ປ່ຽນໃຫມ່ການສຶກສາ,ບຳລຸງສ້າງຂອງຫວຽດນາມໂດຍພື້ນຖານ ແລະຮອບດ້ານ

(vovworld)- ກອງ​ປະຊຸມ​ຄັ້ງ​ທີ 8, ຄະນະ​ບໍລິຫານ​ງານ​ສູນ​ກາງ​ພັກ​ກອມ​ມູນິດ​ຫວຽດນາມຊຸດ​ທີ 11 ຫາ​ກໍ​ຮັບຮອງ​ເອົາ​ມະຕິ ດ້ວຍ​ບັນດາ​ການ​ກຳນົດ​ທິດ​ສຳຄັນ​ເພື່ອ​ປ່ຽນ​ໃຫມ່​​ການ​ສຶກສາ,​ ບຳລຸງ​ສ້າ​ງ​ຂອງ​ຫວຽດນາມໂດຍ​ພື້ນຖານ ​ແລະ ຮອບດ້ານ, ຕອບ​ສະຫນອງ​ຄວາມ​ຮຽກຮ້ອງ​ຫັນ​​ເປັນ​ອຸດສາຫະກຳ ​ແລະ ທັນ​ສະ​ໄຫມ, ​ເຊື່ອມ​ໂຍງ​ເຂົ້າ​ກັບ​ສາກົນ. ມະຕິ​ດັ່ງກ່າວ​ໄດ້ ​ແລະ ພວມ​ໄດ້​ຮັບ​ການ​ຜັນ​ຂະຫຍາ​ຍ​. ນັກ​ຂ່າວ​ວິທະຍຸ​ກະຈາຍສຽງ​ຫວຽດນາມ​ຂໍ​ຄັດ​ສະ​ເຫ​ນີ​ເນື້ອ​ໃນດັ່ງກ່າວ​ຜ່ານ​ບົດ​ຂຽນ​: ການ​ປ່ຽນ​​ໃຫມ່​ການ​ສຶກສາ ​ແລະ ບຳລຸງ​ສ້າງ​ຂອງຫວຽດນາມ​ໂດຍພື້ນຖານ​ແລະຮອບດ້ານ.

        ​ໃນ​ລາຍການ“ປະຊາຊົນ​ຖາມ, ລັດຖະມົນຕີ ຕອບ” ​ໃນ​ທ້າ​ຍອາທິດ​, ທ່ານລັດຖະມົນຕີ​ກະຊວງ​ສຶກສາ ​ແລະ ບຳລຸ​ງສ້າງ​ຫວຽດນາມ ຟ້າ​ມຫວູລ້ວນ​ ​ໄດ້​ຊີ້​ແຈງ​ວ່າ: ​ເລື່ອງ​ຄະນະ​ບໍລິຫານ​ງານ​ສູນ​ກາງ​ພັກ​ກອມ​ມູນິດ​ຫວຽດນາມ ປະກາດ​ໃຊ້​ມະຕິ​ກ່ຽວ​ກັບ​ການ​ປ່ຽນ​ໃຫມ່​ການ​ສຶກສາ,ບຳລຸງ​ສ້າງ​ຂອງ​ຫວຽດນາມ​ໂດຍ​ພື້ນຖານ ​ແລະ ຮອບດ້ານ ​ແມ່ນ​ເຫດການ​ໃຫຍ່, ​ແມ່ນ​ຂ່າວ​ດີ​ສຳລັບ​ທົ່ວ​ປະ​ເທດ, ພິ​ເສດ ​ສຳລັບ​ຂະ​ແຫນງ​ການ​ສຶກສາ​ບຳລຸງ​ສ້າງ. ມະຕິ​ສະບັບ​ດັ່ງກ່າວ​ອີ​ກຄັ້ງ​ຫນຶ່ງ​ສະ​ແດງ​​ໃຫ້​ເຫັນ​ຄວາມ​ເອົາ​ໃຈ​ໃສ່ ຂອງ​ພັກ ​ແລະ ລັດ​ຫວຽດນາມ ຕໍ່​ຂົງ​ເຂດ​ສຶກສາ​, ບຳລຸງ​ສ້າງ.

ປ່ຽນໃຫມ່ການສຶກສາ,ບຳລຸງສ້າງຂອງຫວຽດນາມໂດຍພື້ນຖານ   ແລະຮອບດ້ານ - ảnh 1
ພາບປະກອບ:internet

        ປ່ຽນ​ໃຫມ່​ບັນຫາ​ໃຫຍ່, ຫລັກ​ແຫ​ລ່ງ​ແກ່ນສານ, ​ຖືນັກຮຽນ​ເປັນ​ຈຸດ​ສຸມ

        ຕາມ​ທ່ານ​ລັດຖະມົນຕີ ຟ້າ​ມຫວູລ້ວນ​​ແລ້ວ,    ການ​ປ່ຽນ​ໃຫມ່​ການ​ສຶກສາ,ບຳລຸງ​ສ້າງ​ຂອງ​ຫວຽດນາມ​ໂດຍ​ພື້ນຖານ ​ແລະ ຮອບດ້ານ ​ແມ່ນ​ປ່ຽນ​ໃຫມ່​ບັນດາ​ບັນຫາ​ໃຫຍ່, ຫລັກ​ແຫ່​ລງ​ແກ່ນສານ,​ ມີ​ຄວາມຈຳ​ເປັນ, ຈາກ​ທັດສະນະ, ​ແນວ​ຄິດ​ຊີ້​ນຳ​ຕະຫລອດ​ຮອດ​ຈຸດໝາຍ, ​ເນື້ອ​ໃນ, ວິ​ທິການ, ກົນ​ໄກ, ນະ​ໂຍບາຍ, ​ເງື່ອນ​ໄຂ​ຮັບປະກັນ​​ປະຕິ​ບັດ​ການປ່ຽນ​ໃຫມ່. ພັດທະນາ​ການ​ສຶກສາ ​ແລະ ບຳລຸງ​ສ້າງ​ຕິດ​ພັນ​ກັບ​ຄວາມ​ຕ້ອງການ​ພັດທະນາ​ເສດຖະກິດ, ສັງຄົມ ​ແລະ ປົກ​ປັກ​ຮັກສາ​ປະ​ເທດ​ຊາດ ດ້ວຍ​ຄວາມ​ກ້າວຫນ້າ​ຂອງ​ວິທະຍາສາດ ​ແລະ ​ເຕັກ​ໂນ​ໂລ​ຊີ ສອດ​ຄອ່ງກັບ​ກົດ

ເກນ​ພາວະ​ວິ​ໄສ. ຈຸດໝາຍ​ສຸດ​ທ້າຍ​ຂອງ​ການ​ພັດທະນາ​ການ​ສຶກສາ ​ແລະ ບຳລຸງ​ສ້າງ ​ແມ່ນ​ຍົກ​ສູງ​ລະດັບ​ຄວາມ​ຮູ້​ຂອງ​ປະຊາຊົນ, ບຳລຸງ​ສ້າງ​ແຫ​ລ່ງຊັບພະຍາກອນ​ມະນຸດ, ບຳລຸງ​ຜູ້​ມີ​ຄວາມ​ເກ່ັງ​ກ້າສາມາດ, ສຶກສາ​ອົມ​ຮົມ​ໃຫ້​ຊາວ​ຫວຽດນາມ​ພັດທະນາ​ຢ່າງ​ຮອບດ້ານ ​ແລະ ​ເສີມ​ຂະຫຍາຍ​ຄວາມ​ສາມາດ​ບົ່ມ​ຊ້ອນ​​, ຄວາມ​ສາມາດ​ຫົວຄິດ​ປະດິດ​ສ້າງ​ຂອງ​ສ່ວນ​ບຸກຄົນ​ແຕ່ລະຄົນ​ໃຫ້ດີທີ່​ສຸດ, ​ເພື່ອມີ​ຄວາມຮັກ​ຕໍ່​ຄອບຄົວ, ຕໍ່​ປະ​ເທດ​ຊາດ, ຕໍ່​ປະຊາຊົນ, ດຳ​ລົງ​ຊີວິດ​ຢ່າງ​ປອດ​ໄສ​ແລະ ​ເຮັດ​ວຽກ​ຢ່າງ​ມີປະສິດທິ​ຜົນ. ທ່ານ​ລັດຖະມົນ​ຕີ ຟ້າ​ມຫວູ​ລ້ວນ ຢືນຢັນ​ວ່າ:

        “ພວກ​ເຮົາ ​ປ່ຽນ​ໃຫມ່​ຄວາມ​ຮັບ​ຮູ້​ກໍ​ຄື​ການ​ກະທຳ​ໃນ​ການຈັດ​ຕັ້ງ​ການ​ສຶກສາ, ນັບ​ທັງ​ທັດສະນະ, ຈຸດໝາຍ​ຫລັກການ, ວິທີ​ການ. ພວກ​ເຮົາ​ຈະ​ປ່ຽນ​ພື້ນຖານ​ການ​ສຶກສາ​​ໃນປະຈຸ​ບັນ​ຈາກ​ການສົ່ງ​ຄວາມ​ຮູ້​ຢ່າງ​ຫລວງຫລາຍໃຫ້​ພວກ​ຫລານ​ໄປ​ສູ່ວິທີ​ຊ່ວຍ​ພວກ​ຫລານ​ຮຳ່ຮຽນ​​, ຄົ້ນຄ​ວ້າ​ເອງ, ​ແນະ​ນຳ​ໃຫ້​ພວກ​ຫລານ​ເພື່ອ​ມີ​ຫົວຄິດ​ປະດິດ​ສ້າງ. ພວກ​ເຮົາ​ຈະ​ສ້າງ​ລຸ້ນຄົນ​ທີ່​​ມີ​ຄວາມເປັນ​ເຈົ້າ​ຕົນ​ເອງ, ມີ​ຄວາມ​ໝັ້ນ​ໃຈ​ໃນ​ການ​​ຂຽນ, ​ແນະນຳ, ສະ​ແດງ​ບັນຫາ​​ໃດ​ຫນຶ່ງ ​ແລະ ປົກ​ປ້ອງ​ຄຳ​ເຫັນ​ຂອງ​ຕົນ ພ້ອມ​ທັງ​ມີ​ຄວາ​ມສາມາດ​ຮັບ​ຟັງ, ຮ​ັບ​ເອົາ​ສິ່ງ​ທີ່​ດີ​ຈາກ​ໝູ່ເພື່ອ​ນ, ຈາກ​ໂລກ​ເພື່ອ​ເສີມ​ພູມ​ປັນຍາ ​ແລະ ຄວາມ​ສາມາດ​ເຮັດ​ວຽກ​ຂອງ​ຕົນ.”

        ​ເປັນ​ອັນວ່າ ຈະ​ມີ​ການ​ປ່ຽນ​ແປງ​ໃນ​ທັດສະນະ, ຈຸດໝາຍ, ວິທີ​ການ, ຫລັກການ​ຊີ້​ນຳ ​ແລະ ການ​ເຄື່ອນ​ໄຫວ​ສຶກສາ​ຂອງ​ບັນດາ​ໂຮງຮຽນ. ຕາມ​ທ່ານ​ລັດຖະມົນຕີ ຟ້າ​ມຫວູລ້ວນ​ແລ້ວ, ​ແຕ່​ດົນ​ນານ​ມາ​ແລ້ວ ​ເລື່ອງ​ສິດສອນ ​ແລະ ຮຳ່ຮຽນ ​ແມ່ນ​ການ​ສົ່ງ​ຄວາມ​ຮູ້​ຈາກ​ຄູ​ອາຈານ​ໃຫ້​ແກ່​ນັກຮຽນ, ປະຈຸ​ບັນຈະ​ເອົາ​ໃຈ​ໃສ່​ເປັນ​ພິ​ເສດ​ເຖິງ​ການ​ບຳລຸງສ້າງ​ຄຸນ​ນະ​ທາດ ​ແລະ ກຳລັງ​ຄວາມ​ສາມາດ​ໃຫ້​ແກ່​ນັກຮຽນ, ຫັນປ່ຽນ​ຈາກ​ວິທີ​ສິດສອນ​ບັນດາ​ຄວາມ​ຮູ້​ດ​້ານວິທະຍາສາດ​​ໃນປະຈຸ​ບັນ ​​​ໄປ​ສູ່​ວິທີ​​ແນະນຳ​ໃຫ້​ນັກຮຽນ​ຮຳ່ຮຽນ​ເອງ.

        ​ປ່ຽນໃຫມ່ຖັນແຖວຄູອາຈານແມ່ນປັດໄຈສຳຄັນ

        ຄຽງຄູ່ກັບການປ່ຽນໃຫມ່ຈີນຕະນາການສຶກສາ,ປ່ຽນໃຫມ່ຫລັກສູດການສິດ

ສອນ ແລະ ຮຳ່ຮຽນ,​ ລະບົບປື້ມ​ແບບຮຽນ, ປື້ມຄົ້ນຄວ້າ, ການ​ປ່ຽນ​ໃຫມ່​ການ​ສຶກສາ,ບຳລຸງ​ສ້າງ​ຂອງ​ຫວຽດນາມ​ໂດຍ​ພື້ນຖານ ​ແລະ ຮອບດ້ານ ຊື່ງລວມມີ: ປັດໄຈສຳຄັນນັ້ນແມ່ນປ່ຽນໃຫມ່ຖັນແຖວຄູອາຈານ. ຕາມນັ້ນແລ້ວ, ຈຳເປັນ

ຕ້ອງປ່ຽນໃຫມ່ລະບົບໂຮງຮຽນສ້າງຄູ ແລະ ວຽກງານບຳລຸງສ້າງ, ຖັນ​ແຖວ​ຄູ​ອາ​ຈານ ​ແລະ ພະນັກງານ​ຄຸ້ມ​ຄອງ​ການ​ສຶກສາ. ສາດ​ສະ​ດາ​ຈານ ຟ້າ​ມ​ເຕີ​ດຢອງ, ຮອງ​ປະທານ​ສະມາຄົມ​ສົ່ງ​ເສີມ​ການ​ຮຳ່ຮຽນ​ຫວຽດນາມ ​ເນັ້ນ​ຫນັກ​ວ່າ:

        “​ເພື່ອ​ປ່ຽນ​ໃຫມ່​ການ​ສຶກສາ, ໂຮງຮຽນ​ສ້າງ​ຄູທັງ​ໝົດ​ຕ້ອງ​​ປ່ຽນ​ແປງຫລັກສູດ​ສິດສອນຂອງ​ຕົນ ​ເຮັດ​ແນວ​ໃດໃຫ້​ວິວັດ​ການ​ບຳລຸງ​ສ້າງ​ຄູ​ອາຈານ​​ໃກ້ຊິດ​ກັບ​ຄວາມ​ຮຽກຮ້ອງ​ຕ້ອງການ​ບຳລຸງ​ສ້າງ​ສາມັນ​ຢູ່​ຂັ້ນ​ມະຫາວິທະຍາ​ໄລ ​ແລະ ຂັ້ນຕ່າງໆ. ຫລັກສູດ​ສ້າງ​ຄູ​ຕ້ອງ​ສອດຄ່ອງ​ກັບ​ທິດ​ປ່ຽນ​ໃຫມ່​ການ​ສຶກສາ​ສາມັນ ​ແລະ ອາຊີວະ​ສຶກສາ. ພ້ອມກັນນັ້ນບັນດາໂຮງຮຽນສ້າງຄູຕ້ອງໄດ້ຮັບການປ່ຽນໃຫມ່ ເພື່ອໃຫ້ຄູອາຈານມີກຳລັງຄວາມສາມາດ

ຕອບສະຫນອງຄວາມຮຽກຮ້ອງຕ້ອງການບຳລຸງສ້າງນັກຮຽນໃຫມ່.”

        ຕາມທ່ານລັດຖະມົນຕີ ຟ້າມຫວູລ້ວນ ແລ້ວ, ເລື່ອງປ່ຽນໃຫມ່ການສຶກສາ ແລະ ບຳລຸງສ້າງຄັ້ງນີ້, ບົດບາດ ແລະ ຫນ້າທີ່ຂອງນັກຮຽນກໍຄືຄູອາຈານ ຕ້ອງເໝາະສົມກັບວຽກງານສິດສອນ ແລະຮຳ່ຮຽນ ໃຫ້ສອດຄ່ອງກັບພຶດຕິກຳຕົວຈິງ ຂອງ​ຫວຽດນາມ​ໃນ​ທ່າ​ອ່ຽງ​ເຊື່ອມ​​ໂຍງ​ເຂົ້າກັບ​ສາກົນ. ​ເພາະວ່າ ນີ້​ແມ່ນ​ເສັ້ນທາງ, ວິທີ​ການ​ຊື່​ງຫລາຍ​ປະ​ເທດ​ໃນ​ໂລກ, ​ໃນ​ນັ້ນ ມີ​ບັນດາ​ປະ​ເທດ​ພັດທະນາ​ພວມ​ປະຕິບັດ. ສະ​ນັ້ນ ຂະ​ແຫນງ​ສຶກສາ ​ແລະ ບຳລຸງ​ສ້າງ​ຫວຽດນາມ ຈະ​ຫັນປ່ຽນ​ເທື່ອ​ລະ​ກ້າວ​ເພື່ອ​ຕອບ​ສະຫນອງ​ຄວາມ​ຮຽກຮ້ອງ​ຕ້ອງການ​ພັດທະ​ນາ ​ແລະ ປະຕິບັດ​ພາລະກິດ ​ປ່ຽນ​ໃຫມ່​ການ​ສຶກສາ,ບຳລຸງ​ສ້າງ​​ໂດຍ​ພື້ນຖານ ​ແລະ ຮອບດ້ານ​ຂອງ​ປະ​ເທດ​ຊາດ​ຢ່າງ​ມີ​ໄຊ.

ຕອບກັບ

ຂ່າວ/ບົດ​ອື່ນ