ປະຊາຄົມສາກົນຕີລາຄາສູງທັດສະນະຂອງຫວຽດນາມ ໃນບັນຫາຄວາມໝັ້ນຄົງທາງທະເລ

(VOVWORLD) -ບົດກ່າວຄຳເຫັນຂອງທ່ານນາຍົກລັດຖະມົນຕີ ຟ້າມມິນຈິ໊ງ ໄດ້ຊີ້ໃຫ້ເຫັນສິ່ງທ້າທາຍຢ່າງຖືກຕ້ອງ, ຮຽກຮ້ອງຕ້ອງວິທີການຮັບມືທີ່ມີລັກສະນະລວມໝູ່ ແລະ ທົ່ວໂລກຢ່າງແທ້ຈິງ.
ປະຊາຄົມສາກົນຕີລາຄາສູງທັດສະນະຂອງຫວຽດນາມ ໃນບັນຫາຄວາມໝັ້ນຄົງທາງທະເລ - ảnh 1 ທ່ານນາຍົກລັດຖະມົນຕີຫວຽດນາມ ຟ້າມມິນຈິ໊ງ
(ພາບ: TTXVN)

ຫວ່າງມໍ່ໆມານີ້, ສະພາຄວາມໝັ້ນຄົງສະຫະປະຊາຊາດໄດ້ຈັດວາລະປຶກສາຫາລືຂັ້ນສູງຄັ້ງທຳອິດກ່ຽວກັບບັນຫາເພີ່ມທະວີຄວາມໝັ້ນຄົງທາງທະເລ. ຫົວຂໍ້ດັ່ງກ່າວໄດ້ຮັບຄວາມສົນໃຈເປັນຢ່າງຍິ່ງຈາກປະຊາຄົມສາກົນ. ທັດສະນະ ແລະ ຫຼັກໝັ້ນຂອງຫວຽດນາມ ກໍຄືບັນດາຂໍ້ລິເລີ່ມຂອງຫວຽດນາມ ທີ່ສະເໜີຢູ່ເວທີປາໄສ ບໍ່ພຽງແຕ່ເປັນການສ່ອງແສງທັດສະນະລວມຂອງການນຳຂັ້ນສູງ ແລະ ຜູ້ຕາງໜ້າບັນດາປະເທດສະມາຊິກສະພາຄວາມໝັ້ນຄົງສະຫະປະຊາຊາດ ແລະ ບັນດາອົງການຈັດຕັ້ງສະຫະປະຊາຊາດເກືອບທັງໝົດເທົ່ານັ້ນ, ຫາກຍັງໄດ້ຮັບການຕີລາຄາສູງຈາກຫາງສຽງ ແລະ ສື່ມວນຊົນສາກົນອີກດ້ວຍ.

        ທີ່ເວທີປາໄສດັ່ງກ່າວ, ທ່ານນາຍົກລັດຖະມົນຕີຫວຽດນາມ ຟ້າມມິນຈິ໊ງ ໄດ້ຍົກອອກ 3 ຂໍ້ສະເໜີ. ນັ້ນແມ່ນສາກົນຕ້ອງມີຄວາມຮັບຮູ້ຢ່າງຮອບດ້ານກ່ຽວກັບຄວາມສຳຄັນຂອງມະຫາສະໝຸດ ແລະ ທະເລ, ກໍຄືບັນດາໄພນາບຂູ່ຕໍ່ຄວາມໝັ້ນຄົງໃນການເດີນເຮືອຢູ່ທະເລ. ທີ 2, ຕ້ອງມີມາດຕະການແກ້ໄຂທົ່ວໂລກ ໂດຍອີງໃສ່ລະບົບຂອງກົນໄກ, ຂໍ້ລິເລີ່ມກ່ຽວກັບຄວາມໝັ້ນຄົງທາງທະເລໃນພາກພື້ນ ໂດຍສະຫະປະຊາຊາດເປັນຜູ້ປະສານງານ ເພື່ອເພີ່ມທະວີການແບ່ງປັນຂໍ້ມູນຂ່າວສານ, ບົດຮຽນ, ສົມທົບກັນມີການກະທຳ, ຮັບມືກັບສິ່ງທ້າທາຍລວມໃນທົ່ວໂລກໄດ້ຢ່າງທັນການ ແລະສຸດທ້າຍ ສຳຄັນທີ່ສຸດແມ່ນບັນຫາກ່ຽວກັບນະໂຍບາຍ, ກົດໝາຍ ແລະ ການປະພຶດຂອງບັນດາປະເທດກ່ຽວກັບບັນຫາທາງທະເລ ຕ້ອງເຄົາລົບກົດໝາຍສາກົນ, ໂດຍສະເພາະແມ່ນກົດບັດສະຫະປະຊາຊາດ ແລະ UNCLOS 1982.

ເຊີດຊູກົດໝາຍສາກົນ ແລະ UNCLOS 1982

        ທ່ານປະລິນຍາເອກ James Rogers, ຜູ້ຮ່ວມກໍ່ຕັ້ງ ແລະ ເປັນຫົວໜ້າຄົ້ນຄວ້າສະພາຍຸດທະສາດການເມືອງແຫ່ງລາຊະອານາຈັກ ອັງກິດ, ຖືວ່າ, 3 ຂໍ້ສະເໜີເພື່ອແນໃສ່ການຮັບມືກັບສິ່ງທ້າທາຍຄວາມໝັ້ນຄົງທາງທະເລ ເຊິ່ງທ່ານນາຍົກລັດຖະມົນຕີ ຟ້າມມິນຈິ໊ງ ເຕື້ອງເຖິງນັ້ນ ແມ່ນມີຄວາມໝາຍພິເສດ ບໍ່ພຽງແຕ່ສຳລັບບັນດາປະເທດໃນພາກພື້ນເທົ່ານັ້ນ ຫາກຍັງໃນທົ່ວໂລກອີກດ້ວຍ. ທ່ານ ທ່ານປະລິນຍາເອກ James Rogers ຕີລາຄາສູງຕໍ່ຂໍ້ສະເໜີຂອງທ່ານນາຍົກລັດຖະມົນຕີ ຫງວຽນມິນຈິ໊ງ ກ່ຽວກັບການສ້າງຕັ້ງເຄືອຂ່າຍກົນໄກ, ຂໍ້ສະເໜີກ່ຽວກັບຄວາມໝັ້ນຄົງທາງທະເລຢູ່ເຂດທະເລຕາເວັນອອກ, ທ່ານຖືວ່າ ຂໍ້ສະເໜີດັ່ງກ່າວຕ້ອງໄດ້ຮັບການສະໜັບສະໜູນ ບໍ່ພຽງແຕ່ຢູ່ສະຫະປະຊາຊາດ ເທົ່ານັ້ນ, ຫາກຍັງຢູ່ພາກພື້ນອາຊີຕາເວັນອອກສ່ຽງໃຕ້ ອີກດ້ວຍ, ພິເສດແມ່ນກ່ຽວຂ້ອງເຖິງກົດແຫ່ງການປະພຶດຂອງບັນດາຝ່າຍຢູ່ທະເລຕາເວັນອອກ (COC). ຕາມທ່ານແລ້ວ, ເລື່ອງສ້າງຕັ້ງກົນໄກປະສານງານເພື່ອແນໃສ່ສົ່ງເສີມບັນດາປະເທດເຊີດຊູສິດໃນການເດີນເຮືອຢູ່ທະເລທີ່ມີຄວາມສຳຄັນນັ້ນ ແມ່ນເຄີຍໄດ້ສ້າງຕັ້ງໄວ້ຢູ່ໃນ UNCLOS 1982  ເຫັນວ່າມີຄວາມຈຳເປັນທີ່ສຸດ.

        ໃນຂະນະນັ້ນ, ວັນທີ 16 ສິງຫາ, ເວັບໄຊສະເພາະກ່ຽວກັບການພົວພັນກັບຕ່າງປະເທດ The Diplomatic Society ຂອງ ອິນເດຍ ກໍ່ໄດ້ລົງບົດຂຽນຂອງນັກສ້າງຕັ້ງເວັບໄຊສະເພາະ, ທັງເປັນຫົວໜ້າບັນນາທິການໃຫຍ່ສຳນັກຂ່າວສານ Kirtan Bhana, ກໍ່ໄດ້ຕີລາຄາສູງຕໍ່ທັດສະນະຂອງຫວຽດນາມ ກ່ຽວກັບຄວາມໝັ້ນຄົງທາງທະເລ. ຜູ້ຂຽນໄດ້ເນັ້ນໜັກວ່າ UNCLOS 1982 ແມ່ນພື້ນຖານດ້ານນິຕິກຳສາກົນສຳຄັນ ເພື່ອເພີ່ມທະວີຄວາມໝັ້ນຄົງທາງທະເລ ແລະ ໃນອະນາຄົດອັນໃກ້ໆນີ້, ປະຊາຄົມສາກົນສາມາດສ້າງແຜນການຮ່ວມມືດ້ານຄວາມໝັ້ນຄົງໃນການເດີນທະເລທົ່ວໂລກ, ໂດຍສະຫະປະຊາຊາດເປັນຜູ້ປະສານງານ, ເພື່ອແນໃສ່ຮັບມືກັບສິ່ງທ້າທາຍລວມທົ່ວໂລກໄດ້ຢ່າງທັນການ.

        ເວັບໄຊ parlamentnilisty.cz ຂອງ ສ.ເຊັກໂກ ກໍ່ໄດ້ລົງບົດຂຽນເຊີດຊູແຜນນະໂຍບາຍຂອງຫວຽດນາມ ໃນການແກ້ໄຂບັນຫາຢູ່ທະເລຕາເວັນອອກ ໂດຍສັນຕິວິທີ ບົນພື້ນຖານກົດໝາຍສາກົນ ແລະ UNCLOS, ຄັດຄ້ານການກະທຳລະເມີດກົດໝາຍພຽງລຳພັງຝ່າຍດຽວຢູ່ທະເລຕາເວັນອອກ, ຢືນຢັນຄຸນຄ່າຂອງ UNCLOS ແລະ ຄຳຕັດສິນຂອງສານອະນຸຍາໂຕຕຸລາການ (PCA) ປີ 2016. ຜູ້ຂຽນໄດ້ເນັ້ນໜັກວ່າ, ຕໍ່ໜ້າສະພາບການຄວາມໝັ້ນຄົງທາງທະເລໃນໂລກ, ໃນນັ້ນມີເຂດທະເລຕາເວັນອອກ, ມີການຜັນແປຢ່າງສັບສົນນັ້ນ, ທັດສະນະຂອງຫວຽດນາມ ໄດ້ຮັບການສະໜັບສະໜູນຈາກປະຊາຄົມສາກົນ, ໃນນັ້ນມີສະຫະພາບເອີລົບ (ອີຢູ) ແລະ ບັນດາປະເທດເອີລົບ.

        ວັນທີ 12 ສິງຫາ, ສື່ເອເລັກໂຕນິກແຖວໜ້າ Infox.ru ຂອງ ລັດເຊຍ ກໍ່ໄດ້ລົງບົດຂຽນດ້ວຍຫົວຂໍ້ວ່າ “3 ບາດກ້າວນຳມາເຊິ່ງສັນຕິພາບທາງທະເລ” ຂອງທ່ານ Grigory Trofimchuk ປະທານສະພານັກຊ່ຽວຊານກອງທຶນໜູນຊ່ວຍ “ແນວຄິດອາຊີ - ເອີລົບ”. ຜູ້ຂຽນໄດ້ຢືນຢັນວ່າ, ຜ່ານ 3 ຂໍ້ສະເໜີສຳຄັນຂອງຕົນທີ່ກ່ຽວຂ້ອງເຖິງຄວາມໝັ້ນຄົງທາງທະເລໃນທົ່ວໂລກ, ຫວຽດນາມ ບໍ່ພຽງແຕ່ກ່າວເຕືອນໂລກອີກຄັ້ງໜຶ່ງກ່ຽວກັບຄວາມສ່ຽງຂອງການຂັດແຍ່ງເຂດນ້ຳແດນດິນ ແລະ ໜ້າທີ່ຄວາມຮັບຜິດຊອບລວມຕໍ່ຜົນຮ້າຍທີ່ອາດຈະເກີດຂຶ້ນເທົ່ານັ້ນ, ຫາກຍັງໄດ້ເຮັດໃຫ້ຫາງສຽງສາກົນເຫັນທັດສະນະຢ່າງລະອຽດຈະແຈ້ງເພື່ອແນໃສ່ເພີ່ມທະວີຄວາມມານະພະຍາຍາມສາກົນ. ຜູ້ຂຽນສະແດງຄວາມເຊື່ອໝັ້ນວ່າ ຂໍ້ສະເໜີຂອງຫວຽດນາມ ຈະກາຍເປັນການເລີ່ມຕົ້ນໃໝ່ໃຫ້ແກ່ເລື່ອງບັນລຸໄດ້ສັນຕິພາບທີ່ຍາວນານຢູ່ທະເລຕາເວັນອອກ.

ຄວາມໝັ້ນຄົງທາງທະເລແມ່ນບັນຫາທົ່ວໂລກ

        ວາລະປຶກສາຫາລືກ່ຽວກັບບັນຫາຄວາມໝັ້ນຄົງຄັ້ງທຳອິດທີ່ໄດ້ຈັດຂຶ້ນໃນລະດັບຂັ້ນສູງຄືແນວນີ້ ເປັນການສະແດງໃຫ້ເຫັນວ່າ ສາກົນນັບມື້ນັບມີຄວາມສົນໃຈຕໍ່ບັນຫາຄວາມໝັ້ນຄົງທາງທະເລ, ໃນນັ້ນມີທະເລຕາເວັນອອກ. ຄວາມສົນໃຈດັ່ງກ່າວມີລັກສະນະພາວະວິໄສຍ້ອນວ່າບັນດາເຂດທີ່ມີການປະທະກັນຢ່າງຮ້າຍແຮງ, ບັນດາໄພນາບຂູ່ຄວາມໝັ້ນຄົງທັງແບບເກົ່າ  ແລະແບບໃໝ່ ລ້ວນແຕ່ມີທ່າອ່ຽງເພີ່ມຂຶ້ນຢູ່ບັນດາທະເລ ແລະ ມະຫາສະໝຸດ, ແຕ່ບັນດາປະເທດຍັງບໍ່ທັນຊອກໄດ້ມາດຕະການແກ້ໄຂທີ່ມີປະສິດທິຜົນເທື່ອ.

        ໃນສະພາບການນັ້ນ, ບົດກ່າວຄຳເຫັນຂອງທ່ານນາຍົກລັດຖະມົນຕີ ຟ້າມມິນຈິ໊ງ ໄດ້ຊີ້ໃຫ້ເຫັນສິ່ງທ້າທາຍຢ່າງຖືກຕ້ອງ, ຮຽກຮ້ອງຕ້ອງວິທີການຮັບມືທີ່ມີລັກສະນະລວມໝູ່ ແລະ ທົ່ວໂລກຢ່າງແທ້ຈິງ. ວິທີສຳຜັດຂອງຫວຽດນາມ ໃນບັນຫາຄວາມໝັ້ນຄົງທາງທະເລແມ່ນຖືກຕ້ອງທີ່ສຸດ ແລະ ກໍ່ຖືກກັບທັດສະນະທາງການຂອງຫຼາຍປະເທດ.

ຕອບກັບ

ຂ່າວ/ບົດ​ອື່ນ