ບັນດາສາສະຫນາຢູ່ ຫວຽດນາມ ມີຄວາມເສລີພາບ, ສະເຫມີພາບ

(vovworld)- ຫວ່າງ​ແລ້ວ​ນີ້, ສະມາຊິກ​ສະພາ​ຕຳ່​ອາ​ເມ​ລິ​ກາ Chris Smith ມີ​ການ​ກະທຳ​ໄປ​ຝືນ​ກັບ​ທ່າ​ອ່ຽງອັນ​ດີງາມ​ຂອງ​ສາຍ​ພົວພັນ​ລະຫວ່າງ ຫວຽດນາມ ​ແລະ ອາ​ເມ​ລິ​ກາ, ​ເມື່ອ​ຈັດ​ຕັ້ງ​ວາລະ​ອະພິປາຍ​ທີ່​ສະພາ​ແຫ່ງ​ຊາດ ອາ​ເມ​ລິ​ກາ ​​ເມື່ອຖື​ວ່າ: ຫວຽດນາມ ພວມ​​ຖອຍຫລັງກ່ຽວ​ກັບ​ສິດ​ເສ​ລີ​ໃນ​ການ​ເຊື່ອ​ຖື​ສາສະຫນາ. ສິດ​ເສລີ​ໃນ​ການ​ເຊ່ືອ​ຖື​ສາສະຫນາ​ຢູ່ ຫວຽດນາມ ​ແຕ່​ດົນ​ນານ​ມາ​ແລ້ວ ​ແມ່ນ​ຄວາມ​ຈິງ​ບໍ່​ອາດ​ປະຕິ​ເສດ​ໄດ້. ນັ້ນ​ແມ່ນ​ສິ່ງ​ທີ່​ ສະມາຊິກ​ສະພາ​ຕຳ່​ອາ​ເມ​ລິ​ກາ Chris Smith ຄວນ​ເຮັດ​ແຈ້ງ. ​ນັກ​ຂ່າວ ທູ​ຮວາ ​ເນັ້ນ​ຫນັກ​ສິ່ງ​ດັ່ງກ່າວ​ຜ່ານ​ບົດ​ຂຽນ​ທີ່​ພາດ​ຫົວ​ຂໍ້​ວ່າ: ບັນດາ​ສາສະຫນາ​ຢູ່ ຫວຽດນາມ ມີ​ຄວາມ​ເສລີພາບ, ສະ​ເຫມີ​ພາບ.

ບັນດາສາສະຫນາຢູ່ ຫວຽດນາມ ມີຄວາມເສລີພາບ, ສະເຫມີພາບ - ảnh 1
ກອງປະຊຸມສຳມະນາສາກົນ“ຄຸນຄ່າມໍລະດົກຂອງສາສະຫນາ
ຕ່າງໆຢູ່ຫວຽດນາມ(9/2013)
ພາບ:http://phatgiao.org.vn

        ສະມາຊິກ​ສະພາ​ຕຳ່ ອາ​ເມ​ລິ​ກາ Chris Smith ​ໄດ້​ເສັກ​ສັນ​ປັ້ນ​​ແຕ່ງ ຄວາມ​ເສລີ​ໃນ​ການ​ເຊື່ອ​ຖື​ສາສະຫນາ​ຢູ່ ຫວຽດນາມຢ່າງ​ເປີດ​ແປນ ​ເມື່ອ​ຖື​ວ່າ: ລັດ​ຫວຽດນາມ ​ໄດ້ຈຳ​ແນ​ກການປະພຶດ​ລະຫວ່າງ​ບັນດາ​ສາສະຫນາ, ບໍ່​ຮັບ​ຮູ້​ສິດ​ເສລີ​ໃນ​ການ​​ເຫລື້ອມ​ໃສບູຊາ​ຂອງ​ບັນດາ​ສະມາຄົມ​ສາສະຫນາ​ຕ່າງ. ດ້ວຍ​ການ​ສັງ​ເກດ​ຂາດ​ຄວາມ​ຈິງ ທ່ານ Chris Smith ​​ໄດ້​ເສັກ​ສັນ​ປັ້ນ​ແຕ່ງ ຫວຽດນາມ​ຂາດ​ສິດ​ເສລີ​ໃນ​ການ​ເຊື່ອ​ຖື​ສາສະຫນາ​​ເປັນ​ຫລາຍ​ຄັ້ງ​ແລ້ວ. ​ເພາະສະ​ນັ້ນ, ​ກ່າວ​ຄຳ​ເຫັນ​ຕໍ່​ສະພາ​ແຫ່ງ​ຊາດ ອາ​ເມ​ລິ​ກາ ຄັ້ງ​ນີ້, ທ່ານ Chris Smith ​ໄດ້​ຢ້ຳຄື​ນ​ເລື່ອງ​ລາວ​​ເກີດ​ຂຶ້ນ​ກ່ອນ​ນີ້​ຫລາຍ​ປີ​ຢູ່ ກົນ​ເຢົາ ນະຄອນ ດາ​ຫນັງ, ອັນ​ທີ່​ທ່ານ Chris Smith ​ເອີ້ນ​ວ່າ“ການປາບ​ປາມ​ສາສະຫນາ” ຫລື ກໍລະນີ ຄູນ​ພໍ່ ຫງວຽນ​ວັນ​ລີ, ຜູ້​ຖື​ກປັບ​ໄຫມ​ລົງ​ໂທດ​ຍ້ອນ​ລະ​ເມີດ​ກົດໝາຍ ຫວຽດນາມ, ​ແຕ່​ທ່ານ Chris Smith ພັດ​ຖື​ວ່າ ຄູນ​ພໍ່ ຖືກປັບໄຫມລົງໂທດຍ້ອນປະຕິບັດສິດເສລີໃນການເຊື່ອຖືສາສະຫນາ. ສິ່ງ​​ດັ່ງກ່າວ​ສະ​ແດງ​ໃຫ້​ເຫັນ​ວ່າຂໍ້ສັງ​ເກດ​ກ່ຽວ​ກັບ​ຄວາມ​ເສລີ​ໃນ​ການ​ເຊື່ອ​ຖື​ສາສະຫນາ​ຢູ່​ຫວຽດນາມ ຂອງສະມາຊິກ​ສະພາ​ຕຳ່ Chris Smith ​ໃນ​ຕະຫລອດ​ໄລຍະ​ຜ່ານ​ມາ​ແມ່ນ​ອັດຕະວິ​ໄສ, ຂາດ​ເຈດ​ຕະນາ​ດີ.

        ຄວາມ​ເສລີ​ໃນ​ການ​ເຊື່ອ​ຖື​ສາສະຫນາ​ຢູ່​ຫວຽດນາມ ຖືກ​ລະບຸ​ໄວ້​ໃນ​ລັດຖະທຳ​ມະນູນ ​ແລະ ກົດໝາຍ

        ຫວຽດນາມ ​ໄດ້​ປະກາດ​ຕໍ່​ປະຊາ​ຄົມ​ສາກົນ​ກ່ຽວ​ກັບ​ນະ​ໂຍບາຍ​ຄວາມ​ເສ​ລິ​ໃນ​ການ​ເຊື່ອ​ຖື​ສາສະຫນາ​ຂອງ​ຕົນ​ເປັນ​ຫລາຍ​ເທື່ອ​ແລ້ວ, ​ເພາະ ​ໃນ​ລັດຖະທຳ​ມະນູນ ​ແລະ ບັນດາ​ເອກະສານ​ນິຕິ​ກຳ​ຂອງ​ຫວຽດນາມ, ສິດ​ເສລີ​ໃນ​ການ​ເຊື່ອ​ຖື​ສາສະຫນາ​ຂອງ​ພົນລະ​ເມືອງ ຍາມ​ໃດ​ກໍ່​ໄດ້​ຮັບ​ຮູ້. ລັດຖະທຳ​ມະນູນ​ປີ 2013 ສືບ​ຕໍ່​ຢືນຢັນ​ທັດສະນະ​ສະ​ເຫມີ​ຕົ້ນ​ສະ​ເຫມີ​ປາຍຂອງ​ຫວຽດນາມ​ ​ໃນ​ການ​ເຄົາລົບ, ຮັບປະກັນ​ບັນດາ​ສິດທິ​ມະນຸດ, ສິດ​ພົນລະ​ເມືອງ, ​ໃນ​ນັ້ນ ມີ​ສິດ​ເສລີ​ໃນ​ການ​ເຊື່ອ​ຖື​ສາສະຫນາ​.  ລັດຖະທຳ​ມະນູນລະ​ບຸ​ຢ່າງ​ຈະ​ແຈ້ງວ່າ “ທຸກ​ຄົນ​ມີ​ສິດ​ເສລີ​ໃນ​ການ​ເຊື່ອ​ຖື​ສາສະຫນາ, ​ອາດ​ຈະເຊື່ອ​ຖື​ສາສະຫນາ​ຫລື​ບໍ່​ເຊື່ອ​ຖື​ສາສະຫນາ​ໃດ​ກໍ​ໄດ້. ບັນດາ​ສາສະຫນາ​ມີ​ຄວາມ​ສະ​ເຫມີ​ພາບ​ຕໍ່​ກົດໝາຍ. ລັດ ​ເຄົາລົບ ​ແລະ ປົກ​ປ້ອງ​ສິດ​ເສລີ​ໃນການ​ເຊື່ອ​ຖື​ສາສະຫນາ. ບໍ່​​ມີ​​​ໃຜ​ສາມາດລ່ວງລະ​ເມີດ​ສິດ​ເສລີ​ໃນ​ການ​ເຊື່ອ​ຖື​ສາສະຫນາ​ໄດ້ ຫລື ສວຍ​ໃຊ້​ສາສະຫນາ ​ເພື່ອ​ລະ​ເມີດ​ກົດໝາຍ. ​ຫວ່າງ​ແລ້ວ​ນີ້ ໃນ​ການ​ພົບ​ປະ​ກັບ​ຜູ້ຕາງຫນ້າວົງ​ຄະນາ​ຍາດ​ສາສະຫນາ​ຫວຽດນາມ, ທ່ານ​ປະທານ​ສະພາ​ແຫ່ງ​ຊາດ ຫງວຽນ​ຊີງ​ຮຸ່ງ ​ກໍ​ໄດ້ເນັ້ນ​ຫນັກ​​ເຖິງ​ສິ່ງ​ດັ່ງກ່າວ:

        “ຍາມ​ໃດພັກ, ລັດ ຫວຽດນາມ ກໍ​ເອົາ​ໃຈ​ໃສ່, ​ເຄົາລົບ​ສິດ​ເສລີ​ໃນ​ການ​ເຊື່ອ​ຖື​ສາສະຫນາ​ຂອງ​ພົນລະ​ເມືອງ, ຢືນຢັນ ຄຸນສົມບັດ​ໃນ​ການ​ເຊື່ອ​ຖື​ສາສະຫນາ​ມີ​ຫລາຍ​ຈຸດ​ທີ່​ເໝາະ​ສົມ​ກັບ​ຄຸນສົມບັດ​ມູນ​ເຊື້ອ​ຂອງ​ຊາດ. ຄວາມ​ຈິງ ປະຊາຊົນ​ທີ່​ເຊື່ອ​ຖື​ສາສະຫນາ​ຕ່າງໆ​ເວົ້າ​ລວມ ຍາມ​​ໃດ​ກໍ​ໄດ້​ຮັບ​ຄວາມ​ເອົາ​ໃຈ​ໃສ່, ​ເອື້ອ​ອຳນວຍ​ຄວາມ​ສະດວກ ​ແລະ ສົ່ງ​ເສີມ​ບັນດາ​ວຽກ​ງານ​ທີ່​ມີ​ປະ​ໂຫຍ​ດຕໍ່​ປະ​ເທດ​ຊາດ, ຕໍ່ຄອບຄົວ, ປະກອບສ່ວນ​ສ້າງສາ​ບ້ານ​ເກີດ​​ເມືອງ​ນອນ, ປະ​ເທດ​ຊາດ.”

        ​ໄດ້​ຮັບປະກັນ​ໃນ​ຄວາມ​​ຈິງ

        ຄວາມ​ຈິງ​ຢູ່ ຫວຽດນາມ, ບັນດາ​ສາສະຫນາ​ລ້ວນ​ແຕ່​ມີ​ຄວາມ​ສະ​ເຫມີ​ພາບຕໍ່​ກົດໝາຍ, ບໍ່​ມີ​ສາສະຫນາ​ໃດ​ເຄື່ອນ​ໄຫວ​ຖືກ​ຕ້ອງກັບ​ກົດໝາຍ​ຫາກຖືກ​ຫ້າມປາມ. ປະຊາຊົນ​ຫວຽດນາມ ທຸກ​ຄົນ ລ້ວນ​ແຕ່​ສະຫມັກ​ໃຈ, ​​​ເລືອກ​ເຟັ້ນສາສະຫນາ​ຢ່າງ​ເສລີ​ເພື່ອ​ເຊື່ອ​ຖື, ບໍ່​ຖືກ​ຫ້າມປາມ ຫລື ຖືກບັງຄັບ​ໃນ​ການ​ເຊື່ອ​ຖື. ສິດ​ເສລີ​ໃນ​ການ​ເຊື່ອ​ຖື​ສາສະຫນາ​ຂອງ​ປະຊາຊົນ ຍາມ​ໃດ​ກໍ​ໄດ້​ຮັບ​ຄວາມ​ເຄົາລົບ ​ແລະ ຮັບປະກັນ ຈາກ​ລັດ. ຢູ່ ຫວຽດນາມ ນັບ​ມື້​ນັບ​ມີ​ຫລາຍ​ອົງການ​ສາສະຫນາ​​ໄດ້​ຮັບ​ການ​ຮັບຮູ້ ​ແລະ ​ເຄື່ອນ​ໄຫວ. ຈຳນວນ​ສາສະ​ນີກະ​ຊົນ​ເພີ່ມ​ຂຶ້ນ​ຢ່າງ​​ໄວ. ບັນດາ​ບ່ອນ​ບູຊາ​ໄດ້​ຮັບ​ການ​ກໍ່ສ້າງ​ຢ່າງ​ລຽນຕິດ, ​ເປີດ​ກວ້າງ, ສ້າງ​ເງື່ອນ​ໄຂ​ໃຫ້​ແກ່​ການ​ເຄື່ອນ​ໄຫວ​ທາງ​ສາສະຫນາ. ວຽກ​ງານ​ສຶກສາ, ບຳລຸງ​ສ້າງ​ກ່ຽວ​ກັບ​ສາສະຫນາ​ໄດ້​ຮັບ​ການ​ຊຸກຍູ້. ການ​ເຄື່ອນ​ໄຫວ​ພົວພັນ​ກັບ​ຕ່າງປະ​ເທດ​ກ່ຽວ​ກັບ​ສາສະຫນາ ນັບ​ມື້​ນັບ​ໄດ້​ຮັບ​ການ​ຍູ້​ແຮງ. ອາດ​ຈະ​ເວົ້າ​ໄດ້​ວ່າ ການ​ເຄື່ອນ​ໄຫ​ວດ້ານ​ສາສະຫນາ​ບໍ່​ທັນ​ມີ​ເວລາ​ໃດ​ຟົດ​ຟື້ນ​ຄື​ປະຈຸ​ບັນ. ທ່ານ ຫງວຽນ​ວັນ​ເທື່ອ, ຊາວ​ຄິຼດ ຢູ່ ຕາ​ແສງ ດາ​ໂຕນ, ​ເມືອງ ຢາ​ເລີມ ຮ່າ​ໂນ້ຍ ​ໃຫ້​ຮູ້​ວ່າ:

        “ການ​ເຊື່ອ​ຖື​ສາສະຫນາ ຫລື ບັນຫາ​ຈິດ​ວິນ​ຍານ ​ແມ່ນ​ຢູ່​ກັບ​ແຕ່ລະຄົນ​. ​ແຕ່​ບັນຫາ​ຊົນ​ຊາດ ​ແລະ ບັນຫາ​ສາສະຫນາ, ສອງ​ບັນຫາ​ນີ້ ຕ້ອງ​ມີ​ຄວາມ​ກົມກຽວ, ຕ້ອງ​ເປັນ​ເອກະ​ພາບ ​ເພາະວ່າ ປະ​ເທດ​ຊາດ ມີ​ຄວາມ​ສະຫງົບ​ສຸກ, ບັນດາ​ສາສະຫນາ​ນັ້ນ ຈຶ່ງ​ສະຫງົບ​ສຸກ, ພັດທະນາ​ໄດ້. ​ຄວາມ​ຮັບ​ຮູ້​ຂອງ​ພວກ​ຂ້າພະ​ເຈົ້າ​ຄື​ແນວ​ນັ້ນ. ທັດສະນະ​ຂອງ​ສັງຄະ​ນາຍົກ​ຫວຽດນາມ ​ແມ່ນ​ເຄົາລົບ​ນັບຖື​ພະ​​ເຢຊູ, ຮັກ​​ຊາດ, ສາສະຫນາ​ຕ້ອງ​ຮ່ວມ​ກັບປະ​ເທດ​ຊາດ, ປະ​ເທດ​ຊາດ​ພັດທະນາ​ອັນດີງາມ ສາສະຫນາ​ຈຶ່ງ​ດີງາມ​ໄດ້.”

        ສິດ​ເສລີ​ໃນ​ການ​ເຊື່ອ​ຖື​ສາສະຫນາ​ຢູ່ ຫວຽດນາມ ​ໄດ້​ຮັບ​ການ​ຮັບ​ຮູ້​ຈາກ​ສາກົນ

ບັນດາ​ອົງການ​ສິດທິ​ມະນຸດ ​ແລະ ສາສະຫນາ​ສາກົນ ​ໄດ້​ມາ​ຢ້ຽມຢາມ ​ແລະ ​ເຮັດ​ວຽກ​, ສຳ​ຫລວດ​ຕົວ​ຈິງ​ຢູ່ ຫວຽດນາມ​ເປັນ​ຫລາຍ​ຄັ້ງ​ແລ້ວ ​ແລະ ​ເຂົາ​ເຈົ້າ​ໄດ້​ຮັບ​ຮູ້​ວ່າ ການ​ຮັບປະກັນ​ສິດທິ​ມະນຸດ, ​ໃນ​ນັ້ນ ມີ​ສິດ​ເສລີ​ໃນ​ການ​ເຊື່ອ​ຖື​ສາສະຫນາ ຢູ່ ຫວຽດນາມ ບັນລຸ​ຄວາມ​ຄືບ​ຫນ້າ​ຫລາຍ​ຢ່າງ. ສະມາຊິກ​ສະພາ​ຕຳ່ Chris Smith ​ເມື່ອ​ຈັດ​ຕັ້ງ​ການ​ອະພິປາຍ​ຕໍ່ຫນ້າ​ສະພາ​ແຫ່ງ​ຊາດ ອາ​ເມ​ລິ​ກາ ຄື​ວ່າ​ໄດ້​ຕັ້ງ​ໃຈ​ບໍ່​ຮູ້ຈັກ​ເຖິງ​ຂ່າວ​ຄາວ​ທີ່​ວ່າ ຄະນະຜູ້​ແທນ ຄະນະ​ກຳມະການ​ສິດ​ເສລີ​ໃນ​ການ​ເຊື່ອ​ຖື​ສາສະຫນາ​ສາກົນ ອາ​ເມ​ລິ​ກາ ​ໂດຍ ທ່ານ Michael Lewis ຮອງ​ປະທານ​ຄະນະ​ກຳມະການ​ດັ່ງກ່າວ​ນຳ​ຫນ້າ ​ ມາ​ຢ້ຽມຢາມ ຫວຽດນາມ ​ໄດ້​ໃຫ້​ຂໍ້​ສັງ​ເກດ​ວ່າ: ສິດ​ເສລີ​ໃນ​ການ​ເຊື່ອ​ຖື​ສາສະຫນາ​ຢູ່ ຫວຽດນາມ ​ໄດ້​ຮັບ​ການ​ເປີດ​ກວ້າງ ​ແລະ ມີ​ຄວາມ​ຄືບ​ຫນ້າ​ຫລາຍ​ຢ່າງ, ມີ​ຫລາຍ​ຈຸດ​ທີ່​ເປັນ​ຫນ້າ​ຊື່​ນຊົມ. ສະມາຊິ​ກສະພາ​ສູງ Jim Webb, ​ໃນ​ການ​ຢ້ຽມຢາມ ​ແລະ ​ເຮັດ​ວຽກ​ຢູ່ ຫວຽດນາມ ຫວ່າງ​ແລ້ວ​ນີ້ ກໍ​ຕີ​ລາຄາ​ວ່າ: ​ເຖິງ​ວ່າ ຍັງ​ມີ​ບັນດາ​ທັດສະນະ​ຂອງ​ບຸກຄົນ​ກ່ຽວ​ກັບ​ບາງ​ກໍລະນີ​ລະອຽດ​ທີ່​ກ່ຽວຂ້ອງ​ເຖິງ​ສິດ​ເສລີ​ໃນ​ການ​ເຊື່ອ​ຖື​ສາສະຫນາ​ຢູ່ ຫວຽດນາມ, ​ແຕ່​ບໍ່​ອາດ​ປະຕິ​ເສດ​ໄດ້​ບັນດາ​ຄວາມ​ຄືບ​ຫນ້າ​ກ່ຽວ​ກັບ​ສິ​ດ​ເສລີ​ໃນ​ການ​ເຊື່ອ​ຖື​ສາສະຫນາ​ຢູ່ ຫວຽດນາມ. ພິ​ເສດ ຫວຽດນາມ ​ໄດ້​ຮັບ​​ເຂົ້າ​ເປັນ​ສະມາຊິກ​ສະພາ​ສິດ​ທິມະນຸດ ສປຊ ອາຍຸ​ການ 2014-2016 ດ້ວຍ​ຈຳນວນ​ບັດ​ສະຫນັບສະຫນູນ​ສູງ​ສຸດ, ອີ​ກຄັ້ງ​ຫນຶ່ງ​ສະ​ແດງ​ໃຫ້​ເຫັນ​ການ​ຮັບ​ຮູ້, ຕີ​ລາຄາ​ຂອງ​ປະຊາ​ຄົມ​ໂລກ​ສຳລັບ​ນະ​ໂຍບາຍ, ຄວາມ​ມານະ​ພະຍາຍາມ ​ແລະ ຜົນງານ​ຂອງ​ຫວຽດນາມ ​ໃນ​ການ​ຮັບປະກັນ​ສິດທິ​ມະນຸດ, ​ໃນ​ນັ້ນ ມີ​ສິດ​ເສລີ​ໃນ​ການ​ເຊື່ອ​ຖື​ສາສະຫນາ. ນັ້ນ​ແມ່ນ​ການ​ພິສູດ​ຢ່າງ​ຈະ​ແຈ້ງ​ທີ່​ສຸດ, ຫລ້າ​ສຸດ ​ໂດຍ​ສະ​ແດງ​ໃຫ້​ເຫັນ​ວ່າ ບັນດາ​ສາສະຫນາ​ຢູ່ ຫວຽດນາມ ມີ​ຄວາມ​ເສລີພາບ, ສະ​ເຫມີ​ພາບ ​ແລະ ພ້ອມ​ກັນ​ພັດທະນາ​ໃນ​ປະ​ເທດ​ຊາດ​ສັນຕິພາບ ​ແລະ ​ເຊື່ອມ​ໂຍງ​ກັບ​ສາກົນ.

ຂ່າວ/ບົດ​ອື່ນ