ສ້າງ ແລະ ປົກ​ປ້ອງ​ເຄື່ອງ​ໝາຍ​ການ​ຄ້າ, ຊຸກ​ຍູ້​ການ​ພົວ​ພັນ​ແລກ​ປ່ຽນ​ທາງ​ການ​ຄ້າ​ ເອ​ເລັກ​ໂຕ​ນິກ ຂ້າມ​ຊາຍ​ແດນ

(VOVWORLD) - ການຄ້າເອເລັກໂຕນິກຂ້າມຊາຍແດນ ພວມນັບມື້ນັບພັດທະນາຢ່າງແຮງ, ມີການເຕີບໂຕໄວ. ໃນສະພາບການຫວຽດນາມ ພວມນັບມື້ນັບເຊື່ອມໂຍງເຂົ້າກັບພື້ນຖານເສດຖະກິດໂລກ ຢ່າງເລິກເຊິ່ງກວ້າງຂວາງ, ພ້ອມກັບໂອກາດທີ່ດີຈາກບັນດາສັນຍາການຄ້າເສລີລຸ້ນໃໝ່, ການເຂົ້າຮ່ວມຂອງລະບົບສົ່ງອອກນຳເຂົ້າທາງໄກ, ບັນດາຊ່ອງທາງທາງການຄ້າເອເລັກໂຕນິກຂ້າມຊາຍແດນແມ່ນມາດຕະການທີ່ມີປະສິດທິຜົນ, ສ້າງກາລະໂອກາດຫຼາຍຢ່າງໃຫ້ແກ່ບັນດາວິສາຫະກິດ ຫວຽດນາມ. ພ້ອມກັບການໜູນຊ່ວຍຂອງລັດຖະບານ, ປະຊາຄົມວິສາຫະກິດ ຫວຽດນາມ ກໍ່ພວມເປັນເຈົ້າກການ ຍາດແຍ່ງເອົາກາລະໂອກາດ, ຢັ້ງຢືນເຄື່ອງໝາຍການຄ້າ ຫວຽດນາມ ໃນລະບົບການຜະລິດ ແລະ ສະໜອງທົ່ວໂລກ.

ສ້າງ ແລະ ປົກ​ປ້ອງ​ເຄື່ອງ​ໝາຍ​ການ​ຄ້າ, ຊຸກ​ຍູ້​ການ​ພົວ​ພັນ​ແລກ​ປ່ຽນ​ທາງ​ການ​ຄ້າ​ ເອ​ເລັກ​ໂຕ​ນິກ ຂ້າມ​ຊາຍ​ແດນ - ảnh 1ການຄ້າ ເອເລັກໂຕນິກ ຂ້າມຊາຍແດນ ພວມມີການພັດທະນາຢ່າງແຮງໃນທົ່ວໂລກ (ພາບ: TTXVN)

ການສົ່ງອອກທາງໄກບໍ່ພຽງແຕ່ຊ່ວຍວິສາຫະກິດເພີ່ມຈຳນວນລູກຄ້າ, ເພີ່ມຂອບເຂດການສຳຜັດກັບຕະຫຼາດເທົ່ານັ້ນ ຫາກຍັງປະກອບສ່ວນນຳເຄື່ອງໝາຍການຄ້າ ຫວຽດນາມ ໄປຍັງຜູ້ບໍລິໂພກອະປະໂພກຢູ່ຫຼາຍຕະຫຼາດໃນໂລກ.

ວິສາຫະກິດເປັນເຈົ້າການໃນການສົ່ງອອກຜ່ານພື້ນຖານດີຈີຕອນ

ຕາມການສະຖິຕິຂອງ Amazon Global Selling ໃນເດືອນມິຖຸນາຜ່ານມາ ໃຫ້ຮູ້ວ່າ ຈຳນວນຜະລິດຕະພັນໂດຍວິສາຫະກິດ ຫວຽດນາມ ຂາຍໄດ້ໃນພື້ນຖານ Amazon ເພີ່ມຂຶ້ນກ່ວາ 300%ໃນ 5 ປີຜ່ານມາ. ມີວິສາຫະກິດຂະໜາດກາງແລະນ້ອຍນັບພັນແຫ່ງຂອງ ຫວຽດນາມ ປັດຈຸບັນ ພວມສົ່ງອອກຜ່ານ Amazon, ດ້ວຍຈຳນວນວິສາກະກິດບັນລຸລາຍຮັບກ່ວາ 1 ລ້ານUSD ຕໍ່ປີ, ເພີ່ມຂຶ້ນທົບ 10 ເທົ່າ.

ບໍລິສັດໃຫຍ່ຜັກໝາກໄມ້ ຜະລິດຕະພັນກະເສດ, ບໍລິສັດຫຸ້ນສ່ວນ Vegetexco ໃຫ້ຮູ້ວ່າໃນຊຸມປີມໍ່ໆມານີ້, ວິສາຫະກິດໄດ້ສົ່ງອອກ ຜະລິດຕະພັນກະເສດໂດຍກົງໄປຍັງເອີລົບຜ່ານຕະຫຼາດເອເລັກໂຕນິກ Amazon ດ້ວຍຄວາມຕັງໜ້າ, ຄວາມເປັນເຈົ້າການເຂົ້າຮ່ວມບັນດາເວທີປາໄສ, ງານວາງສະແດງ, ສູນການຄ້າເອເລັກໂຕນິກ, ຈາກນັ້ນເຊື່ອມຕໍ່ໂດຍກົງກກັບບັນດາຜູ້ນຳເຂົ້າ. ທ່ານ ເຈື່ອງແອັງຕຸງ ຜູ້ຮັບຜິດຊອບການດຳເນີນທຸລະກິດໃຫ້ຮູ້ວ່າ:

ພວກຂ້າພະເຈົ້າສົມທົບກັບບັນດາຫົວໜ່ວຍຈຳໜ່າຍເພື່ອນຳຜະລິດຕະພັນຂອງບໍລິສັດໄປຍັງຕະຫຼາດສາກົນ, ສົມທົບກັບ Amazon. ຢູ່ທີ່ນີ້, ບໍລິສັດຂອງພວກຂ້າພະເຈົ້າໄດ້ພົບປະ, ສົມທົບກັນເພື່ອໃຫ້ສອງຝ່າຍເຊື່ອມຕໍ່ຮ່ວມມືຢ່າງສະດວກ, ຊອກຫາໄດ້ລູກຄ້າ.

ໄປຄຽງຄູ່ກັບການຍູ້ແຮງການຫັນປ່ຽນການຜະລິດ, ປ່ຽນແປງຮູບແບບສິນຄ້າຢ່າງຕໍ່ເນື່ອງ, ເໝາະສົມກັບທ່າອ່ຽງ, ຄວາມຕ້ອງການຂອງຕະຫຼາດ, ການສົ່ງອອກທາງໄກຂ້າມຊາດຜ່ານສູນການຄ້າເອເລັກໂຕນິກ ແຖວໜ້າໂລກ Alibaba ກໍ່ແມ່ນການເລືອກເຟັ້ນຂອງບໍລິສັດ ລົງທຶນ ຝຸລ້ອງ Global ຈຳກັດ ໃນຊຸມປີມໍ່ໆມານີ້. ທ່ານຫວູຕຽນນາມ, ຜູ້ອຳນວຍການບໍລິສັດ ໃຫ້ຮູ້ວ່າ:

ຮ້ານວາງຂາຍເຄື່ອງບົນພື້ນຖານດີຈີຕອນຄື Alibaba ຈະມີທ່າໄດ້ປຽບຫຼາຍຢ່າງ. ນັ້ນແມ່ນຈຳນວນລູກຄ້າຫຼາຍເກີນໄປ, ຂັ້ນຕອນໃນພື້ນຖານດີຈີຕອນຈະມີການໜູນຊ່ວຍຫຼາຍຢ່າງ ໃຫ້ທັງຜູ້ຊື້ ແລະ ຜູ້ຂາຍ. ຜູ້ຊື່ຈະມີຄວາມເຊື່ອໝັ້ນກ່ວາເມື່ອຊຳລະຍ້ອນວ່າມີຫຼາຍນະໂຍບາຍຮັບປະກັນ, ຜູ້ຂາຍກໍ່ຈະມີຄວາມອຸ່ນອ່ຽງໃຈກ່ວາ. ການຊື້, ຂາຍຈະໄດ້ເນີນໂດຍໄວ ແລະ ສະດວກກ່ວາເມື່ອທຽບໃສ່ກັບຊ່ອງທາງສົ່ງອອກກແບບເກົ່າຫຼາຍ.

ຜ່ານການເຂົ້າຮ່ວມຢ່າງຕັ້ງໜ້າໃນບັນດາເວທີປາໄສ, ງານວາງສະແດງ ບໍ່ພຽງແຕ່ວິສາຫະກິດຂະໜາດກາງ ແລະ ນ້ອຍໄດ້ຮັບການເປີດກວ້າງໂອກາດສຳຜັດກັບຜູ້ຊື້ສິນຄ້າສາກົນ ເພື່ອສົ່ງອອກໂດຍກົງແບບທາງໄກເທົ່ານັ້ນ ຫາກຍັງບັນດາວິສາຫະກິດສົ່ງອອກໃຫຍ່ຂອງ ຫວຽດນາມ ກໍ່ມີໂອກາດແນະນຳ, ເຊື້ອເຊີນບັນດາຜູ້ນຳເຂົ້າມາຢ້ຽມຢາມໂຮງງານ, ຈາກນັ້ນມີໂອກາດເປີດກວ້າງຕະຫຼາດສົ່ງອອກ, ເຂົ້າຮ່ວມລະບົບສະໜອງໃຫຍ່ກ່ວາ. ໃນໄລຍະຜ່ານມາ, ມີຫຼາຍເຄື່ອງໝາຍການຄ້າຂອງ ຫວຽດນາມ ໄດ້ປະສົບຜົນສຳເລັດເມື່ອເຂົ້າຮ່ວມການສົ່ງອອກຜ່ານສູນການຄ້າ ເອເລກໂຕນິກຄື: ເຄື່ອງປັ້ນດິນເຜົາ ມິງລອງ, ເຄື່ອງໃຊ້ໃນເຮືອນຄົວ Sunhouse, ເຄື່ອງເຟນີເຈີ BeeFunrni, ຜະລິດຕະພັນກະເສດ Lafooco…ຜ່ານພື້ນຖານຂອງ Amazon, ສິນຄ້າ ຫວຽດນາມ ມີໂອກາດສຳຜັດໂດຍກົງກັບລູກຄ້າປະມານ 2 ຕື້ຄົນໃນແຕ່ລະປີຢູ່ບັນດາຕະຫຼາດພາກພື້ນ ອາເມລິກາເໜືອ, ເອີລົບ ແລະ ຫຼາຍປະເທດອື່ນຄື: ອົດສະຕາລີ, ຍີ່ປຸ່ນ, ສິງກະໂປ, ອິນເດຍ…

ສ້າງ ແລະ ປົກ​ປ້ອງ​ເຄື່ອງ​ໝາຍ​ການ​ຄ້າ, ຊຸກ​ຍູ້​ການ​ພົວ​ພັນ​ແລກ​ປ່ຽນ​ທາງ​ການ​ຄ້າ​ ເອ​ເລັກ​ໂຕ​ນິກ ຂ້າມ​ຊາຍ​ແດນ - ảnh 2ທ່ານນາງ ຟານທິທັ້ງ ຮອງລັດຖະມົນຕີກະຊວງອຸດສາຫະກຳ ແລະ ການຄ້າ  (ພາບ: congthuong.vn)

ດ້ວຍການໜູນຊ່ວຍຂອງເຕັກໂນໂລຢີ ແລະ ບັນດາສູນການຄ້າ ເອລັກໂຕນິກ, ວິສາຫະກິດອາດຈະເປັນເຈົ້າການໃນການຮັບໃບສັ່ງສິນຄ້າຢູ່ບໍ່ວ່າ ບອນໃດ, ບໍ່ວ່າເວລາໃດ, ຄວບຄຸມ ແລະ ມີການຂາຍເຄື່ອງຢ່າງມີປະສິດທິຜົນ.

ໜູນຊ່ວຍວິສາຫະກິດ ສ້າງເຄື່ອງໝາຍການຄ້າຫວຽດນາມ

        ເຖິງຢ່າງໃດກໍຕາມ, ເພື່ອຂຸດຄົ້ນການຄ້າເອເລັກໂຕນິກຂ້າມຊາຍແດນຢ່າງມີປະສິດທິຜົນ, ໄປຄຽງຄູ່ກັບການເປັນເຈົ້າການ, ວິສາຫະກິດ ຕ້ອງເຂົ້າໃຈແຈ້ງ ແລະ ປະຕິບັດຕາມບັນດາຂໍ້ກກຳນົດຂອງຜະລິດຕະພັນ ແລະ ສະພາບແວດລ້ອມການຄ້າເອເລກໂຕນິກຂ້າມຊາຍແດນ. ເພື່ອໃຫ້ວິສາຫະຫະກິດກຳແໜ້ນຄວາມຮູ້ຢ່າງຄົບຖ້ວນ, ຍາດແຍ່ງກາລະໂອກາດເພື່ອຍູ້ແຮງການນຳຜະລິດຕະພັນເຄື່ອງໝາຍການຄ້າ ຫວຽດ ສົ່ງອອກຜ່ານບັນດາຊ່ອງທາງນີ້. ກະຊວງອຸດສາຫະກຳ ແລະ ການຄ້າ ໄດ້ຕັ້ງໜ້າຜັນຂະຫຍາຍບັນດາມາດຕະການແກ້ໄຂ. ທ່ານນາງ ຟານທິທັ້ງ ຮອງລັດຖະມົນຕີກະຊວງອຸດສາຫະກຳ ແລະ ການຄ້າ ຢັ້ງຢືນວ່າ:

        ກະຊວງອຸດສາຫະກຳ ແລະ ການຄ້າອາດຈະມີຫຼາຍລາຍການ ໜູນຊ່ວຍບັນດາທ້ອງຖິ່ນ ແລະ ວິສາຫະກິດໂດຍກົງ. ພວກຂ້າພະເຈົ້າຈັດຕັ້ງການປະຊຸມສຳມະນາເຊື່ອມຕໍ່ເຂດ, ຝືກອົບຮົບຢ່າງລະອຽດກ່ຽວກັບການຄ້າເອເລັກໂຕນິກ. ບັນດາວິສາຫະກິດຂະໜາດກາງ ແລະ ນ້ອຍ ທັງໄດ້ຮັບການແນະນຳຕ້ອງເຮັດຫຍັງເພື່ອເຂົ້າຮ່ວມການຄ້າເອເລັກໂຕນິກ ແລະ ທັງໄດ້ຮັບການສອນວິທີການຂາຍເຄື່ອງໃນສູນການຄ້າເອເລກໂຕນິກ, ຈັດຕັ້ງບັນດາຫ້ອງຝືກອົບຮົບໃຫ້ເຂົາເຈົ້າ. ນີ້ແມ່ນທ່າອ່ຽງ, ແມ່ນຊ່ອງທາງນຳສິນຄ້າ ຫວຽດນາມອອກໄປສູ່ບັນດາປະເທດໂດຍໄວ ແລະ ມີປະສິດທິຜົນເຊິ່ງພວກເຮົາຕ້ອງສວຍໃຊ້.

        7ເດືອນຜ່ານມາ, ການສົ່ງອອກຂອງ ຫວຽດນາມ ບັນລຸເກືອບ 277 ຕື້USD, ເພີ່ມຂຶ້ນ 15,7%ເມື່ອທຽບໃສ່ກັບໄລຍະດຽວກັນຂອງປີ 2023. ໃນນັ້ນ, ມູນຄ່າສົ່ງອອກຂອງ ຫວຽດນາມ ຜ່ານສູນການຄ້າເອເລັກໂຕນິກຂ້າມຊາຍແດນບັນລຸອັດຕາສູງ. ໄປຄຽງຄູ່ກັບການສ້າງເຄື່ອງໝາຍການຄ້າແຫ່ງຊາດ ເພື່ອເພີ່ມມູນຄ່າສົ່ງອອກສິນຄ້າ, ຫວຽດນາມ ພວມສືບຕໍ່ຊຸກຍູ້ລະບົບນິເວດການບໍລິການທາງການຄ້າເອເລັກໂຕນິກຂ້າມຊາຍແດນ, ຊ່ວຍວິສາຫະຫກິດ ເພີ່ມຂອບເຂດໃນການສຳຜັດກັບຕະຫຼາດ, ນຳເຄື່ອງໝາຍສິນຄ້າ ຫວຽດນາມໄປສູ່ຜູ້ບໍລິໂພກອຸປະໂພກຢູ່ຫຼາຍຕະຫຼາດໃນໂລກ.

ຕອບກັບ

ຂ່າວ/ບົດ​ອື່ນ