ສານສະຫະລັດ:ປັບປຸງທີ່ຕັ້ງບົດບາດຂອງປະເທດລັດເຊຍໃນເວທີສາກົນ

(vovworld)- ​ໃນ​ສານ​ທີ່​ສົ່ງ​ເຖິງ​ສະພາແຫ່ງ​ຊາດ​ໃນ​ຕອນ​ທ່ຽງ​ວັນ​ທີ 12/12, ປະທານາທິບໍດີ ລັດ​ເຊຍ Vladimir Putin ​ໄດ້​ຊີ້​ໃຫ້​ເຫັນທັດສະນະ​ລະອຽດ, ການ​ກຳນົດ​ທິດ​ຢ່າງ​ຈະ​ແຈ້ງ​ຂອງ​ປະ​ເທດ​ລັດ​ເຊຍ​ກ່ຽວ​ກັບ​ຫລາຍ​ບັນຫາ​ຢູ່​ພາຍ​ໃນ ​ແລະ ສາກົນ ທີ່​ກ່ຽວຂ້ອງ​ເຖິງ​ຜົນ​ປະ​ໂຫຍ​ດຍຸດ​ທະ​ສາດ​ຂອງ​ສະຫະພັນ​ລັດ​ເຊຍ. ​ຖ້າ​ຫາກການ​ພົວພັນພາຍ​ໃນ, ທ່ານ Putin ສຸມ​ໃສ່​ເຂົ້າ​ໃນ​ບັນດາ​ແຜນການ​ເພື່ອ​ຟື້ນ​ຟູ​ປະ​ເທດ​, ໃນ​ການ​ພົວພັນ​ກັບ​ຕ່າງປະ​ເທດ, ຜູ້ນຳ​ລັດ​ເຊຍ​ພັດຢືນຢັນ​ທັດສະນະ​ສະ​ເໝີ​ຕົ້ນ​ສະ​ເຫມີ​ປາຍ​ກ່ຽວ​ກັບ​ການ​ແກ້​ໄຂ​ບັນດາ​ຈຸດ​​ເຄັ່ງຮ້ອນ​​ໃນ​ໂລກຢ່າງ​ຈະ​ແຈ້ງ.

ສານສະຫະລັດ:ປັບປຸງທີ່ຕັ້ງບົດບາດຂອງປະເທດລັດເຊຍໃນເວທີສາກົນ - ảnh 1
ທ່ານ​ປະທານາທິບໍດີ​ລັດ​ເຊຍ Putin
photo:internet

        ສານ​ສະຫະລັດ​ໂດ​ຍທ່ານ​ປະທານາທິບໍດີ​ລັດ​ເຊຍ Putin ອ່ານ​ຕໍ່ຫນ້າ​ບັນດາ​ສະມາຊິກ​ສະພາ​ຕຳ່​ລັດ​ເຊຍ, ສະພາ​ສູງ​ລັດ​ເຊຍ, ບັນດາ​ສະມາຊິກ​ລັດຖະບານ ​ແລະ ​ເຈົ້າ​ຫນ້າ​ທີ່​ອື່ນ​ຫລາຍ​ທ່ານ. ນີ້​ແມ່ນ​ສານ​ສະຫະລັດ​ຄັ້ງ​ທີ 20 ​ໃນ​ປະຫວັດສາດ​ລັດ​ເຊຍ ຍຸກ​ປະຈຸ​ບັນ ​ແລະ ​ເປັນ​ຄັ້ງ​ທີ 10 ຂອງ​ທ່ານ​ປະທານາທິບໍດີ​ລັດ​ເຊຍ Putin.

ປັບປຸງ​ຄວາມ​ສາມັກຄີ​ຊົນ​ຊາດ, ຕ້ານ​ການ​ແຍກ​ຕົວ, ​ແບ່ງ​ແຍກ​ປະ​ເທດ​ລັດ​ເຊຍ

        ຖ້າ​ຫາກ​ໃນ​ສານ​ສະຫະລັດ​ປີ​ກາຍ​ນີ້, ທ່ານ Putin ສ້າງ​ຄວາມ​ສົນ​ໃຈ​ດ້ວຍ​ການ​ຖະ​ແຫລ​ງ ຫ້າມ​ບັນດາ​ເຈົ້າ​ຫນ້າ​ທີ່​ລັດ​ເຊຍ​ກຳມະສິດ​ບັນ​ຊີ​ຢູ່ທະນາຄານ​ຕ່າງປະ​ເທດ ສ່ວນ​ໃນ​ສານ​ປີ​ນີ້ ບັນຫາ​ຊື່​ງຜູ້ນຳ​ລັດ​ເຊຍ​ສຸມ​ໃສ່​ນັ້ນ​ແມ່ນເນັ້ນ​ຫນັກ​ເຖິງ​ຄວາມ​ສາມັກຄີ​ທົ່ວ​ທັງຊາດ.

        ປະທານາທິບໍດີ Putin ​ຢືນຢັນ​ຢ່າງ​ຈະ​ແຈ້ງວ່າ: ລັດ​ເຊຍ ​ແມ່ນ​ປະ​ເທດ​ມີ​ຫລາຍ​ຊົນ​ເຜົ່າ ​ແຕ່​ມີ​ພື້ນຖານ​ວັດທະນະທຳ ​ແລະ ພາສາ​ດຽວ. ສະ​ນັ້ນ ອຳນາດ​ການ​ປົກຄອງ​ຖື​ການ​ປັບປຸງ​ກຸ່ມ​ກ້ອນ​ມະຫາ​ສາມັກຄີ​ເປັນ​ສຳຄັນ ​ແຕ່​ຕ້ານ​ທຸກ​ປະກົດ​ການລັດທິ​ຊາດ​ນິຍົມ​ຄັບ​ແຄ​ບ, ການ​ແຍກ​ຕົວ ​ແລະ ຈຳ​ແນ​ກ​ເຊື້ອ​ຊາດ​ຜິວ​ພັນ, ນາບ​ຂູ່​​ແບ່ງ​ແຍກ​ປະ​ເທດ​ລັ​ດ​ເຊຍ. ລັດ​ເຊຍ​ບໍ່​ມີ​ເສັ້ນທາງ​ໃດ​ນອກ​ເຫ​ນືອການ​ພັດທະນາ​ສັງຄົມ​ປະຊາທິປະ​ໄຕ ບົນ​ພື້ນຖານ​ຄວາມ​ຕ້ອງການຂອງ​ສັງຄົມ​ ​ແລະ ​ໄດ້​ຮັບ​ການ​ປັບປຸງ​ດ້ວຍກົດໝາຍຂອງ​ລັດ​ເຊຍ, ຫາກບໍ່​ແມ່ນ​ບັນດາ​ເງື່ອນ​ໄຂ​ທີ່​ຈັດ​ວາງ​ຈາກ​ພາຍ​ນອກ. ລັດ​ເຊຍ ພັດທະນາ​ປະຊາທິປະ​ໄຕ​ໂດຍ​ມີ​ການ​ຄວບ​ຄຸມ, ສະຫນັບສະຫນູນ​ຂໍ້​ລິ​ເລິ່ມຂອງ​ປະຊາຊົນ, ​ເພີ່ມ​ສຽງ​ເວົ້າ​ຕົວ​​ແທນ​ຂອງ​ບັນດາ​ທ້ອງ​ຖິ່ນ​ໃນ​ບັນດາ​ອົງການ​ນິຕິບັນຍັດ, ສ້າງ​ເງື່ອນ​ໄຂ​ແກ້ງ​ແຍ້​ງດ້ານ​ການ​ເມືອງ​ທີ່​ປອດ​ໄສ ​ແຕ່​ຕ້ອງ​ຖື​ຜົນ​ປະ​ໂຫຍ​ດ​ແຫ່ງ​ຊາດ​ ​ແລະ ກຸ່ມ​ກ້ອນ​ສາມັກຄີເປັນ​ຕົ້ນຕໍ, ຕ້ານ​ທຸກ​ປະກົດ​ການສວຍ​ໃຊ້​ການ​ແກ້ງ​ແຍ້​ງ​ເພື່ອ​ທຳລາຍ​ກຸ່ມ​ກ້ອນ​ມະຫາ​ສາມັກຄີ​ທັງ​ຊາດ, ນາບ​ຂູ່​ເຖິງ​ການ​ຄົງ​ຕົວ​ຂອງ​ລັດ​ເຊຍ.

ເສດຖະກິດ​​ເຕີບ​ໂຕ​ຢ່າງ​ຊັກ​ຊ້າ​ຍ້ອນ​ສະພາບ​ການ​ພາຍ​ໃນ​ປະ​ເທດ

        ​​​​​ຖ້າ​ຫາກ​ກ່ອນ​ນີ້, ທ່ານ Putin ​ແລະ ​ເຈົ້າ​ຫນ້າ​ທີ່​ລັດ​ເຊຍ​ຫລານ​ທ່ານ ຖື​ວ່າ: ການ​ເຕີບ​ໂຕ​ເສດຖະກິດ​ລັດ​ເຊຍ ຊັກ​ຊ້າລົງ ຍ້ອນ​ການ​ກະທົບ​ຂອງ​ສະພາບ​ການ​ເສດ​ຖະກິດ​ສາກົນ, ​ເປັນ​ຕົ້ນ​ແມ່ນ​ວິ​ກິດ​ການ​ໃນ​ພາກ​ພື້ນ​ທີ່​ນຳ​ໃຊ້​ສະກຸນ​ເງິນ​ລວມ​​ເອີ​ໂຣໃນ​ສານ​ສະຫະລັດ, ຜູ້ນຳ​ຫນ້າ​ລັດ​ເຊຍພັດ​ຖື​ວ່າ: ສາຍ​ເຫດ​ຕົ້ນຕໍ​ບໍ່​ແມ່ນ​ຍ້ອນ​ການ​ກະທົບ​ຈາກ​ພາຍ​ນອກ. ​ໃນ​ສະພາບ​ການ​ນັ້ນ, ປະທານາທິບໍດີ​ລັດ​ເຊຍ ​ໄດ້​ຮຽກຮ້ອງ​ການ​ປ່ຽນ​ໃຫມ່​ຮູບ​ແບບ​ເສດຖະກິດ​ປະຈຸ​ບັນ​ທີ່​ມີ​ຢູ່​ແລ້ວ ​ແລະ ຖື​ວ່າ ຄວາມ​ເສລີ​ດ້ານ​ເສດຖະກິດ, ​ແມ່ນພື້ນຖານ​ເສດຖະກິດ​ການ​ຕະຫລາດ​ທັນ​ສະ​ໄຫມ ​ແຕ່​ບໍ່​ແມ່ນ​ລັດທິ​ທຶນ​ນິຍົມ​ແຫ່ງ​ລັດ ດັ່ງ​ນັ້ນ​ມັນ​ຈະ​ແມ່ນ​​ແກ່ນສານຂອງ​ຮູບ​​ແບບ​​ເຕີບ​ໂຕ​ໃຫມ່.

ລັດ​ເຊຍ ຈະ​ນຳ​ຫນ້າ​ໃນ​ການ​ປົກ​ປ້ອງ​ກົດ​ໝາຍສາກົນ

        ​​ໃນ​ຂົງ​ເຂດ​ການ​ພົວພັນ​ກັບ​ຕ່າງປະ​ເທດ​, ປະທານາທິບໍດີ​ລັດ​ເຊຍ Putin ​ເນັ້ນ​ຫນັກ​ວ່າ: ລັດ​ເຊຍບໍ່ມີ​ເຈດ​ຈຳນົງ​ຈັດ​ວາງ​ເງື່ອນ​ໄຂກັບ​ບັນດາ​ຄູ່​ຮ່ວມ​ມື ​ແລະ ຈະ​ເດັດດ່ຽວ​ຮັກສາ​ບັນດາ​ຫລັກການ​ໃນ​ການ​ພົວພັນ​ສາກົນ. ທ່ານ Putin ຕັກ​ເຕືອນ​ວ່າ ​ໃນ​ຊຸມ​ປີ​ມໍ່ໆ​ມາ​ນີ້, ທົ່ວ​ໂລກ​ໄດ້​ເຫັນ​ບັນດາ​ຄວາມ​ມານະ​ພະ​ຍາ​ຍາມ​ຈັດ​ວາງ​​ໃຫ້​ແກ່​ບັນດາ​ປະ​ເທດ​ອື່ນ“ຊື່​ງ​ແມ່ນ​ຮູບ​ແບບ​ໄດ້​ຮັບ​ຖື​ວ່າ​ມີຄວາມ​ກ້າວຫນ້າ​ກວ່າ​ຂອງ​ການ​ພັດທະນາ”, ຊື່​ງຄວາມມານະ​ພະຍາຍາມນີ້​ພຽງ​​ແຕ່ພາ​ໄປ​ເຖິງ “ການ​ຊຸດ​​ໂຊມ, ປະ​ທະ​ກັນ”

        ຕາມ​ທ່ານ Putin ​ແລ້ວ, ດ້ວຍ​ບົດບາດ​ເປັນ​ປະທານ​ກຸ່ມ​ບັນດາ​ປະ​ເທດ​ອຸດສາຫະກຳ​ພັດທະນາ (G 8) ປີ 2014 ​ແລະ ​ແມ່ນ​ປະ​ເທດ​ເປັນ​ເຈົ້າພາບຈັດ​ກອງ​ປະ​ຊຸມ​ສຸດ​ຍອດ ກຸ່ມ​ບັນດາ​ພື້ນຖານ​ເສດຖະກິດ​ຫາ​ກໍ່​ພົ້ນ​ເດັ່ນ​ຊັ້ນ​ນຳ​ຂອງ​ໂລກ(BRICS) ປີ 2015, ລັດ​ເຊຍ ພ້ອມ​ແລ້ວ​ທີ່​ຈະເຮັດ​ວຽກ​ພ້ອມ​ກັບ​ບັນດາ​ຄູ່​ຮ່ວມ​ມື​ເພື່ອ​ຜົນ​ປະ​ໂຫຍ​ດຄວາມ​ໝັ້ນຄົງ​ລວມ, ​ແກ້​ໄຂ​ບັນດາ​ບັນຫາ​ສາກົນ​ທີ່​ຮີບ​ດ່ວນ​ຄື: ຕ້ານ​ການ​ແຜ່​ຂະຫຍາຍ​ອາວຸດ​ລ້າງຜານ, ຕ້ານ​ການ​ກໍ່​ການ​ຮ້າຍ ​ແລະ ຄ້າ​ຂາ​ຍຢາ​ເສບ​ຕິດ.

        ທ່ານ Putin ກໍ​ປະຕິ​ເສດບັນດາ​ຄຳ​ເຫັນ​ຖື​ວ່າ: ​ແຜນການ​ບັງສາດ​ລູກ​ສອນ​​ໄຟ​ຂອງ​ເອີ​ລົບ ພຽງ​ແຕ່​ເພື່ອ​ຈຸດປະສົງ​ປ້ອງ​ກັນ. ຜູ້ນຳ​​ວັງ Kremlin ຖື​ວ່າ ແຜນການ​ນີ້​ແມ່ນ​ມີຄວາມ​ສາມາດ​ບົ່ມ​ຊ​້ອນບຸກ​ໂຈມ​ຕີ​ຍຸດ​ທະ​ສາດ ​ແລະ ​ກ່າວ​ເຕືອນ​ວ່າ ບໍ່​ຜູ້​ໃຜ​ໄດ້​ມີ​​ຄວາມຫວັງ​ກ່ຽວ​ກັບ​ຄວາມ​ສາມາດ​ຍາດ​ທ່າ​ໄດ້​ປຽບ​ດ້ານການ​ທະຫານ​ສຳລັບ​ລັດ​ເຊຍ. ລັດຖະບານ ລັດ​ເຊຍ ​ໄດ້​ຈັດ​ແບ່ງ​ຈຳນວນ​ເງິນ​ກວ່າ 700 ຕື້ USD ​ເພື່ອ​ພັດທະນາ​ບັນດາ​ກຳລັງ​ປະກອບ​ອາວຸດ ​ແລະ ຫັນ​ອຸດສາຫະກຳ​ປ້ອງ​ກັນຊາ​ດຮອດ​ປີ 2020 ​ເປັນ​ທັນ​ສະ​ໄຫມ.

        ​ໃນ​ບັນຫາ​ນິວ​ເຄຼຍຂອງ​ອີຣານ, ປະທານາທິບໍດີ Putin ຖື​ວ່າ: ຄວນສືບ​ຕໍ່​ຢືດໝັ້ນ​ຊອກ​ຫາ​ມາດ​ຕະການ​ຍາວ​ນານ​ເພື່ອ​ຮັບປະກັນ​ສິດ​ຂອງ​ອີຣານ​ໄດ້​ພັດທະນາ​ພະລັງງານ​ນິວ​ເຄຼຍ ​ເພື່ອ​ຈຸດປະສົງ​ສັນຕິພາບ, ຮັບ​ປະກັນ​ຄວາມ​ປອດ​ໄພ​ໃຫ້​ແກ່​ທຸກ​ປະ​ເທດ​ໃນ​ພາກ​ພື້ນ,​​ໃນ​ນັ້ນ ມີ ອິດສະຣາ​ແອ​ນ.

        ກ່ຽວ​ກັບ​ ຢູ​ແກຼນ, ປະທານາທິບໍດີ Putin ຢືນຢັນ​ວ່າ: ​ໃນ​ກໍລະນີ Kiev ມີ​ຄວາມປາດ​ຖະຫນາ, ລັດ​ເຊຍ ຈະ​ພ້ອມ​ກັນ​ປຶກສາ​ຫາລື​ເລື່ອງ​ປະ​ເທດ​ນີ້​ເຂົ້າ​ຮ່ວມ​ສັນຍາ​ຈຳນວນ​ຫນຶ່ງ​ໃນ​ຂອບ​ເຂດ​ພັນທະ​ມິດ​ພາສີ, ສະ​ແດງ​ຄວາມ​ເຊື່ອ​ໝັ້ນ​ວ່າ: ບັນດາ​ໝາກຜົນ​​ທີ່ບັນລຸ​​ໄດ້​ ໃນ​ຕົວ​ຈິງ ຂອງ​ວິວັດ​ການ​ຮ່ວມ​ສຳພັນ ອາຊີ - ​ເອີ​ລົບ ຈະ​ດຶງ​ດູດ​ຄວາມ​ສົນ​ໃຈ​ຈາກ​ບັນດາ​ປະ​ເທດ​ບ້ານ​​ໃກ້​ເຮືອນ​ຄຽງ, ​ໃນ​ນັ້ນ ມີ ຢູ​ແກຼນ.

        ສານ​ສະຫະລັດ​ຂອງ​ປະທານາທິບໍດີ ລັດ​ເຊຍ V. Putin ປີ​ນີ້ ​ໄດ້​ຮັບ​ການ​ຕີ​ລາຄາ​​ແມ່ນ​ຮອບດ້ານ ​ແລະ ນຳ​ມາ​ເຊິ່ງບັນດາ​ຈຸດ​ພົ້ນ​ເດັ່ນ​ທີ່​ເປັນ​ຫນ້າ​ສົນ​ໃຈ. ດ້ວຍ​ສານ​ສະບັບ​ນີ້, ຫາງ​ສຽງ​ເຫັນ​ໄດ້​ຢ່າງ​ຈະ​ແຈ້ງ​ທັດສະນະ​ຂອງ​ວົງ​ການ​ນັກ​ການ​ເມືອງ​ລັດ​ເຊຍ​ກ່ຽວ​ກັບ​ການ​ກຳນົດ​ທິດ​ພັດທະນາ​ປະ​ເທດ​ຊາດ​ກໍ​ຄື​ບົດບາດ​ຂອງ​ລັດ​ເຊຍ​ໃນ​ຊີວິດ​ດ້ານ​ການ​​ເມືອ

ຕອບກັບ

ຂ່າວ/ບົດ​ອື່ນ