ສັນຕິພາບຢູ່ຕາເວັນອອກກາງຍັງຢູ່ໃນສະພາບສັບສົນ

(VOVWORLD) -ວັນທີ 14 ພຶດສະພາ, ສະຖານທູດອາເມລິກາ ປະຈຳ ເຢຣູຊາແລມ ໄດ້ເປີດສະຫຼອງຢ່າງເປັນທາງການ, ໂດຍບໍ່ຫົວຊາຕໍ່ການຄັດຄ້ານຈາກປາແລດສະຕິນ ແລະ ຫຼາຍປະເທດໃນໂລກ. ເຫດການດັ່ງກ່າວຖືກຖືວ່າ “ເພີ່ມຄວາມເຄັ່ງຕຶງ”, ເຊິ່ງເຮັດໃຫ້ສະພາບການຢູ່ຕາເວັນອອກກາງ ທີ່ເຄີຍສັບສົນນັ້ນ, ມາຮອດປະຈຸບັນມັນຍິ່ງສັບສົນກວ່າເວລາໃດໝົດ.

ສັນຕິພາບຢູ່ຕາເວັນອອກກາງຍັງຢູ່ໃນສະພາບສັບສົນ - ảnh 1 ອາເມລິກາ ເປີດສະຫຼອງສະຖານທູດຫຼັງໃໝ່ຢູ່ ເຢຣູຊາແລມ

(ພາບ: Reuters)

ເລື່ອງອາເມລິກາ ເປີດສະຫຼອງສະຖານທູດຫຼັງໃໝ່ຢູ່ ເຢຣູຊາແລມ ແມ່ນບາດກ້າວເພື່ອຫັນຂໍ້ຕົກລົງຂອງທ່ານປະທານາທິບໍດີອາເມລິກາ Donald Trump ເມື່ອທ້າຍປີ 2017 ປະກົດຜົນເປັນຈິງ, ຮັບຮອງ ເຢຣູຊາແລມ ແມ່ນນະຄອນຫຼວງຂອງອິດສະຣາແອນ ແລະ ຢືນຢັນວ່າ ຈະຍົກຍ້າຍສະຖານທູດອາເມລິກາ ຈາກ Tel Aviv ໄປຍັງນະຄອນ ເຢຣູຊາແລມ. ການກະທຳຂອງວໍຊິງຕັນ ໃນຈຸດເວລານັ້ນໄດ້ກໍ່ຄວາມໂກດແຄ້ນນັບທັງບັນດາພັນທະມິດອາຣັບ ຂອງວໍຊິງຕັນ ແລະ ເຮັດໃຫ້ເກີດຄວາມຄັດຄ້ານຢ່າງຮ້າຍແຮງຈາກຊາວປາແລດສະຕິນ ເຊິ່ງເຄີຍປາດຖະໜາວ່າ ທິດຕາເວັນອອກ ເຢຣູຊາແລມ ຈະກາຍເປັນນະຄອນຫຼວງຂອງລັດປາແລດສະຕິນ ໃນອະນາຄົດ.

        ແລະໃນຄັ້ງນີ້ກໍ່ເຊັ່ນດຽວກັນ, ກະແສຟອງຄັດຄ້ານການມີໜ້າຂອງສະຖານທູດອາເມລິກາ ຢູ່ເຂດດິນແດນສັກສິດ ເຢຣູຊາແລມ ພວມນັບມື້ນັບສູງຂຶ້ນ ແລະ ອັນຕະລາຍກວ່າເກົ່າ, ມັນພວມແມ່ນບ່ອນອ້າງອີງເພື່ອຍູ້ການຂັດແຍ້ງໃນຫຼາຍທົດສະວັດ ຢູ່ຕາເວັນອອກກາງ ລະເບີດຂຶ້ນ ແລະ ບໍ່ສາມາດຄວບຄຸມໄດ້.

ສັນຕິພາບຢູ່ຕາເວັນອອກກາງຍັງຢູ່ໃນສະພາບສັບສົນ - ảnh 2ເລືອດສືບຕໍ່ນອງຢູ່ເຂດກາຊາ

(ພາບ: AFP/Getty)

ເລືອດສືບຕໍ່ນອງຢູ່ເຂດກາຊາ

        ວັນທີ 14 ພຶດສະພາ, ໄດ້ກາຍເປັນວັນນອງເລືອດທີ່ສຸດໃນປະຫວັດສາດຂອງການປະທະກັນລະຫວ່າງປາແລດສະຕິນ ແລະ ອິດສະຣາແອນ ນັບແຕ່ສົງຄາມເກີດຂຶ້ນຢູ່ເຂດກາຊາ ເມື່ອປີ 2014. ມີຊາວປາແລດສະຕິນ ຢ່າງໜ້ອຍສຸດ 55 ຄົນ, ໃນນັ້ນມີເດັກນ້ອຍ 6 ຄົນທີ່ມີອາຍຸຕ່ຳກວ່າ 18 ປີເສຍຊີວິດ, ກວ່າ 2.000 ຄົນຮັບບາດເຈັບໃນບັນດາການປະທະກັນລະຫວ່າງກຳລັງປ້ອງກັນຄວາມສະຫງົບອິດສະຣາແອນ ແລະ ຜູ້ແຫ່ຂະບວນປະທ້ວງຊາວປາແລດສະຕິນ ຢູ່ເຂດກາຊາ. ດັ່ງນັ້ນ, ນັບແຕ່ເມື່ອເກີດການແຫ່ຂະບວນຄັດຄ້ານອາເມລິກາ ແລະ ອິດສະຣາແອນ ແລະ ທວງເອົາສິດກັບຄືນເມືອຂອງຊາວປາແລດສະຕິນ ຢູ່ເຂດກາຊາ ເມື່ອທ້າຍເດືອນ ມີນາ ມາຮອດປະຈຸບັນ, ໄດ້ມີຊາວປາແລດສະຕິນກວ່າ 100 ຄົນເສຍຊີວິດ ຢູ່ເຂດກາຊາ, ບັນດາການແຫ່ຂະບວນປະທ້ວງຍັງສືບຕໍ່ ດຳເນີນໃນວັນທີ 15 ພຶດສະພາ ໃນບັນດາເຂດດິນແດນຂອງປາແລດສະຕິນ ເພື່ອຄັດຄ້ານອາເມລິກາ, ອິດສະຣາແອນ ແລະ ກ່າວປະນາມເຫດຂ້າຟັນລັງແທງຂອງກຳລັງອິດສະຣາແອນ.

        ທ່ານປະທານາທິບໍດີປາແລດສະຕິນ Mahmoud Abbas ຖະແຫຼງຈັດພິທີໄວ້ທຸກ ລະດັບຊາດເຖິງບັນດາຜູ້ເສຍຊີວິດໃນບັນດາການແຫ່ຂະບວນປະທ້ວງໃນວັນທີ 14 ພຶດສະພາ ເປັນເວລາ 3 ວັນ, ພ້ອມທັງເນັ້ນໜັກວ່າ ປະຊາຊົນປາແລດສະຕິນ ຈະສືບຕໍ່ຕໍ່ສູ້ ແລະ ຈະສືບຕໍ່ເຮັດຄືແນວນັ້ນຈົນຮອດເມື່ອສ້າງຕັ້ງໄດ້ລັດປາແລດສະຕິນ ເອກະລາດກັບນະຄອນຫຼວງ ເຢຣູຊາແລມ. ທ່ານປະທານາທິບໍດີ Abbas ໄດ້ຮຽກຮ້ອງໃຫ້ປະຊາຄົມສາກົນມີການກະທຳຢ່າງວ່ອງໄວເພື່ອຕ້ານຄືນບັນດາເຫດຂ້າຟັນລັນແທງແນໃສ່ສາມັນຊົນ ປາແລດສະຕິນ.

        ຫຼາຍປະເທດໄດ້ອອກສຽງຄັດຄ້ານການກະທຳຍົກຍ້າຍສະຖານທູດຂອງອາເມລິກາ ປະຈຳ ເຢຣູຊາແລມ ແລະ ຮຽກຮ້ອງໃຫ້ທຸກຝ່າຍຊອກຫາມາດຕະການແກ້ໄຂໂດຍສັນຕິວິທີ. ຫຼາຍປະເທດມີການພົວພັນທາງການທູດກັບອິດສະຣາແອນ ໄດ້ປະຕິເສດການເຂົ້າຮ່ວມເຫດການເປີດສະຫຼອງສະຖານທູດຫຼັງໃໝ່ຂອງອາເມລິກາ ປະຈຳ ເຢຣູຊາແລມ ແລະ ສະເຫຼີມສະຫຼອງ 70 ປີແຫ່ງວັນຊາດອິດສະຣາແອນ. ທ່ານເລຂາທິການໃຫຍ່ອົງການປົດປ່ອຍປາແລດສະຕິນ (PLO) Saeb Erekat ໄດ້ກ່າວປະນາມເລື່ອງອາເມລິກາ ເປີດສະຖານທູດປະຈຳ ເຢຣູຊາແລມ ແມ່ນຜິດກົດໝາຍ, ເຮັດໃຫ້ບັນດາວິວັດທະນາການສັນຕິພາບຖືກຢຸດສະງັກ ແລະ ການຄັດເລືອກຂອງມາດຕະການແກ້ໄຂລະຫວ່າງ 2 ລັດ, ພ້ອມທັງຍູ້ບັນດາຊົນເຜົ່າຢູ່ພາກພື້ນຕົກເຂົ້າສູ່ການໃຊ້ຄວາມຮຸນແຮງ, ວຸ້ນວາຍ ແລະ ນອງເລືອດ. ໃນຂະນະນັ້ນ, ຂະບວນການ Hamas ແລະ ບັນດາກຳລັງປະກອບອາວຸດຢູ່ເຂດ ກາຊາ ຖືວ່າ, ບໍ່ສາມາດອົດທົນໄດ້ຢ່າງຍາວນານກັບການກະທຳລະເມີດກົດໝາຍດັ່ງກ່າວ. ເຢຣູຊາແລມ ແມ່ນເຂດດິນແດນທີ່ສັກສິດ ແລະ ເລື່ອງສະຖານທູດອາເມລິກາ ຕັ້ງຢູ່ ເຢຣູຊາແລມ ພ້ອມກັບການຮັບຮອງ ເຢຣູຊາແລມ ແມ່ນນະຄອນຫຼວງຂອງອິດສະຣາແອນ ແມ່ນການບຸກໂຈມຕີແນໃສ່ບັນດາສິດຂອງປະຊາຊົນປາແລດສະຕິນ. ສະຫະພັນອາຣັບ ໄດ້ກ່າວປະນາມເລື່ອງອາເມລິກາ ເປີດສະຖານທູດປະຈຳ ເຢຣູຊາແລມ, ຖືນີ້ແມ່ນການລະເມີດກົດໝາຍສາກົນ ແລະ ບັນດາມະຕິຂອງສະພາຄວາມໝັ້ນຄົງສະຫະປະຊາຊາດຢ່າງຮ້າຍແຮງ. ສະຫະພັນດັ່ງກ່າວໄດ້ຕົກລົງຈັດກອງປະຊຸມວິສາມັນໃນວັນທີ 16 ພຶດສະພາ ຢູ່ຂັ້ນຜູ້ຕາງໜ້າຜູ້ປະຈຳການ ເພື່ອປຶກສາຫາລືກ່ຽວກັບຂໍ້ຕົກລົງ “ຜິດກົດໝາຍ” ເລື່ອງຍົກຍ້າຍສະຖານທູດອາເມລິກາ ໄປຍັງ ເຢຣູຊາແລມ.

ສັນຕິພາບຢູ່ຕາເວັນອອກາງຍັງຢູ່ໃນສະພາບສັບສົນ

        ຖ້າຫາກວ່າຍາມໃດອິດສະຣາແອນ ກໍ່ໄດ້ຮັບການໜູນຫຼັງຂອງອາເມລິກາ, ປາແລດສະຕິນ ພັດໄດ້ຮັບການສະໜັບສະໜູນຈາກໂລກອາຣັບ ແລະ ອິດສະລາມ. ແລະນັບມື້ນັບມີຫຼາຍປະເທດໃນໂລກສະໜັບສະໜູນວິວັດທະນາການສັນຕິພາບຢູ່ພາກພື້ນນີ້ ດ້ວຍເລື່ອງສ້າງຕັ້ງ 2 ລັດຄົງຕົວພ້ອມດຽວກັນ. ປະຈຸບັນ, ບັນດາປະເທດໄດ້ຕັ້ງສະຖານທູດປະຈຳນະຄອນ Tel Aviv ເຊິ່ງເປັນເຂດການຄ້າຂອງອິດສະຣາແອນ. ນັບແຕ່ອິດສະຣາແອນ ໄດ້ຮັບການສ້າງຕັ້ງເມື່ອປີ 1948, ຍາມໃດອາເມລິກາ ກໍ່ຕັ້ງສະຖານທູດປະຈຳ Tel Aviv. 86 ປະເທດມີການພົວພັນກັບອິດສະຣາແອນ ກໍ່ໄດ້ສ້າງຕັ້ງສະຖານທູດປະຈຳ Tel Aviv. ແຕ່ມາຮອດປະຈຸບັນ, ໃນສະພາບຄວາມເຄັ່ງຕຶງຢູ່ພາກພື້ນຄືໃນປະຈຸບັນ, ເລື່ອງຍົກຍ້າຍສະຖານທູດອາເມລິກາ ປະຈຳ Tel Aviv ໄປຍັງ ເຢຣູຊາແລມ ບໍ່ຕ່າງຫຍັງກັບເລື່ອງ “ເພີ່ມຄວາມເຄັ່ງຕຶງ” ແລະ ນັ້ນແມ່ນສານທີ່ອັນຕະລາຍທີ່ສຸດຕໍ່ອະນາຄົດຂອງເຂດນີ້.

ຕອບກັບ

ຂ່າວ/ບົດ​ອື່ນ