະ 2012 - 2016. ຢູ່ ບັນດາ​ທ້ອງ​ຖິ່ນ,ສ​ະ​ເພາະ​ໃນ​ປີ 2012, ທົ່ວ​ປະ​ເທດ​ໄດ້​ພົບ​ເຫັນ, ​ເປີດ​ການ​ສືບສວນ​ສອບ​ສວນ ກວ່າ 270 ຄະດີ ​ແລະ 287 ສ່ວນ​ບຸກຄົນທີ່​ມີ​ການ​ກະທຳ​ກ່ຽວຂ້ອງ​ເຖິງ​ການ​ສໍ້​ລາດ​ບັງ​ຫລວງ​, ​ຮີບ​ຊັບ​ສິນ​ຄື​ນ​ດ້ວຍ​ມູນ​ຄ່າ 540 ຕື້​ດົ່ງ. ຄຽງ​ຄູ່​ກັນ​ນັ້ນ, ບັນ​ດາ​ອົງການ​ກ່ຽວ​ຂ້ອງ​ຍັງ​ປະຕິບັດ​ບັນດາ​ຄຳ​ໝັ້ນສັນຍາ,​ຂໍ້​ຕົກລົງ​ສາກົນ​ກ່ຽວ​ກັບການປ້ອງ​ກັນ ​ແລະ ຕ້ານ​ການ​ສໍ້​ລາດ​ບັງ​ຫລວງຢ່າງ​ຄົບ​ຖ້ວນ, ​ເປີດ​ກວ້າງ​ການ​ຮ່ວມ​ມື​ສອງ​ຝ່າຍ ​ແລະ ຫລາຍ​ຝ່າຍ, ​ເຂົ້າ​ຮ່ວມ​ບັນດາ​ເວທີ​ປາ​ໄສ​ສາກົນ​ກ່ຽວ​ກັບ​ການປ້ອງ​ກັນ ​ແລະ ຕ້ານ​ການ​ສໍ້​ລາດ​ບັງ​ຫລວງ.

ຍູ້ແຮງການປ້ອງກັນ, ຕ້ານການສໍ້ລາດບັງຫລວງ ຢູ່ ທ້ອງຖິ່ນ - ảnh 1
ການ​ໂອ້​ລົມ​ສົນທະນາ​ກ່ຽວ​ກັບ​ການ​ປ້ອງ​ກັນ ​ແລະ ຕ້ານ​ການ​ສໍ້​ລາດ​ບັງ​ຫລວງ​ຄັ້ງ​ທີ 11
ພາບ:internet

        ກ່ຽວ​ກັບ​ວຽກ​ງານ ປ້ອງ​ກັນ ​ແລະ ຕ້ານ​ການ​ສໍ້​ລາດ​ບັງ​ຫລວງຢູ່​ທ້ອງ​ຖິ່ນ, ຈຸດ​ພົ້ນ​ເດັ່ນ​ໃນ​ 5 ປີຜ່ານມາຢູ່ 63 ​ແຂວງ, ນະຄອນ ຂອງ ຫວຽດນາມ ​ແມ່ນສ້າງ​ສຳ​ເລັດ ​ແລະ ປະກາດ​ລະບຽບ​ການ​ບໍລິຫານ​ທີ່​ຂຶ້ນ​ກັບ​ສິດ​ອຳນາດ​ຂອງ​ຕົນ​ຢ່າງ​ເປີດ​ເຜີຍ ​ແລະ ປັບ​ໄຫມ​ລົງ​ໂທດ 678 ຄົນ ຊຶ່ງ​ແມ່ນ​ຫົວຫນ້າ, ຮອງ​ຫົວຫນ້າ​ຍ້ອນ​ຂາດ​ຄວາມ​ຮັບຜິດຊອບ​ປະ​ໃຫ້​ເກີດ​ການ​ສໍ້​ລາດ​ບັງ​ຫລວງ. ​ເຖິງ​ຢ່າງ​​ໃດ​ກໍ​ຕາມ, ວຽກ​ງານ ປ້ອງ​ກັນ ​ແລະ ຕ້ານ​ການ​ສໍ້​ລາດ​ບັງ​ຫລວງຢູ່​ບັນ​ດາ​ທ້ອງ​ຖິ່ນ​ຂອງ ຫວຽດນາມ ບໍ່​ທັນ​ບັນລຸໄດ້ໝາຍ​ທີ່ວາງ​ອອກ​ ນັ້ນແມ່ນ​ສະກັດ​ກັ້ນ ​ແລະ ຍູ້​ໄພ​ສໍ້​ລາດ​ບັງ​ຫລວງ​ໃຫ້​ຖອຍ​ໄປ​ເທື່ອ​ລະ​ກ້າວ. ກ່າວ​ຄຳ​ເຫັນ​ທີ່​ການ​ໂອ້​ລົມ​ສົນທະນາ​ກ່ຽວ​ກັບ​ການ ປ້ອງ​ກັນ ​ແລະ ຕ້ານ​ການ​ສໍ້​ລາດ​ບັງ​ຫລວງ ຄັ້ງ​ທີ 11, ທ່ານ​ຮອງ​ນາຍົກລັດຖະມົນຕີ ຫງວຽນ​ຊວນ​ຟ​ຸກ (Nguyễn Xuân Phúc) ຊີ້​ແຈງ​ວ່າ: ລັດຖະບານ ຫວຽດນາມ ຕັດສິນ​ໃຈ​ເຄື່ອນ​ໄຫວ​ເພື່ອ​ຍູ້​ໄພ​ສໍ້​ລາດ​ບັງ​ຫລວງ​ໃຫ້​ຖອຍ​ໄປ​ເທື່ອ​ລະ​ກ້າວ, ​ເປັນ​ຕົ້ນ​ການ​ສໍ້​ລາດ​ບັງ​ຫລວງ​ຢູ່​ບັນດາ​ທ້ອງ​ຖິານ​ໃນ​ຂົງ​ເຂດ​ສະດຸ້ງ​ໄວ. ທ່ານ​ຮອງ​ນາຍົກລັດຖະມົນຕີຊີ້ນຳບັນດາ​ທ້ອງ​ຖິ່ນ​ຄວນ​ຄົ້ນ​ຄ້ວາ​ຢ່າງ​ລະອຽດ​ບັນດາ​ແບບຢ່າງ, ຕ້ອງ​ມີ​ການ​ຕີ​ລາຄາ, ຖອດ​ຖອນ​ບົດຮຽນ, ຈາກ​ນັ້ນ ສ້າງ​ຮູບ​ແບບ​ມາດຕະຖານ​ເພື່ອ​ທະວີຄູນ​ໃນ​ໄລຍະ​ຈະ​ມາ​ເຖິງ. ທ່ານ ຮອງ​ນາຍົກລັດຖະມົນຕີ ຫງວຽນ​ຊວນ​ຟຸກ ​ເວົ້າ​ວ່າ:

        “ການ​ສໍ້​ລາດ​ບັງ​ຫລວງ​ໃນ​ຂົງ​ເຂດ​ທີ່​ດິນ, ​ໃນ​ການ​ລົງທຶນ​ກໍ່ສ້າງ​ພື້ນຖານ​ໂຄງ​ລ່າງ, ການ​ລົງທຶນ​ຂອງ​ລັດ, ການ​ຄຸ້ມ​ຄອງ​ງົບປະມານ​ແຫ່ງ​ລັດ​ແມ່ນ​ບັນຫາ​ຮີບ​ເຮັ່ງ​ຢູ່ ທ້ອງ​ຖິ່ນ. ​ໃນ​ຂະນະ​ທີ່ພວກ​ເຮົາ​ບໍ່​ທັນ​ປ່ຽນ​ແປງ​ກົນ​ໄກ່​, ກົດໝາຍ​ຢ່າງ​ທັນ​ການ ​ແລະ ຄົບ​ຖ້ວນ​ໄດ້, ບັນດາ​ແບບຢ່າງ​ໃນ​ການ​ປ້ອງ​ກັນ ​ແລະ ຕ້ານ​ການ​ສໍ້​ລາດ​ບັງ​ຫລວງ​ແມ່ນ​ແວນ​ແຍງ​ໃຫ້​ພວກ​ເຮົາ​ປະຕິບັດ​ຕາມ. ຂ້າພະ​ເຈົ້າ​ສະ​ເຫ​ນີບັນດາ​ອົງການ​ກ່ຽວຂ້ອງ, ທ້ອງ​ຖິ່ນ​ຕ່າງໆ​ຕ້ອງ​ຄົ້ນ​ຄ້ວາ​ບົດຮຽນ​ຢ່າງ​ລະອຽດ, ພິຈາລະນາ​ຄວາມ​ສາມາດ​ນຳ​ໃຊ້​ໃຫ້​ເໝາະ​ສົມ​ກັບ​ສະພາບ​ຕົວ​ຈິງ. ”

ທີ່​ການ​ໂອ້​ລົມ​ສົນທະນາ, ບັນດາ​ຜູ້​ແທນ​ສາກົນ​ຖື​ວ່າ ເພື່ອ​ໃຫ້​ວຽກ​ງານ ປ້ອງ​ກັນ ​ແລະ ຕ້ານ​ການ​ສໍ້​ລາດ​ບັງ​ຫລວງຢູ່ ທອ້ງຖິ່ນ​ບັນລຸ​ປະສິດທິ​ຜົນ​ກວ່າ, ຕ້ອງ​ລະດົມ​ທັງ​ລະບົບ​ການ​ເມືອງ​ເຂົ້າ​ຮ່ວມ.

ກ່ອນ​ອື່ນ​ໝົດ, ອຳນາດ​ການ​ປົກຄອງ​ທ້ອງ​ຖິ່ນ​ຕ້ອງ​ເອົາ​ໃຈ​ໃສ່​ເຖິງ​ວຽກ​ງານ​ນີ້, ​ໄປ​ຄຽງ​ຄູ່​ກັບ​ວຽກ​ງານ​ຊຸກຍູ້, ຍົກ​ສູງ​ປະສິດທິ​ຜົນ​ໃນ​ຂົງ​ເຂດ​ສຳຄັນ​ຈຳນວນ​ຫນຶ່ງ​ໃນ​ວຽກ​ງານປ້ອງ​ກັນ ​ແລະ ຕ້ານ​ການ​ສໍ້​ລາດ​ບັງ​ຫລວງ. ທ່ານ Renwick Irvine ຜູ້ຕາງຫນ້າ​ກະຊວງ​ພັດທະນາ​ສາກົນ ລາຊະ​ອານາຈັກ ອັງກິດ ຖື​ວ່າ: ກົນ​ໄກ​ຕິດຕາມກວດກາການ​ສໍ້​ລາດ​ບັງ​ຫລວງ ຢູ່ ຫວຽດນາມ ປະຈຸ​ບັນ ຈຳ​ເປັນ​ຕ້ອງ​ໄດ້​ຮັບ​ການ​ປັບປຸງ.

        “ກົນ​ໄກ​ການ​ຕິດຕາມ​ກວດກາ​ເພື່ອ​ສາມາດ​ຫນູນ​ຊ່ວຍ​ໃຫ້​ແກ່​ວຽກ​ງານ​ປ້ອງ​ກັນ ​ແລະ ຕ້ານ​ການ​ສໍ້​ລາດ​ບັງ​ຫລວງ​ປະຈຸ​ບັນ​ຂອງ ຫວຽດນາມ ​ແມ່ນ​ບໍ່​ທັນ​ບັນລຸ​ປະສິດທິ​ຜົນ. ບັນດາ​ຄວາມ​ຄືບ​ຫນ້າຜ່ານມາສະ​ແດງ​ໃຫ້​ເຫັນ​ວ່າ ການ​ເຕີບ​ໂຕ​ດ້ານ​ເສດຖະກິດ​ຢ່າງ​ວ່ອງ​ໄວ​ແຕ່​ວຽກ​ງານຕິດຕາມ​ກວດກາ​ບໍ່​ທັນ. ສະ​ນັ້ນ ຄວນ​ເພີ່ມ​ທະວີ​ບົດບາດ​ຂອງ​ພົນລະ​ເມືອງ ​ແລະ ສັງຄົມ​ພົນລະ​ເຮືອນ.”

        ​ເພື່ອ​ເພີ່ມ​ລັກສະນະ​ປະສິດທິ​ຜົນ​ໃຫ້​ແກ່​ວຽກ​ງານ​ປ້ອງ​ກັນ ​ແລະ ຕ້ານ​ການ​ສໍ້​ລາດ​ບັງ​ຫລວງ, ບັນດາ​ຜູ້​ແທນ​ຢູ່​ພາຍ​ໃນ ​ແລະ ຕ່າງປະ​ເທດ ​ໄດ້​ສະ​ເຫ​ນີລັດຖະບານ ຫວຽດນາມ ປະຕິບັດ​ບັນດາ​ມາດ​ຕະການ​ຢ່າງ​ຄົບ​ຊຸດ ​ເພື່ອ​ຍົກ​ສູງ​ປະສິດທິ​ຜົນ, ຜົນ​ສັກສິດ​ຂອງ​ວຽກ​ງານ​ກວດກາ, ຕິດຕາມ​ກວດກາ, ການ​ສືບສວນ​ສອບ​ສວນ, ​ແລະ ພິພາກສາບັນດາ​ການ​ກະທຳ​ສໍ້​ລາດ​ບັງ​ຫລວງ​ຢ່າງ​ເຂັ້ມ​ງວດ, ​ເພີ່​ມ​ເຕີມ, ສ້າງ​ກົນ​ໄກ​ນະ​ໂຍບາຍ​ດ້ານ​ກົດໝາຍ​ກ່ຽວ​ກັບ​ການປ້ອງ​ກັນ ​ແລະ ຕ້ານ​ການ​ສໍ້​ລາດ​ບັງ​ຫລວງ​ຢ່າງ​ສົມບູນ​ແບບ. ດ້ວຍ​ການ​ສ້າງ​ຕັ້ງ​ຄະນະ​ຊີ້​ນຳ​ສູນ​ກາງ​ກ່ຽວ​ກັບ​ການ​ປ້ອງ​ກັນ ​ແລະ ຕ້ານ​ການ​ສໍ້​ລາດ​ບັງ​ຫລວງ, ຮັບຮອງ​ເອົາ​ກົດໝາຍ​ວ່າ​ດ້ວຍ​ການ​ປັບປຸງ, ​ເພີ່ມ​ເຕີມ​ບາງ​ຂໍ້​ມາດຕາ​ຂອງ​ກົດໝາຍ​ວ່າ​ດ້ວຍ​ການ​ປ້ອງ​ກັນ ​ແລະ ຕ້ານ​ການ​ສໍ້​ລາດ​ບັງ​ຫລວງ ​ແລະ ​ໂຄງການ​ດຳ​ເນີນ​ງານ​ປະຕິບັດ​ກົດໝາຍ​ວ່າ​ດ້ວຍ​ການ​ປ້ອງ​ກັນ ​ແລະ ຕ້ານ​ການ​ສໍ້​ລາດ​ບັງ​ຫລວງ​ໄລຍະ 2012- 2016, ກິດຈະການ​ປ້ອງ​ກັນ ​ແລະ ຕ້ານ​ການ​ສໍ້​ລາດ​ບັງ​ຫລວງ​ຢູ່ ຫວຽດນາມ ຈະ​ໄດ້​ຮັບ​ການ​ຜັນ​ຂະຫຍາຍ​ຢ່າງ​ຕັ້ງຫນ້າ​ກວ່າ​ໃນ​ໄລຍະ​ຈະ​ມາ​ເຖິງ.

 

 

ຕອບກັບ

ຂ່າວ/ບົດ​ອື່ນ