ມອບລາງວັນໃຫ້ແກ່ສ່ວນບຸກຄົນທີ່ລະເມີດກົດໝາຍຂອງຫວຽດນາມ ແມ່ນສິ່ງທີ່ຜິດພາດ

(vovworld)-  ວັນ​ທີ 8/3/2013, ກະຊວງ​ການ​ຕ່າງປະ​ເທດອາ​ເມ​ລິ​ກາ ຫາ​ກໍ່​ເຊີດ​ຊູ ຕ້າ​ຟອງ​ເຕີນ( Tạ Phong Tần) ຊື່​ງ​ແມ່ນ​ຜູ້​ພວມ​ຖືກ​ຕັດສິນ​ລົງ​​ໂທດ​ຈຳ​ຄຸກ 10 ປີ​ຍ້ອນ​ລະ​ເມີດ​ກົດໝາຍ​ຂອງ ຫວຽດນາມ, ​ແມ່ນ​ຫນຶ່ງ​ໃນ​ຈຳນວນ​ “ແມ່ຍິງກ້າຫານ​ຂອງ​ໂລກ​ໃນ​ປີ 2012“ 10 ຄົນ. ສິ່ງ​ດັ່ງກ່າວ​ໄດ້​ແຊກ​ແຊງ​ເຂົ້າ​ວຽກ​ງານ​ພາຍ​ໃນ​ຂອງ ຫວຽດນາມ, ບໍ່​ມີ​ຜົນ​ປະ​ໂຫຍ​ດ​ໃຫ້​ແກ່​ການ​ພັດທະນາ​​ການ​ພົວພັນ​ລະຫວ່າງ ຫວຽດນາມ ​ແລະ ອາ​ເມ​ລິ​ກາ.

        ຕາມ​ກະຊວງ​ການ​ຕ່າງປະ​ເທດ ອາ​ເມ​ລິ​ກາ ​ແລ້ວ, ລາງວັນ​ນີ້​ແມ່ນ​ເພື່ອ​ຍ້ອງຍໍ​ບັນດາ​ແມ່ຍິງ​ໃນ​ໂລກ ​ທີ່ໄດ້​ສະ​ແດງ​ໃຫ້​ເຫັນ​ຄວາມ​ກ້າຫານ​ພິ​ເສດ ​ແລະ ຄວາມ​ສາມາດ​ນຳພາ​ການ​ຂົນຂວາຍ​​ເພື່ອ​ສິດ ​ແລະ ກຳລັງ​ແຮງ​ຂອງ​ແມ່ຍິງ, ​ໂດ​ຍບໍ່​ຫົວຊາ​ຕໍ່​ຄວາມ​ສ່ຽງ​​ແກ່​ຕົນ​ເອງ. ສຳລັບນາງ ຕ້າ​ຟອງ​ເຕີນ, ​ແຈ້ງ​ການ​ຂອງ​ລັດຖະບານ ອາ​ເມ​ລິ​ກາ ຖື​ວ່າ: ຕ້າ​ຟອງ​ເຕີນ ​ແມ່ນ​ຫນຶ່ງ​ໃນ​ບັນດາ blogger ທຳ​ອິດ​ທີ່​ຂຽນ ​ແລະ ວິ​ຈານ​ກ່ຽວ​ກັບ​ບັນດາ​ເຫດການ​ການ​ເມືອງ​ໃນ​ຫນ້າ blog ທີ່​ມີ​ຊື່ວ່າ“ຍຸຕິ​ທຳ ​ແລະ ຄວາມ​ຈິງ”. ລາງວັນ​ໃຫ້​ແກ່ ຕ້າ​ຟອງ​ເຕີນ ​ແລະ ຜູ້​ອື່ນ​ໂດຍ​ທ່ານ​ລັດຖະມົນຕີ​ການ​ຕ່າງປະ​ເທດ ອາ​ເມ​ລິ​ກາ ​John Kerry ​ແລະ ພັນ​ລະ​ຍາ​ປະທານາທິບໍດີ ອາ​ເມ​ລິ​ກາ Michelle Obama ມອບ​ໃຫ້​​ເມື່ອ​ວັນ​ທີ 8/3 ​ໃນ​ອາທິດ​ຜ່ານ​ມາ.

        ຄວາມ​ຈິງ ຕ້າ​ຟອງ​ເຕີນ ບໍ່​ຕາງຫນ້າ​ໃຫ້​ແກ່​ບັນດາ​ແມ່ຍິງ ຫວຽດນາມ ດີ​ເດັ່ນ, ​ແລະ​ກໍ​ບໍ່​ແມ່ນ​ຜູ້​ນຳພາ​ການ​ຂົນຂວາຍ​​ເພື່ອ​ສິດ ​ແລະ ກຳລັງ​ແຮງ​ຂອງ​ແມ່ຍິງ ຫວຽດນາມ. ຄວາມ​ຈິງ ຕ້າ​ຟອງ​ເຕີນ ​ແມ່ນ​​ໃຜ?

        ຕ້າ​ຟອງ​ເຕີນ ​ເກີດ​ປີ 1968 ຢູ່ ​ແຂວງ ບາກ​ລຽວ. ​ເມື່ອ​ເຮັດ​ວຽກ​ຢູ່​ພະ​ແນ​ກການ​ຄ້າ ​ແລະ ທ່ອງ​ທ່ຽວ ​ແຂວງ ບາກ​ລຽວ, ຕ້າ​ຟອງ​ເຕີນ ​ເຄີຍ​ຂຽນ​ບົດ​ມີ​ເນື້ອ​​ໃນ​ເສັກ​ສັນ​ປັ້ນ​ແຕ່ງ​ກ່ຽວ​ກັບ​ບັນຫາ​ສອບ​​ເສັງ, ອາກອນ​ລາຍ​ຮັບ​ສ່ວນ​ບຸກຄົນ… ສົ່ງ​ເຖິງ​ວິທະຍຸ BBC. ​ແລະ ​ໃນ​ຊຸມ​ປີ​ມໍ່ໆ​ມາ​ນີ້ ຢູ່​ເຄືອ​ຂ່າຍ​ອິ​ນ​ເຕີ​ແນ​ດ ມີ blog ຫນຶ່ງ​ທີ່​ໃສ່​ຊື່ວ່າ: “ຍຸຕິ​ທຳ ​ແລະ ຄວາມ​ຈິງ” ຊຶ່ງ​ຜູ້​ຂຽນ​ແມ່ນ ຕ້າ​ຟອງ​ເຕີນ ​ແລະ ນັບ​ມື້​ນັບ​ມີ​ບັນດາ​ທັດສະນະ​ຜິດພາດ, ຖ້ອຍ​ທຳນອງ​ເສັກ​ສັນ​ປັ້ນ​ແຕ່ງ​ແຜນ​ນະ​ໂຍບາຍ, ນະ​ໂຍບາຍ​ຂອງ​ພັກ ​ແລະ ລັດ ຫວຽດນາມ.  ຮອດ​ວັນ​ທີ 24/9/2012, ​ເມື່ອ​ສານ​ປະຊາຊົນ​ນະຄອນ ​ໂຮ່ຈິ​ມິນ ​ເປີດ​ສານ​ຊັ້ນ​ຕົ້ນພິພາກສາ​ ​ ​ແລະ ຕັດສິນລົງ​ໂທດ​ບັນດາ​ຈຳ​ເລີຍ, ​ໃນ​ນັ້ນ ຕ້າ​ຟອງ​ເຕີນ ຖືກ​ຕັດສິນ​ລົງ​ໂທດຈຳ​ຄຸກ 10 ປີ ດ້ວຍ​ໂທດ “​ໂຄສະນາ​ຕ້ານ​ລັດ ສສ ຫວຽດນາມ”, ຈາກ​ນັ້ນ ຜູ້​ຄົນທັງຫລາຍ​ຍິ່ງ​ຮູ້ຈັກ​ວ່າ ຕ້າ​ຟອງ​ເຕີນ ​ແມ່ນ​​ໃຜ.

        ຕາມ​ຄຳ​ປະກາດ​ກ່າວ​ໂທດ​ຂອງ​ສານ​ປະຊາຊົນ​ນະຄອນ ​ໂຮ່ຈິ​ມິນ ​ເມື່ອ​ເດືອນ 4/2007, ຕ້າ​ຟອງ​ເຕີນ ອອກ​ຈາກ​ ບາກ​ລຽວ ​ໄປ​ເຖິງ​ນະຄອນ ​ໂຮ່ຈິ​ມິນ ​ແລະ ​ເຂົ້າ​ຮ່ວມ​ສະມາຊິກ​ອັນທີ່​ເອີ້ນ​ວ່າ “ສະ​ໂມ​ສອນ​ນັກ​ຂ່າວ​ເສລີ”, ຊື່​ງ​ແມ່ນ​ບ່ອນ​ເຕົ້າ​ໂຮມ​ບັນດາ​ພາກສ່ວນ​ສວຍ​ໂອກາດ,ບໍ່ພໍ​ໃຈ​ຕໍ່​ລະບອບຕ້ານ​ທຳລາຍ​ລັດ​ຢູ່​ພາຍ​ໃນ​ປະ​ເທດ. ດ້ວຍ​ການ​ອຸດ​ຫນູນ​ດ້ານ​ການ​ເງິນ​ຂອງ​ບັນດາ​ອົງການ​ຈັດ​ຕັ້ງ​ຂອງ​ຊາວ ຫວຽດນາມ​ຫົວ​ຮຸນ​ແຮງ​ຢູ່​ຕ່າງປະ​ເທດ, ອົງການ​ນີ້​ໄດ້​ນຳ​ໃຊ້ ອີນ​ເຕີ​ແນ​ດ ​ເພື່ອ​ເຜີຍ​ແຜ່​ບົດ​ຂຽນ​​ເສກ​ສັນ​ປັ້ນ​ແຕ່ງ, ບິດ​ເບື່ອ​ນຄວາມ​ຈິງ​ຕູ່​ຫາ​ສະພາບ​ການຢູ່ ຫວຽດນາມ ນັບ​ພັນ​ບົດ. ຫນ້າ​ທີ່​ຂອງ ຕ້າ​ຟອງ​ເຕີນ ​ໃນ​ສະ​ໂມ​ສອນ​ດັ່ງກ່າວ​ແມ່ນ​ຮຽບຮຽງ​ຫລັກ​ມູນ​ແກ້ຄວາມ​ໃຫ້​ແກ່​ກຸ່ມ “​ແບກ​ດັ່ງ​ຢາງ” ຊຶ່ງ​ແມ່ນ​ອົງການ​ປະຕິ​ການ​ທີ່ຂຶ້ນ​ກັບ​ພັກ​ເພື່ອ​ປະຊາຊົນ​ຢູ່ ອາ​ເມ​ລິ​ກາ, ຮຽບຮຽງ​ຫລັກ​ມູນ​ແກ້​ຄວາມ​ໃຫ້​ແກ່​ສະມາຊິກ​ຂອງ ກຸ່ມ 8406 ຈຳນວນ​ຫນຶ່ງ ພ້ອມ​ກັບ 8 ຄົນ​ທີ່​ກໍ່​ຄວາມ​ວຸ້ນວາຍ​ໃນ​ກໍລະນີ​ເຂດ​ຊາວ​ຄຼິດ ທາຍ​ຮ່າ. ນອກ​ນັ້ນ ຕ້າ​ຟອງ​ເຕີນ ຍອມຮັບ​ວ່າ: ​ໄດ້​ຂຽນຫລາຍ​ບົດ ​ແລະ ຕອບ​ສຳພາດ​ຕໍ່ຫນັງ​ສຶພິມ, ວິທະຍຸ​ຕ່າງໆ​ປະ​ເທດ ດ້ວຍ​ເນື້ອ​ໃນ​ເສັກ​ສັນ​ປັ້ນ​ແຕ່ງ​ລັດ ຫວຽດນາມ, ​ໂດ​ຍລະອຽດ​ແມ່ນ​ເດືອນ 3/2009 ຕ້າ​ຟອງ​ເຕີນ  ​ໄດ້​ຕອບ​ສຳພາດ​ຕໍ່​ນັກ​ຂ່າວວິທະຍຸ ຮວາ​ມາຍ​ທີ່​ຂຶ້ນ​ກັບ​ພັກ​ເພື່ອ​ປະຊາຊົນ, ຕອບ​ສຳພາດ​ຕໍ່​ນັກ​ຂ່າວ​ວິ​ທະ​ຍຸ Sydney, ວິທະຍຸ​ຂອງ​ອົງການ​ກໍ່​ການ​ຮ້າຍ ຫວຽດ​ເຕີນ ຢູ່ ອົດ​ສະ​ຕາ​ລີ, ​ແລະ ຕອບ​ສຳພາດ​ຕໍ່ນັກ​ຂ່າວ​ທີ່​ຂຶ້ນ​ກັບ​ພັກ​ຫວຽດ​ເຕີນ ຫລາຍ​ເທ່ືອ​ແລ້ວ. ​ແລະ​ກໍ​ຕາມ ຕ້າ​ຟອງ​ເຕີນ, ​ໄລ່​ມາ​ຮອດ​ເດືອນ 5/2009, ຕ້າ​ຟອງ​ເຕີນ ​ໄດ້​ຂຽນ 864 ບົດ​ທາງ blog ຍຸຕິ​ທຳ ​ແລະ ຄວາມ​ຈິງ. ​ໃນ​ນັ້ນ ຕ້າ​ຟອງ​ເຕີນ ຂຽນ ​ແລະ ມີ​ບົດຕອບຄຳ​ຖາມ​ແກ່ວິທະຍຸ BBC, RFI, RFA ກວ່າ 100 ບົດ ​ແລະ ​ແຕ່​ລະ​ບົດ ວິທະຍຸ BBC ຈ່າຍ​ເງິນ​ໃຫ້ ຕ້າ​ຟອງ​ເຕີນ ປະມານ 40 USD. ​ແຕ່ 2007 ມາ​ຮອດ​ປະຈຸ​ບັນ ຕ້າ​ຟອງ​ເຕີນ ​ໄດ້​ຮັບ​ຈຳນວນ​ເງິນ​ປະມານ 15.000 USD ຈາກ​ບັນດາ​ຫນັງສືພິມ ​ແລະ ວິ​ທະ​ຍຸ​ດັ່ງກ່າວ.

        ​ເປັນ​ທີ່​ຈະ​ແຈ້ງ​ແລ້ວ​ວ່າ ກ່ອນ​ທີ່​ຖືກ​ສານ​ຕັດສິນ​ລົງ​ໂທດ ຍ້ອນ​ລະ​ເມີດ​ກົດໝາຍ​ຂອງ​ຫວຽດນາມ,  ຕ້າ​ຟອງ​ເຕີນ ພຽງ​ແຕ່​ແມ່ນ​ຜູ້​ຮັບ​ເງິນ​ຈາກ​ບັນດາ​ອົງການ​ຊາວ ຫວຽດນາມ ຫົວ​ຮຸນ​ແຮງ, ປະຕິ​ການ​ຢູ່​ຕ່າງປະ​ເທດ ​ເພື່ອ​ເສັກ​ສັນ​ປັ້ນ​ແຕ່ງສະພາບ​ການ​ດ້ານ​ການ​ເມືອງ, ​ເສດຖະກິດ, ວັດທະນະທຳ ສັງຄົມ ຂອງ ຫວຽດນາມ ທາງ blog ​ແລະ ບັນດາ​ບົດ​ຂຽນ, ບົດ​ຕອບ​ສຳພາດ​ຕໍ່​ນັກ​ຂ່າວ​ຕ່າງປະ​ເທດ. ຕ້າ​ຟອງ​ເຕີນ ບໍ່​ແມ່ນ​ຜູ້ຕາງຫນ້າ​ໃຫ້​ແມ່ຍິງ ຫວຽດນາມ ຜູ້​ສັດຈະທຳ ພວມ​ປະກອບ​ກຳລັງ​ເຫື່ອ​ແຮງ​ຂອງ​ຕົນ​ໃນ​ທຸກ​ຂົງ​ເຂດ​ເພື່ອ​ສ້າງສາ​ປະ​ເທດ​​ຫວຽດນາມ ​ໃຫ້​ນັບ​ມື້​ນັບ​ຮັ່ງມີ​ເຂັ້ມ​ແຂງ.

        ​ກະຊວງ​ການ​ຕ່າງປ​ະ​ເທດ ອາ​ເມ​ລິ​ກາ ​ໄດ້ມີ​ການ​ກະທຳ​ທີ່​ຜິດພາດ​ເມື່ອ​ຍ້ອງຍໍ ຕ້າ​ຟອງ​ເຕີນ ​ແມ່ນ​ແມ່ຍິງ​ກ້າຫານ​ຂອງ​ໂລກ​ໃນ​ປີ 2012, ​ເພາະວ່າ ວຽກ​ງານ​ຂອງ ຕ້າ​ຟອງ​ເຕີນ ພຽງ​ຮັບ​ໃຊ້​ຜົນ​ປະ​ໂຫຍ​ດສ່ວນ​ບຸກຄົນ​ຂອງ ຕ້າ​ຟອງ​ເຕີນ ​ເອງ​ເທົ່າ​ນັ້ນ ຫາກ​ບໍ່​ມີ​ຜົນ​ສະ​ທ້ອນ​ຫຍັງ​ເຖິງ​ແມ່ຍິງ ຫວຽດນາມ ຜູ້ອື່ນ ຢູ່​ພາຍ​ໃນ​ປະ​ເທດກໍ​ຄື​​ຢູ່​ຕ່າງປະ​ເທດ. ​ໃນຂະນະ​ທີ່​ ຫວຽດນາມ ​ແລະ ອາ​ເມ​ລິ​ກາ ນັບ​ມື້​ນັບ​ເພີ່ມ​ທະວີ​ການ​ຮ່ວມ​ມື​ສອງ​ຝ່າຍ, ​ ການ​ກະທຳດັ່ງກ່າວຂອງກະຊວງ​ການ​ຕ່າງປະ​ເທດ​ອາ​ເມ​ລິ​ກາ  ແມ່ນ​ໄປ​ຝືນ​ກັບ​ທ່າ​ອ່ຽງສົ່ງ​ຜົນ​ສະທ້ອນ​ບໍ່​ດີ​ເຖິງ​ການພັດທະນາ​ສຳລັບ​ການ​ພົວພັນ​ລະຫວ່າງ​ສອງ​ປະ​ເທດ.

 



ຕອບກັບ

ຂ່າວ/ບົດ​ອື່ນ