ຕະຫຼາດແຮງງານ ຫວຽດນາມ ພວມຟື້ນຟູເທື່ອລະກ້າວເພື່ອປະກອບສ່ວນເຂົ້າໃນການພັດທະນາຂອງພື້ນຖານເສດຖະກິດ

(VOVWORLD) -ໃນຊຸມປີຜ່ານມາ, ຕະຫຼາດແຮງງານຢູ່ ຫວຽດນາມ ໄດ້ມີບາດກ້າວພັດທະນາທີ່ໜ້າປະທັບໃຈ, ນັບມື້ນັບເຊື່ອມໂຍງ, ຍັບເຂົ້າໃກ້ກັບຕະຫຼາດແຮງງານຢູ່ພາກພື້ນ ແລະ ໂລກເທື່ອລະກ້າວ.
ຕະຫຼາດແຮງງານ ຫວຽດນາມ ພວມຟື້ນຟູເທື່ອລະກ້າວເພື່ອປະກອບສ່ວນເຂົ້າໃນການພັດທະນາຂອງພື້ນຖານເສດຖະກິດ - ảnh 1ກອງປະຊຸມພັດທະນາຕະຫຼາດແຮງງານຢ່າງມີໄຫວພິບ, ທັນສະໄໝ, ຍືນຍົງ ແລະ ເຊື່ອມໂຍງສາກົນ
(ພາບ: nhandan.vn)

ແຮງງານແມ່ນປັດໄຈສົ້ນເຂົ້າພື້ນຖານຂອງທຸກການເຄື່ອນໄຫວຜະລິດ, ດຳເນີນທຸລະກິດ ແລະ ຂອງທັງພື້ນຖານເສດຖະກິດ. ກອງປະຊຸມທາງໄກ “ພັດທະນາຕະຫຼາດແຮງງານຢ່າງມີໄຫວພິບ, ທັນສະໄໝ, ຍືນຍົງ ແລະ ເຊື່ອມໂຍງເຂົ້າກັບສາກົນ” ໂດຍທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິນຈິງ ເປັນປະທານ ເຊິ່ງດຳເນີນໃນທ້າຍອາທິດຜ່ານມາ ໄດ້ຍົກອອກຫຼາຍມາດຕະການແກ້ໄຂສຳຄັນ ເພື່ອຂຸດຄົ້ນຕະຫຼາດນີ້ຢ່າງມີປະສິດທິຜົນ.

        ໃນຊຸມປີຜ່ານມາ, ຕະຫຼາດແຮງງານຢູ່ ຫວຽດນາມ ໄດ້ມີບາດກ້າວພັດທະນາທີ່ໜ້າປະທັບໃຈ, ນັບມື້ນັບເຊື່ອມໂຍງ, ຍັບເຂົ້າໃກ້ກັບຕະຫຼາດແຮງງານຢູ່ພາກພື້ນ ແລະ ໂລກເທື່ອລະກ້າວ.

ສັນຍາຟື້ນຟູຂອງຕະຫຼາດແຮງງານ

        ຕາມກະຊວງແຮງງານ - ທະຫານເສຍອົງຄະ ແລະ ສັງຄົມ ຫວຽດນາມ ແລ້ວ, ຕະຫຼາດແຮງງານ ຫວຽດນາມ ໃນໄລຍະ 7 ເດືອນຕົ້ນປີ 2022 ຍັງຖືກຮັບຜົນກະທົບທີ່ຫຍໍ້ທໍ້ຂອງໂລກລະບາດໂຄວິດ-19 ແຕ່ລະດັບໄດ້ຫຼຸດລົງຫຼາຍແລ້ວ. ໄຕມາດທີ 1 ປີ 2022, ມີຜູ້ອອກແຮງງານ 16,9 ລ້ານຄົນທີ່ອາຍຸແຕ່ 15 ປີຂຶ້ນໄປຖືກຮັບຜົນກະທົບ, ຮອດໄຕມາດທີ 2 ຍັງເຫຼືອພຽງ 8 ລ້ານຄົນຖືກຜົນກະທົບຢ່າງຫຍໍ້ທໍ້ເທົ່ານັ້ນ. ອັດຕາຜູ້ອອກແຮງງານຖືກວ່າງງານໃນຈຳນວນຜູ້ອອກແຮງງານຖືກຜົນກະທົບກໍ່ຫຼຸດລົງຢ່າງແຮງ ເມື່ອທຽບໃສ່ໄຕມາດກ່ອນ.

        ປະຈຸບັນ, ຕະຫຼາດແຮງງານ ຫວຽດນາມ ພວມຟື້ນຟູໄວພໍສົມຄວນ ນັບທັງໃນກຳລັງຜູ້ອອກແຮງງານ ແລະ ວຽກເຮັດງານທຳ. ກຳລັງແຮງງານໃນ 6 ເດືອນຕົ້ນປີ 2022 ແມ່ນ 51,4 ລ້ານຄົນ, ເພີ່ມຂຶ້ນ 400.000 ຄົນເມື່ອທຽບໃສ່ໄລຍະດຽວກັບຂອງປີ 2021.

        ອັດຕາເຂົ້າຮ່ວມກຳລັງແຮງງານເພີ່ມຂຶ້ນ 0,6% ເມື່ອທຽບໃສ່ໄຕມາດທີ 4 ປີ 2021, ສະແດງໃຫ້ເຫັນວ່າ ເມື່ອໂລກລະບາດໄດ້ຮັບການຄວບຄຸມ, ຜູ້ອອກແຮງງານຄ່ອຍໆເຂົ້າຮ່ວມຕະຫຼາດແຮງງານຄືນໃໝ່. ລາຍຮັບສະເລ່ຍຂອງຜູ້ອອກແຮງງານໃນໄລຍະ 6 ເດືອນຕົ້ນປີ ເພີ່ມຂຶ້ນ 5,3% ເມື່ອທຽບໃສ່ໄລຍະດຽວກັນຂອງປີ 2021.

        ມີຫຼາຍນະໂຍບາຍສ້າງວຽກເຮັດງານທຳ, ໜູນຊ່ວຍການພັດທະນາຕະຫຼາດແຮງງານໄດ້ຮັບການຜັນຂະຫຍາຍຢ່າງສະເໝີຕົ້ນສະເໝີປາຍ, ຕໍ່ເນື່ອງ, ພິເສດແມ່ນບັນດານະໂຍບາຍໜູນຊ່ວຍການຟື້ນຟູຕະຫຼາດແຮງງານພາຍຫຼັງໂລກລະບາດໂຄວິດ-19. ດ້ວຍມະຕິເລກທີ 68 ແລະ 116 ຂອງລັດຖະບານ, ທົ່ວປະເທດໄດ້ສະຫງວນເງິນຈຳນວນກວ່າ 82.000 ຕື້ດົ່ງ ປະຕິບັດບັນດານະໂຍບາຍໜູນຊ່ວຍໃຫ້ຜູ້ນຳໃຊ້ແຮງງານກວ່າ 700.000 ເທື່ອຄົນ, ຜູ້ອອກແຮງງານເກືອບ 50 ລ້ານເທື່ອຄົນ ແລະ ບັນດາເປົ້າໝາຍອື່ນໆ. ປະຈຸບັນ, ບັນດາທ້ອງຖິ່ນພວມຜັນຂະຫຍາຍຂໍ້ຕົກລົງເລກທີ 08 ຂອງນາຍົກລັດຖະມົນຕີກ່ຽວກັບເລື່ອງປະຕິບັດນະໂຍບາຍໜູນຊ່ວຍຄ່າເຊົ່າເຮືອນຢູ່ໃຫ້ແກ່ຜູ້ອອກແຮງງານ ເຊິ່ງລາຍຈ່າຍລວມທັງໝົດ 6.600 ຕື້ດົ່ງ.

ນຳໃຊ້ກຳລັງແຮງງານເພື່ອພັດທະນາຢ່າງວ່ອງໄວ, ຍືນຍົງ

        ຍຸດທະສາດພັດທະນາເສດຖະກິດ-ສັງຄົມ ໄລຍະ 10 ປີ (2021-2030) ຂອງ ຫວຽດນາມ ໄດ້ກຳນົດຮູບແບບພັດທະນາປະເທດຊາດ ຕາມທິດກາຍເປັນປະເທດພວມພັດທະນາ ມີພື້ນຖານອຸດສາຫະກຳທັນສະໄໝ (ຮອດປີ 2030) ແລະ ແມ່ນປະເທດພັດທະນາ (ຮອດປີ 2045), ໃນນັ້ນ ອີກເທື່ອໜຶ່ງໄດ້ເນັ້ນໜັກເຖິງການພັດທະນາແຫຼ່ງຊັບພະນາກອນມະນຸດ ເຊິ່ງແມ່ນໜຶ່ງໃນຈຳນວນ 3 ຂອດບຸກທະລຸຍຸດທະສາດ.

        ໃນໄລຍຈະມາເຖິງ, ຫວຽດນາມ ສືບຕໍ່ສ້າງລະບອບລະບຽບການ, ນະໂຍບາຍ, ກົດໝາຍໃຫ້ສົມບູນແບບ, ຄົບຊຸດ ເພື່ອພັດທະນາຕະຫຼາດແຮງງານ ຕາມທິດມີໄຫວພິບ, ທັນສະໄໝ, ຄົບຖ້ວນ, ຍືນຍົງ, ບັນລຸປະສິດທິຜົນ, ເຊື່ອມໂຍງເຂົ້າກັບສາກົນ, ແນໃສ່ສຸມໃສ່ການພັດທະນາແຮງງານທີ່ມີທັກສະ, ຊຸກຍູ້ການສ້າງວຽກເຮັດງານທຳແບບຍືນຍົງ, ມີລາຍຮັບສູງ. ໃນທ່າອ່ຽງຫັນເປັນໂລກາພິວັດນັ້ນ, ຫວຽດນາມ ຈະພັດທະນາຕະຫຼາດແຮງງານ ໂດຍສຸມໃສ່ຂົງເຂດມີຈຸດສຸມພວມແມ່ນບຸລິມະສິດໃນປະຈຸບັນຄື ການຫັນເປັນດີຈີຕອນ, ຫັນເປັນສີຂຽວ, ການຮັບມືກັບການປ່ຽນແປງຂອງດິນຟ້າອາກາດ…

        ເພື່ອປົດປ່ອຍກຳລັງການຜະລິດຢ່າງສຸດຂີດນັ້ນ, ຫວຽດນາມ ກໍ່ເອົາໃຈໃສ່ເຖິງການເຄື່ອນຍ້າຍແຮງງານ, ວຽກເຮັດງານທຳຕາມພູມມີປະເທດ, ບໍລິເວນ; ຍູ້ແຮງການຮ່ວມສຳພັນຕະຫຼາດວຽກເຮັດງານທຳລະຫວ່າງເຂດພາກຢູ່ພາຍໃນປະເທດ, ສ້າງກົນໄກເຊື່ອມຕໍ່ການສະໜອງ - ຄວາມຕ້ອງການອັດຕະໂນມັດລະຫວ່າງຕະຫຼາດຢູ່ພາຍໃນ ແລະ ຕ່າງປະເທດ. ຫວຽດນາມ ຈະເອົາໃຈໃສ່ບຳລຸງສ້າງທັກສະໃຫ້ຜູ້ອອກແຮງງານ (ດ້ານພາສາຕ່າງປະເທດ, ສີມືແຮງງານ) ເພື່ອເຊື່ອມໂຍງເຂົ້າກັບຕະຫຼາດແຮງງານໂລກ.

        ຕະຫຼາດແຮງງານຕ້ອງຮັບໃຊ້ຢ່າງໄດ້ການໄດ້ງານ, ບັນລຸປະສິດທິຜົນໃນການພັດທະນາເສດຖະກິດການຕະຫຼາດຕາມທິດສັງຄົມນິຍົມ. ດ້ວຍການກຳນົດທິດນັ້ນ, ຫວຽດນາມ ຕັດສິນໃຈສ້າງ, ຂຸດຄົ້ນຕະຫຼາດແຮງງານຢ່າງມີປະສິດທິຜົນ ເພື່ອພັດທະນາປະເທດຊາດຢ່າງວ່ອງໄວ, ຍືນຍົງກວ່າເກົ່າ.

ຕອບກັບ

ຂ່າວ/ບົດ​ອື່ນ