ປັບ​ປຸງ​ການ​ພົວ​ພັນ​ມິດ​ຕະ​ພາບ, ຄວາມ​ສາ​ມັກ​ຄີ​ແບບ​ພິ​ເສດ ລະ​ຫວ່າງ ຫວຽດ​ນາມ - ລາວ​ຢ່າງ​ບໍ່​ຢຸດ​ຢັ້ງ

(VOVWORLD) - ໂດຍໄດ້ຮັບຄຳເຊື້ອເຊີນຂອງທ່ານນາຍົກລັດຖະມົນຕີ ສາທາລະນະລັດ ປະຊາທິປະໄຕປະຊາຊົນ ລາວ ສອນໄຊ ສີພັນດອນ, ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ ໄດ້ເດີນທາງໄປຢ້ຽມຢາມລາວຢ່າງເປັນທາງການ, ເປັນປະທານຮ່ວມກອງປະຊຸມຄັ້ງທີ 45 ຄະນະກຳມະການຮ່ວມມືທະວີພາຄີລະຫວ່າງລັດຖະບານ ຫວຽດນາມ - ລາວ ແລະ ສະຫຼຸບປີສາມັກຄີມິດຕະພາບ ຫວຽດນາມ - ລາວ, ລາວ - ຫວຽດນາມ 2022, ໃນລະຫວ່າງວັນທີ 11 – 12 ມັງກອນ. ການຢ້ຽມຢາມໄດ້ປະກອບສ່ວນຍູ້ແຮງການພົວພັນມິດຕະພາບອັນຍິ່ງໃຫຍ່, ຄວາມສາມັກຄີແບບພິເສດ ແລະ ການຮ່ວມມືຮອບດ້ານລະຫວ່າງ ຫວຽດນາມ - ລາວໃຫ້ເຂົ້າສູ່ລວງເລິກ, ແທດຈິງ ແລະ ມີປະສິດທິຜົນກ່ວາອີກ, ຊຸກຍູ້ການພົວພັນຮ່ວມມືອັນດີງາມລະຫວ່າງສອງລັດຖະບານ ຫວຽດນາມ - ລາວໃນອາຍຸການໃໝ່.

ປັບ​ປຸງ​ການ​ພົວ​ພັນ​ມິດ​ຕະ​ພາບ, ຄວາມ​ສາ​ມັກ​ຄີ​ແບບ​ພິ​ເສດ ລະ​ຫວ່າງ ຫວຽດ​ນາມ - ລາວ​ຢ່າງ​ບໍ່​ຢຸດ​ຢັ້ງ - ảnh 1ທ່ານນາຍົກລັດຖະມົນຕີ ສາທາລະນະລັດ ປະຊາທິປະໄຕປະຊາຊົນ ລາວ ສອນໄຊ ສີພັນດອນ ແລະ ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ (ພາບ: TTXVN)

ນີ້ແມ່ນການຢ້ຽມຢາມທີ່ມີຄວາມໝາຍທີ່ສຸດ ຍ້ອນວ່າທັງເປັນການຢ້ຽມຢາມລາວຄັ້ງທຳອິດຂອງທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ໃນຖານະເປັນຜູ້ນຳສູງສຸດຂອງລັດຖະບານ ຫວຽດນາມ, ທັງເຂົ້າຮ່ວມກອງປະຊຸມຄັ້ງທີ 45 ຄະນະກຳມະການຮ່ວມມືທະວີພາຄີລະຫວ່າງລັດຖະບານ ລາວ - ຫວຽດນາມ ແລະ ເຂົ້າຮ່ວມພິທີສະຫຼຸບປີມິດຕະພາບສາມັກຄີ ຫວຽດນາມ - ລາວ, ລາວ - ຫວຽດນາມ 2022. ສາມເຫດການນີ້ມີຄວາມໝາຍສຳຄັນຕໍ່ການພົວພັນຮ່ວມມືສອງປະເທດ, ຢັ້ງຢືນແນວທາງການພົວພັນຕ່າງປະເທດທີ່ສະເໝີຕົ້ນສະເໝີປາຍຂອງພັກ, ລັດ ແລະ ປະຊາຊົນ ຫວຽດນາມ ຕໍ່ປະເທດລາວ.

ບັນດາຂີດໝາຍພົ້ນເດັ່ນໃນປີ 2022

        ປີ 2022, ການພົວພັນສອງປະເທດມີການເຄື່ອນໄຫວທີ່ເປັນໜ້າສົນໃຈຫຼາຍຢ່າງ. ສອງຝ່າຍໄດ້ຮັກສາການພົບປະ, ແລກປ່ຽນຂັ້ນສູງເປັນປະຈຳ ໃນທຸກຊ່ອງທາງ. ພົ້ນເດັ່ນແມ່ນສອງຝ່າຍໄດ້ສົມທົບກັນຈັດຕັ້ງສຳເລັດປີສາມັກຄີມິດຕະພາບ ຫວຽດນາມ - ລາວ, ລາວ - ຫວຽດນາມ 2022 ດ້ວຍຈຸດພົ້ນເດັ່ນແມ່ນ ພິທີສະເຫຼີມສະຫຼອງຢ່າງສົມກຽດ 60 ປີແຫ່ງວັນສ້າງຕັ້ງການພົວພັນທາງການທູດ (5/9/1962) ແລະ 45 ປີແຫ່ງວັນເຊັນສົນທິສັນຍາມິດຕະພາບ ແລະ ການຮ່ວມມື ຫວຽດນາມ - ລາວ (18/7/1977), ພ້ອມກັບການເຄື່ອນໄຫວທີ່ມີຄວາມໝາຍຕ່າງໆຢູ່ນະຄອນຫຼວງ ແລະ ບັນດາແຂວງ, ນະຄອນຂອງແຕ່ລະປະເທດ. ສອງຝ່າຍໄດ້ສືບຕໍ່ຮັກສາ, ເສີມຂະຫຍາຍບັນດາກົນໄກຮ່ວມມືສອງຝ່າຍສຳຄັນຢ່າງມີປະສິດທິຜົນ, ໃນນັ້ນມີການຈັດຕັ້ງສຳເລັດກອງປະຊຸມຄັ້ງທີ 44 ຂອງຄະນະກຳມະການຮ່ວມມືທະວີພາຄີລະຫວ່າງລັດຖະບານ ຫວຽດນາມ - ລາວ (ເດືອນມັງກອນ 2022). ການຮ່ວມມືດ້ານປ້ອງກັນຊາດ, ປ້ອງກັນຄວາມສະຫງົບ ສືບຕໍ່ແມ່ນເສົາຄ້ຳໃນການພົວພັນສອງປະເທດ, ປະກອບສ່ວນຮັກສາຄວາມສະຖຽນລະພາບດ້ານການເມືອງ, ຄວາມສະຫງົບ, ຄວາມເປັນລະບຽບຮຽບຮ້ອຍຂອງແຕ່ລະປະເທດ ແລະ ເຂດຊາຍແດນລະຫວ່າງສອງປະເທດ.

        ການຮ່ວມມືດ້ານເສດຖະກິດ, ການຄ້າ, ການລົງທຶນສືບຕໍ່ໄດ້ຮັບຄວາມເອົາໃຈໃສ່ຊຸກຍູ້. ປີ 2022 ວົງເງິນການຄ້າສອງສົ້ນ ຄາດວ່າ ບັນລຸ 1,63 ຕື້ USD, ເພີ່ມຂຶ້ນ 20% ເມື່ອທຽບໃສ່ປີ 2021. ປັດຈຸບັນ ຫວຽດນາມ ມີໂຄງການລົງທຶນທີ່ຍັງມີຜົນສັກສິດຢູ່ລາວ 238 ໂຄງການ, ຍອດທຶນຈົດທະບຽນປະມານ 5,34 ຕື້ USD, ສືບຕໍ່ແມ່ນປະເທດລົງທຶນໃຫຍ່ອັນດັບທີ 3 ຢູ່ລາວ.

        ການຮ່ວມມືດ້ານການສຶກສາບຳລຸງສ້າງ, ວັດທະນະທຳການທ່ອງທ່ຽວສືບຕໍ່ໄດ້ຮັບການເພີ່ມທະວີ, ເປັນຕົ້ນແມ່ນພາຍຫຼັງສອງປະເທດຄວບຄຸມພະຍາດໂຄວິດ - 19, ເປີດປະຕູຄືນໃໝ່. ການຮ່ວມມືລະຫວ່າງບັນດາທ້ອງຖິ່ນ, ເປັນຕົ້ນແມ່ນບັນດາທ້ອງຖິ່ນທີເສັ້ນຊາຍແດນລວມສືບຕໍ່ໄດ້ຮັບການເພີ່ມຂຶ້ນ, ພິເສດແມ່ນໃນການສ້າງພື້ນຖານໂຄງລ່າງ, ເບິ່ງແຍງດູແລທາງການແພດ, ບຳລຸງສ້າງພັດທະນາແຫຼ່ງຊັບພະຍາກອນມະນຸດ, ຮັບປະກັນຄວາມໝັ້ນຄົງ, ຄວາມເປັນລະບຽບຮຽບຮ້ອຍຢູ່ເຂດຊາຍແດນ.

        ນອກຈາກນັ້ນ, ສອງຝ່າຍຍັງສົມທົບກັນໃນບັນດາບັນຫາພາກພື້ນ ແລະ ສາກົນທີ່ຕ່າງຝ່າຍຕ່າງມີຄວາມສົນໃຈຢ່າງແໜ້ນແຟ້ນ, ສະໜັບສະໜູນເຊິ່ງກັນແລະກັນຢູ່ບັນດາເວທີປາໄສຫຼາຍຝ່າຍ, ເປັນຕົ້ນແມ່ນ ສປຊ, ອາຊຽນ ແລະ ກົນໄກອະນຸພາກພື້ນ.

ປັບ​ປຸງ​ການ​ພົວ​ພັນ​ມິດ​ຕະ​ພາບ, ຄວາມ​ສາ​ມັກ​ຄີ​ແບບ​ພິ​ເສດ ລະ​ຫວ່າງ ຫວຽດ​ນາມ - ລາວ​ຢ່າງ​ບໍ່​ຢຸດ​ຢັ້ງ - ảnh 2ກອງປະຊຸມຄັ້ງທີ 45 ຄະນະກຳມະການຮ່ວມມືທະວີພາຄີລະຫວ່າງລັດຖະບານ ຫວຽດນາມ - ລາວ
(ພາບ: TTXVN)

ກຳລັງໜູນໃຫ້ແກ່ວິວັດການປ່ຽນແປງໃໝ່ ແລະ ເຊື່ອມໂຍງຢູ່ແຕ່ລະປະເທດ

        ໃນສອງວັນຢ້ຽມຢາມລາວ, ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງຈະພົບປະ, ເຈລະຈາກັບທ່ານນາຍົກລັດຖະມົນຕີ ລາວ ສອນໄຊ ສີພັນກອນ, ພົບປະ ກັບບັນດາການນຳຂັ້ນສູງທີ່ສຸດຂອງ ລາວ. ນີ້ຈະແມ່ນກາລະໂອກາດທີ່ດີເພື່ອໃຫ້ສອງຝ່າຍແລກປ່ຽນກັນເພື່ອແນໃສ່ເພີ່ມທະວີ ແລະ ປັບປຸງການຮ່ວມມືລະຫວ່າງສອງຝ່າຍ, ພ້ອມທັງພ້ອມກັນຊອກຫາບັນດາມາດຕະການເໝາະສົມເພື່ອຮັບມືກັບບັນດາຄວາມຫຍຸ້ງຍາກ, ສິ່ງທ້າທາຍທີ່ເກີດຂຶ້ນຢູ່ແຕ່ລະປະເທດ, ຢູ່ພາກພື້ນ ແລະ ໃນໂລກ.

        ແລະກໍ່ໃນການຢ້ຽມຢາມ, ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ໄດ້ພົບປະກັບປະຊາຄົມຊາວຫວຽດນາມ, ຢັ້ງຢືນຄວາມເອົາໃຈໃສ່, ຄວາມເຂົ້າໃຈ, ການແບ່ງປັນຂອງພັກ, ລັດ ຕໍ່ພໍ່ແມ່ປະຊາຊົນຢູ່ປະເທດປະຈຳຖິ່ນ, ປະກອບສ່ວນປັບປຸງ, ເສີມຂະຫຍາຍກຸ່ມກ້ອນມະຫາສາມັກຄີທົ່ວປວງຊົນທັງຊາດ ແລະ ກຳລັງແຮງທົ່ວຊາດ. ການຢ້ຽມຢາມໄດ້ຮັບການຄາດຫວັງວ່າຈະບັນລຸໄດ້ໝາກຜົນສຳຄັນຫຼາຍຢ່າງໃນຂະແໜງຮ່ວມມືຕ່າງໆລະຫວ່າງ ຫວຽດນາມ - ລາວ ດ້ວຍຈຸດພົ້ນເດັ່ນຄື ການພົວພັນຮ່ວມມືໃນການປ້ອງກັນຊາດ, ປ້ອງກັນຄວາມສະຫງົບ, ການເມືອງ - ການທູດ, ເສດຖະກິດ. ພ້ອມທັງຢັ້ງຢືນແຜນນະໂຍບາຍ, ນະໂຍບາຍສະເໝີຕົ້ນສະເໝີປາຍຂອງ ຫວຽດນາມ ຖືເປັນສຳຄັນ ແລະ ໃຫ້ບຸລິມະສິດການພົວພັນມິດຕະພາບອັນຍິ່ງໃຫຍ່, ຄວາມສາມັກຄີແບບພິເສດ, ການຮ່ວມມືຮອບດ້ານລະຫວ່າງ ຫວຽດນາມ - ລາວ, ຢັ້ງຢືນການສະໜັບສະໜູນຂອງ ຫວຽດນາມ ຕໍ່ລາວໃນວິວັດການປ່ຽນແປງໃໝ່ ແລະ ການເຊື່ອມໂຍງຂອງລາວ. ທ່ານຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງການຕ່າງປະເທດ ລາວ ສະເຫຼີມໄຊ ກົມມະສິດ ເນັ້ນໜັກວ່າ ການຢ້ຽມຢາມຂອງທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ມີຄວາມໝາຍສຳຄັນຕໍ່ການພົວພັນຄູ່ຮ່ວມມືລາວ - ຫວຽດນາມ, ອີກຄັ້ງໜຶ່ງຢັ້ງຢືນແນວທາງການຕ່າງປະເທດທີ່ສະເໝີຕົ້ນສະເໝີປາຍຂອງພັກ, ລັດ ແລະ ປະຊາຊົນ ຫວຽດນາມ ຕໍ່ລາວ. ທ່ານສະເຫຼີມໄຊ ກົມມະສິດ ເຊື່ອໝັ້ນວ່າ ການຢ້ຽມຢາມຈະປະກອບສ່ວນເພີ່ມທະວີການພົວພັນມິດຕະພາບ, ນ້ຳໃຈສາມັກຄີແບບພິເສດ ແລະ ການຮ່ວມມືຮອບດ້ານລະຫວ່າງສອງພັກ, ສອງລັດ ແລະ ປະຊາຊົນສອງປະເທດ.

        ສຳລັບຫວຽດນາມ, ການຢ້ຽມຢາມຈະປະກອບສ່ວນປະຕິບັດແນວທາງ ແລະ ບັນດາໜ້າທີ່ການຕ່າງປະເທດ ທີ່ໄດ້ສະເໜີຢູ່ກອງປະຊຸມໃຫຍ່ທົ່ວປະເທດຄັ້ງທີ 13 ຂອງພັກ, ຊຸກຍູ້ການຕ່າງປະເທດນັບທັງການຕ່າງປະເທດພັກ, ການຕ່າງປະເທດ ລັດ ແລະ ການທູດປະຊາຊົນ, ຜັນຂະຫຍາຍສະຫຼຸບຂອງກົມການເມືອງກ່ຽວກັບວຽກງານຊາວຫວຽດນາມ ອາໄສຢູ່ຕ່າງປະເທດໃນສະພາບການໃໝ່ຢ່າງແທດຈິງ.

ຕອບກັບ

ຂ່າວ/ບົດ​ອື່ນ