ຜົນຕາມມາຈາກຄວາມເຄັ່ງຕຶງຂອງການພົວພັນລະຫວ່າງ ອາເມລິກາ ແລະ ຈີນ

(VOVWORLD) -  ໃນຂົງເຂດເຕັກໂນໂລຊີ, ບັນດາບໍລິສັດເຕັກໂນໂລຊີ ອາເມລິກາ ມີຄວາມສ່ຽງກ່ຽວກັບລະດັບລາຍຮັບສູງ ຍ້ອນຂຶ້ນກັບບັນດາໂຮງຈັກໂຮງງານຂອງ ຈີນ ໃນການປະກອບໂທລະສັບສະມາດໂຟນ, ເຄື່ອງຄອມພິວເຕີ ແລະ ບັນດາເຄື່ອງອຸປະກອນເອເລັກໂຕນິກຊົມໃຊ້ຕ່າງໆອື່ນໆ.

        ການພົວພັນລະຫວ່າງ ຈີນ ແລະ ອາເມລິກາ ພວມຕົກເຂົ້າສູ່ລະດັບຕ່ຳສຸດ ນັບແຕ່ ທ່ານປະທານາທິບໍດີ ອາເມລິກາ Richard Nixon ມຸ່ງໄປເຖິງການພົວພັນເປັນປົກກະຕິກັບ ຈີນ ໃນປີ 1972. ເລື່ອງ 2 ປະເທດມະຫາອຳນາດມີບັນດາການກະທຳໂຕ້ຕອບກັນ ບໍ່ພຽງແຕ່ສົ່ງຜົນສະທ້ອນຕໍ່ການພົວພັນ 2 ຝ່າຍເທົ່ານັ້ນ ຫາກຍັງມີການກະທົບຢ່າງຫຍໍ້ທໍ້ເຖິງບັນດາຂົງເຂດສຳຄັນໃນທົ່ວໂລກອີກດ້ວຍ ພິເສດແມ່ນດ້ານເສດຖະກິດ, ການຄ້າ.

ຜົນຕາມມາຈາກຄວາມເຄັ່ງຕຶງຂອງການພົວພັນລະຫວ່າງ ອາເມລິກາ ແລະ ຈີນ  - ảnh 1 (ພາບປະກອບ/AP)

        ໂດຍຖັດຈາກການຈຳກັດກ່ຽວກັບການອອກວີຊາ, ຂໍ້ກຳນົດໃໝ່ກ່ຽວກັບການເດີນທາງທາງການທູດ ແລະ ການເນລະເທດນັກຂ່າວນັ້ນ, ເລື່ອງ ຈີນ ປິດປະຕູສະຖານກົງສູນຢູ່ Houston ຕາມຄຳຮຽກຮ້ອງຂອງ ອາເມລິກາ ກໍ່ຄືເລື່ອງ ອາເມລິກາ ປິດປະຕູສະຖານກົງສູນຢູ່  ເຈີ໊ງຕູ ຕາມຄຳຮຽກຮ້ອງຂອງ ຈີນ ໄດ້ເຮັດໃຫ້ການພົວພັນລະຫວ່າງ 2 ປະເທດ ນັບມື້ນັບເຄັ່ງຕຶງຂຶ້ນຕື່ມ.

ຜົນຕາມມາຈາກການພົວພັນດ້ານເສດຖະກິດ 2 ຝ່າຍ

        ຈີນ ແລະ ອາເມລິກາ ລ້ວນແຕ່ຕ້ອງແບກຫາບຄວາມເສຍຫາຍໃນບັ້ນເກັບພາສີ ເຊິ່ງເກີດຂຶ້ນໃນປີ 2018. ຕົ້ນປີ 2020, ພ້ອມກັບເລື່ອງທີ່ 2 ປະເທດບັນລຸໄດ້ຂໍ້ຕົກລົງການຄ້າໄລຍະໜຶ່ງແລ້ວ, ບັ້ນຕໍ່ສູ້ດ້ານການຄ້າເບິ່ງຄືວ່າ ໄດ້ຜ່ອນຄາຍລົງແລ້ວ. ທ່ານປະທານາທິບໍດີ ອາເມລິກາ Donald Trump ຄາດວ່າ ຈະດຳເນີນການເຈລະຈາດ້ານການຄ້າໄລຍະ 2 ກັບ ຈີນ ພາຍຫລັງການເລືອກຕັ້ງປະທານາທິບໍດີ ອາເມລິກາ ໃນເດືອນ ພະຈິກ ປິ 2020. ເຖິງຢ່າງໃດກໍ່ຕາມ, ເລື່ອງທັງ 2 ປະເທດເກີດໂລກລະບາດໂຄວິດ-19 ພ້ອມກັບເກີດຄວາມເຄັ່ງຕຶງໃນໄລຍະມໍ່ໆມານີ້ ໄດ້ເຮັດໃຫ້ພາບພົດໃນອະນາຄົດກ່ຽວກັບຂໍ້ຕົກລົງການຄ້າໄລຍະ 2 ນັບມື້ນັບມືດມົວ. ສິ່ງດັ່ງກ່າວ ຈະມີຜົນກະທົບຢ່າງຫຍໍ້ທໍ້ຕໍ່ການຄ້າ 2 ຝ່າຍ. ຍ້ອນວ່າ, ອາເມລິກາ ຍັງແມ່ນຕະຫລາດສົ່ງອອກໃຫຍ່ສຸດຂອງ ຈີນ, ນັບທັງພາຍຫລັງທ່ານປະທານາທິບໍດີ Donald Trump ຈັດວາງບັນດາຄຳສັ່ງລົງໂທດດ້ານພາສີໃສ່ສິນຄ້າຂອງ ຈີນ. ໃນຂະນະນັ້ນ, ຈີນ ແມ່ນຕະຫລາດໃຫຍ່ອັນດັບທີ 3 ຂອງບັນດານັກສົ່ງອອກ ອາເມລິກາ, ພ້ອມທັງຍັງແມ່ນຕະຫລາດ “ມະຫຶມາ” ກ່ຽວກັບສິນຄ້າ ແລະ ການບໍລິການ ເຊິ່ງບັນດາບໍລິສັດໃຫຍ່ຂອງ ອາເມລິກາ ເລືອກເອົາເປັນບ່ອນຜະລິດຄື: General Motors, Burger King. ຕາມການສະຖິຕິໄດ້ສະແດງໃຫ້ເຫັນວ່າ, ວົງເງິນການຄ້ານຳເຂົ້າຈາກ ອາເມລິກາ ກ່ຽວກັບຜະລິດຕະພັນກະເສດ, ທາດຊັກນຳໄຟຟ້າ ແລະ ສິນຄ້າອື່ນໆຂອງ ຈີນ ໄດ້ຫລຸດລົງ 11,4% ໃນປີ 2019, ແຕ່ຍັງລື່ນກາຍ 100 ຕື້ USD. ໃນຂະນະນັ້ນ, ເລື່ອງສົ່ງອອກໄປຍັງ ຈີນ ພວມຊ່ວຍສ້າງວຽກເຮັດງານທຳໃຫ້ປະຊາຊົນ ອາເມລິກາ ເກືອບ 1 ລ້ານຄົນ, ເຖິງວ່າຕົວເລກດັ່ງກ່າວ ໄດ້ຫລຸດລົງ 10% ເມື່ອທຽບໃສ່ລະດັບສູງສຸດໃນປີ 2017 ກໍ່ຕາມ.

        ໃນຂົງເຂດເຕັກໂນໂລຊີ, ບັນດາບໍລິສັດເຕັກໂນໂລຊີ ອາເມລິກາ ມີຄວາມສ່ຽງກ່ຽວກັບລະດັບລາຍຮັບສູງ ຍ້ອນຂຶ້ນກັບບັນດາໂຮງຈັກໂຮງງານຂອງ ຈີນ ໃນການປະກອບໂທລະສັບສະມາດໂຟນ, ເຄື່ອງຄອມພິວເຕີ ແລະ ບັນດາເຄື່ອງອຸປະກອນເອເລັກໂຕນິກຊົມໃຊ້ຕ່າງໆອື່ນໆ. ດ້ານອື່ນ, ເລື່ອງຈຳກັດກຸ່ມບໍລິສັດເຕັກໂນໂລຊີ Huawei ຂອງ ຈີນ ສຳຜັດກັບເຄື່ອງອາໄຫຼ່ ແລະ ເຕັກໂນໂລຊີ ອາເມລິກາ ໄດ້ ແລະ ພວມເຮັດໃຫ້ບັນດາບໍລິສັດສະໜອງ ລວມທັງບັນດາບໍລິສັດຢູ່ຮ່ອມພູ Silicon ເສຍແຫຼ່ງລາຍຮັບຂຶ້ນເຖິງນັບຕື້ USD. ປະຈຸບັນ, ປັກກິງ ໄດ້ຮຽກຮ້ອງໃຫ້ບັນດານັກສົ່ງອອກຢູ່ພາຍໃນປະເທດ ຊອກຫາບັນດາຕະຫລາດອື່ນນອກຈາກ ອາເມລິກາ. ເຖິງຢ່າງໃດກໍ່ຕາມ, ສິ່ງດັ່ງກ່າວບໍ່ງ່າຍດາຍແຕ່ຢ່າງໃດ

ການພົວພັນດ້ານເສດຖະກິດສັບສົນປົນເປ

        ການພົວພັນລະຫວ່າງ ຈີນ ແລະ ອາເມລິກາ ແມ່ນສ່ວນໜຶ່ງທີ່ສຳຄັນຂອງການພົວພັນລະຫວ່າງປະເທດໃຫຍ່ໃນໂລກ ກໍ່ຄືການພົວພັນທັງໝົດໃນໂລກ. ສະນັ້ນ, ຄວາມເຄັ່ງຕຶງປີນຂັ້ນໄດໃນການພົວພັນລະຫວ່າງ ອາເມລິກາ ແລະ ຈີນ ບໍ່ພຽງແຕ່ສົ່ງຜົນສະທ້ອນເຖິງເສດຖະກິດ 2 ປະເທດເທົ່ານັ້ນ ຫາກຍັງສົ່ງຜົນສະທ້ອນໃສ່ການພົວພັນຂອງໂລກອີກດ້ວຍ. ຕາມທ່ານ Jeffrey Sachs ນັກຊ່ຽວຊານເສດຖະສາດ, ມະຫາວິທະຍາໄລ ໂກລູມບີ (ອາເມລິກາ) ແລ້ວ, ໂລກພວມກ້າວໄປເຖິງໄລຍະ “ຂາດສະບັ້ນໃນບໍລິເວນກ້ວາງ ໂດຍບໍ່ມີໃຜນຳພາ”. ທ່ານ Jeffrey Sachs ກ່າວເຕືອນວ່າ ການແບ່ງແຍກລະຫວ່າງ 2 ປະເທດມະຫາອຳນາດ  ຍິ່ງນັບມື້ນັບເຮັດໃຫ້ສະພາບການຮ້າຍແຮງຂຶ້ນກ່ວາເກົ່າ.

        ໃນຂະນະນັ້ນ, ການຄົ້ນຄວ້າຂອງບັນດາບໍລິສັດຢູ່ Wall Street ກ່ຽວກັບການພົວພັນທີ່ຕ້ອງດຳລົງຊີວິດຮ່ວມກັນ ຊຶ່ງແກ່ຍາວມາເປັນເວລາຫລາຍທົດສະວັດຂອງ 2 ພື້ນຖານເສດຖະກິດໃຫຍ່ທີ່ສຸດໃນໂລກໄດ້ຊີ້ໃຫ້ເຫັນວ່າ ໂລກພວມນັບມື້ນັບຈັດແບ່ງຂົ້ວ. ບັນດາພື້ນຖານເສດຖະກິດ ແລະ ວິສາຫະກິດພວມອ່ຽງໄປຝ່າຍ ອາເມລິກາ ຫຼື ຈີນ.

        ໃນບົດລາຍງານກ່ຽວກັບແງ່ຫວັງ 6 ເດືອນທ້າຍປີ, ກຸ່ມບໍລິສັດ BlackRock, ເຊິ່ງແມ່ນກຸ່ມບໍລິສັດຄຸ້ມຄອງການລົງທຶນທົ່ວໂລກຂອງ ອາເມລິກາ ຖືວ່າ: ການສູ້ຢັນກັນລະຫວ່າງ ອາເມລິກາ ແລະ ຈີນ ຈະພາໃຫ້ບັນດາປະເທດຖືກເລັ່ງໃຫ້ເລືອກເອົາຝ່າຍ. ການແບ່ງແຍກລະຫວ່າງ 2 ພື້ນຖານເສດຖະກິດ ພວມສຸມໃສ່ເຂົ້າໃນຂົງເຂດເຕັກໂນໂລຊີ, ແຕ່ຢູ່ທີ່ນີ້ ຈະບໍ່ໄດ້ຈຳກັດ

        ໃນຊຸມເດືອນຕົ້ນປີ 2020 ໄດ້ເຫັນປະຈັກຕາການຜັນແປຫລາຍທີ່ສຸດຢ່າງໃນການພົວພັນລະຫວ່າງ ອາເມລິກາ ແລະ ຈີນ ແລະ ຄວາມເຄັ່ງຕຶງໃນປະຈຸບັນ ຍາກທີ່ຈະແກ້ໄຂໄດ້ໃນ 6 ເດືອນທ້າຍປີ 2020. ສິ່ງດັ່ງກ່າວກໍ່ມີຄວາມໝາຍ ເຊັ່ນດຽວກັນກັບການພົວພັນສາກົນຍັງສືບຕໍ່ເກີດຄວາມສັບສົນປົນເປ ແລະ ເຮັດໃຫ້ຫາງສຽງມີຄວາມວິຕົກກັງວົນ.

ຕອບກັບ

ຂ່າວ/ບົດ​ອື່ນ