ສະພາບຂາດສະຖຽນລະພາບຢູ່ລີບີ

ສະພາບຂາດສະຖຽນລະພາບຢູ່ລີບີ - ảnh 1
ສະ​ພາແຫ່ງ​ຊາດ​ຊົ່ວຄາວ​ລີ​ບີ ​ໄດ້​ປົດ​ຕຳ​ແໜ່​ງນາຍົກລັດຖະມົນຕີ Ali Zeidan
(ພາບປະກອບ: dantri.com.vn)


(vovworld)-  ພາຍຫຼັງລະບອບ​ການ​ເມືອງ​ຂອງ​ປະທານາທິບໍດີ Moamer Kadhafi ຖືກ​ໂຄ່ນ​ລົ້ມ​ເປັນ​ເວລາ​ເກືອ​ບ 3 ປີ, ລີ​ບີ​ ຍັງ​ບໍ່​ທັນຊອກຫາ​ສະຖຽນ​ລະ​ພາບ​ເພື່ອ​ພັດທະນາ​ປະ​ເທດ​ຊາດ​ໄດ້​ເທື່ອ. ຍິ່ງ​ກ່ວານັ້ນ, ປະ​ເທດ​ອາ​ຟຼິກກາ​ເໜືອ​ນີ້ ພວມປະ​ເຊີນ​ໜ້າ​ກັບ​ສະພາບ​ການ​ໃຊ້​ຄວາມ​ຮຸນ​ແຮງ ​ແລະ ​ແບ່ງ​ແຍກ​ທີ່​ບໍ່​ເຄີຍ​ມີ​ມາ​ກ່ອນ ດ້ວຍ​ການ​ເພີ່ມ​ທະວີ​ການ​ບຸກ​ໂຈມ​ຕີ ​ແລະ ປະ​ທະ​ກັນ​ຄັ້ງຕ່າງໆ​ຢ່າງ​ແຮງ​ໃນ​ທົ່ວ​ປະ​ເທດ​ລະຫວ່າງ​ອຳນາດ​ການ​ປົກຄອງ ​ແລະ ກຳລັງ​ທະຫານ​ກະບົດ. ບັນດາ​ການ​ຜັນ​ແປ​ໃໝ່​ຢູ່​ລີ​ບີ ​ໃນ​ຊຸມ​ມື້​ຜ່ານ​ມາ, ​ໂດຍ​ສະ​ເພາະ​ແມ່ນ​ພາຍຫຼັງ​ສະພາ​ແຫ່ງ​ຊາດ​ຊົ່ວຄາວ​ລີ​ບີ ​ໄດ້​ໂຄ່ນ​ລົ້ມນາຍົກລັດຖະມົນຕີຢ່າງ​ກະທັນຫັນ ​ໄດ້​ເຮັດ​ໃຫ້​ປະຊາ​ຄົມ​ໂລກມີ​ຄວາມ​ວິຕົກ​ກັງວົນ​ທີ່​ສຸດ.

​  ໃນ​ການ​ຜັນ​ແປ​ຫຼ້າ​ສຸດ, ວັນ​ທີ 11/3, ສະ​ພາແຫ່ງ​ຊາດ​ຊົ່ວຄາວ​ລີ​ບີ ​ໄດ້​ປົດ​ຕຳ​ແໜ່​ງນາຍົກລັດຖະມົນຕີ Ali Zeidan ​ໃນ​ການ​ປ່ອນ​ບັດ​ບໍ່​ໄວ້​ວາງ​ໃຈ ພ້ອມ​ທັງ​ແຕ່ງຕັ້ງທ່ານ​ລັດຖະມົນຕີ​ກະຊວງ​ປ້ອງ​ກັນ​ປະ​ເທດ Abdullah al Thani ​ເປັນນາຍົກລັດຖະມົນຕີຊົ່ວຄາວ. ການ​ປ່ອນ​ບັດ​ບໍ່​ໄວ້​ວາງ​ໃຈຖືກ​ດຳ​ເນີນ​ໄປ​ພາຍຫຼັງ​ການ​ສຸ​ຢັນ​ກັນ​ລະຫວ່າ​ງອຳນາດ​ການ​ປົກຄອງ​ສູນ​ກາງ​ຢູ່ Tripoli ກັບ​ກຳລັງ​ທະຫານ​ກະບົດ​ຢູ່​ເຂດ​ຕາ​ເວັນ​ອອກ​ລີ​ບີ ກ່ຽວຂ້ອງ​ເຖິງ​ການ​ຂາຍນ້ຳມັນ​ບໍ່.

   ສາຍ​ເຫດ​ຕົ້ນຕໍ່​ຂອງ​ເຫດການ​ນີ້ ​ແມ່ນ​ເລື່ອງ​ກຳ​ປັ່ນ​ບັນທຸກ​ນ້ຳມັນ ​ໄດ້​ສົ່ງ​ນ້ຳມັນ​​ດິບອອກ​ຈາກ​ທ່າ​ກຳ​ປັ່ນ​ທີ່​ນອນ​ໃນ​ສິດ​ຄວບ​ຄຸມ​ຂອງ​ຝ່າຍ​ລຸກ​ຮື້​ຂຶ້ນ, ຜ່ານ​ກຳລັງ​ທະຫານ​ເຮືອ​ປິດ​ລ້ອມ​ຝັ່ງ​ທະ​ເລ. ​ແຕ່ລັດຖະບານ​ຂອງ​ທ່ານ Ali Zeidan ບໍ່​ສາມາດ​ສະກັດ​ກັ້ນກຳ​ປັ່ນ​ລຳ​ດັ່ງກ່າວມຸງ​ອອກ​ໄປ​ສູ່​ເຂດ​ທະ​ເລ​ສາກົນ​ໄດ້. ​ເຫດການ​ດັ່ງກ່າວ​ແມ່ນ​ຢາດ​ນ້ຳລົ້ນຈອກ, ​ແມ່ນ​ເຫດຜົນ​ເພື່ອ​ກ່າວ​ຫາ​ຄວາມ​ອ່ອນດ້ອຍ​ຂອງ​ອຳນາດ​ການ​ປົກຄອງ​ສູນ​ກາງ, ພາ​ໄປ​ເຖິງ​ເລື່ອງ​ທ່ານ Ali Zeidan ຖືກ​​ປົດ​ຕຳ​ແໜ່​ງ.

​ຂໍ້​ຂັດ​ແຍ້​ງລະຫວ່າງ​ສິດຜົນປະ​ໂຫຍ​ດ, ​ເຊື້ອ​ຊາດ​ຜິວ​ພັນ ​ແລະ ​ເຂດ​ພາກ

​   ນັບ​ແຕ່​ທ່ານ Ali Zeidan ຂຶ້ນກຳ​ອຳນາດ​ເມື່ອ​ເດືອນ 11/2012, ລັດຖະບານ​ຂອງ​ທ່ານ​ໄດ້​ປະສົບ​ກັບ​ຄວາມ​ຫຍຸ້ງ​ຍາກ​ຫຼາຍຢ່າງ, ທ່ານ​ເປັນ​ນັກ​ການ​ເມືອງ​ເອກະລາດ​ທີ່​ໄດ້​ຮັບ​ການ​ສະໜັບສະໜູນ​ຈາກ​ຝ່າຍ​ເສລີ​ແຕ່​ບໍ່​ສາມາດ​ຮັບການ​ສະໜັບສະ​ໜູນ​ຈາກ​ຝ່າຍ​ຄ້ານ​ໄດ້. ​ໃນ​ຂະນະ​ນັ້ນ, ຝ່າຍ​ລຸກ​ຮື້ຂຶ້ນ​ໄດ້​ຍຶດຄອງ​ທ່າ​ກຳ​ປັ່ນ​ສຳຄັນ​ເກືອບ​ທັງ​ໝົດ ພວມ​ທວງ​ໃຫ້​ຍາດ​ສິດ​ສ້າງຕັ້ງລັດຖະບານ​ປົກຄອງ​ດ້ວຍ​ຕົນ​ເອງ​ຢູ່​ເຂດ​ຕາ​ເວັນ​ອອກ. ລັດຖະບານ​ລີ​ບີ ​ເຄີຍ​ຊັ່ງຊາ​ເລື່ອງ​ໃຊ້​ກຳລັງ​ທະຫານ​ເພື່ອ​ຍຶດຄອງ​ບັນດາ​ທ່າ​ກຳ​ປັ່ນ​ຄືນ​ໃໝ່​ຈາກ​ສິດ​ຄວບ​ຄຸມຂອງ​ຝ່າຍ​ລຸກ​ຮຶ້ຂຶ້ນ ​ແຕ່​ສິ່ງ​ດັ່ງກ່າວ​ອາດ​ຈະ​ກໍ່​ໃຫ້​ເກີດ​ເສິກ​ກາງ​ເມືອງ​ຄັ້ງ​ໃໝ່. ນີ້​ກໍ່​ແມ່ນ​ໜຶ່ງ​ໃນ​ບັນດາ​ສາຍ​ເຫດ​ເພື່ອ​ໃຫ້​ສະພາ​ແຫ່ງ​ຊາດ​ຊົ່ວຄາວ​ລີ​ບີ ​ແລະ ນາຍົກລັດຖະມົນຕີຖິ້ມ​ໂທດ​​​ໃສ່ກັນ.

  ພາຍ​ຫລັງ​ເວລາ​ເກີດ​ກະ​ແສ​ຟອງ​ແຫ່​ຂະ​ບວນປະ​ທ້ວງ​​ໂຄ່ນ​ລົ້ມລະບອບ ຂອງ​ການ​ນຳ Moamer Kadhafi ​ເປັນ​ດວລາ 3 ປີ, ລັດຖະບານ ​ແລະ ສະພາ​ແຫ່ງ​ຊາດ​ລີ​ບີ ​ໄດ້​ຮັບ​ການ​ຕຳ​ນິຕິ​ຕຽນ​ນັບ​ມື້​ນັບ​ຫຼາຍ​ຈາກ​ປະຊາຊົນ, ​ເຂົາ​ເຈົ້າ​ໄດ້​ກ່າວ​ຫາ​ອຳນາດ​ການ​ປົກຄອງ​ສໍ້​ລາດ​ບັງ​ຫຼວງ ​ແລະ ບໍ່​ສາມາດ​ສ້າງຊີວິດ​ການ​ເປັນ​ຢູ່​ອັນ​ຈົບງາມ​ໃຫ້​ແກ່​ປະຊາຊົນ​ໄດ້. ​ເມື່ອ​ເດືອນ 2/2014, ຂໍ້​ຕົກລົງ​ແກ່ຍາວ​ອາຍຸ​ການ​ຂອງ​ສະພາ​ແຫ່ງ​ຊາດ ​ໄດ້​ຮັບ​ການ​ຄັດຄ້ານ​ຢ່າງ​ແຮງ​ຈາກ​ປະຊາຊົນ​ລີ​ບີ ນັບ​ພັນໆ​ຄົນ, ອັນ​ໄດ້​ເຮັດ​ໃຫ້​ອົງການ​ນິຕິ​ບັດ​ຍັດ​ນີ້​ຕ້ອງ​ປະກາດ​ຈັດການ​ເລືອກ​ຕັ້ງ​ໂດຍ​ໄວ. ​ໃນ​ການ​ເລືອກ​ຕັ້ງດຳ​ເນີນ​ໃນ​ວັນ​ທີ 20/2 ​ເພື່ອ​ແນ​ໃສ່​ຄັດ​ເລືອກ​ອົງການ​ຮຽບຮຽງ​ລັດຖະທຳ​ມະນູນ​ສະບັບ​ໃໝ່, ລວມມີ​ສະມາຊິກ 60 ຄົນ ​ແບ່ງ​ໃຫ້ 3 ​ເຂດ Fezzan ຢູ່​ພາກ​ໃຕ້,  Tripolitania ຢູ່​ພາກ​ຕາ​ເວັນ​ຕົກ ​ແລະ Cyrenaica ຢູ່​ພາກ​ຕາ​ເວັນ​ອອກ, ​ໃນ​ນັ້ນມີ 6 ທີ່​ນັ່ງ​ສະຫງວນ​ໃຫ້ 3 ກຸ່ມ​ເຊື້ອ​ຊາດ​ຜິວ​ພັນຕົ້ນຕໍ່​ຢູ່​ລີ​ບີ​ຄື: Berbers, Toubous ​ແລະ Tuareg. ​ແຕ່​ການ​ເລືອກ​ຕັ້ງບໍ່​ໄດ້​ຮັບ​ການ​ດຳ​ເນີນ​ຢ່າງ​ສະດວກ​ສະບາຍ​​ເມື່ອເກີດ​ຄວາມ​ຂາດ​ສະຖຽນ​ລະ​ພາບຢູ່​ສະຖານ​ທີ່​ເລືອກ​ຕັ້ງຈຳນວນ​ໜຶ່ງ ອັນ​ໄດ້​ເຮັດ​ໃຫ້ 13 ​ໃນ​ຈຳນວນ 60 ທີ່​ນັ່ງ​ຂອງ​ສະພາ​ສ້າງ​ລັດຖະທຳ​ມະນູນ​ຖືກ​ວ່າງ. ບັນດາ​ພັກ​ການ​ເມືອງ​ກໍ່ບໍ່​ມີໜ້າ​ຢ່າງເປັນ​ທາງ​ການ​ໃນ​ການ​ປ່ອນ​ບັດ​ເລືອກ​ຕັ້ງ ຫາກ​ມີ​ພຽງ​ບັນດາ​ຜູ້​ອອກ​ສະໝັກ​ຮັບ​ເລືອກ​ຕັ້ງ​ເອກະລາດ​ຈົດ​ທະບຽນ​​ຫາ​ສຽງ​ເລືອກ​ຕັ້ງ​ເທົ່າ​ນັ້ນ.

ສິດອຳນາດ​ເປົ່າ​ວ່າງ​ຢູ່​ລີ​ບີ

   ປະຈຸ​ບັນ, ​ເຖິງ​ວ່າ​ໄດ້​ປ່ອນ​ບັດ​ປົດ​ຕຳ​ແໜ່​ງທ່ານ​ນາຍົກລັດຖະມົນຕີ Ali Zeidan ​ກໍ່ຕາມແຕ່ການ​ຕົກລົງ​ເລືອກ​ຕັ້ງນາຍົກລັດຖະມົນຕີ​ຜ່ານ​ສະພາ​ແຫ່ງ​ຊາດ ຫຼື​ດ້ວຍ​ການ​ປ່ອນ​ບັດ​ທົ່ວ​ປວງ​ຊົນ ຍັງ​ບໍ່​ທັນ​ໄດ້​ກຳນົດ​ເທື່ອ. ຫາ​ງສຽງ​ກ່າວ​ເຕືອນ​ວ່າ, ສະພາບ​ຂາດ​ສະຖຽນ​ລະ​ພາບ​ພາຍ​ໃນ​ປະ​ເທດ ຍັງ​ຈະ​ສືບ​ຕໍ່​ເກີດ​ຂຶ້ນ ຖ້າ​ຫາກ​ສະພາ​ແຫ່ງ​ຊາດ​ບໍ່​ເຫັນ​ດີ​ເຫັນ​ພ້ອມ​ເລືອກ​ຕັ້ງຜູ້​ແທນ​ໃຫ້​ທ່ານ​ນາຍົກລັດຖະມົນຕີ Ali Zeidan ​ໄດ້. ສະພາບ​ຂາ​ດສະ​ຖຽນລະ​ພາບດ້ານ​ການ​ເມືອງ​ນີ້​ກໍ່​ແມ່ນ​ໄພ​ກີດຂວາງ​ບັນດາ​ຄວາມ​ມານະ​ພະຍາຍາມ​ສາກົນ​ເພື່ອ​ແນ​ໃສ່​ໜູນ​ຊ່ວຍ​ລີ​ບີ, ​ໃນຂະນະ​ທີ່​ການ​ຈໍລະ​ຈອນ​ອາວຸດ​ບໍ່​ສາມາດ​ຄອບ​ຄຸມ​ໄດ້ ພວມ​ສ້າງ​ເປັນ​ໄພ​ອັນຕະລາຍ​ໃນ​ວິວັດ​ທະ​ນາ​ການ​ສ້າງສາ​ປະ​ເທດ​ລີ​ບີ​ ຄືນ​ໃໝ່.

   ​ເປັນ​ທີ່​ຈະ​ແຈ້ງ​ແລ້ວ​ວ່າ, ການ​ປ່ອນ​ບັດ​ບໍ່​ໄວ້​ວາງ​ໃຈ​ຜ່ານ​ມາ ​ໄດ້​ສ່ອງ​ແສງ​ໃຫ້​ເຫັນ​ສະພາບ​ຂາດ​ສະຖຽນ​ລະ​ພາບ​ຢູ່​ປະ​ເທດ​ນ້ຳມັນ​ບໍ່​ລີ​ບີ. ການ​ເລືອກ​ຕັ້ງຄັ້ງ​ໃໝ່​ຈະ​ຖືກ​ດຳ​ເນີ​ນ​ໄປ​ແຕ່​ອະນາຄົດ​ດ້ານການ​ເມືອງຢູ່​ປະ​ເທດ​ອາ​ຟຼິກກາ​ເໜືອ​ນີ້ ຍາກ​ທີ່​ຈະ​ມີ​ຄວາມ​ເປັນ​ປົກກະຕິ ​ແລະ ໝັ້ນ​ຄົງ​ໄດ້​ຖ້າ​ຫາກ​ວ່າ​ບໍ່​ມີ​ຄວາມ​ເປັນ​ເອກະ​ພາບ​ພາຍ​ໃນ. ສິ່ງ​ດັ່ງກ່າວ​ແມ່ນ​ບັນຫາ​ຍາກ​ທີ່​ສຸດ ຍ້ອນ​ວ່າ ​ເມື່ອ​ສ້າງ​ລັດຖະບານ​ໃໝ່​ຂຶ້ນ, ບັນດາ​ພັກ​ຝ່າຍ​ຢູ່​ລີ​ບີ ບໍ່​ສາມາດ​ສ້າງ​ຄວາມ​ປະສົມກົມ​ກ່ຽວ​ບັນດາ​ຜົນ​ປະ​ໂຫຍ​ດ​ໄດ້.

ຕອບກັບ

ຂ່າວ/ບົດ​ອື່ນ