ຫວຽດນາມເພີ່ມທະວີທີ່ຕັ້ງບົດບາດ, ມານະພະຍາຍາມ ປະກອບສ່ວນເຂົ້າໃນບັນດາບັນຫາລວມຂອງທົ່ວໂລກ

    ຫວ່າງ​ແລ້ວນີ້, ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ​ຫວຽດ​ນາມ ຫງວຽນ​ຊວນ​ຟຸກ ໄດ້​ສິ້ນ​ສຸດ​ການ​ຢ້ຽມ​ຢາມ ແລະ ເຂົ້າ​ຮ່ວມກອງ​ປະ​ຊຸມ​ສຸດຍອດ G7 ເປີດ​ກ້​ວາງ ແລະ ຢ້ຽມ​ຢາມ​ຍີ​ປຸ່ນ​ແຕ່​ວັນ​ທີ 26-28/5 ຕາ​ມ​ຄຳ​ເຊີນ​ຂອງ​ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີຍີ​ປຸ່ນ Shinzo Abe . ບັນ​ດາ​ໝາ​ກ​ຜົນ​ທີ່​ພົ້ນ​ເດັ່ນ​ຂອງ​ການ​ຢ້ຽມ​ຢາມ​ຍີ​ປຸ່ນ ແລະ​ເຂົ້າຮ່ວມ ກອງ​ປະ​ຊຸມ​ສຸດຍອດ G7 ສືບ​ຕໍ່​ຢັ້ງ​ຢືນ​ນະ​ໂຍ​ບາຍ​ສະ​ເໝີ​ຕົ້ນ​ສະ​ເໝີ​ປາຍ​ຂອງ​ຫວຽດ​ນາມ ແມ່ນ​ຍາມ​ໃດ​ກໍ​ມາ​ນະ​ພະ​ຍາ​ຍາມ​ປັບ​ປຸງ, ພັດ​ທະ​ນາ​ການ​ພົວ​ພັນ​ກັບ​ທຸກໆ​ປະ​ເທດ​ໃນ​ໂລກ, ແມ່ນ​ຄູ່​ຮ່ວມ​ມື​ທີ່​ໄວ້​ເນື້ອ​ເຊື່ອ​ໃຈ ແລະ ເປັນ​ສະ​ມາ​ຊິກ​ທີ່​ມີ​ຄວາມ​ຮັບ​ຜິດ​ຊອບ​ໃນ​ປະ​ຊາ​ຄົມ​ໂລກ. ຕໍ່​ໄປ​ນີ້, ນັກ​ຂ່າວ​ແອງ​ຮວ່ຽນມີ​ບົດ​ທີ່​ພາດ​ຫົວ​ຂໍ້​ວ່າ : “ຫວຽດ​ນາມ​ເພີ່ມ​ທະ​ວີ​ທີ່​ຕັ້ງ​ບົດ​ບາດ, ມາ​ນະ​ພ​ະ​ຍາ​ຍາມປະ​ກອບ​ສ່ວນ​ເຂົ້າ​ໃນ​ບັນ​ດາ​ບັນ​ຫາ​ລວມ​ຂອງ​ທົ່ວ​ໂລກ” ເຊີນ​ທ່ານ​ຕິດ​ຕາມ​ຮັບ​ຟັງ.

 

ຫວຽດນາມເພີ່ມທະວີທີ່ຕັ້ງບົດບາດ, ມານະພະຍາຍາມ ປະກອບສ່ວນເຂົ້າໃນບັນດາບັນຫາລວມຂອງທົ່ວໂລກ - ảnh 1
ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ​ຫວຽດ​ນາມ ຫງວຽນ​ຊວນ​ຟຸກ  ແລະ     ​ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີຍີ​ປຸ່ນ Shinzo Abe

     ນີ້​ເປັນ​ຄັ້ງ​ທຳ​ອິດ​ໃນ​ຖາ​ນະ​ຕຳ​ແໜ່ງ​ໃໝ່, ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ​ຫວຽດ​ນາມ ຫງວຽນ​ຊວນ​ຟຸກໄດ້​ນຳ​ໜ້າ​ຄະ​ນະ​ຜູ້​ແທນ​ຂັ້ນ​ສູງ​ຫວຽດ​ນາມ​ເຂົ້າ​ຮ່ວມ ກອງ​ປະ​ຊຸມ​ສຸດຍອດ G7 ເປີດ​ກ້​ວາງ ແລະ ຢ້ຽມ​ຢາມ​ຍີ​ປຸ່ນ​ຢ່າງ​ເປັນ​ທາງ​ການ. ນີ້​ກໍ​ເປັນ​ຄັ້ງ​ທຳ​ອິດ​ພາຍຫຼັງ 42 ປີ, ຫວຽດ​ນາມໄດ້​ຮັບ​ການ​ເຊື້ອ​ເຊີນ​ເຂົ້າ​ຮ່ວມ ກອງ​ປະ​ຊຸມ​ສຸດຍອດ G7​ເປີດ​ກ້​ວາງ. ສິ່ງນີ້​ໄດ້​ສະ​ແດງ​ໃຫ້​ເຫັນ​ການ​ຖື​ເປັນ​ສ​ຳ​ຄັນ​ຂອງ​ບັນ​ດາ​ສະ​ມາ​ຊິກ​ກຸ່ມ G7, ພິ​ເສດ​ແມ່ນ​ຍີ​ປຸ່ນ​ສຳ​ລັບ​ຫວຽດ​ນາມ ແລະ ມີ​ຄວາມ​ຫວັງ​ໃຫ້​ຫວຽດ​ນາມ​ສະ​ແດງ​ບົດ​ບາດ​ທີ່​ສູງກວ່າ​ເກົ່າ​ໃນ​ບັນ​ດ​າບ​ັນ​ຫາ​ພາກ​ພື້ນ ແລະ ສາ​ກົນ.

     ຢັ້ງ​ຢືນຫຼັກ​ໝັ້ນ​ກ່ຽວ​ກັບ​ສັນ​ຕິ​ພາບ, ສະ​ຖຽນ​ລະ​ພາບ ແລະ ການ​ພັດ​ທະ​ນາ​ແບບ​ຍືນ​ຍົງ

    ໂດຍ​ໄດ້​ສະ​ແດງ​ໃຫ້​ເຫັນ​ຄວາມ​ຮັບ​ຜິດ​ຊອບຂອງ​ຫວຽດ​ນາມ​ທີ່​ມີ​ຕໍ່​​ບັນ​ດ​າບ​ັນ​ຫາ​ທີ່​ວາງ​ອອກ​ຂອງພາກ​ພື້ນ ແລະ ສາ​ກົນ, ໃນ​ບົດ​ກ່າວປາ​ໄສທີ່​ບັນ​ດາ​ວາ​ລະ​ປະ​ຊຸມ​ຂອງກອງ​ປະ​ຊຸມ​ສຸດຍອດ G7 ເປີດ​ກ້​ວາງ, ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ​ຫວຽດ​ນາມ ຫງວຽນ​ຊວນ​ຟຸກ ໄດ້ຢັ້ງ​ຢືນຫຼັກ​ໝັ້ນ​ກ່ຽວ​ກັບ​ສັນ​ຕິ​ພາບ, ສະ​ຖຽນ​ລະ​ພາບ ແລະ ການ​ພັດ​ທະ​ນາ​ແບບ​ຍືນ​ຍົງຂອງ​ພາກ​ພື້ນ​ອາ​ຊີ​-ປາ​ຊີ​ຟິກເວົ້າ​ສະ​ເພາະ ແລະ ທົ່ວ​ໂລກ​ເວົ້າລວມ. ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ​ໄດ້​ຊີ້​ແຈ້ງວ່າ ບັນ​ດາ​ສິ່ງ​ທ້າ​ທາຍ​ນັບ​ມື້​ນັບ​ໃຫຍ່ຫຼວງ​ຕໍ່​ສັນ​ຕິ​ພາບ, ຄວາມ​ໝັ້ນ​ຄົງ​ຂອງ​ພາກ​ພື້ນ, ກ່ອນ​ອື່ນ​ໝົດ​ແມ່ນ​ຄວາມ​ໝັ້ນ​ຄົງ, ປອດ​ໄພ ແລະ ເສ​ລີ​ພາບ​ໃນ​ການ​ເດີນ​ທະ​ເລ, ການ​ບິນ​ຢູ່​ທະ​ເລ​ຕາ​ເວັນ​ອອກ. ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ​ຫວຽດ​ນາມ ຫງວຽນ​ຊວນ​ຟຸກ ຖື​ວ່າ ບັນ​ດາ​ປະ​ເທດ​ທີ່​ກ່ຽວ​ຂ້ອງ​ຄວນ​ລະ​ງັບ​ໃຈ, ແກ້​ໄຂ​ການ​ຂັດ​ແຍ້ງ​ດ້ວຍ​ມາດ​ຕະ​ການ​ໂດຍ​ສັນ​ຕິ​ວິ​ທີ, ສອດ​ຄ່ອງ​ກັບ​ກົດ​ໝາຍ​ສາ​ກົນ, ໃນ​ນັ້ນ​ມີ​ສົນ​ທິ​ສັນ​ຍາ​ຂອງ​ສະ​ຫະ​ປະ​ຊາ​ຊາດ​ກ່ຽວ​ກັບ​ກົດ​ໝາຍ​ວ່າ​ດ້ວຍ​ທະ​ເລ​ປີ 1982, ປະ​ຕິ​ບັດ​ຕາມ​ຖະ​ແຫຼ​ງການ​ກ່ຽວ​ກັບ​ການ​ປະ​ພຶດ​ຂອງ​ຝ່າຍ​ຕ່າງໆ​ຢູ່ ທະ​ເລ​ຕາ​ເວັນ​ອອກ (DOC), ເພີ່ມ​ທະ​ວີ​ບັນ​ດາ​ມາດ​ຕະ​ການ​ສ້າງ​ຄວາມ​ເຊື່ອ​ໝັ້ນ​ຕໍ່​ກັນ ແລະ ການທູດ​ເພື່ອ​ສະ​ກັດ​ກັ້ນ, ກ້າວ​ໄປ​ສູ່​ການ​ສ້າງ​ປະ​ມວນ​ຂໍ້​ກຳ​ນົດ​ກ່ຽວ​ກັບ​ການ​ປະ​ພຶດ​ຂອງ​ຝ່າຍ​ຕ່າງໆ​ຢູ່ ທະ​ເລ​ຕາ​ເວັນ​ອອກ (COC) ໂດຍ​ໄວ. ທັດ​ສະ​ນະ​ນີ້​ຂອງ​ຫວຽດ​ນາມ​ໄດ້​ຮັບ​ການ​ສະ​ໜັບ​ສະ​ໜູນ​ຈາກຫຼາຍ​ປະ​ເທດ​ໃນ​ໂລກ ແລະ ບັນ​ດາ​ອົງ​ການ​ຈັດ​ຕັ້ງ​ສາ​ກົ​ນ. ທີ່ກອງ​ປະ​ຊຸມ​ສຸດຍອດ G7, ບັນ​ດາ​ປະ​ເທດ​ໄດ້​ອອກ​ຖະ​ແຫຼງ​ການ​ຮ່ວມ, ໃນ​ນັ້ນ ຢືນ​ຢັນ​ວ່າ ບັນ​ດາ​ການ​ເຄື່ອນ​ໄຫວ​ພຽງ​ລຳ​ພັງ​ຝ່າຍ​ດຽວ, ບູ​ລະ​ນະ, ຖົມ​ດິນ​ເປັນ​ເກາະ​ຢູ່ທະ​ເລ​ຕາ​ເວັນ​ອອກ​ໄດ້​ກໍ່​ໃຫ້​ເກີດ​ສະ​ພາບ​ຂາດ​ສະ​ຖຽນ​ລະ​ພາບ ແລະ ຄວາມ​ເຄັ່ງ​ຕຶງ, ນາບ​ຂູ່​ຕໍ່​ສັນ​ຕິ​ພາບ. ບັນ​ດາ​ປະ​ເທດ​ຍັງ​ຮຽກ​ຮ້ອງ​ໃຫ້​ບັນ​ດາ​ຝ່າຍ​ຈົ່ງ​ລະ​ງັບ​ໃຈ, ນຳ​ໃຊ້​ບັນ​ດາ​ມາດ​ຕະ​ການ​ໂດຍ​ສັນ​ຕິ​ວິ​ທີ, ແກ້​ໄຂ​ການ​ຂັດ​ແຍ້ງ​ໂດຍ​ອີງ​ໃສ່​ກົດ​ໝາຍ​ສາ​ກົນ.

     ພ້ອມ​ກັນ​ນັ້ນ, ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ​ຫວຽດ​ນາມ ຫງວຽນ​ຊວນ​ຟຸກຍັງ​ຮຽກ​ຮ້​ອງ​ໃຫ້​ບັນ​ດາ​ປະ​ເທດ G7 ຈົ່ງຫ​ນູນ​ຊ່ວຍ​ບັນ​ດາ​ປະ​ເທດ​ພວມ​ພັດ​ທະ​ນາ ກໍ່​ສ້າງ​ພື້ນ​ຖານ​ໂຄງ​ລ່າງ​ຄຸນ​ນະ​ພາບ​ສູງ, ເພີ່ມ​ທະ​ວີ​ການ​ເຊື່ອມ​ຕໍ່​ກັນ​ເພື່ອ​ຮັບ​ມື​ກັບ​ສະ​ພາບ​ປ່ຽນ​ແປງ​ຂອງ​ດິນ​ຟ​້າ​ອາ​ກາດ. ກ່ຽວ​ກັບ​ສິ່ງນີ້, ທ່ານ​ຮອງ​ລັດ​ຖະ​ມົນ​ຕີ​ກະ​ຊວງ​ການ​ຕ່າງ​ປະ​ເທດ​ຫວຽດ​ນາມ ບຸຍ​ແທງ​ເຊີນ ຕີ​ລາ​ຄາ​ວ່າ : 

    “ ທີ່ກອງ​ປະ​ຊຸມ, ຫວຽດ​ນາມ​ໄດ້​ແບ່ງ​ປັນ​ບົດ​ຮຽນ ແລະ ຫວັງ​ໃຫ້​ປະ​ຊາ​ຄົມ​ໂລກ ຈົ່ງຫ​ນູນ​ຊ່ວຍຫວຽດ​ນາມ​ພັດ​ທະ​ນາ​ພື້ນ​ຖານ​ໂຄງ​ລ່າງ​ຄຸນ​ນະ​ພາບ​ສູງ ແລະ ຍືນ​ຍົງ. ທີ 2, ຫວຽດ​ນາມແມ່ນ​ປະ​ເທດ​ຮັບ​ຜົນ​ກະ​ທົບ​ຢ່າງ​ແຂງ​ແຮງ​ຈາກການ ປ່ຽນ​ແປງ​ຂອງ​ດິນ​ຟ​້າ​ອາ​ກາດຊຶ່ງ​ພົ້ນ​ເດັ່ນ​ຂຶ້ນ​ແມ່ນ​ໄພ​ແຫ້ງ​ແລ້ງ ແລະ ທ້ຳ​ທະ​ເລ​ຊຶມ, ໄດ້​ຮັບ​ຄວາມ​ສົນ​ໃຈ​ທີ່​ສຸດ​ຈາກ​ປະ​ຊາ​ຄົມ​ໂລກ. ບັນ​ດາ​ປະ​ເທດ​ຄື ປະ​ເທດ​ເຈົ້າ​ພາບ​ຍີ​ປຸ່ນຫຼື​ບັນ​ດາ​ປະ​ເທດ G7 ແລະ ບັນ​ດາ​ອົງ​ການ​ຈັດ​ຕັ້ງ​ສາ​ກົນ​ກໍ​ລ້ວນ​ແຕ່​ເອົາ​ໃຈ​ໃສ່ຫ​ນູນ​ຊ່ວຍ​ບັນ​ດາ​ປະ​ເທດ​ພວມ​ພັດ​ທະ​ນາ, ໃນ​ນັ້ນ​ມີ​ຫວຽດ​ນາມ, ຊ່ວຍ​ຫວຽດ​ນາມ​ຜັນ​ຂະ​ຫຍາຍການ​ຮັບ​ມື​ກັບ​ໄພ​ແຫ້ງ​ແລ້ງ ແລະ ທ້ຳ​ທະ​ເລ​ຊຶມ​ໃນ​ໄລ​ຍະ​ປານ​ກາງ ແລະ ໄລ​ຍະ​ຍາວ ”

    ຮັດ​ແໜ້ນ​ບັນ​ດາ​ການ​ພົວ​ພັນ 2 ຝ່າຍ

  ໃນ 3 ວັນ​ທີ່​ເຂົ​້າ​ຮ່ວມກອງ​ປະ​ຊຸມ​ສຸດຍອດ G7 ເປີດ​ກ້​ວາງ, ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ​ຫວຽດ​ນາມ ຫງວຽນ​ຊວນ​ຟຸກໄດ້​ພົບ​ປະ​ກັບ​ບັນ​ດາ​ປະ​ມຸກ​ລັດ​ຂອງ​ປະ​ເທດ​ແຖວ​ໜ້າ​ໃນ​ໂລກ, ທ່ານ​ເລ​ຂາ​ທິ​ການ​ໃຫຍ່ ສ.ປ.ຊ, ຜູ້​ນຳ​ບັນ​ດາ​ອົງ​ການ​ຈັດ​ຕັ້ງ​ສາ​ກົນ​ໃຫຍ່. ທີ່​ການ​ພົບ​ປະ​ເຫຼົ່າ​ນັ້ນ, ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ​ຫວຽດ​ນາມ ຫງວຽນ​ຊວນ​ຟຸກໄດ້​ຢືນຢ​ັນ​ວ່າ : ລັດ​ຖະ​ບານ​ຫວຽດ​ນາມ​ຕັດ​ສິນ​ໃຈ​ນຳ​ການ​ຮ່ວມ​ມື​ລະ​ຫວ່າງ​ຫວຽດ​ນາມ​ກັບ​ບັນ​ດາ​ປະ​ເທດ ແລະ ບັນ​ດາ​ອົງ​ການ​ຈັດ​ຕັ້ງ​ສາ​ກົນ​ເຂົ້າ​ສູ່​ລວງ​ເລິກ, ແທດ​ຈິງ, ພິ​ເສດ​ແມ່ນ​ການ​ຮ່ວມ​ມື​ດ້ານ​ເສດ​ຖະ​ກິດ ແລະ ຫວັງ​ວ່າ ບັນ​ດາ​ປະ​ເທດ ແລະ ຄູ່​ຮ່ວມ​ມື​ຈົ່ງ​ສະ​ໜັບ​ສະ​ໜູນ​ຫ​ວຽດ​ນາມ​ເພີ່ມ​ທະ​ວີ​ບົດ​ບາດ ແລະ ຄວາມ​ຮັບ​ຜິດ​ຊອບ​ໃນ​ບັນ​ດາ​ອົງ​ການ​ຈັດ​ຕັ້ງ​ສາ​ກົນ, ສືບ​ຕໍ່​ສົມ​ທົບ​ຢ່າງ​ແໜ໊ນ​ແຟ້ນ​ຢູ່​ບັນ​ດາ​ເວ​ທີ​ປາ​ໄສຫຼາຍ​ຝ່າຍ​ທີ່​ສຳ​ຄັນ​ໃນ​ພາກ​ພື້ນ ແລະ ໃນ​ໂລກ. ໃນ​ນັ້ນ​ມີ​ການ​ສະ​ໜັບ​ສະ​ໜູນ​ຫວຽດ​ນາມ​ອອກ​ສະ​ໝັກ​ເລືອກ​ຕັ້ງ​ເປັນ​ກຳ​ມະ​ການ​ບໍ​່ປະ​ຈຳ​ສະພາ​ຄວາມ​ໝັ້ນ​ຄົງ ສ.ປ.ຊ ອາ​ຍຸ 2020-2021 ແລະ ອອກ​ສະ​ໝັກ​ເລືອກ​ຕັ້ງ​ເຂົ້າ​ດຳ​ລົງ​ຕຳ​ແໜ່ງ​ຜູ້​ນຳ​ນວຍ​ການ​ໃຫຍ່ UNESCO ອາ​ຍຸ​ການ 2017-2021. ໃນ​ການ​ຢ້ຽມ​ຢາມ​ຍີ​ປຸ່ນ​ຄັ້ງ​ນີ້, ​ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີຍີ​ປຸ່ນ Shinzo Abe ໄດ້​ຕົກ​ລົງ​ຮ່ວມ​ມື ແລະ ໃຫ້​ການ​ຊ່ວຍ​ເຫຼືອ​ລ້າ​ເປັນ​ຈຳ​ນວນ​ເງິນ 2,5 ລ້ານ USD ເພື່ອ​ຊ່ວຍ​ຫວຽດ​ນາມ​​ແກ້​ໄຂ​ຄວາມ​ເສຍ​ຫາຍ​ຈາກສະ​ພາບ​ແຫ້ງ​ແລ້ງ ແລະ ນ້ຳ​ທະ​ເລ​ຊຶມ. ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ​ຫວຽດ​ນາມ ຫງວຽນ​ຊວນ​ຟຸກ ໃຫ້​ຂໍ້​ສັງ​ເກດ​ວ່າ :

    “ ຂ້າ​ພະ​ເຈົ​້າ​ຕີ​ລາ​ຄາ​ສູງ​ເລື່ອງ​ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີຍີ​ປຸ່ນ Shinzo Abe ສືບ​ຕໍ່​ສະ​ໜອງ​ແຫຼ່ງ​ທຶນ​ຊ່ວຍ​ເຫຼືອ ODA ເພື່ອ​ໃຫ້​ຫວຽດ​ນາມ​ພັດ​ທະ​ນ​າ​ເສດ​ຖະ​ກິດ-ສັງ​ຄົມ, ພ້ອມ​ທັງ​ໃຫ້​ການ​ຮ່ວມ​ມື​ຢ່າງ​ແໜ້ນ​ແຟ້ນ​ກັບ​ຫວຽດ​ນາມໃນ​ການ​ຜັນ​ຂະ​ຫຍາຍ​ແຜນ​ການ​ສິນ​ເຊື່ອ 110 ຕື້ USD ແນ​ໃສ່​ພັດ​ທະ​ນາ​ພື້ນ​ຖານ​ໂຄງ​ລ່າງ​ຄຸນ​ນະ​ພາບ​ສູງ​ຢູ່​ອາ​ຊີ​ຕາມ​ຈິດ​ໃຈກອງ​ປະ​ຊຸມ​ສຸດຍອດ G7 , ຜັນ​ຂະ​ຫຍ​າຍ​ຂໍ້​ລິ​ເລີ່ມ​ເຊື່ອມ​ຈອດ ແມ່​ຂອງ-ຍີ​ປຸ່ນ. ພວກ​ຂ້າ​ພະ​ເຈົ້າ​ຍັງ​ຢັ້ງ​ຢືນ​ຄວາມ​ຕັດ​ສິນ​ໃຈຜັນ​ຂະ​ຫຍາຍ​ບັນ​ດາ​ໂຄງ​ການ​ລົງ​ທຶນ​ທີ່​ມີ​ຂອບ​ຂະ​ໜາດ​ໃຫຍ່, ຍຸດ​ທະ​ສາດ​ຫັນ​ເປັນ​ອຸດສາ​ຫະ​ກຳຂອງ​ຫວຽດ​ນາມ, ເຫັນ​ດີ​ເພີ່ມ​ທະ​ວີ​ການ​ຮ່ວມມ​ື​ດ້ານ​ການ​ລົງ​ທຶນ, ການ​ຄ້າ… ”

     ໃນ​ການ​ຢ້ຽມ​ຢາມ​ຍີ​ປຸ່ນ, ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ​ຫວຽດ​ນາມ ຫງວຽນ​ຊວນ​ຟຸກໄດ້​ສົ່ງ​ສານ​ທີ່​ແຂງ​ແຮງ​ຂອງ​ຫວຽດ​ນາມ​ໄປ​ຍັງ​ບັນ​ດາ​ວິ​ສາ​ຫະ​ກິດ​ຍີ​ປຸ່ນ. ນັ້ນ​ແມ່ນ​ຫວຽດ​ນາມ​ສືບ​ຕໍ່​ສ້າງ​ສະ​ພາບ​ແວດ​ລ້ອມ​ແຫ່ງ​ການ​ລົງ​ທຶນ, ດຳ​ເນີນ​ທຸ​ລະ​ກ​ິດ​ທີ່​ດີ, ອຳ​ນວຍ​ຄວ​ສາມ​ສະ​ດວກ ແລະ ສະ​ເໝີ​ພາບ​ໃຫ້​ແກ່ບ​ັນ​ດາ​ນັກ​ລົງ​ທຶນ​ຕ່າງ​ປະ​ເທດດ້ວຍ​ຈິດ​ໃຈ​ຕ່າງ​ຝ່າຍ​ຕ່າງ​ກໍ​ຮັບ​ຜົນ​ປະ​ໂຫຍດ

       ການ​ຢ້ຽມ​ຢາມ​ຍີ​ປຸ່ນ ແລະ ເຂົ້າ​ຮ່ວມກອງ​ປະ​ຊຸມ​ສຸດຍອດ G7 ເປີດ​ກ້​ວາງຂອງ ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ​ຫວຽດ​ນາມ ຫງວຽນ​ຊວນ​ຟຸກ ໄດ້​ປະ​ກອບ​ສ່ວນ​ສຳ​ຄັນ​ເຂົ້າ​ໃນເພີ່ມ​ທະ​ວີ​ການ​ພົວ​ພັນ​ຄູ່​ຮ່ວມ​ມື​ຍຸດ​ທະ​ສາດກ້​ວາງ​ເລິກ​ຫວຽດ​ນາມ-ຍີ​ປຸ່ນ, ປະ​ກອບ​ສ່ວນ​ຢ່າງ​ຕັ້ງ​ໜ້າ, ເປັນ​ເຈົ້າ​ການ ແລະ ມີ​ຄວາມ​ຮັບ​ຜິດ​ຊອບ​ເຂົ້າ​ໃນ​ການ​ແກ້​ໄຂ​ບັນ​ດາ​ບັນ​ຫາ​ລວມ​ຂອງ​ທົ່ວ​ໂລກ.

ຕອບກັບ

ຂ່າວ/ບົດ​ອື່ນ