ທຸກສິ່ງ​ທຸກ​ຢ່າງ​ເພື່ອ​ສຸ​ຂະ​ພາບ​ຂອງ​ປະ​ຊາ​ຊົນ

(VOVWORLD) -ມາຮອດປະຈຸບັນ ຫວຽດນາມ ແມ່ນຫນຶ່ງໃນຈຳນວນຫນ້ອຍປະເທດໃນໂລກ ປະຕິບັດວຽກງານປ້ອງກັນ ສະກັດກັ້ນ ໂລກລະບາດໂຄວິດ  19 ຢ່າງມີປະສິດທິຜົນ ຍ້ອນມີການເຂົ້າຮ່ວມຂອງທັງລະບົບການເມືອງ ພ້ອມກັບຈິດໃຈຄວາມຮັບຜິດຊອບຂອງທົ່ວສັງຄົມ. ໝາກຜົນຂອງວຽກງານປ້ອງກັນ ສະກັດກັ້ນໂລກລະບາດໂຄວິດ 19 ເປັນການພິສູດໃຫ້ເຫັນຢ່າງຈະແຈ້ງວ່າ ພັກ ແລະ ລັດຫວຽດນາມ ຍາມໃດກໍ່ຖືຊີວິດອິນຊີ ແລະ ການຮັກສາສຸຂະພາບຂອງປະຊາຊົນ ເປັນສຳຄັນ.

ໃນໄລຍະຫນຶ່ງປີຜ່ານມາ, ໂລກລະບາດໂຄວິດ 19 ໄດ້ສົ່ງຜົນກະທົບຢ່າງຮ້າຍແຮງສຳລັບມະນຸດ. ໄລ່ ຮອດວັນທີ 15 ກໍລະກົດປີ 2021, ໂລກ ພົບເຫັນກວ່າ 188 ລ້ານຄົນຖືກຕິດເຊື້ອໂຄວິດ 19, ມີກວ່າ 4 ລ້ານຄົນຖືກເສຍຊີວິດ. ໂລກລະບາດໂຄວິດ 19 ໄດ້ເຮັດໃຫ້ການພັດທະນາເສດຖະກິດ, ສັງຄົມຂອງທຸກປະເທດທັງໝົດໃນໂລກຖືກ ຊັກຊ້າລົງ. ພ້ອມກັບໂລກ, ຫວຽດນາມ ໄດ້ມີການສະກັດກັ້ນໂລກລະບາດໂຄວິດ 19 ຢ່າງມີປະສິດທິຜົນຫລາຍຄັ້ງ.

ແຕ່ວ່າ ດ້ວຍແງ່ມູມສັ້ນໆ ແລະ ແບບຂາດເຈດຕະນາດີ, ມີບາງພວກປະຕິການພັດຖິ່ນຢູ່ຕ່າງປະເທດຄື: ຫວຽດເຕີນ, ວິທະຍຸ VOA, RFA … ໄດ້ຮ່ວມກັບພວກບໍ່ພໍໃຈກັບລະບອບ ຢູ່ ພາຍໃນປະເທດ ຫວ່າງແລ້ວນີ້ ໄດ້ລົງບົດຂຽນ ນັບຮ້ອຍໆບົດທາງສື່ສັງຄົມອອນລາຍ ໂດຍມີເນື້ອໃນປະຕິການ ແລະ ເຜີຍແຜ່ຂໍ້ມູນຂ່າວເສກສັນປັ້ນແຕ່ງ ບິດເບືອນຄວາມຈິງຕ້ານທຳລາຍກິດຈະການປ້ອງກັນ ສະກັດກັ້ນໂລກລະບາດໂຄວິດ 19 ຂອງຫວຽດນາມ. ບັນດາຖ້ອຍທຳນອງເສກສັນປັ້ນແຕ່ງນັ້ນ ແມ່ນແຕກຕ່າງຫລາຍເມື່ອທຽບກັບຄວາມຈິງຂອງກິດຈະການ ການປ້ອງກັນ ສະກັດກັ້ນໂລກລະບາດໂຄວິດ 19 ຢູ່ ຫວຽດນາມ.

ທຸກສິ່ງ​ທຸກ​ຢ່າງ​ເພື່ອ​ສຸ​ຂະ​ພາບ​ຂອງ​ປະ​ຊາ​ຊົນ - ảnh 1ທ່ານນາຍົກລັດຖະມົນຕີ ຫວຽດນາມ ຫງວຽນຊວັນຟຸກ ພ້ອມດ້ວຍຄະນະ ລົງກວດກາວຽກງານປ້ອງກັນ, ຕ້ານໂລກລະບາດຢູ່ນະຄອນ ໂຮ່ຈີມິນ
ໃນຕົວຈິງ, ພາຍຫລັງພົບເຫັນມີກໍລະນີດຕິດເຊື້ອໂຄວິດ 19 ລາຍທຳອິດ ຢູ່ ຫວຽດນາມ, ນັບແຕ່ຕົ້ນປີ 2020 ມາຮອດປະຈຸບັນ, ດ້ວຍຈິດໃຈເປັນເຈົ້າການ ແລະ ທິດນຳ “ທຸກສິ່ງທຸກຢ່າງເພື່ອສຸຂະພາບຂອງປະຊາຊົນ”, ລັດຖະບານຫວຽດນາມ ຍາມໃດກໍ່ກຳນົດວ່າ ອາດຈະເສຍສະຫລະບາງຜົນປະໂຫຍດເສດຖະກິດ ແຕ່ຕ້ອງຕັດສິນໃຈຮັກສາສຸຂະພາບ, ຊີວິດອິນຊີຂອງປະຊາຊົນໃຫ້ໄດ້. ນີ້ກໍ່ແມ່ນທັດສະນະສະເຫມີຕົ້ນສະເຫມີປາຍຂອງລັດຖະບານຫວຽດນາມ ໃນຕະຫລອດວິວັດທະນາການຕ້ານໂລກລະບາດ.

ສະນັ້ນ ຫວຽດນາມ ໄດ້ສ້າງຕັ້ງຄະນະຊີ້ນຳແຫ່ງຊາດກ່ຽວກັບ ການປ້ອງກັນ ສະກັດກັ້ນໂລກລະບາດໂຄວິດ 19 ໂດຍໄວ, ປຸກລະດົມທົ່ວປວງຊົນ, ທົ່ວກອງທັບ “ຕ້ານໂລກລະບາດຄືຕ້ານສັດຕູ”. ໃນການຜັນແປສັບສົນຂອງໂລກລະບາດ, ພາຍໃຕ້ການຊີ້ນຳນຳພາຂອງພັກ, ການບໍລິຫານຂອງລັດຖະບານ, ວຽກງານປ້ອງກັນ ສະກັດກັ້ນໂລກລະບາດໂຄວິດ 19 ໄດ້ຍົກສູງຂຶ້ນລະດັບສູງສຸດ ດ້ວຍຫລາຍມາດຕະການຂ້ຽວຂາດ ເໝາະສົມ ເພື່ອແນໃສ່ເປົ້າໝາຍສູງສຸດແມ່ນຮັບປະກັນສຸຂະພາບຂອງປະຊາຊົນ ສະກັດກັ້ນການແຜ່ລາມຂອງໂລກລະບາດ ທັງປ້ອງກັນ ສະກັດກັ້ນໂລກລະບາດໂຄວິດ 19 ຢ່າງມີປະສິດທິຜົນ ທັງຮັບປະກັນການພັດທະນາເສດຖະກິດ ສັງຄົມ.

ທຸກສິ່ງ​ທຸກ​ຢ່າງ​ເພື່ອ​ສຸ​ຂະ​ພາບ​ຂອງ​ປະ​ຊາ​ຊົນ - ảnh 2ກຳລັງພະນັກງານການແພດ ເຮັດວຽກທັງເວັນ ແລະ ຄືນ ເພື່ອປ້ອງກັນ, ສະກັດກັ້ນໂລກລະບາດໂຄວິດ - 19
ເພື່ອປ້ອງກັນ ສະກັດກັ້ນໂລກລະບາດໃຫ້ມີປະສິດທິຜົນ, ຫວຽດນາມ ຍັງມີຫລາຍລັດຖະນະໂຍບາຍ, ຍຸດທະສາດ, ການຊີ້ນຳຢ່າງມີຫົວຄິດປະດິດສ້າງ, ຂ້ຽວຂາດ ຈາກສູນກາງ ຕະຫລອດຮອດທ້ອງຖິ່ນຄື: ສຸມໃສ່ຈັດຕັ້ງເລື່ອງປິດເມືອງ, ດັບມອດໂລກລະບາດ, ຫາປະຫວັດຜູ້ທີ່ມີການສຳຜັດກັບເຊື້ອໂຄວິດໃນຂອບເຂດເໝາະສົມ, ກວດກາຄວບຄຸມຢ່າງເຄັ່ງຄັດຜູ້ຢູ່ໃນເຂດປິດລ້ອມ, ແຍກຫ່າງຜູ້ຕິດເຊື້ອ ແລະ ຜູ້ສຳຜັດໃກ້ກັບຜູ້ຕິດເຊື້ອ ຢ່າງມີປະສິດທິຜົນ, ປິ່ນປົວກູ້ເອົາຊີວິດຜູ້ຕິດເຊື້ອ, ຄົ້ນຄ້ວາຜະລິດວັກຊິນ, ຈັດຊື້ ແລະ ສັກວັນຊິນກັນໂຄວິດ ໃຫ້ແກ່ປະຊາຊົນໃນທົ່ວປະເທດ.

ຕໍ່ຫນ້າກັນຜັນແປສັບສົນຂອງການລະບາດໂຄວິດຮອບທີ 4 ນັບແຕ່ທ້າຍເດືອນ ເມສາ 2021 ມາຮອດປະຈຸບັນ, ວຽກງານຊີ້ນຳ ການປ້ອງກັນ ສະກັດກັ້ນໂລກລະບາດໂຄວິດ 19 ຍາມໃດບັນດາສະມາຊິກ ລັດຖະບານ ຫວຽດນາມ ກໍ່ຊີ້ນຳຢ່າງໃກ້ຊິດ ເປັນປະຈຳໃນທຸກມື້, ທຸກອາທິດ ເປັນຕົ້ນແມ່ນສຳລັບບັນດາທ້ອງຖິ່ນ ໂລກລະບາດຜັນແປສັບສົນ.

ອີກຄັ້ງຫນຶ່ງ ກຳລັງແຮງສາມັກຄີ, ສະຕິຄວາມຮັບຜິດຊອບ ຂອງປະຊາຊົນທຸກຄົນ ໄດ້ຊ່ວຍຫວຽດນາມ ໄດ້ ແລະ ພວມຄ່ອຍໆສະກັດກັ້ນ ຄວບຄຸມໂລກລະບາດຢ່າງມີປະສິດທິຜົນ. ມາຮອດປະຈຸບັນ ສະພາບການໂລກລະບາດຢູ່ບັນດາແຂວງ ຄື ບັກຢາງ, ບັກນີງ ແລະ ບາງແຂວງ ນະຄອນ ສ່ວນໃຫຍ່ໄດ້ຮັບການຄວບຄຸມແລ້ວ.

ຢູ່ ນະຄອນ ໂຮ່ຈິມີນ ເຖິງວ່າ ໂລກລະບາດໂຄວິດ 19 ພວມຜັນແປສັບສົນທີ່ສຸດ ແຕ່ດ້ວຍຈິດໃຈ ຕ້ານໂລກລະບາດຢ່າງຂ້ຽວຂາດ, ຄະນະພັກ ນະຄອນ ໂຮ່ຈີມິນ, ຄະນະກຳມະການປະຊາຊົນນະຄອນ ໂຮ່ຈີມິນ ພ້ອມກັບທັງລະບົບການເມືອງ ໄດ້ມີຄວາມເປັນເຈົ້າການ, ປະຕິບັດທຸກມາດຕະການສະກັດກັ້ນໂດຍດ່ວນ ແລະ ຂ້ຽວຂາດທີ່ສຸດ.

ທຸກສິ່ງ​ທຸກ​ຢ່າງ​ເພື່ອ​ສຸ​ຂະ​ພາບ​ຂອງ​ປະ​ຊາ​ຊົນ - ảnh 3ນະຄອນ ໂຮ່ຈີມິນ ຜັນຂະຫຍາຍການສັກວັກຊິນກັນພະຍາດໂຄວິດ - 19 ໃນວົງກວ້າງ
ເພື່ອເບິ່ງແຍງຮັກສາສຸຂະພາບ ແລະ ຊີວິດອິນຊີຂອງ ປະຊາຊົນ, ນອກຈາກມານະພະຍາຍາມ ປ້ອງກັນ ສະກັດກັ້ນໂລກລະບາດໂຄວິດ 19 ແລະ ຄົ້ນຄ້ວາ ປິ່ນປົວໃຫ້ຄົນເຈັບບັນລຸໝາກຜົນອັນໃຫຍ່ຫລວງ ຊື່ງໄດ້ຮັບການຮັບຮູ້ຈາກໂລກແລ້ວ, ຫວຽດນາມ ກໍ່ແມ່ນປະເທດມີຫົວຄິດປະດິດສ້າງໃນການລະດົມບັນດາແຫລ່ງກຳລັງຢ່າງມີປະສິດທິຜົນເພື່ອຈັດຊື້ ແລະ ຮັບການຫນູນຊ່ວຍ ວັກຊິນ ກັນໂຄວິດ 19 ເພື່ອແນໃສ່ປະຕິບັດເປົ້າໝາຍ ສັກວັກຊິນກັນໂຄວິດ ໃຫ້ແກ່ທົ່ວປວງຊົນເພື່ອປ້ອງກັນ ສະກັດກັ້ນໂລກລະບາດໂຄວິດ 19 ໃຫ້ມີປະສິດທິຜົນ, ຍືນຍົງ ແລະ ຍາວນານ.

ໃນເອກະສານສະຫລຸບເລກທີ 07 ຂອງກົມການເມືອງ ກ່ຽວກັບບາງຫນ້າທີ່ຈຸດສຸມເພີ່ມທະວີປ້ອງກັນ ສະກັດກັ້ນໂລກລະບາດໂຄວິດ 19 ແລະ ພັດທະນາເສດຖະກິດ ສັງຄົມ ລົງວັນທີ 11 ມິຖຸນາປີ 2021 ໄດ້ຊີ້ແຈ້ງ “ ຍູ້ໄວການຈັດຊື້ ແລະ ຈັດຕັ້ງການສັກວັກຊິນກັນໂຄວິດ ໃຫ້ແກ່ປະຊາຊົນ, ໃນນັ້ນ ສຸມໃສ່ເປົ້າໝາຍຢູ່ແນວຫນ້າ ໃນການປ້ອງກັນ ສະກັດກັ້ນໂລກລະບາດໂຄວິດ 19, ເຂດມີຄວາມສ່ຽງສູງ, ຄົນງານອອກແຮງານທຳການຜະລິດໂດຍກົງຢູ່ບັນດາເຂດອຸດສາຫະກຳ, ຄົ້ນຄ້ວາ ພິຈາລະນາການສັກວັກຊິນໃຫ້ເດັກນ້ອຍ. ສ້າງໂຄງການ ແຜນການສັກວັກຊິນໃຫ້ແກ່ປະຊາຊົນໂດຍໄວ…” .ສິ່ງນີ້ຊີ້ໃຫ້ເຫັນຈິດໃຈ, ຄວາມຕັດສິນໃຈ, ຄວາມເອົາໃຈໃສ່ຢ່າງໃຫຍ່ຫລວງຂອງພັກ, ລັດ ແລະ ລັດຖະບານ ຫວຽດນາມ ໃນການຊີ້ນຳນຳພາ ຮັກສາສິດຜົນປະໂຫຍດ ແລະ ຊີວິດອິນຊີ ຂອງປະຊາຊົນ.

ທົບທວນຄືນໝາກຜົນ ການປ້ອງກັນ ສະກັດກັ້ນໂລກລະບາດໂຄວິດ 19 ໃນຫນຶ່ງປີຜ່ານມາຢູ່ ຫວຽດນາມ ອາດຈະເຫັນໄດ້ວ່າ ຈຸດຫລັກທີ່ສ້າງເປັນກຳລັງແຮງເພື່ອຍູ້ໂລກລະບາດໃຫ້ຖອຍໄປ ນັ້ນແມ່ນ ຍ້ອນມີການຊີ້ນຳເປັນປະຈຳຂອງພັກ, ການຊີ້ນຳຢ່າງຂ້ຽວຂາດ ທັນການຂອງລັດຖະບານ, ອຳນາດການປົກຄອງທຸກຂັ້ນ ແລະ ຄວາມສາມັກຄີ, ຮ່ວມແຮງຮ່ວມໃຈເປັນຈິດຫນຶ່ງໃຈດຽວຂອງທົ່ວປວງຊົນ. ສິ່ງນີ້ຍິ່ງສະແດງໃຫ້ເຫັນຢ່າງຈະແຈ້ງ ເມື່ອ ກອງທຶນ ວັກຊິນ ປ້ອງກັນ ສະກັດກັ້ນໂລກລະບາດໂຄວິດ 19 ຂອງຫວຽດນາມ ເຖິງວ່າ ຫາກໍ່ໄດ້ຮັບການສ້າງຕັ້ງຂຶ້ນກໍຕາມ ແຕ່ໄດ້ຮັບການສະຫນັບສະຫນູນຫລາຍພັນໆຕຶ້ດົ່ງຈາກບັນດາຫົວຫນ່ວຍ, ອົງການຈັດຕັ້ງ, ວິສາຫະກິດ, ປະຊາຊົນທຸກຊັ້ນວັນນະຢູ່ພາຍໃນປະເທດ ແລະ ຊາວຫວຽດນາມ ອາໄສຢູ່ຕ່າງປະເທດ. ໝາກຜົນການປ້ອງກັນ ສະກັດກັ້ນໂລກລະບາດຂອງຫວຽດນາມ ໃນຫນຶ່ງປີ ຜ່ານມາ ຈິດໃຈເປັນຈິດຫນຶ່ງໃຈດຽວຂອງທົ່ວປວງຊົນ ສະຫນິດຕິດພັນກັບລັດຖະບານໃນທຸກເງື່ອນໄຂສະພາວະການຫຍຸ້ງຍາກທີ່ສຸດຂອງການຕໍ່ສູ້ຕ້ານໂລກລະບາດໂຄວິດ 19 ແມ່ນຄຳຕອບຢ່າງແຮງຕໍ່ບັນດາຖ້ອຍທຳນອງເສກສັນປັ້ນແຕ່ງກ່ຽວກັບ ປ້ອງກັນ ສະກັດກັ້ນໂລກລະບາດໂຄວິດ 19 ຢູ່ ຫວຽດນາມ.

ຕອບກັບ

ຂ່າວ/ບົດ​ອື່ນ