ບຸນເຕັດແຫ່ງການຕອບບຸນແທນຄຸນ, ນ້ຳໃຈເມດຕາປານີ

(VOVWORLD) -ໃນຊຸມມື້ນີ້, ຈາກຂັ້ນສູນກາງລົງຮອດທ້ອງຖິ່ນ ໄດ້ດຳເນີນການເຄື່ອນໄຫວຫຼາຍຢ່າງເພື່ອໜູນຊ່ວຍ, ຢື້ຢາມຖາມຂ່າວ, ມອບຂອງຂວັນໃຫ້ບັນດາຄອບຄົວທຸກຍາກ, ຄອບຄົວເປົ້າໝາຍນະໂຍບາຍ.
ບຸນເຕັດແຫ່ງການຕອບບຸນແທນຄຸນ, ນ້ຳໃຈເມດຕາປານີ - ảnh 1ພິທີມອບປື້ມປະກັນສັງຄົມ, ບັດປະກັນສັງຄົມ
(ພາບປະກອບ: baophapluat.vn)

ບຸນປີໃໝ່ປະຈຳຊາດ ຫວຽດນາມ (ບຸນເຕັດ) ໃກ້ຈະມາຮອດແລ້ວ. ນີ້ແມ່ນບຸນເຕັດໃຫຍ່ສຸດໃນປີ, ແມ່ນໂອກາດເພື່ອໃຫ້ຄອບຄົວໄດ້ເຕົ້າໂຮມກັນ, ມີຄວາມໝາຍສຳຄັນດ້ານຈິດໃຈໃນການດຳລົງຊີວິດຂອງຊາວ ຫວຽດນາມ. ເພື່ອໃຫ້ທຸກຄົນ, ທຸກຄອບຄົວລ້ວນແຕ່ໄດ້ຮັບບຸນເຕັດ, ໃນຊຸມມື້ນີ້, ຈາກຂັ້ນສູນກາງລົງຮອດທ້ອງຖິ່ນ ໄດ້ດຳເນີນການເຄື່ອນໄຫວຫຼາຍຢ່າງເພື່ອໜູນຊ່ວຍ, ຢື້ຢາມຖາມຂ່າວ, ມອບຂອງຂວັນໃຫ້ບັນດາຄອບຄົວທຸກຍາກ, ຄອບຄົວເປົ້າໝາຍນະໂຍບາຍ.

ຄວາມເອົາໃຈໃສ່ຈາກຂັ້ນສູນກາງລົງຮອດທ້ອງຖິ່ນ

        ໃນຊຸມມື້ຜ່ານມາ, ການນຳລັດ, ລັດຖະບານ, ສະພາແຫ່ງຊາດ, ບັນດາອົງການຂັ້ນສູນກາງ ລ້ວນແຕ່ຈັດຄະນະໄປຢື້ຢາມຖາມຂ່າວ, ລະດົມກຳລັງໃຈບັນດາຄອບຄົວເປົ້າໝາຍນະໂຍບາຍ, ຄອບຄົວປະສົບກັບຄວາມຫຍຸ້ງຍາກຢູ່ຫຼາຍແຂວງ, ນະຄອນໃນທົ່ວປະເທດ. ຢູ່ແຕ່ລະແຫ່ງທີ່ໄປຢ້ຽມຢາມນັ້ນ, ການນຳລ້ວນແຕ່ຮຽກຮ້ອງໃຫ້ອຳນາດການປົກຄອງທ້ອງຖິ່ນ ຈົ່ງເອົາໃຈໃສ່ເຖິງບັນດາຄອບຄົວທຸກຍາກໃຫ້ຫຼາຍກວ່າອີກ, ຜັນຂະຫຍາຍແຜນນະໂຍບາຍຮັບປະກັນຊີວິດສັງຄົມຢ່າງທັນການ ເພື່ອໃຫ້ທຸກຄອບຄົວ, ທຸກຄົນໄດ້ຕ້ອນຮັບບຸນເຕັດ.

        ສ່ວນບັນດາກະຊວງ, ຂະແໜງການ, ອົງການຮັບປະກັນສັງຄົມ ຫວຽດນາມ ໄດ້ຜັນຂະຫຍາຍລາຍການ “ມອບປື້ມປະກັນສັງຄົມ, ບັດປະກັນສັງຄົມ, ມອບຂອງຂວັນ - ນຳເອົາບຸນເຕັດທີ່ເຕັມໄປດ້ວຍຄວາມອົບອຸ່ນມາສູ່ຜູ້ທຸກຍາກ” ຢູ່ 63 ແຂວງ, ນະຄອນ. ສະຫະພັນໃຫຍ່ແຮງງານ ຫວຽດນາມ ໄດ້ໜູນຊ່ວຍເງິນຍາມບຸນເຕັດໃຫ້ກຳມະກອນເກືອບ 2.400 ຕື້ດົ່ງ, ລະດົມເງິນເພື່ອຢື້ຢາມຖາມຂ່າວ, ມອບຂອງຂວັນໃຫ້ກຳມະກອນ, ຊາວຜູ້ອອກແຮງງານທີ່ປະສົບກັບຄວາມຫຍຸ້ງຍາກໄດ້ເກືອບ 18 ຕື້ດົ່ງ. ກະຊວງແຮງງານ, ທະຫານເສຍອົງຄະ ແລະ ສັງຄົມ ຫວຽດນາມ ໄດ້ສະຫງວນເງິນກວ່າ 430 ຕື້ດົ່ງເພື່ອມອບຂອງຂວັນໃຫ້ຜູ້ມີຄຸນງາມຄວາມດີ. ກົມໃຫຍ່ສະສົມແຫ່ງລັດ ໄດ້ຈັດພິທີມອບ-ຮັບເຂົ້າສານເກືອບ 14.000 ໂຕນຈາກແຫຼ່ງສະສົມແຫ່ງຊາດໃຫ້ 9 ແຂວງ, ໃນນັ້ນມີແຂວງ: ກາວບັ່ງ, ເງະອານ, ກວາງບິ່ງ, ກວາງງ້າຍ, ຝູອຽນ.

        ພ້ອມກັບສູນກາງ, ບັນດາທ້ອງຖິ່ນກໍ່ເປັນເຈົ້າການແຫຼ່ງການດ້ານເງິນເພື່ອໜູນຊ່ວຍປະຊາຊົນໃນບໍລິເວນ, ໃນນັ້ນ ນະຄອນ ໂຮ່ຈີມິນ ໄດ້ສະຫງວນແຫຼ່ງເງິນຫຼາຍທີ່ສຸດແມ່ນ 900 ຕື້ດົ່ງ, ຖັດຈາກນັ້ນແມ່ນ ຮ່າໂນ້ຍ, ຫາຍຟ່ອງ, ບິ່ງເຢືອງ…

ບຸນເຕັດແຫ່ງການຕອບບຸນແທນຄຸນ, ນ້ຳໃຈເມດຕາປານີ - ảnh 2ຕະຫຼາດກຳມະກອນອອນລາຍ
(ພາບ: laodong.vn)

ສະຫະພັນແຮງງານນະຄອນ ໂຮ່ຈີມິນ ຍັງໄດ້ຈັດລາຍການ “ຄອບຄົວກຳມະກອນຜູ້ອອກແຮງງານຕ້ອນຮັບບຸນເຕັດພ້ອມກັບນະຄອນ”, ລາຍການ “ບຸນເຕັດແຫ່ງການເຕົ້າໂຮມ” ໄດ້ເຕົ້າໂຮມ 10.000 ຄອບຄົວສະມາຊິກກຳມະບານ, ກຳມະກອນທີ່ປະສົບກັບຄວາມຫຍຸ້ງຍາກ, ບໍ່ມີເງື່ອນໄຂກັບເມືອຕ້ອນຮັບບຸນເຕັດຢູ່ບ້ານ. ນອກນັ້ນ, ຍັງມີລາຍການ “ຕະຫຼາດກຳມະກອນອອນລາຍ”, “ວັນບຸນກຳມະກອນ - ຕະຫຼາດແຫ່ງນ້ຳໃຈເມດຕາປານີ”, “ປີ້ເມດຕາປານີ” ນຳກຳມະກອນກັບເມືອເຕົ້າໂຮມພ້ອມກັບຄອບຄົວ…

        ໃນການຢ້ຽມຢາມ, ອວຍພອນປີໃໝ່ຢູ່ ດ່ານັ້ງ ຫວ່າງມໍ່ໆມານີ້, ທ່ານປະທານປະເທດ ຫວຽດນາມ ຫງວຽນຊວັນຟຸກ, ໃຫ້ຮູ້ວ່າ:

        “ຈິດໃຈກຸ້ມຕົນເອງ, ສ້າງຄວາມເຂັ້ມແຂງດ້ວຍຕົນເອງຂອງຊາວ ຫວຽດນາມ ສືບຕໍ່ໄດ້ຮັບການຢັ້ງຢືນໃນໂອກາດຕ້ອນຮັບບຸນເຕັດ, ຕ້ອນຮັບລະດູບານໃໝ່, ພ້ອມກັບການໜູນຊ່ວຍຂອງລັດ. ມີພຽງແຕ່ຈິດໃຈນັ້ນຈຶ່ງຜ່ານຜ່າຄວາມຫຍຸ້ງຍາກ. ບໍ່ພຽງແຕ່ຂັ້ນສູນກາງ ແລະ ນະຄອນ ເທົ່ານັ້ນ, ຫາກຕົ້ນຕໍແມ່ນຂັ້ນເມືອງ, ຂັ້ນຕາແສງ ແລະ ແຕ່ລະຄອບຄົວ, ວົງຕະກຸນລ້ວນແຕ່ມີຄວາມເອົາໃຈໃສ່ເຊິ່ງກັນ ແລະ ກັນ ເພື່ອໃຫ້ທຸກຄອບຄົວລ້ວນແຕ່ໄດ້ຕ້ອນຮັບບຸນເຕັດ”.

ຮັບຮູ້ໄດ້ເຖິງຄວາມເອົາໃຈໃສ່ຂອງອຳນາດການປົກຄອງ ແລະ ວົງຄະນະຍາດຢ່າງຈະແຈ້ງ

ຄວາມເອົາໃຈໃສ່ຂອງທຸກຂັ້ນ, ທຸກຂະແໜງການ, ຂອງອົງການຈັດຕັ້ງມະຫາຊົນ ໃນການຊ່ວຍຄົນທຸກຍາກ, ເປົ້າໝາຍປະສົບກັບຄວາມຫຍຸ້ງຍາກໄດ້ຕ້ອນຮົບບຸນເຕັດຢ່າງຄົບຖ້ວນ. ເຂົາເຈົ້າລ້ວນແຕ່ຮັບຮູ້ໄດ້ຢ່າງຈະແຈ້ງເຖິງຄວາມເອົາໃຈໃສ່ຂອງອຳນາດການປົກຄອງ, ຂອງວົງຄະນະຍາດ. ເອື້ອຍ ບຸ່ຍທິເກີມທື - ກຳມະກອນຂອງບໍລິສັດ ຕຳແຜ່ນຕັດຫຍິບ ແທັ່ງກົງ (ຫວິງລອງ) ສະແດງຄວາມໃນໃຈວ່າ:

“ປີນີ້, ສະພາບໂລກລະບາດໂຄວິດ - 19, ມີຄວາມຫຍຸ້ງຍາກ, ແຕ່ທາງບໍລິສັດຍັງຮັບປະກັນວຽກເຮັດງານທຳໃຫ້ແກ່ກຳມະກອນ, ມອບຂອງຂວັນປີໃໝ່, ເງິນໂບນັດ ແລະ ເງິນອຸດໜູນໃຫ້ແກ່ກຳມະກອນຜູ້ປະສົບກັບຄວາມຫຍຸ້ງຍາກ ເພື່ອໃຫ້ໄດ້ຕ້ອນຮັບບຸນເຕັດຢ່າງອົບອຸ່ນກວ່າ”.

ທ່ານ ເຈິ່ນແທັ່ງ ຢູ່ ແຂວງ ກວ໋າງງ໋າຍ, ມີຊີວິດຫຍຸ້ງຍາກຍ້ອນໂລກລະບາດ ໂຄວິດ - 19, ໃຫ້ຮູ້ດ້ວຍຄວາມຕື້ນຕັນໃຈວ່າ:

“ລາຍຮັບຂອງຂ້າພະເຈົ້າໃນປີຜ່ານມາ ຫຼຸດລົງຫຼາຍ. ສະນັ້ນ, ເມື່ອໄດ້ຮັບຂອງຂວັນນີ້ ກໍຊ່ວຍໃຫ້ຂ້າພະເຈົ້າຫຼຸດຄວາມເປັນຫ່ວງຕໍ່ການຕ້ອນຮັບປີໃໝ່ປີນີ້, ລູກຫຼານກດີໃຈຫຼາຍ. ຍາມທ້າຍປີທີ່ໄດ້ຮັບການຊ່ວຍເຫຼືອຈາກສະຫະພັນແຮງງານ ແລະ ພໍ່ແມ່ປະຊາຊົນໃນບ້ານຄືແນວນີ້, ຂ້າພະເຈົ້າດີໃຈຫຼາຍ”.

ປ້າ ຫງວຽນທິເຊິມ, ຢູ່ເມືອງ ຮວ່າວາງ (ດ່າໜັງ) ກໍເປັນຜູ້ໜຶ່ງທີ່ປະສົບກັບຄວາມຫຍຸ້ງຍາກເປັນພິເສດ, ໄດ້ແບ່ງປັນວ່າ:

“ຂ້າພະເຈົ້າທຸກຍາກຫຼາຍ ແຕ່ໄດ້ຮັບການຊ່ວຍເຫຼືອຈາກລັດ ແລະ ຄອບຄົວໄດ້ສຸມໃສ່ປຸກສ້າງເຮືອນໃໝ່ທັງສະອາດ, ສວຍງາມ. ປີໃໝ່ປີນີ້ ກໍໄດ້ຕ້ອນຮັບບຸນເຕັດດ້ວຍຄວາມມ່ວນຊື່ນ. ບໍ່ຕ້ອງເປັນຫ່ວງຕໍ່ບ່ອນຢູ່ບ່ອນກິນຄືແຕ່ກີ້ອີກແລ້ວ, ບໍ່ຖືກນ້ຳຖ້ວມອີກແລ້ວ. ອຳນາດການປົກຄອງທ້ອງຖິ່ນກໍຍັງເອົາໃຈໃສ່ ແລະ ມອບຂອງຂວັນໃຫ້ແກ່ຄອບຄົວຂ້າພະເຈົ້າຕື່ມອີກ”.

ປີ 2021 ແມ່ນປີທີ່ປະສົບກັບຄວາມຫຍຸ້ງຍາກ, ແຕ່ການແບ່ງປັນ, ການຮ່ວມແຮງຮ່ວມໃຈຂອງທຸກຂັ້ນ, ທຸກຂະແໜງການ ແລະ ຂອງທົ່ວສັງຄົມ ໄດ້ຊ່ວຍໃຫ້ປະຊາຄົນທຸກຄົນ, ທຸກຄອບຄົວໄດ້ຕ້ອນຮັບບຸນເຕັດຢ່າງຄົບຖ້ວນ ແລະ ອົບອຸ່ນ./.

ຕອບກັບ

ຂ່າວ/ບົດ​ອື່ນ