ປຶ້ມ ພື້ນຖານມຸ່ງໄປເຖິງການສ້າງລະບອບລະບຽບການຕ້ານການສໍ້ລາດບັງຫລວງ

(VOVWORLD) -ສຳນັກພິມຈຳຫນ່າຍການເມືອງແຫ່ງຊາດ - ສຶ້ເທິດ (ຄວາມຈິງ) ຫາກໍ່ພິມຈຳຫນ່າຍປື້ມ “ເດັດດ່ຽວ, ຢຶດໝັ້ນຕໍ່ສູ້ປ້ອງກັນ, ຕ້ານການສໍ້ລາດບັງຫລວງ, ການຫຍໍ້ທໍ້, ປະກອບສ່ວນກໍ່ສ້າງພັກ ແລະ ລັດຫວຽດນາມ ໃຫ້ນັບມື້ນັບປອດໃສ, ໝັ້ນຄົງ, ເຂັ້ມແຂງ” ຂອງທ່ານເລຂາທິການໃຫຍ່ ຫງວຽນຝູຈ້ອງ ເນື່ອງໃນໂອກາດ ສະເຫລີມສະຫລອງ 93 ປີແຫ່ງວັນສ້າງຕັ້ງ ພັກກອມມູນິດ ຫວຽດນາມ (3/2/1930 3/2/2023). ບັນດາຜູ້ຊ່ຽວຊານຕີລາຄາວ່າ ນີ້ແມ່ນຊຸດເອກະສານທີ່ມີປະໂຫຍດ, ປະກອບສ່ວນຍົກສູງຄວາມຮັບຮູ້, ສ້າງຄວາມເຫັນດີເຫັນພ້ອມຂອງບັນດາພະນັກງານ, ສະມາຊິກພັກ, ປະຊາຊົນ ກໍ່ຄືທົ່ວລະບົບການເມືອງໃນພາລະກິດແຫ່ງການຕໍ່ສູ້ປ້ອງກັນ, ຕ້ານການສໍ້ລາດບັງຫລວງ, ການຫຍໍ້ທໍ້.

ປຶ້ມ ພື້ນຖານມຸ່ງໄປເຖິງການສ້າງລະບອບລະບຽບການຕ້ານການສໍ້ລາດບັງຫລວງ - ảnh 1ທ່ານຫງວຽນທາຍຫອກ, ຮອງຫົວຫນ້າ ຄະນະການເມືອງພາຍໃນສູນກາງ ແນະນຳປຶ້ມ. (ພາບ:Kim Anh/VOV)

Ảnh 3: Phó Trưởng Ban Tuyên giáo Trung ương Trần Thanh Lâm. Ảnh: Kim Anh/VOV

ປຶ້ມ “ເດັດດ່ຽວ, ຢຶດໝັ້ນຕໍ່ສູ້ປ້ອງກັນ, ຕ້ານການສໍ້ລາດບັງຫລວງ, ການຫຍໍ້ທໍ້, ໄດ້ປະກອບສ່ວນກໍ່ສ້າງພັກ ແລະ ລັດຫວຽດນາມ ໃຫ້ນັບມື້ນັບປອດໃສ, ໝັ້ນຄົງ, ເຂັ້ມແຂງ” ລວມມີ 612 ຫນ້າ ດ້ວຍ 100 ພາບປະກອບ ໂດຍໄດ້ຈັດລຽງຕາມຮູບແບບທັນສະໄຫມ. ປຶ້ຫົວນີ້ ແບ່ງເປັນ 3 ພາກ: ທີຫນຶ່ງ: ບາງບັນຫາຖອດຖອນໄດ້ຈາກພຶດຕິກຳຕົວຈິງໃນການຕໍ່ສູ້ປ້ອງກັນ, ຕ້ານການສໍ້ລາດບັງຫລວງ, ການຫຍໍ້ທໍ້ ຢູ່ ຫວຽດນາມ. ທີສອງ: ເປັນເອກະພາບທິດນຳ: ປ້ອງກັນການສໍ້ລາດບັງຫລວງ, ການຫຍໍ້ທໍ້ແຕ່ຫົວທີ, ແຕ່ໄກ . ທີສາມ: ເປັນຈິດຫນຶ່ງໃຈດຽວ, ແລະ ຈາກຂັ້ນເທິງລົງຮອດຂັ້ນລຸ່ມ- ສາຍຕັ້ງສາຍຂວາງລຸລ່ວງ.

ຕອບສະຫນອງຄວາມຮຽກຮ້ອງຕ້ອງການພຶດຕິກຳຕົວຈິງ

ເນື້ອໃນທັງໝົດຂອງປື້ມຫົວນີ້ແມ່ນສະແດງໃຫ້ເຫັນຈິນຕະນາການດ້ານທິດສະດີອັນເລິກເຊິ່ງ, ສຸຂຸມສະຕິປັນຍາ ຄວາມຮູ້ອັນເລິກກວ້າງສົມທົບກັບພຶດຕິກຳຕົວຈິງອັນອຸດົມສົມບູນ ພ້ອມທັງໃກ້ຊິດສະຫນິດສະຫນົມ ແລະ ມີກຳລັງຊວນເຊື່ອ, ແຜ່ຂະຫຍາຍຢ່າງແຮງເຖິງປະຊາຊົນທຸກຊັ້ນຄົນ. ທ່ານຟ້າມມິງຕວນ, ຫົວຫນ້າ ບັນນາທິການໃຫຍ່ ສຳນັກພິມຈຳຫນ່າຍ ການເມືອງ ແຫ່ງຊາດ - ຊື້ເທິດ ຕີລາຄາວ່າ:         

ປຶ້ມຫົວນີ້ ຕອບສະຫນອງຄວາມລໍຄອຍຂອງປະຊາຊົນທຸກຊັ້ນວັນນະ, ຈາກການນຳຍຸດທະສາດ, ການນຳຂັ້ນສູງ ຕະຫລອດຮອດການນຳຂັ້ນຮາກຖານ ແລະ ປະຊາຊົນສາມັນ ກໍ່ຈະຊອກໄດ້ໃນປຶ້ມຫົວນີ້ ກ່ຽວກັບບັນດາບັນຫາຊື່ງຕົນເອງສົນໃຈ. ຈາກການຊີ້ນຳມີລັກສະນະຍຸດທະສາດ,  ທິດສະດີຕະຫລອດຮອດບັນດາບັນຫາຢູ່ເຊິ່ງຫນ້າລ້ວນແຕ່ໄດ້ເຮັດໃຫ້ຜູ້ອ່ານມີຄວາມເຂົ້າໃຈງ່າຍ ແລະ ມີຄວາມຊວນເຊື່ອ”

ປຶ້ມ ພື້ນຖານມຸ່ງໄປເຖິງການສ້າງລະບອບລະບຽບການຕ້ານການສໍ້ລາດບັງຫລວງ - ảnh 2ທ່ານ ເຈີນແທງເລີມ, ຮອງຫົວຫນ້າ ຄະນະໂຄສະນາສູນກາງ (ພາບ:Kim Anh/VOV)

ປຶ້ຫົວນີ້ ກໍ່ສະແດງໃຫ້ເຫັນວິໄສທັດອັນຍາວໄກຂອງ ທ່ານ ເລຂາທິການໃຫຍ່ ຫງວຽນຝູຈ້ອງ ກ່ຽວກັບບັນດາບັນຫາກໍ່ສ້າງພັກ, ການປ້ອງກັນ ຕ້ານການສໍ້ລາດບັງຫລວງ ແລະ ພັດທະນາປະເທດຊາດ, ປະກອບສ່ວນເຮັດແຈ້ງບາດກ້າວພັດທະນາໃນຈິນຕະນາການທິດສະດີຂອງພັກກ່ຽວກັບວຽກງານປ້ອງກັນຕ້ານການສໍ້ລາດບັງຫລວງ, ການຫຍໍ້ທໍ້: ທ່ານຫງວຽນທາຍຫອກ, ຮອງຫົວຫນ້າ ຄະນະການເມືອງພາຍໃນສູນກາງ ຢັ້ງຢືນວ່າ:                              

“ພາລະກິດຕໍ່ສູ້ ປ້ອງກັນຕ້ານການສໍ້ລາດບັງຫລວງ ການຫຍໍ້ທໍ້ ໄດ້ກາຍເປັນທ່າອ່ຽງບໍ່ສາມາດຕ່າວປິ້ນໄດ້. ປະຈຸບັນ ຄວາມເຊື່ອໝັ້ນຂອງທົ່ວປວງຊົນສຳລັບວຽກງານຕໍ່ສູ້ປ້ອງກັນຕ້ານການສໍ້ລາດບັງຫລວງ ການຫຍໍ້ທໍ້ ພິເສດແມ່ນບົດບາດຜູ້ນຳຫນ້າພັກກອມມູນິດຫວຽດນາມ ຂອງທ່ານເລຂາທິການໃຫຍ່ ແມ່ນໃຫຍ່ຫລວງ. ນີ້ແມ່ນພື້ນຖານເພື່ອໃຫ້ວິວັດການສ້າງປື້ມຫົວນີ້”

ປຶ້ຄູ່ມືກ່ຽວກັບວຽກງານປ້ອງກັນ ຕ້ານການສໍ້ລາດບັງຫລວງ

ຕາມທ່ານ ເຈີນແທງເລີມ, ຮອງຫົວຫນ້າ ຄະນະໂຄສະນາສຶກສາສູນກາງ ແລ້ວ, ປຶ້ຫົວນີ້ແມ່ນຊຸດເອກະສານສຳຄັນສຳລັບວຽກງານກໍ່ສ້າງ, ປັບປຸງພັກ.

“ລະດັບຄວາມສຳຄັນຂອງປື້ມຫົວນີ້ ແມ່ນຊຸດເອກະສານພິເສດທີ່ສຸດ ໄດ້ຈັດລຽງຢ່າງມີວິທະຍາສາດ, ຄົ້ນຄວ້າງ່າຍ, ໝູນໃຊ້ງ່າຍ ແລະ ປະຕິບັດງ່າຍ. ປຶ້ຫົວນີ້ ຈະແມ່ນເອກະສານມີປະໂຫຍດຕໍ່ຜູ້ອ່ານ, ຜູ້ເຮັດວຽກງານໂຄສະນາໃນໄລຍະຈະມາເຖິງ”

ທ່ານຮອງສາດສະດາຈານ ປອ ເລກວັກລີ, ອະດີດຮອງຫົວຫນ້າ ສະຖາບັນການເມືອງແຫ່ງຊາດ ໂຮ່ຈີມິນ ເຊື່ອໝັ້ນວ່າ: ນີ້ຈະແມ່ນກຳລັງຫນູນ ປັບປຸງຄວາມເຊື່ອໝັ້ນ, ສ້າງຄວາມເຫັນດີເຫັນພ້ອມໃນໝູ່ປະຊາຊົນ ແລະ ທົ່ວລະບົບການເມືອງ ໃນການຕໍ່ສູ້ຕ້ານການສໍ້ລາດບັງຫລວງ, ການຫຍໍ້ທໍ້. ມີຜູ້ຊ່ຽວຊານຫລາຍທ່ານຖືວ່າ: ໃນໄລຍະຈະມາເຖິງ, ປຶ້ຫົວນີ້ ຂອງທ່ານເລຂາທິການໃຫຍ່ ຫງວຽນຝູຈ້ອງ ຄວນເຜີຍແຜ່ຢ່າງກວ້າງຂວາງລົງແຕ່ລະຮາກຖານພັກ, ຫນ່ວຍພັກ ໃນທົ່ວປະເທດ. ນີ້ຈະແມ່ນເອກະສານປະຈຳຊ່ວຍບັນດາສະມາຊິກພັກ, ຜູ້ນຳຫນ້າ.. ທາບທາມເມື່ອຜັນຂະຫຍາຍວຽກງານພຶດຕິກຳຕົວຈິງ, ປະກອບສ່ວນຢ່າງມີປະສິດທິຜົນເຂົ້າໃນພາລະກິດປ້ອງກັນຕ້ານການສໍ້ລາດບັງຫລວງ.

ຕອບກັບ

ຂ່າວ/ບົດ​ອື່ນ