ຫວຽດນາມ ຕັ້ງໜ້າປະກອບສ່ວນຢ່າງແທດຈິງທີ່ກອງປະຊຸມບັນດາການນຳອາຊຽນ

(VOVWORLD) -ເຂົ້າຮ່ວມກອງປະຊຸມ, ທ່ານນາຍົກລັດຖະມົນຕີ ຟ້າມມີນຈິ໊ງ ໄດ້ຍົກອອກບັນດາຂໍ້ລິເລີ່ມ, ຂໍ້ສະເໜີແນະຢືນຢັນບົດບາດ, ທີ່ຕັ້ງຂອງຫວຽດນາມ ແມ່ນເພື່ອປະກອບສ່ວນແກ້ໄຂບັນດາສິ່ງທ້າທາຍທີ່ພວມພົ້ນເດັ່ນຂຶ້ນຢູ່ພາກພື້ນ.
ຫວຽດນາມ ຕັ້ງໜ້າປະກອບສ່ວນຢ່າງແທດຈິງທີ່ກອງປະຊຸມບັນດາການນຳອາຊຽນ - ảnh 1ກອງປະຊຸມບັນດາການນຳອາຊຽນ ດຳເນີນໄປໃນສະພາບມີຫຼາຍປະເທດຢູ່ພາກພື້ນ
ພວມຜ່ານຜ່າການແຜ່ລະບາດຂອງໂລກລະບາດຄັ້ງໃໝ່ທີ່ສັບສົນ
(ພາບ: VGP)

ທ່ານນາຍົກລັດຖະມົນຕີຫວຽດນາມ ຟ້າມມີນຈິ໊ງ ຫາກໍ່ສິ້ນສຸດການໄປປະຕິບັດງານເຂົ້າຮ່ວມກອງປະຊຸມບັນດາການນຳອາຊຽນ ຢ່າງຈົບງາມ (ເຊິ່ງຖືກດຳເນີນໃນລະຫວ່າງວັນທີ 23 – 24 ເມສາ) ຕາມຄຳເຊື້ອເຊີນຂອງປະທານອາຊຽນ 2021, ກະສັດບຣູໄນ Darussalam Haji Hassanal Bolkiah. ນີ້ເປັນຄັ້ງທຳອິດທ່ານນາຍົກລັດຖະມົນຕີ ຟ້າມມີນຈິ໊ງ ໃນຖານະເປັນຜູ້ນຳໜ້າລັດຖະບານຫວຽດນາມ ເຂົ້າຮ່ວມກອງປະຊຸມຂຶ້ນກັບສະມາຄົມປະຊາຊາດອາຊີຕາເວັນອອກສ່ຽງໃຕ້ (ອາຊຽນ), ຢືນຢັນບຸລິມະສິດຂອງຫວຽດນາມ ແມ່ນເພີ່ມທະວີຄວາມສາມັກຄີ ແລະ ການຮ່ວມມືກັບບັນດາປະເທດສະມາຊິກອາຊຽນ, ປະກອບສ່ວນຍົກສູງທີ່ຕັ້ງ, ບົດບາດໃຈກາງຂອງອາຊຽນ.

        ກອງປະຊຸມບັນດາການນຳອາຊຽນ ດຳເນີນໄປໃນສະພາບມີຫຼາຍປະເທດຢູ່ພາກພື້ນພວມຜ່ານຜ່າການແຜ່ລະບາດຂອງໂລກລະບາດຄັ້ງໃໝ່ທີ່ສັບສົນ. ເຖິງຢ່າງໃດກໍ່ຕາມ, ບັນດາການນຳຂອງອາຊຽນ ຍັງຕັດສິນໃຈພົບປະກັນໂດຍກົງ, ເປັນການສະແດງໃຫ້ເຫັນຄຳໝັ້ນສັນຍາ ແລະ ຄວາມມານະພະຍາຍາມຢ່າງໃຫຍ່ຫຼວງຂອງບັນດາປະເທດສະມາຊິກ, ຜ່ານຜ່າຄວາມຫຍຸ້ງຍາກ, ຮ່ວມແຮງຮ່ວມໃຈແກ້ໄຂບັນດາບັນຫາຮີບເຮັ່ງທີ່ພວມພົ້ນເດັ່ນຂຶ້ນເຊິ່ງອາຊຽນ ພວມປະເຊີນໜ້າ.

ຍົກອອກບັນດາຂໍ້ລິເລີ່ມເພື່ອການພັດທະນາຂອງພາກພື້ນ

        ເຂົ້າຮ່ວມກອງປະຊຸມ, ທ່ານນາຍົກລັດຖະມົນຕີ ຟ້າມມີນຈິ໊ງ ໄດ້ຍົກອອກບັນດາຂໍ້ລິເລີ່ມ, ຂໍ້ສະເໜີແນະຢືນຢັນບົດບາດ, ທີ່ຕັ້ງຂອງຫວຽດນາມ ແມ່ນເພື່ອປະກອບສ່ວນແກ້ໄຂບັນດາສິ່ງທ້າທາຍທີ່ພວມພົ້ນເດັ່ນຂຶ້ນຢູ່ພາກພື້ນ. ທ່ານຮອງລັດຖະມົນຕີການຕ່າງປະເທດຫວຽດນາມ ຫງວຽນກວ໊ກຢຸງ, ໃຫ້ຮູ້ວ່າ:

        “ທ່ານນາຍົກລັດຖະມົນຕີເຂົ້າຮ່ວມກອງປະຊຸມ ພາຍຫຼັງທີ່ຮັບດຳລົງຕຳແໜ່ງໃນເວລາບໍ່ຮອດ 20 ວັນ, ນີ້ໄດ້ເປັນການສະແດງໃຫ້ເຫັນຈິດໃຈເປັນເຈົ້າການ, ຕັ້ງໜ້າ ແລະ ປະກອບສ່ວນຢ່າງມີຄວາມຮັບຜິດຊອບຂອງຫວຽດນາມ ເຂົ້າໃນບັນດາບັນຫາຢູ່ພາກພື້ນ. ດ້ວຍທີ່ຕັ້ງທີ່ມີຢູ່ແລ້ວໃນອາຊຽນ, ພິເສດແມ່ນພາຍຫຼັງອາຍຸການປະທານອາຊຽນ 2020, ແມ່ນສະມາຊິກໜຶ່ງດຽວຂອງອາຊຽນ ໃນສະພາຄວາມໝັ້ນຄົງສະຫະປະຊາຊາດ ແລະ ພວມແມ່ນປະທານສະພາຄວາມໝັ້ນຄົງໃນເດືອນ ເມສາ 2021. ຍ້ອນເຫດນັ້ນ, ການເຂົ້າຮ່ວມຂອງຄະນະຜູ້ແທນຫວຽດນາມ ຄັ້ງນີ້ໄດ້ເປັນການສະແດງໃຫ້ເປັນຢ່າງຈະແຈ້ງທີ່ສຸດ ເຖິງໜ້າທີ່ຄວາມຮັບຜິດຊອບ, ການປະກອບສ່ວນຫຼາຍຢ່າງຂອງຫວຽດນາມ ເຂົ້າໃນຜົນສຳເລັດຂອງກອງປະຊຸມ ”.

        ທີ່ກອງປະຊຸມ, ຈາກບົດຮຽນໃນການປ້ອງກັນ, ສະກັດກັ້ນໂລກລະບາດໂຄວິດ-19 ເຊິ່ງຫວຽດນາມ ບັນລຸຜົນສຳເລັດ ແລະ ໄດ້ຮັບການຮັບຮອງເອົາຈາກໂລກນັ້ນ, ທ່ານນາຍົກລັດຖະມົນຕີ ຟ້າມມີນຈິ໊ງ ໄດ້ຍົກອອກຫຼາຍຂໍ້ລິເລີ່ມຄື: ແຜນການສະໜອງວັກຊິນໃຫ້ແກ່ປະຊາຊົນ, ສ້າງຕັ້ງ ແລະ ນຳສູນອາຊຽນ ກ່ຽວກັບບັນດາກໍລະນີການແພດສຸກເສີນ ແລະ ໂລກລະບາດຫາກໍ່ເກີດຂຶ້ນເຂົ້າເຄື່ອນໄຫວ ຫຼື ຟື້ນຟູ ແລະ ພັດທະນາເສດຖະກິດຢູ່ໄລຍະເກີດໂລກລະບາດ ແລະ ພາຍຫຼັງໂລກລະບາດ.

        ທ່ານນາຍົກລັດຖະມົນຕີຖືວ່າ, ອາຊຽນ ຄວນພິຈາລະນາ, ແກ້ໄຂຢ່າງສົມດຸນ, ເປີດກວ້າງການຮ່ວມມືຈາກບັນດາຄູ່ຮ່ວມມື, ຮັກສາຫຼັກໝັ້ນລວມຂອງອາຊຽນ ໃນບັນຫາທະເລຕາເວັນອອກ, ຮັບປະກັນສັນຕິພາບ, ສະຖຽນລະພາບ, ເຄົາລົບກົດໝາຍສາກົນ. ພິເສດ, ກ່ຽວກັບສະພາບການຂອງ ມຽນມາ, ທ່ານນາຍົກລັດຖະມົນຕີ ຟ້າມມິນຈິ໊ງ ຢືນຢັນການເຄົາລົບກົດບັດອາຊຽນ, ບໍ່ແຊກແຊງເຂົ້າວຽກງານພາຍໃນຂອງກັນ ແຕ່ບໍ່ໝາຍຄວາມວ່າລະເລີຍຕໍ່ບັນດາປະເທດເມື່ອປະສົບກັບຄວາມຫຍຸ້ງຍາກ. ປະຊາຄົມອາຊຽນ ຕ້ອງມີຄວາມຮັບຜິດຊອບໃນການແບ່ງປັນ, ໜູນຊ່ວຍເພື່ອຊອກຫາບັນດາມາດຕະການແກ້ໄຂຢ່າງເໝາະສົມ, ມີປະສິດທິຜົນເພື່ອຮັບປະກັນສະພາບການຢູ່ ມຽນມາ ໃຫ້ເປັນປົກຕິ.

        “ກ່ຽວກັບສະພາບການຢູ່ມຽນມາ, ພວກເຮົາໄດ້ເນັ້ນໜັກເຖິງການບຸລິມະສິດໃນຕໍ່ໜ້າແມ່ນຕ້ອງຮັບປະກັນຊີວິດອິນຊີຂອງປະຊາຊົນ, ສະນັ້ນສະເໜີໃຫ້ບັນດາຝ່າຍຈົ່ງລະງັບໃຈ. ບົດບາດຂອງອາຊຽນ ໃນບັນຫານີ້ແມ່ນເປັນຄົນກາງໄກ່ເກ່ຍ ແລະ ຕ້ອງມີຜູ້ຕາງໜ້າໜຶ່ງຈາກອາຊຽນ ໄປຍັງ ມຽນມາ ເພື່ອຊອກຮູ້ສະພາບການ, ພົບປະກັບບັນດາຝ່າຍ ແລະ ສະເໜີມາດຕະການແກ້ໄຂ, ພ້ອມທັງ ພວກເຮົາກໍ່ຢືນຢັນການໜູນຊ່ວຍໃຫ້ແກ່ປະຊາຊົນຈະຕ້ອງໄດ້ຮັບການສືບຕໍ່ປະຕິບັດ”.

ເນື້ອໃນຖະແຫຼງການຮ່ວມຂອງກອງປະຊຸມສະແດງໃຫ້ເຫັນວ່າ ບັນດາປະເທດໄດ້ແບ່ງປັນກັບຂໍ້ລິເລີມ, ຂໍ້ສະເໜີແນະຂອງຫວຽດນາມ ເຊິ່ງໄດ້ຮັບຄວາມເຫັນດີເຫັນພ້ອມສູງ ແລະ ຫວຽດນາມ ໄດ້ສ້າງຂີດໝາຍສຳຄັນທີ່ກອງປະຊຸມຄັ້ງນີ້.

ຫວຽດນາມ ຕັ້ງໜ້າປະກອບສ່ວນຢ່າງແທດຈິງທີ່ກອງປະຊຸມບັນດາການນຳອາຊຽນ - ảnh 2ທ່ານນາຍົກລັດຖະມົນຕີ ຟ້າມມິນຈິ໊ງ ໄດ້ພົບປະກັບການນຳຫຼາຍປະເທດອາຊຽນ
(ພາບ: VGP)

ປັບປຸງການພົວພັນ 2 ຝ່າຍ

        ໃນການໄປປະຕິບັດງານເປັນເວລາ 2 ວັນ, ທ່ານນາຍົກລັດຖະມົນຕີ ຟ້າມມິນຈິ໊ງ ໄດ້ພົບປະກັບການນຳຫຼາຍປະເທດອາຊຽນ, ພ້ອມກັບບັນດາການພົບປະກັບຫົວໜ້າຄະນະຜູ້ຕາງໜ້າເຂົ້າຮ່ວມກອງປະຊຸມ. ທ່ານນາຍົກລັດຖະມົນຕີ ໄດ້ຍົກອອກບັນດາຂໍ້ສະເໜີແນະ, ມາດຕະການແກ້ໄຂເພື່ອມຸ່ງໄປເຖິງບັນດາບັນຫາຍຸດທະສາດໃນໄລຍະຍາວ, ທັງເຕື້ອງເຖິງບັນດາເນື້ອໃນຮີບດ່ວນ, ລະອຽດ, ແທດຈິງ, ແທດເໝາະກັບສະພາບຕົວຈິງ. ໜຶ່ງໃນບັນດາຈຸດສຸມເຊິ່ງທ່ານນາຍົກລັດຖະມົນຕີ ຟ້າມມີນຈິ໊ງ ແລະ ບັນດາການນຳບັນລຸໄດ້ຄວາມເຫັນດີເຫັນພ້ອມນັ້ນແມ່ນຊຸກຍູ້ການພົວພັນທາງດ້ານເສດຖະກິດ, ດ້ວຍຕົວເລກລະອຽດຄື ສູ້ຊົນນຳວົງເງິນການຄ້າ 2 ສົ້ນກັບ ອິນໂດເນເຊຍ ແລະ ມຽນມາ ໃຫ້ບັນລຸໄດ້10 ຕື້ USD ແລະ 15 ຕື້ USD. ທ່ານນາຍົກລັດຖະມົນຕີ ກໍ່ເນັ້ນໜັກເຖິງການຟື້ນຟູ ແລະ ພັດທະນາເສດຖະກິດພາຍຫຼັງໂລກລະບາດຄື: ເຊື່ອມຕໍ່ບັນດາສາຍການບິນຄືນໃໝ່, ຫຼຸດຜ່ອນຮົ້ວກີດຂວາງດ້ານການຄ້າ, ເປີດກວ້າງການລົງທຶນ, ຊຸກຍູ້ການຮ່ວມມືທາງທະເລ ແລະ ມະຫາສະມຸດ, ໂດຍສະເພາະແມ່ນການຄຸ້ມຄອງ ແລະ ປະຕິບັດກົດໝາຍຢູ່ທະເລ. ທ່ານຮອງລັດຖະມົນຕີການຕ່າງປະເທດ ຫງວຽນກວ໊ກຢຸງ, ໃຫ້ຂໍ້ສັງເກດວ່າ:

        “ເບິ່ງລວມແລ້ວ, ບັນດາການພົບປະ 2 ຝ່າຍຂອງທ່ານນາຍົກລັດຖະມົນຕີ ລ້ວນແຕ່ອີງຕາມຈິດໃຈແທດຈິງ, ກ້າວເຂົ້າບັນດາບັນຫາພື້ນຖານຂອງການພົວພັນ 2 ປະເທດ, ສຸມໃສ່ເຂົ້າໃນບັນດາຂົງເຂດທີ່ມີທ່າແຮງ, ພ້ອມທັງພິຈາລະນາເລື່ອງແກ້ໄຂຄວາມຫຍຸ້ງຍາກ. ບັນດາການນຳລ້ວນແຕ່ເຫັນດີເປັນເອກະພາບວ່າ ຕ້ອງສົມທົບກັນຢູ່ຂັ້ນສູງເພື່ອຊຸກຍູ້ການຮ່ວມມືໃນທຸກຂົງເຂດ”.

        ການໄປປະຕິບັດງານຢູ່ຕ່າງປະເທດຂອງທ່ານນາຍົກລັດຖະມົນຕີ ຟ້າມມີນຈິ໊ງ ຄັ້ງນີ້ໄດ້ເປັນການຢັ້ງຢືນອີກເທື່ອໜຶ່ງເຖິງບົດບາດ, ທີ່ຕັ້ງ, ອິດທິພົນຊື່ສຽງ, ຜົນກະທົບ ແລະ ບຸລິມະສິດຂອງຫວຽດນາມ ແມ່ນຮັດແໜ້ນ ແລະ ປັບປຸງ, ເພີ່ມທະວີຄວາມສາມັກຄີ, ຄວາມເຫັນດີເຫັນພ້ອມ, ການໜູນຊ່ວຍເຊິ່ງກັນແລະກັນລະຫວ່າງບັນດາປະເທດສະມາຊິກອາຊຽນ, ປະກອບສ່ວນຍົກສູງບົດບາດໃຈກາງ ແລະ ທີ່ຕັ້ງຂອງອາຊຽນ ໃນການແກ້ໄຂບັນດາສິ່ງທ້າທາຍ, ປົກປ້ອງຜົນປະໂຫຍດເປັນແກ່ນສານ, ຍຸດທະສາດ. ພ້ອມກັນນັ້ນ, ກໍ່ເຮັດໃຫ້ພາບພົດຂອງຫວຽດນາມ ແມ່ນສືບຕໍ່ປ່ຽນແປງໃໝ່, ເປັນເຈົ້າການເຊື່ອມໂຍງເຂົ້າກັບສາກົນ; ເຮັດໃຫ້ການພົວພັນລະຫວ່າງຫວຽດນາມ ກັບບັນດາປະເທດຖານບ້ານໃກ້ເຮືອນຄຽງ ແລະ ບັນດາປະເທດຢູ່ພາກພື້ນເລິກເຊິ່ງກວ່າອີກ.

ຕອບກັບ

ຂ່າວ/ບົດ​ອື່ນ