ສານຂອງນາຍົກລັດຖະມົນຕີ ກັບນັກທຸລະກິດ ແລະ ຄົນງານ


(vovworld) ນາ​ຍົກ​ລັດ​ຖະ​ມົນ​ຕີ ຫງວຽນ​ຊວນ​ຟຸກ ຫາ​ກໍ​ມີ​ການ​ໂອ້​ລົມ​ສົນ​ທະ​ນາ​ໂດຍ​ກົງ​ທາງ​ເຄືອ​ຂ່າຍ​ອິນ​ເຕີ​ແນດ​ກັບ​ບັນ​ດາ​ນັກ​ທຸ​ລະ​ກິດ​ຂຶ້ນ​ກັບ​ບັນ​ດາ​ພາກ​ສ່ວນ​ເສດ​ຖະ​ກິດ ແລະ ພົບ​ປະ​ໂດຍ​ກົງ​ກັບ​ກຳ​ມະ​ກອນ 8 ແຂວງ, ນະ​ຄອນ ເຂດ​ເສດ​ຖະ​ກິດ​ຈຸດ​ສຸມ​ທາງ​ພາກ​ໃຕ້. ສານ​ຂອງ​ນາ​ຍົກ​ລັດ​ຖະ​ມົນ​ຕີ ທີ່​ບັນ​ດາ​ການ​ພົບ​ປະ​ນີ້​ແມ່ນ​ຖື​ວິ​ສາ​ຫະ​ກິດ​ເປັນ​ສຳ​ຄັນ, ເຄົາ​ລົບ​ກຳ​ມະ​ກອນ, ສ້າງ​ເງື່ອນ​ໄຂ​ສະ​ດວກ​ທີ່​ສຸດ​ເພື່ອ​ໃຫ້​ວິ​ສາ​ຫະ​ກິດ​ພັດ​ທະ​ນາ, ປັບ​ປຸງ ແລະ ຍົກ​ສູງ​ຊີ​ວິດ​ການ​ເປັນ​ຢູ່​ໃຫ້​ຄົນ​ງານ​ເພື່ອ​ເຊື່ອມ​ໂຍງ​ເຂົ້າ​ກັບ​ສາ​ກົນ​ຢ່າງ​ໝັ້ນ​ຄົງ​ກວ່າ.

ສານຂອງນາຍົກລັດຖະມົນຕີ ກັບນັກທຸລະກິດ ແລະ ຄົນງານ - ảnh 1
ທ່ານນາ​ຍົກ​ລັດ​ຖະ​ມົນ​ຕີ​ຫງວຽນ​ຊວນ​ຟຸກໂອ​້​ລົມ​ກັບ​ກຳ​ມະ​ກອນ
ພາບ:TTXVN

          ທ່ານນາ​ຍົກ​ລັດ​ຖະ​ມົນ​ຕີ​ຫງວຽນ​ຊວນ​ຟຸກ ໄດ້​ມີ​ການ​ເຄື່ອນ​ໄຫວເລີ່ມ​ຕົ້ນ​ທີ່​ສຳ​ຄັນ​ເມື່ອ​ເລີ່ມ​ຮັບ​ດຳ​ລົງ​ຕຳ​ແຫ​ນ່ງ​ເປັນ​​ນາ​ຍົກ​ລັດ​ຖະ​ມົນ​ຕີ, ນັ້ນ​ແມ່ນ ຈັດ​ຕັ້ງ​ການ​ພົບ​ປະ​ກັບ ນັກ​ທຸ​ລະ​ກິດ​ພາຍ​ໃນ ແລະ ຕ່າງ​ປະ​ເທດ 1000 ຄົນ ຢູ່ ນະ​ຄອນ​ໂຮ່​ຈິ​ມີນ ໃນ​ວັນ​ທີ 29/4 ເພື່ອ​ຮັບ​ຟັງ​ບັນ​ດາ​ຄຳ​ສະ​ເຫ​ນີ​ແນະ​ຂອງ​ເຂົາ​ເຈົ້າ ດ້ວຍ​ຈິດ​ໃຈ​ກົງ​ໄປ​ກົງ​ມາ, ເປີດ​ອົກ​ເປີດ​ໃຈ ແລະ ຕັ້ງ​ໃຈຮັບ​ເອົາ​ຄຳ​ເຫັນ​ປະ​ກອບ​. ພ້ອມ​ກັນ​ນັ້ນ, ທ່ານນາ​ຍົກ​ລັດ​ຖະ​ມົນ​ຕີ​ຫງວຽນ​ຊວນ​ຟຸກ ກ​ໍ​ໄດ້​ພົບ​ປະ​ກັບ​ຄົນ​ງາມ 3000 ຄົນ ຢູ່ ແຂວງ ດົງ​ນາຍ ໃນ​ວັນ​ທີ 30/4 ເພື່ອ​ຊອກ​ຮູ້​ຄວ​າມ​ມຸ້ງ​ມາດ​ປາດ​ຖະ​ຫ​ນາ​ອັນ​ຊອບ​ທຳ​ຂອງ​ຊົນ​ຊັ້ນ​ກຳ​ມະ​ກອນ.

ການ​ຊີ້​ນຳ​ຢ່າງ​ຂ້ຽວ​ຂາດ

ທ່ານນາ​ຍົກ​ລັດ​ຖະ​ມົນ​ຕີ​ຫງວຽນ​ຊວນ​ຟຸກ ສະ​ແດງ​ໃຫ້​ເຫັນ​ຄວາມ​ຂ້ຽວ​ຂາດ​ໃນ​ການ​ກະ​ທຳ​ເພື່ອ​ສ້າງ​ເງື່ອນ​ໄຂ​ສະ​ດວກ​ທີ່​ສຸດ​ໃຫ້​ແກ່​ບັນ​ດາ​ວິ​ສາ​ຫະ​ກິດ​ເຄື່ອນ​ໄຫວ​ດຳ​ເນີນ​ທຸ​ລະ​ກິດ​ໃນ​ສະ​ພາບ​ປະ​ຈຸ​ບັນ. ທ່ານນາ​ຍົກ​ລັດ​ຖະ​ມົນ​ຕີ​ຫງວຽນ​ຊວນ​ຟຸກ ຊີ້​ແຈ້ງວ່າ:

“ໝາ​ກ​ຜົນ​ຂອງກອງ​ປະ​ຊຸມ​ຕ້ອງ​ສ້າງ​ຄວາມ​ໄວ້​ເນື້ອ​ເຊື່ອ​ໃຈ​ໃຫ້​ແກ່​ວິ​ສາ​ຫະ​ກິດ​ເຂົ້າ​ໃນ​ລະ​ບົບ​ອົງ​ການ​ແຫ່ງ​ລັດ, ສ້າງ​ຄວາມ​ໄວ້​ເນື້ອ​ເຊື່ອ​ໃຈ​ໃນ​ສັງ​ຄົມ, ຄວາມ​ໄວ້​ເນື້ອ​ເຊື່ອ​ໃຈ​ຕໍ່​ຕະ​ຫລາດ​ໃຫມ່, ຄວາມ​ໄວ້​ເນື້ອ​ເຊື່ອ​ໃຈ​ຕໍ່​ລະ​ບອບ​ອັນ​ດີ​ງາມ​ເພື່ອ​ໃຫ້​ທຸກ​ຄົນ​ຫ້າວ​ຫັນ​ເຂົ້າ​ຮ່ວມ​ການ​ຜະ​ລິດ​ດຳ​ເນີນ​ທຸ​ລະ​ກິດເປັນ​ຢ່າງ​ດີກວ່າ, ວ່ອງ​ໄວ​ກວ່າ, ຫລາຍກວ່າ, ເຊື່ອມ​ໂຍງ​ເຂົ້າ​ກັບ​ສາ​ກົນ​ຢ່າງ​ໝັ້​ນ​ຄົງ​ກວ່າ.”

 

ມີ​ຫລາຍ​ບັນ​ຫາ​ລະ​ອຽດ​ຊື່ງວິ​ສາ​ຫະ​ກິດ​ສະ​ເຫ​ນີ​ແນະ​ທີ່​ກ່ຽວ​ຂ້ອງ​ເຖິງ​ການ​ປັບ​ປຸງ​ນະ​ໂຍ​ບາຍ, ກົດ​ໝາຍ​ຄື: ຍຸດ​ທະ​ສາດ​ແຫ່ງ​ຊາດ​ກ່ຽວ​ກັບ​ຂະ​ແຫນງ​ຂາຍ​ຍ່ອຍ​ຫວຽດ​ນາມ; ຄວາມ​ສະ​ເຫມີ​ພາບ​ລະ​ຫວ່າງ​ບັນ​ດາ​ວິ​ສ​ຫາ​ກິດ, ຍູ້​ແຮງ​ການ​ປະ​ຕິ​ຮູບ​ລະ​ບຽບ​ການ​ບໍ​ລິ​ຫານ, ບຳ​ລຸ​ງ​ສ້າງ​ແຫລ່ງ​ຊັບ​ພະ​ຍາ​ກອນ​ມະ​ນຸດ, ບັນ​ດາ​ບັນ​ຫາ​ຫ​ຍຸ້ງ​ຍາກ​ຂອງ​ຕະ​ຫລາດ​ອະ​ສັງ​ຫາ​ລິ​ມະ​ຊັບ.. ໂດຍ​ ທ່ານນາ​ຍົກ​ລັດ​ຖະ​ມົນ​ຕີ​ຫງວຽນ​ຊວນ​ຟຸກ ໄດ້​ສະ​ເຫ​ນີ​ບັນ​ດາ​ກະ​ຊວງ, ຂະ​ແຫນງ​ການ​ຊອກ​ທິດ​ທາງ​ແກ້​ໄຂ. ຕາມ ທ່ານນາ​ຍົກ​ລັດ​ຖະ​ມົນ​ຕີ​ຫງວຽນ​ຊວນ​ຟຸກແລ້ວ, ຮົ້ວ​ກີດ​ຂວາງ​, ລະ​ບ​ຽບ​ການ​ທີ່ບໍ່​ຈຳ​ເປັນ, ບັນ​ດາ​ເອ​ກະ​ສານ​ຝືນ​ກັບ​ກົດ​ໝາຍທັງ​ໝົດ ທີ່​ສົ່ງຜົນ​ສະ​ທ້ອນ​ເຖິງ​ການ​ພັດ​ທະ​ນາ​ຂອງວິ​ສາ​ຫະ​ກິດ ແລະ ຂອງ​ພື້ນ​ຖານ​ເສດ​ຖະ​ກິດ ຕ້ອງ​ຍົກ​ເລີກ. ຜູ້​ຊ່ຽວ​ຊານ​ເສດ​ຖະ​ກິດ ຮີ່ງ​ເທ​ຢູ ສັງ​ເກດ​ວ່າ:

“ພ​ື້ນ​ຖານ​ເສດ​ຖະ​ກິດ​ຄື​ແນວ​ໃດ, ການ​ເຄື່ອນ​ໄຫວ​ແນວ​ໃດ​ແລະ​ປະ​ສົບ​ກັບ​ສິ່ງ​ກີດ​ຂວາງ​ຢູ່​ບ່ອນ​ໃດ ພຽງ​ແຕ່​ບັນ​ດາ​ວິ​ສາ​ຫະ​ກິດ, ພາກ​ສ່ວນ​ດຳ​ເນີນ​ທຸລະ​ກິດ​ຈຶ່ງ​ຮູ້​ສິ່ງດັ່ງ​ກ່າວ​ໄດ້. ແລະ ລັດ​ຖະ​ບານ​ແມ່ນ​ຜູ້​ຫ​ນູນ​ຊ່ວຍ​ໃຫ້​ແກ່​ການ​ເຄື່ອນ​ໄຫວ​ດຳ​ເນີນ​ທຸ​ລະ​ກິດ​ຂອງ​ບັນ​ດາ​ວິ​ສາ​ຫະ​ກິດ. ສະ​ນັ້ນ ບ​ໍ່​ພຽງ​ແຕ່​ຮັບ​ຟັງ​ຄວາມ​ເຫັນ​ເທົ່າ​ນັ້ນ ຕ້ອງ​ເຂົ້າ​ໃຈ​ບັນ​ດາ​ຄວາມ​ຫ​ຍຸ້ງ​ຍາກ​ຂອງວິ​ສາ​ຫະ​ກິດ​ຈຶ່ງ​ປັບ​ປຸງ​ສະ​ພາບ​ດຳ​ເນີນ​ທຸ​ລະ​ກິດ​ເປັນ​ຢ່າງ​ດີ​ໄດ້.”

ຖື​ວິ​ສາ​ຫະ​ກິດ,ຄົນ​ງານ​ເປັນ​ສຳ​ຄັນ

ທ່ານນາ​ຍົກ​ລັດ​ຖະ​ມົນ​ຕີ​ຫງວຽນ​ຊວນ​ຟຸກ ຖື​ການ​ເຊີດ​ຊູ​ວິ​ສາ​ຫະ​ກິດ, ນັກ​ທຸ​ລະ​ກິດ​ເປັນ​ສຳ​ຄັນ. ທ່ານນາ​ຍົກ​ລັດ​ຖະ​ມົນ​ຕີ​ຫງວຽນ​ຊວນ​ຟຸກ ຢືນ​ຢັນ​ວ່າ: ວິ​ສາ​ຫະ​ກິດ​ພາກ​ເອ​ກະ​ຊົນ ຕ້ອງ​ແມ່ນ​ກຳ​ລັງ​ຫ​ນູນ​ເພື່ອ​ພັດ​ທະ​ນາ​ເສດ​ຖະ​ກິດ. ສິ່ງ​ດັ່ງ​ກ່າວ​ໄດ້​ຮັບ​ຄວາມ​ເຫັນ​ດີ​ເຫັນ​ພ້ອມ​ຈາກບ​ັນ​ດາ​ນັກ​ທຸ​ລະ​ກິດ. ທ່ານ​ນາງ ດ່າວ​ທິ​ກຽມ, ຮອງ​ຜູ້​ອຳ​ນວຍ​ການ​ໃຫ​ຍ່ ບໍ​ລິ​ສັດ​ເຫລັກກ້າ ຕວານ​ທັງ, ຜູ້​ເຂົ້າ​ຮ່ວມ​ການ​ພົບ​ປະ​ກັບ​ ທ່ານນາ​ຍົກ​ລັດ​ຖະ​ມົນ​ຕີ​ຫງວຽນ​ຊວນ​ຟຸກ ຢູ່ ຫໍ​ປະ​ຊຸມ​ທີງ​ເຍີດ, ນະ​ຄອນ ໂຮ່​ຈິ​ມີນໄດ້​ເວົ້າ​ວ່າ:

“ລັດ​ຖະ​ບານ​ໄດ້​ຍົກ​ອອກ​ຫລາຍ​ມາດ​ຕະ​ການ, ທິດ​ທາງ​ຕ່າງໆ ແລະ ​ວິ​ທີການ​ປ່ຽນ​ແປງ​ຫລາຍ​ຢ່າງ​ເພື່ອ​ຊ່ວຍ​ບັນ​ດາ​ວິ​ສາ​ຫະ​ກິດ. ຂ້າ​ພະ​ເຈົ້າ​ດີ​ໃຈ​ຫລາຍ ແລະ ຫວັງ​ວ່າ ມ​ີບັນ​ດາ​ນະ​ໂຍ​ບາຍ​ໃຫມ່​ເພື່ອ​ຊ່ວຍ​ບັ​ນ​ດາ​ວິ​ສ​າ​ຫະ​ກິດ​ເຊື່ອມ​ໂຍງ​ເຂົ້າ​ກັບ​ປະ​ຊາ​ຄົມ​ເສດ​ຖະ​ກິດ​ໂລກ​ໂດຍ​ໄວ.”

ທີ່​ການ​ພົບ​ປະ​ກັບ​ຄົນ​ງານ, ທ່ານນາ​ຍົກ​ລັດ​ຖະ​ມົນ​ຕີ​ຫງວຽນ​ຊວນ​ຟຸກ ໄດ້​ໂອ້​ລົມ​ໂດຍ​ກົງ​ ແລະ ​ຕອບ​ບັນ​ດາ​ຄຳ​ຖາມຊື່ງ​ຜູ້​ຕາງ​ຫ​ນ້າ​ກຳ​ມະ​ກອນ​ບັນ​ດາ​ແຂວງ, ນະ​ຄອນ ທາງ​ພາກ​ໃຕ້​ວາງ​ອອກ​ກ່ຽວ​ກັບ​ບັນ​ດາ​ມາດ​ຕະ​ການ​ເພີ່ມ​ເງິນ​ເດືອນ, ນະ​ໂຍ​ບາຍ​ຫ​ນູນ​ຊ່ວຍ​ເຮືອນ​ຢູ່, ປະ​ກັນ​ໄພ, ຄວາມ​ປອດ​ໄພ​​ໃນການ​ອອກ​ແຮງ​ງານ, ນະ​ໂຍ​ບາຍ​ບຸ​ລິ​ມະ​ສິດ​ສອນ​ວິ​ຊາ​ຊີບ​ໃຫ້​ແກ່​ຄົນ​ງານ. ທ່ານນາ​ຍົກ​ລັດ​ຖະ​ມົນ​ຕີ​ຫງວຽນ​ຊວນ​ຟຸກ ໃຫ້​ຮູ້​ວ່າ: ພັກ ແລະ ລັດ ເອົາ​ໃຈ​ໃສ່​ເຖິງ​ກຳ​ມະ​ກອນ​ຊາວ​ຜູ້ອ​ອກ​ແຮງ​ງານ ແລະ ຈະ​ສືບ​ຕໍ່​ປະ​ຕິ​ບັດ​ບັນ​ດາ​ນະ​ໂຍ​ບາຍ​ເພື່ອ​ຊົນ​ຊັ້ນ​ກຳ​ມະ​ກອນ​ມີ​ຊີ​ວິດ​ທາງ​ດ້ານ​ວັດ​ຖຸ ແລະ ຈິດ​ໃຈ​ດີກວ່າ​ອີກ. ທ່ານນາ​ຍົກ​ລັດ​ຖະ​ມົນ​ຕີ​ຫງວຽນ​ຊວນ​ຟຸກ ເອົາ​ໃຈ​ໃສ່​ເປັນ​ພິ​ເສດ​ເຖິງ​ການ​ຮ່ຳ​ຮຽນ, ຝືກ​ຝົນ​ຫລໍ່​ຫລອມ, ຍົກ​ສູງ​ລະ​ດັບ​ສີ​ມື​ຂອງ​ກຳ​ມະ​ກອນ​ແຕ່​ລະ​ຄົນ​ໃນ​ກິດ​ຈະ​ການ​ເຊື່ອມ​ໂຍງ​ປະ​ຈຸ​ບັນ. ອ້າຍ ຫງວຽນ​ດືກ​ຊວນ​ມີງ​ເຍີດ, ພາ​ລະ​ກອນ ບໍ​ລິ​ສັດ​ຜະ​ລິດ​ການ​ຄ້າ ຊາງ​ຫວຽດ ຈຳ​ກັດ​ຢູ່ ລອງ​ອານ ມີ​ຄວາມ​ເພິ່ງ​ພໍ​ໃຈ​ຕໍ່​ສານ​ຂອງ​ນາ​ຍົກ​ລັດ​ຖະ​ມົນ​ຕີ.

“​ຄວາມ​ເຫັນ​ຂອງທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີແມ່ນ​ຖືກ​ຕ້ອງ​ທີ່​ສຸດ, ນັ້ນ​ແມ່ນ ຕົນ​ເອງ​ຕ້ອງ​ມາ​ນະ​ພະ​ຍາ​ຍາມ. ກ່ອນ​ທີ່​ສະ​ເຫ​ນີ​ລັດ​ຊ່ວຍ​ເຫລືອ ຕົນ​ເອງ​ຕ້ອງ​ຝຶກ​ຝົນ​ຫລໍ່​ຫລອມ​ເພື່ອ​ພັດ​ທະ​ນາ​ຕົວ​ເອງ. ເພາະ​ວ່າ ສະ​ມັດ​ຕະ​ພາບ​ແຮງ​ງານ​ສູງ​ນັ້ນ ບໍ​ລິ​ສັດ​ຈຶ່ງ​ພັດ​ທະ​ນາ, ລະ​ດັບເງິນ​ເດືອນ​ຈຶ່ງ​ສູງ.”

 ຜ່ານ​ການ​ພົບ​ປະ​ກັບ​ວິ​ສາ​ຫະ​ກິດ ແລະ ຄົນ​ງານ​ເປັນ​ສອງ​ຄັ້ງ, ທ່ານນາ​ຍົກ​ລັດ​ຖະ​ມົນ​ຕີ​ຫງວຽນ​ຊວນ​ຟຸກ ໄດ້​ສະ​ແດງ​ໃຫ້​ເຫັນ​ຈິດ​ໃຈ ແລະ ເດັດ​ດ່ຽວ​ໃນ​ການກະ​ທຳຂອງ​ລັດ​ຖະ​ບານ ເພື່ອ​ສ້າງ​ສະ​ພາບ​ແວດ​ລ້ອມ​ດຳ​ເນີນ​ທຸ​ລະ​ກິດ​ສະ​ດວກ​ໃຫ້​ວິ​ສາ​ຫະ​ກິດ. ​ພ້ອມ​ກັນ​ນັ້ນທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ​ຢືນ​ຢັນ ພ້ອມ​ກັບ​ການ​ພັດ​ທະ​ນາ​ຂອງວິ​ສາ​ຫະ​ກິດ, ທຸກ​ຂັ້ນ, ທຸກ​ຂະ​ແຫນງ​ການ ຄວນ​ເພີ່ມ​ທະ​ວີ​ການກໍ່​ສ້າງ, ພັດ​ທະ​ນາ​ຖັນ​ແຖວ​ກຳ​ມະ​ກອນ ​ຊາວ​ຜູ້​ອອກ​ແຮງ​ງານ ເພື່ອ​ໃຫ້​ເຂົາ​ເຈົ້າ​ເປັນ​ເຈົ້າ​ການ​ຢູ່​ບ້ານ​ເກີດ​ເມືອງນອນ, ປະ​ເທດ​ຊາດ​ຕົນ​ຫລາຍກວ່າ​ອີກ.

ຕອບກັບ

ຂ່າວ/ບົດ​ອື່ນ