ຫວຽດນາມ ແລະ ອາເມລິກາລາຕິນ: ຄູ່ຮ່ວມມືດ້ານພະລັງງານທີ່ມີຄວາມສາມາດບົ່ມຊ້ອນ

(vovworld) - ປະຈຸ​ບັນ, ພະລັງງານ​ໄດ້​ຮັບ​ຖື​ວ່າ​ແມ່ນ​ຂະ​ແຫນງ​ເສດຖະກິດ​ປາຍ​ແຫລມ​ຂອງ ຫວຽດນາມ ​ໃນ​ການ​ປະຕິບັດ​ບັນດາ​ເປົ້າ​ໝາຍ​ພັດທະນາສະຫັດ​ຕະວັດ, ຫລຸດ​ໄລຍະ​ເວລາປະຕິບັດ​ວິວັດການ​ຫັນ​ປະ​ເທດ​ຊາດ​ເປັນ​ປ​ະ​ເທດ​ອຸດສາຫະກຳ ​ແລະ ທັນສະ​ໄຫມລົງ. ​ໃນ​ຂະນະ​ນັ້ນ, ​ອາ​ເມ​ລິ​ກາ​ລາ​ຕິນ ​ໄດ້​ຮັບ​ຖື​ວ່າ ​ແມ່ນ​ຫນຶ່ງ​ໃນ​ບັນດາ​ເຂດ​ທີ່​ມີ​ຄວາມ​ສາມາດ​ບົ່ມ​ຊ້ອນ​ໃນ​ການ​ພັດທະນາ​ພະລັງງານ. ກອງ​ປະຊຸມ​ສຳ​ມະ​ນາ “ຄູ່​ຮ່ວມ​ມື​ກະສິກຳ ​ແລະ ພະລັງງານ ຫວຽດນາມ - ອາ​ເມ​ລິ​ກາ​ລາ​ຕິນ” ​ແມ່ນ​ນອນ​ໃນ​ຂອບ​ເຂດ​​ເວ​ທີ​ປ​າ​ໄສ ຫວຽດນາມ - ອາ​ເມ​ລິ​ກາ​ລາ​ຕິນ ກ່ຽວ​ກັບ​ດ້ານ​ການ​ຄ້າ ​ແລະ ການ​ລົງທຶນ​ຊຶ່ງ​ດຳ​ເນີນ​ໄປ​ຢູ່ ຫວຽດນາມ ​ແຕ່​ວັນ​ທີ 5 - 6/7 ນັ້ນ​ແມ່ນ​ກາລະ​ໂອກາດ​ເພື່ອ​ໃຫ້​ບັນດາ​ນັກ​ຄົ້ນ​ຄ້ວາຍຸ​ດທະ​ສາດ​ພັດທະນາ​ພະລັງງານ​ຂອງ ຫວຽດນາມ ​ແລະ ບັນດາ​ປະ​ເທດ​ອາເມ​ລິ​ກາ​ຕີນ ​ແລກປ່ຽນ, ຊອກ​ຫາ​ວິທີ​ການ​ພັດທະນາ​ພະລັງງານ​​ເພື່ອ​ໃຫ້​ສົມ​ກັບ​ຄວາມ​ສາມາດ​ບົ່ມ​ຊ້ອນ​ຂອງ​ແຕ່ລະ​ປະ​ເທດ.

ຫວຽດນາມ ແລະ ອາເມລິກາລາຕິນ: ຄູ່ຮ່ວມມືດ້ານພະລັງງານທີ່ມີຄວາມສາມາດບົ່ມຊ້ອນ - ảnh 1
ທ່ານນາຍົກລັດຖະມົນຕີ Nguyen Tan Dung ພ້ອມດ້ວຍຜູ້ຕາງຫນ້າບັນດາ
ປະເທດ ອາເມລິກາລາຕິນ
ພາບ:TTXVN

        ​ໃນ​ຂົງ​ເຂດ​ພະລັງງານ, ຫວຽດນາມ ​ແລະ ບັນດາ​ປະ​ເທດ ອາ​ເມ​ລິ​ກາ​ລາ​ຕິນ ລ້ວນ​ແຕ່​ມີ​ທ່າ​ໄດ້​ປຽບ​ດ້ວຍ​ແຫ​ລ່ງຊັບ​ພະຍາກອນ​ນ້ຳມັນ​ບໍ່​ທີ່​ອຸດົມສົມບູນ. ສຳລັບ ຫວຽດນາມ, ອຸດສາຫະກຳ​ກັ່ນ​ນ້ຳມັນ ປະຈຸ​ບັນ​ແມ່ນ​ຂົງ​ເຂດ​ພັດທະນາ​ຢ່າງ​ແຂງ​ແຮງ​ທີ່​ສຸດ, ​​ແມ່ນ​ເຄ່ືອງມື​​ເສດຖະກິດສຳຄັນຕົ້ນຕໍ ຂອງ​ປະ​ເທດ​ຊາດ ​ແລະ ​​ແມ່ນ​ເຄື່ອງມື​ດັດປັບ​ເສດຖະກິດ​ມະຫາ​ພາກ​ຂອງ​ລັດຖະບານ. ການ​ພັດທະນາ​ຂອງ​ກຸ່ມ​ບໍລິສັດ​ນ້ຳມັນ​ອາຍ​ແກ​ສ ຫວຽດນາມ ​ໃນ​ຊຸມ​ປີຜ່ານມາ​ໄດ້​ປະກອບສ່ວນ​ສຳຄັນ​​ເຂົ້າໃນ​ການ​ຮັບປະກັນ​ຄວາມ​ໝັ້ນຄົງ​ດ້ານ​ພະລັງງານ​ຂອງ​ປະ​ເທດ​ຊາດ, ປະກອບສ່ວນ​ໃຫ້​ແກ່​ການ​ພັດທະນາ​ເສດຖະກິດ​ສັງຄົມ ​ແລະ ກວມ 25 - 30% ຍອດ​ລາຍ​ຮັບ​ງົບປະມານ​ແຫ່ງ​ລັດ​ປະຈຳ​ປີ. ​ໃນ​ທ່າ​ອ່ຽງ ຕັ້ງຫນ້າ​ເຊື່ອມ​ໂຍງ​ ​ແລະ ມານະ​ພະຍາຍາມພັດທະນາ, Petro Vietnam ​ໄດ້​ກຳນົດ​ວ່າ ອາ​ເມ​ລິ​ກາ​ລາ​ຕິນ ​​ແມ່​ນ​ພາກ​ພື້ນທີ່​ມີ​ຄວາມ​ສາມາດ​ບົ່ມ​ຊ້ອນ​ດ້ານ​ນ້ຳມັນ​ອາຍ​ແກ​ສຫລາຍ ​ແມ່ນ​ບໍລິ​ເວນລົງທຶນຈຸດ​ສຸມ, ຍຸດ​ທະ​ສາດ. ​ໃນ​ຊຸມ​ປີຜ່ານມາ, Petro Vietnam ​ໄດ້​ເປັນ​ເຈົ້າ​ການ​ສ້າງ​ຕັ້ງ, ພັດທະນາ​ການ​ພົວພັນ, ສົ່ງ​ເສີມ​ການ​ຮ່ວມ​ມື​ກັບ​ບັນດາ​ຄູ່​ຮ່ວມ​ມື​ທີ່​ມີ​ຄວາມ​ສາມາດ​ບົ່ມ​ຊ້ອນ ນັ້ນ​ແມ່ນ​ບັນດາ​ບໍລິສັດ​ນ້ຳມັນ​ອາຍ​ແກ​ສ​ແຫ່ງ​ຊາດ ຢູ່ ອາ​ເມ​ລິ​ກາ​ລາ​ຕິນ ຄື: ENARRA( ປະ​ເທດ​ອັກ​ຊັງ​ຕີນ), PETROECUADO( ecuado), CUPET(ກູ​ບາ), PDVSA (Venezuela) ​ແລະ ປະຈຸ​ບັນ Petro Vietnam ພວມ​ຄົ້ນ​ຄ້ວາ​ຄວາມ​ສາມາດ​ສ້າງ​ຕັ້ງ​ການ​ພົວພັນ​ຮ່ວມ​ມື​ກັບ​ບໍລິສັດ​ນ້ຳມັນ​ອາຍ​ແກ​ສ​ແຫ່ງ​ຊາດ Petrobras ຂອງ​ບຣາຊີ​ນ ​ແລະ Ecopetro ຂອງ Clombia ກໍ​ຄື​ຜັນ​ຂະຫຍາຍ​ໂຄງການ​ຂຸດ​ຄົ້ນ​ນ້ຳມັນ​ອາຍ​ແກ​ສຫລາຍ​ໂຄງການ​ຢູ່​ບັນດາ​ປະ​ເທດ ອາ​ເມ​ລິ​ກາ​ລາ​ຕິນ ​ເພື່ອ​ເປີດ​ກວ້າ​ງ​ເຄືອ​ຂ່າຍ​ການ​ຮ່ວມ​ມື​ກັບ​ພາກ​ພື້ນ​ທີ່​ເຕັມ​ໄປ​ດ້ວຍ​ຄວາມ​ສາມາດ​ບົ່ມ​ຊ້ອນ​ກ່ຽວ​ກັບ​ພະ​ລັ​ງງານ. ທ່ານ Nguyen Quoc Thap ຮອງ​ຜູ້ອຳນວຍການ​ກຸ່ມ​ບໍລິສັດ​ນ້ຳມັນ​ອາຍ​ແກ​ສ ຫວຽດນາມ Petro Vietnam ​ເນັ້ນ​ຫນັກ​ວ່າ:

        “ການ​ຮ່ວມ​ມື​ຂອງ ຫວຽດນາມ ກັບ​ບັນດາ​ປະ​ເທດ ອາ​ເມ​ລິ​ກາ​ລາຕີ​ນ ​ໃນ​ຂົງ​ເຂດ​ຂຸດ​ຄົ້ນ​ນ້ຳມັນ​ອາຍ​ແກ​ສ​ມີ​ຄວາມ​ສາມາດ​ບົ່ມ​ຊ້ອນ ​ແລະ ​ແງ່​ຫວັງ​ອັນ​ໃຫຍ່​ຫລວງ, ມີ​ລັກສະນະ​ຍຸດ​ທະ​ສາດ​ຍາວ​ນານ. ​ພາກ​ພື້ນ ອາ​ເມ​ລິ​ກາ​ລາ​ຕິນ ມີ​ຄວາມ​ສາມ​າດບົ່ມ​ຊ້ອນ​ດ້ານນ້ຳມັນ​ອາຍ​ແກ​ສ​ທີ່​ສຸດ, ​ເພາະສະ​ນັ້ນ ການ​ຮ່ວມ​ມື​ໃນ​ຂົງ​ເຂດ​ຊອກ​ຫາ, ສຳ​ຫລວດ ​ແລະ ຂຸດ​ຄົ້ນ​ນ້ຳມັນ​ຈະ​ສ້າງກາລະ​ໂອກາດ​ສຳຄັນ​ຫລາຍ​ຢ່າງ​ໃຫ້​ແກ່​ຫວຽດນາມ ​ເພື່ອ​ເພີ່ມ​ປະລິມານ​ການ​ຂຸດ​ຄົ້ນນ້ຳມັນ, ນຳ​ມາ​ເຊິ່ງຜົນ​ປະ​ໂຫຍ​ດ​ໃຫ້​ແກ່ນັກ​ລົງທຶນ ​ແລະ ປະ​ເທດ​ຊາດ, ​ແມ່ນ​ພື້ນຖານ​ສຳຄັນ​ເພື່ອ​ໃຫ້ Petro VietNam ບັນລຸ​ໄດ້​ບັນດາ​ຈຸດໝາຍ​ຍຸດ​ທະ​ສາດ​ໃນ​ອະນາຄົດ, ປະກອບສ່ວນ​ຮັບປະກັນ​ຄວາ​ມໝັ້ນຄົງ​ດ້ານ​ພະລັງງານ​​ໃນ​ໄລຍະຍາວ​​ໃຫ້​ແກ່ ຫວຽດນາມ. ພ້ອມ​ກັນ​ນັ້ນ ປະກອບສ່ວນ​ຍົກ​ສູງ​ ທ່ີ​ຕັ້ງບົດບາດ​, ອິດ​ທີ​ພົນ​ຊື່​ສຽງ​ຂອງ Petro VietNam ​ເວົ້າ​ສະ​ເພາະ ​ແລະ ຫວຽດນາມ ​ເວົ້າ​ລວມ​ໃນ​ເວທີ​ສາກົນ, ປະ​ກອບ​ສ່ວນຢ່າງ​ຕັ້ງຫນ້າ​ເຂົ້າ​ໃນ​ການ​ປະຕິບັດ​ຍຸດ​ທະ​ສາດ​ພັດທະນາ, ຍຸດ​ໂທ​ບາຍ​ການ​ທູດ​ເສດຖະກິດ​ຂອງ​ພັກ, ລັດ ​ແລະ ລັດຖະບານ.”

         ​ໄປ​ຄຽງ​ຄູ່​ກັບ​ການ​ຂຸດ​ຄົ້ນ​ທ່າ​ແຮງ​ດ້ານ​ນ້ຳມັນ​ອາຍ​ແກ​ສ, ປະຈຸ​ບັນ ບັນດາ​ປະ​ເທດ ອາ​ເມ​ລິ​ກາ​ລາ​ຕິນ ພວມ​ຜັນ​ຂະຫຍາຍ​ແຜນກາ​ນລົງທຶນ​ໃຫຍ່​ເຂົ້າ​ໃນ​ຂະ​ແຫນງ​ພະລັງງານຜະລິດຄືນ​ໃຫມ່. ອາດຈະເວົ້າໄດ້ວ່າ, ໃນຊຸມປີຜ່ານມາ, ບັນດາຜົນງານ​ໃນ​ການ​ຜະລິດ​ພະລັງງານ​ຄືນ​ໃຫມ່​ຂອງ​ບັນດາ​ປະ​ເທດ ອາ​ເມ​ລິ​ກາ​ລາ​ຕິນ ​ໄດ້​ຊ່ວຍ​ໃຫ້​ພາກ​ພື້ນ​ນີ້​ນັບ​ມື້​ນັບ​ມີ​ຜົນ​ສະທ້ອນ​ເຖິງ​ບັນດາ​ອົງການ ​ແລະ ລະບົບ​ການ​ເງິນ​ທົ່ວ​ໂລກ. ປະຈຸ​ບັນ ບາຣາຊີ​ນ ​ແມ່ນ​ປະ​ເທດ​ນຳ​ຫນ້າ​ໃນ​ການ​ຜະລິດ​ໄຟຟ້າ​ນ້ຳຕົກ ດ້ວຍ​ກຳລັງ​ການ​ຜະລິດ​ຕິດ​ຕັ້ງ​ຂຶ້ນ​ເຖິງ 80 GW, ຄຽງ​ຄູ່​ກັນ​ນັ້ນ ບັນດາ​ປະ​ເທດ​ Argentina, ​ເມ​ຊິກ​ໂກ ​ແລະ Costa Rica ພວມ​ມີ​ຫລາຍ​ໂຄງການ​ທີ່​ມີ​ຄວາມ​ສາມາ​ດບົ່ມ​ຊ້ອນ​​ເພື່ອພັດທະນາ​​ແຫ​ລ່ງພະລັງງານ​ຜະລິດ​ຄືນ​ໃຫມ່​ຄື: ​ໄຟຟ້າ​ໃຊ້​ແຮງ​ລົມ, ​ໄຟຟ້າ​ໃຊ້​​ແສງຕາ​ເວັນສະ​ນັ້ນ ຫວຽດນາມ ພວມ​ໄດ້​ຮັບ​ຖື​ວ່າ ​ແມ່ນ​ຕະຫລາດ​ລົງທຶນ​ໃຫ້​ແກ່​ບັນດາ​ວິ​ສາ​ຫະກິດ ອາ​ເມ​ລິ​ກາ​ລາ​ຕິນ ລົງທຶນ​ພັດທະນາ​ພະລັງງານ​ຜະລິດ​ຄືນ​ໃຫມ່. ທ່ານ Juan Kose Aguero, ຜູ້ອຳນວຍການ​ສາຂາ​ຂອງ​ກຸ່ມ​ບໍລິສັດ IMPSA ປະ​ເທດ​ອັກ​ຊັງ​ຕິນ ​ແມ່ນ​ຫນຶ່ງ​ໃນ​ບັນດາ​ນັກ​ລົງທຶນ​ໃຫຍ່​ກວ່າ​ໝູ່​ຢູ່ ອາ​ເມ​ລິ​ກາ​ລາ​ຕິນ ​ໃນ​ຂົງ​ເຂດ​ພະລັງງານ​ຜະລິດ​ຄືນ​ໃຫມ່ ​ໃຫ້​ຮູ້​ວ່າ:

ຫວຽດນາມ ແລະ ອາເມລິກາລາຕິນ: ຄູ່ຮ່ວມມືດ້ານພະລັງງານທີ່ມີຄວາມສາມາດບົ່ມຊ້ອນ - ảnh 2
ທ່ານນາຍົກລັດຖະມົນຕີ Nguyen Tan Dung ກ່າວຄຳເຫັນທີ່ເວທີປາໄສ
ພາບ:internet

        “ຢູ່ ຫວຽດນາມ, ພວກ​ຂ້າ​ພະ​ເຈົ້າ​ຈະ​ຜັນ​ຂະຫຍາຍ​ຮູບ​ແບບ​ທີ່​ໄດ້​ນຳ​ໃຊ້​ຢູ່ ບຣາຊີ​ນ ສຳ​ເລັດ​ຜົນ, ນັ້ນ​ແມ່ນ​ລົງທຶນ ​ແລະ ພັດທະນາ​ໄຟຟ້າ​ໃຊ້​ແຮງ​ລົມ. ສາຍ​ເຫດ​ທີ່​ພວກ​ຂ້າພະ​ເຈົ້າ​ເລືອກ​ເຟັ້ນ ຫວຽດນາມ​ເພື່ອ​ພັດທະນາ​ຂົງ​ເຂດ​ນີ້ ​ເພາະວ່າ ການ​ຈະ​ເລີ​ນ​ເຕີ​ບ​ໂຕ​ຂອງ​ພື້ນຖານ​ເສດຖະກິດ ຫວຽດນາມ ກໍ​ຄື​ຄວາມ​ຕ້ອງການ​ນຳ​ໃຊ້​ພະລັງງານ​ຂອງ​ ຫວຽດນາມ. ​ແຕ່​ສິ່ງ​ສຳຄັນ​ທີ່​ສຸດ  ນັ້ນ​ແມ່ນ​ຫວຽດນາມ ​ແມ່ນ​ປະ​ເທດ​ມີ​ຄວາມ​ສາມາດ​ບົ່ມ​ຊ້ອນ​ພັດທະນາ​ໄຟຟ້າ​ໃຊ້​ແຮງ​ລົມ​ກວ່າ​ໝູ່​ໃນ​ພາກ​ພື້ນ​ອາຊີ​ຕາ​ເວັນ​ອອກສຽງ​ໃຕ້.”

​ເພື່ອ​ຊຸກຍູ້​ການ​ຮ່ວມ​ມື​ລະຫວ່າງ ຫວຽດນາມ ກັບ​ບັນດາ​ປະ​ເທດ ອາ​ເມ​ລິ​ກາ​ລາ​ຕິນ ​ໃນ​ຂະ​ແຫນງ​ເສດຖ​ະກິ​ດປາຍ​ແຫລມພະລັງງານ​ນັ້ນ, ທ່ານ Tran Tuan Anh ຮອງ​ລັດຖະມົນຕີ​ກະຊວງ​ອຸດສາຫະກຳ ການ​ຄ້າ ຫວຽດນາມ ​ເນັ້ນ​ຫນັກ​ວ່າ:

        “ກະຊວງ​ອຸດສາຫະກຳ ການ​ຄ້າ ຫວຽດນາມ ​ໃຫ້​ຄຳ​ໝັ້ນ​ສັນຍາ​ຈະ​ສະຫນັບສະຫນູນ, ສົ່ງ​ເສີມ ​ແລະ ສ້າງ​ເງື່ອນ​ໄຂ​ຊຸກຍູ້​ການ​ພົວພັນ​ຮ່ວມ​ມື​ອຸດສາຫະກຳ, ການ​ຮ່ວມ​ມື​ພະລັງງານ, ນ້ຳມັນ​ອາຍ​ແກ​ສ ກັບ​ປະ​ເທດ ອາ​ເມ​ລິ​ກາ​ລາ​ຕິນ ທັງ​ໝົດ, ສອດຄ່ອງ​ກັບ​ກົດໝາຍ ​ແລະ ​ແຜນ​ນະ​ໂຍບາຍ​ເປີດ​ປະຕູ, ການ​ເຊື່ອມ​ໂຍງ​ເຂົ້າ​ກັບ​ເສດຖະກິດ​ສາກົນ​ຂອງ​ລັດຖະບານ ຫວຽດນາມ. ດ້ວຍ​ການ​ຫນູນ​ຊ່ວຍ​ຂອງ​ລັດຖະບານ​​ແຕ່ລະ​ຝ່າຍ, ​ການ​ເຄື່ອນ​ໄຫວ​ຂະຫຍັນ​ຂັນ​ເຄ່ື່ອນຂອງ​ບັນດາ​ວິ​ສາ​ຫະກິດກໍ​ຄື ການ​ຮ່ວມ​ມືຂອງ ຫວຽດນາມ ກັບ​ບັນດາ​ປະ​ເທດ​ໃນ​ພາກພື້ນ ອາ​ເມ​ລິ​ກາ​ລາ​ຕິນ ພິ​ເສດ​ໃນ​ຂົງ​ເຂດ​ອຸດສາຫະກຳ ​ແລະ ພະລັງງານ​ຈະ​ພັດທະນາ​ຢ່າງເລິກ​ເຊິ່ງ ​ແລະ ກວ້າງ​ຂວາງ, ​ເປັນ​ຂີດ​ໝາຍ​​ແຫ່ງໄລຍະ​ຮ່ວມ​ມື​ໃຫມ່​ລະຫວ່າງ ​ຫວຽດນາມ ​ແລະ ອາ​ເມ​ລິ​ກາ​ລາ​ຕິນ ຢ່າງ​ມີ​ປະສິດທິ​ຜົນ​ໃນ​ສັດຕະວັດ​ທີ 21”

        ຜ່ານ​ເວທີ​ປາ​ໄສ ຫວຽດນາມ ອາ​ເມ​ລິ​ກາ​ລາ​ຕິນ ກ່ຽວ​ກັບ​ດ້ານ​ການ​ຄ້າ, ການ​ລົງທຶນ, ບັນດາ​ວິ​ສາ​ຫະກິດ​ສອງ​ຝ່າຍ​ຈະ​ເພີ່ມ​ທະວີ​ການ​ເຄື່ອນ​ໄຫວ​ສົ່​ງ​ເສີມ​ການ​ລົງທຶນ​ກວ່າ​ອີກ ເພ່ືອ​ນຳ​ຫວຽດນາມ ​ແລະ ບັນດາ​ປະ​ເທດ ອາ​ເມ​ລິ​ກາ​ລາ​ຕິນ ກາຍ​​ເປັນ​ປະ​ເທດ​​ເຂັ້ມ​ແຂງ​ໃນ​ຂ​ົງ​ເຂ​ດພະລັງງານ​ຢູ່​​ພາກ​ພື້ນ ​ແລະ ​ໃນ​ເວທີ​ສາກົນ, ສົມ​ກັບ​ຄວາມ​ສາມາດ​ບົ່ມ​ຊ້ອນ​ດ້ານພະລັງງານ​ທີ່​ມີ​ຢູ່​ແລ້ວ​ຂອງ​ແຕ່ລະ​ຝ່າຍ.

ຕອບກັບ

ຂ່າວ/ບົດ​ອື່ນ