ອີນເຕີແນດ - ການຄຸ້ມຄອງໄປຄຽງຄູ່ກັບການສ້າງເງື່ອນໄຂເພື່ອພັດທະນາ

(vovworld) - ກະຊວງ​ຖະ​ແຫລ​ງຂ່າວ ​ແລະ ສື່ສານ ຫວຽດນາມ ຫາ​ກໍ່​ຍື່ນສະ​ເຫ​ນີຕໍ່ລັດຖະບານ ປະກາດ​ໃຊ້​ດຳລັດ​ສະບັບ​ໃຫມ່ ກ່ຽວ​ກັບ​ການ​ຄຸ້ມ​ຄອງ, ສະຫນອງ ​ແລະ ນຳ​ໃຊ້​ບໍລິການ ອີນ​ເຕີ​ແນ​ດ ​ແລະ ​ເນື້ອ​ໃນ​ຂໍ້​ມູນ​ຂ່າວສານ​ທາງ​ເຄືອ​ຂ່າ​ຍ. ນີ້​ແມ່ນ​ບັນດາ​ຂໍ້​ກຳນົດ​ສອດຄ່ອງ​ກັບ​ກົດໝາຍ​ຂອງ ຫວຽດນາມ ກໍ​ຄື​ບັນດາ​ຄຳ​ໝັ້ນ​ສັນຍາ​ສາກົນ​ຂອງ ຫວຽດນາມ ​ເພື່ອ​ປັບປຸງ​ບັນດາ​ການ​ເຄື່ອນ​ໄຫວ​ສັງຄົມ, ​ໃນ​ນັ້ນ ມີ​ການ​ນຳ​ໃຊ້ ອີນ​ເຕີ​ແນ​ດ, ​ເພື່ອ​ຮັບປະກັນ​ຄວາມ​ສະຖຽນ​ລະ​ພາບ, ຄວາມ​ເປັນ​ລະບຽບ​ຮຽບຮ້ອຍທາງ​ສັງຄົມ, ຫລີກ​ລ້ຽງ​ ບໍ່​ປະໃຫ້ ອີນ​ເຕີ​ແນ​ດ ຖືກ​ສວຍ​ໃຊ້​​ເຂົ້າໃນ​ການ​ປະຕິບັດ​ບັນດາ​ການ​ກະທຳ​ລະ​ເມີດ​ກົດໝາຍ​, ຫລຸດຜ່ອນ​ບັນດາ​ການ​ກະທົບ​ທີ່ຫຍໍ້​ທໍ້ທີ່​ສົ່ງ​ຜົນ​ສະທ້ອນ​ເຖິງ​ວົງ​ຄະນາ​ຍາດ.

ອີນເຕີແນດ - ການຄຸ້ມຄອງໄປຄຽງຄູ່ກັບການສ້າງເງື່ອນໄຂເພື່ອພັດທະນາ - ảnh 1
ພາບປະກອບ:vietnamplus.vn

        ທັດສະນະ​ຂອງ​ຖະຊວງ​ຖະ​ແຫລ​ງຂ່າວ ​ແລະ ສື່ສານ ​ເມື່ອ​ຮຽບຮຽງ​ຮ່າງ​ດຳລັດ ບໍ່​ພຽງ​ແຕ່​ຊ່ວຍ​ໃຫ້​ບັນດາ​ອົງການ​ຄຸ້ມ​ຄອງ​ລັດ ມີ​ບັນດາ​ຮາກຖານ​ຄຸ້ມ​ຄອງ​ເທົ່າ​ນັ້ນ ຫາກ​ຍັງ​ປະກອບ​ສ່ວນ​ສ້າງ​ກອບ​ກົດໝາຍ​​ໃຫ້​ໝັ້ນຄົງ​ກວ່າ. ​ແຜນ​ຮ່າງ​ດຳລັດ​ສະບັບ​ໃຫມ່ ອາດ​ຈະປ່ຽນ​ແປງຫລາຍ​ຈຸດ​ໃຫ້​​ເໝາະ​ສົມ​ກັບ​ສະພາບ​ການ​ພັດທະນາ​ຂອງ​ບໍລິການ ອີນ​ເຕີ​ແນ​ດ ​ແລະ ຂໍ້​ມູນ​ຂ່າວສານ​​ໃນອີນ​ເຕີ​ແນ​ດ ປະຈຸ​ບັນ ​ແລະ ກຳນົດ​ການ​ຄຸ້ມ​ຄອງ, ສະຫນອງ, ນຳ​ໃຊ້ບໍລິການ ອີນ​ເຕີ​ແນ​ດ ຢ່າງ​ຈະ​ແຈ້ງ​ກວ່າ. ດ້ວຍ​ທ່າ​ອ່ຽງ​ແຫ່ງ​ການ​ພັດທະນາ​ປະຈຸ​ບັນ, ​ເລື່ອງ​ຄຸ້ມ​ຄອງ, ສະຫນອງ, ນຳ​ໃຊ້​ບໍລິການ ອີນ​ເຕີ​ແນ​ດ ​ແລະ ຂໍ້​ມູນ​ຂ່າວສານ​ທາງອີນ​ເຕີ​ແນ​ດ ​ໃນ​ຂອບ​ເຂດ​ການ​ປັບປຸງ​ຂອງ​ແຜນ​ຮ່າງ​ດຳລັດ ບໍ່ພຽງ​ແຕ່​ສະ​ເພາະ​ຂົງ​ເຂດ ອີນ​ເຕີ​ແນ​ດ ​ເທົ່າ​ນັ້ນ ຫາກ​ຍັງ​ລວມມີ​ບັນດາ​ບໍລິການ​ໂທ​ລະ​ຄົມຄົງ​ທີ່ ​ແລະ ​ເຄື່ອນ​ທີ່. ​ໄປ​ຄຽງ​ຄູ່​ກັບ​ຂອບ​ເຂດ​ການ​ດັດ​ປັບ, ຍັງ​ກຳນົດ​ຢ່າງ​ລະອຽດ​ກ່ຽວ​ກັບ​ເນື້ອ​ໃນຜ່ານ​ເຄືອ​ຂ່າ​ຍ​ໂທລະ​ຄົມມະນາຄົມ​​ຄົງ​ທີ່ ​ແລະ ​ເຄື່ອນ​ທີ່ ກໍ​ໄດ້​ຮັບ​ການ​ສ້າງ​ໃນ​​ຮ່າງ​ດຳລັດ​ສະບັບ​ໃຫມ່​ນີ້. 

        ການ​ສ້າງ​ດຳລັດ​ສະບັບ​ໃຫມ່​ດັ່ງກ່າວ ​ແມ່ນ​ສືບ​ຕໍ່​ສ້າງ​ກອບ​ກົດໝາຍ​ກ່ຽວ​ກັບ​ຂົງ​ເຂດ​ດັ່ງກ່າວໃຫ້​ສົມບູບ​ແບບ ​ເພື່ອ​ສ້າງ​ເງື່ອນ​ໄຂ​ໃຫ້​ແກ່ ອີນ​ເຕີ​ແນ​ດ, ພາຫະນະ​ຖະ​ແຫລ​ງຂ່າວ, ສື່ສານ ຮັບ​ໃຊ້​ການ​ພັດທະນາ​ເສດຖະກິດ​ສັງຄົມ. ທ່ານ Luu Vu Hai ຫົວຫນ້າ​ກົມ​ຄຸ້ມ​ຄອງ​ດ້ານກະຈາຍສຽງ​ໂທລະພາບ ​ແລະ ສື່​ເອ​ເລັກ​ໂຕ​ນິກ, ສັງກັດ​ກະຊວງ​ຖ​ະ​ແຫລ​ງຂ່າວ ​ແລະ ສື່ສານ ​ຫວຽດນາມໄດ້​ເນັ້ນ​ຫນັກ​ວ່າ:

        “ກ່ອນ​ອື່ນ​ໝົດ ຕ້ອງ​ຢືນຢັນ​​ໄດ້​ວ່າ ຫວຽດນາມ ມີ​ຄວາມ​ເອົາ​ໃຈ​ໃສ່​ເປັນ​ພິ​ເສດ, ສ້າງ​ເງື່ອນ​ໄຂ​ເພື່ອ​ພັດທະນາ ອີນ​ເຕີ​ແນ​ດ. ທັດສະນະ​ນີ້​ໄດ້​ສະ​ແດງ​ໃຫ້​ເຫັນ​ຢ່າງ​ລະອຽດ​ໃນ​ລະບົບ​ບັນດາ​ເອກະສານ​ນິຕິ​ກຳ​ກ່ຽວ​ກັບ​ນະ​ໂຍບາຍ​ຄຸ້ມ​ຄອງ ອີນ​ເຕີ​ແນ​ດ. ດຳ​ລັດ​ສະບັບ​ນີ້​ກໍ​ສ້າງ​ເງື່ອນ​ໄຂ​ໃຫ້​ແກ່​ບັນດາ​ອົງການ, ສ່ວນ​ບຸກຄົນ​ເຂົ້າ​ຮ່ວມ​ການ​ສະຫນອງ ​ແລະ ນຳ​ໃຊ້ ອີນ​ເຕີ​ແນ​ດ ພ້ອມ​ທັງ​ເພີ່ມ​ທະວີ​ວຽກ​ງານ​ໂຄສະນາ​ສຶກສາ, ​ແນະນຳ​ດ້ານ​ກົດໝາຍ​ກ່ຽວ​ກັບ ອີນ​ເຕີ​ແນ​ດ. ມີ​ມາດ​ຕະການ​ເພື່ອ​ສະກັດ​ກັ້ນ​ການ​ກະທຳ​ສວຍ​ໃຊ້ ອີນ​ເຕີ​ແນ​ດ ກໍ່​ຜົນ​ສະທ້ອນ​ບໍ່​ດີເຖິງ​ຄວາມ​ສະຫງົບ​ປອດ​ໄພ, ລະ​ເມີດ​ບັນດາ​ຂໍ້​ກຳນົດ​ຂອງ​ກົດໝາຍ, ປົກ​ປ້ອງ​ເດັກນ້ອຍ​​ໃຫ້​ຫລຸດ​ພົ້ນ​ຈາກ​ປະກົດ​ການ​ຫຍໍ້​ທໍ້​ຈາກ ອີນ​ເຕີ​ແນ​ດ. ນີ້​ແມ່ນ​ນະ​ໂຍບາຍ​ເພື່ອ​ຊຸກຍູ້​ການ​ພັດທະນາ ອີນ​ເຕີ​ແນ​ດ ຊຶ່ງ​ບັນດາ​ປະ​ເທດ​ໃນ​ໂລກ​ມຸ່ງ​ໄປ​ເຖິງ.”

        ຫວຽດນາມ ​ເຊື່ອມ​ຕໍ່​ເຄືອ​ຂ່າ​ຍ ອີນ​ເຕີ​ແນ​ດ ຢ່າງ​ເປັນ​ທາງ​ການ​ໃນ​ທ້າຍ​ປີ 1997. ມາ​ຮອດ​ປະຈຸ​ບັນ, ພາຍຫລັງ​ເກືອບ 15 ປີ ​ແຫ່ງ​ການ​ພັດທະນາ, ຫວຽດນາມ ມີ 30,8 ລ້ານ​ຄົນ​ນຳ​ໃຊ້ ອີນ​ເຕີ​ແນ​ດ, ກວມ​ກວ່າ 35% ຈຳນວນພົນລະ​ເມືອງ ດ້ວຍ​ບໍລິສັດ​ນັບ​ຮ້ອຍ​ແຫ່ງ​ສະຫນອງ​ບໍລິການ ອີນ​ເຕີ​ແນ​ດ. ປະຈຸ​ບັນ ຫວຽດນາມ ມີ​ສື່​ເອ​ເລັກ​ໂຕ​ນິກ ນັບ​ຮ້ອຍ​ຫົວຫນ່ວຍ ​ແລະ ມີ​​​ເວັບ​ໄຊ​ນັບ​ພັນ​ຫນ​້າ​​ເວັບ. ຫວຽດນາມ ​ແມ່ນ​ປະ​ເທດ​ມີ​ການ​ພັດທະນາ​ທາງ​ດ້ານ ອີນ​ເຕີ​ແນ​ດ ​ວອ່ງ​ໄວ​ກວ່າ​ໝູ່​ຢູ່​ພາກ​ພື້ນ ​ແລະ ນອນ​ໃນ​ບັນດາ​ປະ​ເທດ​ມີ​ລະດັບ​ເຕີບ​ໂຕ​ສູງ​ສຸດ​ຢູ່​ໃນ​ໂລກ. ສິ່ງ​ດັ່ງກ່າວ​ສະ​ແດງ​​ໃຫ້​ເຫັນ​ປະສິດທິ​ຜົນ​ຂອງ​ນະ​ໂຍບາຍ​ຊຸກຍູ້​ການ​ພັດທະນາ ອີນ​ເຕີ​ແນ​ດ ຢູ່ ຫວຽດນາມ ​ແລະ ອີນ​ເຕີ​ແນ​ດ ພວມ​ນັບ​ມື້​ນັບ​​ໄດ້​ຮັບ​ການ​ນຳ​ໃຊ້​ຈາກ​ປະຊາຊົນ ຫວຽດນາມ ສ່ວນ​ຫລາຍ. ສະ​ນັ້ນ ຖ້ອຍ​ທຳນອງ​ທີ່​ຖື​ວ່າ ຫວຽດນາມ ກໍ​ການ​ກີດຂວາງ​ການ​ພັດທະນາ ອີນ​ເຕີ​ແນ​ດ ​ແມ່ນ​ຝືນ​ກັບ​ຄວາມ​ຈິງ​ທີ່​ພວມ​ຄົງ​ຕົວ​ຢູ່ ຫວຽດນາມ. ກ່ຽວ​ກັບ​ບັນຫາ​ນີ້ ທ່ານ Luu Vu Hai ​ໃຫ້​ຮູ້​ຕື່ມ​ອີກ​ວ່າ:

        “ທັດ​ສະ​ນະ​ສ້າງ​ນະ​ໂຍບາຍ​ຄຸ້ມ​ຄອງ ອີນ​ເຕີ​ແນ​ດ ຂອງ​ຫລາຍ​ປະ​ເທດ, ​ໃນ​ນັ້ນ​ມີ ຫວຽດນາມ, ນັ້ນ​ແມ່ນ​ຊຸກຍູ້​ການ​ພັດທະນາ ອີນ​ເຕີ​ແນ​ດ, ສ້າງ​ເງື່ອນ​ໄຂ​ໃຫ້​ປະຊາຊົນ​ທຸກ​ຄົນ​ໄດ້​ສຳ​ພັດ​ກັບ ອີນ​ເຕີ​ແນ​ດ​ ຢ່າງ​ສະດວກ ​ແລະ ​ເໝາະ​ສົມ​ກັບ​ຂໍ້​ກຳນົດ​ຂອງ​ກົດໝາຍ ​ແລະ ຄຳ​ໝັ້ນ​ສັນຍາ​ສາກົນ. ​ໃນ​ຕົວ​ຈິງ​ແລ້ວ, ລະບົບ​ກົດໝາຍ​ຂອງ​ບັນດາ​ປະ​ເທດ​ມີ​ຄວາມ​ແຕກ​ຕ່າງ​ກັນ. ສະ​ນັ້ນ  ຄວາມ​ເສລີ​ທາງ​ດ້ານ ອີນ​ເຕີ​ແນ​ດ ຕາມ​ຄວາມ​ເຂົ້າ​ໃຈ​ຈາກ​ຝ່າຍ​​ໃດ​ຫນຶ່ງ ​ແມ່ນ​ບໍ່​ທັນ​ຄິດ​ໄລ່​ເຖິງ​ຄວາມ​ແຕກ​ຕ່າງ​ກັນ​ນັ້ນ. ທີ່​ຈິງ​ແລ້ວ ປະຈຸ​ບັນ ຢູ່  ຫວຽດນາມ ປະຊາຊົນ​ທຸກ​ຄົນ​ສາມາດ​ເຂົ້າ​ເຄືອ​ຂ່າ​ຍ ອີນ​ເຕີ​ແນ​ດ ຢ່າງ​ສະດວກ, ​ເສລີ ​ແລະ ຄ່າ​ໃຊ້ຈ່າຍ​ກໍ​ຖືກ, ສ່ວນຢູ່​ຫລາຍ​ປະ​ເທດ​​ແມ່ນ​ບໍ່​ສາມາດປະຕິບັດ​​ແບບ​ນີ້ໄດ້.”

ອີນເຕີແນດ - ການຄຸ້ມຄອງໄປຄຽງຄູ່ກັບການສ້າງເງື່ອນໄຂເພື່ອພັດທະນາ - ảnh 2
ຢູ່  ຫວຽດນາມ ປະຊາຊົນ​ທຸກ​ຄົນ​ສາມາດ​ເຂົ້າ​ເຄືອ​ຂ່າ​ຍ ອີນ​ເຕີ​ແນ​ດ ຢ່າງສະດວກ ແລະ ເສລີ
ພາບ:internet

        ​ ​ເຖິງ​ຢ່າງ​ໃດ​ກໍ​ຕາມ, ອີນ​ເຕີ​ແນ​ດ ​ໄດ້​ນຳ​ມາ​ຊຶ່ງ​ຄວາ​ມສະດວກ​ຫລາຍ​ຢ່າງ​ໃຫ້​ແກ່​ມະນຸດ ​ແຕ່​ມັນ​ບໍ່ອາດ​ແກ້​ໄຂ​ທຸ​ກບັນຫາ​ໃນ​ຊີວິດສັງຄົມ​ໄດ້. ສ້າງ​ເງື່ອ​ນ​ໄຂ​ເພື່ອ​ໃຫ້ ອີນ​ເຕີ​ແນ​ດ ​ເສີມ​ຂະຫຍາຍ​ຈຸດ​ດີ​​ເພື່ອ​ພັດທະນາ​ເສດຖະກິດສັງຄົມ ​ແຕ່​ດ້ານ​ອື່ນ ຫວຽດນາມ ກໍ​ມານະ​ພະຍາຍາມ​ຄຸ້ມ​ຄອງ​ເພື່ອ​ສະ​ກັດ​ກັ້ນຂໍ້​ຈຳກັດ, ຜົນ​ຮ້າຍ​ທີ່  ອີນ​ເຕີ​ແນ​ດ ນຳ​ມາ​ສູາມະນຸດ.

       

ຕອບກັບ

ຂ່າວ/ບົດ​ອື່ນ