ທ່ານນາຍົກລັດຖະມົນຕີ ຫວຽດນາມ ຫງວຽນເຕີນຢຸງ
(ພາບ:TTXVN)
|
ພ້ອມກັບຜູ້ແທນປະມານ 450 ທ່ານຊື່ງແມ່ນບັນດາປະມຸກລັດ, ນັກການເມືອງ, ການນຳບັນດາກຸ່ມບໍລິສັດເສດຖະກິດໃຫ່ຍ, ບັນດາອົງການຈັດຕັ້ງສາກົນ, ອົງການສັງຄົມພາຍໃນ ແລະ ນອກພາກພື້ນ. ວັນທີ 6/6, ທ່ານນາຍົກລັດຖະມົນຕີຫວຽດນາມ ຫງວຽນເຕີນຢຸງ ໄດ້ເຂົ້າຮ່ວມເວທີປາໄສເສດຖະກິດອາຊີຕາເວັນອອກ (WEF ອາຊີຕາເວັນອອກ) 2013 ຊື່ງຈັດຂຶ້ນຢູ່ປະເທດມຽນມາ. ໂດຍແມ່ນໜຶ່ງໃນບັນດາເວທີປາໄສທີ່ມີອິທິພົນຊື່ສຽງຖືກຈັດຂຶ້ນປະຈຳປີ, WEF ອາຊີຕາເວັນອອກແມ່ນໂອກາດເພື່ອໃຫ້ຫວຽດນາມ ສືບຕໍ່ສົມທົບກັບປະເທດຕ່າງໆໃນພາກພື້ນເພື່ອຊຸກຍູ້ບັນດາຂໍ້ລິເລີ່ມ, ຂອບເຂດການຮ່ວມມື, ເພື່ອແນໃສ່ປະກອບສ່ວນຍົກສູງຄຸນນະພາບການເຄື່ອນໄຫວຂອງເວທີປາໄສເສດຖະກິດໂລກ ກໍ່ຄືຊຸກຍູ້ການພົວພັນລະຫວ່າງຫວຽດນາມ ແລະ ບັນດາສະມາຊິກ WEF.
WEF ອາຊີຕາເວັນອອກ 2013 ດ້ວຍຫົວຂໍ້ວ່າ: “ການຫັນປ່ຽນຢ່າງແຮງ ມຸ້ງໄປເຖິງການເຊື່ອມໂຍງ ແລະ ການພັດທະນາຢ່າງຮອບດ້ານ” ດຳເນີນໄປໃນສະພາບການເສດຖະກິດໂລກບໍ່ທັນໄດ້ຮັບການຟື້ນຕົວປາໃດ, ແຕ່ພາກພື້ນອາຊີຕາເວັນອອກຍັງຄົງຮັກສາລະດັບເຕີບໂຕສູງພໍສົມຄວນ, ແມ່ນປະມານ 7,8% ໃນປີນີ້. ດ້ວຍຂອບຂະໜາດເສດຖະກິດເພີ່ມຂຶ້ນຢ່າງໄວວາ, ອາຊີຕາເວັນອອກພວມນັບມື້ນັບມີຜົນສະທ້ອນຢ່າງໃຫ່ຍຫຼວງກ່ວາ, ດັ່ງນັ້ນ, ຈຶ່ງມີເງື່ອນໄຂເຂົ້າຮ່ວມບັນດາກົນໄກຮ່ວມມືສາກົນນັບມື້ນັບຕັ້ງໜ້າກ່ວາ. ບົດບາດທົ່ວໂລກຂອງອາຊີຕາເວັນອອກໄດ້ສະແດງອອກຜ່ານການເຂົ້າຮ່ວມຂອງບັນດາປະເທດສະມາຊິກໃນບັນດາອົງການຄື: ສປຊ, ກຸ່ມບັນດາປະເທດມີພື້ນຖານເສດຖະກິດອັນດັບໜຶ່ງ (G20), ອົງການການຄ້າໂລກ (WTO)… ພິເສດ, ສຳລັບ 4 ປະເທດສະມາຊິກເປັນຜູ້ຕາງໜ້າຂອງອາຊຽນຢູ່ G20, ອາຊີຕາເວັນອອກ ຍັງສາມາດປະກອບສ່ວນຢ່າງຕັ້ງໜ້າ ແລະ ຫຼາຍພໍສົມຄວນເຂົ້າໃນການສ້າງໂຄງປະກອບໃໝ່ທີ່ມີປະສິດທິຜົນ, ປະຊາທິປາໄຕກ່ວາອີກ ໃຫ້ແກ່ພື້ນຖານບໍລິຫານທົ່ວໂລກ.
ນີ້ແມ່ນຄັ້ງທຳອິດທີ່ WEF ອາຊີຕາເວັນອອກ ໄດ້ຈັດຂຶ້ນຢູ່ມຽນມາ, ຊື່ງແມ່ນປະເທດມີທີ່ຕັ້ງພູມສາດຍຸດທະສາດສຳຄັນຢູ່ພາກພື້ນ, ພວກຍູ້ແຮງການປະຕິຮູບພັດທະນາປະເທດຊາດ, ກະກຽມຮັບບົດບາດເປັນປະທານສະຫະສະມາຄົມປະຊາຊາດອາຊີຕາເວັນອອກສ່ຽງໃຕ້ (ອາຊຽນ) ໃນປີ 2014. ດ້ວຍການເຂົ້າຮ່ວມຂອງຜູ້ແທນ 450 ທ່ານ ຊື່ງແມ່ນບັນດານັກການເມືອງ, ການນຳບັນດາກຸ່ມບໍລິສັດອັນດັບໜຶ່ງ ແລະ ບັນດາອົງການຈັດຕັ້ງພາຍໃນ ແລະ ນອກພາກພື້ນ, ກອງປະຊຸມບໍ່ພຽງແຕ່ສະແດງໃຫ້ເຫັນຄວາມສົນໃຈຂອງວົງການເຈົ້າໜ້າທີ່ ແລະ ປະຊາຄົມນັກທຸລະກິດທີ່ມີຕໍ່ປະເທດມຽນມາ ທີ່ພວມເປີດປະຕູ ແລະ ເຊື່ອມໂຍງເຂົ້າກັບໂລກຫຼາຍກ່ວາເທົ່ານັ້ນ, ຫາກຍັງປະກອບສ່ວນເພີ່ມທະວີການແລກປ່ຽນ, ຮ່ວມມື, ສ້າງກຳລັງແຮງດ້ານເສດຖະກິດສັງລວມຂອງພາກພື້ນອາຊຽນເວົ້າສະເພາະ ແລະ ທັງອາຊີຕາເວັນອອກເວົ້າລວມອີກດ້ວຍ.
ໃນຊຸມປີມໍ່ມານີ້, ຫວຽດນາມຕັ້ງໜ້າເຂົ້າຮ່ວມ WEF. ປີ 2010, ຫວຽດນາມຈັດຕັ້ງ WEF ອາຊີຕາເວັນອອກດ້ວຍຫົວຂໍ້ “ບົດບາດຂອງອາຊີພວມສູງຂຶ້ນໃນການພັດທະນາທົ່ວໂລກ”ຢູ່ນະຄອນໂຮ່ຈິມິນ ຢ່າງສຳເລັດຜົນ, ຊຶ່ງລວມມີ 20 ວາລະປະຊຸມຕົ້ນຕໍ ໂດຍເລັ່ງໃສ່ບັນດາຫົວເລື່ອງຄື: ບົດບາດຂອງອາຊີພວມສູງຂຶ້ນ; ບັນດາຄວາມສ່ຽງໃນທົ່ວໂລກ; ເສັ້ນທາງເຕີບໂຕຂຽວຂອງອາຊີ ແລະ ຄວາມສາມາດແກ່ງແຍ້ງ. ກອງປະຊຸມຄັ້ງນີ້ ໄດ້ເປັນຂີດໝາຍທີ່ດີງາມສຳລັບບັນດາການນຳຂັ້ນສູງໃນພາກພື້ນ, ບັນດາອົງການຈັດຕັ້ງສາກົນທີ່ມີອິດທິພົນຊື່ສຽງ ແລະປະຊາຄົມວິສາຫະກິດສາກົນ. ໃນບົດກ່າວປາໄສຢູ່ທີ່ WEF ອາຊີຕາເວັນອອກປີ 2012 ຢູ່ໄທ, ທ່ານນາຍົກລັດຖະມົນຕີ ຫງວຽນເຕີນຢຸງ ຢືນຢັນວ່າ: ຫວຽດນາມ ສືບຕໍ່ສົມທົບກັບບັນດາປະເທດໃນພາກພື້ນ ຊຸກຍູ້ບັນດາຂໍ້ລິເລີ່ມ, ຂອບເຂດຮ່ວມມືມຸ່ງໄປເຖິງຈຸດໝາຍປັບປຸງຄວາມສະຫງົບ - ສັນຕິພາບໃນພາກພື້ນ; ຍົກສູງປະສິດທິຜົນແຫ່ງການເຂົ້າຮ່ວມບັນດາຂອບເຂດ, ກົນໄກຮ່ວມມືພາກພື້ນອາຊີຕາເວັນອອກ ກໍຄືເຂົ້າຮ່ວມບັນດາການເຄື່ອນໄຫວເຈລະຈາ, ໃຫ້ຄຳປຶກສາດ້ານນະໂຍບາຍ, ເປັນເຈົ້າການສະເໜີ ແລະ ເຂົ້າຮ່ວມບັນດາຂໍ້ລິເລີ່ມເພື່ອແນໃສ່ປະກອບສ່ວນຍົກສູງຄຸນນະພາບການເຄື່ອນໄຫວຂອງເວທີປາໄສເສດຖະກິດໂລກ ຢ່າງຕັ້ງໜ້າ. ຕາມການກຳນົດທິດດັ່ງກ່າວ, ທີ່ເວທີ່ປາໄສຄັ້ງນີ້, ທ່ານນາຍົກລັດຖະມົນຕີ ຫງວຽນເຕີນຢຸງ ຈະມີບົດກ່າວປາໄສທີ່ວາລະໄຂກອງປະຊຸມຄົບຄະນະຊຶ່ງສຸມໃສ່ບັນດາບັນຫາເຊື່ອມໂຍງຂອງພາກພື້ນ, ໃນນັ້ນເອົາໃຈໃສ່ເຖິງການຮ່ວມມືເຊື່ອມຈອດພາກພື້ນ, ຮ່ວມມືໃນກົນໄກແລວເສດຖະກິດຕາເວັນອອກຕາເວັນຕົກ, ແປ່ງປັນບົດຮຽນໃນການພັດທະນາເສດຖະກິດສັງຄົມ, ສ້າງເສດຖະກິດມະຫາພາກເປັນປົກກະຕິ, ສ້າງໂຄງປະກອບເສດຖະກິດຄືນໃໝ່, ດຶງດູດການລົງທຶນຈາກຕ່າງປະເທດ... ໃນສະພາບເສດຖະກິດໂລກເລີ່ມຟື້ນຕົວຄືນ, ບັນດານັກລົງທຶນຈະຊອກຫາບັນດາຕະຫຼາດເປັນປົກກະຕິ ແລະ ມີຄວາມສາມາດບົ່ມຊ້ອນພັດທະນາເພື່ອເປີດກ້ວາງການລົງທຶນ, ໂດຍຜ່ານ WEF, ຫວຽດນາມສາມາດປະຕິບັດຈຸດໝາຍນີ້, ຕັ້ງໜ້າໂຄສະນາກ່ຽວກັບປະເທດຫວຽດນາມພວມເຊື່ອມໂຍງຢ່າງຮອບດ້ານ ແລະ ພັດທະນາແບບຂະຫຍັນຂັ່ນເຄື່ອນ, ສ້າງເງື່ອນໄຂໃຫ້ແກ່ປະຊາຄົມວິສາຫະກິດຫວຽດນາມເປີດກ້ວາງກາລະໂອກາດແລກປ່ຽນການຄ້າກັບກັບຕ່າງປະເທດ; ເພີ່ມທະວີການສົນທະນາດ້ານນະໂຍບາຍລະຫວ່າງລັດຖະບານ ແລະ ປະຊາຄົມວິສາຫະກິດທັງຢູ່ພາຍໃນ ແລະ ຕ່າງປະເທດ. ພ້ອມກັນນັ້ນ, WEF ອາຊີຕາເວັນອອກ 2013 ຍັງແມ່ນກາລະໂອກາດເພື່ອໃຫ້ຫວຽດນາມເປີດກ້ວາງການລົງທຶນເຂົ້າມຽນມາ.
ການມີໜ້າຂອງທ່ານນາຍົກລັດຖະມົນຕີ ຫງວຽນເຕີນຢຸງ ທີ່ ກອງປະຊຸມ WEF ອາຊີຕາເວັນອອກປີ 2013 ເຊິ່ງດຳເນີນໄປຢູ່ມຽນມາ ອີກຄັ້ງໜຶ່ງຢືນຢັນແຜນນະໂຍບາຍເປັນເຈົ້າການ, ຕັ້ງໜ້າເຊື່ອມໂຍງເຂົ້າກັບສາກົນຂອງຫວຽດນາມ; ຍົກສູງບົດບາດ, ທີ່ຕັ້ງ ແລະ ພາບພົດຂອງຫວຽດນາມ ໃນພາກພື້ນ . ນີ້ກໍແມ່ໂອກາດເພື່ອໃຫ້ຫວຽດນາມຊຸກຍູ້ການພົວພັນຮ່ວມມືກັບ WEF, ພ້ອມທັງປະກອບສ່ວນຮັດແໜ້ນການພົວພັນມິດຕະພາບທີ່ເປັນມູນເຊື້ອ ແລະ ຍູ້ແຮງການຮ່ວມມື 2 ຝ່າຍໃນບັນດາຂົງເຂດທີ່ມີຄວາມສາມາດບົມຊ້ອນກັບມຽນມາ.