ສິດເສລີໃນການປາກເວົ້າບໍ່ສາມາດຕັດແຍກອອກຈາກພັນທະຂອງພົນລະເມືອງ

(vovworld)- ພາຍຫລັງ​ມີບາງ​ເປົ້າ​ໝາຍ​ຖືກ​ອົງການ​ປ້ອງ​ກັນ​ຄວາ​ມສະຫງົບ​ຂອງ​ຫວຽດນາມ​ຈັບ​ຄຸ້ມ​ຂັງ, ສືບສວນ​ກ່ຽວ​ກັບ​ການ​ກະທຳ“ສວຍ​ໃຊ້​ບັນດາ​ສິດ​ເສລີ​ປະຊາ​ທິປະ​ໄຕ, ​ລ່ວງ​ລະ​ເມີດ​ຜົນ​ປະ​ໂຫຍ​ດຂອງ​ລັດ, ສິດ, ຜົນ​ປະ​ໂຫຍ​ດທີ່​ຖື​ກກັບ​ກົດໝາຍ​ຂອງ​ອົງການ​ພົນລະ​ເມືອງ” ຕາມ​ມາດຕາ 258 ຂອງ​ປະມວນ​ກົດໝາຍ​ອາຍາ, ມີ blogger ຈຳນວນ​ຫນຶ່ງ ​ແລະ ບັນດາ​ອົງການ​ສາກົນ ​ໄດ້​ກ່າວຕູ່​ຫາຫວຽດນາມ​ ນຳ​ໃຊ້​ບັນດາ​ມາດຕາ​ທີ່​ລະບຸ​ໄວ້​ໃນ​ກົດໝາຍ​ກ່ຽວ​ກັບ​ຄວາມ​ສະຫງົບ​ແຫ່ງ​ຊາດ​ເພື່ອ​ຈຳກັດ​ປະຊາຊົນ​ປະຕິບັດ​ບັນດາ​ສິດ​ພົນລະ​ເຮືອນ, ການ​ເມືອງ, ສິດ​ເສລີ​ໃນ​ການ​ປາກ​ເວົ້າ, ສິ​ດ​ເສລີ​ໃນ​ການ​ນຳ​ໃຊ້ ອິນ​ເຕີ​​ແນັດ ຢ່າງ​ລຽນຕິດ. ນອກ​ນັ້ນ ​ເຂົາ​ເຈົ້າ​ຍັງ​ຮຽກຮ້ອງ ຫວຽດນາມ ຕ້ອງ​ປ່ອຍ​ຕົວ​​ບັນດາ​ເປົ້າ​ໝາຍ​ດັ່ງກ່າວ​ຢ່າງ​ທັນທີ.

ສິດເສລີໃນການປາກເວົ້າບໍ່ສາມາດຕັດແຍກອອກຈາກພັນທະຂອງພົນລະເມືອງ - ảnh 1
ຫນັງສືພິມຕ່າງໆຢູ່ຫວຽດນາມ

        ຄວາມ​ເສລີ​ຕາມ​ຄວາມ​ໝາຍ​ກວ້າງ ​ແລະ ຄວາມ​ເສລີ​ໃນ​ການ​ປາກ​ເວົ້າ, ຄວາມ​ເສລີ​ໃນ​ການສະ​ແດງ​ທັດສະນະ​ຂອງ​ສ່ວນ​ບຸກຄົນ, ຕາມ​ຄວາມ​ໝາຍ​ທີ່​ໄດ້​ຮັບ​ການ​ໝູນໃຊ້​ຢ່າງ​ລະອຽດ ​ແມ່ນ​ບັນດາ​ສິດ​ສຳຄັນ​ທີ່​ສຸດ​ຂອງ​ມະນຸດ. ​ໃນ​ລະບົບ​ເອກະສານ​ນິຕິ​ກຳ​ສາກົນ, ພົ້ນ​ເດັ່ນ​ແມ່ນ“ຖະ​ແຫລ​ງການ​ຂອງ​ໂລກ​ກ່ຽວ​ກັບ​ສິດ​ທິມະນຸດ”ປີ 1948 ​ແລະ “ສົນທິສັນຍາ​ສາກົນ​ກ່ຽວ​ກັບ​ບັນດາ​ສິດ​ພົນລະ​ເຮືອນ, ການ​ເມືອງ”ປີ 1966, ລ້ວນ​ແຕ່​​ຢືນຢັນ​ວ່າ: ຄວາມ​ເຄົາລົບ ​ແລະ ຮັບປະກັນ​ສິດ​ດັ່ງກ່າວ​ທັງ​ແມ່ນ​ເງື່ອນ​ໄຂ ​ແລະ ກຳລັງ​ຫນູນ​ພັດທະນາ​ຂອງ​ບັນດາ​ສັງຄົມ, ບໍ່​ຈຳ​ແນ​ກລະບອບ​ການ​ເມືອງ, ລະດັບ​ພັດທະນາ.  ຫວຽດນາມ ​ແມ່ນ​ປະ​ເທດ​ທີ່ຕັ້ງຫນ້າ​ເຂົ້າ​ຮ່ວມ​ຫລາຍ​ສົນທິສັນຍາ​ສາກົນ​ກ່ຽວ​ກັບ​ສິດທິ​ມະນຸດ, ​ໄດ້​ໝູນ​ໃຊ້​ຫລາຍ​ມາດຖານ​ສາກົນ​ເພື່ອ​ສ້າງ​ລະບົບ​ເອກະສານ​ນິຕິ​ກຳ​ກ່ຽວ​ກັບ​ສິດທິ​ມະນຸດ​ຂອງ​ຫວຽດນາມ. ​ໃນ​ລັດຖະທຳ​ມະນູນ​ປີ 1992 ຂອງ​ຫວຽດນາມ ​ຢູ່​ມາດຕາ 69 ​ໄດ້​ລະບຸ​ວ່າ “ພົນລະ​ເມືອງ​ມີ​ສິດ​ເສລີ​​ໃນ​ການ​ປາກ​ເວົ້າ, ​ເສລີ​ທາງ​ສື່​ມວນ​ຊົນ”.

        ກົດໝາຍ​ສາກົນ​ໄດ້​ກຳນົດ ຕ້ອງ​ຮັບປະກັນ​ສິດ​ເສລີ​ໃນ​ການ​ປາກ​ເວົ້າ​ໃຫ້​ແກ່​ບັນດາ​ພົນລະ​ເມືອງ. ​ແຕ່​ກົດໝາຍ​ສາກົນ​ກໍ​ໄດ້​ກຳນົດ​ວ່າ: ສິດ​ຂອງ​​ສ່ວນ​ບຸກຄົນ​ອາດ​ຈະ​ຖືກ​ຈຳກັດ.“ ຖະ​ແຫລ​ງການ​ຂອງ​ໂລກ​ກ່ຽວ​ກັບ​ສິດທິ​ມະນຸດ”ປີ 1948 ​ໄດ້​ລະບຸ​ວ່າ: “​ແຕ່ລະຄົນ​ເມື່ອ​ໄດ້​ຊົມ​ໃຊ້​ບັນດາ​ສິດ ​ແລະ ຄວາມ​ເສລີ​ສ່ວນ​ບຸກຄົນ ຕ້ອງຖືກ​ຈຳກັດ​​ຕາມ​ກຳນົດ​ຂອງ​ກົດໝາຍ ເພື່ອ​ຈຸດປະສົງ​ຮັບປະກັນ​ການ​ຮັບ​ຮູ້ ​ແລະ ​ເຄົາລົບ​ສຳລັບ​ສິດ ​ແລະ ຄວາມ​ເສລີ​ຂອງ​ຜູ້​ອື່ນ ​ແລະ ​ເໝາະ​ສົມ​ກັບ​ບັນດາ​ຄວາ​ມຮຽກຮ້ອງ​ຕ້ອງການອັນ​ຊອບ​ທຳ​ກ່ຽວກັບ​ຄຸນສົມບັດ, ຄວາມ​ເປັນ​ລະບຽບ​ຮຽບຮ້ອຍ​ທາງ​ສັງຄົມ ​ແລະ ສະຫວັດດີ​ການ​ລວມ​ໃນ​ສັງຄົມ​ປະຊາທິປະ​ໄຕ. ສົນ​ທິສັນຍາ​ສາກົນ​ກ່ຽວ​ກັບ​ບັນດາ​ສິດ​ພົນລະ​ເຮືອນ, ການ​ເມື​ອງ ປີ 1966 ກໍ​ໄດ້​ລະບຸ​ວ່າ: ການ​ປະຕິບັດ ສິດ​ເສລີ​ໃນ​ການ​ປາກ​ເວົ້າ​ ຕິດ​ກັບ​ບັນດາ​ພັນທະ, ຄວາມ​ຮັບຜິດຊອບ​ພິ​ເສດ. ສະ​ນັ້ນ ອາດ​ຈະ​ຖືກ​​ຂໍ້​ຈຳກັດບາງ​ຢ່າງ​ທີ່​ແນ່ນອນ​ເພື່ອ​ເຄົາລົບ​ບັນດາ​ສິດ​ຫລື​ອິດ​ທິພົນຊື່​ສຽງ​ຂອງ​ຜູ້​ອື່ນ, ​ປົກ​ປັກຮັກສາ​ຄວາມ​ສະຫງົບ​ແຫ່ງ​ຊາດ​ຫລື​ຄວາມ​ເປັນ​ລະບຽບ​ຮຽບຮ້ອຍ​ທາງ​ສັງຄົມ. ​ເປັນ​ອັນວ່າ ​ເລື່ອງ​ ລັດ​ຫວຽດນາມ ກຳນົດ“ສິດ​ເສລີ​ໃນ​ການ​ປາກ​ເວົ້າ” ​ທີ່​ລະບຸ​​ໄວ້ໃນ​ລັດຖະທຳ​ມະນູນ​ປີ 1992 ​ແມ່ນສິ່ງທີ່​​ແນ່ນອນຫລື​ປະມວນ​ກົດ​ໝາຍອາຍາ​ປີ 1999 ຊີ້​ແຈງ​ວ່າ: ບັນດາ​ຂໍ້​ກຳນົດ​ພິ​ເສດສະ​ເພາະ​ກ່ຽວ​ກັບ​ ສິດ​ເສລີ​ໃນ​ການ​ປາກ​ເວົ້າ, ​ໃນ​ມາດຕາ 88 ​ແລະ ມາດຕາ 258 ກໍ​ແມ່ນ​ສິ່ງ​ທີ່​ເໝາະ​ສົມ​ກັບ​ທຳນຽມ​ສາກົນ. ສະ​ນັ້ນ ກ່ອນ​ທີ່​ອອກສຽງ​ປ້ອງ​ກັນ​​ໃຫ້ບັນດາ​ເປົ້າ​ໝາຍ​ທີ່​ຖືກ​ກຳລັງ​ປ້ອງ​ກັນ​ຄວາມ​ສະຫງົບ​ຂອງ​ຫວຽດນາມ​ຈັບ​ຄຸ້ມ​ຂັງ​ຕາມ​ມາດຕາ 88 ​ແລະ ມາດຕາ 258 ຂອງປະມວນ​ກົດໝາຍ​ອາຍາ ຫວຽດນາມ, ບັນດາ blogger ​ແລະ ບັນດາ​ອົງການ​ສາກົນ, ພົ້ນ​ເດັ່ນ​ແມ່ນ​ອົງການ​ຕິດຕາມ​ສິດທິ​ມະນຸດ, ອົງການ​ນັກ​ຂ່າວ​ບໍ່​ພົມ​ແດນຕ້ອງ​ຮູ້ຈັກ​ວ່າ: ບັນດາ​ເປົ້າ​ໝາຍ​ນີ້​ໄດ້​ລະ​ເມີດ​ກົດໝາຍ​ຫວຽດນາມ. ກົດໝາຍ​ປັບ​ໄໝ​ລົງ​ໂທດ​ຢ່າງ​ເຂັ້ມ​ງວດ​ສຳລັບ​ບັນດາ​ເປົ້າ​ໝາຍ​ດັ່ງກ່າວ ​ເພາະວ່າ ​ເຂົາ​ເຈົ້າ​ໄດ້​ສວຍ​ໃຊ້​ບັນດາ​ສິດ​ເສລີ​ປະຊາທິປະ​ໄຕ, ລ່ວງ​ລະ​ເມີດ​ຜົນ​ປະ​​ໂຫຍ​ດຂອງ​ລັດ, ສິດ, ຜົນ​ປະ​ໂຫຍ​ດອັນ​ຊອບ​ທຳ​ຂອງ​ບັນດາ​ອົງການ​ພົນລະ​​ເມືອງ” ຫາກ​ບໍ່​ແມ່ນ​ຍ້ອນເຂົາ​ເຈົ້າ​ໄດ້​ຕຳ​ນິຕິ​ຕຽນ​ລັດຖະບານ ຫລື ຕົວ​ເຂົາ​ເຈົ້າ​​ເອງ​ແມ່ນ “ບັນດາ​ນັກຮົບ​ຕໍ່ສູ້​ເພື່ອ​ປະຊາທິປະ​ໄຕ, ສິດທິ​ມະນຸດ​ຫວຽດນາມ ” ຄື​ດັ່ງ​ບັນດາ​ອົງກາ​ນດັ່ງກ່າວ​ໄດ້​ເຜີຍ​ແຜ່.

        ສິ່ງ​​ເປັນ​ຫນ້າ​ຕຳ​ນິຕິ​ຕຽນ ນັ້ນ​ແມ່ນ​ບັນດາ​ອົງການ​ສາກົນຄື: ອົງການ​ຕິດຕາມ​ສິດທິ​ມະນຸດ, ອົງການ​ນັກ​ຂ່າວ​ບໍ່​ພົບ​ແດນ ​ໄດ້​ຕັ້ງ​ໃຈ​ສວຍ​ໃຊ້​ບັນດາ​ກໍລະນີ ຕາມ​ມາດຕາ 88 ​ແລະ ມາດຕາ 258 ຂອງ​ປະ​ມວນ​ກົດໝາຍ​ອາຍາ​​ເພື່ອ​ເສກ​ສັນ​ປັ້ນ​ແຕ່ງບັນຫາ​ສິດທິ​ມະນຸດ ​ແລະ ຄວາມສິດ​ເສລີ​ໃນ​ການ​ປາກ​ເວົ້າຂອງ​ຫວຽດນາມ. ບັນດາ​ວຽກ​ງານ​ຊ່ື​ງອົງການ​ນີ້​ຕ້ອງ​ເຮັດ​ນັ້ນ​ແມ່ນ ຕ້ອງ​ຍົກ​ອອກ​ໄດ້ຄວາມ​ຈິງຢ່າງ​ພາວະ​ວິ​ໄສ, ຫາກ​ບໍ່​ແມ່ນ​ປ້ອງ​ກັນ​ຜູ້​ທີ່​ລະ​ເມີດ​ກົດໝາຍ, ສວຍ​ໃຊ້​ບັນດາ​ສິດ​ເສລີ​ປະຊາທິປະ​ໄຕ​ເພື່ອ​ເສກ​ສັນ​ປັ້ນ​ແຕ່ງ​ແຜນ​ນະ​ໂຍບາຍ, ນະ​ໂຍບາຍ​ຂອງ​ລັດ, ​ໃສ່​ຮ້າຍ​ປາຍ​ສີ​ພາບ​ພົດ​ຫວຽດນາມ​ທີ່​ພວມ​ພັດທະນາ ຜ່ານ​ບັນດາ blogger ຄື​ດັ່ງ​ ​ອົງການ​​ດັ່ງກ່າວ​ໄດ້​ເຮັດ​ເພື່ອ​ຜົນ​ປະ​ໂຫຍ​ດສ່ວນ​ຕົວ.

        ອີກ​ຄັ້ງ​ຫນຶ່ງ ຕ້ອງ​ຢືນຢັນ​​ວ່າ: ບັນດາ​ສິດ​ພົນລະ​ເຮືອນ, ກາ​ນ​ເມືອງ, ສິດ​ເສລີ​ໃນ​ການ​ປາກ​ເວົ້າ, ​ສິດ​ເສລີ​​ໃນ​ການ​ນຳ​ໃຊ້​ອິນ​ເຕີ​ແນັດ​ຂອງ​ປະຊາຊົນ​ຫວຽດນາມ ທຸກ​ຄົນ ລ້ວນ​ແຕ່​ໄດ້​ຮັບປະກັນ​​ໃນ​ລະບົບ​ກົດໝາຍ ​ແລະ ​ໃນ​ຄວາມ​ເປັນ​ຈິງ. ​ແຕ່​ບັນຫາ​ ສິດ​ເສລີ​ໃນ​ການ​ປາກ​ເວົ້າບໍ່​ສາມາດ​​ຕັດແຍກ​ອອກ​ຈາກ​ພັນທະ​ພົນລະ​ເມືອງ​​ໄດ້. ສ່ວນ​ບຸກຄົນ​ຢູ່​ຫວຽດນາມ​ທຸກ​ຄົນ​ກໍ​ຄື​ຢູ່​ທຸກ​ປະ​ເທດ​ອື່ນ ລ້ວນ​ແຕ່​ປະຕິບັດ​ຕາມ​ລັດຖະທຳ​ມະນູນ ​ແລະ ກົດໝາຍ. ບໍ່​ມີ​ອົງການ ​ຫລື​ສ່ວນ​ບຸກຄົນ​ໃດ​ຢືນ​ຢູ່​ນອກ​ລະບົບ​ນິຕິ​ກຳ​ສັງ​ຄົມຢ່າງ​ເດັດຂາດ​. ນັ້ນ​ແມ່ນ​ສິ່ງ​ທີ່​ທຸກ​ປະ​ເທດ, ​ໃນ​ນັ້ນ ມີ​ຫວຽດນາມ ຕ້ອງ​ປະຕິບັດ​ເພື່ອ​ຮັບປະກັນ​ຄວາມ​ເຄົາລົບ​ກົດໝາຍ, ພິ​ເສດ​ແມ່ນ​ກົດໝາຍ​ກ່ຽວ​ກັບ​ສິດທິ​ມະນຸດ.

 

ຕອບກັບ

ຂ່າວ/ບົດ​ອື່ນ